Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 24 OLCV

Show OLCV only
Verse × ×
1 Joash became king at seven, and reigned forty years in Jerusalem. His mother Zibiah was from Beersheba. ເມື່ອ​ໂຢອາດ​ໄດ້​ຂຶ້ນ​ເປັນ​ກະສັດ ເພິ່ນ​ອາຍຸ​ເຈັດ​ປີ ແລະ ເພິ່ນ​ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ສີ່​ສິບ​ປີ ແມ່​ຂອງ​ເພິ່ນ​ຊື່​ວ່າ​ຊີບີຢາ; ນາງ​ມາ​ຈາກ​ເມືອງ​ເບເອນເຊບາ.
2 Joash did what was right in our Father's eyes all the days of Jehoiada the priest. ໂຢອາດ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍຕາ​ຂອງ​ພຣະເຈົ້າຢາເວ​ຕະຫລອດ​ທີ່​ປະໂລຫິດ​ເຢໂຮຍອາດາ​ຍັງ​ມີ​ຊີວິດ​ຢູ່.
3 Jehoiada chose two wives for him, and Joash had sons and daughters. ເຢໂຮຍອາດາ​ໄດ້​ເລືອກ​ເມຍ​ສອງ​ຄົນ​ໃຫ້​ເພິ່ນ, ແລະ ເພິ່ນ​ມີ​ລູກຊາຍ ແລະ ລູກສາວ​ຫລາຍ​ຄົນ.
4 Some time later, Joash set his heart on restoring the house of our Father. ບໍ່ດົນ​ຕໍ່ມາ​ໂຢອາດ​ກໍ​ໄດ້​ຕັດສິນໃຈ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ.
5 He gathered the priests and Levites, told them, "Go to Judah's cities, collect money from all Israel yearly to repair your Father's house—hurry." But the Levites didn't hurry. ເພິ່ນ​ຈຶ່ງ​ເອີ້ນ​ບັນດາ​ປະໂລຫິດ ແລະ ຊາວເລວີ​ໃຫ້​ມາ​ເຕົ້າໂຮມ​ກັນ ແລະ ໄດ້​ກ່າວ​ກັບ​ພວກເຂົາ​ວ່າ, “ຈົ່ງ​ໄປ​ທີ່​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ ຮວບຮວມ​ເງິນ​ປະຈຳ​ປີ​ຈາກ​ອິດສະຣາເອນ​ທັງໝົດ​ສໍາລັບ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກທ່ານ. ຈົ່ງ​ລົງ​ມື​ເຮັດ​ດຽວນີ້”. ແຕ່​ຊາວເລວີ​ບໍ່​ໄດ້​ເຮັດ​ຕາມ​ທັນທີ.
6 The king summoned Jehoiada the chief priest: "Why haven't you required the Levites to bring the tax from Judah and Jerusalem that Moses, our Father's servant, and the assembly set on Israel for the tent of testimony?" ເຫດສະນັ້ນ ເພິ່ນ​ໄດ້​ເອີ້ນ​ເຢໂຮຍອາດາ​ຫົວໜ້າ​ປະໂລຫິດ​ມາ ແລະ ໄດ້​ຖາມ​ເພິ່ນ​ວ່າ “ເປັນຫຍັງ​ທ່ານ​ຈຶ່ງ​ບໍ່ອອກ​ຄຳສັ່ງ​ໃຫ້​ຊາວເລວີ​ໄປ​ເກັບ​ເງິນ​ຈາກ​ຢູດາຍ ແລະ ໄປ​ເກັບ​ພາສີ​ຈາກ​ເຢຣູຊາເລັມ? ຕາມ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້ ແລະ ຕາມ​ຊຸມຊົນ​ອິດສະຣາເອນ​ສຳລັບ​ເຕັນ​ຂອງ​ກົດບັນຍັດ​ແຫ່ງ​ພັນທະສັນຍາ?”
7 Athaliah's sons, that wicked woman, broke into our Father's house and even used all the holy things of our Father's house in worship of the Baals. ບັນດາ​ລູກຊາຍ​ຂອງ​ນາງ​ອາທາລີຢາ ຍິງ​ຊົ່ວຮ້າຍ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ ໄດ້​ນໍາ​ເອົາ​ເຄື່ອງ​ບໍລິສຸດ​ຕ່າງໆ​ຂອງ​ວິຫານ​ໄປ​ໃຊ້​ສຳລັບ​ພະບາອານ.
8 At the king's order, they made a chest and set it outside our Father's house gate. ກະສັດ​ໄດ້​ສັ່ງ​ໃຫ້​ເຮັດ​ຫີບ​ໜ່ວຍ​ໜຶ່ງ ແລະ ເອົາ​ໄປ​ຕັ້ງ​ໄວ້​ດ້ານນອກ​ທີ່​ທາງ​ປະຕູ​ເຂົ້າ​ວິຫານ​ຂອງ​ພຣະເຈົ້າຢາເວ.
9 They announced in Judah and Jerusalem: bring our Father the tax Moses, our Father's servant, set on Israel in the wilderness. ແລ້ວ​ກໍ​ມີ​ການ​ປະກາດ​ໃນ​ຢູດາຍ ແລະ ໃນ​ເຢຣູຊາເລັມ ເພື່ອ​ໃຫ້​ພວກເຂົາ​ນຳ​ພາສີ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ຕາມ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ໄດ້​ກຳນົດ​ຈາກ​ອິດສະຣາເອນ​ໃນ​ຖິ່ນແຫ້ງແລ້ງ​ກັນດານ.
10 All the officials and all the people rejoiced, bringing and dropping their gifts into the chest until full. ບັນດາ​ເຈົ້າໜ້າທີ່ ແລະ ປະຊາຊົນ​ທັງໝົດ​ກໍ​ໄດ້​ນຳ​ເງິນ​ດ້ວຍ​ຄວາມຍິນດີ, ແລະ ປ່ອນ​ລົງ​ໃສ່​ໃນ​ຫີບ​ຈົນ​ເຕັມ.
11 Whenever the Levites brought the chest to the king's officials and saw it full of money, the royal secretary and chief priest's officer emptied it and returned it to its place. Daily they collected much money. ທຸກຄັ້ງ​ທີ່​ຊາວເລວີ​ໄດ້​ຫີບ​ມາ​ໃຫ້​ເຈົ້າໜ້າທີ່​ຂອງ​ກະສັດ ແລະ ພວກເຂົາ​ກໍ​ເຫັນ​ວ່າ, ມີ​ເງິນ​ເປັນ​ຈຳນວນ​ຫລວງຫລາຍ, ເລຂາທິການ​ຂອງ​ລາຊະວັງ ແລະ ຫົວໜ້າ​ປະໂລຫິດ​ຈະ​ເອົາ​ເງິນ​ອອກ​ຈາກ​ຫີບ ແລ້ວ​ກໍ​ນໍາ​ເອົາ​ຫີບເປົ່າ​ໄປ​ຕັ້ງ​ໄວ້​ຢູ່​ບ່ອນ​ເກົ່າ. ພວກເຂົາ​ເຮັດ​ແບບ​ນີ້​ເປັນ​ປະຈໍາ ແລະ ກໍ​ຮວບຮວມ​ເງິນ​ໄດ້​ເປັນ​ຈຳນວນ​ຫລວງຫລາຍ.
12 The king and Jehoiada gave it to workers on our Father's house, who hired masons and carpenters to restore it, and iron and bronze workers to repair our Father's house. ກະສັດ ແລະ ເຢໂຮຍອາດາ​ໄດ້​ມອບ​ເງິນ​ນັ້ນ​ໃຫ້​ບັນດາ​ຜູ້ຮັບຜິດຊອບ​ການ​ກໍ່​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ຈ້າງ​ຊ່າງ​ກໍ່, ຊ່າງ​ໄມ້ ເພື່ອ​ສ້ອມແປງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ຍັງ​ໄດ້​ຈ້າງ​ຊ່າງ​ເຫລັກ ແລະ ຊ່າງ​ທອງສຳຣິດ​ເພື່ອ​ສ້ອມແປງ​ວິຫານ​ດ້ວຍ.
13 Workers labored; repair progressed by their hands. They restored our Father's house to its form and strengthened it. ຄົນ​ທີ່​ຮັບຜິດຊອບ​ວຽກງານ​ຕ່າງ​ໆ​ກໍ​ເຮັດວຽກ​ປະຕິບັດ​ຢ່າງດຸ​ໝັ່ນ, ການ​ສ້ອມແປງ​ດໍາເນີນ​ໄປ​ພາຍໃຕ້​ການ​ຊີ້​ນໍາ​ຂອງ​ພວກເຂົາ ພວກເຂົາ​ໄດ້​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່​ຕາມ​ຮູບແບບ​ດັ້ງເດີມ​ຂອງ​ວິຫານ ແລະ ເຮັດ​ໃຫ້​ແໜ້ນໜາ​ຂຶ້ນ​ກວ່າ​ເກົ່າ.
14 When finished, they brought the rest of the money to the king and Jehoiada, making from it articles for our Father's house: vessels for service and burnt offerings, dishes, gold and silver vessels. They offered burnt offerings in our Father's house continually, all Jehoiada's lifetime. ເມື່ອ​ພວກເຂົາ​ໄດ້​ເຮັດ​ທຸກ​ຢ່າງ​ສໍາເລັດ​ແລ້ວ, ພວກເຂົາ​ກໍ​ໄດ້​ນໍາ​ເອົາ​ເງິນ​ທີ່​ຍັງ​ເຫລືອ​ນັ້ນ​ມອບ​ໃຫ້​ກະສັດ ແລະ ເຢໂຮຍອາດາ, ແລະ ເພື່ອ​ໃຊ້​ເຮັດ​ເຄື່ອງໃຊ້​ຕ່າງໆ​ສຳລັບ​ວິຫານ​ຂອງ​ພຣະເຈົ້າຢາເວ​ເຊັ່ນ: ເຄື່ອງໃຊ້​ໃນ​ການ​ຮັບໃຊ້ ແລະ ເຄື່ອງເຜົາ​ບູຊາ ແລະ ກໍ​ຍັງ​ເຮັດ​ຖ້ວຍ ແລະ ເຄື່ອງໃຊ້​ອື່ນໆ​ທີ່​ເປັນ​ຄໍາ ແລະ ເງິນ. ການ​ຖວາຍ​ເຄື່ອງ​ບູຊາ​ກໍ​ໄດ້​ສືບຕໍ່​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຕະຫລອດ​ທີ່​ເຢໂຮຍອາດາ​ຍັງ​ມີ​ຊີວິດ​ຢູ່.
15 Jehoiada grew old and full of years, then died; at his death he was 130 years old. ເຢໂຮຍອາດາ​ແກ່ຊະຣາ​ຫລາຍ ແລະ ເພິ່ນ​ມີ​ອາຍຸ​ຍືນຍາວ, ແລ້ວ​ເພິ່ນ​ກໍ​ໄດ້​ຕາຍ​ໄປ​ເມື່ອ​ເພິ່ນ​ມີ​ອາຍຸ​ໄດ້​ໜຶ່ງ​ຮ້ອຍ​ສາມ​ສິບ​ປີ.
16 They buried him in the City of David among the kings, for doing good in Israel toward our Father and his house. ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຮ່ວມກັນ​ກັບ​ບັນດາ​ກະສັດ​ໃນ​ເມືອງ​ຂອງ​ດາວິດ, ຍ້ອນ​ຄຸນງາມ​ຄວາມດີ​ທີ່​ເພິ່ນ​ໄດ້​ເຮັດ​ໄວ້​ໃນ​ອິດສະຣາເອນ​ເພື່ອ​ພຣະເຈົ້າ ແລະ ວິຫານ​ຂອງ​ພຣະອົງ.
17 After Jehoiada died, Judah's officials came and bowed to the king, and he listened to them. ຫລັງຈາກ​ເຢໂຮຍອາດາ​ໄດ້​ຕາຍໄປ​ແລ້ວ, ບັນດາ​ເຈົ້າໜ້າທີ່​ຂອງ​ຢູດາຍ​ໄດ້​ມາ ແລະ ເພື່ອ​ສະແດງ​ຄວາມເຄົາລົບ​ຕໍ່​ກະສັດ, ແລະ ເພິ່ນ​ໄດ້​ຟັງ​ຄວາມ​ພວກເຂົາ.
18 They abandoned our Father's house, God of their ancestors, served Asherah poles and idols—so anger came on Judah and Jerusalem for this guilt. ພວກເຂົາ​ໄດ້​ປະຖິ້ມ​ວິຫານ​ຂອງ​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ, ແລະ ໄປ​ກາບໄຫວ້​ເສົາ​ຂອງ​ຮູບ​ເຈົ້າແມ່​ອາເຊຣາ ແລະ ຮູບເຄົາລົບ​ຕ່າງໆ. ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຈຶ່ງ​ຕົກ​ໃສ່​ຢູດາຍ ແລະ ເຢຣູຊາເລັມ​ຍ້ອນ​ຄວາມຜິດ​ຂອງ​ພວກເຂົາ.
19 Yet our Father sent them prophets to bring them back to himself; they warned them, but they wouldn't listen. ເຖິງແມ່ນວ່າ ພຣະເຈົ້າຢາເວ​ໄດ້​ສົ່ງ​ບັນດາ​ຜູ້ທຳນວາຍ​ມາ​ເພື່ອ​ນຳ​ປະຊາຊົນ​ໃຫ້​ກັບ​ມາ​ຫາ​ພຣະອົງ, ແລະ ແມ່ນວ່າ​ບັນດາ​ຜູ້ທຳນວາຍ​ໄດ້​ເປັນ​ພະຍານ​ຕໍ່ສູ້​ພວກເຂົາ ແຕ່​ປະຊາຊົນ​ກໍ​ບໍ່​ຍອມ​ຟັງ.
20 Then the Spirit of our Father came on Zechariah son of Jehoiada the priest. He stood before the people and said, "This is what our Father says: Why break his commands? You won't succeed—you abandoned him, so he abandons you." ແລ້ວ​ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້​ລົງ​ມາ​ເໜືອ​ເຊກາຣີຢາ​ລູກຊາຍ​ຂອງ​ປະໂລຫິດ​ເຢໂຮຍອາດາ. ເພິ່ນ​ໄດ້​ຢືນ​ຂຶ້ນ​ຕໍ່ໜ້າ​ປະຊາຊົນ ແລະ ໄດ້​ກ່າວ​ວ່າ, “ພຣະເຈົ້າ​ກ່າວ​ວ່າ: ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ? ພວກເຈົ້າ​ຈະ​ບໍ່​ຈະເລີນ​ຂຶ້ນ. ຍ້ອນ​ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ, ພຣະອົງ​ຈຶ່ງ​ໄດ້​ປະຖິ້ມ​ພວກເຈົ້າ’ ”.
21 They conspired against him, stoning him in our Father's house courtyard at the king's command. ແຕ່​ພວກເຂົາ​ໄດ້​ວາງແຜນ​ຊົ່ວຮ້າຍ​ຕໍ່ສູ້​ເຊກາຣີຢາ, ແລະ ຕາມ​ຄຳສັ່ງ​ກະສັດ ພວກເຂົາ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ​ຈົນ​ຕາຍ​ໃນ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າຢາເວ.
22 King Joash forgot the kindness Zechariah's father Jehoiada had shown him and killed his son. As Zechariah was dying he said, "May our Father see and require it." ກະສັດ​ໂຢອາດ​ບໍ່​ໄດ້​ລະນຶກ​ເຖິງ​ຄຸນງາມ​ຄວາມດີ​ທີ່​ເຢໂຮຍອາດາ​ພໍ່​ຂອງ​ເຊກາຣີຢາ​ໄດ້​ສະແດງ​ຕໍ່​ເພິ່ນ ແຕ່​ພັດ​ໄດ້​ຂ້າ​ລູກຊາຍ​ຂອງ​ເພິ່ນ, ຂະນະທີ່​ເພິ່ນ​ຈະ​ສິ້ນໃຈ​ຕາຍ​ເຊກາຣີຢາ​ໄດ້​ເວົ້າ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ໂຜດ​ເບິ່ງ​ສິ່ງ​ນີ້ ແລະ ລົງໂທດ​ທ່ານ​ດ້ວຍ”.
23 At the turn of the year Aram's army attacked Joash, invaded Judah and Jerusalem, killed all the people's officials, sent all their plunder to Damascus's king. ໃນ​ປີ​ຕໍ່ມາ, ກອງທັບ​ອາຣາມ​ໄດ້​ມາ​ຕໍ່ສູ້​ກັບ​ໂຢອາດ; ແລະ ຍັງ​ໄດ້​ບຸກລຸກ​ຢູດາຍ ແລະ ເຢຣູຊາເລັມ ແລະ ໄດ້​ຂ້າ​ບັນດາ​ຜູ້ນຳ​ທັງໝົດ​ຂອງ​ປະຊາຊົນ. ພວກເຂົາ​ໄດ້​ນຳ​ເອົາ​ສິ່ງຂອງ​ທີ່​ຢຶດ​ມາ​ໄດ້​ໄປ​ມອບໃຫ້​ກະສັດ​ຂອງ​ພວກເຂົາ​ໃນ​ເມືອງ​ດາມັສກັດ.
24 Though Aram's army came with few men, our Father gave a much larger army into their hand, since Judah abandoned our Father, the God of their ancestors. So judgment fell on Joash. ເຖິງແມ່ນວ່າ ກອງທັບ​ຂອງ​ຊາວອາຣາມ​ໄດ້​ມາ​ດ້ວຍ​ກຳລັງ​ທະຫານ​ພຽງແຕ່​ເລັກໜ້ອຍ, ແຕ່​ພຣະເຈົ້າຢາເວ​ກໍ​ໄດ້​ມອບ​ກອງທັບ​ທີ່​ໃຫຍ່​ກວ່າ​ໄວ້​ໃນ​ມື​ຂອງ​ພວກເຂົາ. ຍ້ອນ​ຢູດາຍ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ, ໂຢອາດ​ຈຶ່ງ​ໄດ້​ຖືກ​ລົງໂທດ.
25 When the Arameans left, leaving him badly wounded, his servants conspired against him for the blood of Jehoiada the priest's son, killing him on his bed. He died and was buried in the City of David, not in the kings' tombs. ເມື່ອ​ຊາວອາຣາມ​ໄດ້​ຖອຍ​ກັບ​ໄປ, ພວກເຂົາ​ໄດ້​ປ່ອຍ​ໃຫ້​ເພິ່ນ​ໄດ້​ຮັບ​ບາດເຈັບ​ຢ່າງ​ສາຫັດ. ເຈົ້າໜ້າທີ່​ຂອງ​ເພິ່ນ​ຮ່ວມຫົວ​ກັນ​ຂ້າ​ເພິ່ນ​ຍ້ອນ​ເພິ່ນ​ໄດ້​ຂ້າ​ລູກຊາຍ​ຂອງ​ປະໂລຫິດ​ເຢໂຮຍອາດາ, ພວກເຂົາ​ໄດ້​ຂ້າ​ໂຢອາດ​ຢູ່​ເທິງ​ຕຽງ​ນອນ​ຂອງ​ເພິ່ນ ສະນັ້ນ ເພິ່ນ​ໄດ້​ຕາຍ​ໄປ ແລະ ຖືກ​ຝັງ​ໄວ້​ໃນ​ເມືອງ​ຂອງ​ດາວິດ, ແຕ່​ບໍ່​ໄດ້​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ.
26 Conspirators against him: Zabad son of Shimeath, Ammonite woman, and Jehozabad son of Shimrith, Moabite woman. ຜູ້​ທີ່​ຮ່ວມຫົວ​ກັນ​ຂ້າ​ເພິ່ນ​ນັ້ນ​ແມ່ນ​ຊາບັດ ລູກຊາຍ​ຂອງ​ນາງ​ຊີເມອາດ​ທີ່​ເປັນ​ຍິງ​ຊາວອຳໂມນ, ແລະ ເຢໂຮຊາບັດ ລູກຊາຍ​ຂອງ​ນາງ​ຊິມຣິດ​ຍິງ​ຊາວ​ໂມອາບ.
27 His sons, the many prophecies against him, and rebuilding our Father's house are written in the Book of the Kings' commentary; his son Amaziah reigned in his place. ການ​ບັນທຶກ​ກ່ຽວກັບ​ເລື່ອງ​ຂອງ​ບັນດາ​ລູກຊາຍ​ຂອງ​ໂຢອາດ, ມີ​ຄຳທຳນວາຍ​ຕ່າງໆ​ທີ່​ກ່ຽວກັບ​ເພິ່ນ ແລະ ການ​ບັນທຶກ​ກ່ຽວກັບ​ການ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່​ໄດ້​ຖືກ​ຂຽນ​ໄວ້​ໃນ​ການ​ບັນທຶກ​ຂອງ​ໜັງສື​ແຫ່ງ​ບັນດາ​ກະສັດ. ແລ້ວ​ອາມາຊີຢາ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]