Skip to content
The Believer's Library

Biblica® Open Lao Contemporary Version

Revelation 10 OLCV

Side by side with the Father's Heart Bible™

ເທວະດາ ແລະ ໜັງສືມ້ວນ​ນ້ອຍ

1ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ອຳນາດ​ອີກ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ. ມີ​ເມກ​ປົກຄຸມ​ເພິ່ນ​ໄວ້ ພ້ອມ​ກັບ​ມີ​ຮຸ້ງກິນນ້ຳ​ຢູ່​ເໜືອ​ຫົວ​ຂອງ​ເພິ່ນ, ໃບໜ້າ​ຂອງ​ເພິ່ນ​ເໝືອນດັ່ງ​ຕາເວັນ ແລະ ຂາ​ຂອງ​ເພິ່ນ​ເໝືອນດັ່ງ​ເສົາ​ໄຟ​ທີ່​ລຸກໄໝ້. 2ເພິ່ນ​ຖື​ໜັງສືມ້ວນ​ນ້ອຍ ເຊິ່ງ​ເປີດ​ໄວ້​ຢູ່​ໃນ​ມື​ຂອງ​ເພິ່ນ. ເພິ່ນ​ໄດ້​ວາງ​ຕີນ​ຂວາ​ຂອງ​ເພິ່ນ​ຢູ່​ເທິງ​ທະເລ ແລະ ຕີນ​ຊ້າຍ​ຂອງ​ເພິ່ນ​ຢູ່​ເທິງ​ແຜ່ນດິນ, 3ເພິ່ນ​ຮ້ອງ​ສຽງ​ດັງ​ເໝືອນດັ່ງ​ສຽງຮ້ອງ​ຂອງ​ສິງ. ເມື່ອ​ເພິ່ນ​ຮ້ອງ​ຂຶ້ນ, ສຽງ​ຟ້າຮ້ອງ​ທັງ​ເຈັດ​ກໍ​ກ່າວ​ຂຶ້ນ, 4ເມື່ອ​ສຽງ​ຟ້າຮ້ອງ​ທັງ​ເຈັດ​ກ່າວ​ຂຶ້ນ, ຂ້າພະເຈົ້າ​ກໍ​ກຳລັງ​ຈະ​ລົງ​ມື​ຂຽນ, ແຕ່​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ​ກ່າວ​ວ່າ, “ຈົ່ງ​ປິດບັງ​ສິ່ງ​ທີ່​ຟ້າຮ້ອງ​ທັງ​ເຈັດ​ໄດ້​ກ່າວ​ໄວ້ ແລະ ຢ່າ​ຂຽນ​ລົງ​ໄປ”.

5ແລ້ວ​ເທວະດາ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ຢືນ​ຢູ່​ເທິງ​ທະເລ ແລະ ເທິງ​ແຜ່ນດິນ​ນັ້ນ​ກໍ​ຍົກ​ມືຂວາ​ຂອງ​ເພິ່ນ​ຂຶ້ນ​ສະຫວັນ. 6ແລະ ເພິ່ນ​ໄດ້​ສາບານ​ໂດຍ​ອ້າງ​ພຣະອົງ​ຜູ້​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ, ຜູ້​ສ້າງ​ຟ້າສະຫວັນ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ, ຜູ້​ສ້າງ​ໂລກ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ໂລກ, ທະເລ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ທະເລ ແລະ ກ່າວ​ວ່າ, “ຈະ​ບໍ່​ມີ​ການຊັກຊ້າ​ອີກ​ຕໍ່ໄປ​ແລ້ວ! 7ແຕ່​ໃນ​ວັນ​ທີ່​ເທວະດາ​ຕົນ​ທີເຈັດ​ຈະ​ເປົ່າ​ແກ​ນັ້ນ ແຜນການ​ອັນ​ເລິກລັບ​ຂອງ​ພຣະເຈົ້າ​ກໍ​ຈະ​ສຳເລັດ​ຕາມ​ທີ່​ພຣະອົງ​ໄດ້​ປະກາດ​ໄວ້​ແກ່​ພວກ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ”.

8ແລ້ວ​ສຽງ​ທີ່​ຂ້າພະເຈົ້າ​ໄດ້​ຍິນ​ຈາກ​ສະຫວັນ​ນັ້ນ​ກໍ​ກ່າວ​ກັບ​ຂ້າພະເຈົ້າ​ອີກ​ວ່າ: “ຈົ່ງ​ໄປ​ຮັບ​ເອົາ​ໜັງສືມ້ວນ​ທີ່​ພື​ອອກ​ຢູ່​ໃນ​ມື​ຂອງ​ເທວະດາ​ຕົນ​ທີ່​ຢືນ​ຢູ່​ເທິງ​ທະເລ ແລະ ເທິງ​ແຜ່ນດິນ​ນັ້ນ”.

9ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ໄປ ແລະ ຂໍ​ໜັງສືມ້ວນ​ນ້ອຍ​ຈາກ​ເທວະດາ​ນັ້ນ. ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ຮັບ​ເອົາ​ໜັງສືມ້ວນ​ນ້ອຍ ແລະ ກິນ​ໜັງສືມ້ວນ​ນ້ອຍ​ນີ້. ໜັງສືມ້ວນ​ນ້ອຍ​ນີ້​ຈະ​ເຮັດ​ໃຫ້​ທ້ອງ​ຂອງ​ເຈົ້າ​ຂົມ, ‘ແຕ່​ເມື່ອ​ຢູ່​ໃນ​ປາກ​ຂອງ​ເຈົ້າ​ຈະ​ຫວານ​ເໝືອນດັ່ງ​ນ້ຳເຜິ້ງ’”. 10ຂ້າພະເຈົ້າ​ຈັບ​ເອົາ​ໜັງສືມ້ວນ​ນ້ອຍ​ຈາກ​ມື​ຂອງ​ເທວະດາ ແລະ ໄດ້​ກິນ​ໜັງສືມ້ວນ​ນ້ອຍ​ນັ້ນ. ເມື່ອ​ຢູ່​ໃນ​ປາກ​ຂອງ​ຂ້າພະເຈົ້າ​ກໍ​ມີ​ລົດ​ຫວານ​ເໝືອນດັ່ງ​ນ້ຳເຜິ້ງ, ແຕ່​ເມື່ອ​ຂ້າພະເຈົ້າ​ກິນ​ລົງ​ໄປ​ທ້ອງ​ແລ້ວ​ກໍ​ກາຍເປັນ​ລົດ​ຂົມ. 11ແລ້ວ​ມີ​ຜູ້​ບອກ​ຂ້າພະເຈົ້າ​ວ່າ, “ເຈົ້າ​ຕ້ອງ​ທຳນວາຍ​ອີກ​ກ່ຽວກັບ​ຄົນ​ທັງຫລາຍ, ປະຊາຊາດ​ທັງຫລາຍ, ພາສາ​ທັງຫລາຍ ແລະ ບັນດາ​ກະສັດ​ທັງຫລາຍ”.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]