Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 23 OLCV

Show OLCV only
Verse × ×
1 In the seventh year Jehoiada took courage and made a covenant with the commanders of hundreds—Azariah son of Jeroham, Ishmael son of Jehohanan, Azariah son of Obed, Maaseiah son of Adaiah, and Elishaphat son of Zichri. ໃນ​ປີ​ທີ​ເຈັດ​ປະໂລຫິດ​ເຢໂຮຍອາດາ​ສະແດງ​ໃຫ້​ເຫັນ​ຄວາມເຂັ້ມແຂງ​ເພິ່ນ. ເພິ່ນ​ໄດ້​ເຮັດ​ຄໍາໝັ້ນສັນຍາ​ກັບ​ບັນດາ​ຜູ້ບັນຊາການ​ກອງ​ຮ້ອຍ​ຄື: ອາຊາຣີຢາ ລູກຊາຍ​ຂອງ​ເຢໂຣຮາມ, ອິດຊະມາເອນ ລູກຊາຍ​ຂອງ​ເຢໂຮຮານານ, ອາຊາຣີຢາ ລູກຊາຍ​ຂອງ​ໂອເບັດ, ມາອາເສອີຢາ ລູກຊາຍ​ຂອງ​ອາດາອີຢາ ແລະ ເອລີຊາຟັດ ລູກຊາຍ​ຂອງ​ຊີກະຣີ.
2 They traveled through Judah, gathered the Levites from all its cities and the family heads of Israel, and came to Jerusalem. ພວກເຂົາ​ເດີນທາງ​ອອກ​ໄປ​ທົ່ວ​ຢູດາຍ ແລະ ໄດ້​ເຕົ້າໂຮມ​ຊາວເລວີ ແລະ ຫົວໜ້າ​ຄອບຄົວ​ຕ່າງໆ​ຂອງ​ຊາວອິດສະຣາເອນ​ຈາກ​ທຸກ​ເມືອງ. ເມື່ອ​ພວກເຂົາ​ໄດ້​ມາ​ທີ່​ເຢຣູຊາເລັມ,
3 The whole assembly made a covenant with the king in the house of our Father. Jehoiada told them, "Look, the king's son will reign, as our Father promised about David's sons. ປະຊາຊົນ​ທັງໝົດ​ທີ່​ໄດ້​ມາ​ຊຸມນຸມ​ກັນ​ກໍ​ໄດ້​ເຮັດ​ຄໍາໝັ້ນສັນຍາ​ກັບ​ກະສັດ​ທີ່​ວິຫານ​ຂອງ​ພຣະເຈົ້າ. ເຢໂຮຍອາດາ​ໄດ້​ກ່າວ​ກັບ​ພວກເຂົາ​ວ່າ, “ລູກຊາຍ​ຂອງ​ກະສັດ​ທີ່​ຈະ​ຂຶ້ນ​ປົກຄອງ, ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັນຍາ​ໄວ້​ກ່ຽວກັບ​ເຊື້ອສາຍ​ຂອງ​ດາວິດ.
4 Do this: a third of you—priests and Levites entering on the Sabbath—will be gatekeepers at the thresholds. ບັດນີ້ ພວກທ່ານ​ຈະ​ຕ້ອງ​ເຮັດ​ດັ່ງນີ້: ບັນດາ​ປະໂລຫິດ​ສາມ​ໝວດ​ຂອງ​ທ່ານ​ທີ່​ເປັນ​ປະໂລຫິດ ແລະ ຊາວເລວີ​ຈະ​ຕ້ອງ​ປະຕິບັດ​ໜ້າທີ່​ໃນ​ວັນ​ຊະບາໂຕ​ຄື ໝວດ​ທີ​ໜຶ່ງ​ໃຫ້​ຮັກສາ​ປະຕູ​ຕ່າງໆ​ຂອງ​ວິຫານ,
5 A third at the king's house, a third at the Gate of the Foundation, and all the people in the courts of the house of our Father. ໝວດ​ທີ​ສອງ​ໃຫ້​ຮັກສາ​ປະຕູ​ວັງ ແລະ ໝວດ​ທີ​ສາມ​ໃຫ້​ປະຈໍາການ​ຢູ່​ປະຕູ​ໂຂງ, ແລະ ສ່ວນ​ຄົນ​ອື່ນ​ທັງໝົດ​ໃຫ້​ຢູ່​ທີ່​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ.
6 Let no one enter the house of our Father except the priests and the serving Levites; they may enter, for they are holy. Everyone else is to keep guard for our Father. ຢ່າ​ໃຫ້​ຜູ້ໃດ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ນອກຈາກ​ບັນດາ​ປະໂລຫິດ​ກັບ​ຊາວເລວີ​ທີ່​ປະຕິບັດ​ໜ້າທີ່; ພວກເຂົາ​ຈະ​ເຂົ້າ​ໄປ​ໄດ້ ເພາະ​ພວກເຂົາ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ແລ້ວ, ແຕ່​ຄົນ​ອື່ນໆ​ທັງໝົດ​ຈະຕ້ອງ​ປະຕິບັດ​ຕາມ​ຄໍາສັ່ງ​ຂອງ​ພຣະເຈົ້າ​ຢາເວ​ທີ່​ຫ້າມ​ບໍ່​ໃຫ້​ເຂົ້າ​ໄປ.
7 The Levites must surround the king, each with weapon in hand; whoever enters the house is to be put to death. Stay with the king wherever he comes and goes." ຊາວ​ເລວີ​ຈະ​ຕ້ອງ​ເຝົ້າ​ເບິ່ງ​ແຍງ​ກະສັດ, ແຕ່ລະ​ຄົນ​ມີ​ອາວຸດ​ໄວ້​ພ້ອມ​ຢູ່​ໃນ​ມື. ຜູ້ໃດ​ກໍຕາມ​ທີ່​ເຂົ້າ​ມາ​ໃນ​ວິຫານ​ຈະ​ຕ້ອງ​ຖືກ​ຂ້າ. ຈົ່ງ​ຢູ່​ໃກ້​ກະສັດ​ໃນ​ທຸກ​ບ່ອນ​ທີ່​ເພິ່ນ​ໄປ”.
8 The Levites and all Judah did exactly as Jehoiada the priest commanded. Each took his men—those coming on duty the Sabbath with those going off—since Jehoiada the priest did not dismiss any of the divisions. ຊາວເລວີ ແລະ ຊາວຢູດາ​ທັງໝົດ​ກໍ​ໄດ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ປະໂລຫິດ​ເຢໂຮຍອາດາ. ແຕ່ລະຄົນ​ກໍ​ນຳ​ຄົນ​ຂອງ​ຕົນ​ໄປ​ປະຕິບັດ​ໜ້າທີ່​ໃນ​ວັນຊະບາໂຕ ແລະ ຄົນ​ທີ່​ບໍ່​ໄດ້​ເຂົ້າ​ເຮັດ​ໜ້າທີ່​ເວນຍາມ​ນັ້ນ, ເພາະ​ປະໂລຫິດ​ເຢໂຮຍອາດາ​ບໍ່​ໄດ້​ແບ່ງໜ້າ​ທີ່​ໃດໆ​ໃຫ້.
9 Jehoiada the priest gave the commanders of hundreds King David's spears and large and small shields, kept in our Father's house. ແລ້ວ​ເຢໂຮຍອາດາ​ກໍ​ໄດ້​ມອບ​ຫອກ ແລະ ໂລ່​ໃຫຍ່ ແລະ ໂລ່ນ້ອຍ​ທີ່​ເປັນ​ຂອງ​ກະສັດ​ດາວິດ ແລະ ທີ່​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ​ໃຫ້​ແກ່​ບັນດາ​ຜູ້ບັນຊາການ​ກອງຮ້ອຍ.
10 He stationed all the people, each with weapon in hand, from the south side of the temple to the north side, surrounding the altar, the temple, and the king. ເພິ່ນ​ໃຫ້​ບັນດາ​ຄົນ​ເຫລົ່ານີ້​ເຂົ້າ​ປະຈໍາການ, ໃຫ້​ແຕ່ລະ​ຄົນ​ຖື​ອາວຸດ​ໄວ້​ນໍາ​ຕົນ, ເພື່ອ​ເຝົ້າ​ຮັກສາ​ກະສັດ​ໃກ້​ແທ່ນບູຊາ ແລະ ວິຫານ​ຈາກ​ດ້ານ​ໃຕ້​ໄປ​ຫາ​ດ້ານ​ເໜືອ​ຂອງ​ວິຫານ.
11 They brought out the king's son, crowned him, gave him the covenant law, and made him king. Jehoiada and his sons anointed him and shouted, "Long live the king!" ເຢໂຮຍອາດາ ແລະ ບັນດາ​ລູກຊາຍ​ຂອງ​ເພິ່ນ​ກໍ​ໄດ້​ນຳ​ລູກຊາຍ​ຂອງ​ກະສັດ​ອອກ​ມາ ແລະ ເພິ່ນ​ໄດ້​ສວມ​ມົງກຸດ​ໃຫ້​ເພິ່ນ; ພວກເຂົາ​ໄດ້​ມອບ​ໜັງສື​ຄໍາໝັ້ນສັນຍາ​ສະບັບ​ໜຶ່ງ​ໃຫ້​ເພິ່ນ ແລະ ໄດ້​ປະກາດ​ວ່າ​ເພິ່ນ​ເປັນ​ກະສັດ. ພວກເຂົາ​ໄດ້​ແຕ່ງຕັ້ງ​ເພິ່ນ ແລະ ກໍ​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ກະສັດ​ຈົ່ງ​ໝັ້ນຍືນ!”
12 Hearing the sound of people running and praising the king, Athaliah came to them at our Father's house. ເມື່ອ​ນາງ​ອາທາລີຢາ​ໄດ້​ຍິນ​ສຽງ​ໂຫ່ຮ້ອງ​ຂອງ​ປະຊາຊົນ ແລະ ສຽງ​ເຊຍ​ຕ້ອນ​ຮັບ​ກະສັດ, ນາງ​ກໍ​ອອກ​ມາ​ຫາ​ພວກເຂົາ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຢາເວ.
13 She looked—there was the king standing by his pillar at the entrance, officers and trumpeters beside him, all the people of the land rejoicing and blowing trumpets, singers with instruments leading the praise. Then Athaliah tore her clothes and shouted, "Treason! Treason!" ນາງ​ໄດ້​ແນມ​ເບິ່ງ, ແລະ ເຫັນ​ກະສັດ​ກໍາລັງ​ຢືນ​ຢູ່​ຂ້າງ​ເສົາ​ບ່ອນ​ທາງ​ເຂົ້າ. ມີ​ເຈົ້າໜ້າທີ່ ແລະ ພວກ​ຄົນ​ເປົ່າແກ​ຢູ່​ຂ້າງ​ກະສັດ, ແລະ ປະຊາຊົນ​ທັງໝົດ​ກຳລັງ​ຊື່ນຊົມ​ຍິນດີ ແລະ ເປົ່າແກ, ແລະ ພວກ​ນັກດົນຕີ​ກໍ​ຫລິ້ນ​ດົນຕີ​ນໍາ​ການສັນລະເສີນ. ແລ້ວ​ນາງ​ອາທາລີຢາ​ໄດ້​ຈີກ​ເສື້ອ​ຂອງ​ຕົນ ແລະ ແລະ ຮ້ອງ​ຂຶ້ນ​ວ່າ, “ກະບົດ! ກະບົດ!”
14 Jehoiada the priest summoned the commanders of hundreds over the army and said, "March her out through the ranks; kill with the sword anyone who follows her." For the priest had said, "Do not kill her in the house of our Father." ປະໂລຫິດ​ເຢໂຮຍອາດາ​ໄດ້​ສົ່ງ​ບັນດາ​ຜູ້ບັນຊາການ​ທີ່​ຮັບຜິດຊອບ​ກອງ​ທະຫານ​ອອກ​ໄປ ແລະ ໄດ້​ສັ່ງ​ພວກເຂົາ​ວ່າ, “ຈົ່ງ​ເອົາ​ນາງ​ອອກ​ໄປ​ຈາກ​ແຖວ​ທະຫານ ແລະ ຢ່າ​ຂ້າ​ນາງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ. ແຕ່​ໃຫ້​ຂ້າ​ທຸກຄົນ​ທີ່​ພະຍາຍາມ​ຈະ​ເຂົ້າ​ມາ​ຊ່ວຍ​ນາງ”.
15 They seized her; when she reached the Horse Gate's entrance by the king's house, they killed her there. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຈັບ​ນາງ​ໄປ​ທີ່​ປະຕູ​ທີ່​ມ້າ​ຜ່ານ​ເຂົ້າ​ວັງ, ແລ້ວ​ພວກເຂົາ​ກໍ​ໄດ້​ຂ້າ​ນາງ​ຢູ່​ທີ່​ນັ້ນ.
16 Then Jehoiada made a covenant among himself, all the people, and the king to be our Father's people. ຫລັງຈາກນັ້ນ ເຢໂຮຍອາດາ​ໄດ້​ເຮັດ​ຄໍາໝັ້ນສັນຍາ​ວ່າ, ກະສັດ ແລະ ປະຊາຊົນ​ຈະ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ.
17 All the people went to Baal's temple and tore it down, smashed its altars and idols, and killed Mattan, Baal's priest, before the altars. ແລ້ວ​ປະຊາຊົນ​ທຸກຄົນ​ກໍ​ເຂົ້າ​ໄປ​ບ່ອນ​ກາບໄຫວ້​ພະບາອານ ແລະ ໄດ້​ມ້າງ​ບ່ອນ​ນັ້ນ​ຖິ້ມ. ພວກເຂົາ​ໄດ້​ທັບ​ແທ່ນບູຊາ ແລະ ຮູບເຄົາລົບ ແລະ ໄດ້​ຂ້າ​ມັດຕານ​ປະໂລຫິດ​ຂອງ​ພະບາອານ​ຕໍ່ໜ້າ​ແທ່ນບູຊາ​ນັ້ນ.
18 Jehoiada put the Levite priests in charge of our Father's house, whom David had assigned there, to offer burnt offerings to our Father, as written in Moses' law, with joy and song as David had ordered. ແລ້ວ​ເຢໂຮຍອາດາ​ໄດ້​ມອບ​ບັນດາ​ປະໂລຫິດ​ຊາວ​ເລວີ​ໃຫ້​ດູແລ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ, ເຊິ່ງ​ດາວິດ​ໄດ້​ມອບໝາຍ​ໃຫ້​ປະຕິບັດ​ໜ້າທີ່​ໃນ​ວິຫານ, ເພື່ອ​ຖວາຍ​ເຜົາ​ເຄື່ອງບູຊາ​ແກ່​ພຣະເຈົ້າຢາເວ​ດັ່ງ​ທີ່​ຂຽນໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ດ້ວຍ​ຄວາມ​ຊື່ນຊົມຍິນດີ ແລະ ດ້ວຍ​ການ​ຮ້ອງເພງ​ຕາມ​ທີ່​ດາວິດ​ໄດ້​ສັ່ງ​ໄວ້.
19 He stationed gatekeepers at the gates of our Father's house so no one unclean in any way could enter. ເຢໂຮຍອາດາ​ຍັງ​ໄດ້​ຈັດ​ຄົນເຝົ້າຍາມ​ທີ່​ປະຕູ​ວິຫານ​ຂອງ​ພຣະເຈົ້າຢາເວ ເພື່ອ​ບໍ່​ໃຫ້​ຜູ້ໃດ​ທີ່​ເປັນ​ມົນທິນ​ດ້ວຍ​ເຫດໃດ​ກໍຕາມ​ເຂົ້າ​ໄປ​ໄດ້.
20 He took the commanders of hundreds, the nobles, the rulers of the people, and all the people of the land, and brought the king down from the house of our Father, through the Upper Gate into the king's house, and seated him on the royal throne. ຈາກນັ້ນ ເພິ່ນ​ໄດ້​ພາ​ບັນດາ​ຜູ້ບັນຊາການ​ກອງຮ້ອຍ, ບັນດາ​ເຈົ້ານາຍ, ບັນດາ​ຜູ້ປົກຄອງ ແລະ ປະຊາຊົນ​ທັງໝົດ​ໄປ​ກັບ​ເພິ່ນ ເພື່ອ​ນໍາ​ພາ​ກະສັດ​ລົງ​ມາ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ວັງ​ຜ່ານ​ປະຕູ​ດ້ານເທິງ ແລະ ໃຫ້​ກະສັດ​ຂຶ້ນ​ນັ່ງ​ເທິງ​ລາຊະບັນລັງ.
21 All the people of the land rejoiced, and the city grew calm, for Athaliah was killed with the sword. ປະຊາຊົນ​ທັງໝົດ​ທົ່ວ​ດິນແດນ​ກໍພາ​ກັນ​ຊື່ນຊົມ​ຍິນດີ, ແລະ ບ້ານເມືອງ​ກໍ​ສະຫງົບສຸກ ຍ້ອນ​ນາງ​ອາທາລີຢາ​ໄດ້​ຖືກ​ປະຫານ​ດ້ວຍ​ດາບ​ແລ້ວ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]