Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 18 OLCV

Show OLCV only
Verse × ×
1 Now Jehoshaphat had great riches and honor, and he allied himself with Ahab by marriage. ບັດນີ ເຢໂຮຊາຟັດ​ມີ​ຄວາມ​ຮັ່ງມີ ແລະ ມີ​ກຽດ​ຊື່ສຽງ​ຫລາຍ ແລະ ເພິ່ນ​ໄດ້​ເຮັດ​ພັນທະມິດ​ກັບ​ອາຮາບ​ໂດຍ​ການແຕ່ງງານ.
2 Some years later he went down to Ahab in Samaria, where Ahab slaughtered many sheep and oxen for him and for the people who were with him, urging him to attack Ramoth-gilead. ຫລາຍປີ​ຕໍ່ມາ​ເຢໂຮຊາຟັດ​ໄດ້​ລົງ​ໄປ​ພົບ​ອາຮາບ​ທີ່​ເມືອງ​ຊາມາເຣຍ. ອາຮາບ​ໄດ້​ຂ້າ​ແກະ ແລະ ງົວ​ຫລາຍ​ໂຕ​ເພື່ອ​ຕ້ອນ​ຮັບ​ເພິ່ນ ແລະ ຄົນ​ທີ່​ຕິດຕາມ​ເພິ່ນ​ມາ​ນໍາ. ແລະ ເພິ່ນ​ໄດ້​ຊັກຊວນ​ເຢໂຮຊາຟັດ​ໄປ​ໂຈມຕີ​ເມືອງ​ຣາໂມດ​ກີເລອາດ.
3 Ahab king of Israel asked Jehoshaphat king of Judah, "Will you go with me to Ramoth-gilead?" He answered, "I am as you are, my people as yours; we join you in the war." ກະສັດ​ອາຮາບ​ແຫ່ງ​ອິດສະຣາເອນ​ກ່າວ​ຖາມ​ເຢໂຮຊາຟັດ​ແຫ່ງ​ຢູດາຍ​ວ່າ, “ທ່ານ​ຈະ​ໄປ​ຕໍ່ສູ້​ຣາໂມດ ກີເລອາດ​ກັບ​ຂ້າພະເຈົ້າ​ບໍ?” ເຢໂຮຊາຟັດ​ໄດ້​ຕອບ​ວ່າ, “ຂ້າພະເຈົ້າ​ກັບ​ທ່ານ​ກໍ​ເປັນ​ຄົນ​ດຽວ​ກັນ, ແລະ ຄົນ​ຂອງ​ຂ້າພະເຈົ້າ​ກໍ​ເປັນ​ຄົນ​ຂອງ​ທ່ານ; ພວກເຮົາ​ຈະ​ຮ່ວມກັນ​ກັບ​ທ່ານ​ໃນ​ການສູ້ຮົບ”
4 But Jehoshaphat said to the king of Israel, "First seek the word of our Father." ແຕ່​ເຢໂຮຊາຟັດ​ໄດ້​ເວົ້າ​ກັບ​ກະສັດ​ອິດສະຣາເອນ​ອີກ​ວ່າ, “ພວກເຮົາ​ຄວນ​ຖາມ​ພຣະເຈົ້າ​ຢາເວ​ກ່ອນ”.
5 So the king of Israel gathered the prophets, 400 men, and asked them, "Will we go to Ramoth-gilead for battle, or hold back?" They said, "Go up, for God will hand it over to the king." ດັ່ງນັ້ນ ກະສັດ​ແຫ່ງ​ອິດສະຣາເອນ​ຈຶ່ງ​ໄດ້​ເອີ້ນ​ບັນດາ​ຜູ້ທໍານວາຍ​ສີ່​ຮ້ອຍ​ຄົນ​ໃຫ້​ເຕົ້າໂຮມ​ກັນ ແລະ ໄດ້​ຖາມ​ພວກເພິ່ນ​ວ່າ “ພວກເຮົາ​ຄວນ​ຈະ​ໄປ​ເຮັດ​ສົງຄາມ​ກັບ​ຣາໂມດ​ກີເລອາດ​ຫລື​ບໍ່? ຫລື ເຮົາ​ບໍ່​ຄວນ​ຈະ​ໄປ?” ພວກເຂົາ​ໄດ້​ຕອບ​ວ່າ, “ຈົ່ງໄປ​ເຖີດ, ເພາະ​ພຣະເຈົ້າ​ຈະ​ມອບ​ດິນແດນ​ນັ້ນ​ໄວ້​ໃນ​ມື​ຂອງ​ທ່ານ”.
6 But Jehoshaphat said, "Is there not still a prophet of our Father here whom we can consult?" ແຕ່​ເຢໂຮຊາຟັດ​ໄດ້​ຖາມ​ວ່າ, “ບ່ອນ​ນີ້​ບໍ່​ມີ​ຜູ້ທຳນວາຍ​ຂອງ​ພຣະເຈົ້າ​ຢາເວ​ໃຫ້​ຖາມ​ເລີຍ​ບໍ?”
7 Israel's king told Jehoshaphat, "One man remains through whom we can ask our Father, but I hate him—he never prophesies good about me, only bad. He is Micaiah son of Imlah." Jehoshaphat replied, "The king shouldn't say that." ກະສັດ​ອິດສະຣາເອນ​ໄດ້​ຕອບ​ເຢໂຮຊາຟັດ​ວ່າ, “ຍັງ​ມີ​ຢູ່​ຄົນ​ໜຶ່ງ​ທີ່​ພວກເຮົາ​ສາມາດ​ຖາມ​ພຣະເຈົ້າ​ຢາເວ​ຜ່ານ​ທາງ​ລາວ​ໄດ້, ແຕ່​ຂ້າພະເຈົ້າ​ກຽດຊັງ​ລາວ ເພາະ​ລາວ​ບໍ່​ເຄີຍ​ທຳນວາຍ​ເລື່ອງ​ດີ​ກ່ຽວກັບ​ຂ້າພະເຈົ້າ​ເລີຍ, ມີ​ແຕ່​ເລື່ອງ​ຮ້າຍ. ລາວ​ຄື​ມີກາອີຢາ​ລູກຊາຍ​ຂອງ​ອິມລາ”. ເຢໂຮຊາຟັດ​ໄດ້​ຕອບ​ວ່າ, “ທ່ານ​ຢ່າ​ໄດ້​ເວົ້າ​ຢ່າງ​ນັ້ນ​ເລີຍ”.
8 Then the king of Israel summoned an officer and said, "Bring Micaiah son of Imlah quickly." ດັ່ງນັ້ນ ກະສັດ​ອິດສະຣາເອນ​ຈຶ່ງ​ໄດ້​ເອີ້ນ​ຂ້າລາຊະການ​ຂອງ​ຕົນ​ຄົນ​ໜຶ່ງ​ມາ ແລະ ເວົ້າ​ວ່າ, “ຈົ່ງ​ນຳ​ໂຕ​ມີກາອີຢາ​ລູກຊາຍ​ຂອງ​ອິມລາ​ມາ​ດຽວ​ນີ້”.
9 The king of Israel and Jehoshaphat king of Judah sat each on his throne, dressed in robes, on the threshing floor at the entrance of Samaria's gate, with all the prophets prophesying before them. ກະສັດ​ອິດສະຣາເອນ ແລະ ກະສັດ​ເຢໂຮຊາຟັດ​ແຫ່ງ​ຢູດາຍ​ໄດ້​ແຕ່ງ​ກາຍ​ເຕັມ​ຍົດ​ນັ່ງ​ຢູ່​ເທິງ​ບັນລັງ​ຂອງ​ຕົນ​ທີ່​ລານ​ຟາດ​ເຂົ້າ​ໃກ້​ທາງ​ເຂົ້າ​ປະຕູ​ເມືອງ​ຊາມາເຣຍ, ໃນ​ຂະນະ​ທີ່​ກຸ່ມ​ຜູ້ທຳນວາຍ​ກໍ​ກ່າວ​ທຳນວາຍ​ໄປ ຢູ່​ຕໍ່ໜ້າ​ພວກເພິ່ນ.
10 Zedekiah son of Chenaanah made iron horns and said, "God says: 'With these you will gore the Arameans until they are destroyed.'" ຝ່າຍ​ເຊເດກີຢາ​ລູກຊາຍ​ຂອງ​ເຄນາອານາ​ໄດ້​ເຮັດ​ເຂົາ​ເຫລັກ​ຂຶ້ນ​ມາ ແລະ ລາວ​ໄດ້​ປະກາດ​ວ່າ, “ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: ‘ເຈົ້າ​ຈະ​ຂວິດ​ພວກ​ອາຣາມ​ດ້ວຍ​ເຂົາ​ເຫລັກ​ນີ້​ຈົນ​ພວກເຂົາ​ຖືກ​ທຳລາຍ​ໄປ’ ”.
11 All the prophets prophesied the same, saying: "Go up to Ramoth-gilead and win; our Father will hand it to the king." ຜູ້ທຳນວາຍ​ຄົນ​ອື່ນ​ທັງໝົດ​ກໍ​ກຳລັງ​ທຳນວາຍ​ຢ່າງ​ດຽວ​ກັນ. ພວກເຂົາ​ເວົ້າ​ວ່າ, “ຈົ່ງ​ບຸກ​ເຂົ້າ​ໂຈມຕີ​ຣາໂມດ​ກີເລອາດ ແລະ ມີ​ໄຊຊະນະ, ເພາະ​ພຣະເຈົ້າ​ຢາເວ​ຈະ​ມອບ​ເມືອງ​ນັ້ນ​ໄວ້​ໃນ​ມື​ຂອງ​ທ່ານ”.
12 The messenger sent to summon Micaiah told him, "The prophets' words all favor the king. Let yours match theirs—speak favorably." ຄົນ​ທີ່​ໄປ​ນຳ​ມີກາອີຢາ​ມາ​ນັ້ນ​ໄດ້​ເວົ້າ​ກັບ​ລາວ​ວ່າ, “ເບິ່ງ​ແມ, ຜູ້ທຳນວາຍ​ຄົນ​ອື່ນໆ ລ້ວນ​ແຕ່​ທຳນວາຍ​ເປັນ​ສຽງ​ດຽວ​ກັນ​ວ່າ​ກະສັດ​ຈະ​ຊະນະ. ຂໍ​ໃຫ້​ເຈົ້າ​ກ່າວ​ໄປ​ໃນ​ທາງ​ທີ່​ດີ​ເຊັ່ນ​ດຽວ​ກັບ​ພວກເຂົາ”.
13 But Micaiah said, "As surely as our Father lives, I will say only what my Father says." ແຕ່​ມີກາອີຢາ​ໄດ້​ເວົ້າ​ວ່າ, “ພຣະເຈົ້າຢາເວ​ມີ​ຊີວິດ​ຢູ່​ສັນໃດ, ຂ້າພະເຈົ້າ​ຈະ​ບອກ​ເພິ່ນ​ຕາມ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ເວົ້າ​ສັນນັ້ນ”.
14 When he came, the king said, "Micaiah, will we go to battle at Ramoth-gilead, or will I hold back?" He said, "Go up and win; they'll be handed to you." ເມື່ອ​ລາວ​ມາ​ຮອດ, ກະສັດ​ໄດ້​ຖາມ​ລາວ​ວ່າ, “ມີກາອີຢາ​ເອີຍ, ພວກເຮົາ​ຄວນ​ຈະ​ໄປ​ເຮັດ​ສົງຄາມ​ຕໍ່ສູ້​ກັບ​ຣາໂມດ​ກີເລອາດ ຫລື ພວກເຮົາ​ບໍ່​ຄວນ​ໄປ?” ລາວ​ໄດ້​ຕອບ​ວ່າ “ຈົ່ງ​ບຸກ​ໂຈມຕີ ແລະ ຈະ​ມີ​ໄຊຊະນະ ເພາະ​ພວກເຂົາ​ຈະ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ທ່ານ”.
15 But the king said to him, "How many times must I make you swear to tell me only the truth in the name of our Father?" ກະສັດ​ໄດ້​ກ່າວ​ກັບ​ລາວ​ວ່າ, “ເຮົາ​ຈະ​ຕ້ອງ​ໃຫ້​ເຈົ້າ​ສາບານ​ຈັກ​ເທື່ອ​ວ່າ ຈະ​ບໍ່​ບອກ​ສິ່ງ​ໃດ​ຕໍ່​ເຮົາ ແຕ່​ຈົ່ງ​ບອກ​ຄວາມຈິງ​ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວ?”
16 Micaiah said, "I saw all Israel scattered on the mountains, like sheep without a shepherd. And our Father said, 'They have no master; let each return home in peace.'" ແລ້ວ​ມີກາອີຢາ​ຕອບ​ວ່າ, “ຂ້າພະເຈົ້າ​ເຫັນ​ອິດສະຣາເອນ​ທັງໝົດ​ກະຈັດກະຈາຍ​ໄປ​ຕາມ​ເນີນພູ​ຕ່າງໆ​ເໝືອນດັ່ງ​ແກະ​ທີ່​ບໍ່​ມີ​ຜູ້ລ້ຽງ ແລະ ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ ‘ຄົນ​ເຫລົ່ານີ້​ບໍ່​ມີ​ນາຍ. ຈົ່ງ​ໃຫ້​ທຸກຄົນ​ກັບ​ເມືອ​ເຮືອນ​ຢ່າງ​ສັນຕິ​ເຖີດ’ ”.
17 Israel's king said to Jehoshaphat, "Didn't I tell you he'd prophesy nothing good about me, only evil?" ກະສັດ​ອິດສະຣາເອນ​ໄດ້​ກ່າວ​ກັບ​ເຢໂຮຊາຟັດ​ວ່າ “ຂ້າພະເຈົ້າ​ບອກ​ທ່ານ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ ລາວ​ບໍ່​ເຄີຍ​ທຳນວາຍ​ເລື່ອງ​ດີໆ​ກ່ຽວກັບ​ຂ້າພະເຈົ້າ​ເລີຍ, ມີ​ແຕ່​ເລື່ອງ​ບໍ່​ດີ​ເທົ່າ​ນັ້ນ?”
18 Micaiah said, "Then hear the word of our Father: I saw our Father seated on his throne, all heaven's armies standing at his right and left. ມີກາອີຢາ​ເວົ້າ​ຕໍ່ໄປ​ວ່າ, “ເຫດສະນັ້ນ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ: ຂ້າພະເຈົ້າ​ເຫັນ​ພຣະເຈົ້າຢາເວ​ນັ່ງ​ຢູ່​ເທິງ​ບັນລັງ​ຂອງ​ພຣະອົງ​ພ້ອມທັງ​ມີ​ຝູງ​ເທວະດາ​ທັງໝົດ​ກໍ​ກຳລັງ​ຢືນ​ຢູ່​ທີ່​ຂ້າງ​ຂວາ ແລະ ຂ້າງ​ຊ້າຍ​ຂອງ​ພຣະອົງ.
19 And our Father said, 'Who will entice Ahab king of Israel to go up and fall at Ramoth-gilead?' One said this, another that. ແລ້ວ​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, ‘ຜູ້ໃດ​ຈະ​ຫລອກຫລວງ​ອາຮາບ​ກະສັດ​ແຫ່ງ​ອິດສະຣາເອນ​ໃຫ້​ເຂົ້າໄປ​ໂຈມຕີ​ຣາໂມດ​ກີເລອາດ ແລະ ເພິ່ນ​ກໍ​ຈະ​ໄປ​ຕາຍ​ຢູ່​ທີ່​ນັ້ນ?’ “ເທວະດາ​ຕົນ​ໜຶ່ງ​ເວົ້າ​ຢ່າງ​ນີ້, ແລະ ອີກ​ຕົນ​ໜຶ່ງ​ກໍ​ເວົ້າ​ຢ່າງ​ອື່ນ.
20 A spirit came forward, stood before our Father, and said, 'I will entice him.' And our Father asked him, 'How?' ໃນທີ່ສຸດ, ກໍ​ມີ​ວິນຍານ​ດວງ​ໜຶ່ງ​ກ້າວ​ອອກ​ໄປ​ທາງ​ໜ້າ, ຢືນຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ ໄດ້​ເວົ້າ​ວ່າ, ‘ຂ້ານ້ອຍ​ຈະ​ໄປ​ຫລອກຫລວງ​ລາວ’. “ພຣະເຈົ້າຢາເວ​ໄດ້​ຖາມ​ວ່າ ‘ເຮັດ​ແນວໃດ?’
21 He said, 'I will go out and be a lying spirit in the mouth of all his prophets.' Then our Father said, 'You will lure him and also prevail. Go out and do so.' “ລາວ​ໄດ້​ຕອບ​ວ່າ ‘ຂ້ານ້ອຍ​ຈະ​ໄປ​ເປັນ​ວິນຍານ​ຫລອກຫລວງ​ໃນ​ປາກ​ຂອງ​ບັນດາ​ຜູ້ທໍານວາຍ​ທຸກຄົນ​ຂອງ​ເພິ່ນ’. “ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ ‘ຈົ່ງ​ໄປ​ເຮັດ​ຢ່າງ​ນັ້ນ, ເຈົ້າ​ຈະ​ຫລອກຫລວງ​ລາວ​ໄດ້​ສຳເລັດ’.
22 So now, our Father has put a lying spirit in the mouth of these prophets of yours, and our Father has declared disaster against you." “ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ໃສ່​ວິນຍານ​ຫລອກຫລວງ​ໃນ​ປາກ​ຂອງ​ບັນດາ​ຜູ້ທໍານວາຍ​ເຫລົ່ານີ້​ຂອງ​ເພິ່ນ. ພຣະເຈົ້າຢາເວ​ມີ​ດຳລັດ​ໃຫ້​ທ່ານ​ປະສົບ​ໄພພິບັດ​ແລ້ວ”.
23 Then Zedekiah son of Chenaanah came up, struck Micaiah on the cheek, and said, "Which way did the Spirit of God go from me to speak to you?" ແລ້ວ​ເຊເດກີຢາ​ລູກຊາຍ​ຂອງ​ເຄນາອານາ​ຈຶ່ງ​ເຂົ້າ​ມາ​ຕົບ​ໜ້າ​ມີກາອີຢາ ແລະ ຖາມ​ວ່າ “ພຣະວິນຍານ​ຈາກ​ພຣະເຈົ້າຢາເວ​ອອກ​ຈາກ​ຂ້ອຍ​ໄປ​ເວົ້າ​ກັບ​ເຈົ້າ​ໄດ້​ຢ່າງໃດ?”
24 Micaiah said, "You'll see it that day when you go into an inner room to hide." ມີກາອີຢາ​ໄດ້​ຕອບ​ວ່າ “ເຈົ້າ​ຈະ​ຮູ້​ໃນ​ມື້​ທີ​ເຈົ້າ​ໄປ​ລີ້​ຢູ່​ໃນ​ຫ້ອງ​ຊັ້ນ​ໃນ”.
25 The king of Israel said, "Take Micaiah back to Amon the city governor and to Joash the king's son, ແລ້ວ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ສັ່ງ​ວ່າ, “ຈົ່ງ​ຈັບ​ມີກາອີຢາ ແລະ ສົ່ງ​ລາວ​ໄປ​ຫາ​ອາໂມນ​ຜູ້ປົກຄອງ​ເມືອງ ແລະ ໄປ​ຫາ​ໂຢອາດ​ລູກຊາຍ​ຂອງ​ເຮົາ,
26 and say, 'The king says: Put this man in prison on meager rations of bread and water until I return safely.'" ແລະ ບອກ​ວ່າ ‘ກະສັດ​ກ່າວ​ດັ່ງນີ້​ວ່າ: ຈົ່ງ​ຂັງ​ຊາຍ​ຜູ້​ນີ້​ໄວ້​ໃນ​ຄຸກ ແລະ ຢ່າ​ເອົາ​ຫຍັງ​ໃຫ້​ລາວ ນອກຈາກ​ເຂົ້າຈີ່​ກັບ​ນ້ຳ​ຈົນ​ກວ່າ​ເຮົາ​ຈະ​ກັບ​ມາ​ຢ່າງ​ປອດໄພ’ ”.
27 Micaiah said, "If you ever return safely, our Father has not spoken through me." Then he said, "Listen, all you people!" ມີກາອີຢາ​ກໍ​ປະກາດ​ວ່າ, “ຖ້າ​ທ່ານ​ກັບ​ຄືນ​ມາ​ຢ່າງ​ປອດໄພ, ພຣະເຈົ້າ​ຢາເວ​ບໍ່​ໄດ້​ກ່າວ​ຜ່ານ​ທາງ​ຂ້ານ້ອຍ” ແລ້ວ​ລາວ​ກໍ​ເວົ້າ​ຕື່ມ​ອີກ​ວ່າ, “ທຸກຄົນ​ຈົ່ງ​ຈື່​ຄຳເວົ້າ​ຂອງ​ຂ້ານ້ອຍ​ໄວ້!”
28 So the king of Israel and Jehoshaphat king of Judah went up to Ramoth-gilead. ດັ່ງນີ້ ກະສັດ​ແຫ່ງ​ອິດສະຣາເອນ ແລະ ເຢໂຮຊາຟັດ​ກະສັດ​ແຫ່ງ​ຢູດາຍ​ຈຶ່ງ​ໄດ້​ໄປ​ທີ່​ຣາໂມດ​ກີເລອາດ.
29 The king of Israel said to Jehoshaphat, "I will disguise myself and go into battle, but you wear your robes." So the king of Israel disguised himself, and they went into battle. ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ເວົ້າ​ກັບ​ເຢໂຮຊາຟັດ​ວ່າ “ຂ້າພະເຈົ້າ​ຈະ​ປອມຕົວ​ອອກ​ໄປ​ສູ້ຮົບ ແຕ່​ໃຫ້​ທ່ານ​ນຸ່ງ​ເຄື່ອງ​ກະສັດ​ຂອງ​ທ່ານ”. ສະນັ້ນ ກະສັດ​ແຫ່ງ​ອິດສະຣາເອນ​ກໍ​ໄດ້​ປອມ​ຕົວ ແລະ ໄດ້​ເຂົ້າ​ໄປ​ໃນ​ສະໜາມຮົບ.
30 The king of Aram had ordered his chariot captains, "Fight no one, small or great, but only the king of Israel." ຝ່າຍ​ກະສັດ​ອາຣາມ​ໄດ້​ສັ່ງ​ຜູ້ບັນຊາການ​ລົດມ້າ​ຮົບ​ຂອງ​ເພິ່ນ​ວ່າ “ຢ່າ​ຕໍ່ສູ້​ກັບ​ຜູ້ໃດ, ບໍ່​ວ່າ​ຜູ້ໃຫຍ່ ຫລື ຜູ້​ນ້ອຍ, ແຕ່​ຈົ່ງ​ຕໍ່ສູ້​ກັບ​ກະສັດ​ອິດສະຣາເອນ​ຜູ້​ດຽວ​ເທົ່ານັ້ນ”.
31 When the chariot captains saw Jehoshaphat, they said, "That is Israel's king," and turned to fight him. But Jehoshaphat cried out, and our Father helped him, drawing them away from him. ເມື່ອ​ຜູ້ບັນຊາການ​ລົດມ້າ​ຮົບ​ເຫລົ່ານັ້ນ​ເຫັນ​ເຢໂຮຊາຟັດ, ພວກເຂົາ​ກໍ​ຄິດ​ວ່າ “ນີ້​ເປັນ​ກະສັດ​ອິດສະຣາເອນ”. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຫັນ​ມາ​ໂຈມຕີ​ເພິ່ນ, ແຕ່​ເຢໂຮຊາຟັດ​ຮ້ອງຂໍ ແລ້ວ​ພຣະເຈົ້າຢາເວ​ກໍ​ຊ່ວຍ​ເພິ່ນ. ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຂົາ​ຖອຍ​ຫ່າງ​ອອກ​ໄປ​ຈາກ​ເພິ່ນ.
32 When the chariot captains saw he was not Israel's king, they stopped chasing him. ເມື່ອ​ຜູ້ບັນຊາການ​ລົດຮົບ​ໄດ້​ເຫັນ​ວ່າ ເພິ່ນ​ບໍ່​ແມ່ນ​ກະສັດ​ແຫ່ງ​ອິດສະຣາເອນ; ພວກເຂົາ​ຈຶ່ງ​ຢຸດ​ໄລ່​ໂຈມຕີ​ເພິ່ນ.
33 A man drew his bow at random and struck the king of Israel between the joints of his armor. He told his chariot driver, "Turn around and get me out of the fighting; I'm wounded." ແຕ່​ມີ​ຄົນ​ໜຶ່ງ​ໄດ້​ຍິງ​ລູກທະນູ​ຂອງ​ຕົນ​ສຸມ​ໄປ ແລະ ຖືກ​ກະສັດ​ອິດສະຣາເອນ​ທີ່​ບ່ອນ​ຮອຍ​ຕໍ່​ຂອງ​ເສື້ອ​ເກາະ. ກະສັດ​ຈຶ່ງ​ບອກ​ຜູ້​ຂັບ​ລົດມ້າ​ຮົບ​ຂອງ​ເພິ່ນ​ວ່າ, “ຈົ່ງ​ຂັບ​ລົດມ້າ​ຮົບ​ກັບ​ຄືນ ແລະ ເອົາ​ເຮົາ​ອອກ​ໄປ​ຈາກ​ສະໜາມຮົບ​ນີ້. ເຮົາ​ບາດ​ເຈັບ​ແລ້ວ”.
34 The battle raged that day. Israel's king was held up in his chariot facing the Arameans until evening, then died at sunset. ການ​ສູ້ຮົບ​ໄດ້​ດຳເນີນ​ໄປ​ຢ່າງ​ດຸເດືອດ​ຕະຫລອດ​ທັງ​ວັນ ແລະ ກະສັດ​ອິດສະຣາເອນ​ໄດ້​ຖືກ​ປະຄອງ​ຕົວ​ຂຶ້ນ​ໄວ້​ໃນ​ລົດມ້າ​ຮົບ​ໃຫ້​ປະເຊີນ​ໜ້າ​ກັບ​ຊາວ​ອາຣາມ​ຈົນ​ເຖິງ​ຕອນແລງ. ເມື່ອ​ຕາເວັນຕົກ​ດິນ​ເພິ່ນ​ກໍ​ສິ້ນໃຈ​ຕາຍ​ໄປ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]