Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 26 OLCV

Show OLCV only
Verse × ×
1 Then all the people of Judah made Uzziah, sixteen years old, king in place of his father Amaziah. ແລ້ວ​ປະຊາຊົນ​ຢູດາຍ​ທັງໝົດ​ກໍ​ເລືອກ​ເອົາ​ອຸດຊີຢາ ຜູ້​ທີ່​ມີ​ອາຍຸ​ສິບ​ຫົກ​ປີ, ແລະ ໃຫ້​ເພິ່ນ​ຂຶ້ນ​ເປັນ​ກະສັດ​ແທນ​ອາມາຊີຢາ​ພໍ່​ຂອງ​ເພິ່ນ.
2 He rebuilt Eloth and restored it to Judah after the king rested with his ancestors. ຫລັງຈາກ​ອາມາຊີຢາ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ. ອຸດຊີຢາ​ໄດ້​ສ້າງ​ເມືອງ​ເອລາດ​ຂຶ້ນ​ໃໝ່ ແລະ ຢຶດ​ເມືອງ​ນັ້ນ​ຄືນ​ມາ​ເປັນ​ຂອງ​ຢູດາຍ.
3 Uzziah became king at sixteen and reigned fifty-two years in Jerusalem. His mother was Jecoliah of Jerusalem. ເມື່ອ​ອຸດຊີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ເພິ່ນ​ອາຍຸ​ສິບ​ຫົກ​ປີ, ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ 52 ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ເຢໂກລີຢາ; ນາງ​ມາ​ຈາກ​ເຢຣູຊາເລັມ
4 He did what was right in our Father's eyes, just as his father Amaziah had done. ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ຢາເວ​ເໝືອນ​ກັບ​ອາມາຊີຢາ​ພໍ່​ຂອງ​ເພິ່ນ​ທີ່​ໄດ້​ເຮັດ.
5 He devoted himself to seeking our Father in Zechariah's days, who taught him to fear our Father; and while he sought our Father, he prospered. ເພິ່ນ​ໄດ້​ສະແຫວງ​ຫາ​ພຣະເຈົ້າ​ຕະຫລອດ​ທີ່​ເຊກາຣີຢາ​ມີ​ຊີວິດ​ຢູ່, ຜູ້​ທີ່​ແນະນຳ​ເພິ່ນ​ໃນ​ການຢຳເກງ​ພຣະເຈົ້າ. ຕາບໃດ​ທີ່​ເພິ່ນ​ສະແຫວງ​ຫາ​ພຣະເຈົ້າຢາເວ, ພຣະເຈົ້າ​ກໍ​ໂຜດ​ໃຫ້​ເພິ່ນ​ພົບ​ຄວາມ​ສຳເລັດ.
6 He went out and fought the Philistines, tearing down the walls of Gath, Jabneh, and Ashdod. He built cities near Ashdod and among the Philistines. ອຸດຊີຢາ​ໄດ້​ອອກ​ໄປ​ສູ້ຮົບ​ກັບ​ຊາວ​ຟີລິດສະຕິນ ແລະ ໄດ້​ທຳລາຍ​ກຳແພງ​ເມືອງ​ກາດ, ເມືອງ​ຢັບເນ ແລະ ເມືອງ​ອາຊະໂດດ​ໃຫ້​ເພພັງ​ລົງ. ແລ້ວ​ເພິ່ນ​ກໍ​ໄດ້​ສ້າງ​ເມືອງ​ຕ່າງໆ​ຂຶ້ນ​ໃໝ່​ໃກ້​ກັບ​ເມືອງ​ອາຊະໂດດ ແລະ ໃນ​ບ່ອນ​ອື່ນໆ​ອີກ​ໃນ​ທ່າມກາງ​ຊາວຟີລິດສະຕິນ.
7 Our Father helped him against the Philistines, the Arabs of Gur-baal, and the Meunites. ພຣະເຈົ້າ​ໄດ້​ຊ່ວຍ​ເພິ່ນ​ຕໍ່ສູ້​ກັບ​ຊາວຟີລິດສະຕິນ ແລະ ຊາວ​ອາຣັບ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເກີດບາອານ ແລະ ຊາວ​ເມອູນີ.
8 The Ammonites paid tribute to Uzziah, and his fame reached the border of Egypt, for he had grown very strong. ຊາວອຳໂມນ​ໄດ້​ນໍາເອົາ​ເຄື່ອງບັນນາການ​ມາ​ມອບ​ໃຫ້​ອຸດຊີຢາ, ແລະ ຊື່ສຽງ​ຂອງ​ເພິ່ນ​ໄດ້​ໂດ່ງດັງ​ອອກ​ໄປ​ຈົນ​ເຖິງ​ຊາຍແດນ​ຂອງ​ເອຢິບ, ເພາະ​ເພິ່ນ​ໄດ້​ກາຍ​ເປັນ​ຜູ້​ທີ່​ມີ​ອຳນາດ​ຫລາຍ​ທີ່ສຸດ.
9 Uzziah built towers in Jerusalem at the Corner Gate, the Valley Gate, and the Angle, and fortified them. ອຸດຊີຢາ​ໄດ້​ສ້າງ​ຫໍຄອຍ​ຕ່າງໆ​ຂຶ້ນ​ໃນ​ເຢຣູຊາເລັມ​ທີ່​ແຈ​ປະຕູ, ທີ່​ປະຕູ​ຮ່ອມພູ ແລະ ທີ່​ແຈ​ກຳແພງ, ແລະ ທີ່​ມຸມ​ກຳແພງ ແລ້ວ​ເພິ່ນ​ສ້າງ​ປ້ອມ​ປ້ອງກັນ​ໃສ່​ກໍາແພງ.
10 He built desert towers and dug many cisterns, for he had large herds in the lowlands and plain. He kept farmers and vinedressers in the hills and fertile fields, for he loved the soil. ເພິ່ນ​ຍັງ​ໄດ້​ສ້າງ​ຫໍຄອຍ​ໃນ​ຖິ່ນແຫ້ງແລ້ງ​ກັນດານ ແລະ ຂຸດ​ອ່າງ​ເກັບ​ນ້ຳ​ໄວ້​ຫລາຍ​ບ່ອນ, ຍ້ອນ​ເພິ່ນ​ມີ​ຝູງສັດ​ເປັນ​ຈໍານວນ​ຫລວງຫລາຍ​ຢູ່​ຕາມ​ຕີນ​ພູ ແລະ ຢູ່​ຕາມ​ທົ່ງພຽງ. ເພິ່ນ​ມີ​ຄົນ​ເຮັດ​ວຽກ​ໃນ​ທົ່ງນາ ແລະ ສວນ​ອະງຸ່ນ​ທີ່​ຢູ່​ເທິງ​ໃນ​ເນີນພູ ແລະ ໃນ​ດິນແດນ​ທີ່​ອຸດົມສົມບູນ, ເພາະ​ເພິ່ນ​ຮັກ​ການປູກຝັງ.
11 Uzziah had an army of trained soldiers going out to war by divisions, numbered by Jeiel the secretary and Maaseiah the officer, under Hananiah, one of the king's commanders. ອຸດຊີຢາ​ມີ​ກອງທັບ​ທີ່​ໄດ້​ຮັບການ​ຝຶກຝົນ​ມາ​ເປັນ​ຢ່າງ​ດີ, ເຊິ່ງ​ພ້ອມ​ທີ່​ຈະ​ອອກ​ໄປ​ໂດຍ​ແບ່ງ​ອອກ​ເປັນ​ໜວດ​ຕ່າງໆ​ຕາມ​ຈໍານວນ​ທີ່​ເຢອີເອນ​ຜູ້​ທີ່​ເປັນ​ເລຂາທິການ​ໄດ້​ຈັດ​ໄວ້ ແລະ ມາອາເສອີຢາ​ຜູ້​ທີ່​ເປັນ​ເຈົ້າໜ້າທີ່​ຢູ່​ພາຍໃຕ້​ການ​ນໍາພາ​ຂອງ​ຮານານີຢາ, ເຊິ່ງ​ເປັນ​ຄົນ​ໜຶ່ງ​ໃນ​ຂ້າລາຊະການ​ຂອງ​ກະສັດ.
12 The total number of clan leaders commanding the mighty warriors was 2,600. ຈໍານວນ​ຜູ້ນຳ​ຄອບຄົວ​ທັງໝົດ​ມີ 2.600 ຄົນ​ທີ່​ເບິ່ງແຍງ​ທະຫານ.
13 Under their command was an army of 307,500, trained to make war with great power, to help the king against his enemies. ກອງທັບ​ທີ່​ມີ​ທະຫານ 307.500 ຄົນ​ທີ່​ຢູ່​ພາຍໃຕ້​ຄໍາສັ່ງ​ຂອງ​ພວກເຂົາ, ເຊິ່ງ​ໄດ້​ຮັບ​ການ​ຝຶກຝົນ​ເພື່ອ​ອອກ​ສູ້ຮົບ, ເປັນ​ກອງ​ກຳລັງ​ທີ່​ເຂັ້ມແຂງ​ເພື່ອ​ສະໜັບສະໜູນ​ກະສັດ​ຕໍ່ສູ້​ກັບ​ບັນດາ​ສັດຕູ​ຂອງ​ເພິ່ນ.
14 Uzziah equipped the whole army with shields, spears, helmets, coats of armor, bows, and slingstones. ອຸດຊີຢາ​ໄດ້​ຈັດຕຽມ​ໂລ່, ຫອກ, ໝວກເຫລັກ, ເສື້ອ​ເກາະ, ທະນູ ແລະ ກະຖຸນ​ໃຫ້​ກອງທັບ​ທັງໝົດ.
15 In Jerusalem he made devices invented by skilled men, set on the towers and corners to shoot arrows and hurl large stones. His fame spread far and wide, for he was helped wonderfully until he grew strong. ໃນ​ເຢຣູຊາເລັມ ເພິ່ນ​ໄດ້​ປະດິດ​ເຄື່ອງ​ມື​ສູ້ຮົບ​ຂຶ້ນ​ເພື່ອ​ນໍາໃຊ້​ຢູ່​ເທິງ​ຫໍຄອຍ​ຕ່າງໆ ແລະ ເປັນ​ແນວ​ປ້ອງກັນ​ຢູ່​ຕາມແຈ​ກຳແພງ​ເມືອງ ເພື່ອວ່າ​ພວກ​ທະຫານ​ຈະ​ສາມາດ​ຍິງ​ທະນູ ແລະ ແກວ່ງ​ກ້ອນຫີນ​ອອກ​ຈາກ​ກໍາແພງ​ໄປ​ໄດ້. ຊື່ສຽງ​ຂອງ​ເພິ່ນ​ໄດ້​ໂດ່ງດັງ​ທົ່ວ​ທຸກບ່ອນ, ເພາະ​ເພິ່ນ​ໄດ້​ຮັບ​ການ​ຊ່ວຍເຫລືອ​ຢ່າງຫລວງຫລາຍ​ຈາກ​ພຣະເຈົ້າ​ຈົນ​ເພິ່ນ​ໄດ້​ກາຍ​ເປັນ​ຜູ້​ທີ່​ມີ​ອຳນາດ​ຫລາຍ​ທີ່​ສຸດ.
16 When Uzziah grew strong, his heart grew proud, leading to his ruin. He was unfaithful to our Father, entering the temple of our Father to burn incense on the incense altar. ແຕ່​ຫລັງຈາກ​ອຸດຊີຢາ​ໄດ້​ກາຍ​ເປັນ​ຜູ້​ທີ່​ມີ​ອຳນາດ​ຫລາຍ​ທີ່​ສຸດ, ຄວາມ​ໂອ້ອວດ​ຂອງ​ເພິ່ນ​ກໍ​ນຳ​ເພິ່ນ​ໄປ​ສູ່​ຄວາມ​ຕົກຕໍ່າ. ເພິ່ນ​ບໍ່ສັດຊື່​ຕໍ່​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ເພິ່ນ, ແລະ ເພິ່ນ​ໄດ້ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ເພື່ອ​ເຜົາ​ເຄື່ອງຫອມ​ເທິງ​ແທ່ນບູຊາ​ດ້ວຍ​ຕົນ​ເອງ.
17 Azariah the priest went in after him, with eighty courageous priests of our Father. ປະໂລຫິດ​ອາຊາຣີຢາ​ພ້ອມກັບ​ປະໂລຫິດ​ອີກ​ແປດ​ສິບ​ຄົນ​ທີ່​ກ້າ​ຫານ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ຕາມ​ອຸດຊີຢາ​ເຂົ້າ​ໄປ.
18 They confronted King Uzziah, saying, "It is not for you, Uzziah, to burn incense to our Father, but for the priests, Aaron's descendants, dedicated to burn incense. Leave the sanctuary; you have been unfaithful, and this brings you no honor from our Father." ພວກເຂົາ​ໄດ້​ປະເຊີນໜ້າ​ກັບ​ກະສັດ​ອຸດຊີຢາ ແລະ ໄດ້​ເວົ້າ​ວ່າ “ອຸດຊີຢາ, ມັນ​ເປັນ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ບໍ​ທີ່​ທ່ານ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ພຣະເຈົ້າຢາເວ. ເພາະ​ນັ້ນ​ແມ່ນ​ໜ້າທີ່​ຂອງ​ບັນດາ​ປະໂລຫິດ ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ອາໂຣນ, ຜູ້ທີ່​ໄດ້​ຮັບ​ການ​ຊຳລະ​ຕົນ​ເພື່ອ​ໃຫ້​ເຜົາ​ເຄື່ອງຫອມ. ຂໍ​ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ສັກສິດ​ນີ້, ເພາະ​ທ່ານ​ບໍ່ສັດຊື່​ແລ້ວ; ແລະ ທ່ານ​ຈະ​ບໍ່​ໄດ້​ຮັບ​ກຽດ​ຈາກ​ພຣະເຈົ້າຢາເວ ຜູ້ທີ່​ເປັນ​ພຣະເຈົ້າ”.
19 Uzziah became furious. With a censer in his hand to burn incense, as he raged at the priests, a defiling skin disease broke out on his forehead—there before the priests in the house of our Father, beside the altar of incense. ອຸດຊີຢາ​ຖື​ກະຖາງ​ຖ່ານໄຟ​ພ້ອມແລ້ວ​ທີ່​ຈະ​ເຜົາ​ເຄື່ອງຫອມ, ເພິ່ນ​ກໍ​ເກີດ​ໃຈຮ້າຍ​ຂຶ້ນ. ໃນຂະນະທີ່ ເພິ່ນ​ກໍາລັງ​ໃຈຮ້າຍ​ໃຫ້​ບັນດາ​ປະໂລຫິດ​ທີ່​ຢູ່​ທາງ​ໜ້າ​ແທ່ນບູຊາ​ເຜົາ​ເຄື່ອງຫອມ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ, ພະຍາດ​ຂີ້ທູດ​ກໍ​ປາກົດ​ຂຶ້ນ​ເທິງ​ໜ້າຜາກ​ຂອງ​ເພິ່ນ.
20 When Azariah the chief priest and all the priests turned to him and saw the disease on his forehead, they rushed him out, and he hurried to leave, because our Father had struck him. ເມື່ອ​ຫົວໜ້າ​ປະໂລຫິດ​ອາຊາຣີຢາ ແລະ ປະໂລຫິດ​ຄົນ​ອື່ນໆ​ແນມ​ເບິ່ງ​ເພິ່ນ, ພວກເຂົາ​ກໍ​ເຫັນ​ວ່າ​ເພິ່ນ​ເປັນ​ພະຍາດ​ຂີ້ທູດ​ຢູ່​ເທິງ​ໜ້າຜາກ​ຂອງ​ເພິ່ນ, ດັ່ງນັ້ນ ພວກເຂົາ​ກໍ​ຮີບ​ໄລ່​ເພິ່ນ​ອອກ​ໄປ. ທີ່​ຈິງ​ແລ້ວ, ອຸດຊີຢາ​ເອງ​ກໍ​ຟ້າວ​ຢາກ​ຈະ​ອອກ​ໄປ​ຢູ່​ແລ້ວ​ຍ້ອນ​ພຣະເຈົ້າຢາເວ​ໄດ້​ລົງໂທດ​ເພິ່ນ.
21 King Uzziah had the disease until his death. He lived in a separate house, still diseased, cut off from the house of our Father. His son Jotham ran the palace, governing the people of the land. ກະສັດ​ອຸດຊີຢາ​ເປັນ​ພະຍາດ​ຂີ້ທູດ​ຈົນ​ເພິ່ນ​ໄດ້​ຕາຍ​ໄປ. ເພິ່ນ​ອາໄສ​ຢູ່​ໃນ​ເຮືອນ​ທີ່​ແຍກ​ໄວ້​ຕ່າງ​ຫາກ. ຍ້ອນ​ເພິ່ນ​ເປັນ​ພະຍາດ​ຂີ້ທູດ, ແລະ ຈຶ່ງ​ຖືກ​ຫ້າມ​ບໍ່​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ. ໂຢທາມ ລູກຊາຍ​ຂອງ​ເພິ່ນ​ກໍ​ດູແລ​ເບິ່ງແຍງ​ວັງ ແລະ ປົກຄອງ​ປະຊາຊົນ​ໃນ​ດິນແດນ​ນັ້ນ.
22 The rest of Uzziah's acts, from first to last, the prophet Isaiah son of Amoz recorded. ເຫດການ​ອື່ນໆ​ໃນ​ຊ່ວງ​ການປົກຄອງ​ຂອງ​ອຸດຊີຢາ​ຕັ້ງແຕ່​ຕົ້ນ​ຈົນ​ຈົບ. ເຊິ່ງ​ໄດ້​ຖືກ​ບັນທຶກ​ໄວ້​ໂດຍ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ
23 Uzziah rested with his ancestors, buried near them in a burial field belonging to the kings, for they said, "He had a skin disease." His son Jotham reigned in his place. ອຸດຊີຢາ​ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ໄດ​ຖືກ​ຝັງ​ໄວ້​ໃກ້​ກັບ​ອຸບມຸງ​ແຫ່ງ​ກະສັດ, ເພາະ​ປະຊາຊົນ​ໄດ້​ເວົ້າ​ວ່າ “ເພິ່ນ​ເປັນ​ພະຍາດ​ຂີ້ທູດ” ໂຢທາມ ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]