Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 19 OLCV

Show OLCV only
Verse × ×
1 Jehoshaphat king of Judah returned safely to his house in Jerusalem. ເມື່ອ​ເຢໂຮຊາຟັດ​ກະສັດ​ແຫ່ງ​ຢູດາຍ​ໄດ້​ກັບ​ຄືນ​ມາ​ສູ່​ວັງ​ຂອງ​ຕົນ​ທີ່​ເຢຣູຊາເລັມ​ຢ່າງ​ປອດໄພ,
2 Jehu son of Hanani the seer met King Jehoshaphat and asked, "Should you help the wicked and love those who hate our Father? For this, wrath from our Father is on you. ຜູ້ທຳນວາຍ​ເຢຮູ ລູກຊາຍ​ຂອງ​ຮານານີ​ໄດ້​ອອກ​ໄປ​ພົບ​ເພິ່ນ ແລະ ແລະ ໄດ້​ເວົ້າ​ກັບ​ກະສັດ​ວ່າ, “ທ່ານ​ຄວນ​ຈະ​ຊ່ວຍ​ຄົນ​ຊົ່ວຊ້າ ແລະ ຮັກ​ບັນດາ​ຄົນ​ທີ່​ກຽດຊັງ​ພຣະເຈົ້າຢາເວ​ບໍ? ເພາະ​ດ້ວຍ​ເຫດ​ນີ້ ແລະ ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ​ຈຶ່ງ​ຕົກ​ໃສ່​ທ່ານ.
3 Still, good is found in you: you cleared the Asherah poles from the land and set your heart to seek our Father." ເຖິງຢ່າງໃດກໍຕາມ, ກໍ​ມີ​ບາງ​ສິ່ງ​ທີ່​ດີ​ງາມ​ໃນ​ທ່ານ​ຢູ່, ເພາະ​ທ່ານ​ໄດ້​ທຳລາຍ​ເສົາ​ເຈົ້າ​ແມ່​ອາເຊຣາ​ອອກ​ຈາກ​ດິນແດນ ແລະ ທ່ານ​ໄດ້​ຕັ້ງໃຈ​ສະແຫວງ​ຫາ​ພຣະເຈົ້າ”.
4 Jehoshaphat lived in Jerusalem, then went out again among the people, from Beersheba to Ephraim's hill country, turning them back to our Father, God of their ancestors. ເຢໂຮຊາຟັດ​ໄດ້​ອາໄສ​ຢູ່​ທີ່​ເຢຣູຊາເລັມ, ແລະ ເພິ່ນ​ໄດ້​ໄປ​ຢ້ຽມຢາມ​ປະຊາຊົນ​ອີກ​ຕັ້ງແຕ່​ເບເອນເຊບາ​ຈົນ​ຮອດ​ເຂດ​ເນີນພູ​ເອຟຣາອິມ ແລະ ໄດ້​ນຳ​ປະຊາຊົນ​ໃຫ້​ຄືນ​ມາ​ຫາ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ.
5 He appointed judges in the land, in all the fortified cities of Judah, city by city. ເພິ່ນ​ໄດ້​ແຕ່ງຕັ້ງ​ພວກ​ຜູ້ຕັດສິນ​ໃນ​ດິນແດນ​ນັ້ນ, ປະຈໍາ​ການ​ຢູ່​ໃນ​ແຕ່ລະ​ເມືອງ​ປ້ອມ​ປ້ອງກັນ​ຂອງ​ຢູດາຍ.
6 He told the judges, "See what you do—you judge not for people but for our Father, and he is with you in every case you decide. ເພິ່ນ​ໄດ້​ບອກ​ພວກເຂົາ​ວ່າ, “ຂໍ​ໃຫ້​ພິຈາລະນາ​ສິ່ງທີ່​ພວກທ່ານ​ໄດ້​ເຮັດ​ຢ່າງ​ລະອຽດ, ເພາະ​ທ່ານ​ບໍ່​ໄດ້​ກໍາລັງ​ຕັດສິນ​ຄວາມ​ເພື່ອ​ມະນຸດ ແຕ່​ເພື່ອ​ພຣະເຈົ້າຢາເວ, ຜູ້​ທີ່​ຢູ່​ກັບ​ພວກທ່ານ​ທຸກຄັ້ງ​ທີ່​ທ່ານ​ໃຫ້​ຄໍາຕັດສິນ.
7 Now let fear of our Father be on you. Watch and act, for with our Father there is no injustice, no favoritism, no bribery." ຈົ່ງ​ຢຳເກງ​ພຣະເຈົ້າ​ຢາເວ​ທີ່​ຢູ່​ເໜືອ​ພວກທ່ານ. ຈົ່ງ​ຕັດສິນ​ຢ່າງ​ລະມັດ​ລະວັງ, ເພາະ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ບໍ່​ມີ​ຄວາມ​ບໍ່​ຍຸຕິທຳ, ບໍ່​ເຂົ້າ​ຂ້າງ​ຝ່າຍໃດ ແລະ ການ​ໃຫ້​ສິນບົນ”.
8 Also in Jerusalem, Jehoshaphat appointed some Levites, priests, and heads of Israel's ancestral families to render the judgment of our Father and to settle disputes; they returned to Jerusalem. ໃນ​ເຢຣູຊາເລັມ​ກໍ​ເໜືອນ​ກັນ, ເຢໂຮຊາຟັດ​ໄດ້​ແຕ່ງຕັ້ງ​ຊາວເລວີ, ບັນດາ​ປະໂລຫິດ, ແລະ ຫົວໜ້າ​ຄອບຄົວ​ຕ່າງໆ​ຂອງ​ຊາວອິດສະຣາເອນ​ບາງຄົນ​ໃຫ້​ປະຕິບັດ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ແລະ ແກ້ໄຂ​ຂໍ້ຂັດແຍ່ງ​ຕ່າງໆ. ແລະ ໃຫ້​ພວກເຂົາ​ໄດ້​ອາໄສ​ໃນ​ເຢຣູຊາເລັມ.
9 He commanded them: "Act this way, in fear of our Father, faithfully and wholeheartedly. ເພິ່ນ​ໄດ້​ສັ່ງ​ພວກເຂົາ​ດັ່ງນີ້: “ພວກທ່ານ​ຈະ​ຕ້ອງ​ຮັບໃຊ້​ຢ່າງ​ສັດຊື່ ແລະ ຄວາມ​ຢຳເກງ​ພຣະເຈົ້າຢາເວ​ດ້ວຍ​ສຸດ​ໃຈ.
10 Whenever your brothers in their cities bring you a dispute—over bloodshed, or over law and commandment, statutes and rulings—warn them, so they don't incur guilt before our Father, bringing wrath on you and your brothers. Do this, and you will not incur guilt. ທຸກ​ຄະດີ​ທີ່​ນໍາ​ມາ​ເຖິງ​ພວກທ່ານ​ຈາກ​ປະຊາຊົນ​ທີ່​ອາໄສ​ໃນ​ເມືອງ​ຕ່າງໆ ບໍ່​ວ່າ​ຈະ​ເປັນ​ຄະດີ​ຂ້າ​ຄົນ ຫລື ຄະດີ​ອື່ນໆ​ກ່ຽວກັບ​ການຝ່າຝືນ​ກົດບັນຍັດ, ຂໍ້ຄຳສັ່ງ, ດຳລັດ​ຕ່າງໆ ຫລື ກົດລະບຽບ​ຕ່າງໆ​ຄື​ພວກທ່ານ​ຈະ​ຕ້ອງ​ຕັກເຕືອນ​ບໍ່​ໃຫ້​ພວກເຂົາ​ເຮັດ​ບາບ​ຕໍ່​ພຣະເຈົ້າ​ຢາເວ. ຖ້າ​ບໍ່​ດັ່ງນັ້ນ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ຈະ​ມາ​ຕົກ​ໃສ່​ພວກທ່ານ ແລະ ປະຊາຊົນ​ຂອງ​ພວກທ່ານ. ຈົ່ງ​ເຮັດ​ເຊັ່ນ​ນີ້, ແລ້ວ​ທ່ານ​ຈະ​ບໍ່​ເຮັດ​ບາບ.
11 Now, Amariah the chief priest oversees you in every matter of our Father; Zebadiah son of Ishmael, leader of Judah's tribe, in every matter of the king. The Levites serve as officials before you. Be strong and act—may our Father be with those who do good." “ມະຫາ​ປະໂລຫິດ​ອາມາຣີຢາ​ຈະ​ມີ​ອຳນາດ​ສູງສຸດ​ເໜືອ​ພວກທ່ານ​ໃນ​ທຸກ​ເລື່ອງ​ທີ່​ກ່ຽວກັບ​ພຣະເຈົ້າຢາເວ, ແລະ ເຊບາດີຢາ​ລູກຊາຍ​ຂອງ​ອິດຊະມາເອນ, ຜູ້ນໍາ​ຂອງ​ເຜົ່າ​ຢູດາ​ຈະ​ມີ​ອຳນາດ​ສູງສຸດ​ເໜືອ​ພວກທ່ານ​ໃນ​ທຸກ​ເລື່ອງ​ກ່ຽວກັບ​ກະສັດ, ແລະ ຊາວເລວີ​ຈະ​ຮັບໃຊ້​ເປັນ​ເຈົ້າໜ້າທີ່​ເຮັດວຽກ​ຕ່າງໆ​ຕໍ່ໜ້າ​ທ່ານ. ຈົ່ງ​ປະຕິບັດ​ວຽກງານ​ດ້ວຍ​ຄວາມກ້າຫານ ແລະ ຂໍ​ໃຫ້​ພຣະເຈົ້າຢາເວ​ຢູ່​ກັບ​ທຸກຄົນ​ທີ່​ເຮັດ​ໜ້າທີ່​ໄດ້​ຢ່າງ​ຖືກຕ້ອງ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]