Skip to content
The Believer's Library

Biblica® Open Lao Contemporary Version

Zechariah 4 OLCV

Side by side with the Father's Heart Bible™

ຄັນ​ປະ​ທີບ​ຄຳ ແລະ ຕົ້ນ​ໝາກກອກ​ສອງ​ຕົ້ນ

1ແລ້ວ​ເທວະດາ​ທີ່​ສົນທະນາ​ກັບ​ຂ້າພະເຈົ້າ​ກັບ​ມາ​ປຸກ​ຂ້າພະເຈົ້າ, ດັ່ງ​ປຸກ​ໃຫ້​ຕື່ນ​ຈາກ​ຫລັບ. 2ເທວະດາ​ນັ້ນ​ຖາມ​ຂ້າພະເຈົ້າ​ວ່າ, “ເຈົ້າ​ເຫັນ​ຫຍັງ?” ຂ້າພະເຈົ້າ​ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ຄັນ​ປະ​ທີບ​ຄຳ ມີ​ຊາມ​ນ້ຳ​ມັນ​ຢູ່​ເທິງ ແລະ ມີ​ຕະ​ກຽງ​ເຈັດ​ດວງ, ໂດຍ​ມີ​ທໍ່​ຕະ​ກຽງ​ເຈັດ​ທໍ່​ສົ່ງ​ນ້ຳ​ມັນ​ໄປ​ຈຸດ​ຕະ​ກຽງ.

3ມີ​ຕົ້ນ​ໝາກກອກ​ສອງ​ຕົ້ນ​ຢູ່​ໃກ້​ຄັນ​ປະ​ທີບ​ນັ້ນ, ຕົ້ນ​ໜຶ່ງ​ຢູ່​ທາງ​ຂວາ​ມື​ຂອງ​ຊາມ​ນ້ຳ​ມັນ ແລະ ອີກ​ຕົ້ນ​ຢູ່​ທາງ​ຊ້າຍ”.

4ຂ້າພະເຈົ້າ​ຖາມ​ເທວະດາ​ທີ່​ສົນທະນາ​ກັບ​ຂ້າພະເຈົ້າ​ວ່າ, “ພຣະອົງ​ເຈົ້າ, ສິ່ງເຫລົ່ານີ້​ແມ່ນຫຍັງ?”

5ເທວະດາ​ນັ້ນ​ຕອບວ່າ, “ເຈົ້າ​ບໍ່​ຮູ້ ບໍ ວ່າ​ສິ່ງ​ເຫລົ່ານີ້​ແມ່ນຫຍັງ?” ຂ້າພະເຈົ້າ​ຕອບ​ວ່າ, “ພຣະອົງ​ເຈົ້າ​ຂ້າ, ຂ້າພະເຈົ້າ​ບໍ່​ຮູ້”.

6ເທວະດາ​ນັ້ນ​ຈຶ່ງ​ກ່າວວ່າ, “ນີ້​ແມ່ນ​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ເຈົ້າ​ກ່າວ​ແກ່​ເຊຣຸບບາເບນ: ‘ບໍ່ແມ່ນ​ດ້ວຍ​ກຳລັງ ບໍ່ແມ່ນ​ດ້ວຍ​ຣິດອຳນາດ, ແຕ່​ໂດຍ​ພຣະວິນຍານ​ຂອງ​ເຮົາ,’ ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ຍິ່ງ​ໃຫຍ່​ກ່າວ​ດັ່ງນັ້ນ.

7“ພູເຂົາ​ທີ່​ຍິ່ງໃຫຍ່​ເອີຍ, ເຈົ້າ​ມີ​ອັນ​ໃດ​ດີ? ຕໍ່ໜ້າ​ເຊຣຸບບາເບນ​ເຈົ້າ​ຈະ​ຮາບ​ພຽງ​ຄື​ພື້ນ​ດິນ. ແລ້ວ​ເພິ່ນ​ຈະ​ນຳ​ສີລາ​ມູມ​ເອກ​ມາ​ສະຖາປະນາ​ໃນ​ວິຫານ​ທ່າມກາງ​ສຽງ​ໂຫ່​ຮ້ອງ​ວ່າ ‘ຂໍ​ພຣະເຈົ້າ​ອວຍພອນ​ວິຫານ! ຂໍ​ພຣະເຈົ້າ​ອວຍພອນ​ວິຫານ!’ ”

8ແລ້ວ​ມີ​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 9“ເຊຣຸບບາເບນ​ໄດ້​ລົງ​ມື​ວາງ​ຖານ​ຮາກ​ຂອງ​ວິຫານ​ແຫ່ງ​ນີ້; ມື​ຂອງ​ເພິ່ນ​ຈະ​ສ້າງ​ຈົນ​ສຳ​ເລັດ. ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ຍິ່ງໃຫຍ່​ໄດ້​ສົ່ງ​ເຮົາ​ມາ​ຫາ​ພວກເຈົ້າ.

10“ຜູ້ໃດ​ບັງ​ອາດ​ດູໝິ່ນ​ສິ່ງ​ນ້ອຍໆ​ທີ່ເກີດຂຶ້ນ​ໃນ​ວັນ​ນີ້, ເພາະ​ຕາ​ທັງ​ເຈັດ​ຂອງ​ພຣະເຈົ້າ​ຢາເວ​ທີ່​ເບິ່ງ​ໄປ​ທົ່ວ​ໂລກ​ຈະ​ຊື່ນຊົມຍິນດີ​ເມື່ອ​ເຫັນ​ສີລາ​ມູມ​ເອກ​ທີ່​ຄັດ​ສັນ ຢູ່​ໃນ​ມື​ເຊຣຸບບາເບນ?”

11ແລ້ວ​ຂ້າພະເຈົ້າ​ຈຶ່ງ​ຖາມ​ເທວະດາ​ອົງ​ນັ້ນ​ວ່າ, “ຕົ້ນໝາກກອກ​ເທດ​ທັງ​ສອງ​ຕົ້ນ​ທີ່​ຢູ່​ດ້ານ​ຊ້າຍ ແລະ ຂວາ​ຂອງ​ຄັນ​ປະ​ທີບ​ໝາຍ​ເຖິງ​ຫຍັງ?”

12ແລະ ຂ້າພະເຈົ້າ​ຖາມ​ອີກວ່າ, “ກິ່ງ​ໝາກກອກ​ທັງ​ສອງ​ກິ່ງ​ທີ່​ຢູ່​ຂ້າງ​ໆ​ທໍ່​ຄຳ​ທັງ​ສອງ​ທີ່​ສົ່ງ​ນ້ຳ​ມັນ​ສີ​ຄໍາ​ໄປ​ຍັງ​ຕະ​ກຽງ​ໝາຍ​ເຖິງ​ຫຍັງ?”

13ເທວະດາ​ນັ້ນ​ຕອບ​ວ່າ, “ເຈົ້າ​ບໍ່​ຮູ້​ຄວາມຫມາຍ​ຂອງ​ສິ່ງ​ເຫລົ່ານີ້​ບໍ?” ຂ້າພະເຈົ້າ​ຕອບ​ວ່າ, “ພຣະອົງ​ເຈົ້າ​ຂ້າ, ຂ້າພະເຈົ້າ​ບໍ່​ຮູ້”.

14ດັ່ງນັ້ນ​ເພິ່ນ​ຈຶ່ງ​ກ່າວວ່າ, “ສິ່ງ​ເຫລົ່ານີ້​ໝາຍ​ເຖິງ​ບຸກຄົນ​ທັງ​ສອງ​ທີ່​ໄດ້​ຮັບ​ການ​ເຈີມ​ຕັ້ງ​ໃຫ້ ເຮັດ​ໜ້າທີ່​ຮັບໃຊ້​ອົງພຣະຜູ້ເປັນເຈົ້າ​ໃນ​ໂລກນີ້”.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]