Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 21 OLCV

Show OLCV only
Verse × ×
1 Jehoshaphat rested with his ancestors, buried with them in the City of David; his son Jehoram reigned instead. ແລ້ວ​ເຢໂຮຊາຟັດ​ກໍ​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ຖືກ​ຝັງ​ໄວ້​ດ້ວຍ​ກັນ​ກັບ​ພວກເຂົາ​ໃນ​ເມືອງ​ດາວິດ ແລະ ເຢໂຮຣາມ​ລູກຊາຍ​ຂອງ​ເພິ່ນ​ກໍ​ກໍ​ໄດ້​ຂຶ້ນ​ປົກຄອງ​ແທນ.
2 Jehoram's brothers, sons of Jehoshaphat: Azariah, Jehiel, Zechariah, Azariah, Michael, Shephatiah. All these were sons of Jehoshaphat king of Israel. ເຢໂຮຣາມ​ລູກຊາຍ​ຂອງ​ເຢໂຮຊາຟັດ​ແຫ່ງ​ຢູດາຍ​ມີ​ນ້ອງຊາຍ​ດັ່ງນີ້: ອາຊາຣີຢາ, ເຢຮີເອນ, ເຊກາຣີຢາ, ອາຊາຣີຢາ, ມີກາເອນ ແລະ ເຊຟາຕີຢາ. ພວກເຂົາ​ທັງໝົດ​ເປັນ​ລູກຊາຍ​ຂອງ​ເຢໂຮຊາຟັດ​ກະສັດ​ແຫ່ງ​ອິດສະຣາເອນ.
3 Their father gave them many gifts—silver, gold, precious things—and fortified cities in Judah, but gave the kingdom to Jehoram, because he was firstborn. ພໍ່​ຂອງ​ພວກເຂົາ​ໄດ້​ມອບ​ຂອງຂັວນ​ເປັນ​ເງິນ, ຄຳ ແລະ ເຄື່ອງໃຊ້​ທີ່​ມີ​ຄ່າ​ໃຫ້​ພວກເຂົາ ແລະ ໃຫ້​ປົກຄອງ​ເມືອງ​ປ້ອມ​ປ້ອງກັນ​ຕ່າງໆ​ໃນ​ຢູດາຍ, ແຕ່​ໄດ້​ມອບ​ອານາຈັກ​ໃຫ້​ແກ່​ເຢໂຮຣາມ​ເພາະ​ລາວ​ເປັນ​ລູກຊາຍ​ກົກ​ຂອງ​ເພິ່ນ.
4 Once Jehoram rose over his father's kingdom, he grew strong and killed all his brothers with the sword, and also some of Israel's officials. ເມື່ອ​ເຢໂຮຣາມ​ໄດ້​ເຮັດ​ໃຫ້​ຕົນ​ເອງ​ໝັ້ນຄົງ​ເໜືອ​ອານາຈັກ​ຂອງ​ພໍ່​ຕົນ​ແລ້ວ, ເພິ່ນ​ກໍ​ຂ້າ​ບັນດາ​ນ້ອງຊາຍ​ທັງໝົດ​ຂອງ​ເພິ່ນ​ພ້ອມທັງ​ບັນດາ​ຂ້າລາຊະການ​ຂອງ​ອິດສະຣາເອນ​ບາງຄົນ.
5 Jehoram was thirty-two years old when he became king, and he reigned eight years in Jerusalem. ເມື່ອ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ, ເພິ່ນ​ມີ​ອາຍຸ​ສາມ​ສິບ​ສອງ​ປີ ແລະ ເພິ່ນ​ໄດ້​ປົກຄອງ​ໃນ​ເຢຣູຊາເລັມ​ເປັນ​ເວລາ​ແປດ​ປີ.
6 He walked in the way of Israel's kings, as Ahab's house had done, for Ahab's daughter was his wife, and he did evil in our Father's eyes. ເພິ່ນ​ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ, ຕາມແບບຢ່າງ​ຄອບຄົວ​ຂອງ​ອາຮາບ​ໄດ້​ເຮັດ, ເພາະ​ເພິ່ນ​ໄດ້​ແຕ່ງງານ​ກັບ​ລູກສາວ​ຄົນ​ໜຶ່ງ​ຂອງ​ອາຮາບ. ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢາເວ.
7 Yet our Father would not destroy the house of David, because of the covenant he made with David, and his promise to give him and his sons a lamp forever. ເຖິງຢ່າງໃດກໍ່ຕາມ, ຍ້ອນ​ຄໍາໝັ້ນສັນຍາ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໄວ້​ກັບ​ດາວິດ, ພຣະເຈົ້າຢາເວ​ບໍ່​ຢາກ​ທຳລາຍ​ຄອບຄົວ​ຂອງ​ດາວິດ. ພຣະອົງ​ໄດ້​ສັນຍາ​ວ່າ​ຈະ​ຮັກສາ​ຕະກຽງ​ດວງ​ໜຶ່ງ​ໄວ້​ສຳລັບ​ເພິ່ນ ແລະ ເຊື້ອສາຍ​ຂອງ​ເພິ່ນ​ຕະຫລອດໄປ.
8 In Jehoram's days Edom rebelled against Judah's rule and set up their own king. ໃນ​ສະໄໝ​ຂອງ​ເຢໂຮຣາມ, ເອໂດມ​ໄດ້​ກະບົດ​ຕໍ່​ຢູດາຍ ແລະ ໄດ້​ຕັ້ງ​ກະສັດ​ຕົນ​ເອງ​ຂຶ້ນ.
9 Jehoram crossed with his commanders and all his chariots. He rose at night and struck the Edomites surrounding him and the chariot commanders. ດັ່ງນັ້ນ ເຢໂຮຣາມ​ພ້ອມທັງ​ນາຍ​ທະຫານ ແລະ ລົດຮົບ​ທັງໝົດ​ຂອງ​ເພິ່ນ​ໄດ້​ໄປ​ທີ່​ເອໂດມ. ຊາວເອໂດມ​ປິດ​ລ້ອມ​ເພິ່ນ ແລະ ຜູ້ບັນຊາການ​ລົດຮົບ​ຂອງ​ເພິ່ນ​ໄວ້, ແຕ່​ເພິ່ນ​ໄດ້​ລຸກຂຶ້ນ ແລະ ຕີ​ຜ່າ​ວົງລ້ອມ​ອອກ​ໄປ​ໃນ​ຕອນ​ກາງຄືນ.
10 Edom rebelled against Judah's rule to this day; Libnah also rebelled then, because he had abandoned our Father, the God of his ancestors. ເອໂດມ​ຈຶ່ງ​ໄດ້​ກະບົດ​ຕໍ່​ຢູດາຍ​ຈົນ​ເຖິງ​ທຸກ​ວັນ​ນີ້. ໃນ​ເວລາ​ນັ້ນ​ເມືອງ​ລິບນາ​ກໍ​ໄດ້​ກະບົດ​ເໝືອນກັນ, ຍ້ອນ​ເຢໂຮຣາມ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ເພິ່ນ.
11 He built high places on Judah's hills, led Jerusalem's people to prostitute themselves, and drew Judah astray. ເພິ່ນ​ຍັງ​ໄດ້​ສ້າງ​ສະຖານ​ບູຊາ​ເທິງ​ທີ່​ສູງ​ເທິງ​ເນີນພູ​ທັງຫລາຍ​ຂອງ​ຢູດາຍ ແລະ ໄດ້​ເປັນ​ເຫດ​ເຮັດ​ໃຫ້​ຊາວ​ເຢຣູຊາເລັມ​ຂາຍ​ໂຕ ແລະ ໄດ້​ເຮັດ​ໃຫ້​ຊາວ​ຢູດາ​ຫລົງ​ທາງ​ໄປ.
12 A letter came to him from Elijah the prophet: Your Father, God of your ancestor David, says: Because you haven't walked in the ways of your father Jehoshaphat, or the ways of Asa king of Judah, ເຢໂຮຣາມ​ໄດ້​ຮັບ​ຈົດໝາຍ​ສະບັບ​ໜຶ່ງ​ຈາກ​ຜູ້ທຳນວາຍ​ເອລີຢາ, ເຊິ່ງ​ໄດ້​ກ່າວ​ວ່າ: “ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ດາວິດ​ພໍ່​ຂອງ​ທ່ານ​ກ່າວ​ດັ່ງນີ້​ວ່າ: ‘ທ່ານ​ບໍ່ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ກະສັດ​ເຢໂຮຊາຟັດ​ບິດາ​ຂອງ​ທ່ານ ຫລື ຂອງ​ກະສັດ​ອາສາ​ແຫ່ງ​ຢູດາຍ.
13 but walked like Israel's kings, led Judah and Jerusalem's people to be unfaithful, as Ahab's house led Israel, and killed your brothers—your father's house—men better than you, ແຕ່​ທ່ານ​ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ ແລະ ທ່ານ​ໄດ້​ນໍາພາ​ຊາວ​ຢູດາ ແລະ ຊາວ​ເຢຣູຊາເລັມ​ຂາຍ​ໂຕ​ເໝືອນດັ່ງ​ຄອບຄົວ​ຂອງ​ອາຮາບ​ທີ່​ໄດ້​ເຮັດ. ທ່ານ​ຍັງ​ໄດ້​ຂ້າ​ບັນດາ​ນ້ອງຊາຍ​ຂອງ​ທ່ານ​ເອງ, ເຊິ່ງ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ທ່ານ​ເອງ, ຜູ້​ທີ່​ດີ​ກວ່າ​ທ່ານ.
14 now your Father will strike your people, children, wives, and all your goods with a great plague. ສະນັ້ນ ບັດນີ້​ພຣະເຈົ້າ​ຢາເວ​ຈະ​ກໍາລັງ​ໂຈມຕີ​ປະຊາຊົນ, ບັນດາ​ລູກຊາຍ, ແລະ ເມຍ​ຂອງ​ທ່ານ ແລະ ທຸກສິ່ງ​ທີ່​ເປັນ​ຂອງ​ທ່ານ​ຢ່າງ​ໜັກໜ່ວງ.
15 You will have a severe intestinal disease, until day by day your intestines come out. ທ່ານ​ເຈົ້າ​ຈະ​ເຈັບປ່ວຍ​ຢ່າງໜັກ​ດ້ວຍ​ໂລກ​ລຳໄສ້​ຊ້ຳ​ເຮື້ອ​ຈົນກວ່າ​ໂລກ​ນີ້​ເຮັດ​ໃຫ້​ລຳໄສ້​ຂອງ​ທ່ານ​ໄຫລ​ອອກ​ມາ’ ”.
16 Our Father stirred up against Jehoram the spirit of the Philistines and Arabs near the Cushites. ພຣະເຈົ້າຢາເວ​ໄດ້​ດົນ​ໃຈ​ຊາວຟີລິດສະຕິນ ແລະ ຊາວ​ອາຣັບ ເຊິ່ງ​ເປັນ​ຜູ້​ທີ່​ອາໄສ​ຢູ່​ໃກ້​ຊາວ​ກູເຊ​ເປັນ​ສັດຕູ​ກັບ​ເຢໂຮຣາມ.
17 They attacked Judah, invaded it, and seized all the goods found in the king's palace, plus his sons and wives, leaving him no son except Jehoahaz, his youngest. ພວກເຂົາ​ເຂົ້າ​ມາ​ໂຈມຕີ, ໄດ້​ຮຸກຮານ​ຢູດາຍ ແລະ ໄດ້​ເອົາ​ເຄື່ອງ​ຂອງ​ທີ່​ມີ​ຄ່າ​ທັງໝົດ​ໃນ​ວັງ​ຂອງ​ກະສັດ​ໄປ, ພ້ອມທັງ​ຈັບ​ບັນດາ​ລູກຊາຍ ແລະ ເມຍ​ຂອງ​ເຢໂຮຣາມ​ໄປ​ດ້ວຍ. ບໍ່​ມີ​ລູກຊາຍ​ເຫລືອ​ຈັກ​ຄົນ​ໃຫ້​ເພິ່ນ​ຍົກເວັ້ນ​ແຕ່​ອາຮາຊີຢາ ລູກຊາຍ​ຫລ້າ​ຂອງ​ເພິ່ນ.
18 After all this, our Father struck him with an incurable disease in his intestines. ຫລັງຈາກ​ເຫດການ​ທັງໝົດ​ນີ້, ພຣະເຈົ້າຢາເວ​ໄດ້​ທໍລະມານ​ເຢໂຮຣາມ​ດ້ວຍ​ໂລກ​ລຳ​ໄສ້​ທີ່​ບໍ່​ສາມາດ​ປິ່ນປົວ​ໄດ້
19 In time, after two years, his intestines came out because of his disease, and he died in agony. His people made no fire for him, as they had for his ancestors. ໃນ​ເວລາ​ນັ້ນ, ຊ່ວງທ້າຍ​ປີ​ທີ​ສອງ, ໄສ້​ຂອງ​ເພິ່ນ​ກໍ​ໄຫລ​ອອກ​ມາຍ້ອນ​ພະຍາດ​ນີ້ ແລະ ເພິ່ນ​ກໍ​ໄດ້ຕາຍ​ໄປ​ດ້ວຍ​ຄວາມ​ເຈັບ​ປວດ​ຢ່າງ​ທໍລະມານ. ປະຊາຊົນ​ຂອງ​ເພິ່ນ​ບໍ່​ໄດ້​ກໍ່​ກອງໄຟ​ໄວ້​ທຸກ​ເພື່ອ​ໃຫ້​ກຽດ​ເພິ່ນ​ເໝືອນດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ແກ່​ບັນພະບຸລຸດ​ຂອງ​ເພິ່ນ.
20 He was thirty-two when crowned king; he reigned eight years in Jerusalem. He died unmourned, buried in the City of David, but not among the kings' tombs. ເຢໂຮຣາມ​ໄດ້​ຂຶ້ນ​ເປັນ​ກະສັດ ເມື່ອ​ເພິ່ນ​ມີ​ອາຍຸ​ສາມ​ສິບ​ສອງ​ປີ ແລະ ໄດ້​ປົກຄອງ​ຢູ່​ໃນ​ເຢຣູຊາເລັມ​ເປັນ​ເວລາ​ແປດ​ປີ. ເພິ່ນ​ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ຜູ້ໃດ​ໂສກເສົ້າ​ເສຍໃຈ​ນຳ​ເພິ່ນ, ແລະ ໄດ້​ຝັງ​ໄວ້​ໃນ​ເມືອງ​ຂອງ​ດາວິດ, ແຕ່​ບໍ່​ໄດ້​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]