Side by side with the Father's Heart Bible™ ການພິພາກສາສັດຕູຂອງອິດສະຣາເອນ
1ຄໍາທໍານວາຍ ມີດັ່ງນີ້:ຖ້ອຍຄໍາຂອງພຣະເຈົ້າຢາເວ ຕໍ່ສູ້ດິນແດນຮັດຮັກແລະ ດາມັສກັດເພາະຕາຂອງປະຊາຊົນທັງໝົດແລະ ອິດສະຣາເອນທຸກເຜົ່າຈັບຈ້ອງທີ່ພຣະເຈົ້າຢາເວ
2ແລະ ຕໍ່ສູ້ຮາມັດເຊັ່ນກັນ, ທີ່ຢູ່ໃກ້ຊາຍແດນຮັດຮັກ,ແລະ ຕໍ່ສູ້ຕີເຣ ແລະ ຊີໂດນດ້ວຍ, ເຖິງແມ່ນວ່າພວກເຂົາມີຄວາມຊໍານານຫລາຍ.
3ຕີເຣໄດ້ສ້າງປ້ອມປ້ອງກັນເມືອງ;ສະສົມເງິນໄວ້ຫລວງຫລາຍດັ່ງຂີ້ຝຸ່ນດິນ,ແລະ ມີຄໍາຫລວງຫລາຍດັ່ງຂີ້ຝຸ່ນຕາມຖະໜົນ,
4ແຕ່ອົງພຣະຜູ້ເປັນເຈົ້າຈະປຸ້ນຊັບສົມບັດຂອງເມືອງນັ້ນໄປແລະ ທຳລາຍອຳນາດທາງທະເລຂອງມັນ,ແລະ ເຜົາຜານມັນດ້ວຍໄຟ.
5ອາຊະເກໂລນຈະເຫັນ ແລະ ຢ້ານກົວ.ກາຊາຈະທໍລະມານດ້ວຍຄວາມເຈັບປວດແສນສາຫັດ,ເອັກໂຣນກໍເຊັ່ນກັນ, ເພາະຄວາມຫວັງຂອງມັນຮ່ຽວແຫ້ງໄປ.ກາຊາຈະສູນເສຍກະສັດແລະ ອາສະເກໂລນຈະຖືກຖິ້ມຮ້າງ.
6ຄົນຕ່າງຊາດຈະຄອບຄອງອາຊະໂດດ,ແລະ ເຮົາຈະກຳຈັດຄວາມຍິ່ງອວດອົ່ງຈອງຫອງຂອງຊາວຟີລິດສະຕິນ.
7ເຮົາຈະເອົາເລືອດອອກຈາກປາກຂອງພວກເຂົາ,ແລະ ເອົາອາຫານຕ້ອງຫ້າມອອກຈາກວ່າງແຂ້ວຂອງພວກເຂົາ.ບັນດາຜູ້ເຫລືອຢູ່ຈະເປັນຂອງພຣະເຈົ້າຂອງພວກເຮົາແລະ ຈະກາຍເປັນຜູ້ນຳໃນຢູດາ,ແລະ ເອັກໂຣນຈະເປັນດັ່ງຊາວເຢບຸດ.
8ແຕ່ເຮົາຈະປົກປ້ອງວິຫານຂອງເຮົາຈາກກອງກຳລັງທີ່ມາປຸ້ນຊິງ.ຜູ້ກົດຂີ່ຈະບໍ່ມາກົດຂີ່ຂົ່ມເຫັງປະຊາຊົນຂອງເຮົາອີກ,ເພາະບັດນີ້ເຮົາກຳລັງຈັບຕາເບິ່ງຢູ່.
ການມາຂອງກະສັດຊີໂອນ
9ລູກສາວແຫ່ງຊີໂອນ! ຈົ່ງຊື່ນຊົມຍິນດີຢ່າງເຫລືອລົ້ນ,ລູກສາວແຫ່ງເຢຣູຊາເລັມ! ຈົ່ງໂຫ່ຮ້ອງ,ຈົ່ງເບິ່ງ, ກະສັດຂອງພວກເຈົ້າມາຫາພວກເຈົ້າ,ຊອບທຳ ແລະ ມີໄຊຊະນະຖ່ອມຕົວ ແລະ ນັ່ງເທິງຫລັງລໍ,ຂີ່ລູກມ້າ, ຂີ່ລູກລໍ,
10ເຮົາຈະກຳຈັດລົດມ້າຈາກເອຟຣາອິມແລະ ມ້າເສິກຈາກເຢຣູຊາເລັມ,ລູກທະນູໃນການຮົບຈະຖືກຫັກຖິ້ມ.ພຣະອົງຈະປະກາດສັນຕິພາບແກ່ນານາປະຊາຊາດ.ການປົກຄອງຂອງພຣະອົງຈະຂະຫຍາຍຈາກທະເລສູ່ທະເລແລະ ຈາກແມ່ນ້ຳຈົນເຖິງສຸດປາຍແຜ່ນດິນໂລກ.
11ສໍາລັບເຈົ້າ, ເພາະເລືອດແຫ່ງພັນທະສັນຍາຂອງເຮົາຢູ່ກັບເຈົ້າ,ເຮົາຈະປົດປ່ອຍນັກໂທດຂອງເຈົ້າຈາກເຫວເລິກທີ່ບໍ່ມີນ້ຳ.
12ນັກໂທດຜູ້ມີຄວາມຫວັງ; ຈົ່ງກັບມາຍັງປ້ອມປະການຂອງເຈົ້າ,ບັດນີ້ເຮົາປະກາດວ່າເຮົາຈະຟື້ນຟູເຈົ້າຂຶ້ນມາເປັນສອງເທົ່າ.
13ເຮົາຈະກົ່ງຢູດາດັ່ງກົ່ງທະນູແລະ ກົ່ງລູກທະນູໃສ່ເອຟຣາອິມໃຫ້ເຕັມ.ຊີໂອນ, ເຮົາຈະກະຕຸ້ນພວກລູກຂອງເຈົ້າ,ມາສູ້ກັບພວກລູກຂອງ, ກຣີກ,ແລະ ເຮັດໃຫ້ພວກເຈົ້າເປັນດັ່ງດາບໃນມືນັກຮົບ.
ພຣະເຈົ້າຢາເວຈະປາກົດ
14ແລ້ວພຣະເຈົ້າຢາເວຈະປາກົດເໜືອພວກເຂົາ;ລູກທະນູຂອງພຣະອົງຈະເປັ່ງປະກາຍດັ່ງຟ້າແມບເຫຼື້ອມ.ພຣະເຈົ້າຢາເວອົງຜູ້ຄອບຄອງຈະເປົ່າແກ;ພຣະອົງຈະປາກົດໃນພາຍຸແຫ່ງທິດໃຕ້,
15ແລະ ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ຈະປົກປ້ອງພວກເຂົາໄວ້.ພວກເຂົາຈະຖືກທຳລາຍແລະ ຖືກເອົາຊະນະດ້ວຍສະລິງ.ພວກເຂົາຈະດື່ມ ແລະ ໂຫ່ຮ້ອງເໝືອນດື່ມເຫລົ້າອະງຸ່ນ,ພວກເຂົາຈະເຕັມລົ້ນດັ່ງຊາມທີ່ໃຊ້ໃນການຖອກເລືອດໃສ່ແຈແທ່ນບູຊາ.
16ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາຈະຊ່ວຍຄົນຂອງພຣະອົງໃນວັນນັ້ນດັ່ງຜູ້ລ້ຽງແກະຊ່ວຍແກະຂອງຕົນ.ພວກເຂົາຈະຮຸ່ງເຮືອງໃນແຜ່ນດິນຂອງພຣະອົງດັ່ງເພັດໃນມົງກຸດ.
17ພວກເຂົາຈະງົດງາມ ແລະ ໜ້າດຶງດູດຫລາຍ!ທັນຍາພືດຈະເຮັດໃຫ້ຄົນໜຸ່ມເຕີບໂຕ,ແລະ ເຫລົ້າອະງຸ່ນໃໝ່ຈະເຮັດໃຫ້ຍິງສາວຈະເລີນໄວ.