Skip to content
The Believer's Library

Biblica® Open Lao Contemporary Version

1 John 3 OLCV

Show OLCV only
Verse × ×
1 See what kind of love our Father has given us, that we should be called children of our Father! And we are. The world doesn't know us because it didn't know him. ເບິ່ງແມ, ຄວາມ​ຮັກ​ທີ່​ພຣະບິດາເຈົ້າ​ມີ​ຕໍ່​ພວກເຮົາ​ທັງຫລາຍ​ນັ້ນ​ຍິ່ງໃຫຍ່​ປານ​ໃດ, ເຊິ່ງ​ພວກເຮົາ​ຄວນ​ຖືກ​ເອີ້ນ​ວ່າ ບັນດາ​ລູກ​ຂອງ​ພຣະເຈົ້າ! ແລະ ພວກເຮົາ​ກໍ​ເປັນ​ຢ່າງ​ນັ້ນ​ແລ້ວ. ເຫດຜົນ​ທີ່​ໂລກ​ບໍ່​ຮູ້ຈັກ​ພວກເຮົາ​ກໍ​ເພາະ​ໂລກ​ບໍ່​ຮູ້ຈັກ​ພຣະອົງ.
2 Beloved, we are our Father's children now; what we will become has not yet been shown. But we know that when he appears, we will be like him, since we will see him as he is. ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ບັດນີ້​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ​ແລ້ວ ແລະ ພວກເຮົາ​ຈະ​ເປັນ​ຢ່າງໃດ​ນັ້ນ​ພວກເຮົາ​ຍັງ​ບໍ່​ທັນ​ຖືກ​ສະແດງ​ໃຫ້​ຮູ້. ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະຄຣິດເຈົ້າ​ມາ​ປາກົດ, ພວກເຮົາ​ຈະ​ເປັນ​ເໝືອນ​ພຣະອົງ ເພາະ​ພວກເຮົາ​ຈະ​ເຫັນ​ພຣະອົງ​ຢ່າງ​ທີ່​ພຣະອົງ​ເປັນ.
3 And everyone who has this hope in him purifies himself, just as he is pure. ທຸກຄົນ​ທີ່​ມີ​ຄວາມຫວັງ​ໃນ​ພຣະອົງ​ຢ່າງ​ນີ້​ຄວນ​ຊຳລະ​ຕົນ​ເອງ​ໃຫ້​ບໍລິສຸດ, ເໝືອນດັ່ງ​ທີ່​ພຣະອົງ​ບໍລິສຸດ.
4 Everyone who keeps committing sin also commits lawlessness; sin is lawlessness. ທຸກຄົນ​ທີ່​ເຮັດ​ບາບ​ກໍ​ລະເມີດ​ກົດບັນຍັດ, ແທ້ຈິງ​ແລ້ວ, ບາບ​ກໍ​ຄື​ການ​ລະເມີດ​ກົດບັນຍັດ.
5 You know he appeared to take away our sins, and in him is no sin. ແຕ່​ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ພຣະອົງ​ໄດ້​ມາ​ປາກົດ​ກໍ​ເພື່ອ​ເອົາ​ຄວາມບາບ​ຂອງ​ພວກເຮົາ​ອອກໄປ. ແລະ ໃນ​ພຣະອົງ​ນັ້ນ​ບໍ່​ມີ​ບາບ​ເລີຍ.
6 Whoever remains in him doesn't go on sinning; whoever goes on sinning hasn't seen or known him. ບໍ່​ມີ​ຜູ້ໃດ​ທີ່​ຢູ່​ໃນ​ພຣະອົງ​ແລ້ວ​ຍັງ​ເຮັດ​ບາບ​ຕໍ່ໄປ. ບໍ່​ມີ​ຜູ້ໃດ​ທີ່​ເຮັດ​ບາບ​ຕໍ່ໄປ​ແລ້ວ​ໄດ້​ເຫັນ ແລະ ໄດ້​ຮູ້ຈັກ​ພຣະອົງ.
7 Little children, let no one deceive you. Whoever practices righteousness is righteous, just as he is righteous. ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຢ່າ​ປ່ອຍ​ໃຫ້​ຜູ້ໃດ​ມາ​ຊັກຈູງ​ພວກເຈົ້າ​ໃຫ້​ຫລົງຜິດ. ຜູ້​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ເປັນ​ຜູ້ຊອບທຳ ເໝືອນດັ່ງ​ທີ່​ພຣະອົງ​ຊອບທຳ.
8 Whoever keeps on sinning is of the devil, for the devil has been sinning from the beginning. The reason the Son of our Father appeared was to destroy the works of the devil. ຜູ້​ທີ່​ເຮັດບາບ​ກໍ​ມາ​ຈາກ​ມານຮ້າຍ ເພາະ​ມານຮ້າຍ​ເຮັດ​ບາບ​ມາ​ຕັ້ງແຕ່​ປະຖົມມະການ. ເຫດຜົນ​ທີ່​ພຣະບຸດ​ຂອງ​ພຣະເຈົ້າ​ມາ​ປາກົດ​ກໍ​ຄື​ເພື່ອ​ທຳລາຍ​ກິດຈະການ​ຂອງ​ມານຮ້າຍ.
9 No one born of our Father keeps on sinning, because his seed abides in him; and he cannot keep on sinning, because he has been born of our Father. ບໍ່​ມີ​ຜູ້ໃດ​ທີ່​ເກີດ​ຈາກ​ພຣະເຈົ້າ​ແລ້ວ​ຍັງ​ເຮັດ​ບາບ​ຕໍ່ໄປ, ເພາະວ່າ​ເມັດພັນ​ຂອງ​ພຣະເຈົ້າ​ດຳລົງ​ຢູ່​ໃນ​ພວກເຂົາ, ພວກເຂົາ​ບໍ່​ສາມາດ​ເຮັດ​ບາບ​ຕໍ່ໄປ​ເພາະ​ພວກເຂົາ​ໄດ້​ເກີດ​ຈາກ​ພຣະເຈົ້າ.
10 This shows who our Father's children are, and who the devil's children are: whoever doesn't do what's right isn't from our Father, nor is anyone who doesn't love their brother or sister. ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ຜູ້ໃດ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ ຜູ້ໃດ​ເປັນ​ລູກ​ຂອງ​ມານຮ້າຍ​ຄື: ຜູ້ໃດ​ກໍ​ຕາມ​ບໍ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ ຫລື ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຮັກ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ບໍ່ແມ່ນ​ລູກ​ຂອງ​ພຣະເຈົ້າ.
11 For this is the message you have heard from the beginning: that we should love one another. ເພາະ​ນີ້​ເປັນ​ຖ້ອຍຄຳ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ມາ​ຕັ້ງແຕ່​ຕົ້ນ​ຄື: ພວກເຮົາ​ຄວນ​ຮັກ​ເຊິ່ງກັນແລະກັນ.
12 Not like Cain, who belonged to the evil one and killed his brother. Why did he kill him? Because his own deeds were evil and his brother's were righteous. ຢ່າ​ເປັນ​ເໝືອນ​ກາອິນ​ຜູ້​ເປັນ​ຝ່າຍ​ມານຊົ່ວຮ້າຍ ແລະ ໄດ້​ຂ້າ​ນ້ອງຊາຍ​ຂອງ​ຕົນ. ເປັນຫຍັງ​ລາວ​ຈຶ່ງ​ຂ້າ​ນ້ອງຊາຍ? ກໍ​ເພາະ​ການກະທຳ​ຂອງ​ຕົນ​ເອງ​ຊົ່ວຮ້າຍ ແລະ ການກະທຳ​ຂອງ​ນ້ອງຊາຍ​ນັ້ນ​ຊອບທຳ.
13 Do not be surprised, brothers and sisters, if the world hates you. ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ປະຫລາດໃຈ ຖ້າ​ໂລກ​ນີ້​ກຽດຊັງ​ພວກເຈົ້າ.
14 We know we've passed from death to life, because we love each other. Whoever doesn't love remains in death. ພວກເຮົາ​ຮູ້ຈັກ​ແລ້ວ​ວ່າ​ພວກເຮົາ​ໄດ້​ຜ່ານພົ້ນ​ຄວາມຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ, ເພາະວ່າ​ພວກເຮົາ​ຮັກ​ເຊິ່ງກັນແລະກັນ. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຮັກ ຜູ້​ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມຕາຍ.
15 Everyone who hates his brother or sister is a murderer, and you know no murderer has eternal life remaining in him. ຜູ້ໃດ​ກໍ​ຕາມ​ທີ່​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ເປັນ​ຜູ້ຂ້າຄົນ ແລະ ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ບໍ່​ມີ​ຜູ້ຂ້າຄົນ​ຜູ້ໃດ​ທີ່​ມີ​ຊີວິດ​ນິລັນດອນ​ເປັນ​ຂອງ​ຜູ້ນັ້ນ.
16 This is how we know love: Christ laid down his life for us; we too should lay down our lives for one another. ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ຄວາມ​ຮັກ​ຄື​ອັນໃດ ກໍ​ຄື​ພຣະເຢຊູຄຣິດເຈົ້າ​ສະຫລະ​ຊີວິດ​ຂອງ​ພຣະອົງ​ເພື່ອ​ພວກເຮົາ ແລະ ພວກເຮົາ​ກໍ​ຄວນ​ສະຫລະ​ຊີວິດ​ຂອງ​ພວກເຮົາ​ເພື່ອ​ພີ່ນ້ອງ.
17 But if anyone has the world's goods and sees his brother or sister in need, yet closes his heart to them, how does our Father's love remain in him? ຖ້າ​ຜູ້ໃດ​ມີ​ຊັບສິ່ງຂອງ ແລະ ເຫັນ​ພີ່ນ້ອງ​ຂອງ​ຕົນ​ຂັດສົນ​ແຕ່​ຍັງ​ບໍ່​ສົງສານ​ພວກເຂົາ, ຄວາມຮັກ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃນ​ຜູ້​ນັ້ນ​ໄດ້​ຢ່າງໃດ?
18 Little children, let us not love with words or talk, but in deed and in truth. ລູກ​ທີ່ຮັກ​ເອີຍ, ຢ່າ​ໃຫ້​ພວກເຮົາ​ຮັກ​ກັນ​ດ້ວຍ​ຄຳເວົ້າ ແລະ ຄຳປາໄສ​ເທົ່ານັ້ນ ແຕ່​ໃຫ້​ພວກເຮົາ​ຮັກ​ກັນ​ດ້ວຍ​ການກະທຳ ແລະ ດ້ວຍ​ຄວາມຈິງ.
19 By this we'll know we come from the truth, and settle our heart before him, ນີ້​ຄື​ວິ​ທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ພວກເຮົາ​ຢູ່​ຝ່າຍ​ຄວາມຈິງ ແລະ ເຮັດ​ໃຫ້​ໃຈ​ຂອງ​ພວກເຮົາ​ພັກສະຫງົບ​ຕໍ່ໜ້າ​ພຣະເຈົ້າ​ຄື:
20 whenever our heart condemns us; for our Father is greater than our heart, and he knows everything. ຖ້າ​ຫາກ​ໃຈ​ຂອງ​ພວກເຮົາ​ກ່າວໂທດ​ຕົນ​ເອງ, ພວກເຮົາ​ກໍ​ຮູ້​ແລ້ວ​ວ່າ​ພຣະເຈົ້າ​ຍິ່ງໃຫຍ່​ກວ່າ​ໃຈ​ຂອງ​ພວກເຮົາ ແລະ ພຣະອົງ​ຮູ້ຈັກ​ທຸກສິ່ງ.
21 Beloved, if our heart does not condemn us, we have confidence before our Father; ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຖ້າ​ໃຈ​ຂອງ​ພວກເຮົາ​ບໍ່​ກ່າວໂທດ​ຕົນ​ເອງ, ພວກເຮົາ​ກໍ​ໝັ້ນໃຈ​ຕໍ່ໜ້າ​ພຣະເຈົ້າ
22 whatever we ask, we receive from him, because we keep his commands and do what pleases him. ແລະ ໄດ້​ຮັບ​ທຸກສິ່ງ​ທີ່​ພວກເຮົາ​ຂໍ​ຈາກ​ພຣະອົງ, ເພາະ​ພວກເຮົາ​ຖືຮັກສາ​ຄຳສັ່ງ​ຂອງ​ພຣະອົງ ແລະ ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ພໍໃຈ.
23 This is his command: believe in his Son Jesus Christ's name, and love one another as he commanded us. ແລະ ນີ້​ແມ່ນ​ຄຳສັ່ງ​ຂອງ​ພຣະອົງ​ຄື: ໃຫ້​ເຊື່ອ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ ແລະ ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ພວກເຮົາ​ໄວ້​ນັ້ນ.
24 Whoever keeps his commands remains in our Father, and our Father in them. This is how we know he remains in us: by the Holy Spirit he gave us. ຜູ້ໃດ​ທີ່​ຖືຮັກສາ​ຄຳສັ່ງ​ຂອງ​ພຣະເຈົ້າ​ກໍ​ດຳເນີນຊີວິດ​ຢູ່​ໃນ​ພຣະອົງ ແລະ ພຣະອົງ​ກໍ​ຢູ່​ໃນ​ພວກເຂົາ. ນີ້​ແມ່ນ​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ພຣະອົງ​ຢູ່​ໃນ​ພວກເຮົາ​ຄື: ພວກເຮົາ​ຮູ້​ໂດຍ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]