Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 22 OLCV

Show OLCV only
Verse × ×
1 The people of Jerusalem made his youngest son Ahaziah king in his place, since the raiders who came with the Arabs into the camp had killed all the older sons. So Ahaziah son of Jehoram king of Judah became king. ຊາວເຢຣູຊາເລັມ​ໄດ້​ແຕ່ງຕັ້ງ​ອາຮາຊີຢາ, ລູກຊາຍ​ຫລ້າ​ຂອງ​ເຢໂຮຣາມ​ຂຶ້ນ​ເປັນ​ກະສັດ​ໃນ​ວົງ​ຂອງ​ເພິ່ນ, ເນື່ອງຈາກ​ກອງ​ໂຈນ​ທີ່​ຢູ່​ໃນ​ຄ້າຍ​ກັບ​ຊາວ​ອາຣັບ, ພວກເຂົາ​ໄດ້​ຂ້າ​ລູກຊາຍ​ກົກ​ທັງໝົດ. ດັ່ງນັ້ນ ອາຮາຊີຢາ​ລູກຊາຍ​ຂອງ​ເຢໂຮຣາມ​ແຫ່ງ​ຢູດາຍ​ໄດ້​ເລີ່ມ​ຕົ້ນ​ປົກຄອງ.
2 Ahaziah became king at twenty-two and reigned one year in Jerusalem. His mother was Athaliah, granddaughter of Omri. ເມື່ອ​ເພິ່ນ​ຂຶ້ນ​ເປັນ​ກະສັດ, ອາຮາຊີຢາ​ມີ​ອາຍຸ​ຊາວ​ສອງ​ປີ ແລະ ເພິ່ນ​ໄດ້​ປົກຄອງ​ໃນ​ເຢຣູຊາເລັມ​ພຽງແຕ່​ປີ​ດຽວ. ແມ່​ຂອງ​ເພິ່ນ​ຄື​ນາງ​ອາທາລີຢາ​ຜູ້​ເປັນ​ຫລານສາວ​ຂອງ​ອົມຣິ.
3 He too followed the ways of Ahab's house, for his mother counseled him to do evil. ອາຮາຊີຢາ​ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ຄອບຄົວ​ຂອງ​ອາຮາບ​ຄືກັນ, ເພາະ​ແມ່​ຂອງ​ເພິ່ນ​ສະໜັບສະໜູນ​ເພິ່ນ​ໃຫ້​ເຮັດ​ຊົ່ວ.
4 He did evil in our Father's eyes, like Ahab's house, for after his father's death they were his counselors, to his ruin. ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢາເວ​ເໝືອນດັ່ງ​ຄອບຄົວ​ຂອງ​ອາຮາບ​ໄດ້​ເຮັດ, ເພາະ​ຫລັງຈາກ​ທີ່​ພໍ່​ຂອງ​ເພິ່ນ​ໄດ້​ຕາຍ​ໄປ​ແລ້ວ ພວກເຂົາ​ກໍ​ກາຍ​ເປັນ​ທີ່ປຶກສາ​ຂອງເພິ່ນ, ເຊິ່ງ​ໄດ້​ນຳ​ເພິ່ນ​ໄປ​ສູ່​ຄວາມພິນາດ.
5 He followed their advice too, joining Joram son of Ahab, Israel's king, to fight Hazael king of Aram at Ramoth-gilead, where the Arameans wounded Joram. ເພິ່ນ​ຍັງ​ໄດ້​ເຮັດ​ຕາມ​ຄຳແນະນຳ​ຂອງ​ພວກເຂົາ​ເມື່ອ​ເພິ່ນ​ໄດ້​ຮ່ວມ​ກັບ​ໂຢຣາມ​ລູກຊາຍ​ຂອງ​ກະສັດ​ອາຮາບ​ແຫ່ງ​ອິດສະຣາເອນ​ເພື່ອ​ເຮັດ​ສົງຄາມ​ກັບ​ກະສັດ​ຮາຊາເອນ​ແຫ່ງ​ອາຣາມ​ທີ່​ເມືອງ​ຣາໂມດ​ກີເລອາດ. ຊາວອາຣາມ​ເຮັດ​ໃຫ້​ໂຢຣາມ​ໄດ້​ຮັບ​ບາດ​ເຈັບ;
6 So he returned to Jezreel to recover from the wounds he received at Ramah fighting Hazael king of Aram. Ahaziah son of Jehoram king of Judah went down to Jezreel to see Joram son of Ahab, because he was wounded. ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ກັບຄືນ​ມາ​ທີ່​ຢິດຊະເຣນ​ເພື່ອ​ປິ່ນປົວ​ບາດແຜ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ເພິ່ນ​ທີ່​ເມືອງ​ຣາໂມດ​ໃນ​ການ​ສູ້ຮົບ​ກັບ​ກະສັດ​ຮາຊາເອນ​ແຫ່ງ​ອາຣາມ. ແລ້ວ​ອາຮາຊີຢາ ລູກຊາຍ​ກະສັດ​ເຢໂຮຣາມ​ແຫ່ງ​ຢູດາຍ​ກໍ​ໄດ້​ໄປ​ຫາ​ໂຢຣາມ​ລູກຊາຍ​ຂອງ​ອາຮາບ​ທີ່​ຢິດຊະເຣນ ເພາະ​ເພິ່ນ​ໄດ້​ຮັບ​ບາດ​ເຈັບ.
7 Ahaziah's downfall came from our Father when he visited Joram. On arriving, he went out with Jehoram against Jehu son of Nimshi, whom our Father had anointed to destroy the house of Ahab. ໂດຍ​ການ​ຢ້ຽມຢາມ​ຂອງ​ອາຮາຊີຢາ​ຕໍ່​ໂຢຣາມ, ພຣະເຈົ້າ​ໄດ້​ນຳ​ເອົາ​ຄວາມຈິບຫາຍ​ມາ​ສູ່​ອາຮາຊີຢາ. ເມື່ອ​ອາຮາຊີຢາ​ມາ​ຮອດ, ເພິ່ນ​ກັບ​ໂຢຣາມ​ກໍ​ອອກ​ໄປ​ພົບ​ເຢຮູ​ລູກຊາຍ​ຂອງ​ນິມຊີ, ເຊິ່ງ​ພຣະເຈົ້າຢາເວ​ໄດ້​ແຕ່ງຕັ້ງ​ລາວ​ໄວ້ ເພື່ອ​ທຳລາຍ​ຄອບຄົວ​ຂອງ​ອາຮາບ.
8 As Jehu carried out judgment on Ahab's house, he found Judah's officials and Ahaziah's nephews who served Ahaziah, and killed them. ໃນຂະນະທີ່​ເຢຮູ​ກໍາລັງ​ມາ​ທໍາລາຍ​ຄອບຄົວ​ຂອງ​ອາຮາບ, ເພິ່ນ​ໄດ້​ພົບ​ກັບ​ບັນດາ​ຂ້າລາຊະການ​ຂອງ​ຢູດາຍ ແລະ ພວກ​ຫລານຊາຍ​ຂອງ​ອາຮາຊີຢາ, ເຊິ່ງ​ພວກເຂົາ​ກໍາລັງ​ເດີນທາງ​ມາ​ພົບ​ອາຮາຊີຢາ, ແລ້ວ​ເຢຮູ​ໄດ້​ຂ້າ​ພວກເຂົາ​ຖິ້ມ​ທັງໝົດ.
9 He searched for Ahaziah, who was captured while hiding in Samaria. They brought him to Jehu and killed him, then buried him, saying, "He is Jehoshaphat's son, who sought our Father with all his heart." So Ahaziah's house had no one strong enough to hold the kingdom. ແລ້ວ​ເຢຮູ​ກໍ​ໄດ້​ອອກ​ໄປ​ຄົ້ນ​ຫາ​ອາຮາຊີຢາ, ຄົນ​ຂອງ​ເຢຮູ​ກໍ​ຈັບ​ອາຮາຊີຢາ​ຂະນະທີ່​ເພິ່ນ​ກໍາລັງ​ລີ້​ຢູ່​ໃນ​ຊາມາເຣຍ. ພວກເຂົາ​ໄດ້​ນຳ​ຕົວ​ເພິ່ນ​ມາ​ຫາ​ເຢຮູ ແລະ ໄດ້​ຂ້າ​ເພິ່ນ​ເສຍ. ພວກເຂົາ​ໄດ້​ຝັງສົບ​ຂອງ​ເພິ່ນ, ເພາະ​ພວກເຂົາ​ໄດ້​ເວົ້າ​ວ່າ, “ເພິ່ນ​ເປັນ​ລູກຊາຍ​ຄົນ​ໜຶ່ງ​ຂອງ​ເຢໂຮຊາຟັດ, ຜູ້​ທີ່​ສະແຫວງ​ຫາ​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ຂອງ​ເພິ່ນ”. ດັ່ງນັ້ນ ບໍ່​ມີ​ຜູ້ໃດ​ໃນ​ຄອບຄົວ​ຂອງ​ອາຮາຊີຢາ​ທີ່​ເຂັ້ມແຂງ​ພໍ​ທີ່ຈະ​ຮັກສາ​ອານາຈັກ​ໄວ້​ໄດ້.
10 When Athaliah, Ahaziah's mother, saw her son was dead, she set out to destroy all the royal offspring of Judah's house. ເມື່ອ​ອາທາລີຢາ​ແມ່​ຂອງ​ອາຮາຊີຢາ​ເຫັນ​ວ່າ​ລູກຊາຍ​ຂອງຕົນ​ຕາຍ​ແລ້ວ, ນາງ​ກໍ​ໄດ້​ທໍາລາຍ​ເຊື້ອສາຍ​ຂອງ​ກະສັດ​ແຫ່ງ​ຢູດາຍ​ທັງໝົດ.
11 But Jehoshabeath the king's daughter took Joash son of Ahaziah, stealing him from among the royal sons about to be killed, and hid him with his nurse in a bedroom. So Jehoshabeath, King Jehoram's daughter, Jehoiada the priest's wife and Ahaziah's sister, hid him from Athaliah, so she did not kill him. ແຕ່​ເຢໂຮເຊບາ ລູກ​ສາວ​ຂອງ​ກະສັດ​ເຢໂຮຣາມ, ນາງ​ໄດ້​ເອົາ​ໂຢອາດ​ລູກຊາຍ​ຄົນ​ໜຶ່ງ​ຂອງ​ອາຮາຊີຢາ ແລະ ໄດ້​ພາ​ລາວ​ໜີ​ໄປ​ຈາກ​ບັນດາ​ເຈົ້າຊາຍ​ທີ່​ກຳລັງ​ຈະ​ຖືກ​ຂ້າ ແລ້ວ​ເອົາ​ລາວ ແລະ ເອື້ອຍລ້ຽງ​ໄປ​ເຊື່ອງ​ໄວ້​ໃນ​ຫ້ອງນອນ. ຍ້ອນ​ນາງ​ເຢໂຮເຊບາ, ລູກສາວ​ຂອງ​ກະສັດ​ເຢໂຮຣາມ ແລະ ເມຍ​ຂອງ​ປະໂລຫິດ​ເຢໂຮຍອາດາ, ເຊິ່ງ​ເປັນ​ນ້ອງສາວ​ຂອງ​ອາຮາຊີຢາ, ນາງ​ໄດ້​ເຊື່ອງ​ເດັກນ້ອຍ​ໄວ້​ໃຫ້​ພົ້ນ​ຈາກ​ນາງ​ອາທາລີຢາ​ເພື່ອ​ບໍ່​ໃຫ້​ນາງ​ຂ້າ​ລາວ​ໄດ້.
12 He stayed hidden with them in the house of our Father six years while Athaliah reigned over the land. ໂຢອາດ​ຍັງ​ເຊື່ອງ​ພວກເຂົາ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າ​ເປັນ​ເວລາ​ຫົກ​ປີ ໃນ​ເວລາ​ທີ່​ນາງ​ອາທາລີຢາ​ໄດ້​ປົກຄອງ​ດິນແດນ​ຢູ່.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]