Skip to content
The Believer's Library

Biblica® Open Lao Contemporary Version

1 John 2 OLCV

Show OLCV only
Verse × ×
1 My dear children, I write this so you won't sin. But if anyone does sin, we have an advocate before the Father—Jesus Christ, the righteous one. ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ຢ່າງ​ນີ້​ກໍ​ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ເຮັດ​ບາບ. ແຕ່​ຖ້າ​ຜູ້ໃດ​ເຮັດ​ບາບ ພວກເຮົາ​ກໍ​ມີ​ຜູ້​ແກ້ຄວາມ​ຕໍ່​ພຣະບິດາເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ອົງ​ຜູ້ຊອບທຳ.
2 He himself is the atoning sacrifice for our sins, and not ours only but also the whole world's. ພຣະອົງ​ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ພວກເຮົາ​ທັງຫລາຍ ແລະ ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ບາບ​ຂອງ​ພວກເຮົາ​ເທົ່ານັ້ນ​ແຕ່​ເພື່ອ​ບາບ​ຂອງ​ຄົນ​ທົ່ວ​ໂລກ​ດ້ວຍ.
3 By this we know that we have come to know him: if we keep his commandments. ຖ້າ​ພວກເຮົາ​ຖືຮັກສາ​ບັນດາ​ຄຳສັ່ງ​ຂອງ​ພຣະອົງ ພວກເຮົາ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ຮູ້ຈັກ​ພຣະອົງ.
4 Whoever says, "I know him," yet doesn't keep his commands, is a liar—the truth isn't in him. ຜູ້ໃດ​ກໍ​ຕາມ​ທີ່​ເວົ້າ​ວ່າ, “ຂ້ານ້ອຍ​ຮູ້ຈັກ​ພຣະອົງ” ແຕ່​ບໍ່​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ສັ່ງ ຜູ້​ນັ້ນ​ກໍ​ເປັນ​ຄົນຕົວະ ແລະ ຄວາມຈິງ​ກໍ​ບໍ່​ໄດ້​ຢູ່​ໃນ​ຜູ້​ນັ້ນ​ເລີຍ.
5 But whoever keeps his word, the love of our Father is truly complete in him. This is how we know we are in him: ແຕ່​ຖ້າ​ຜູ້ໃດ​ກໍ​ຕາມ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ ຄວາມ​ຮັກ​ຕໍ່​ພຣະເຈົ້າ​ກໍ​ຄົບຖ້ວນ​ສົມບູນ​ຢູ່​ໃນ​ຜູ້​ນັ້ນ​ຢ່າງ​ແທ້ຈິງ. ດ້ວຍ​ວິທີ​ນີ້​ພວກເຮົາ​ຈຶ່ງ​ຮູ້​ວ່າ​ພວກເຮົາ​ຢູ່​ໃນ​ພຣະອົງ​ຄື:
6 Whoever claims to remain in him ought to walk in the very way he walked. ຜູ້ໃດ​ກໍຕາມ​ທີ່​ອ້າງ​ວ່າ​ດຳເນີນຊີວິດ​ຢູ່​ໃນ​ພຣະອົງ ຜູ້​ນັ້ນ​ຈະ​ຕ້ອງ​ດຳເນີນຊີວິດ​ເໝືອນດັ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ດຳເນີນ.
7 Dear ones, I write you no new command, but an old one, held since the start—the old command is the word you heard. ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ບໍ່​ໄດ້​ຂຽນ​ຄຳສັ່ງ​ຂໍ້​ໃໝ່​ມາ​ເຖິງ​ພວກເຈົ້າ ແຕ່​ນີ້​ເປັນ​ຄຳສັ່ງ​ເກົ່າ​ທີ່​ພວກເຈົ້າ​ມີ​ມາ​ຕັ້ງແຕ່​ເລີ່ມຕົ້ນ​ແລ້ວ. ຄຳສັ່ງ​ເກົ່າ​ນີ້​ແມ່ນ​ຂໍ້ຄວາມ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ.
8 Again, I write you a new command—true in him and in you—because the darkness is passing and the true light already shines. ເຖິງ​ຢ່າງໃດ​ກໍ​ຕາມ ເຮົາ​ຂຽນ​ຄຳສັ່ງ​ໃໝ່​ເຖິງ​ພວກເຈົ້າ, ພວກເຈົ້າ​ກໍ​ໄດ້​ເຫັນ​ຄຳສັ່ງ​ນີ້​ເປັນຈິງ​ໃນ​ພຣະອົງ ແລະ ໃນ​ພວກເຈົ້າ, ເພາະວ່າ​ຄວາມມືດ​ກຳລັງ​ຜ່ານພົ້ນໄປ ແລະ ຄວາມສະຫວ່າງ​ແທ້​ນັ້ນ​ກໍ​ກຳລັງ​ສ່ອງສະຫວ່າງ​ຢູ່​ແລ້ວ.
9 Anyone who says they're in the light but hates their brother or sister is in the dark even now. ຜູ້ໃດ​ທີ່​ອ້າງ​ວ່າ​ຢູ່​ໃນ​ຄວາມສະຫວ່າງ​ແຕ່​ຍັງ​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ​ຢູ່ ຜູ້​ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມມືດ.
10 Whoever loves his brother or sister abides in the light, and in him there is no cause for stumbling. ຜູ້ໃດ​ທີ່​ຮັກ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ຢູ່​ໃນ​ຄວາມສະຫວ່າງ ແລະ ບໍ່​ມີ​ສິ່ງໃດ​ໃນ​ຜູ້​ນັ້ນ​ທີ່​ເຮັດ​ໃຫ້​ພວກເຂົາ​ຊູນສະດຸດ.
11 But whoever hates his brother or sister is in the dark, walking in the dark, not knowing where he's going—the dark has blinded his eyes. ແຕ່​ຜູ້ໃດ​ທີ່​ກຽດຊັງ​ພີ່ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ກໍ​ຢູ່​ໃນ​ຄວາມມືດ ແລະ ຍ່າງ​ວົນວຽນ​ຢູ່​ໃນ​ຄວາມມືດ. ພວກເຂົາ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ​ເພາະວ່າ​ຄວາມມືດ​ໄດ້​ເຮັດ​ໃຫ້​ພວກເຂົາ​ຕາບອດ.
12 I write to you, little children, because your sins are forgiven for his name's sake. ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ, ເພາະວ່າ​ຄວາມບາບ​ຂອງ​ພວກເຈົ້າ​ໄດ້​ຮັບ​ການ​ອະໄພ​ແລ້ວ​ເພາະ​ດ້ວຍ​ນາມ​ຂອງ​ພຣະອົງ.
13 I write to you, fathers, because you know the One from the beginning. I write to you, young men, because you have defeated the evil one. ບິດາ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະວ່າ​ພວກເຈົ້າ​ໄດ້​ຮູ້ຈັກ​ພຣະອົງ​ຜູ້​ດຳລົງ​ຢູ່​ຕັ້ງແຕ່​ປະຖົມມະການ. ຊາຍໜຸ່ມ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ນັ້ນ.
14 Children, I write because you know the Father. Fathers, I write because you know the One from the beginning. Young men, I write because you're strong, and our Father's word lives in you, and you've overcome the evil one. ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຮູ້ຈັກ​ພຣະບິດາເຈົ້າ. ພໍ່​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ໄດ້​ຮູ້ຈັກ​ພຣະອົງ​ຜູ້​ດຳລົງ​ຢູ່​ຕັ້ງແຕ່​ປະຖົມມະການ. ຊາຍໜຸ່ມ​ທັງຫລາຍ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ ເພາະ​ພວກເຈົ້າ​ເຂັ້ມແຂງ ແລະ ຖ້ອຍຄຳ​ຂອງ​ພຣະເຈົ້າ​ດຳລົງ​ຢູ່​ໃນ​ພວກເຈົ້າ ແລະ ພວກເຈົ້າ​ໄດ້​ຊະນະ​ມານຊົ່ວຮ້າຍ​ແລ້ວ.
15 Do not love the world, or anything in the world. Whoever loves the world, the love of the Father is not in him. ຢ່າ​ຮັກ​ໂລກ ຫລື ສິ່ງໃດ​ທີ່​ຢູ່​ໃນ​ໂລກ. ຖ້າ​ຜູ້ໃດ​ຮັກ​ໂລກ, ຄວາມ​ຮັກ​ຂອງ​ພຣະບິດາເຈົ້າ​ກໍ​ບໍ່​ໄດ້​ຢູ່​ໃນ​ຜູ້​ນັ້ນ.
16 Everything in the world—the craving of the flesh, the craving of the eyes, and the pride of life—is not from the Father but from the world. ເພາະ​ທຸກສິ່ງ​ທີ່​ຢູ່​ໃນ​ໂລກ​ບໍ່​ວ່າ​ຈະ​ເປັນ​ຕັນຫາ​ຂອງ​ເນື້ອໜັງ, ຕັນຫາ​ຂອງ​ຕາ ແລະ ຄວາມ​ອວດອົ່ງ​ຂອງ​ຊີວິດ ເຊິ່ງ​ບໍ່​ໄດ້​ມາ​ຈາກ​ພຣະບິດາເຈົ້າ​ແຕ່​ມາ​ຈາກ​ໂລກ.
17 The world and its cravings are passing away, but whoever does the will of our Father remains forever. ໂລກ ແລະ ຄວາມປາຖະໜາ​ຕ່າງໆ​ຂອງ​ໂລກ​ກໍ​ເສື່ອມສູນ​ໄປ, ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ກໍ​ດຳລົງ​ຢູ່​ຕະຫລອດໄປ.
18 Children, it is the last hour. As you heard antichrist comes, so now many antichrists have come; by this we know it's the last hour. ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ບັດນີ້​ເປັນ​ວາລະ​ສຸດທ້າຍ​ແລ້ວ; ແລະ ຕາມ​ທີ່​ພວກເຈົ້າ​ໄດ້​ຍິນ​ມາ​ວ່າ​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ​ກຳລັງ​ມາ​ນັ້ນ, ແມ່ນ​ແຕ່​ບັດນີ້​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ​ກໍ​ໄດ້​ມາ​ຫລາຍ​ແລ້ວ. ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ຮູ້​ວ່າ​ນີ້​ເປັນ​ວາລະ​ສຸດທ້າຍ.
19 They went out from us, but were not of us; if they had been of us, they would have stayed with us. But they left, to show that none of them belonged to us. ພວກເຂົາ​ໄດ້​ອອກ​ໄປ​ຈາກ​ພວກເຮົາ, ແຕ່​ພວກເຂົາ​ກໍ​ບໍ່​ແມ່ນ​ຝ່າຍ​ພວກເຮົາ​ແທ້. ເພາະ​ຖ້າ​ພວກເຂົາ​ເປັນ​ຝ່າຍ​ພວກເຮົາ, ພວກເຂົາ​ກໍ​ຄົງ​ຢູ່​ກັບ​ພວກເຮົາ​ຕໍ່ໄປ; ແຕ່​ການ​ໄປ​ຂອງ​ພວກເຂົາ​ສະແດງ​ໃຫ້​ເຫັນ​ວ່າ ໃນ​ພວກເຂົາ​ບໍ່​ມີ​ຈັກຄົນ​ທີ່​ເປັນ​ຝ່າຍ​ພວກເຮົາ.
20 But you have an anointing from the Holy One, and you all know the truth. ແຕ່​ພວກເຈົ້າ​ທັງຫລາຍ​ໄດ້​ຮັບ​ການເຈີມ​ຈາກ​ອົງ​ບໍລິສຸດ​ແລ້ວ ແລະ ພວກເຈົ້າ​ທຸກຄົນ​ກໍ​ຮູ້​ຄວາມຈິງ​ແລ້ວ.
21 I write to you not because you don't know the truth, but because you do—and no lie comes from the truth. ເຮົາ​ບໍ່​ໄດ້​ຂຽນ​ມາ​ເຖິງ​ພວກເຈົ້າ​ເພາະ​ພວກເຈົ້າ​ບໍ່​ຮູ້ຈັກ​ຄວາມຈິງ ແຕ່​ເພາະວ່າ​ພວກເຈົ້າ​ຮູ້ຈັກ​ຄວາມຈິງ​ນັ້ນ ແລະ ເພາະ​ບໍ່​ມີ​ຄວາມຕົວະ​ທີ່​ມາ​ຈາກ​ຄວາມຈິງ.
22 Who is the liar, if not the one denying Jesus is the Christ? This is the antichrist, denying the Father and the Son. ຜູ້ໃດ​ເປັນ​ຜູ້ຕົວະ? ກໍ​ຄື​ຄົນ​ທີ່​ປະຕິເສດ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ. ຄົນ​ຢ່າງ​ນີ້​ແຫລະ​ເປັນ​ຜູ້ຕໍ່ຕ້ານ​ພຣະຄຣິດເຈົ້າ, ພວກເຂົາ​ປະຕິເສດ​ພຣະບິດາເຈົ້າ ແລະ ພຣະບຸດ.
23 No one who denies the Son has the Father. Whoever confesses the Son has the Father also. ຜູ້ໃດ​ທີ່​ປະຕິເສດ​ພຣະບຸດ​ກໍ​ບໍ່​ມີ​ພຣະບິດາເຈົ້າ, ຜູ້ໃດ​ທີ່​ຍອມຮັບ​ພຣະບຸດ​ກໍ​ມີ​ພຣະບິດາເຈົ້າ​ເໝືອນກັນ.
24 You—let what you heard from the start remain in you. If what you heard from the start remains in you, you too will remain in the Son and the Father. ສຳລັບ​ພວກເຈົ້າ​ແລ້ວ, ຈົ່ງ​ໃຫ້​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ​ມາ​ຕັ້ງແຕ່​ຕົ້ນ​ນັ້ນ​ດຳລົງ​ຢູ່​ໃນ​ພວກເຈົ້າ. ຖ້າ​ສິ່ງ​ນີ້​ດຳລົງ​ຢູ່​ໃນ​ພວກເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ດຳລົງ​ຢູ່​ໃນ​ພຣະບຸດ ແລະ ໃນ​ພຣະບິດາເຈົ້າ​ເໝືອນກັນ.
25 And this is the promise that he himself made to us—eternal life. ແລະ ນີ້​ແມ່ນ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ພວກເຮົາ​ຄື​ຊີວິດ​ນິລັນດອນ.
26 I write these things to you about those who are trying to lead you astray. ເຮົາ​ຂຽນ​ຂໍ້ຄວາມ​ເຫລົ່ານີ້​ມາ​ເຖິງ​ພວກເຈົ້າ​ກ່ຽວກັບ​ບັນດາ​ຜູ້​ທີ່​ພະຍາຍາມ​ທີ່​ຈະ​ນຳພາ​ພວກເຈົ້າ​ໃຫ້​ຫລົງຜິດ.
27 As for you, the anointing you received from him remains in you, and you don't need anyone to teach you. But since his anointing teaches you about everything—true, not a lie—remain in him, just as it taught you. ສ່ວນ​ພວກເຈົ້າ​ທັງຫລາຍ, ການເຈີມ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ​ກໍ​ດຳລົງ​ຢູ່​ໃນ​ພວກເຈົ້າ ແລະ ພວກເຈົ້າ​ຈຶ່ງ​ບໍ່​ຈຳເປັນ​ຕ້ອງ​ມີ​ຜູ້ໃດ​ມາ​ສອນ​ພວກເຈົ້າ. ແຕ່​ເພາະ​ການເຈີມ​ຂອງ​ພຣະອົງ​ສອນ​ພວກເຈົ້າ​ທຸກສິ່ງ ແລະ ການເຈີມ​ນັ້ນ​ກໍ​ເປັນ​ການເຈີມ​ແທ້, ບໍ່​ແມ່ນ​ປອມແປງ ຈົ່ງ​ດຳລົງ​ຢູ່​ໃນ​ພຣະອົງ​ຕາມ​ທີ່​ການເຈີມ​ໄດ້​ສອນ​ພວກເຈົ້າ​ໄວ້​ແລ້ວ.
28 And now, little children, remain in him, so that when he appears we may have confidence and not shrink from him in shame at his coming. ແລະ ບັດນີ້ ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ດຳລົງ​ຢູ່​ໃນ​ພຣະອົງ​ຕໍ່ໄປ, ເພື່ອ​ວ່າ​ເມື່ອ​ພຣະອົງ​ມາ​ປາກົດ​ພວກເຮົາ​ຈະ​ໝັ້ນໃຈ ແລະ ບໍ່​ລະອາຍ​ຕໍ່ໜ້າ​ພຣະອົງ​ເມື່ອ​ພຣະອົງ​ມາ.
29 If you know he's righteous, you also know that all who do right are born of him. ຖ້າ​ພວກເຈົ້າ​ຮູ້ຈັກ​ວ່າ​ພຣະອົງ​ຊອບທຳ, ພວກເຈົ້າ​ກໍ​ຮູ້ຈັກ​ວ່າ​ທຸກຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ໄດ້​ເກີດ​ຈາກ​ພຣະອົງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]