Skip to content
The Believer's Library

Biblica® Open Lao Contemporary Version

1 John 4 OLCV

Show OLCV only
Verse × ×
1 Beloved, don't believe every spirit, but test the spirits to see if they're from our Father, for many false prophets have gone out into the world. ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຢ່າ​ເຊື່ອ​ໝົດ​ທຸກ​ວິນຍານ ແຕ່​ຈົ່ງ​ທົດສອບ​ເບິ່ງ​ວ່າ​ວິນຍານ​ນັ້ນ​ມາ​ຈາກ​ພຣະເຈົ້າ ຫລື ບໍ່, ເພາະ​ມີ​ຜູ້ທຳນວາຍປອມ​ຫລາຍຄົນ​ໄດ້​ອອກໄປ​ໃນ​ໂລກ.
2 By this you know the Spirit of our Father: every spirit confessing that Jesus Christ has come in the flesh is from our Father, ນີ້​ຄື​ວິທີ​ທີ່​ພວກເຈົ້າ​ສາມາດ​ຮັບຮູ້​ພຣະວິນຍານ​ຂອງ​ພຣະເຈົ້າ​ຄື: ທຸກ​ວິນຍານ​ທີ່​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ​ກໍ​ມາ​ຈາກ​ພຣະເຈົ້າ,
3 and every spirit that does not confess Jesus is not from our Father. This is the antichrist's spirit, which you heard was coming, and is already in the world now. ແຕ່​ທຸກ​ວິນຍານ​ທີ່​ບໍ່​ຍອມຮັບ​ພຣະເຢຊູເຈົ້າ​ກໍ​ບໍ່​ໄດ້​ມາ​ຈາກ​ພຣະເຈົ້າ. ແຕ່​ເປັນ​ວິນຍານ​ຂອງ​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ ເຊິ່ງ​ພວກເຈົ້າ​ໄດ້​ຍິນ​ວ່າ​ຈະ​ມາ ແລະ ແມ່ນແຕ່​ບັດນີ້​ກໍ​ຢູ່​ໃນ​ໂລກ​ແລ້ວ.
4 You are from our Father, little children, and have overcome them, because greater is the one in you than the one in the world. ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ພວກເຈົ້າ​ມາ​ຈາກ​ພຣະເຈົ້າ ແລະ ໄດ້​ຊະນະ​ພວກເຂົາ​ເຫລົ່ານັ້ນ​ແລ້ວ, ເພາະວ່າ​ພຣະອົງ​ຜູ້​ຢູ່​ໃນ​ພວກເຈົ້າ​ກໍ​ຍິ່ງໃຫຍ່​ກວ່າ​ຜູ້​ນັ້ນ​ທີ່​ຢູ່​ໃນ​ໂລກ.
5 They are from the world; therefore they speak from the world, and the world listens to them. ພວກເຂົາ​ມາ​ຈາກ​ໂລກ ແລະ ເຫດສະນັ້ນ​ຈຶ່ງ​ເວົ້າ​ຕາມ​ມູມມອງ​ຂອງ​ໂລກ ແລະ ໂລກ​ກໍ​ຟັງ​ພວກເຂົາ.
6 We are from our Father. Whoever knows him hears us; whoever is not from him does not hear us. This is how we know the Spirit of truth and the spirit of error. ສ່ວນ​ພວກເຮົາ​ມາ​ຈາກ​ພຣະເຈົ້າ, ຜູ້ໃດ​ກໍ​ຕາມ​ທີ່​ຮູ້​ຈັກ​ພຣະເຈົ້າ​ກໍ​ຍ່ອມ​ຟັງ​ພວກເຮົາ. ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ໄດ້​ມາ​ຈາກ​ພຣະເຈົ້າ​ຍ່ອມ​ບໍ່​ຟັງ​ພວກເຮົາ. ນີ້​ຄື​ວິທີ​ທີ່​ພວກເຮົາ​ຮັບຮູ້​ວ່າ​ເປັນ​ພຣະວິນຍານ​ແຫ່ງ​ຄວາມຈິງ ແລະ ວິນຍານ​ແຫ່ງ​ຄວາມບໍ່ຈິງ.
7 Beloved, let us love one another, for love is from our Father, and all who love are born of him and know him. ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃຫ້​ພວກເຮົາ​ຮັກ​ເຊິ່ງກັນແລະກັນ ເພາະ​ຄວາມ​ຮັກ​ມາ​ຈາກ​ພຣະເຈົ້າ. ທຸກຄົນ​ທີ່​ຮັກ​ກໍ​ໄດ້​ເກີດ​ຈາກ​ພຣະເຈົ້າ ແລະ ຮູ້ຈັກ​ພຣະເຈົ້າ.
8 Whoever does not love does not know our Father, because our Father is love. ຜູ້​ທີ່​ບໍ່​ຮັກ​ກໍ​ບໍ່​ຮູ້​ຈັກ​ພຣະເຈົ້າ​ເພາະ​ພຣະເຈົ້າ​ເປັນ​ຄວາມ​ຮັກ.
9 This is how our Father's love was shown among us: our Father sent his one and only Son into the world so we might live through him. ນີ້​ຄື​ວິທີ​ທີ່​ພຣະເຈົ້າ​ສະແດງ​ຄວາມ​ຮັກ​ຂອງ​ພຣະອົງ​ໃນ​ທ່າມກາງ​ພວກເຮົາ​ທັງຫລາຍ​ຄື: ພຣະອົງ​ໄດ້​ສົ່ງ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ​ເພື່ອ​ພວກເຮົາ​ທັງຫລາຍ​ຈະ​ໄດ້​ດຳເນີນຊີວິດ​ຜ່ານ​ທາງ​ພຣະບຸດ​ນັ້ນ.
10 This is love: not that we loved our Father, but that he loved us and sent his Son as the atoning sacrifice for our sins. ນີ້​ຄື​ຄວາມ​ຮັກ ບໍ່​ແມ່ນ​ວ່າ​ພວກເຮົາ​ໄດ້​ຮັກ​ພຣະເຈົ້າ, ແຕ່​ພຣະເຈົ້າ​ໄດ້​ຮັກ​ພວກເຮົາ ແລະ ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ເຄື່ອງບູຊາ​ລຶບລ້າງ​ຄວາມບາບ​ຂອງ​ພວກເຮົາ.
11 Beloved, if our Father so loved us, we also ought to love one another. ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພຣະເຈົ້າ​ຮັກ​ພວກເຮົາ​ຢ່າງນັ້ນ​ແລ້ວ, ພວກເຮົາ​ກໍ​ຄວນ​ຮັກ​ເຊິ່ງກັນແລະກັນ​ເໝືອນກັນ.
12 No one has ever seen our Father; if we love one another, our Father remains in us and his love is made complete in us. ບໍ່​ມີ​ຜູ້ໃດ​ເຄີຍ​ເຫັນ​ພຣະເຈົ້າ; ແຕ່​ຖ້າ​ພວກເຮົາ​ຮັກ​ເຊິ່ງກັນແລະກັນ, ພຣະເຈົ້າ​ກໍ​ດຳລົງຢູ່​ໃນ​ພວກເຮົາ ແລະ ຄວາມ​ຮັກ​ຂອງ​ພຣະອົງ​ກໍ​ເຕັມບໍລິບູນ​ໃນ​ພວກເຮົາ.
13 By this we know we live in him and he in us: he has given us his Spirit. ນີ້​ຄື​ວິທີ​ທີ່​ພວກເຮົາ​ຈະ​ຮູ້​ວ່າ​ພວກເຮົາ​ດຳເນີນຊີວິດ​ຢູ່​ໃນ​ພຣະອົງ ແລະ ພຣະອົງ​ກໍ​ຢູ່​ໃນ​ພວກເຮົາ​ຄື: ພຣະອົງ​ໄດ້​ໃຫ້​ພຣະວິນຍານ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຮົາ.
14 We have seen and testify that our Father sent the Son as Savior of the world. ພວກເຮົາ​ໄດ້​ເຫັນ ແລະ ໄດ້​ເປັນ​ພະຍານ​ວ່າ​ພຣະບິດາເຈົ້າ​ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ໂລກ.
15 Whoever confesses Jesus is the Son of our Father, our Father remains in him, and he in our Father. ຖ້າ​ຜູ້ໃດ​ຍອມຮັບ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ ພຣະເຈົ້າ​ກໍ​ດຳລົງ​ຢູ່​ໃນ​ຜູ້​ນັ້ນ ແລະ ພວກເຂົາ​ກໍ​ຢູ່​ໃນ​ພຣະເຈົ້າ.
16 We have known and believed the love our Father has for us. Our Father is love, and whoever remains in love remains in him, and he in them. ດັ່ງນັ້ນ ພວກເຮົາ​ຈຶ່ງ​ຮູ້ຈັກ ແລະ ເພິ່ງພາ​ໃນ​ຄວາມ​ຮັກ​ທີ່​ພຣະເຈົ້າ​ມີ​ຕໍ່​ພວກເຮົາ. ພຣະເຈົ້າ​ເປັນ​ຄວາມ​ຮັກ. ຜູ້ໃດ​ກໍ​ຕາມ​ດຳເນີນຊີວິດ​ຢູ່​ໃນ​ຄວາມ​ຮັກ​ກໍ​ດຳເນີນຊີວິດ​ຢູ່​ໃນ​ພຣະເຈົ້າ ແລະ ພຣະເຈົ້າ​ຢູ່​ພາຍໃນ​ພວກເຂົາ.
17 This is how love is made complete in us, so we may have confidence on judgment day, because as he is, so are we in this world. ນີ້​ຄື​ວິທີ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ຮັກ​ເຕັມບໍລິບູນ​ໃນ​ທ່າມກາງ​ພວກເຮົາ​ເພື່ອ​ພວກເຮົາ​ຈະ​ມີ​ຄວາມໝັ້ນໃຈ​ໃນ​ວັນ​ພິພາກສາ​ຄື: ໃນ​ໂລກ​ນີ້​ພວກເຮົາ​ກໍ​ເປັນ​ເໝືອນ​ພຣະເຢຊູເຈົ້າ.
18 In love there is no fear; perfect love drives out fear, since fear involves punishment, and whoever fears is not complete in love. ໃນ​ຄວາມ​ຮັກ​ບໍ່​ມີ​ຄວາມຢ້ານ. ແຕ່​ຄວາມ​ຮັກ​ທີ່​ສົມບູນ​ກໍ​ຂັບໄລ່​ຄວາມຢ້ານ​ອອກ​ໄປ ເພາະວ່າ​ຄວາມຢ້ານ​ນັ້ນ​ກ່ຽວຂ້ອງ​ກັບ​ການລົງໂທດ. ຜູ້​ທີ່​ຢ້ານ​ກໍ​ຍັງ​ບໍ່​ມີ​ຄວາມ​ຮັກ​ທີ່​ສົມບູນ.
19 We love because our Father first loved us. ພວກເຮົາ​ຮັກ​ກໍ​ເພາະ​ພຣະອົງ​ໄດ້​ຮັກ​ພວກເຮົາ​ກ່ອນ.
20 If anyone says, "I love our Father," yet hates his brother, he is a liar. For whoever does not love his brother, whom he has seen, cannot love our Father, whom he has not seen. ຖ້າ​ຜູ້ໃດ​ເວົ້າ​ວ່າ “ຂ້ານ້ອຍ​ຮັກ​ພຣະເຈົ້າ” ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ​ຢູ່ ຜູ້​ນັ້ນ​ກໍ​ເປັນ​ຄົນຂີ້ຕົວະ. ເພາະ​ຜູ້ໃດ​ກໍ​ຕາມ​ບໍ່​ຮັກ​ພີ່ນ້ອງ​ຂອງ​ຕົນ​ຜູ້​ທີ່​ຕົນ​ເບິ່ງເຫັນ​ໄດ້ ກໍ​ບໍ່​ສາມາດ​ຮັກ​ພຣະເຈົ້າ​ຜູ້​ທີ່​ຕົນ​ບໍ່​ສາມາດ​ເບິ່ງເຫັນ​ໄດ້.
21 And this commandment we have from him: whoever loves our Father must also love his brother. ແລະ ພຣະອົງ​ມອບ​ຄຳສັ່ງ​ນີ້​ໄວ້​ແກ່​ພວກເຮົາ​ວ່າ: ຜູ້​ທີ່​ຮັກ​ພຣະເຈົ້າ​ຕ້ອງ​ຮັກ​ພີ່ນ້ອງ​ຂອງ​ຕົນ​ເໝືອນກັນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]