Skip to content
The Believer's Library

Biblica® Open Lao Contemporary Version

Philippians 2 OLCV

Show OLCV only
Verse × ×
1 So if any encouragement in Christ, any comfort from love, any deep communion in the Holy Spirit, any tenderness and compassion exist, ເຫດສະນັ້ນ ຖ້າ​ພວກເຈົ້າ​ໄດ້​ຮັບ​ກຳລັງໃຈ​ຈາກ​ການ​ເປັນ​ອັນໜຶ່ງອັນດຽວ​ກັບ​ພຣະຄຣິດເຈົ້າ, ຖ້າ​ໄດ້​ຮັບ​ການເລົ້າໂລມ​ຈາກ​ຄວາມຮັກ​ຂອງ​ພຣະອົງ, ຖ້າ​ໄດ້​ຮ່ວມ​ສາມັກຄີທຳ​ໃນ​ພຣະວິນຍານບໍລິສຸດເຈົ້າ, ຖ້າ​ໄດ້​ຮັບ​ຄວາມອ່ອນໂຍນ ແລະ ຄວາມເມດຕາ,
2 complete my joy: think alike, love alike, unite in spirit, one in purpose. ແລ້ວ​ກໍ​ຈົ່ງ​ເຮັດ​ໃຫ້​ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ບໍລິບູນ​ໂດຍ​ມີ​ຄວາມຄິດ​ຢ່າງດຽວກັນ, ມີ​ຄວາມ​ຮັກ​ຢ່າງດຽວກັນ, ເປັນ​ໜຶ່ງ​ດຽວ​ກັນ​ໃນ​ຈິດວິນຍານ ແລະ ມີ​ຈິດໃຈ​ອັນ​ດຽວ​ກັນ.
3 Do nothing out of selfish ambition or empty conceit, but in humility consider others better than yourselves. ຢ່າ​ເຮັດ​ສິ່ງ​ໃດ​ດ້ວຍ​ຄວາມ​ທະເຍີທະຍານ​ທີ່​ເຫັນແກ່ຕົວ ຫລື ການ​ອວດດີ​ທີ່​ໄຮ້ປະໂຫຍດ. ແຕ່​ຈົ່ງ​ເຮັດ​ດ້ວຍ​ຄວາມຖ່ອມໃຈ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ​ຕົນ.
4 Each of you should attend not only to your own interests, but also to others'. ຢ່າ​ໃຫ້​ຜູ້ໃດ​ເຫັນ​ແກ່​ຜົນປະໂຫຍດ​ຂອງ​ຕົນ​ຝ່າຍ​ດຽວ ແຕ່​ພວກເຈົ້າ​ທຸກ​ຄົນ​ຈົ່ງ​ເຫັນ​ແກ່​ຜົນປະໂຫຍດ​ຂອງ​ຄົນ​ອື່ນ​ດ້ວຍ.
5 Have this mindset among yourselves—one that is yours in Christ Jesus, ໃນ​ຄວາມສຳພັນ​ຂອງ​ພວກເຈົ້າ​ຕໍ່​ຄົນອື່ນ​ນັ້ນ, ຈົ່ງ​ມີ​ຄວາມຄິດ​ເຊັ່ນດຽວ​ກັນ​ກັບ​ພຣະຄຣິດເຈົ້າເຢຊູ.
6 who, existing in the form of our Father, did not consider equality with our Father something to be grasped, ຜູ້​ມີ​ສະພາບ​ເປັນ​ພຣະເຈົ້າ, ແຕ່​ບໍ່​ໄດ້​ຄິດ​ໃຊ້​ເພື່ອ​ຄວາມ​ເທົ່າທຽມ​ກັບ​ພຣະເຈົ້າ​ເພື່ອ​ຜົນປະໂຫຍດ​ຂອງ​ພຣະອົງ​ເອງ,
7 but emptied himself by taking on the form of a servant and being born in human likeness. ແຕ່​ພຣະອົງ​ໄດ້​ສະຫລະ​ທຸກ​ສິ່ງ ມາ​ຮັບ​ສະພາບ​ເປັນ​ຜູ້ຮັບໃຊ້, ບັງເກີດ​ເປັນ​ມະນຸດ.
8 And appearing as a human being, he humbled himself by becoming obedient to death—even death on a cross. ແລະ ເມື່ອ​ປາກົດ​ໃນ​ຮ່າງ​ມະນຸດ, ພຣະອົງ​ໄດ້​ຖ່ອມ​ພຣະອົງ​ເອງ​ລົງ ໂດຍ​ຍອມ​ເຊື່ອຟັງ​ຈົນ​ເຖິງ​ຄວາມຕາຍ ແມ່ນແຕ່​ຄວາມຕາຍ​ເທິງ​ໄມ້ກາງແຂນ!
9 Therefore our Father exalted him to the highest place and gave him the name that is above every name, ເຫດສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ຍົກ​ພຣະອົງ​ຂຶ້ນ​ສູ່​ທີ່​ສູງສຸດ ແລະ ມອບ​ນາມ​ແກ່​ພຣະອົງ ເຊິ່ງ​ເປັນ​ນາມ​ທີ່​ຢູ່​ເໜືອ​ນາມ​ທັງປວງ,
10 so that at the name of Jesus every knee should bow, in heaven and on earth and under the earth, ເພື່ອ​ທຸກ​ຫົວເຂົ່າ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນ​ໂລກ ແລະ ໃຕ້​ແຜ່ນດິນໂລກ​ຈະ​ຄຸເຂົ່າ​ລົງ​ຕໍ່​ນາມ​ຂອງ​ພຣະເຢຊູເຈົ້າ,
11 and every tongue confess that Jesus Christ is Lord, to the glory of our Father. ແລະ ທຸກ​ລິ້ນ​ຈະ​ຍອມຮັບ​ວ່າ​ພຣະເຢຊູຄຣິດເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ, ເພື່ອ​ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ພຣະບິດາ.
12 So, my dear ones, as you've always obeyed—not only in my presence but now much more in my absence—keep working out your salvation with fear and trembling, ເຫດສະນັ້ນ, ເພື່ອນ​ທີ່​ຮັກ​ທັງຫລາຍ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຊື່ອຟັງ​ຕະຫລອດ​ມາ ບໍ່​ພຽງ​ແຕ່​ໃນ​ຂະນະ​ທີ່​ເຮົາ​ຢູ່​ນໍາ, ແຕ່​ບັດນີ້ ຈົ່ງ​ເຊື່ອຟັງ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ນໍາ ຈົ່ງ​ບາກບັ່ນ​ຕໍ່ໄປ​ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ຢຳເກງ ແລະ ຕົວສັ່ນ,
13 for our Father works in you, giving both the will and the work for his good purpose. ເພາະວ່າ​ແມ່ນ​ພຣະເຈົ້າ​ເປັນ​ຜູ້​ກະທຳການ​ຢູ່​ພາຍໃນ​ພວກເຈົ້າ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງໃຈ ແລະ ການກະທຳ​ເພື່ອ​ໃຫ້​ບັນລຸ​ຈຸດປະສົງ​ອັນ​ດີ​ຂອງ​ພຣະອົງ.
14 Do everything without grumbling or arguing, ຈົ່ງ​ເຮັດ​ທຸກສິ່ງ​ໂດຍ​ບໍ່​ມີ​ການຈົ່ມ ຫລື ການຖົກຖຽງກັນ,
15 so you may be blameless and pure, faultless children of our Father amid a crooked and depraved generation—shining among them like stars in the world, ເພື່ອ​ວ່າ​ພວກເຈົ້າ​ຈະ​ກາຍ​ເປັນ​ຜູ້​ບໍ່ມີຕຳໜິ ແລະ ບໍລິສຸດ, “ເປັນ​ລູກ​ຂອງ​ພຣະເຈົ້າ​ຜູ້​ປາດສະຈາກ​ຄວາມຜິດ​ໃນ​ຍຸກ​ທີ່​ບິດເບືອນ ແລະ ຄົດໂກງ”. ແລ້ວ​ພວກເຈົ້າ​ຈະ​ສ່ອງສະຫວ່າງ​ທ່າມກາງ​ພວກເຂົາ​ເໝືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ
16 holding firmly to the word of life, so I can boast on Christ's day that I didn't run or work for nothing. ຂະນະ​ທີ່​ພວກເຈົ້າ​ໄດ້​ຢຶດໝັ້ນ​ໃນ​ພຣະຄຳ​ແຫ່ງ​ຊີວິດ. ແລະ ຫລັງຈາກ​ນັ້ນ​ເຮົາ​ກໍ​ຈະ​ສາມາດ​ອວດອ້າງ​ໄດ້​ໃນ​ວັນ​ແຫ່ງ​ພຣະຄຣິດເຈົ້າ​ວ່າ​ເຮົາ​ບໍ່​ໄດ້​ແລ່ນ ຫລື ເຮັດ​ການໜັກໜ່ວງ​ໂດຍ​ບໍ່ມີປະໂຫຍດ.
17 But even if I'm poured out as a drink offering on the sacrifice and service of your faith, I'm glad and rejoice with you all. ແຕ່​ເຖິງແມ່ນວ່າ ເຮົາ​ຖືກ​ເທ​ອອກ​ເໝືອນ​ດັ່ງ​ເທ​ເຄື່ອງດື່ມ​ຖວາຍ​ໃສ່​ບ່ອນ​ຖວາຍບູຊາ ແລະ ການຮັບໃຊ້​ທີ່​ມາ​ຈາກ​ຄວາມເຊື່ອ​ຂອງ​ພວກເຈົ້າ, ເຮົາ​ກໍ​ຍັງ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.
18 So you too should be glad and rejoice with me. ດັ່ງນັ້ນ ພວກເຈົ້າ​ກໍ​ເໝືອນກັນ​ຄວນ​ຈະ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ເຮົາ​ດ້ວຍ.
19 I hope, in the Lord Jesus, to send Timothy to you soon, so I too may be encouraged, knowing how you are. ເຮົາ​ຫວັງ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ອີກ​ບໍ່​ດົນ​ຈະ​ສົ່ງ​ຕີໂມທຽວ​ໄປ​ຫາ​ພວກເຈົ້າ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມຊື່ນໃຈ​ເໝືອນກັນ​ເມື່ອ​ເຮົາ​ໄດ້ຍິນ​ຂ່າວ​ກ່ຽວກັບ​ພວກເຈົ້າ.
20 I have no one else like him, who will genuinely care for your welfare. ເຮົາ​ບໍ່​ມີ​ຜູ້ໃດ​ທີ່​ເໝືອນ​ຕີໂມທຽວ​ຜູ້​ທີ່​ເອົາໃຈໃສ່​ໃນ​ຄວາມສຸກທຸກ​ຂອງ​ພວກເຈົ້າ​ຢ່າງ​ແທ້ຈິງ.
21 For they all look after their own interests, not those of Jesus Christ. ເພາະ​ແຕ່ລະຄົນ​ຕ່າງ​ກໍ​ສະແຫວງ​ຫາ​ຜົນປະໂຫຍດ​ສ່ວນຕົວ​ຂອງ​ຕົນ​ເອງ, ບໍ່​ໄດ້​ຄຳນຶງ​ເຖິງ​ພຣະເຢຊູຄຣິດເຈົ້າ.
22 You know Timothy's proven worth—like a son with a father, he served with me in the gospel work. ແຕ່​ພວກເຈົ້າ​ຮູ້​ແລ້ວ​ວ່າ​ຕີໂມທຽວ​ໄດ້​ພິສູດ​ຕົນ​ເອງ​ແລ້ວ, ເພາະ​ເພິ່ນ​ໄດ້​ຮ່ວມ​ຮັບໃຊ້​ກັບ​ເຮົາ​ໃນ​ການປະກາດ​ຂ່າວປະເສີດ​ເໝືອນດັ່ງ​ລູກ​ກັບ​ພໍ່.
23 So I hope to send him as soon as I see how things go with me, ເຫດສະນັ້ນ ເຮົາ​ຈຶ່ງ​ຫວັງ​ຈະ​ສົ່ງ​ເພິ່ນ​ມາ​ທັນທີ​ທີ່​ເຮົາ​ເຫັນ​ວ່າ​ເລື່ອງ​ຕ່າງໆ​ກ່ຽວກັບ​ເຮົາ​ຈະ​ເປັນ​ໄປ​ຢ່າງໃດ.
24 and I am confident in the Lord that I myself will come soon. ແລະ ເຮົາ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ​ວ່າ​ເຮົາເອງ​ຈະ​ມາ​ຫາ​ພວກເຈົ້າ​ໃນ​ໄວໆ​ນີ້.
25 I thought it necessary to send Epaphroditus back to you—my brother, coworker, and fellow soldier, your messenger and servant for my needs. ແຕ່​ເຮົາ​ຄິດ​ວ່າ​ຈຳເປັນ​ທີ່​ຈະ​ສົ່ງ​ເອປາໂຟດີໂຕ​ກັບ​ມາ​ຫາ​ພວກເຈົ້າ, ເພິ່ນ​ເປັນ​ນ້ອງຊາຍ, ເປັນ​ເພື່ອນຮ່ວມງານ ແລະ ເປັນ​ເພື່ອນ​ທະຫານ​ດ້ວຍກັນ​ກັບ​ເຮົາ, ເປັນ​ຜູ້​ທີ່​ພວກເຈົ້າ​ໃຊ້​ມາ​ເພື່ອ​ເບິ່ງແຍງ​ໃນ​ຍາມ​ເຮົາ​ຂັດສົນ.
26 He has longed for you all, and is troubled that you heard he was sick. ເພາະ​ເພິ່ນ​ຄິດເຖິງ​ພວກເຈົ້າ​ທັງໝົດ​ຫລາຍ ແລະ ເປັນທຸກໃຈ​ເພາະ​ພວກເຈົ້າ​ໄດ້​ຮັບ​ຂ່າວ​ວ່າ​ເພິ່ນ​ບໍ່ສະບາຍ.
27 Indeed he was sick, and nearly died. But our Father had mercy on him—not only him but me too, sparing me sorrow upon sorrow. ຕາມຄວາມຈິງ​ແລ້ວ ເພິ່ນ​ບໍ່ສະບາຍ ແລະ ເກືອບ​ຈະ​ຕາຍ. ແຕ່​ພຣະເຈົ້າ​ເມດຕາ​ເພິ່ນ ແລະ ບໍ່​ພຽງ​ແຕ່​ເມດຕາ​ເພິ່ນ​ເທົ່ານັ້ນ ແຕ່​ຍັງ​ເມດຕາ​ເຮົາ​ເໝືອນກັນ, ເພື່ອ​ຮັກສາ​ເຮົາ​ໄວ້​ຈາກ​ຄວາມເສົ້າໃຈ​ເມື່ອ​ຄວາມເສົ້າໃຈ​ມາ​ເຖິງ.
28 So I'm more eager to send him, so seeing him again you'll rejoice and I'll worry less. ເຫດສະນັ້ນ ເຮົາ​ຈຶ່ງ​ມີ​ຄວາມກະຕືລືລົ້ນ​ທີ່​ຈະ​ສົ່ງ​ເພິ່ນ​ມາ, ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ໄດ້​ພົບ​ເພິ່ນ​ອີກ​ພວກເຈົ້າ​ຈະ​ໄດ້​ດີໃຈ ແລະ ຄວາມກະວົນກະວາຍໃຈ​ຂອງ​ເຮົາ​ຈະ​ໄດ້​ເບົາບາງ​ລົງ.
29 Welcome him in the Lord with all joy, and honor people like him, ດັ່ງນັ້ນ ຈົ່ງ​ຕ້ອນຮັບ​ເພິ່ນ​ໃນ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມຊື່ນຊົມຍິນດີ​ຢ່າງ​ໃຫຍ່ ແລະ ຈົ່ງ​ໃຫ້​ກຽດ​ຄົນ​ຄື​ເພິ່ນ​ນີ້,
30 because he neared death for Christ's work, risking his life to make up your missing help to me. ເພາະ​ວ່າ​ເພິ່ນ​ເກືອບ​ຕາຍ​ເພື່ອ​ພາລະກິດ​ຂອງ​ພຣະຄຣິດເຈົ້າ. ເພິ່ນ​ໄດ້​ສ່ຽງ​ຊີວິດ​ຂອງ​ເພິ່ນ​ເພື່ອ​ຊ່ວຍເຫລືອ​ເຮົາ​ໃນ​ສິ່ງ​ທີ່​ພວກເຈົ້າ​ບໍ່​ສາມາດ​ໃຫ້​ເຮົາ​ໄດ້.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]