Side by side with the Father's Heart Bible™ 1ແລ້ວເຢໂຮຊາຟັດກໍລ່ວງລັບໄປຢູ່ກັບບັນພະບຸລຸດຂອງເພິ່ນ ແລະ ຖືກຝັງໄວ້ດ້ວຍກັນກັບພວກເຂົາໃນເມືອງດາວິດ ແລະ ເຢໂຮຣາມລູກຊາຍຂອງເພິ່ນກໍກໍໄດ້ຂຶ້ນປົກຄອງແທນ. 2ເຢໂຮຣາມລູກຊາຍຂອງເຢໂຮຊາຟັດແຫ່ງຢູດາຍມີນ້ອງຊາຍດັ່ງນີ້: ອາຊາຣີຢາ, ເຢຮີເອນ, ເຊກາຣີຢາ, ອາຊາຣີຢາ, ມີກາເອນ ແລະ ເຊຟາຕີຢາ. ພວກເຂົາທັງໝົດເປັນລູກຊາຍຂອງເຢໂຮຊາຟັດກະສັດແຫ່ງອິດສະຣາເອນ. 3ພໍ່ຂອງພວກເຂົາໄດ້ມອບຂອງຂັວນເປັນເງິນ, ຄຳ ແລະ ເຄື່ອງໃຊ້ທີ່ມີຄ່າໃຫ້ພວກເຂົາ ແລະ ໃຫ້ປົກຄອງເມືອງປ້ອມປ້ອງກັນຕ່າງໆໃນຢູດາຍ, ແຕ່ໄດ້ມອບອານາຈັກໃຫ້ແກ່ເຢໂຮຣາມເພາະລາວເປັນລູກຊາຍກົກຂອງເພິ່ນ.
ເຢໂຮຣາມກະສັດແຫ່ງຢູດາຍ
4ເມື່ອເຢໂຮຣາມໄດ້ເຮັດໃຫ້ຕົນເອງໝັ້ນຄົງເໜືອອານາຈັກຂອງພໍ່ຕົນແລ້ວ, ເພິ່ນກໍຂ້າບັນດານ້ອງຊາຍທັງໝົດຂອງເພິ່ນພ້ອມທັງບັນດາຂ້າລາຊະການຂອງອິດສະຣາເອນບາງຄົນ. 5ເມື່ອເພິ່ນໄດ້ຂຶ້ນເປັນກະສັດ, ເພິ່ນມີອາຍຸສາມສິບສອງປີ ແລະ ເພິ່ນໄດ້ປົກຄອງໃນເຢຣູຊາເລັມເປັນເວລາແປດປີ. 6ເພິ່ນໄດ້ເຮັດຕາມແບບຢ່າງຂອງບັນດາກະສັດແຫ່ງອິດສະຣາເອນ, ຕາມແບບຢ່າງຄອບຄົວຂອງອາຮາບໄດ້ເຮັດ, ເພາະເພິ່ນໄດ້ແຕ່ງງານກັບລູກສາວຄົນໜຶ່ງຂອງອາຮາບ. ເພິ່ນໄດ້ເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວ. 7ເຖິງຢ່າງໃດກໍ່ຕາມ, ຍ້ອນຄໍາໝັ້ນສັນຍາທີ່ພຣະເຈົ້າຢາເວໄດ້ເຮັດໄວ້ກັບດາວິດ, ພຣະເຈົ້າຢາເວບໍ່ຢາກທຳລາຍຄອບຄົວຂອງດາວິດ. ພຣະອົງໄດ້ສັນຍາວ່າຈະຮັກສາຕະກຽງດວງໜຶ່ງໄວ້ສຳລັບເພິ່ນ ແລະ ເຊື້ອສາຍຂອງເພິ່ນຕະຫລອດໄປ.
8ໃນສະໄໝຂອງເຢໂຮຣາມ, ເອໂດມໄດ້ກະບົດຕໍ່ຢູດາຍ ແລະ ໄດ້ຕັ້ງກະສັດຕົນເອງຂຶ້ນ. 9ດັ່ງນັ້ນ ເຢໂຮຣາມພ້ອມທັງນາຍທະຫານ ແລະ ລົດຮົບທັງໝົດຂອງເພິ່ນໄດ້ໄປທີ່ເອໂດມ. ຊາວເອໂດມປິດລ້ອມເພິ່ນ ແລະ ຜູ້ບັນຊາການລົດຮົບຂອງເພິ່ນໄວ້, ແຕ່ເພິ່ນໄດ້ລຸກຂຶ້ນ ແລະ ຕີຜ່າວົງລ້ອມອອກໄປໃນຕອນກາງຄືນ. 10ເອໂດມຈຶ່ງໄດ້ກະບົດຕໍ່ຢູດາຍຈົນເຖິງທຸກວັນນີ້. ໃນເວລານັ້ນເມືອງລິບນາກໍໄດ້ກະບົດເໝືອນກັນ, ຍ້ອນເຢໂຮຣາມໄດ້ປະຖິ້ມພຣະເຈົ້າຢາເວ, ພຣະເຈົ້າຂອງບັນພະບຸລຸດຂອງເພິ່ນ.
11ເພິ່ນຍັງໄດ້ສ້າງສະຖານບູຊາເທິງທີ່ສູງເທິງເນີນພູທັງຫລາຍຂອງຢູດາຍ ແລະ ໄດ້ເປັນເຫດເຮັດໃຫ້ຊາວເຢຣູຊາເລັມຂາຍໂຕ ແລະ ໄດ້ເຮັດໃຫ້ຊາວຢູດາຫລົງທາງໄປ.
12ເຢໂຮຣາມໄດ້ຮັບຈົດໝາຍສະບັບໜຶ່ງຈາກຜູ້ທຳນວາຍເອລີຢາ, ເຊິ່ງໄດ້ກ່າວວ່າ: “ພຣະເຈົ້າຢາເວ, ພຣະເຈົ້າຂອງດາວິດພໍ່ຂອງທ່ານກ່າວດັ່ງນີ້ວ່າ: ‘ທ່ານບໍ່ໄດ້ເຮັດຕາມແບບຢ່າງຂອງກະສັດເຢໂຮຊາຟັດບິດາຂອງທ່ານ ຫລື ຂອງກະສັດອາສາແຫ່ງຢູດາຍ.
13ແຕ່ທ່ານໄດ້ເຮັດຕາມແບບຢ່າງຂອງບັນດາກະສັດແຫ່ງອິດສະຣາເອນ ແລະ ທ່ານໄດ້ນໍາພາຊາວຢູດາ ແລະ ຊາວເຢຣູຊາເລັມຂາຍໂຕເໝືອນດັ່ງຄອບຄົວຂອງອາຮາບທີ່ໄດ້ເຮັດ. ທ່ານຍັງໄດ້ຂ້າບັນດານ້ອງຊາຍຂອງທ່ານເອງ, ເຊິ່ງເປັນຄົນໃນຄອບຄົວຂອງທ່ານເອງ, ຜູ້ທີ່ດີກວ່າທ່ານ. 14ສະນັ້ນ ບັດນີ້ພຣະເຈົ້າຢາເວຈະກໍາລັງໂຈມຕີປະຊາຊົນ, ບັນດາລູກຊາຍ, ແລະ ເມຍຂອງທ່ານ ແລະ ທຸກສິ່ງທີ່ເປັນຂອງທ່ານຢ່າງໜັກໜ່ວງ. 15ທ່ານເຈົ້າຈະເຈັບປ່ວຍຢ່າງໜັກດ້ວຍໂລກລຳໄສ້ຊ້ຳເຮື້ອຈົນກວ່າໂລກນີ້ເຮັດໃຫ້ລຳໄສ້ຂອງທ່ານໄຫລອອກມາ’ ”.
16ພຣະເຈົ້າຢາເວໄດ້ດົນໃຈຊາວຟີລິດສະຕິນ ແລະ ຊາວອາຣັບ ເຊິ່ງເປັນຜູ້ທີ່ອາໄສຢູ່ໃກ້ຊາວກູເຊເປັນສັດຕູກັບເຢໂຮຣາມ. 17ພວກເຂົາເຂົ້າມາໂຈມຕີ, ໄດ້ຮຸກຮານຢູດາຍ ແລະ ໄດ້ເອົາເຄື່ອງຂອງທີ່ມີຄ່າທັງໝົດໃນວັງຂອງກະສັດໄປ, ພ້ອມທັງຈັບບັນດາລູກຊາຍ ແລະ ເມຍຂອງເຢໂຮຣາມໄປດ້ວຍ. ບໍ່ມີລູກຊາຍເຫລືອຈັກຄົນໃຫ້ເພິ່ນຍົກເວັ້ນແຕ່ອາຮາຊີຢາ ລູກຊາຍຫລ້າຂອງເພິ່ນ.
18ຫລັງຈາກເຫດການທັງໝົດນີ້, ພຣະເຈົ້າຢາເວໄດ້ທໍລະມານເຢໂຮຣາມດ້ວຍໂລກລຳໄສ້ທີ່ບໍ່ສາມາດປິ່ນປົວໄດ້ 19ໃນເວລານັ້ນ, ຊ່ວງທ້າຍປີທີສອງ, ໄສ້ຂອງເພິ່ນກໍໄຫລອອກມາຍ້ອນພະຍາດນີ້ ແລະ ເພິ່ນກໍໄດ້ຕາຍໄປດ້ວຍຄວາມເຈັບປວດຢ່າງທໍລະມານ. ປະຊາຊົນຂອງເພິ່ນບໍ່ໄດ້ກໍ່ກອງໄຟໄວ້ທຸກເພື່ອໃຫ້ກຽດເພິ່ນເໝືອນດັ່ງທີ່ພວກເຂົາໄດ້ເຮັດແກ່ບັນພະບຸລຸດຂອງເພິ່ນ.
20ເຢໂຮຣາມໄດ້ຂຶ້ນເປັນກະສັດ ເມື່ອເພິ່ນມີອາຍຸສາມສິບສອງປີ ແລະ ໄດ້ປົກຄອງຢູ່ໃນເຢຣູຊາເລັມເປັນເວລາແປດປີ. ເພິ່ນໄດ້ຕາຍໄປໂດຍບໍ່ມີຜູ້ໃດໂສກເສົ້າເສຍໃຈນຳເພິ່ນ, ແລະ ໄດ້ຝັງໄວ້ໃນເມືອງຂອງດາວິດ, ແຕ່ບໍ່ໄດ້ຝັງໄວ້ໃນອຸບມຸງແຫ່ງກະສັດ.