Skip to content
The Believer's Library

Biblica® Open Lao Contemporary Version

Philippians 1 OLCV

Show OLCV only
Verse × ×
1 Paul and Timothy, servants of Christ Jesus, to all the holy ones in Christ Jesus at Philippi, with the overseers and deacons: ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ​ທີ່​ຢູ່​ເມືອງ​ຟີລິບປອຍ ພ້ອມ​ທັງ​ບັນດາ​ຜູ້ປົກຄອງ ແລະ ຜູ້ດູແລ​ທຸກຄົນ.
2 Grace to you and peace from our Father and the Lord Jesus Christ. ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ແລະ ຈາກ​ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.
3 I thank my Father every time I remember you, ເຮົາ​ກໍ​ຂອບພຣະຄຸນ​ພຣະເຈົ້າ​ຂອງ​ເຮົາ​ທຸກຄັ້ງ ເມື່ອ​ເຮົາ​ລະນຶກເຖິງ​ພວກເຈົ້າ​ທັງຫລາຍ.
4 always praying for all of you with joy in every prayer, ທຸກຄັ້ງ​ທີ່​ເຮົາ​ອະທິຖານ​ເພື່ອ​ພວກເຈົ້າ​ທຸກຄົນ ເຮົາ​ກໍ​ອະທິຖານ​ດ້ວຍ​ຄວາມຊື່ນຊົມຍິນດີ​ສະເໝີ
5 because of your partnership in the gospel from the first day until now. ເພາະວ່າ​ພວກເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ຂ່າວປະເສີດ​ຕັ້ງແຕ່​ມື້​ທຳອິດ​ຈົນ​ມາເຖິງ​ດຽວນີ້,
6 I'm confident of this very thing: the one who began a good work in you will complete it until the day of Christ Jesus. ດ້ວຍ​ຄວາມ​ໝັ້ນໃຈ​ໃນ​ເລື່ອງ​ນີ້​ວ່າ ພຣະອົງ​ຜູ້​ເລີ່ມຕົ້ນ​ການ​ດີ​ໃນ​ພວກເຈົ້າ​ນັ້ນ​ຈະ​ເຮັດ​ໃຫ້​ສຳເລັດ​ຈົນ​ເຖິງ​ວັນ​ແຫ່ງ​ພຣະຄຣິດເຈົ້າເຢຊູ.
7 I'm right to feel this about you—I hold you in my heart, all of you sharing with me in grace, in my chains and in defending and confirming the gospel. ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮົາ​ຮູ້ສຶກ​ແບບນີ້​ກັບ​ພວກເຈົ້າ​ທຸກຄົນ, ເນື່ອງຈາກ​ເຮົາ​ມີ​ພວກເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ, ບໍ່​ວ່າ​ເຮົາ​ກຳລັງ​ຖືກ​ລ່າມໂສ້ ຫລື ກຳລັງ​ກ່າວ​ປ້ອງກັນ ແລະ ກຳລັງ​ຢືນຢັນ​ຂ່າວປະເສີດ​ຢູ່​ກໍ​ຕາມ, ພວກເຈົ້າ​ທັງໝົດ​ກໍ​ໄດ້​ຮັບ​ສ່ວນແບ່ງ​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ຮ່ວມ​ກັບ​ເຮົາ.
8 For our Father is my witness, how I long for you all with Christ Jesus's deep affection. ພຣະເຈົ້າ​ເປັນ​ພະຍານ​ໄດ້​ວ່າ​ເຮົາ​ປາຖະໜາ​ຈະ​ພົບ​ພວກເຈົ້າ​ດ້ວຍ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າເຢຊູ​ຫລາຍ​ຂະໜາດ​ໃດ.
9 This is my prayer: that your love overflow more and more, with knowledge and all discernment, ແລະ ນີ້​ແມ່ນ​ຄຳອະທິຖານ​ຂອງ​ເຮົາ​ຄື: ຂໍ​ໃຫ້​ຄວາມ​ຮັກ​ຂອງ​ພວກເຈົ້າ​ຈະ​ເພີ່ມຂຶ້ນ​ເລື້ອຍໆ​ໃນ​ຄວາມຮູ້ ແລະ ຄວາມເຂົ້າໃຈ​ອັນ​ເລິກເຊິ່ງ,
10 so you can discern what is best, staying pure and blameless until the day of Christ. ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ສາມາດ​ທົດສອບ​ໄດ້​ວ່າ​ສິ່ງ​ໃດ​ດີ​ທີ່ສຸດ ແລະ ເພື່ອ​ພວກເຈົ້າ​ຈະ​ໄດ້​ບໍລິສຸດ ແລະ ບໍ່​ມີ​ຕຳໜິ​ສຳລັບ​ວັນ​ຂອງ​ພຣະຄຣິດເຈົ້າ,
11 Filled with the fruit of righteousness through Jesus Christ, to our Father's glory and praise. ເຊິ່ງ​ເຕັມລົ້ນ​ດ້ວຍ​ຜົນ​ຂອງ​ຄວາມຊອບທຳ​ທີ່​ມາ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ ເພື່ອ​ສະຫງ່າລາສີ ແລະ ການສັນລະເສີນ​ພຣະເຈົ້າ.
12 I want you to know, brothers and sisters, that my circumstances have actually advanced the gospel, ພີ່ນ້ອງ​ທັງຫລາຍ​ເອີຍ, ບັດນີ້​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ແທ້ຈິງ​ແລ້ວ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ເຮົາ​ນັ້ນ ກໍ​ເພື່ອ​ເຮັດ​ໃຫ້​ຂ່າວປະເສີດ​ແຜ່ຂະຫຍາຍ​ອອກ​ໄປ.
13 so my chains for Christ became known to the whole imperial guard and everyone else. ດັ່ງ​ຜົນ​ທີ່​ປາກົດ​ກໍ​ຄື ທະຫານ​ທຸກຄົນ​ທີ່​ຮັກສາ​ລາຊະວັງ ແລະ ຄົນ​ອື່ນໆ​ກໍ​ຮູ້​ແຈ້ງ​ທົ່ວ​ກັນ​ວ່າ​ເຮົາ​ຖືກ​ລ່າມໂສ້​ນັ້ນ​ກໍ​ເພື່ອ​ພຣະຄຣິດເຈົ້າ.
14 Most of the brothers and sisters, made confident in the Lord by my chains, now dare more to speak the word fearlessly. ແລະ ເພາະ​ການ​ທີ່​ເຮົາ​ຖືກ​ລ່າມໂສ້​ນັ້ນ ເຮັດ​ໃຫ້​ພີ່ນ້ອງ​ສ່ວນຫລາຍ​ມີ​ຄວາມ​ໝັ້ນໃຈ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ທ້າທາຍ​ທຸກຄົນ​ໃຫ້​ປະກາດ​ຂ່າວປະເສີດ​ໂດຍ​ບໍ່​ໄດ້​ຢ້ານກົວ.
15 Some, it is true, preach Christ out of envy and rivalry, but others out of goodwill. ກໍ​ເປັນ​ຄວາມຈິງ​ທີ່​ບາງຄົນ​ໄດ້​ປະກາດ​ພຣະຄຣິດເຈົ້າ​ດ້ວຍ​ຈິດໃຈ​ທີ່​ອິດສາ ແລະ ຊິງດີຊິງເດັ່ນ​ກັນ, ແຕ່​ກໍ​ມີ​ຄົນ​ອື່ນ​ທີ່​ປະກາດ​ດ້ວຍ​ເຈດຕະນາດີ.
16 These act from love, knowing I'm assigned to defend the gospel. ຄົນ​ກຸ່ມ​ຕໍ່ມາ​ປະກາດ​ດ້ວຍ​ຄວາມ​ຮັກ, ເພາະ​ຮູ້​ວ່າ​ເຮົາ​ຖືກ​ຂັງ​ຢູ່​ບ່ອນນີ້​ກໍ​ເພື່ອ​ປ້ອງກັນ​ຂ່າວປະເສີດ.
17 The others proclaim Christ out of selfish ambition, not sincerely, thinking to stir up trouble for me in my chains. ສ່ວນ​ຄົນ​ພວກ​ທຳອິດ​ນັ້ນ​ປະກາດ​ພຣະຄຣິດເຈົ້າ​ດ້ວຍ​ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ບໍ່​ຈິງໃຈ, ພວກເຂົາ​ຫວັງ​ຈະ​ສ້າງ​ຄວາມເດືອດຮ້ອນ​ໃຫ້​ເຮົາ​ໃນ​ຂະນະ​ທີ່​ຖືກ​ລ່າມໂສ້​ຢູ່.
18 What then? Only that in every way—whether in pretense or truth—Christ is proclaimed, and I rejoice in this. Yes, I will keep rejoicing. ແຕ່​ສິ່ງ​ນີ້​ຈະ​ເປັນ​ຫຍັງ? ສິ່ງ​ສຳຄັນ​ກໍ​ຄື​ໃນ​ທຸກໆ​ດ້ານ ບໍ່​ວ່າ​ຈະ​ເຮັດ​ດ້ວຍ​ແຮງຈູງໃຈ​ທີ່​ຜິດ ຫລື ຖືກ, ພວກເຂົາ​ກໍ​ໄດ້​ປະກາດ​ພຣະຄຣິດເຈົ້າ​ແລ້ວ. ແລະ ເພາະ​ສິ່ງ​ນີ້​ແຫລະ​ເຮົາ​ຈຶ່ງ​ຊື່ນຊົມຍິນດີ. ແມ່ນ​ແລ້ວ ແລະ ເຮົາ​ຈະ​ຊື່ນຊົມຍິນດີ​ຕໍ່ໄປ,
19 For I know this will result in my rescue, through your prayers and the help of Jesus Christ's Spirit. ເພາະ​ເຮົາ​ຮູ້​ວ່າ​ຜ່ານ​ທາງ​ຄຳອະທິຖານ​ຂອງ​ພວກເຈົ້າ ແລະ ການຈັດຕຽມ​ຂອງ​ພຣະເຈົ້າ​ໂດຍ​ພຣະວິນຍານ​ຂອງ​ພຣະເຢຊູຄຣິດເຈົ້າ ສິ່ງ​ທີ່​ເກີດຂຶ້ນ​ກັບ​ເຮົາ​ຈະ​ເປັນ​ການປົດປ່ອຍ​ເຮົາ​ໃຫ້​ລອດພົ້ນ.
20 My eager expectation and hope: I will never be ashamed, but with full courage, now as always, Christ will be praised in my body, whether by life or by death. ເຮົາ​ຄາດໝາຍ ແລະ ຫວັງ​ຢ່າງ​ກະຕືລືລົ້ນ​ວ່າ​ເຮົາ​ຈະ​ບໍ່​ຖືກ​ອັບອາຍ​ໃນ​ທາງ​ໃດ​ເລີຍ, ແຕ່​ຈະ​ມີ​ຄວາມກ້າຫານ​ພຽງພໍ ເພື່ອວ່າ​ບັດນີ້ ພຣະຄຣິດເຈົ້າ​ຈະ​ໄດ້​ຮັບ​ກຽດ​ເພາະ​ຮ່າງກາຍ​ຂອງ​ເຮົາ​ເໝືອນດັ່ງ​ທີ່​ເຄີຍ​ໄດ້​ຮັບ​ມາ​ຕະຫລອດ, ບໍ່​ວ່າ​ໂດຍ​ການ​ມີ​ຊີວິດ​ຢູ່ ຫລື ໂດຍ​ຄວາມຕາຍ​ກໍ​ຕາມ.
21 For to me, to live is Christ, and to die is gain. ເພາະ​ສຳລັບ​ເຮົາ, ທີ່​ຈະ​ມີຊີວິດ​ຢູ່​ກໍ​ເພື່ອ​ພຣະຄຣິດເຈົ້າ ແລະ ທີ່​ຈະ​ຕາຍ​ກໍ​ເປັນ​ກຳໄລ.
22 If I am to go on living in the body, this will mean fruitful work for me. Yet I don't know which to choose. ຖ້າ​ເຮົາ​ຍັງ​ມີຊີວິດ​ຢູ່​ໃນ​ຮ່າງກາຍ​ນີ້​ຕໍ່ໄປ ນີ້​ກໍ​ຈະ​ໝາຍຄວາມ​ວ່າ​ພາລະກິດ​ຂອງ​ເຮົາ​ເກີດຜົນ. ແຕ່​ເຮົາ​ຈະ​ເລືອກ​ເອົາ​ທາງ​ໃດ? ເຮົາ​ກໍ​ບໍ່​ຮູ້!
23 Torn between the two, I want to leave and be with Christ—far better, ເຮົາ​ຍັງ​ລັງເລໃຈ​ຢູ່​ລະຫວ່າງ​ສອງ​ທາງ ເຮົາ​ປາຖະໜາ​ຢາກ​ຈາກ​ໄປ​ແລ້ວ​ຢູ່​ກັບ​ພຣະຄຣິດເຈົ້າ, ເຊິ່ງ​ປະເສີດ​ຫລາຍ​ກວ່າ,
24 but to remain in the body is more necessary for your sake. ແຕ່​ເປັນ​ສິ່ງ​ທີ່​ຈຳເປັນ​ສຳລັບ​ພວກເຈົ້າ​ຫລາຍກວ່າ​ທີ່​ເຮົາ​ຍັງ​ມີຊີວິດ​ຢູ່​ໃນ​ຮ່າງກາຍ.
25 Convinced of this, I know I'll remain and stay with you all, for your progress and joy in the faith, ເມື່ອ​ແນ່ໃຈ​ຢ່າງນີ້​ແລ້ວ, ເຮົາ​ກໍ​ຮູ້​ວ່າ​ເຮົາ​ຈະ​ຍັງ​ຢູ່ ແລະ ເຮົາ​ຈະ​ສືບຕໍ່​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເພື່ອ​ຄວາມກ້າວໜ້າ ແລະ ຄວາມຊື່ນຊົມຍິນດີ​ຂອງ​ພວກເຈົ້າ​ໃນ​ຄວາມເຊື່ອ,
26 so your boasting in Christ Jesus may overflow because of me, when I come to you again. ເພື່ອ​ວ່າ​ເມື່ອ​ເຮົາ​ໄດ້​ຢູ່​ກັບ​ພວກເຈົ້າ​ອີກ ຄວາມໂອ້ອວດ​ໃນ​ພຣະຄຣິດເຈົ້າເຢຊູ​ຂອງ​ພວກເຈົ້າ​ກໍ​ຈະ​ອຸດົມສົມບູນ​ເນື່ອງ​ຈາກ​ເຮົາ.
27 Just live worthy of the gospel of Christ, so that whether I come and see you, or am absent, I hear you stand firm in one spirit, contending together with one mind for the gospel's faith, ບໍ່​ວ່າ​ສິ່ງໃດ​ຈະ​ເກີດຂຶ້ນ, ພວກເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່​ວ່າ​ເຮົາ​ຈະ​ມາ​ຫາ​ພວກເຈົ້າ ຫລື ພຽງ​ແຕ່​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ກໍ​ຕາມ, ເຮົາ​ຈະ​ຮູ້​ວ່າ​ພວກເຈົ້າ​ຕັ້ງໝັ້ນຄົງ​ໃນ​ພຣະວິນຍານ​ອົງ​ດຽວ​ກັນ, ຕໍ່ສູ້​ຮ່ວມກັນ​ເໝືອນ​ເປັນ​ຄົນ​ດຽວ​ກັນ​ເພື່ອ​ຄວາມເຊື່ອ​ແຫ່ງ​ຂ່າວປະເສີດ
28 and not scared of your opponents at all—proof to them of their destruction, but of your salvation, and that from our Father. ໂດຍ​ບໍ່​ມີ​ຄວາມຢ້ານກົວ​ອັນໃດ​ຕໍ່​ບັນດາ​ຜູ້​ທີ່​ຕໍ່ຕ້ານ​ພວກເຈົ້າ. ນີ້​ເປັນ​ເຄື່ອງໝາຍ​ໃຫ້​ພວກເຂົາ​ຮູ້​ວ່າ​ພວກເຂົາ​ຈະ​ຖືກ​ທຳລາຍ, ແຕ່​ວ່າ​ພວກເຈົ້າ​ຈະ​ລອດພົ້ນ​ໂດຍ​ພຣະເຈົ້າ.
29 For it has been graciously granted to you, for Christ's sake, not only to believe in him but also to suffer for him, ເພາະ​ພຣະເຈົ້າ​ໄດ້​ໃຫ້​ສິດທິ​ພິເສດ​ແກ່​ພວກເຈົ້າ​ໃນ​ນາມ​ພຣະຄຣິດເຈົ້າ​ບໍ່​ແມ່ນ​ພຽງ​ໃຫ້​ພວກເຈົ້າ​ເຊື່ອ​ໃນ​ພຣະອົງ​ເທົ່ານັ້ນ, ແຕ່​ໃຫ້​ທົນທຸກ​ເພາະ​ເຫັນ​ແກ່​ພຣະອົງ​ດ້ວຍ,
30 going through the same struggle you saw me face, and now hear that I still face. ເພາະ​ພວກເຈົ້າ​ເອງ​ກໍ​ກຳລັງ​ຕໍ່ສູ້​ຢ່າງ​ດຽວ​ກັນ​ກັບ​ທີ່​ພວກເຈົ້າ​ໄດ້​ເຫັນ​ເຮົາ​ຕໍ່ສູ້​ມາ​ແລ້ວ ແລະ ບັດນີ້ ພວກເຈົ້າ​ກໍ​ໄດ້​ຍິນ​ວ່າ​ເຮົາ​ກໍ​ຍັງ​ຕໍ່ສູ້​ຢູ່.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]