Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 20 OLCV

Show OLCV only
Verse × ×
1 Later, Moabites and Ammonites, with some Meunites, came to make war on Jehoshaphat. ຕໍ່ມາ​ຊາວໂມອາບ ແລະ ຊາວອຳໂມນ ແລະ ຊາວເມີນິດ​ບາງຄົນ​ໄດ້​ມາ​ຕໍ່ສູ້​ກັບ​ເຢໂຮຊາຟັດ.
2 Messengers came and reported to Jehoshaphat, "A vast army comes against you from beyond the Dead Sea, from Edom, already at Hazazon-tamar" (En-gedi). ມີ​ບາງຄົນ​ໄດ້​ມາ​ບອກ​ເຢໂຮຊາຟັດ​ວ່າ, “ມີ​ກອງທັບ​ໃຫຍ່​ກຳລັງ​ມາ​ຕໍ່ສູ້​ທ່ານ​ຈາກ​ເອໂດມ, ຈາກ​ທາງ​ຟາກ​ໜຶ່ງ​ອີກ​ຂອງ​ທະເລຕາຍ ແລະ ບັດນີ້ ມາ​ຮອດ​ເມືອງ​ຮາຊາໂຊນຕາມາ​ແລ້ວ (ນັ້ນ​ແມ່ນ ເມືອງ​ເອນເກດີ)”
3 Jehoshaphat was afraid, so he set himself to seek our Father, and proclaimed a fast throughout Judah. ເຢໂຮຊາຟັດ​ໄດ້​ຕື່ນ​ຕົກໃຈ​ຫລາຍ ແລະ ຕັດສິນໃຈ​ສະແຫວງ​ຫາ​ພຣະເຈົ້າ​ຢາເວ. ເພິ່ນ​ໄດ້​ປະກາດ​ໃຫ້​ຖືສິນ​ອົດອາຫານ​ທົ່ວ​ຢູດາຍ.
4 Judah gathered to seek our Father; from every town of Judah they came to seek him. ປະຊາຊົນ​ຢູດາ​ໄດ້​ມາ​ເຕົ້າໂຮມ​ກັນ​ເພື່ອ​ສະແຫວງ​ຫາ​ຄວາມ​ຊ່ວຍເຫລືອ​ຈາກ​ພຣະເຈົ້າ​ຢາເວ; ພວກເຂົາ​ມາ​ຈາກ​ທຸກ​ເມືອງ​ໃນ​ຢູດາຍ​ເພື່ອ​ສະແຫວງ​ຫາ​ພຣະອົງ.
5 Then Jehoshaphat stood up in the assembly of Judah and Jerusalem, in our Father's house, before the new courtyard. ເຢໂຮຊາຟັດ​ໄດ້​ຢືນ​ຂຶ້ນໃນ​ບ່ອນ​ທີ່​ປະຊາຊົນ​ຂອງ​ຢູດາຍ​ມາ​ຊຸມ​ນຸມກັນ ແລະ ປະຊາຊົນ​ຂອງ​ເຢຣູຊາເລັມ​ຢູ່​ທີ່​ເດີ່ນ​ໃໝ່​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ
6 He said: "O our Father, God of our ancestors, are you not our Father in heaven? You rule all kingdoms of nations. Power and might are in your hand; none can stand against you. ແລະ ໄດ້​ອະທິຖານ​ວ່າ: “ຂ້າແດ່​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ, ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ທີ່​ຢູ່​ໃນ​ສະຫວັນ​ບໍ່​ແມ່ນ​ບໍ? ພຣະອົງ​ປົກຄອງ​ເໜືອ​ອານາຈັກ​ຂອງ​ຊົນຊາດ​ທັງໝົດ. ລິດອຳນາດ ແລະ ຄວາມຍິ່ງໃຫຍ່​ກໍ​ຢູ່​ໃນ​ມື​ຂອງ​ພຣະອົງ, ບໍ່​ມີ​ຜູ້ໃດ​ຕໍ່ຕ້ານ​ພຣະອົງ​ໄດ້.
7 Our Father, didn't you drive out this land's people before your people Israel, giving it forever to Abraham your friend's descendants? ຂ້າແດ່​ພຣະເຈົ້າ​ຂອງ​ພວກຂ້ານ້ອຍ, ພຣະອົງ​ໄດ້​ຂັບໄລ່​ປະຊາຊົນ​ທີ່​ອາໄສ​ໃນ​ດິນແດນ​ນີ້​ອອກ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ ແລະ ໄດ້​ມອບ​ດິນແດນ​ໃຫ້​ແກ່​ເຊື້ອສາຍ​ຂອງ​ອັບຣາຮາມ​ມິດສະຫາຍ​ຂອງ​ພຣະອົງ​ຕະຫລອດໄປ​ບໍ່​ແມ່ນ​ບໍ?
8 They have lived in it and have built you a sanctuary in it for your name, saying, ພວກເຮົາ​ໄດ້​ອາໄສ​ຢູ່​ບ່ອນ​ນີ້ ແລະ ໄດ້​ສ້າງ​ສະຖານ​ທີ່​ສັກສິດ​ເພື່ອ​ນາມ​ຂອງ​ພຣະອົງ ແລະ ກ່າວ​ວ່າ,
9 if disaster comes on us—sword of judgment, plague, or famine—we'll stand before this house and before you, for your name is in this house, and cry out to you in our distress, and you'll hear and save. ‘ຖ້າ​ມີ​ໄພພິບັດ​ຕົກ​ໃສ່​ພວກເຈົ້າ, ບໍ່​ວ່າ​ຈະ​ເປັນ​ສົງຄາມ, ໂລກລະບາດ ຫລື ການ​ອຶດຢາກ​ອາຫານ, ພວກ​ຂ້ານ້ອຍ​ຈະ​ຢືນ​ຢູ່​ຕໍ່ໜ້າ​ພຣະອົງ​ຄື ຕໍ່ໜ້າ​ວິຫານ​ທີ່​ມີ​ນາມ​ຂອງ​ພຣະອົງ ແລະ ຈະ​ຮ້ອງ​ຫາ​ພຣະອົງ​ໃນ​ຍາມ​ທຸກ​ລຳບາກ, ແລ້ວ​ພຣະອົງ​ຈະ​ຟັງ ແລະ ຊ່ວຍກູ້​ພວກຂ້ານ້ອຍ​ໃຫ້​ພົ້ນ’.
10 Now: Ammon, Moab, and Mount Seir—you would not let Israel invade them when they came from Egypt; Israel turned away from them and did not destroy them. “ແຕ່​ບັດນີ້ ພວກ​ທີ່​ມາ​ຈາກ​ອຳໂມນ, ໂມອາບ ແລະ ພູເຂົາ​ເສອີ​ໄດ້​ຢູ່​ທີ່​ນີ້​ແລ້ວ, ເຊິ່ງ​ເມື່ອ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ; ພຣະອົງ​ບໍ່​ໄດ້​ອະນຸຍາດ​ໃຫ້​ພວກເຂົາ​ບຸກລຸກ​ດິນແດນ​ນີ້; ດັ່ງນັ້ນ ອິດສະຣາເອນ​ຈຶ່ງ​ໄດ້​ໄປ​ທາງ​ອື່ນ ແລະ ບໍ່​ໄດ້​ທຳລາຍ​ພວກເຂົາ.
11 See how they repay us, coming to drive us from the possession you gave us to inherit. ແຕ່​ບັດນີ້ ເບິ່ງ​ແມ ພວກເຂົາ​ກໍາລັງ​ຕອບແທນ​ພວກເຮົາ​ດ້ວຍ​ການ​ຂັບໄລ່​ພວກຂ້ານ້ອຍ​ອອກ​ໄປ​ຈາກ​ດິນແດນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພວກ​ຂ້ານ້ອຍ​ເປັນ​ມໍລະດົກ.
12 Our Father, won't you judge them? We're powerless against this vast army coming against us; we don't know what to do, but our eyes are on you." ຂ້າແດ່​ພຣະເຈົ້າ​ຂອງ​ພວກຂ້ານ້ອຍ, ພຣະອົງ​ຈະ​ບໍ່​ລົງໂທດ​ພວກເຂົາ​ບໍ? ເພາະ​ພວກຂ້ານ້ອຍ​ບໍ່​ມີ​ກຳລັງ​ພໍ​ທີ່​ຈະ​ປະເຊີນໜ້າ​ກັບ​ກອງທັບ​ໃຫຍ່​ນີ້​ທີ່​ກໍາລັງ​ມາ​ໂຈມຕີ​ພວກຂ້ານ້ອຍ. ພວກຂ້ານ້ອຍ​ບໍ່​ຮູ້​ວ່າ​ຈະ​ເຮັດ​ຢ່າງໃດ, ພວກຂ້ານ້ອຍ​ໄດ້​ແຕ່​ຫວັງ​ເພິ່ງພາ​ພຣະອົງ”.
13 All Judah stood there before our Father, with their little ones, their wives, and their children. ພວກ​ຜູ້ຊາຍ​ຢູດາ​ທັງໝົດ​ພ້ອມທັງ​ເມຍ ແລະ ລູກ ແລະ ລູກນ້ອຍ​ຂອງ​ພວກເຂົາ, ພວກເຂົາ​ກໍ​ພາກັນ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ.
14 Then our Father's Spirit came on Jahaziel son of Zechariah, son of Benaiah, son of Jeiel, son of Mattaniah, a Levite of Asaph's line, amid the assembly. ແລ້ວ​ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ລົງ​ມາ​ເໜືອ​ຢາຮາຊີເອນ​ລູກຊາຍ​ຂອງ​ເຊກາຣີຢາ, ລູກຊາຍ​ຂອງ​ເບນາອີຢາ, ລູກຊາຍ​ຂອງ​ເຢອີເອນ, ລູກຊາຍ​ຂອງ​ມັດຕານີຢາ, ຊາວເລວີ​ຄົນ​ໜຶ່ງ ແລະ ເປັນ​ເຊື້ອສາຍ​ຂອງ​ອາສັບ, ຂະນະນັ້ນ​ຢາຮາຊີເອນ​ໄດ້​ຢືນ​ໃນ​ບ່ອນ​ຊຸມນຸມ.
15 He said: "Listen, all Judah, Jerusalem's residents, and King Jehoshaphat. This is what our Father says to you: Do not fear or be terrified by this vast army—the battle isn't yours but our Father's. ລາວ​ໄດ້​ເວົ້າ​ວ່າ: “ຈົ່ງ​ຟັງ, ຂ້າແດ່​ກະສັດ​ເຢໂຮຊາຟັດ ແລະ ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ຢູດາຍ ແລະ ເຢຣູຊາເລັມ! ພຣະເຈົ້າ​ຢາເວ​ກ່າວ​ກັບ​ພວກທ່ານ​ວ່າ, ‘ຢ່າ​ຢ້ານ ຫລື ຢ່າ​ທໍ້ຖອຍໃຈ​ເລີຍ ຍ້ອນ​ກອງທັບ​ໃຫຍ່​ນີ້. ເພາະ​ການ​ສູ້ຮົບ​ບໍ່​ແມ່ນ​ຂອງ​ພວກທ່ານ, ແຕ່​ເປັນ​ຂອງ​ພຣະເຈົ້າ.
16 Tomorrow go down against them: they're climbing the Ziz ascent; you'll find them at the valley's end, facing the Jeruel wilderness. ມື້ອື່ນ​ຈົ່ງ​ລົງ​ໄປ​ສູ້ຮົບ​ກັບ​ພວກເຂົາ. ພວກເຂົາ​ຈະ​ປີນ​ຂຶ້ນ​ຜ່ານ​ທາງ​ຊ່ອງແຄບ​ຊີຊະ ແລະ ພວກທ່ານ​ຈະ​ພົບ​ພວກເຂົາ​ທີ່​ສົ້ນສຸດ​ຂອງ​ຮ່ອມພູ​ໃນ​ຖິ່ນແຫ້ງແລ້ງ​ກັນດານ​ຂອງ​ເຢຣູເອນ.
17 You won't need to fight this battle. Take your places, stand firm, and watch our Father rescue you, Judah and Jerusalem. Don't fear or lose heart. March out against them tomorrow, for our Father is with you.'" ພວກທ່ານ​ຈະ​ບໍ່​ໄດ້​ຕໍ່ສູ້​ໃນ​ສະໜາມຮົບ​ຄັ້ງ​ນີ້. ພວກທ່ານ​ຈົ່ງ​ເຂົ້າ​ປະຈຳການ​ຢູ່; ຈົ່ງ​ຢືນ​ເບິ່ງ​ການ​ຊ່ວຍ​ກອບກູ້​ທີ່​ພຣະເຈົ້າ​ຢາເວ​ຈະ​ມອບ​ໃຫ້​ແກ່​ພວກທ່ານ, ຢູດາຍ ແລະ ເຢຣູຊາເລັມ. ຢ່າ​ຢ້ານ; ຢ່າ​ທໍ້ຖອຍໃຈ​ເລີຍ; ມື້ອື່ນ​ຈົ່ງ​ອອກ​ໄປ​ປະເຊີນ​ໜ້າ​ກັບ​ພວກເຂົາ, ແລະ ພຣະເຈົ້າຢາເວ​ຈະ​ຢູ່​ກັບ​ພວກທ່ານ’ ”.
18 Jehoshaphat bowed face-down, and all Judah and Jerusalem's people fell in worship before our Father. ເຢໂຮຊາຟັດ​ກໍໄດ້​ກົ້ມກາບ​ລົງ​ພື້ນດິນ, ແລະ ປະຊາຊົນ​ຢູດາ ແລະ ປະຊາຊົນ​ເຢຣູຊາເລັມ​ທັງໝົດ​ໄດ້​ກົ້ມກາບ​ນະມັດສະການ​ຕໍ່ໜ້າ​ພຣະເຈົ້າຢາເວ.
19 Then the Levites from the Kohathites and Korahites stood to praise our Father, Israel's God, with a loud voice raised high. ແລ້ວ​ມີ​ຊາວເລວີ​ບາງຄົນ​ຈາກ​ຕະກຸນ​ໂກຮາດ ແລະ ຈາກ​ຕະກຸນ​ໂກຣາ​ໄດ້​ລຸກຢືນ​ຂຶ້ນ ແລະ ສັນລະເສີນ​ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ດ້ວຍ​ສຽງ​ດັງໆ.
20 At dawn they went out to Tekoa's wilderness. As they went out, Jehoshaphat stood and said, "Hear me, Judah and people of Jerusalem. Trust your Father and you'll stand firm; trust his prophets and you'll succeed." ແຕ່​ເຊົ້າໆ ພວກເຂົາ​ໄດ້​ອອກ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ເຕກົວ. ຂະນະທີ່​ພວກເຂົາ​ຈະ​ເດີນທາງ​ໄປ​ນັ້ນ, ເຢໂຮຊາຟັດ​ໄດ້​ລຸກ​ຢືນ​ຂຶ້ນ ແລະ ໄດ້​ກ່າວ​ວ່າ, “ຈົ່ງຟັງ​ຂ້າພະເຈົ້າ, ຊາວຢູດາ ແລະ ຊາວ​ເຢຣູຊາເລັມ! ຈົ່ງ​ເຊື່ອ​ໃນ​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ພວກເຈົ້າ ແລ້ວ​ພວກເຈົ້າ​ຈະ​ຢືນ​ຢູ່​ໄດ້​ຢ່າງ​ໝັ້ນຄົງ; ຈົ່ງ​ເຊື່ອ​ບັນດາ​ຜູ້ທໍານວາຍ​ຂອງ​ພຣະອົງ ແລ້ວ​ພວກເຈົ້າ​ຈະ​ພົບ​ຄວາມສຳເລັດ”.
21 After consulting the people, Jehoshaphat appointed singers to our Father to praise his holy splendor, marching ahead of the army: "Give thanks to our Father, for his faithful love endures forever." ຫລັງຈາກ​ໄດ້​ປຶກສາ​ຫາລື​ກັບ​ປະຊາຊົນ​ແລ້ວ, ເຢໂຮຊາຟັດ​ກໍ​ໄດ້​ແຕ່ງຕັ້ງ​ຄົນ​ເພື່ອ​ຮ້ອງເພງ​ຖວາຍ​ພຣະເຈົ້າຢາເວ ແລະ ສັນລະເສີນ​ສໍາລັບ​ຄວາມ​ສະຫງ່າງາມ​ອັນ​ບໍລິສຸດ​ຂອງ​ພຣະອົງ​ຂະນະທີ່​ພວກເຂົາ​ຍ່າງ​ນຳ​ໜ້າ​ກອງທັບ​ອອກ​ໄປ​ວ່າ, “ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ, ເພາະ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ກໍ​ດຳລົງ​ຕະຫລອດໄປ​ເປັນ​ນິດ”.
22 As they began to sing and praise, our Father set ambushes against the Ammonites, Moabites, and the people of Mount Seir who were attacking Judah, and they were struck down. ເມື່ອ​ພວກເຂົາ​ເລີ່ມ​ຕົ້ນ​ຮ້ອງເພງ ແລະ ສັນລະເສີນ, ພຣະເຈົ້າ​ຢາເວ​ໄດ້​ດັກ​ຊຸ້ມ​ໂຈມຕີ​ຊາວອຳໂມນ ຊາວ​ໂມອາບ ແລະ ຊາວ​ພູເຂົາ​ເສອີ​ທີ່​ກໍາລັງ​ມາ​ຮຸກຮານ​ຢູດາຍ​ນັ້ນ, ແລ້ວ​ພວກເຂົາ​ກໍ​ໄດ້​ພ່າຍແພ້.
23 Ammon and Moab turned against Mount Seir's people to destroy and annihilate them; once Seir's people were finished, Ammon and Moab turned and slaughtered each other. ຊາວອຳໂມນ ແລະ ຊາວໂມອາບ​ລຸກ​ຂຶ້ນ​ຕໍ່ສູ້​ພວກທະຫານ​ມາ​ຈາກ​ພູເຂົາ​ເສອີ​ໄດ້​ທຳລາຍ ແລະ ກວາດລ້າງ​ພວກເຂົາ​ຈົນ​ໝົດສິ້ນ. ຫລັງຈາກ​ພວກເຂົາ​ໄດ້​ຂ້າ​ພວກ​ທະຫານ​ມາ​ຈາກ​ເສອີ​ແລ້ວ. ພວກເຂົາ​ກໍ​ໄດ້​ຫັນ​ມາ​ທໍາລາຍ​ກັນ​ເອງ.
24 When Judah reached the wilderness lookout and looked toward the vast army, they saw only corpses fallen on the ground—no one had escaped. ເມື່ອ​ທະຫານ​ຢູດາ​ໄດ້​ມາ​ຮອດ​ບ່ອນ​ທີ່​ສາມາດ​ແນມ​ເຫັນ​ຖິ່ນແຫ້ງແລ້ງ​ກັນດານ ແລະ ເບິ່ງ​ເຫັນ​ກອງທັບ​ໃຫຍ່, ພວກເຂົາ​ກໍ​ເຫັນ​ພຽງແຕ່​ສົບ​ຄົນ​ຕາຍ​ກອງ​ກັນ​ຢູ່​ຕາມ​ພື້ນດິນ; ບໍ່​ມີ​ຜູ້ໃດ​ລອດ​ຊີວິດ​ໄປ​ໄດ້​ຈັກຄົນ.
25 Jehoshaphat and his people came to plunder the dead, finding abundant goods, clothing, and valuables—too much to carry, so gathering it took three days. ດັ່ງນັ້ນ ເຢໂຮຊາຟັດ ແລະ ທະຫານ​ຂອງ​ເພິ່ນ​ຈຶ່ງ​ອອກ​ໄປ​ຢຶດ​ເຄື່ອງຂອງ​ຂອງ​ພວກເຂົາ, ແລະ ພວກເຂົາ​ພົບ​ວ່າ​ມີ​ເຄື່ອງມື, ເຄື່ອງນຸ່ງຫົ່ມ ແລະ ຍັງ​ມີ​ເຄື່ອງໃຊ້​ທີ່ມີ​ຄ່າ​ເປັນ​ຈຳນວນ​ຫລວງຫລາຍ. ພວກເຂົາ​ໃຊ້​ເວລາ​ສາມ​ວັນ​ຈຶ່ງ​ຂົນ​ໄປ​ໝົດ.
26 On day four, they gathered at the Valley of Beracah and praised our Father there—so it's named Valley of Beracah to this day. ໃນ​ວັນ​ທີ​ສີ່​ພວກເຂົາ​ໄດ້​ມາ​ໂຮມກັນ​ຢູ່​ທີ່​ຮ່ອມພູ​ເບຣາກາ, ແລະ ພວກເຂົາ​ໄດ້​ສັນລະເສີນ​ພຣະເຈົ້າຢາເວ​ຢູ່​ທີ່​ນັ້ນ. ດ້ວຍ​ເຫດນີ້​ຮ່ອມພູ​ນີ້​ຈຶ່ງ​ໄດ້​ຖືກເອີ້ນ​ວ່າ​ເບຣາກາ​ຈົນ​ເຖິງ​ທຸກ​ວັນ​ນີ້.
27 All the men of Judah and Jerusalem, Jehoshaphat leading, returned there with joy, for our Father gave them joy over their enemies. ຈາກ​ນັ້ນ, ພາຍໃຕ້​ການນໍາພາ​ຂອງ​ເຢໂຮຊາຟັດ ຊາວຢູດາ ແລະ ຊາວເຢຣູຊາເລັມ​ທັງໝົດ​ກໍ​ກັບ​ຄືນ​ມາ​ທີ່​ເຢຣູຊາເລັມ​ດ້ວຍ​ຄວາມ​ຊື່ນຊົມຍິນດີ, ເພາະ​ພຣະເຈົ້າ​ຢາເວ​ໄດ້​ໂຜດ​ໃຫ້​ພວກເຂົາ​ຊື່ນຊົມຍິນດີ​ເໜືອ​ບັນດາ​ສັດຕູ​ຂອງ​ພວກເຂົາ.
28 They entered Jerusalem with harps, lyres, and trumpets, and went to the house of our Father. ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ເຢຣູຊາເລັມ ແລະ ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ດ້ວຍ​ການ​ດີດ​ພິນໃຫຍ່, ພິນນ້ອຍ ແລະ ເປົ່າແກ.
29 Fear of our Father fell on all the surrounding kingdoms when they heard our Father fought Israel's enemies. ອານາຈັກ​ທັງໝົດ​ທີ່​ຢູ່​ອ້ອມຮອບ​ກໍ​ຢ້ານກົວ​ພຣະເຈົ້າ ເມື່ອ​ພວກເຂົາ​ໄດ້​ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ສູ້ຕໍ່​ກັບ​ບັນດາ​ສັດຕູ​ຂອງ​ອິດສະຣາເອນ​ຢ່າງໃດ.
30 So Jehoshaphat's kingdom was at peace, for his Father gave him rest on every side. ແລະ ອານາຈັກ​ຂອງ​ເຢໂຮຊາຟັດ​ຈຶ່ງ​ມີ​ຄວາມສະຫງົບສຸກ, ເພາະ​ພຣະເຈົ້າ​ຂອງ​ເພິ່ນ​ໄດ້​ໃຫ້​ເພິ່ນ​ພັກຜ່ອນ​ຢູ່​ທຸກ​ດ້ານ.
31 Jehoshaphat reigned over Judah, crowned at thirty-five, twenty-five years in Jerusalem; his mother, Azubah daughter of Shilhi. ດັ່ງນັ້ນ ເຢໂຮຊາຟັດ​ໄດ້​ປົກຄອງ​ຢູດາຍ. ເພິ່ນ​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ໄດ້ 35 ປີ ແລະ ເພິ່ນ​ໄດ້​ປົກຄອງ​ໃນ​ເຢຣູຊາເລັມ​ເປັນ​ເວລາ 25 ປີ. ແມ່​ຂອງ​ເພິ່ນ​ຄື​ອາຊູບາ​ລູກສາວ​ຂອງ​ຊິນຮີ.
32 He walked in his father Asa's ways, never turning aside, doing right in our Father's eyes. ເພິ່ນ​ໄດ້​ດຳເນີນ​ຕາມ​ແບບຢ່າງ​ຂອງ​ອາສາ​ຜູ້​ເປັນ​ພໍ່​ຂອງ​ຕົນ ແລະ ບໍ່​ຕະເຫລີດ​ໄປ​ຈາກ​ພວກເຂົາ; ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ.
33 Yet the high places stayed; the people still had not set their hearts on their ancestors' God. ເຖິງຢ່າງໃດກໍຕາມ ເພິ່ນ​ບໍ່​ໄດ້​ທຳລາຍ​ສະຖານ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ ແລະ ບັນດາ​ປະຊາຊົນ​ຍັງ​ບໍ່​ໄດ້​ຕັ້ງໃຈ​ມາ​ຫາ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.
34 Jehoshaphat's other acts, first to last, are in Jehu son of Hanani's records, found in the Book of Kings of Israel. ເຫດການ​ອື່ນ​ໆ​ໃນ​ຊ່ວງ​ການ​ປົກຄອງ​ຂອງ​ເຢໂຮຊາຟັດ​ຕັ້ງແຕ່​ຕົ້ນ​ຈົນ​ຈົບ, ໄດ້​ຖືກ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ຂອງ​ເຢຮູ​ລູກຊາຍ​ຮານານີ, ເຊິ່ງ​ບັນທຶກ​ໃນ​ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.
35 Later Jehoshaphat king of Judah allied with Ahaziah king of Israel, who did evil. ຕໍ່ມາ, ກະສັດ​ເຢໂຮຊາຟັດ​ແຫ່ງ​ຢູດາຍ​ໄດ້​ເຮັດ​ພັນທະມິດ​ກັບ​ກະສັດ​ອາຮາຊີຢາ​ແຫ່ງ​ອິດສະຣາເອນ, ເຊິ່ງ​ເປັນ​ວິຖີ​ທາງ​ທີ່​ຊົ່ວ​ຮ້າຍ​ຫລາຍ.
36 He joined with him to build a fleet of trading ships to go to Tarshish, built at Ezion-geber. ເພິ່ນ ແລະ ກະສັດ​ອາຮາຊີຢາ​ໄດ້​ຕົກລົງ​ເພື່ອ​ສ້າງ​ກອງ​ເຮືອ​ໃນ​ການ​ຄ້າຂາຍ. ຫລັງຈາກ ສິ່ງ​ເຫລົ່ານີ້​ໄດ້​ຖືກ​ສ້າງ​ຂຶ້ນ​ເມືອງ​ເອຊີໂອນເກເບ,
37 Eliezer son of Dodavahu of Mareshah prophesied against Jehoshaphat: "For allying with Ahaziah, our Father broke your work apart." The ships wrecked and couldn't sail to Tarshish. ເອລີເອເຊ​ລູກຊາຍ​ຂອງ​ໂດດາວາ​ຮູ​ແຫ່ງ​ມາເຣຊາ​ໄດ້​ທຳນວາຍ​ຕໍ່ສູ້​ເຢໂຮຊາຟັດ​ວ່າ, “ຍ້ອນ​ທ່ານ​ໄດ້​ເຮັດ​ພັນທະມິດ​ກັບ​ອາຮາຊີຢາ, ພຣະເຈົ້າຢາເວ​ຈະ​ທຳລາຍ​ສິ່ງ​ທີ່​ທ່ານ​ໄດ້​ສ້າງ​ຂຶ້ນ​ມາ​ນັ້ນ”. ແລ້ວ​ກອງ​ເຮືອ​ກໍ​ເພພັງ ແລະ ບໍ່​ສາມາດ​ອອກ​ໄປ​ແລ່ນ​ເພື່ອ​ເຮັດ​ການ​ຄ້າຂາຍ​ໄດ້.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]