Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 25 OLCV

Show OLCV only
Verse × ×
1 Amaziah became king at twenty-five and reigned twenty-nine years in Jerusalem. His mother was Jehoaddan of Jerusalem. ເມື່ອ​ອາມາຊີຢາ​ຂຶ້ນ​ເປັນ​ກະສັດ ເພິ່ນ​ອາຍຸ​ຊາວ​ຫ້າ​ປີ, ແລະ ເພິ່ນ​ໄດ້​ປົກຄອງ​ໃນ​ເຢຣູຊາເລັມ​ເປັນ​ເວລາ​ຊາວ​ເກົ້າ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ເຢໂຮອັດດິນ; ນາງ​ມາ​ຈາກ​ເຢຣູຊາເລັມ.
2 He did what was right in the eyes of our Father, but not wholeheartedly. ອາມາຊີຢາ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍຕາ​ຂອງ​ພຣະເຈົ້າຢາເວ, ແຕ່​ບໍ່​ໄດ້​ເຮັດ​ດ້ວຍ​ສຸດໃຈ.
3 Once the kingdom was firmly his, he executed the servants who had killed his father the king. ຫລັງຈາກ​ທີ່​ອານາຈັກ​ຢູ່​ພາຍໃຕ້​ການ​ຄວບຄຸມ​ຢ່າງ​ແໜ້ນໜາ​ຂອງ​ອາມາຊີຢາ​ແລ້ວ, ເພິ່ນ​ກໍ​ໄດ້​ຂ້າ​ບັນດາ​ຂ້າລາຊະການ​ຜູ້​ທີ່​ໄດ້​ຂ້າ​ພໍ່​ຂອງ​ເພິ່ນ​ທີ່​ເປັນ​ກະສັດ.
4 But he did not put their children to death, as written in the Law, the book of Moses, where our Father commanded, "Parents must not die for their children, nor children for their parents; each dies for his own sin." ແຕ່​ບໍ່​ໄດ້​ຂ້າ​ລູກ​ຂອງ​ພວກເຂົາ​ຕາມ​ທີ່​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ຂອງ​ໂມເຊ ເຊິ່ງ​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໄວ້​ວ່າ: “ຢ່າ​ຂ້າ​ພໍ່​ແມ່​ເພາະ​ບາບ​ຂອງ​ລູກ​ຂອງ​ຕົນ ຫລື ຂ້າ​ລູກ​ເພາະ​ບາບ​ຂອງ​ພໍ່​ແມ່; ແຕ່​ລະ​ຄົນ​ຈະ​ຕ້ອງ​ຕາຍ​ເພາະ​ບາບ​ຂອງ​ຕົນ​ເອງ”.
5 Amaziah gathered Judah, organized them by ancestral houses under commanders of thousands and hundreds, for all Judah and Benjamin. He counted those twenty and up: 300,000 chosen men fit for war, handling spear and shield. ອາມາຊີຢາ​ໄດ້​ເອີ້ນ​ປະຊາຊົນ​ຢູດາຍ​ມາ​ເຕົ້າໂຮມ​ກັນ ແລະ ມອບໝາຍ​ໃຫ້​ພວກເຂົາ​ເປັນ​ຜູ້ບັນຊາການ​ກອງພັນ ແລະ ຜູ້ບັນຊາການ​ກອງ​ຮ້ອຍ​ຕາມ​ຕະກຸນ​ຂອງ​ພວກເຂົາ​ສໍາລັບ​ທົ່ວ​ເຜົ່າ​ຢູດາ ແລະ ເຜົ່າ​ເບັນຢາມິນ. ຈາກ​ນັ້ນ​ເພິ່ນ​ກໍ​ໄດ້​ຮວບຮວມ​ພວກ​ຜູ້ຊາຍ​ທີ່​ມີ​ອາຍຸ​ຊາວ​ປີ ຫລື ກາຍ​ຊາວ​ປີ​ຂຶ້ນ​ໄປ ແລະ ພົບ​ວ່າ​ມີ​ສາມ​ແສນ​ຄົນ​ທີ່​ພ້ອມ​ຈະ​ເກນ​ເຂົ້າ​ເປັນ​ທະຫານ, ເຊິ່ງ​ສາມາດ​ໃຊ້​ຫອກ ແລະ ໃຊ້​ໂລ່​ໄດ້.
6 He also hired 100,000 strong warriors from Israel for about 7,500 pounds of silver. ເພິ່ນ​ຍັງ​ໄດ້​ຈ້າງ​ທະຫານ​ໜຶ່ງ​ແສນ​ຄົນ​ມາ​ຈາກ​ອິດສະຣາເອນ​ເປັນ​ຈໍານວນ​ໜຶ່ງ​ຮ້ອຍ​ຕາລັນຕົນ.
7 A man of our Father came to him: "King, don't let Israel's army go with you, for our Father is not with Israel—all these Ephraimites. ແຕ່​ຄົນ​ຂອງ​ພຣະເຈົ້າ​ຄົນ​ໜຶ່ງ​ໄດ້​ໄປ​ພົບ​ກະສັດ ແລະ ໄດ້​ເວົ້າ​ວ່າ, “ຂ້າແດ່​ກະສັດ, ຢ່າ​ໃຫ້​ກອງທະຫານ​ເຫລົ່ານີ້​ຈາກ​ອິດສະຣາເອນ​ເດີນທາງ​ໄປ​ກັບ​ທ່ານ​ເລີຍ, ເພາະ​ພຣະເຈົ້າ​ຢາເວ​ບໍ່​ໄດ້​ຢູ່​ກັບ​ອິດສະຣາເອນ ຫລື ບໍ່​ໄດ້​ຢູ່​ກັບ​ຄົນໃດ​ຂອງ​ປະຊາຊົນ​ຈາກ​ເອຟຣາອິມ​ເລີຍ.
8 Even if you fight bravely, our Father will overthrow you before the enemy, for our Father has power to help or overthrow." ເຖິງແມ່ນວ່າ ທ່ານ​ອອກ​ໄປ​ສູ້ຕໍ່​ຢ່າງ​ກ້າຫານ​ໃນ​ສະໜາມຮົບ, ພຣະເຈົ້າ​ກໍ​ຈະ​ໂຍນ​ທ່ານ​ອອກ​ໄປ​ຕໍ່ໜ້າ​ສັດຕູ, ເພາະ​ພຣະເຈົ້າ​ມີ​ອຳນາດ​ຈະ​ຊ່ວຍເຫລືອ ຫລື ຈະ​ໂຄ່ນລົ້ມ​ກໍ​ໄດ້”.
9 Amaziah asked the man of our Father, "But what about the roughly 7,500 pounds of silver I gave Israel's troops?" He replied, "Our Father can give you far more than this." ອາມາຊີຢາ​ຖາມ​ຄົນ​ຂອງ​ພຣະເຈົ້າ​ວ່າ, “ແຕ່​ຈໍານວນ​ເງິນ​ໜຶ່ງ​ຮ້ອຍ​ຕາລັນຕົນ​ທີ່​ເຮົາ​ໄດ້​ຈ່າຍ​ໃຫ້​ກອງທະຫານ​ອິດສະຣາເອນ​ເຫລົ່ານີ້​ເດ່?” ຄົນ​ຂອງ​ພຣະເຈົ້າ​ໄດ້​ຕອບ​ວ່າ, “ພຣະເຈົ້າຢາເວ​ສາມາດ​ໃຫ້​ທ່ານ​ຫລາຍ​ກວ່າ​ນັ້ນ”.
10 So Amaziah sent home the troops that came to him from Ephraim. They burned with anger against Judah and returned home enraged. ດັ່ງນັ້ນ ອາມາຊີຢາ​ຈຶ່ງ​ໄລ່​ກອງທະຫານ​ທີ່​ມາ​ຈາກ​ເອຟຣາອິມ​ທີ່​ມາ​ກັບ​ເພິ່ນ​ໄປ ແລະ ສົ່ງ​ພວກເຂົາ​ກັບ​ຄືນ​ເມືອ. ພວກເຂົາ​ກໍ​ໃຈຮ້າຍ​ຫລາຍ​ໃຫ້​ແກ່​ຊາວຢູດາ ແລະ ກັບ​ຄືນ​ເມືອ​ດ້ວຍ​ຄວາມ​ໂມໂຫ.
11 But Amaziah took courage, led out his people to the Valley of Salt, and struck down 10,000 men of Seir. ແລ້ວ​ອາມາຊີຢາ​ໄດ້​ຮວບຮວມ​ກໍາລັງ​ທະຫານ​ຂອງ​ເພິ່ນ​ທັງໝົດ ແລະ ນຳ​ພາ​ກອງທັບ​ອອກ​ໄປ​ທີ່​ຮ່ອມພູ​ເກືອ. ເພິ່ນ​ໄດ້​ຂ້າ​ຊາວ​ເສອີ​ສິບ​ພັນ​ຄົນ​ຢູ່​ທີ່​ນັ້ນ.
12 Judah's men also captured 10,000 alive, took them to the cliff top, and threw them down, smashing them all to pieces. ກອງທັບ​ຢູດາຍ​ຍັງ​ໄດ້​ຈັບ​ເປັນ​ຊາວ​ເສອີ​ທີ່​ລອດ​ຊີວິດ​ສິບ​ພັນ​ຄົນ, ແລ້ວ​ນຳ​ເອົາ​ພວກເຂົາ​ຂຶ້ນ​ໄປ​ເທິງ​ຈອມ​ຜາ ແລະ ໂຍນ​ພວກເຂົາ​ລົງ​ມາ​ໃຫ້​ແຕກ​ເປັນ​ຕ່ອນໆ.
13 Meanwhile the troops Amaziah sent back, not letting them join the battle, raided Judah's cities from Samaria to Beth-horon, struck down 3,000 people, and carried off much plunder. ໃນ​ເວລາ​ດຽວກັນ​ນັ້ນ ກອງທະຫານ​ຮັບ​ຈ້າງ​ທີ່​ອາມາຊີຢາ​ໄດ້​ສົ່ງ​ກັບ​ຄືນ​ເມືອ ແລະ ເພິ່ນ​ທີ່​ບໍ່​ຍອມ​ໃຫ້​ເຂົ້າຮ່ວມ​ສູ້ຮົບ​ນັ້ນ​ກໍ​ໄດ້​ບຸກ​ໂຈມຕີ​ເມືອງ​ຕ່າງໆ​ຂອງ​ຢູດາຍ​ຕັ້ງ​ແຕ່​ເມືອງ​ຊາມາເຣຍ​ຈົນ​ເຖິງ​ເມືອງ​ເບັດໂຮໂຣນ. ພວກເຂົາ​ໄດ້​ຂ້າ​ຄົນ​ສາມ​ພັນ​ຄົນ ແລະ ປຸ້ນ​ເອົາ​ເຄື່ອງ​ຂອງ​ທີ່​ມີ​ຄ່າ​ໄປ​ເປັນ​ຈຳນວນ​ຫລວງຫລາຍ.
14 After Amaziah defeated the Edomites, he brought back the gods of Seir's people, set them up as his own gods, bowed to them, and burned offerings to them. ເມື່ອ​ອາມາຊີຢາ​ກັບ​ມາ​ຈາກ​ການ​ຂ້າ​ຊາວ​ເອໂດມ, ເພິ່ນ​ໄດ້​ນຳ​ເອົາ​ຮູບເຄົາລົບ​ຂອງ​ຊາວ​ເສອີ​ກັບ​ຄືນ​ມາ​ນຳ​ດ້ວຍ. ເພິ່ນ​ໄດ້​ຕັ້ງ​ພວກມັນ​ເປັນ​ພະ​ຂອງ​ເພິ່ນ​ເອງ, ແລ້ວ​ກໍ​ກາບໄຫວ້​ພວກມັນ ແລະ ເຜົາ​ເຄື່ອງບູຊາ​ໃຫ້​ແກ່​ພະ​ເຫລົ່ານັ້ນ.
15 So our Father's anger burned against Amaziah, and he sent a prophet, who asked, "Why seek this people's gods, which couldn't save their own from your hand?" ພຣະເຈົ້າ​ຢາເວ​ໄດ້​ໂກດຮ້າຍ​ຕໍ່​ອາມາຊີຢາ​ຫລາຍ, ພຣະອົງ​ຈຶ່ງ​ໄດ້​ສົ່ງ​ຜູ້ທໍານວາຍ​ຄົນ​ໜຶ່ງ​ໄປ​ຫາ​ເພິ່ນ ແລະ ໄດ້​ຖາມ​ວ່າ “ເປັນຫຍັງ​ທ່ານ​ຈຶ່ງ​ໄປ​ປຶກສາ​ພະ​ຕ່າງໆ​ຂອງ​ຊົນຊາດ​ນີ້, ເຊິ່ງ​ບໍ່​ສາມາດ​ຊ່ວຍ​ປະຊາຊົນ​ຂອງ​ຕົນ​ໃຫ້​ພົ້ນ​ມື​ທ່ານ​ໄດ້?”
16 As he spoke, the king said, "Did we make you the king's counselor? Stop! Why be killed?" The prophet stopped but said, "I know our Father has determined to destroy you, because you did this and ignored my counsel." ໃນຂະນະ​ທີ່​ຜູ້ທໍານວາຍ​ກຳລັງ​ເວົ້າ​ຢູ່​ນັ້ນ, ກະສັດ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ “ພວກເຮົາ​ໄດ້​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ທີ່​ປຶກສາ​ຂອງ​ກະສັດ​ບໍ? ຈົ່ງ​ຢຸດ​ເວົ້າ​ສາ! ຈະ​ໃຫ້​ເຮົາ​ຂ້າ​ເຈົ້າ​ເຮັດ​ຫຍັງ?” ດັ່ງນັ້ນ ຜູ້ທໍານວາຍ​ຈຶ່ງ​ຢຸດ​ເວົ້າ​ແຕ່​ໄດ້​ເວົ້າ​ວ່າ, “ຂ້ານ້ອຍ​ຮູ້ວ່າ​ພຣະເຈົ້າ​ໄດ້​ຕັດສິນໃຈ​ຈະ​ທຳລາຍ​ທ່ານ​ແລ້ວ, ຍ້ອນ​ທ່ານ​ໄດ້​ເຮັດ​ສິ່ງນີ້ ແລະ ບໍ່​ໄດ້​ຍອມ​ຟັງ​ຄຳແນະນໍາ​ຂອງ​ຂ້ານ້ອຍ”.
17 Amaziah king of Judah consulted his advisers, then sent to Joash son of Jehoahaz, son of Jehu, king of Israel: "Come, let us face each other in battle." ຫລັງຈາກ​ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ​ໄດ້​ປຶກສາ​ຫາລື​ກັບ​ບັນດາ​ທີ່ປຶກສາ​ຂອງ​ເພິ່ນ, ເພິ່ນ​ໄດ້​ສົ່ງ​ຄຳ​ທ້າທາຍ​ໄປ​ຫາ​ກະສັດ​ເຢໂຮອາດ​ແຫ່ງ​ອິດສະຣາເອນ, ລູກຊາຍ​ຂອງ​ເຢໂຮອາຮາດ, ຫລານຊາຍ​ຂອງ​ເຢຮູ​ວ່າ “ຈົ່ງ​ອອກ​ມາ, ໃຫ້​ພວກເຮົາ​ມາ​ປະເຊີນ​ໜ້າ​ກັນ​ໃນ​ສະໜາມຮົບ”.
18 Joash king of Israel answered Amaziah king of Judah: "A Lebanon thistle sent to a Lebanon cedar, saying, 'Give your daughter to my son as wife.' But a wild Lebanon beast passed and trampled the thistle. ແຕ່​ກະສັດ​ເຢໂຮອາດ​ແຫ່ງ​ອິດສະຣາເອນ​ໄດ້​ຕອບ​ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ​ວ່າ: “ຕົ້ນ​ໜາມ​ໃນ​ເລບານອນ​ສົ່ງ​ຂ່າວ​ມາ​ຫາ​ຕົ້ນ​ສີດາ​ໃນ​ເລບານອນ​ວ່າ, ‘ຈົ່ງ​ໃຫ້​ລູກສາວ​ຂອງ​ເຈົ້າ​ແຕ່ງງານ​ກັບ​ລູກຊາຍ​ຂອງ​ເຮົາ’ ແລ້ວ​ກໍ​ມີ​ສັດປ່າ​ໂຕ​ໜຶ່ງ​ໃນ​ເລບານອນ​ມາ​ຢຽບຢໍ່າ​ຕົ້ນ​ໜາມ​ນັ້ນ​ໃຫ້​ໝຸ່ນ.
19 You said, 'Look, I have struck down Edom,' and your heart grew proud, boasting. Stay home. Why court disaster and fall—you and Judah with you?" ທ່ານ​ຄິດ​ວ່າ​ທ່ານ​ໄດ້​ເອົາ​ຊະນະ​ຊາວ​ເອໂດມ​ແລ້ວ, ແລະ ທ່ານ​ໄດ້​ໂອ້ອວດ ແລະ ຈອງຫອງ. ແຕ່​ຈົ່ງ​ຢູ່​ເຮືອນ​ສາ! ເປັນຫຍັງ​ຈຶ່ງ​ຫາ​ຄວາມ​ເດືອດຮ້ອນ ແລະ ເຮັດ​ໃຫ້​ໂຕ​ທ່ານ​ເອງ ແລະ ຢູດາຍ​ຈິບຫາຍ​ໄປ​ນໍາ​ກັນ?”
20 But Amaziah wouldn't listen—this was from our Father, to hand them over for seeking Edom's gods. ເຖິງຢ່າງໃດກໍ່ຕາມ, ອາມາຊີຢາ​ບໍ່​ຍອມ​ຟັງ, ເພາະ​ພຣະເຈົ້າ​ເປັນ​ຜູ້ກະທໍາ​ນັ້ນ ເພື່ອ​ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ເຢໂຮອາດ, ຍ້ອນ​ພວກເຂົາ​ສະແຫວງ​ຫາ​ພະ​ຕ່າງໆ​ຂອງ​ເອໂດມ.
21 So Joash king of Israel marched up, and he and Amaziah king of Judah faced off at Beth-shemesh in Judah. ດັ່ງນັ້ນ ກະສັດ​ເຢໂຮອາດ​ແຫ່ງ​ອິດສະຣາເອນ​ຈຶ່ງ​ບຸກ​ໂຈມຕີ. ເພິ່ນ ແລະ ກະສັດ​ອາມາຊີຢາ​ແຫ່ງ​ຢູດາຍ​ໄດ້​ມາ​ປະເຊີນ​ໜ້າ​ຢູ່​ທີ່​ເມືອງ​ເບັດເຊເມດ​ໃນ​ຢູດາຍ.
22 Judah was defeated by Israel, and everyone fled to his own home. ແລ້ວ​ຢູດາຍ​ກໍ​ພ່າຍແພ້​ໃຫ້​ອິດສະຣາເອນ ແລະ ທຸກຄົນ​ໄດ້​ແຕກ​ໜີ​ກັບ​ໄປ​ເຮືອນ​ຂອງ​ຕົນ.
23 Joash king of Israel captured Amaziah king of Judah, son of Joash, son of Jehoahaz, at Beth-shemesh, took him to Jerusalem, and broke down its wall from the Ephraim Gate to the Corner Gate—about 600 feet. ກະສັດ​ເຢໂຮອາດ​ແຫ່ງ​ອິດສະຣາເອນ​ໄດ້​ຈັບ​ອາມາຊີຢາ​ລູກຊາຍ​ຂອງ​ຢູດາຍ, ຫລານຊາຍ​ຂອງ​ອາຮາຊີຢາ​ໄດ້​ທີ່​ເບັດເຊເມດ. ແລ້ວ​ເຢໂຮອາດ​ກໍ​ນຳ​ເພິ່ນ​ມາ​ທີ່​ເຢຣູຊາເລັມ ແລະ ໄດ້​ທຳລາຍ​ກຳແພງ​ເມືອງ​ເຢຣູຊາເລັມ​ລົງ​ຕັ້ງແຕ່​ປະຕູ​ເອຟຣາອິມ​ຈົນ​ເຖິງ​ປະຕູ​ແຈ​ເປັນ​ໄລຍະ​ທາງ​ຍາວ 400 ສອກ.
24 He took all the gold, silver, and articles found in the house of our Father in Obed-edom's care, plus the palace treasures and hostages, and returned to Samaria. ເພິ່ນ​ໄດ້​ຢຶດ​ເອົາ​ຄຳ, ເງິນ​ທັງໝົດ ແລະ ເຄື່ອງໃຊ້​ທຸກຢ່າງ​ທີ່​ພົບ​ໃນ​ວິຫານ​ຂອງ​ພຣະເຈົ້າ​ທີ່​ໂອເບັດເອໂດມ​ເປັນ​ຜູ້ເບິ່ງແຍງ​ຢູ່, ພ້ອມ​ທັງ​ຊັບສົມບັດ​ໃນ​ວັງ ແລະ ຈັບ​ໂຕ​ປະກັນ​ໄປ, ແລ້ວ​ກໍ​ກັບ​ຄືນ​ມາ​ທີ່​ຊາມາເຣຍ.
25 Amaziah son of Joash, king of Judah, lived fifteen years after Joash son of Jehoahaz, king of Israel, died. ອາມາຊີຢາ​ລູກຊາຍ​ຂອງ​ກະສັດ​ໂຢອາດ​ແຫ່ງ​ຢູດາຍ​ນັ້ນ​ມີ​ຊີວິດ​ຍືນ​ກວ່າ​ເຢໂຮອາດ​ລູກຊາຍ​ຂອງ​ກະສັດ​ເຢໂຮອາຮາດ​ແຫ່ງ​ອິດສະຣາເອນ​ສິບ​ຫ້າ​ປີ.
26 The rest of Amaziah's acts, first to last, are they not written in the Book of the Kings of Judah and Israel? ສໍາລັບ​ເຫດການ​ອື່ນໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ອາມາຊີຢາ, ຕັ້ງແຕ່​ຕົ້ນ​ຈົນ​ຈົບ​ໄດ້​ຖືກ​ຂຽນ​ໄວ້​ໃນ​ປື້ມ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ ແລະ ອິດສະຣາເອນ​ບໍ່​ແມ່ນ​ບໍ?
27 After Amaziah turned from following our Father, they conspired against him in Jerusalem, and he fled to Lachish. But they sent men after him there and killed him. ຕັ້ງແຕ່​ສະໄໝ​ອາມາຊີຢາ​ຫັນ​ໜີ​ຈາກ​ການ​ຕິດຕາມ​ພຣະເຈົ້າຢາເວ, ພວກເຂົາ​ຮ່ວມ​ຫົວ​ກັນ​ຈະ​ຂ້າ​ເພິ່ນ​ໃນ​ເຢຣູຊາເລັມ ແລະ ເພິ່ນ​ຈຶ່ງ​ປົບໜີ​ໄປ​ທີ່​ເມືອງ​ລາກິດ, ແຕ່​ພວກເຂົາ​ໄດ້​ສົ່ງ​ຄົນ​ໄປ​ຕາມ​ຂ້າ​ເພິ່ນ​ທີ່​ເມືອງ​ລາກິດ ແລະ ໄດ້​ຂ້າ​ເພິ່ນ​ຢູ່​ທີ່​ນັ້ນ.
28 They brought him back on horseback and buried him with his ancestors in the City of Judah. ຊາກສົບ​ຂອງ​ເພິ່ນ​ຖືກ​ບັນທຸກ​ໃສ່​ຫລັງ​ມ້າ ແລະ ໄດ້​ຖືກ​ຝັງ​ໄວ້​ກັບ​ບັນພະບຸລຸດ​ຂອງ​ເພິ່ນ​ໃນ​ນະຄອນ​ແຫ່ງ​ຢູດາຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]