ລູກຊາຍຂອງອິດສະຣາເອນ
1ຄົນເຫລົ່ານີ້ແມ່ນລູກຊາຍຂອງອິດສະຣາເອນມີດັ່ງນີ້: ຣູເບັນ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ, ເຊບູໂລນ, 2ດານ, ໂຢເຊັບ, ເບັນຢາມິນ, ເນັບທາລີ, ກາດ ແລະ ອາເຊ.
ຕັ້ງແຕ່ຢູດາເຖິງລູກຊາຍຂອງເຮຊະໂຣນ
3ລູກຊາຍຂອງຢູດາມີດັ່ງນີ້: ເອຣະ, ໂອນານ ແລະ ເຊລາ. ຄົນເຫລົ່ານີ້ເກີດຈາກນາງບັດຊູອາຍິງຊາວການາອານ, ທີ່ເປັນລູກສາວຂອງຊູອາ. (ເອຣະເປັນລູກຊາຍກົກຂອງຢູດາ, ລາວເປັນຄົນຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວ; ດັ່ງນັ້ນ ພຣະອົງຈຶ່ງຂ້າລາວ).
4ນາງຕາມາເປັນລູກໄພ້ຂອງຢູດາມີລູກຊາຍສອງຄົນຄື: ເປເຣັດ ແລະ ເຊຣາ. ຢູດາຈຶ່ງມີລູກຊາຍທັງໝົດຫ້າຄົນ.
5ລູກຊາຍຂອງເປເຣັດມີດັ່ງນີ້: ເຮຊະໂຣນ ແລະ ຮາມູນ.
6ລູກຊາຍຂອງເຊຣາມີດັ່ງນີ້: ຊິມຣີ, ເອທານ, ເຮມານ, ການໂກນ ແລະ ດາກດາ ທັງໝົດມີຫ້າຄົນ.
7ລູກຊາຍຂອງການໝີມີດັ່ງນີ້: ອາການ, ຜູ້ທີ່ນຳຄວາມຍາກລໍາບາກມາສູ່ອິດສະຣາເອນໂດຍການເກັບເອົາສິ່ງທີ່ຫ່ວງຫ້າມທີ່ໄດ້ອຸທິດຖວາຍໃຫ້ແກ່ພຣະເຈົ້າ.
8ລູກຊາຍຂອງເອທານຄື: ອາຊາຣີຢາ.
9ລູກຊາຍຂອງເຮຊະໂຣນມີດັ່ງນີ້: ເຢຣາເມເອນ, ຣາມ ແລະ ກາເລັບ.
ຕັ້ງແຕ່ຣາມລູກຊາຍຂອງເຮຊະໂຣນ
10ຣາມເປັນພໍ່ຂອງອຳມີນາດາບ, ແລະ ອຳມີນາດາບເປັນພໍ່ຂອງນາໂຊນ, ຜູ້ທີ່ເປັນຜູ້ນໍາຂອງປະຊາຊົນຢູດາຍ.
11ນາໂຊນເປັນພໍ່ຂອງສານໂມນ, ສານໂມນເປັນພໍ່ຂອງໂບອາດ,
12ໂບອາດເປັນພໍ່ຂອງໂອເບັດ ແລະ ໂອເບັດເປັນພໍ່ຂອງເຢຊີ.
13ເຢຊີເປັນພໍ່ຂອງ ເອລີອາບຜູ້ທີ່ເປັນລູກຊາຍກົກ; ລູກຊາຍຄົນທີສອງແມ່ນອາບີນາດາບ, ຄົນທີສາມແມ່ນຊີເມອາ,
14ຄົນທີສີ່ແມ່ນເນທາເນນ, ຄົນທີຫ້າແມ່ນຣັດດາຍ,
15ຄົນທີຫົກແມ່ນໂອເຊມ ແລະ ຄົນທີເຈັດແມ່ນດາວິດ.
16ເອື້ອຍຂອງພວກເຂົາແມ່ນນາງເຊຣູອີຢາ ແລະ ນາງອາບີກາຍ. ນາງເຊຣູອີຢາມີລູກຊາຍສາມຄົນດັ່ງນີ້: ອາບີໄຊ, ໂຢອາບ ແລະ ອາສາເຮນ.
17ອາບີກາຍເປັນແມ່ຂອງອາມາສາ ເຊິ່ງພໍ່ຂອງລາວແມ່ນເຢເທີເປັນຊາວອິດຊະມາເອນ.
ກາເລັບລູກຊາຍຂອງເຮຊະໂຣນ
18ກາເລັບລູກຊາຍຂອງເຮຊະໂຣນໄດ້ລູກກັບ ນາງອາຊູບາ (ແລະ ເຢຣີໂອດ). ຄົນເຫລົ່ານີ້ແມ່ນລູກຊາຍຂອງນາງອາຊູບາມີດັ່ງນີ້: ເຢເຊ, ໂຊບັບ ແລະ ອາກໂດນ.
19ເມື່ອອາຊູບາໄດ້ຕາຍໄປແລ້ວ, ກາເລັບກໍໄດ້ແຕ່ງງານກັບເອຟຣັດ, ເຊິ່ງນາງມີລູກຊາຍຄົນໜຶ່ງໃຫ້ລາວຊື່ວ່າ ຮູເຣ.
20ຮູເຣເປັນພໍ່ຂອງອູຣິ, ແລະ ອູຣິເປັນພໍ່ຂອງເບຊາເລນ.
21ຕໍ່ມາ, ເມື່ອລາວມີອາຍຸຫົກສິບປີ, ເຮຊະໂຣນໄດ້ແຕ່ງງານກັບລູກສາວຂອງມາກີ, ເຊິ່ງເປັນພໍ່ຂອງກີເລອາດ. ລາວຮັກນາງຫລາຍ ແລະ ນາງໄດໃຫ້ກຳເນີດລູກຊາຍຄົນໜຶ່ງຊື່ວ່າເສກຸບ.
22ເສກຸບເປັນພໍ່ຂອງຢາອີ, ເຊິ່ງລາວໄດ້ປົກຄອງເມືອງ 23 ແຫ່ງໃນເຂດແດນກີເລອາດ.
23(ແຕ່ເກຊູ ແລະ ອາຣາມໄດ້ຢຶດເມືອງຮັບໂວດຢາອີ, ພວກເຂົາຍັງໄດ້ຢຶດເມືອງເກນາດພ້ອມທັງຫົກສິບເມືອງທີ່ຕັ້ງຢູ່ອ້ອມນັ້ນດ້ວຍ). ຄົນເຫລົ່ານີ້ທັງໝົດເປັນເຊື້ອສາຍຂອງມາກີຜູ້ທີ່ເປັນພໍ່ຂອງກີເລອາດ.
24ຫລັງຈາກທີ່ເຮຊະໂຣນໄດ້ຕາຍໄປໃນກາເລັບເອຟຣັດ, ອາບີຢາເມຍຂອງເຮຊະໂຣນມີລູກຊາຍຊື່ ອາຊະຮູ, ເຊິ່ງເປັນພໍ່ຂອງເຕກົວ.
ເຢຣາເມເອນລູກຊາຍຂອງເຮຊະໂຣນ
25ລູກຊາຍຂອງເຢຣາເມເອນທີ່ເປັນລູກຊາຍກົກຂອງເຮຊະໂຣນ ມີດັ່ງນີ້: ຣາມເປັນລູກຊາຍກົກຂອງລາວ, ບູນາ, ໂອເຣນ, ໂອເຊມ ແລະ ອາຮີຢາ.
26ເຢຣາເມເອນມີເມຍອີກຄົນໜຶ່ງ, ເຊິ່ງຊື່ວ່າ ອາຕາຣາ; ນາງເປັນແມ່ຂອງໂອນາມ.
27ຣາມເປັນລູກຊາຍກົກຂອງເຢຣາເມເອນມີລູກຊາຍດັ່ງນີ້: ມາອາ, ຢາມິນ ແລະ ເອເກ.
28ລູກຊາຍຂອງໂອນາມມີດັ່ງນີ້: ຊາມມາຍ ແລະ ຢາດາ. ລູກຊາຍຂອງຊາມມາຍມີດັ່ງນີ້: ນາດາບ ແລະ ອາບີຊູ.
29ເມຍຂອງອາບີຊູຊື່ວ່າ ອາບີໄຮ, ນາງມີລູກຊາຍຊື່ວ່າ ອາບານ ແລະ ໂມລິດ.
30ລູກຊາຍຂອງນາດາບມີດັ່ງນີ້: ເສເລັດ ແລະ ອັບປາອິມ. ເສເລັດໄດ້ຕາຍໄປໂດຍບໍ່ມີລູກ.
31ລູກຊາຍຂອງອັບປາອິມມີດັ່ງນີ້: ອີຊີ, ຜູ້ທີ່ເປັນພໍ່ຂອງເຊຊານ. ເຊຊານເປັນພໍ່ຂອງອາຮະໄລ.
32ລູກຊາຍຂອງຢາດາ, ເຊິ່ງເປັນນ້ອງຊາຍຂອງຊາມມາຍມີດັ່ງນີ້: ເຢເທີ ແລະ ໂຢນາທານ. ເຢເທີໄດ້ຕາຍໄປໂດຍບໍ່ມີລູກ.
33ລູກຊາຍຂອງໂຢນາທານມີດັ່ງນີ້: ເປເລັດ ແລະ ຊາຊາ. ຄົນເຫລົ່ານີ້ເປັນເຊື້ອສາຍຂອງເຢຣາເມເອນ.
34ເຊຊານບໍ່ມີລູກຊາຍ, ລາວມີແຕ່ລູກສາວ. ລາວມີຄົນຮັບໃຊ້ຊາວເອຢິບຜູ້ໜຶ່ງຊື່ວ່າຢາຣະຮາ.
35ເຊຊານຍົກລູກສາວຄົນໜຶ່ງໃຫ້ແຕ່ງງານກັບຄົນຮັບໃຊ້ຂອງຕົນຊື່ວ່າ ຢາຣະຮາ, ແລ້ວນາງກໍມີລູກຊາຍຊື່ວ່າ ອັດໄຕ.
36ອັດໄຕເປັນພໍ່ຂອງນາທານ, ນາທານເປັນພໍ່ຂອງຊາບັດ,
37ຊາບັດເປັນພໍ່ຂອງເອຟະລານ, ເອຟະລານເປັນພໍ່ຂອງໂອເບັດ,
38ໂອເບັດເປັນພໍ່ຂອງເຢຮູ, ເຢຮູເປັນພໍ່ຂອງອາຊາຣີຢາ,
39ອາຊາຣີຢາເປັນພໍ່ຂອງເຮເລັດ, ເຮເລັດເປັນພໍ່ຂອງເອເລອາສາ,
40ເອເລອາສາເປັນພໍ່ຂອງສີສະໝາຍ, ສີສະໝາຍເປັນພໍ່ຂອງຊໍລູມ,
41ຊໍລູມເປັນພໍ່ຂອງເຢກາມີຢາ ແລະ ເຢກາມີຢາເປັນພໍ່ຂອງເອລີຊາມາ.
ຕະກຸນຂອງກາເລັບ
42ລູກຊາຍຂອງກາເລັບທີ່ເປັນນ້ອງຊາຍຂອງເຢຣາເມເອນມີດັ່ງນີ້: ເມຊາເປັນລູກຊາຍກົກຂອງລາວ, ເຊິ່ງລາວເປັນພໍ່ຂອງສີເຟ, ແລະ ລູກຊາຍຂອງລາວແມ່ນມາເຣຊາ, ເຊິ່ງເປັນພໍ່ຂອງເຮັບໂຣນ.
43ລູກຊາຍຂອງເຮັບໂຣນມີດັ່ງນີ້: ໂກຣາ, ຕັບປູອາ, ເຣເກມ ແລະ ເຊມາ.
44ເຊມາເປັນພໍ່ຂອງຣາຮາມ ແລະ ຣາຮາມເປັນພໍ່ຂອງຢອກເກອາມ. ເຣເກມເປັນພໍ່ຂອງຊາມມາຍ.
45ລູກຊາຍຂອງຊາມມາຍແມ່ນມາໂອນ, ແລະ ມາໂອນເປັນພໍ່ຂອງເບັດຊູເຣ.
46ເມຍນ້ອຍຂອງກາເລັບແມ່ນເອຟາທີ່ແມ່ຂອງ ຮາຣານ, ໂມຊາ ແລະ ກາເຊ. ຮາຣານເປັນພໍ່ຂອງກາເຊ.
47ລູກຊາຍຂອງຢາດາຍມີດັ່ງນີ້: ເຣເຄມ, ໂຢທານ, ເກຊານ, ເປເລດ, ເອຟາ ແລະ ຊາອາບ.
48ມາອາກາເປັນເມຍນ້ອຍຂອງກາເລັບທີ່ເປັນແມ່ຂອງ ເຊເບ ແລະ ຕີຮານາ.
49ນາງກໍຍັງໄດ້ເກີດລູກຊາຍອີກຊື່ວ່າ ຊາອາບ, ຜູ້ທີ່ເປັນພໍ່ຂອງມາດມານນາ ແລະ ໄດ້ເກີດເຊວາຜູ້ເປັນພໍ່ຂອງມັກເບນາ ແລະ ກີເບອາ. ລູກສາວຂອງກາເລັບແມ່ນອັກຊາ.
50ຄົນເຫລົ່ານີ້ເປັນເຊື້ອສາຍຂອງກາເລັບ. ລູກຊາຍຂອງຮູເຣທີ່ເປັນລູກຊາຍກົກຂອງນາງເອຟຣັດມີດັ່ງນີ້: ໂຊບານເປັນພໍ່ຂອງກີຣີອາດເຢອາຣີມ,
51ສານມາເປັນພໍ່ຂອງເບັດເລເຮັມ ແລະ ຮາເຣັບທີ່ເປັນພໍ່ຂອງເບັດກາເດ.
52ເຊື້ອສາຍຂອງໂຊບານທີ່ເປັນພໍ່ຂອງກີຣີອາດເຢອາຣີມມີດັ່ງນີ້: ຮາໂລເອ, ປະຊາຊົນເຄິ່ງໜຶ່ງເປັນຊາວເມນູໂຮດ,
53ແລະ ຕະກຸນຕ່າງໆຂອງກີຣີອາດເຢອາຣີມມີດັ່ງນີ້: ຊາວອິດໄຣ, ປູທະ, ຊູມາ ແລະ ຊາວມິດຊະຣາ. ຊາວໂຊຣາ ແລະ ເອຊະຕາໂອນສືບເຊື້ອສາຍມາຈາກຕະກຸນເຫລົ່ານີ້.
54ເຊື້ອສາຍຂອງສານມາມີດັ່ງນີ້: ເບັດເລເຮັມ, ຊາວເນໂຕຟາ, ຊາວອາໂຣດເບັດໂຢອາບ ແລະ ເຄິ່ງໜຶ່ງຂອງຊາວມານາຮາດກັບຊາວໂຊເຣ.
55ແລະ ຕະກຸນຕ່າງໆຂອງບັນດາຜູ້ຊ່ຽວຊານທາງການຂຽນທີ່ອາໄສຢູ່ທີ່ເມືອງຢາເບດມີດັ່ງນີ້: ຊາວຕີຣາດ, ຊີເມອາດ ແລະ ສູກາດ. ຄົນເຫລົ່ານີ້ເປັນຊາວເກນິດທີ່ມາຈາກຮາມມັດ, ເຊິ່ງເປັນຕົ້ນຕະກຸນຂອງຊາວເຣກາບ.