Skip to content
The Believer's Library

Biblica® Open Lao Contemporary Version

2 Chronicles 16 OLCV

Show OLCV only
Verse × ×
1 In Asa's thirty-sixth year, Baasha king of Israel invaded Judah, fortifying Ramah to keep anyone from leaving or entering Asa king of Judah's territory. ໃນ​ປີ​ທີ​ສາມ​ສິບ​ຫົກ​ຂອງ​ການປົກຄອງ​ຂອງ​ອາສາ, ກະສັດ​ບາອາຊາ​ແຫ່ງ​ອິດສະຣາເອນ​ໄດ້​ມາ​ຕໍ່ສູ້​ຢູດາຍ ແລະ ໄດ້​ສ້າງ​ປ້ອມ​ປ້ອງກັນ​ທີ່​ເມືອງ​ຣາມາ​ເພື່ອ​ປ້ອງກັນ​ບໍ່​ຜູ້ໃດ​ໜີ​ໄປ ຫລື ເຂົ້າ​ໄປ​ໃນ​ເຂດແດນ​ຂອງ​ກະສັດ​ອາສາ​ແຫ່ງ​ຢູດາຍ.
2 Asa took silver and gold from the storerooms of our Father's house and the royal house, and sent them to Ben-Hadad king of Aram, living in Damascus, with this message: ແລ້ວ​ອາຊາ​ໄດ້​ນຳ​ເງິນ ແລະ ຄຳ​ອອກ​ມາ​ຈາກ​ຄັງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ ແລະ ຈາກ​ວັງ​ຂອງ​ເພິ່ນ​ເອງ ແລະ ສົ່ງ​ໄປ​ໃຫ້​ກະສັດ​ເບັນຮາດາດ​ແຫ່ງ​ອາຣາມ, ຜູ້​ທີ່​ປົກຄອງ​ຢູ່​ທີ່​ເມືອງ​ດາມັສກັດ. ເພິ່ນ​ໄດ້​ກ່າວ​ວ່າ,
3 "Let there be a treaty between me and you, as there was between my father and your father. See, I'm sending you silver and gold. Go now and break your treaty with Baasha king of Israel, so he withdraws from me." ກະສັດ​ອາສາ​ໄດ້​ເວົ້າ​ວ່າ, “ຂໍ​ໃຫ້​ພວກເຮົາ​ເປັນ​ພັນທະມິດ​ກັນ​ເໝືອນ​ກັບ​ພໍ່​ຂອງ​ພວກເຮົາ​ທັງ​ສອງ. ເບິ່ງ​ແມ, ຂ້າພະເຈົ້າ​ໄດ້​ສົ່ງ​ເງິນ ແລະ ຄຳ​ນີ້​ມາ​ເປັນ​ຂອງຂັວນ​ແກ່​ທ່ານ. ບັດນີ້ ຂໍ​ໃຫ້​ເຊົາ​ເປັນ​ພັນທະມິດ​ກັບ​ກະສັດ​ບາອາຊາ​ແຫ່ງ​ອິດສະຣາເອນ ເພື່ອ​ເພິ່ນ​ຈະ​ໄດ້​ຖອຍ​ທັບ​ໄປ​ຈາກ​ຂ້າພະເຈົ້າ”.
4 Ben-Hadad agreed with King Asa and sent his army commanders against Israel's cities. They struck down Ijon, Dan, Abel-maim, and all Naphtali's store cities. ເບັນຮາດາດ​ໄດ້​ຕົກລົງ​ກັບ​ກະສັດ​ອາສາ ແລະ ໄດ້​ສົ່ງ​ບັນດາ​ຜູ້​ບັນຊາການ​ກອງທັບ​ຂອງ​ເພິ່ນ​ໄປ​ໂຈມຕີ​ເມືອງ​ຕ່າງໆ​ຂອງ​ອິດສະຣາເອນ. ພວກເຂົາ​ໄດ້​ເອົາ​ຊະນະ​ເມືອງ​ອີໂຢນ, ດານ, ອາເບນ​ເບັດ​ມາອາກາ ແລະ ເມືອງ​ທັງໝົດ​ທີ່​ເປັນ​ບ່ອນ​ເກັບ​ສະບຽງ​ອາຫານ​ຂອງ​ເນັບທາລີ.
5 When Baasha heard of it, he stopped fortifying Ramah and abandoned his work. ເມື່ອ​ກະສັດ​ບາອາຊາ​ໄດ້​ຍິນ​ເລື່ອງ​ນີ້, ເພິ່ນ​ກໍ​ຢຸດ​ສ້າງ​ເມືອງ​ຣາມາ ແລະ ປະ​ວຽກງານ​ຂອງ​ເພິ່ນ​ໄວ້.
6 King Asa mustered all Judah; they carried off the stones and timber Baasha had fortified Ramah with, and with them he fortified Geba and Mizpah. ແລ້ວ​ກະສັດ​ອາສາ​ຈຶ່ງ​ໄດ້​ພາ​ຊາວຢູດາ​ທັງໝົດ​ໄປ​ນໍາ ແລະ ພວກເຂົາ​ໄດ້​ຂົນ​ຫີນ ແລະ ໄມ້​ທ່ອນ​ຈາກ​ເມືອງ​ຣາມາ​ໄປ​ທີ່​ບາອາຊາ​ກໍາລັງ​ໃຊ້​ສ້າງ​ເມືອງ​ນັ້ນ. ເພິ່ນ​ໄດ້​ນໍາ​ເອົາ​ສິ່ງເຫລົ່າ​ນີ້​ໄປ​ສ້າງ​ເມືອງ​ເກບາ ແລະ ມີຊະປາ.
7 Then Hanani the seer came to Asa king of Judah and said to him, "Because you relied on Aram's king and not your Father, his army escaped your hand. ໃນ​ເວລາ​ນັ້ນ ຜູ້ທຳນວາຍ​ຮານານີ​ໄດ້​ໄປ​ພົບ​ກະສັດ​ອາສາ​ແຫ່ງ​ຢູດາຍ ແລະ ກ່າວ​ກັບ​ເພິ່ນ​ວ່າ, “ຍ້ອນ​ທ່ານ​ເພິ່ງພາ​ກະສັດ​ແຫ່ງ​ອາຣາມ ແລະ ບໍ່​ໄດ້​ເພິ່ງພາ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ. ກອງທັບ​ຂອງ​ກະສັດ​ແຫ່ງ​ອາຣາມ​ຈຶ່ງ​ຖອຍໜີ​ໄປ​ຈາກ​ມື​ຂອງ​ທ່ານ.
8 Weren't Cushites and Libyans a vast army with countless chariots and horsemen? Because you relied on your Father, he gave them to you. ຊາວກູເຊ ແລະ ຊາວລີເບຍ​ມີ​ກອງທັບ​ອັນ​ຍິ່ງໃຫຍ່​ພ້ອມທັງ​ລົດຮົບ ແລະ ທະຫານມ້າ​ເປັນ​ຈຳນວນ​ຫລວງຫລາຍ​ບໍ່​ແມ່ນ​ບໍ? ແຕ່​ເມື່ອ​ທ່ານ​ເພິ່ງພາ​ພຣະເຈົ້າຢາເວ, ພຣະອົງ​ກໍ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ທ່ານ.
9 For our Father's eyes scan the whole earth, to strengthen those whose heart is fully devoted to him. You acted foolishly in this; from now on you will have wars." ເພາະ​ສາຍຕາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ເຝົ້າ​ເບິ່ງ​ໄປ​ທົ່ວ​ແຜ່ນດິນໂລກ ເພື່ອ​ໃຫ້​ກໍາລັງ​ແກ່​ຜູ້​ທີ່​ທຸ້ມ​ເທ້​ຢ່າງ​ສຸດ​ໃຈ​ຕໍ່​ພຣະອົງ. ທ່ານ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໂງ່ຈ້າ​ທີ່ສຸດ ແລະ ຕັ້ງແຕ່​ບັດນີ້​ໄປ​ທ່ານ​ຈະ​ຕ້ອງ​ເຮັດ​ເສິກ​ສົງຄາມ​ຢູ່​ເລື້ອຍໆ”.
10 Asa raged at the seer for this and jailed him in the stocks, for he was furious with him about it; he also brutally oppressed some people at that time. ອາສາ​ໄດ້​ໃຈຮ້າຍ​ໃຫ້​ກັບ​ຜູ້ທຳນວາຍ ເພາະ​ໄດ້​ກ່າວ​ເລື່ອງນີ້; ເພິ່ນ​ໄດ້​ຈັບ​ລາວ​ໄປ​ຂັງ​ໄວ້​ໃນ​ຄຸກ. ໃນ​ເວລາ​ດຽວກັນ​ນັ້ນ ອາສາ​ກົດຂີ່​ປະຊາຊົນ​ບາງຄົນ​ຢ່າງ​ໂຫດຮ້າຍ.
11 Asa's acts, first to last, are written in the Book of the Kings of Judah and Israel. ເຫດການ​ຕ່າງໆ​ໃນ​ຊ່ວງ​ການປົກຄອງ​ຂອງ​ອາສາ, ຕັ້ງແຕ່​ຕົ້ນ​ຈົນ​ຈົບ​ໄດ້​ຖືກ​ຂຽນ​ໄວ້​ໃນ​ປື້ມ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ ແລະ ອິດສະຣາເອນ.
12 In his thirty-ninth year of reign, Asa's feet grew diseased, the disease severe. Yet even in his illness he did not seek our Father, but only the doctors. ໃນ​ປີ​ທີ​ສາມ​ສິບ​ເກົ້າ​ຂອງ​ການປົກຄອງ​ຂອງ​ເພິ່ນ ອາສາ​ເປັນ​ເຈັບປ່ວຍ​ຢ່າງ​ຮ້າຍແຮງ​ດ້ວຍ​ພະຍາດ​ຢູ່​ທີ່​ຕີນ​ຂອງ​ເພິ່ນ, ເຖິງ​ແມ່ນ​ວ່າ ພະຍາດ​ຂອງ​ເພິ່ນ​ຈະ​ຮ້າຍແຮງ, ເພິ່ນ​ກໍ​ບໍ່​ໄດ້​ສະແຫວງ​ຫາ​ຄວາມ​ຊ່ວຍເຫລືອ​ຈາກ​ພຣະເຈົ້າ​ຢາເວ, ແຕ່​ເພິ່ນ​ເພິ່ງພາ​ແພດໝໍ​ເທົ່ານັ້ນ.
13 Then Asa rested with his fathers, dying in the forty-first year of his reign. ແລ້ວ​ໃນ​ປີ​ທີ​ສີ່​ສິບ​ເອັດ​ຂອງ​ການປົກຄອງ​ຂອງ​ເພິ່ນ ອາສາ​ກໍ​ໄດ້​ຕາຍ​ໄປ ແລະ ໄດ້​ລ່ວງລັບ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ.
14 They buried him in his own tomb, cut for himself in the City of David, laid him on a funeral bed covered with spices and various blended perfumes prepared by skilled perfumers, and lit a great fire for him. ພວກເຂົາ​ໄດ້​ຝັງ​ເພິ່ນ​ໄວ້​ໃນ​ອຸບມຸງ​ທີ່​ເພິ່ນ​ໄດ້​ເຮັດ​ໄວ້​ສຳລັບ​ເພິ່ນ​ເອງ​ໃນ​ເມືອງ​ຂອງ​ດາວິດ. ພວກເຂົາ​ໄດ້​ເອົາ​ສົບເພິ່ນ​ວາງ​ໄວ້​ເທິງ​ກວຽນ​ທີ່​ຫໍ່​ດ້ວຍ​ເຄື່ອງເທດ ແລະ ນໍ້າມັນ​ຫອມ​ນາໆ​ຊະນິດ ແລະ ພວກເຂົາ​ກໍ່​ໄຟ​ກອງ​ໃຫຍ່​ຂຶ້ນ​ເພື່ອ​ໃຫ້​ກຽດ​ແກ່​ເພິ່ນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]