Side by side with the Father's Heart Bible™ ໜັງສືມ້ວນບິນໄດ້
1ຂ້າພະເຈົ້າເບິ່ງອີກຄັ້ງ, ກໍເຫັນໜັງສືມ້ວນບິນໄປ.
2ເທວະດາຕົນນັ້ນຖາມຂ້າພະເຈົ້າວ່າ, “ເຈົ້າເຫັນຫຍັງ?” ຂ້າພະເຈົ້າຕອບວ່າ, “ຂ້າພະເຈົ້າເຫັນໜັງສືມ້ວນບິນຢູ່, ຍາວ 20 ສອກ ແລະ ກວ້າງ 10 ສອກ”.
3ແລ້ວເທວະດານັ້ນບອກຂ້າພະເຈົ້າວ່າ, “ນີ້ແມ່ນຄຳສາບແຊ່ງທີ່ໄປທົ່ວທັງດິນແດນ; ຕາມທີ່ມີຂໍ້ຄວາມກ່າວໄວ້ດ້ານໜຶ່ງວ່າ, ຄົນຂີ້ລັກທຸກຄົນຈະຖືກຂັບໄລ່ອອກໄປ, ແລະ ອີກດ້ານໜຶ່ງກ່າວວ່າທຸກຄົນທີ່ສາບານປອມຈະຖືກຂັບໄລ່ອອກໄປດ້ວຍ. 4ພຣະເຈົ້າຢາເວຜູ້ມີອໍານາດຍິ່ງໃຫຍ່ປະກາດວ່າ, ‘ເຮົາຈະສົ່ງຄຳສາບແຊ່ງນີ້ອອກໄປ, ແລະ ມັນຈະເຂົ້າໄປໃນບ້ານຂອງຄົນຂີ້ລັກ ແລະ ຄົນທີ່ສາບານປອມໃນນາມຂອງເຮົາ. ຄຳສາບແຊ່ງນີ້ຈະຢູ່ເໜືອບ້ານຂອງຄົນເຫລົ່ານັ້ນ ແລະ ທຳລາຍບ້ານນັ້ນລົງທັງໄມ້ ແລະ ຫີນ’ ”.
ແມ່ຍິງໃນກະຕ່າ
5ຈາກນັ້ນເທວະດາທີ່ສົນທະນາກັບຂ້າພະເຈົ້ານັ້ນອອກມາທາງໜ້າແລະເວົ້າກັບຂ້າພະເຈົ້າວ່າ, “ຈົ່ງເບິ່ງ ແລະ ສັງເກດວ່າແມ່ນຫຍັງກຳລັງຈະເກີດຂຶ້ນ”.
6ຂ້າພະເຈົ້າຖາມວ່າ, “ນັ້ນແມ່ນຫຍັງ?” ເທວະດານັ້ນຕອບວ່າ, “ມັນຄືກະຕ່າ”. ແລະ ເພິ່ນກ່າວຕໍ່ໄປວ່າ, “ກະຕ່ານີ້ບັນຈຸຄວາມຊົ່ວຊ້າ ຂອງປະຊາຊົນທົ່ວທັງແຜ່ນດິນ”.
7ແລ້ວຝາອັດກະຕ່າທີ່ເຮັດດ້ວຍຕະກົ່ວກໍຖືກຍົກຂຶ້ນ, ແລະ ໃນຖັງນັ້ນມີແມ່ຍິງຄົນໜຶ່ງນັ່ງຢູ່! 8ເທວະດານັ້ນກ່າວວ່າ, “ນີ້ຄືຄວາມຊົ່ວຮ້າຍ” ແລ້ວກໍຍູ້ຍິງນັ້ນລົງໄປໃນກະຕ່າຄືເກົ່າ ແລະ ດັນຝາກົ່ວປິດປາກກະຕ່າ.
9ຈາກນັ້ນຂ້າພະເຈົ້າເງີຍໜ້າຂຶ້ນ ແລະ ເຫັນແມ່ຍິງສອງຄົນ, ມີປີກຢູ່ແຂນຂອງພວກເຂົາ! ພວກເຂົາມີປິກຄືນົກຍາງ, ແລະ ພວກເຂົາຍົກກະຕ່ານັ້ນບິນຂຶ້ນໄປໃນອາກາດ.
10ຂ້າພະເຈົ້າຖາມເທວະດາທີ່ສົນທະນາກັບຂ້າພະເຈົ້າວ່າ “ຍິງທັງສອງຈະເອົາກະຕ່າໄປໃສ?”
11ເທວະດາຕອບວ່າ, “ໄປຍັງດິນແດນບາບີໂລນ ເພື່ອສ້າງບ້ານຫລັງໜຶ່ງໃຫ້ມັນ. ເມື່ອສ້າງສຳເລັດແລ້ວ, ກະຕ່າກໍຈະຖືກເກັບໄວ້ໃນບ່ອນຂອງມັນ”.