ລູກຊາຍຂອງດາວິດ
1ຄົນເຫລົ່ານີ້ເປັນລູກຊາຍຂອງດາວິດທີ່ໄດ້ເກີດໃນເມືອງເຮັບໂຣນມີດັ່ງນີ້: ລູກຊາຍກົກແມ່ນອຳໂນນທີ່ເປັນລູກຊາຍຂອງນາງອາຮີໂນອາມແຫ່ງຢິດຊະເຣນ; ຄົນທີສອງຄືດານີເອນ, ເຊິ່ງເປັນລູກຊາຍຂອງນາງອາບີກາຍແຫ່ງກາເມນ;
2ຄົນທີສາມຄືອັບຊາໂລມ, ເຊິ່ງເປັນລູກຊາຍຂອງນາງມາອາກາທີ່ເປັນລູກສາວຂອງກະສັດຕານໄມແຫ່ງເມືອງເກຊູ; ຄົນທີສີ່ຄືອາໂດນີຢາ, ເຊິ່ງເປັນລູກຊາຍຂອງນາງຮັກກິດ;
3ຄົນທີຫ້າຄືເຊຟາຕີຢາ, ເຊິ່ງເປັນລູກຊາຍຂອງນາງອາບີຕານ; ແລະ ຄົນທີຫົກຄືອິດທະເລອາມ, ເຊິ່ງເປັນລູກຊາຍຂອງນາງເອັກລາ.
4ລູກຊາຍຫົກຄົນເຫລົ່ານີ້ໄດ້ເກີດຢູ່ໃນເມືອງເຮັບໂຣນ, ເຊິ່ງດາວິດໄດ້ຂຶ້ນປົກຄອງເປັນເວລາເຈັດປີ ແລະ ຫົກເດືອນ. ດາວິດໄດ້ປົກຄອງຢູ່ໃນນະຄອນເຢຣູຊາເລັມເປັນເວລາສາມສິບສາມປີ,
5ແລະ ຄົນເຫລົ່ານີ້ແມ່ນລູກຊາຍຂອງເພິ່ນທີ່ໄດ້ເກີດຢູ່ໃນນະຄອນເຢຣູຊາເລັມມີດັ່ງນີ້: ຊີເມອາ, ໂຊບັບ, ນາທານ ແລະ ໂຊໂລໂມນ. ລູກຊາຍສີ່ຄົນນີ້ໄດ້ເກີດມາຈາກນາງບັດເຊບາທີ່ລູກສາວຂອງອາມມີເອນ.
6ລູກຊາຍຄົນອື່ນໆອີກແມ່ນອິບຮາ, ເອລີຊາມາ, ເອລີເຟເລັດ, 7ໂນຄາ, ເນເຟັກ, ຢາເຟຍ, 8ເອລີຊາມາ, ເອລີອາດາ ແລະ ເອລີເຟເລັດ, ເຊິ່ງລວມທັງໝົດເກົ້າຄົນ.
9ລາຍຊື່ທັງໝົດເຫລົ່ານີ້ເປັນລູກຊາຍຂອງດາວິດ, ບໍ່ລວມລູກຊາຍຂອງເພິ່ນທີ່ເກີດມາຈາກເມຍນ້ອຍຂອງເພິ່ນ ແລະ ມີລູກສາວຜູ້ໜຶ່ງອີກຊື່ວ່າຕາມາ.
ບັນດາກະສັດແຫ່ງຢູດາຍ
10ລູກຊາຍຂອງໂຊໂລໂມນແມ່ນເຣໂຫໂບອາມ, ລູກຊາຍຂອງເພິ່ນຄືອາບີຢາ, ລູກຊາຍຂອງເພິ່ນຄືອາສາ, ລູກຊາຍຂອງເພິ່ນຄືເຢໂຮຊາຟັດ,
11ລູກຊາຍຂອງເພິ່ນຄືໂຢຣາມ, ລູກຊາຍຂອງເພິ່ນຄືອາຮາຊີຢາ, ລູກຊາຍຂອງເພິ່ນຄືໂຢອາດ,
12ລູກຊາຍຂອງເພິ່ນຄືອາມາຊີຢາ, ລູກຊາຍຂອງເພິ່ນຄືອາຊາຣີຢາ, ລູກຊາຍຂອງເພິ່ນຄືໂຢທາມ,
13ລູກຊາຍຂອງເພິ່ນຄືອາຮາດ, ລູກຊາຍຂອງເພິ່ນຄືເຮເຊກີຢາ, ລູກຊາຍຂອງເພິ່ນຄືມານາເຊ,
14ລູກຊາຍຂອງເພິ່ນຄືອາໂມນ ລູກຊາຍຂອງເພິ່ນຄືໂຢສີຢາ.
15ລູກຊາຍຂອງໂຢສີຢາມີດັ່ງນີ້: ໂຢຮານັນເປັນລູກຊາຍກົກ ຄົນທີສອງຄືເຢໂຮຍອາກິມ ຄົນທີສາມຄືເຊເດກີຢາ ຄົນທີສີ່ຄືຊໍລູມ
16ບັນດາຜູ້ທີ່ເປັນຜູ້ສືບທອດແທນເຢໂຮຍອາກິມມີດັ່ງນີ້: ລູກຊາຍຂອງເພິ່ນຄືເຢໂຮຍອາກິນ, ເຊເດກີຢາ ແລະ ເຊເດກີຢາ.
ຄອບຄົວຂອງກະສັດຫລັງຈາກຕົກໄປເປັນຊະເລີຍ
17ເຊື້ອສາຍຂອງເຢໂຮຍອາກິນທີ່ຖືກຈັບໄປເປັນຊະເລີຍມີດັ່ງນີ້: ລູກຊາຍຂອງເພິ່ນຄືເຊອານຕີເອນ,
18ມານກີຣາມ, ເປດາອີຢາ, ເຊນັດຊາ, ເຢກາມີຢາ, ໂຮຊາມາ ແລະ ເນດາບີຢາ.
19ລູກຊາຍຂອງເປດາອີຢາມີດັ່ງນີ້: ເຊຣຸບບາເບນ ແລະ ຊີເມອີ. ລູກຊາຍຂອງເຊຣຸບບາເບນມີດັ່ງນີ້: ເມຊູນລຳ ແລະ ຮານານີຢາ. ລູກສາວຄົນໜຶ່ງຂອງເພິ່ນຄືເຊໂລມິດ.
20ແລະ ເພິ່ນກໍຍັງມີລູກສາວຄົນອື່ນໆອີກດັ່ງນີ້: ຮາຊູບາ, ໂອເຮນ, ເບເຣກີຢາ, ຮາສາດີຢາ ແລະ ຢູຊັບເຮເສັດ.
21ເຊື້ອສາຍຂອງຮານານີຢາມີດັ່ງນີ້: ເປລາຕີຢາ ແລະ ເຢຊາອີຢາ, ແລະ ລູກຊາຍຂອງເຣຟາອີຢາ, ລາວເປັນພໍ່ຂອງອາກນັນ, ໂອບາດີຢາ ແລະ ເຊການີຢາ.
22ເຊື້ອສາຍຂອງເຊການີຢາມີດັ່ງນີ້: ເຊມາອີຢາ ແລະ ລູກຊາຍຂອງລາວມີດັ່ງນີ້: ຮັດຕຸເຊ, ອີການ, ບາຣີຢາ, ເນອາຣີຢາ ແລະ ຊາຟັດ ລວມທັງໝົດມີຫົກຄົນ.
23ລູກຊາຍຂອງເນອາຣີຢາມີດັ່ງນີ້: ເອລີໂອນາຍ, ເຮເຊກີຢາ ແລະ ອາຊະຣິກຳ ລວມທັງໝົດມີສາມຄົນ.
24ລູກຊາຍຂອງເອລີໂອນາຍມີດັ່ງນີ້: ໂຮດາວີຢາ, ເອລີອາຊິບ, ເປລາອີຢາ, ອັກກຸບ, ໂຢຮານານ, ເດລາອີຢາ ແລະ ອານານີ ລວມທັງໝົດມີເຈັດຄົນ.