Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 17 OLCV

Show OLCV only
Verse × ×
1 His son Jehoshaphat became king in his place and strengthened himself against Israel. ເຢໂຮຊາຟັດ​ລູກຊາຍ​ຂອງ​ເພິ່ນ​ຂຶ້ນ​ເປັນ​ກະສັດ​ແທນ​ອາສາ​ພໍ່​ຂອງ​ຕົນ ແລະ ໄດ້​ເຮັດ​ຂອງ​ຕົນ​ໃຫ້​ເຂັ້ມແຂງ​ຂຶ້ນ​ເພື່ອ​ຕໍ່ສູ້​ອິດສະຣາເອນ.
2 He stationed troops in all Judah's fortified cities and garrisons in the land of Judah and in the cities of Ephraim that his father Asa had captured. ເພິ່ນ​ໄດ້​ວາງ​ກອງທະຫານ​ປະຈຳ​ການ​ໄວ້​ຕາມ​ປ້ອມ​ປ້ອງກັນ​ທຸກ​ເມືອງ​ຂອງ​ຢູດາຍ ແລະ ໃນ​ເມືອງ​ຕ່າງໆ​ຂອງ​ເຜົ່າ​ເອຟຣາອິມ​ທີ່​ອາສາ​ພໍ່​ຂອງ​ເພິ່ນ​ຢຶດ​ໄດ້.
3 Our Father was with Jehoshaphat, for he walked his father David's earlier ways, not seeking the Baals. ພຣະເຈົ້າຢາເວ​ຢູ່ກັບ​ເຢໂຮຊາຟັດ ເພາະ​ເພິ່ນ​ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ເພິ່ນ​ຕໍ່ໜ້າ​ພຣະອົງ. ເພິ່ນ​ບໍ່​ໄດ້​ປຶກສາ​ພະບາອານ
4 Instead, he sought the Father his father served, obeyed his commandments, and not the practices of Israel. ແຕ່​ສະແຫວງ​ຫາ​ພຣະເຈົ້າຢາເວ​ຂອງ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ປະຕິບັດ​ຕາມ​ຂໍ້​ຄໍາສັ່ງ​ຂອງ​ພຣະອົງ​ຫລາຍ​ກວ່າ​ປະຕິບັດ​ຕາມ​ອິດສະຣາເອນ​ທີ່​ໄດ້​ເຮັດ.
5 So our Father secured the kingdom in his hand; all Judah brought gifts to Jehoshaphat, and he had great wealth and honor. ພຣະເຈົ້າຢາເວ​ໄດ້​ສະຖາປະນາ​ອານາຈັກ​ຂຶ້ນ​ພາຍໃຕ້​ການ​ຄວບຄຸມ​ຂອງ​ເພິ່ນ; ແລະ ຊາວ​ຢູດາ​ທັງໝົດ​ກໍ​ໄດ້​ນຳ​ຂອງຂັວນ​ມາ​ໃຫ້​ເຢໂຮຊາຟັດ, ສະນັ້ນ ເພິ່ນ​ຈຶ່ງ​ຮັ່ງມີ ແລະ ມີ​ກຽດ​ຊື່ສຽງ​ຫລາຍ.
6 His heart was devoted to our Father's ways; he removed the high places and Asherah poles from Judah. ຈິດໃຈ​ຂອງ​ເພິ່ນ​ໄດ້​ທຸ້ມເທ​ໃນ​ວິຖີ​ທາງ​ຂອງ​ພຣະເຈົ້າ​ຢາເວ; ຍິ່ງ​ໄປ​ກວ່າ​ນັ້ນ, ເພິ່ນ​ໄດ້​ທໍາລາຍ​ສະຖານທີ່​ບູຊາ​ທີ່​ສູງ​ຕ່າງໆ ແລະ ເສົາ​ເຈົ້າ​ແມ່​ອາເຊຣາ​ອອກ​ຈາກ​ຢູດາຍ​ດ້ວຍ.
7 In his reign's third year he sent his officials Ben-hail, Obadiah, Zechariah, Nethanel, and Micaiah to teach in Judah's cities, ໃນ​ປີ​ທີ​ສາມ​ຂອງ​ການປົກຄອງ​ຂອງ​ເຢໂຮຊາຟັດ ເພິ່ນ​ໄດ້​ສົ່ງ​ບັນດາ​ເຈົ້າໜ້າທີ່​ຄື: ເບັນຮາຍ, ໂອບາດີຢາ, ເຊກາຣີຢາ, ເນທາເນນ ແລະ ມີກາອີຢາ​ໄປ​ສັ່ງສອນ​ໃນ​ເມືອງ​ຕ່າງໆ​ໃນ​ຢູດາຍ.
8 and the Levites with them: Shemaiah, Nethaniah, Zebadiah, Asahel, Shemiramoth, Jehonathan, Adonijah, Tobijah, Tob-adonijah; and with them the priests Elishama, Jehoram. ພ້ອມທັງ​ມີ​ຊາວເລວີ​ໄປ​ພວກເຂົາ​ຄື: ເຊມາອີຢາ, ເນທານີຢາ, ເຊບາດີຢາ, ອາສາເຮນ, ເຊມີຣາໂມດ, ເຢໂຮຮານານ, ອາໂດນີຢາ, ໂຕບີຢາ ແລະ ໂຕບາໂດນີຢາ ແລະ ປະໂລຫິດ​ເອລີຊາມາ ແລະ ເຢໂຮຣາມ.
9 They taught throughout Judah, carrying the Book of our Father's Instruction, going to all Judah's cities, teaching the people. ພວກເຂົາ​ໄດ້​ສັ່ງສອນ​ທົ່ວ​ຢູດາຍ​ໂດຍ​ນຳ​ໜັງສື​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ໄປ​ນໍາ​ດ້ວຍ, ພວກເຂົາ​ໄປ​ທຸກ​ເມືອງ​ຂອງ​ຢູດາຍ​ເພື່ອ​ສັ່ງສອນ​ປະຊາຊົນ.
10 The dread of our Father fell on all the kingdoms around Judah, so they made no war on Jehoshaphat. ທຸກ​ອານາຈັກ​ທີ່​ຢູ່​ອ້ອມ​ດິນແດນ​ຂອງ​ຢູດາຍ​ຕ່າງ​ກໍ​ຢ້ານກົວ​ພຣະເຈົ້າ​ຢາເວ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ກ້າ​ເຮັດ​ສົງຄາມ​ຕໍ່ສູ້​ເຢໂຮຊາຟັດ.
11 Some Philistines brought Jehoshaphat gifts and silver tribute; the Arabs brought flocks: 7,700 rams, 7,700 male goats. ຊາວ​ຟີລິດສະຕິນ​ບາງຄົນ​ໄດ້​ນຳ​ເອົາ​ຂອງຂັວນ ແລະ ເງິນ​ມາ​ຖວາຍ​ເປັນ​ເຄື່ອງບັນນາການ​ແກ່​ເຢໂຮຊາຟັດ ແລະ ຊາວ​ອາຣັບ​ໄດ້​ນໍາເອົາ​ແກະ​ຈຳນວນ​ເຈັດ​ພັນ​ເຈັດ​ຮ້ອຍ​ໂຕ ແລະ ແບ້​ຈຳນວນ​ເຈັດ​ພັນ​ເຈັດ​ຮ້ອຍ​ໂຕ​ມາ​ມອບ​ໃຫ້​ເພິ່ນ.
12 Jehoshaphat grew more and more powerful, and he built fortresses and storage cities in Judah. ເຢໂຮຊາຟັດ​ມີ​ອຳນາດ​ຫລາຍ​ຍິ່ງ​ຂຶ້ນ; ເພິ່ນ​ໄດ້​ສ້າງ​ປ້ອມປ້ອງ​ກັນ ແລະ ຄັງ​ຕາມ​ເມືອງ​ຕ່າງໆ​ໃນ​ຢູດາຍ.
13 He had large supplies in the cities of Judah, and mighty warriors in Jerusalem. ແລະ ມີ​ສະບຽງ​ອາຫານ​ຢ່າງ​ຫລວງຫລາຍ​ໄວ້​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ. ເພິ່ນ​ຍັງ​ມີ​ທະຫານ​ທີ່​ມີ​ປະສົບການ​ປະຈຳ​ການ​ຢູ່​ໃນ​ເຢຣູຊາເລັມ.
14 Their enrollment by ancestral house: from Judah, commanders of thousands—Adnah the commander, with him 300,000 mighty warriors; ເຊິ່ງ​ຈັດ​ຕາມ​ຕະກຸນ​ຂອງ​ພວກເຂົາ​ມີ​ດັ່ງນີ້: ຈາກ​ຕະກຸນ​ຢູດາ​ມີ​ຜູ້ຊາບັນ​ການ​ກອງ 1.000 ພັນ​ມີ: ອາດນາ​ເປັນ​ຜູ້ບັນຊາການ​ທະຫານ 300.000 ຄົນ;
15 next to him was Jehohanan the commander, and with him 280,000; ຕໍ່ມາແມ່ນ​ເຢໂຮຮານານ​ເປັນ​ຜູ້ບັນຊາການ​ທະຫານ 280.000 ຄົນ;
16 next Amasiah son of Zichri, who volunteered for our Father, with him 200,000 mighty warriors. ຕໍ່ມາ​ແມ່ນ​ອາມາສີຢາ​ລູກຊາຍ​ຂອງ​ຊີກະຣີ​ເປັນ​ອາສາ​ສະໝັກ​ຮັບໃຊ້​ພຣະເຈົ້າຢາເວ​ມີ​ທະຫານ 200.000 ຄົນ.
17 From Benjamin: Eliada, a mighty warrior, and with him 200,000 armed with bow and shield; ຈາກ​ຕະກຸນ​ເບັນຢາມິນ​ມີ​ດັ່ງນີ້: ເອລີອາດາ​ເປັນ​ທະຫານ​ກ້າຫານ​ມີ​ທະຫານ​ຖື​ອາວຸດ 200.000 ຄົນ ເພ້ອມທັງ​ນັກທະນູ ແລະ ທະຫານ​ຖື​ໂລ່;
18 next to him Jehozabad, and with him 180,000 equipped for war. ຕໍ່ມາ​ແມ່ນ​ເຢໂຮຊາບັດ​ມີ​ທະຫານ​ຖື​ອາວຸດ 180.000 ຄົນ​ທີ່​ພ້ອມ​ອອກ​ໄປ​ສູ້ຮົບ.
19 These men served the king, besides those he stationed in the fortified cities throughout Judah. ທະຫານ​ເຫລົ່ານີ້​ເປັນ​ທະຫານ​ທີ່​ຮັບໃຊ້​ກະສັດ, ນອກຈາກ​ນີ້ ເພິ່ນ​ໄດ້​ໃຫ້​ພວກເຂົາ​ປະຈຳການ​ຢູ່​ໃນ​ເມືອງ​ປ້ອມ​ປ້ອງກັນ​ຕ່າງໆ​ທົ່ວ​ຢູດາຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]