Skip to content
The Believer's Library

Biblica® Open Lao Contemporary Version

1 Chronicles 2 OLCV

Show OLCV only
Verse × ×
1 These were the sons of Israel: Reuben, Simeon, Levi, Judah, Issachar, and Zebulun, ຄົນ​ເຫລົ່ານີ້​ແມ່ນ​ລູກຊາຍ​ຂອງ​ອິດສະຣາເອນ​ມີ​ດັ່ງນີ້: ຣູເບັນ, ຊີເມໂອນ, ເລວີ, ຢູດາ, ອິດຊາຄາ, ເຊບູໂລນ,
2 Dan, Joseph, Benjamin, Naphtali, Gad, and Asher. ດານ, ໂຢເຊັບ, ເບັນຢາມິນ, ເນັບທາລີ, ກາດ ແລະ ອາເຊ.
3 Judah's sons: Er, Onan, Shelah—three born to him by Shua's Canaanite daughter. Er, the firstborn, was evil in our Father's eyes, so he killed him. ລູກຊາຍ​ຂອງ​ຢູດາ​ມີ​ດັ່ງນີ້: ເອຣະ, ໂອນານ ແລະ ເຊລາ. ຄົນ​ເຫລົ່ານີ້​ເກີດ​ຈາກ​ນາງ​ບັດຊູອາ​ຍິງ​ຊາວ​ການາອານ, ທີ່​ເປັນ​ລູກສາວ​ຂອງ​ຊູອາ. (ເອຣະ​ເປັນ​ລູກຊາຍ​ກົກ​ຂອງ​ຢູດາ, ລາວ​ເປັນ​ຄົນ​ຊົ່ວຮ້າຍ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າຢາເວ; ດັ່ງນັ້ນ ພຣະອົງ​ຈຶ່ງ​ຂ້າ​ລາວ).
4 Tamar, Judah's daughter-in-law, bore him Perez and Zerah. Judah had five sons in all. ນາງ​ຕາມາ​ເປັນ​ລູກ​ໄພ້​ຂອງ​ຢູດາ​ມີ​ລູກຊາຍ​ສອງ​ຄົນ​ຄື: ເປເຣັດ ແລະ ເຊຣາ. ຢູດາ​ຈຶ່ງ​ມີ​ລູກຊາຍ​ທັງໝົດ​ຫ້າ​ຄົນ.
5 The sons of Perez: Hezron and Hamul. ລູກຊາຍ​ຂອງ​ເປເຣັດ​ມີ​ດັ່ງນີ້: ເຮຊະໂຣນ ແລະ ຮາມູນ.
6 The sons of Zerah: Zimri, Ethan, Heman, Calcol, and Dara—five of them in all. ລູກຊາຍ​ຂອງ​ເຊຣາ​ມີ​ດັ່ງນີ້: ຊິມຣີ, ເອທານ, ເຮມານ, ການໂກນ ແລະ ດາກດາ ທັງໝົດ​ມີ​ຫ້າ​ຄົນ.
7 Carmi's son: Achar, Israel's troubler, who broke faith over the devoted things. ລູກຊາຍ​ຂອງ​ການໝີ​ມີ​ດັ່ງນີ້: ອາການ, ຜູ້​ທີ່​ນຳ​ຄວາມ​ຍາກລໍາບາກ​ມາ​ສູ່​ອິດສະຣາເອນ​ໂດຍ​ການ​ເກັບ​ເອົາ​ສິ່ງ​ທີ່​ຫ່ວງຫ້າມ​ທີ່​ໄດ້​ອຸທິດ​ຖວາຍ​ໃຫ້​ແກ່​ພຣະເຈົ້າ.
8 The son of Ethan: Azariah. ລູກຊາຍ​ຂອງ​ເອທານ​ຄື: ອາຊາຣີຢາ.
9 The sons born to Hezron: Jerahmeel, Ram, and Chelubai. ລູກຊາຍ​ຂອງ​ເຮຊະໂຣນ​ມີ​ດັ່ງນີ້: ເຢຣາເມເອນ, ຣາມ ແລະ ກາເລັບ.
10 Ram fathered Amminadab, and Amminadab fathered Nahshon, leader of the people of Judah. ຣາມ​ເປັນ​ພໍ່​ຂອງ​ອຳມີນາດາບ, ແລະ ອຳມີນາດາບ​ເປັນ​ພໍ່​ຂອງ​ນາໂຊນ, ຜູ້​ທີ່​ເປັນ​ຜູ້ນໍາ​ຂອງ​ປະຊາຊົນ​ຢູດາຍ.
11 Nahshon fathered Salma, and Salma fathered Boaz, ນາໂຊນ​ເປັນ​ພໍ່​ຂອງ​ສານໂມນ, ສານໂມນ​ເປັນ​ພໍ່​ຂອງ​ໂບອາດ,
12 Boaz fathered Obed, and Obed fathered Jesse. ໂບອາດ​ເປັນ​ພໍ່​ຂອງ​ໂອເບັດ ແລະ ໂອເບັດ​ເປັນ​ພໍ່​ຂອງ​ເຢຊີ.
13 Jesse fathered Eliab his firstborn, Abinadab the second, Shimea the third, ເຢຊີ​ເປັນ​ພໍ່​ຂອງ ເອລີອາບ​ຜູ້​ທີ່​ເປັນ​ລູກຊາຍ​ກົກ; ລູກຊາຍ​ຄົນ​ທີ​ສອງ​ແມ່ນ​ອາບີນາດາບ, ຄົນ​ທີ​ສາມ​ແມ່ນ​ຊີເມອາ,
14 Nethanel the fourth, Raddai the fifth, ຄົນ​ທີ​ສີ່​ແມ່ນ​ເນທາເນນ, ຄົນ​ທີ​ຫ້າ​ແມ່ນ​ຣັດດາຍ,
15 Ozem the sixth, and David the seventh. ຄົນ​ທີ​ຫົກ​ແມ່ນ​ໂອເຊມ ແລະ ຄົນ​ທີ​ເຈັດ​ແມ່ນ​ດາວິດ.
16 Their sisters were Zeruiah and Abigail. Zeruiah's sons: Abishai, Joab, and Asahel—three. ເອື້ອຍ​ຂອງ​ພວກເຂົາ​ແມ່ນ​ນາງ​ເຊຣູອີຢາ ແລະ ນາງ​ອາບີກາຍ. ນາງ​ເຊຣູອີຢາ​ມີ​ລູກຊາຍ​ສາມ​ຄົນ​ດັ່ງນີ້: ອາບີໄຊ, ໂຢອາບ ແລະ ອາສາເຮນ.
17 Abigail bore Amasa, and the father of Amasa was Jether the Ishmaelite. ອາບີກາຍ​ເປັນ​ແມ່​ຂອງ​ອາມາສາ ເຊິ່ງ​ພໍ່​ຂອງ​ລາວ​ແມ່ນ​ເຢເທີ​ເປັນ​ຊາວ​ອິດຊະມາເອນ.
18 Caleb son of Hezron had children by his wife Azubah and by Jerioth; her sons were Jesher, Shobab, and Ardon. ກາເລັບ​ລູກຊາຍ​ຂອງ​ເຮຊະໂຣນ​ໄດ້​ລູກ​ກັບ ນາງ​ອາຊູບາ (ແລະ ເຢຣີໂອດ). ຄົນ​ເຫລົ່ານີ້​ແມ່ນ​ລູກຊາຍ​ຂອງ​ນາງ​ອາຊູບາ​ມີ​ດັ່ງນີ້: ເຢເຊ, ໂຊບັບ ແລະ ອາກໂດນ.
19 When Azubah died, Caleb married Ephrath, and she bore him Hur. ເມື່ອ​ອາຊູບາ​ໄດ້​ຕາຍ​ໄປ​ແລ້ວ, ກາເລັບ​ກໍ​ໄດ້​ແຕ່ງງານ​ກັບ​ເອຟຣັດ, ເຊິ່ງ​ນາງ​ມີ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ລາວ​ຊື່​ວ່າ ຮູເຣ.
20 Hur fathered Uri, and Uri fathered Bezalel. ຮູເຣ​ເປັນ​ພໍ່​ຂອງ​ອູຣິ, ແລະ ອູຣິ​ເປັນ​ພໍ່​ຂອງ​ເບຊາເລນ.
21 Afterward Hezron had relations with the daughter of Machir the father of Gilead, marrying her at sixty; she bore him Segub. ຕໍ່ມາ, ເມື່ອ​ລາວ​ມີ​ອາຍຸ​ຫົກ​ສິບ​ປີ, ເຮຊະໂຣນ​ໄດ້​ແຕ່ງງານ​ກັບ​ລູກສາວ​ຂອງ​ມາກີ, ເຊິ່ງ​ເປັນ​ພໍ່​ຂອງ​ກີເລອາດ. ລາວ​ຮັກ​ນາງ​ຫລາຍ ແລະ ນາງ​ໄດ​ໃຫ້​ກຳເນີດ​ລູກຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ເສກຸບ.
22 Segub fathered Jair, who held twenty-three towns in the land of Gilead. ເສກຸບ​ເປັນ​ພໍ່​ຂອງ​ຢາອີ, ເຊິ່ງ​ລາວ​ໄດ້​ປົກຄອງ​ເມືອງ 23 ແຫ່ງ​ໃນ​ເຂດແດນ​ກີເລອາດ.
23 But Geshur and Aram took Havvoth-jair from them, plus Kenath and its villages—sixty towns. All these were sons of Machir, father of Gilead. (ແຕ່​ເກຊູ ແລະ ອາຣາມ​ໄດ້​ຢຶດ​ເມືອງ​ຮັບໂວດ​ຢາອີ, ພວກເຂົາ​ຍັງ​ໄດ້​ຢຶດ​ເມືອງ​ເກນາດ​ພ້ອມທັງ​ຫົກສິບ​ເມືອງ​ທີ່​ຕັ້ງ​ຢູ່​ອ້ອມ​ນັ້ນ​ດ້ວຍ). ຄົນ​ເຫລົ່ານີ້​ທັງໝົດ​ເປັນ​ເຊື້ອສາຍ​ຂອງ​ມາກີ​ຜູ້​ທີ່​ເປັນ​ພໍ່​ຂອງ​ກີເລອາດ.
24 After Hezron died in Caleb-ephrathah, Abijah, Hezron's wife, bore him Ashhur, the father of Tekoa. ຫລັງຈາກ​ທີ່​ເຮຊະໂຣນ​ໄດ້​ຕາຍ​ໄປ​ໃນ​ກາເລັບ​ເອຟຣັດ, ອາບີຢາ​ເມຍ​ຂອງ​ເຮຊະໂຣນ​ມີ​ລູກຊາຍ​ຊື່ ອາຊະຮູ, ເຊິ່ງ​ເປັນ​ພໍ່​ຂອງ​ເຕກົວ.
25 The sons of Jerahmeel, Hezron's firstborn: Ram his firstborn, then Bunah, Oren, Ozem, and Ahijah. ລູກຊາຍ​ຂອງ​ເຢຣາເມເອນ​ທີ່​ເປັນ​ລູກຊາຍ​ກົກ​ຂອງ​ເຮຊະໂຣນ ມີ​ດັ່ງນີ້: ຣາມ​ເປັນ​ລູກຊາຍ​ກົກ​ຂອງ​ລາວ, ບູນາ, ໂອເຣນ, ໂອເຊມ ແລະ ອາຮີຢາ.
26 Jerahmeel had another wife, whose name was Atarah; she was the mother of Onam. ເຢຣາເມເອນ​ມີ​ເມຍ​ອີກ​ຄົນ​ໜຶ່ງ, ເຊິ່ງ​ຊື່​ວ່າ ອາຕາຣາ; ນາງ​ເປັນ​ແມ່​ຂອງ​ໂອນາມ.
27 The sons of Ram, Jerahmeel's firstborn: Maaz, Jamin, and Eker. ຣາມ​ເປັນ​ລູກຊາຍ​ກົກ​ຂອງ​ເຢຣາເມເອນ​ມີ​ລູກຊາຍ​ດັ່ງນີ້: ມາອາ, ຢາມິນ ແລະ ເອເກ.
28 The sons of Onam: Shammai and Jada. The sons of Shammai: Nadab and Abishur. ລູກຊາຍ​ຂອງ​ໂອນາມ​ມີ​ດັ່ງນີ້: ຊາມມາຍ ແລະ ຢາດາ. ລູກຊາຍ​ຂອງ​ຊາມມາຍ​ມີ​ດັ່ງນີ້: ນາດາບ ແລະ ອາບີຊູ.
29 Abishur's wife was named Abihail, and she bore him Ahban and Molid. ເມຍ​ຂອງ​ອາບີຊູ​ຊື່​ວ່າ ອາບີໄຮ, ນາງ​ມີ​ລູກຊາຍ​ຊື່​ວ່າ ອາບານ ແລະ ໂມລິດ.
30 The sons of Nadab: Seled and Appaim. Seled died without children. ລູກຊາຍ​ຂອງ​ນາດາບ​ມີ​ດັ່ງນີ້: ເສເລັດ ແລະ ອັບປາອິມ. ເສເລັດ​ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ.
31 The son of Appaim: Ishi. The son of Ishi: Sheshan. The child of Sheshan: Ahlai. ລູກຊາຍ​ຂອງ​ອັບປາອິມ​ມີ​ດັ່ງນີ້: ອີຊີ, ຜູ້​ທີ່​ເປັນ​ພໍ່​ຂອງ​ເຊຊານ. ເຊຊານ​ເປັນ​ພໍ່​ຂອງ​ອາຮະໄລ.
32 The sons of Jada, Shammai's brother: Jether and Jonathan. Jether died without children. ລູກຊາຍ​ຂອງ​ຢາດາ, ເຊິ່ງ​ເປັນ​ນ້ອງຊາຍ​ຂອງ​ຊາມມາຍ​ມີ​ດັ່ງນີ້: ເຢເທີ ແລະ ໂຢນາທານ. ເຢເທີ​ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ.
33 The sons of Jonathan: Peleth and Zaza. These were the descendants of Jerahmeel. ລູກຊາຍ​ຂອງ​ໂຢນາທານ​ມີ​ດັ່ງນີ້: ເປເລັດ ແລະ ຊາຊາ. ຄົນ​ເຫລົ່ານີ້​ເປັນ​ເຊື້ອສາຍ​ຂອງ​ເຢຣາເມເອນ.
34 Now Sheshan had no sons, only daughters. He had an Egyptian servant whose name was Jarha, ເຊຊານ​ບໍ່​ມີ​ລູກຊາຍ, ລາວ​ມີ​ແຕ່​ລູກສາວ. ລາວ​ມີ​ຄົນ​ຮັບໃຊ້​ຊາວ​ເອຢິບ​ຜູ້​ໜຶ່ງ​ຊື່​ວ່າ​ຢາຣະຮາ.
35 and Sheshan gave his daughter in marriage to Jarha his servant, and she bore him Attai. ເຊຊານ​ຍົກ​ລູກສາວ​ຄົນ​ໜຶ່ງ​ໃຫ້​ແຕ່ງງານ​ກັບ​ຄົນຮັບໃຊ້​ຂອງ​ຕົນ​ຊື່​ວ່າ ຢາຣະຮາ, ແລ້ວ​ນາງ​ກໍ​ມີ​ລູກຊາຍ​ຊື່​ວ່າ ອັດໄຕ.
36 Attai fathered Nathan, and Nathan fathered Zabad, ອັດໄຕ​ເປັນ​ພໍ່​ຂອງ​ນາທານ, ນາທານ​ເປັນ​ພໍ່​ຂອງ​ຊາບັດ,
37 Zabad fathered Ephlal, and Ephlal fathered Obed, ຊາບັດ​ເປັນ​ພໍ່​ຂອງ​ເອຟະລານ, ເອຟະລານ​ເປັນ​ພໍ່​ຂອງ​ໂອເບັດ,
38 Obed fathered Jehu, and Jehu fathered Azariah, ໂອເບັດ​ເປັນ​ພໍ່​ຂອງ​ເຢຮູ, ເຢຮູ​ເປັນ​ພໍ່​ຂອງ​ອາຊາຣີຢາ,
39 Azariah fathered Helez, and Helez fathered Eleasah, ອາຊາຣີຢາ​ເປັນ​ພໍ່​ຂອງ​ເຮເລັດ, ເຮເລັດ​ເປັນ​ພໍ່​ຂອງ​ເອເລອາສາ,
40 Eleasah fathered Sismai, and Sismai fathered Shallum, ເອເລອາສາ​ເປັນ​ພໍ່​ຂອງ​ສີສະໝາຍ, ສີສະໝາຍ​ເປັນ​ພໍ່​ຂອງ​ຊໍລູມ,
41 Shallum fathered Jekamiah, and Jekamiah fathered Elishama. ຊໍລູມ​ເປັນ​ພໍ່​ຂອງ​ເຢກາມີຢາ ແລະ ເຢກາມີຢາ​ເປັນ​ພໍ່​ຂອງ​ເອລີຊາມາ.
42 Sons of Caleb, Jerahmeel's brother: Mesha his firstborn, father of Ziph; and the sons of Mareshah the father of Hebron. ລູກຊາຍ​ຂອງ​ກາເລັບ​ທີ່​ເປັນ​ນ້ອງຊາຍ​ຂອງ​ເຢຣາເມເອນ​ມີ​ດັ່ງນີ້: ເມຊາ​ເປັນ​ລູກຊາຍ​ກົກ​ຂອງ​ລາວ, ເຊິ່ງ​ລາວ​ເປັນ​ພໍ່​ຂອງ​ສີເຟ, ແລະ ລູກຊາຍ​ຂອງ​ລາວ​ແມ່ນ​ມາເຣຊາ, ເຊິ່ງ​ເປັນ​ພໍ່​ຂອງ​ເຮັບໂຣນ.
43 The sons of Hebron: Korah, Tappuah, Rekem, and Shema. ລູກຊາຍ​ຂອງ​ເຮັບໂຣນ​ມີ​ດັ່ງນີ້: ໂກຣາ, ຕັບປູອາ, ເຣເກມ ແລະ ເຊມາ.
44 Shema fathered Raham, the father of Jorkeam, and Rekem fathered Shammai. ເຊມາ​ເປັນ​ພໍ່​ຂອງ​ຣາຮາມ ແລະ ຣາຮາມ​ເປັນ​ພໍ່​ຂອງ​ຢອກເກອາມ. ເຣເກມ​ເປັນ​ພໍ່​ຂອງ​ຊາມມາຍ.
45 The son of Shammai was Maon, and Maon was the father of Beth-zur. ລູກຊາຍ​ຂອງ​ຊາມມາຍ​ແມ່ນ​ມາໂອນ, ແລະ ມາໂອນ​ເປັນ​ພໍ່​ຂອງ​ເບັດຊູເຣ.
46 Ephah, Caleb's concubine, bore Haran, Moza, and Gazez; and Haran fathered Gazez. ເມຍນ້ອຍ​ຂອງ​ກາເລັບ​ແມ່ນ​ເອຟາ​ທີ່​ແມ່​ຂອງ ຮາຣານ, ໂມຊາ ແລະ ກາເຊ. ຮາຣານ​ເປັນ​ພໍ່​ຂອງ​ກາເຊ.
47 The sons of Jahdai: Regem, Jotham, Geshan, Pelet, Ephah, and Shaaph. ລູກຊາຍ​ຂອງ​ຢາດາຍ​ມີ​ດັ່ງນີ້: ເຣເຄມ, ໂຢທານ, ເກຊານ, ເປເລດ, ເອຟາ ແລະ ຊາອາບ.
48 Maacah, Caleb's concubine, bore Sheber and Tirhanah. ມາອາກາ​ເປັນ​ເມຍນ້ອຍ​ຂອງ​ກາເລັບ​ທີ່​ເປັນ​ແມ່​ຂອງ ເຊເບ ແລະ ຕີຮານາ.
49 She bore Shaaph, father of Madmannah, and Sheva, father of Machbenah and Gibea. Caleb's daughter was Achsah. ນາງ​ກໍ​ຍັງ​ໄດ້​ເກີດ​ລູກຊາຍ​ອີກ​ຊື່​ວ່າ ຊາອາບ, ຜູ້​ທີ່​ເປັນ​ພໍ່​ຂອງ​ມາດມານນາ ແລະ ໄດ້​ເກີດ​ເຊວາ​ຜູ້​ເປັນ​ພໍ່​ຂອງ​ມັກເບນາ ແລະ ກີເບອາ. ລູກສາວ​ຂອງ​ກາເລັບ​ແມ່ນ​ອັກຊາ.
50 These were the descendants of Caleb. The sons of Hur, the firstborn of Ephrathah: Shobal the father of Kiriath-jearim, ຄົນ​ເຫລົ່ານີ້​ເປັນ​ເຊື້ອສາຍ​ຂອງ​ກາເລັບ. ລູກຊາຍ​ຂອງ​ຮູເຣ​ທີ່​ເປັນ​ລູກຊາຍ​ກົກ​ຂອງ​ນາງ​ເອຟຣັດ​ມີ​ດັ່ງນີ້: ໂຊບານ​ເປັນ​ພໍ່​ຂອງ​ກີຣີອາດ​ເຢອາຣີມ,
51 Salma the father of Bethlehem, and Hareph the father of Beth-gader. ສານມາ​ເປັນ​ພໍ່​ຂອງ​ເບັດເລເຮັມ ແລະ ຮາເຣັບ​ທີ່​ເປັນ​ພໍ່​ຂອງ​ເບັດກາເດ.
52 Shobal the father of Kiriath-jearim had other sons: Haroeh, and half of the Menuhoth. ເຊື້ອສາຍ​ຂອງ​ໂຊບານ​ທີ່​ເປັນ​ພໍ່​ຂອງ​ກີຣີອາດ​ເຢອາຣີມ​ມີ​ດັ່ງນີ້: ຮາໂລເອ, ປະຊາຊົນ​ເຄິ່ງ​ໜຶ່ງ​ເປັນ​ຊາວ​ເມນູໂຮດ,
53 Kiriath-jearim's clans: Ithrites, Puthites, Shumathites, Mishraites—from them came the Zorathites and Eshtaolites. ແລະ ຕະກຸນ​ຕ່າງໆ​ຂອງ​ກີຣີອາດ​ເຢອາຣີມ​ມີ​ດັ່ງນີ້: ຊາວ​ອິດໄຣ, ປູທະ, ຊູມາ ແລະ ຊາວ​ມິດຊະຣາ. ຊາວ​ໂຊຣາ ແລະ ເອຊະຕາໂອນ​ສືບ​ເຊື້ອສາຍ​ມາ​ຈາກ​ຕະກຸນ​ເຫລົ່ານີ້.
54 The descendants of Salma: Bethlehem, the Netophathites, Atroth-beth-joab, half of the Manahathites, and the Zorites. ເຊື້ອສາຍ​ຂອງ​ສານມາ​ມີ​ດັ່ງນີ້: ເບັດເລເຮັມ, ຊາວ​ເນໂຕຟາ, ຊາວ​ອາໂຣດ​ເບັດ​ໂຢອາບ ແລະ ເຄິ່ງ​ໜຶ່ງ​ຂອງ​ຊາວ​ມານາຮາດ​ກັບ​ຊາວ​ໂຊເຣ.
55 The scribe clans living at Jabez: Tirathites, Shimeathites, Sucathites—Kenites who came from Hammath, father of the house of Rechab. ແລະ ຕະກຸນ​ຕ່າງໆ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ທາງ​ການ​ຂຽນ​ທີ່​ອາໄສ​ຢູ່​ທີ່​ເມືອງ​ຢາເບດ​ມີ​ດັ່ງນີ້: ຊາວ​ຕີຣາດ, ຊີເມອາດ ແລະ ສູກາດ. ຄົນ​ເຫລົ່ານີ້​ເປັນ​ຊາວ​ເກນິດ​ທີ່​ມາ​ຈາກ​ຮາມມັດ, ເຊິ່ງ​ເປັນ​ຕົ້ນ​ຕະກຸນ​ຂອງ​ຊາວ​ເຣກາບ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]