Side by side with the Father's Heart Bible™ ລົດຮົບສີ່ຄັນ
1ຂ້າພະເຈົ້າເງີຍໜ້າຂື້ນ, ແລະ ຕໍ່ໜ້າຂອງຂ້າພຣະເຈົ້າແມ່ນລົດມ້າສີ່ຄັນກໍາລັງແລ່ນອອກມາຈາກລະຫວ່າງກາງພູທອງສຳລິດສອງໜ່ວຍ. 2ລົດມ້າຄັນທຳອິດທຽມມ້າແດງ, ຄັນທີສອງທຽມມ້າດຳ, 3ຄັນທີສາມທຽມມ້າຂາວ ແລະ ຄັນທີສີ່ທຽມມ້າດ່າງ ມ້າທັງສີ່ມີອໍານາດຫລາຍ. 4ຂ້າພະເຈົ້າຖາມເທວະດາທີ່ສົນທະນາກັບຂ້າພະເຈົ້າວ່າ, “ພຣະອົງເຈົ້າ, ສິ່ງເຫລົ່ານີ້ແມ່ນຫຍັງ?”
5ເທວະດານັ້ນຕອບວ່າ, “ສິ່ງເຫລົ່ານີ້ຄືວິນຍານ ທັງສີ່ແຫ່ງຟ້າສະຫວັນ, ເຊິ່ງອອກມາຈາກພະພັກຂອງອົງພຣະຜູ້ເປັນເຈົ້າແຫ່ງໂລກນີ້. 6ຄັນທີ່ທຽມມ້າດຳຈະໄປຍັງດິນແດນພາກເໜືອ, ຄັນທີ່ທຽມມ້າຂາວໄປທາງຕາເວັນຕົກ, ແລະຄັນທີ່ທຽມມ້າດ່າງໄປທາງໃຕ້”.
7ເມື່ອມ້າທີ່ມີຣິດອໍານາດເຫລົ່ານັ້ນອອກມາ, ພວກມັນກະຕືລືລົ້ນຢາກຈະໄປທົ່ວໂລກ. ແລະ ເທວະດາກ່າວວ່າ, “ຈົ່ງໄປທົ່ວໂລກ!” ແລ້ວພວກມັນກໍອອກໄປທົ່ວໂລກ.
8ແລ້ວເທວະດານັ້ນຮ້ອງບອກຂ້າພະເຈົ້າວ່າ, “ຈົ່ງເບິ່ງ, ພວກທີ່ໄປຍັງດິນແດນພາກເໜືອນັ້ນເຮັດໃຫ້ພະວິນຍານຂອງເຮົາ ສະຫງົບນິ້ງໃນດິນແດນພາກເໜືອ”.
ມົງກຸດສຳລັບໂຢຊວຍ
9ຖ້ອຍຄໍາຂອງພຣະເຈົ້າຢາເວມາເຖິງຂ້າພະເຈົ້າວ່າ, 10“ຈົ່ງຮັບເງິນ ແລະ ຄຳຈາກເຮນດາອີ, ໂຕບີຢາ ແລະ ເຢດາອີຢາຊະເລີຍຈາກບາບີໂລນທີ່ຫາກໍ່ມາເຖິງນັ້ນ. ຈົ່ງໄປຍັງເຮືອນຂອງໂຢຊີຢາລູກຊາຍຂອງເຊຟານີຢາໃນມື້ນີ້. 11ຈົ່ງເອົາເງິນ ແລະ ຄຳນັ້ນໄປເຮັດມົງກຸດ ແລະ ໃສ່ໃຫ້ມະຫາປະໂລຫິດໂຢຊວຍລູກຊາຍຂອງເຢໂຮຊາດັກ. 12ຈົ່ງບອກລາວວ່ານີ້ແມ່ນສິ່ງທີ່ພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ອໍານາດກ່າວວ່າ: ‘ນີ້ຄືຜູ້ທີ່ໄດ້ຊື່ວ່າ “ກິ່ງ”, ແລະ ລາວຈະແຕກກິ່ງກ້ານສາຂາຈາກບ່ອນຂອງມັນ ແລະ ສ້າງວິຫານຂອງພຣະເຈົ້າຢາເວ. 13ລາວຄືຜູ້ທີ່ຈະສ້າງວິຫານຂອງພຣະເຈົ້າຢາເວ, ແລະ ລາວຈະນຸ່ງເຄື່ອງຂອງກະສັດ ແລະ ຈະນັ່ງເທິງບັນລັງ ແລະ ນັ່ງເທິງບັນລັງເຮັດໜ້າທີ່ປົກຄອງ ແລະ ລາວຈະເປັນທັງກະສັດ ແລະ ປະໂລຫິດຢ່າງສັນຕິ’. 14ໃຫ້ເກັບມົງກຸດນັ້ນໄວ້ໃນວິຫານຂອງພຣະເຈົ້າຢາເວ ເພື່ອເປັນການລະນຶກເຖິງເຮນດາອີ, ໂຕບີຢາ, ເຢດາອີຢາ ແລະ ເຮັນ ລູກຊາຍຂອງເຊຟານີຢາ. 15ບັນດາຜູ້ທີ່ຢູ່ໄກຈະມາຊ່ວຍສ້າງວິຫານຂອງພຣະເຈົ້າຢາເວ ແລະ ພວກເຈົ້າຈະຮູ້ວ່າພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ໄດ້ໃຊ້ເຮົາມາຫາພວກເຈົ້າ. ສິ່ງນີ້ຈະເກີດຂຶ້ນຖ້າພວກເຈົ້າມຸ່ງໝັ້ນເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ”.