Skip to content
The Believer's Library

Biblica® Open Lao Contemporary Version

1 Chronicles 1 OLCV

Side by side with the Father's Heart Bible™

ຕັ້ງແຕ່​ອາດາມ​ເຖິງ​ລູກຊາຍ​ຂອງ​ໂນອາ

1ອາດາມ, ເຊດ, ເອໂນດ,

2ເກນານ, ມະຫາລາເລນ, ຢາເຣັດ,

3ເອນົກ, ເມທູເສລາ, ລາເມັກ, ແລະ ໂນອາ.

4ລູກຊາຍ​ຂອງ​ໂນອາ​ມີ​ດັ່ງນີ້: ເຊມ, ຮາມ ແລະ ຢາເຟດ.

ເຊື້ອສາຍ​ຂອງ​ຢາເຟດ

5ລູກຊາຍ​ຂອງ​ຢາເຟດ​ມີ​ດັ່ງນີ້: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ ຕີຣາດ.

6ລູກຊາຍ​ຂອງ​ໂກເມ​ມີ​ດັ່ງນີ້: ອັດຊະເກນາດ, ຣີຟາດ ແລະ ໂຕກາມາ.

7ລູກຊາຍ​ຂອງ​ຢາວານ​ມີ​ດັ່ງນີ້: ເອລີຊາ, ຕາກຊິດ, ສະເປນ, ໄຊປຣັດ ແລະ ໂຣເດັດ.

ເຊື້ອສາຍ​ຂອງ​ຮາມ

8ລູກຊາຍ​ຂອງ​ຮາມ​ມີ​ດັ່ງນີ້: ກູເຊ, ເອຢິບ, ພູດ ແລະ ການາອານ.

9ບັນດາ​ລູກຊາຍ​ຂອງ​ກູເຊ​ມີ​ຄື: ເຊບາ, ຮາວີລາ, ສັບຕາ, ຣາອາມາ ແລະ ສັບເຕກາ. ບັນດາ​ລູກຊາຍ​ຂອງ​ຣາອາມາ​ມີ​ຄື: ເຊບາ ແລະ ເດດານ.

10ກູເຊ​ເປັນ​ພໍ່​ຂອງ ນິມໂຣດ, ຜູ້​ທີ່​ໄດ້​ກາຍ​ເປັນ​ນັກຮົບ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ​ໃນ​ໂລກ.

11ເອຢິບ​ເປັນ​ພໍ່​ຂອງ ຊາວ​ລູດີອາ, ຊາວ​ອານາມ, ຊາວ​ເລຮາບ, ຊາວ​ນັບຕູ

12ຊາວ​ປາທະຣູຊິມ, ຊາວ​ກັດສະລູ ແລະ ຊາວ​ກະເຣເຕ (ເຊິ່ງ​ເປັນ​ບັນພະບຸລຸດ​ຂອງ​ຊາວ​ຟີລິດສະຕິນ) ແລະ ຊາວ​ຄັບຟະໂທຣິມ.

13ການາອານ​ເປັນ​ພໍ່​ຂອງ ຊີໂດນ ຜູ້​ທີ່​ເປັນ​ລູກຊາຍ​ກົກ​ຂອງ​ລາວ ແລະ ຊາວ​ຮິດຕີ,

14ຊາວ​ເຢບຸດ, ຊາວ​ອາໂມ, ຊາວ​ກີກາຊີ, 15ຊາວ​ຮີວີ, ຊາວ​ອາກກີ, ຊາວ​ສີນີ, 16ຊາວ​ອາກວາດີ, ຊາວ​ເຊມາຣີ ແລະ ຊາວ​ຮາມັດ.

ເຊື້ອສາຍ​ຂອງ​ເຊມ

17ລູກຊາຍ​ຂອງ​ເຊມ​ມີ​ດັ່ງນີ້: ເອລາມ, ອັດຊູຣະ, ອາກປັກຊາດ, ລູດ, ແລະ ອາຣາມ. ລູກຊາຍ​ຂອງ​ອາຣາມ​ມີ​ດັ່ງນີ້: ອູເສ, ຮຸນ, ເກເຕີ ແລະ ເມເຊັກ.

18ອາກປັກຊາດ​ເປັນ​ພໍ່​ຂອງ​ເຊລາ, ແລະ ເຊລາ​ເປັນ​ພໍ່​ຂອງ​ເອເບ.

19ເອເບ​ມີ​ລູກຊາຍ​ສອງ​ຄົນ​ມີ​ດັ່ງນີ້: ຜູ້​ໜຶ່ງ​ຊື່​ວ່າ ເປເລັກ ເພາະ​ໃນ​ສະໄໝ​ຂອງ​ລາວ​ໂລກ​ໄດ້​ແບ່ງແຍກ​ກັນ; ແລະ ອີກ​ຜູ້​ໜຶ່ງ​ຊື່​ວ່າ​ໂຢກທານ.

20ໂຢກທານ​ເປັນ​ພໍ່​ຂອງ ອານໂມດາດ, ເຊເລັບ, ຮາຊາມາເວດ, ເຢຣາ,

21ຮາໂດຣາມ, ອູຊານ, ດີກະລາ, 22ເອບານ, ອາບີມາເອນ, ເຊບາ, 23ໂອຟີ, ຮາວີລາ ແລະ ໂຢບັບ. ຄົນ​ເຫລົ່ານີ້​ທັງໝົດ​ເປັນ​ລູກຊາຍ​ຂອງ​ໂຢກທານ.

24ເຊມ, ອາກປັກຊາດ, ເຊລາ,

25ເອເບ, ເປເລັກ, ເຣອູ,

26ເສຣຸກ, ນາໂຮ, ເຕຣາ,

27ແລະ ອັບຣາມ (ຄື​ອັບຣາຮາມ).

ຄອບຄົວ​ຂອງ​ອັບຣາຮາມ

28ລູກຊາຍ​ຂອງ​ອັບຣາຮາມ​ມີ​ດັ່ງນີ້: ອີຊາກ ແລະ ອິດຊະມາເອນ.

ເຊື້ອສາຍ​ຂອງ​ນາງ​ຮາກາ

29ລູກຊາຍ​ຂອງ​ອິດຊະມາເອນ​ມີ​ດັ່ງນີ້: ເນບາໂຢດ​ເປັນ​ລູກຊາຍ​ກົກ​ຂອງ​ອິດຊະມາເອນ, ເກດາ, ອັດເບເອນ, ມິບຊາມ,

30ມີຊະມາ, ດູມາ, ມາສາ, ຮາດັດ, ເຕມາ, 31ເຢຕຸຣະ, ນາຟີດ ແລະ ເກເດມາ. ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ອິດຊະມາເອນ.

ເຊື້ອສາຍ​ຂອງ​ນາງ​ເກຕູຣາ

32ລູກຊາຍ​ທີ່​ເກີດ​ມາ​ຈາກ​ນາງ​ເກຕູຣາ ເຊິ່ງ​ເປັນ​ເມຍນ້ອຍ​ຂອງ​ອັບຣາຮາມ​ມີ​ດັ່ງນີ້: ຊິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ ແລະ ຊູອາ. ລູກຊາຍ​ຂອງ​ໂຢກຊານ​ມີ​ດັ່ງນີ້: ເຊບາ ແລະ ເດດານ.

33ລູກຊາຍ​ຂອງ​ມີດີອານ​ມີ​ດັ່ງນີ້: ເອຟາ, ເອເຟ, ຮານົກ, ອາບີດາ ແລະ ເອນດາອາ. ຄົນ​ທັງໝົດ​ເຫລົ່ານີ້​ເປັນ​ເຊື້ອສາຍ​ຂອງ​ນາງ​ເກຕູຣາ.

ເຊື້ອສາຍ​ຂອງ​ນາງ​ຊາຣາ

34ອັບຣາຮາມ​ເປັນ​ພໍ່​ຂອງ​ອີຊາກ. ລູກຊາຍ​ຂອງ​ອີຊາກ​ມີ​ດັ່ງນີ້: ເອຊາວ ແລະ ອິດສະຣາເອນ.

ລູກຊາຍ​ຂອງ​ເອຊາວ

35ລູກຊາຍ​ຂອງ​ເອຊາວ​ມີ​ດັ່ງນີ້: ເອລີຟັດ, ເຣອູເອນ, ເຢອຸດ, ຢາລາມ ແລະ ໂກຣາ.

36ລູກຊາຍ​ຂອງ​ເອລີຟັດ​ມີ​ດັ່ງນີ້: ເຕມານ, ໂອມາກ, ເຊຟີ, ຄາຕາມ, ເກນາດ, ແລະ ອາມາເຫລັກ, ທີ່​ເກີດ​ມາ​ຈາກ​ນາງ​ຕີມນາ.

37ລູກຊາຍ​ຂອງ​ເຣອູເອນ​ມີ​ດັ່ງນີ້: ນາຮາດ, ເຊຣາ, ຊາມມາ ແລະ ມິດຊາ.

ປະຊາຊົນ​ຂອງ​ເສອີ​ໃນ​ເອໂດມ

38ລູກຊາຍ​ຂອງ​ເສອີ​ມີ​ດັ່ງນີ້: ໂລຕັນ, ໂຊບານ, ຊີເບໂອນ, ອານາ, ດີໂຊນ, ເອເຊ ແລະ ດີຊານ.

39ລູກຊາຍ​ຂອງ​ໂລຕັນ​ມີ​ດັ່ງນີ້: ໂຮຣີ ແລະ ໂຮມາມ. ຕີມນາ​ເປັນ​ນ້ອງສາວ​ຂອງ​ໂລຕັນ.

40ລູກຊາຍ​ໂຊບານ​ມີ​ດັ່ງນີ້: ອາລີອານ, ມານາຮາດ, ເອບານ, ເຊໂຟ ແລະ ໂອນາມ. ລູກຊາຍ​ຊີເບໂອນ​ມີ​ດັ່ງນີ້: ອາອີຢາ ແລະ ອານາ.

41ລູກຊາຍ​ຂອງ​ອານາ​ມີ​ດັ່ງນີ້: ດີໂຊນ ລູກຊາຍ​ຂອງ​ດີໂຊນ​ມີ​ດັ່ງນີ້: ຮຳຣານ, ເອັດຊະບານ, ອິທະຣານ ແລະ ເກຣານ.

42ລູກຊາຍ​ຂອງ​ເອເຊ​ມີ​ດັ່ງນີ້: ບິນຮານ, ຊາອາວານ ແລະ ອາການ. ລູກຊາຍ​ຂອງ​ດີຊານ​ມີ​ດັ່ງນີ້: ອູເຊ ແລະ ອາຣານ.

ບັນດາ​ຜູ້ປົກຄອງ​ຂອງ​ເອໂດມ

43ຄົນ​ເຫລົ່ານີ້​ເປັນ​ບັນດາ​ກະສັດ​ທີ່​ໄດ້​ປົກຄອງ​ໃນ​ເອໂດມ​ກ່ອນ​ທີ່​ຈະ​ມີ​ບັນດາ​ກະສັດ​ອິດສະຣາເອນ​ໄດ້​ປົກຄອງ​ມີ​ດັ່ງນີ້: ເບລາ ລູກຊາຍ​ຂອງ​ເບໂອ, ເຊິ່ງ​ມີ​ເມືອງ​ທີ່​ຊື່​ວ່າ​ດິນຮາບາ.

44ເມື່ອ​ເບລາ​ໄດ້​ຕາຍ​ໄປ​ແລ້ວ, ໂຢບັບ ລູກຊາຍ​ຂອງ​ເຊຣາ​ຈາກ​ເມືອງ​ໂບຊະຣາ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.

45ເມື່ອ​ໂຢບັບ​ຕາຍໄປ​ແລ້ວ, ຮູຊາມ​ຈາກ​ດິນແດນ​ຂອງ​ຊາວ​ເຕມານ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.

46ເມື່ອ​ຮູຊາມ​ໄດ້​ໄປ​ຕາຍ​ແລ້ວ, ຮາດັດ​ລູກ​ຊາຍ​ຂອງ​ເບດັດ, ຜູ້​ທີ່​ໄດ້​ເອົາ​ຊະນະ​ຊາວ​ມີດີອານ​ໃນ​ດິນແດນ​ໂມອາບ, ລາວ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ, ເມືອງ​ຂອງ​ເພິ່ນ​ຊື່​ວ່າ ອາວິດ.

47ເມື່ອ​ຮາດັດ​ໄດ້​ຕາຍ​ໄປ​ແລ້ວ, ຊາມລາ​ຈາກ​ເມືອງ​ມັດເຣກາ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.

48ເມື່ອ​ຊາມລາ​ໄດ້​ຕາຍ​ໄປ​ແລ້ວ, ຊາອູນ​ຈາກ​ເມືອງ​ເຣໂຮໂບດ​ຕັ້ງ​ຢູ່​ທີ່​ແຄມ​ແມ່ນໍ້າ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.

49ເມື່ອ​ຊາອູນ​ໄດ້​ຕາຍ​ໄປ​ແລ້ວ, ບາອານຮານານ ລູກຊາຍ​ຂອງ​ອັກໂບ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ.

50ເມື່ອ​ບາອານຮານານ​ໄດ້​ຕາຍ​ໄປ​ແລ້ວ, ຮາດັດ​ກໍ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ເພິ່ນ. ເມືອງ​ຂອງ​ເພິ່ນ​ຊື່​ວ່າ​ປາອູ ແລະ ເມຍ​ຂອງ​ເພິ່ນ​ຊື່​ວ່າ ເມເຫັດຕາເບັນ ຜູ້​ເປັນ​ລູກສາວ​ຂອງ​ມາດເຣດ, ຫລານສາວ​ຂອງ​ເມຊາຮາບ. 51ຮາດັດ​ກໍ​ໄດ້​ຕາຍ​ໄປ​ເໝືອນກັນ. ຫົວໜ້າ​ເຜົ່າ​ຂອງ​ເອໂດມ​ມີ​ດັ່ງນີ້: ຕິມນາ, ອານວາ, ເຢເທັດ,

52ໂອໂຮລີບາມາ, ເອລາ, ປີໂນນ, 53ເກນາດ, ເຕມານ, ມິບສາຣະ,

54ມັກດີເອນ ແລະ ອີຣາມ, ຄົນ​ເຫລົ່ານີ້​ແມ່ນ​ຫົວໜ້າ​ເຜົ່າ​ຂອງ​ເອໂດມ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]