Skip to content
The Believer's Library

Biblica® Open Lao Contemporary Version

Numbers 6 OLCV

Show OLCV only
Verse × ×
1 Then our Father spoke to Moses: ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ,
2 "Speak to the Israelites and say to them: When a man or woman makes a special vow, a Nazirite vow, to set themselves apart to the Father. “ຈົ່ງ​ແຈ້ງ​ຄົນ​ອິດສະຣາເອນ ແລະ ບອກ​ພວກເຂົາ​ວ່າ, ‘ຖ້າ​ຊາຍ ຫລື ຍິງ​ຕ້ອງການ​ປະຕິຍານ​ພິເສດ​ເພື່ອ​ການ​ອຸທິດ​ຕົນ​ຕໍ່​ພຣະເຈົ້າ​ຢາເວ​ເພື່ອ​ເປັນ​ຊາວ​ນາຊີຣີ,
3 They must not drink wine or strong drink, nor vinegar from either, nor any grape juice, nor eat grapes fresh or dried. ພວກເຂົາ​ຕ້ອງ​ລະເວັ້ນ​ຈາກ​ການ​ດື່ມ​ເຫລົ້າອະງຸ່ນ ຫລື ເຄື່ອງດື່ມ​ທີ່​ໝັກເຊື້ອ​ແລ້ວ ແລະ ບໍ່​ດື່ມ​ເຫລົ້າອະງຸ່ນສົ້ມ​ທີ່​ຜະລິດ​ຈາກ​ເຫລົ້າອະງຸ່ນ ຫລື ເຄື່ອງດື່ມ​ທີ່​ໝັກເຊື້ອ​ອື່ນໆ.
4 During their separation they must eat nothing from the grapevine, from seeds to skin. ຕະຫລອດ​ໄລຍະ​ເວລາ​ທີ່​ພວກເຂົາ​ຢູ່​ພາຍໃຕ້​ຄຳ​ປະຕິຍານ​ເປັນ​ຄົນນາຊີຣີ​ນັ້ນ, ພວກເຂົາ​ບໍ່​ກິນ​ສິ່ງໃດ​ທີ່​ມາ​ຈາກ​ເຄືອອະງຸ່ນ, ແມ່ນແຕ່​ເມັດ ຫລື ເປືອກອະງຸ່ນ​ກໍ​ຕາມ.
5 "During their vow of separation, no razor touches their head. Until it's complete, they stay holy to the Father; they must let their hair grow. “ ‘ຕະຫລອດ​ເວລາ​ທີ່​ພວກເຂົາ​ຢູ່​ໃນ​ຊ່ວງ​ປະຕິຍານ​ຕົນ​ເປັນ​ຄົນນາຊີຣີ​ນັ້ນ, ພວກເຂົາ​ຈະ​ບໍ່​ຕັດຜົມ ຫລື ແຖໜວດ. ພວກເຂົາ​ຈະ​ຕ້ອງ​ບໍລິສຸດ​ຈົນກວ່າ​ຊ່ວງ​ເວລາ​ຂອງ​ການ​ອຸທິດ​ຕົນ​ຕໍ່​ພຣະເຈົ້າ​ຢາເວ​ຜ່ານພົ້ນ​ໄປ; ພວກເຂົາ​ຕ້ອງ​ຈົ່ງ​ຜົມ​ຍາວ​ໄວ້.
6 "Throughout their time of separation to the Father they must not go near a dead body. “ ‘ຕະຫລອດ​ຊ່ວງ​ຂອງ​ການ​ອຸທິດ​ຕົນ​ຕໍ່​ພຣະເຈົ້າ​ຢາເວ, ຄົນນາຊີຣີ​ຈະ​ບໍ່​ໄປ​ໃກ້​ສົບ​ຂອງ​ຄົນຕາຍ.
7 They must not make themselves unclean even for father, mother, brother, or sister when they die, since their dedication crown to our Father is on their head. ແມ່ນແຕ່​ຈະ​ເປັນ​ພໍ່ ຫລື ແມ່ ຫລື ອ້າຍ ຫລື ເອື້ອຍ​ນ້ອງ​ຂອງ​ຕົນ​ເອງ​ຕາຍ​ກໍ​ຕາມ, ພວກເຂົາ​ຕ້ອງ​ບໍ່​ເຮັດ​ໃຫ້​ຕົນ​ເອງ​ເປັນມົນທິນ​ຕໍ່​ຄວາມຮັບຜິດຊອບ​ຕາມ​ພິທີກຳ​ຂອງ​ພວກເຂົາ, ເພາະ​ສັນຍາລັກ​ຂອງ​ການ​ອຸທິດ​ຕົນ​ຕໍ່​ພຣະເຈົ້າ​ເປັນ​ຄົນນາຊີຣີ​ນັ້ນ​ແມ່ນ​ຢູ່​ເທິງ​ຫົວ​ຂອງ​ພວກເຂົາ.
8 Throughout their time of separation they are holy to the Father. ຕະຫລອດ​ຊ່ວງ​ແຫ່ງ​ການ​ອຸທິດ​ຕົນ​ນັ້ນ, ພວກເຂົາ​ຈະ​ຕ້ອງ​ເປັນ​ຜູ້​ບໍລິສຸດ​ຕໍ່​ພຣະເຈົ້າ​ຢາເວ.
9 "If someone dies very suddenly beside them, making their dedicated head unclean, they must shave their head on the day of their cleansing—shave it on the seventh day. “ ‘ຖ້າ​ມີ​ຄົນ​ຕາຍ​ກະທັນຫັນ​ໃນ​ບ່ອນ​ຂອງ​ຄົນນາຊີຣີ, ເຊິ່ງ​ເຮັດ​ໃຫ້​ຜົມ​ທີ່​ເປັນ​ສັນຍາລັກ​ຂອງ​ການອຸທິດ​ຕົນ​ເປັນມົນທິນ​ນັ້ນ, ພວກເຂົາ​ຕ້ອງ​ແຖ​ຫົວ​ຂອງ​ຕົນ​ໃນ​ມື້​ທີ​ເຈັດ ເຊິ່ງ​ເປັນ​ມື້​ຊຳລະ​ຂອງ​ພວກເຂົາ.
10 On the eighth day they must bring two turtledoves or two young pigeons to the priest at the meeting tent's entrance. ແລ້ວ​ໃນ​ມື້​ທີແປດ​ພວກເຂົາ​ຕ້ອງ​ນຳເອົາ​ນົກເຂົາ ຫລື ນົກກາງແກ​ໜຸ່ມ​ສອງ​ໂຕ​ມາ​ມອບ​ໃຫ້​ແກ່​ປະໂລຫິດ​ທີ່​ທາງເຂົ້າ​ເຕັນນັດພົບ.
11 The priest must offer one as a sin offering, the other as a burnt offering, and make atonement for them, because they sinned by being near the dead body. That same day they must rededicate their head. ປະໂລຫິດ​ຈະ​ຖວາຍ​ນົກ​ໂຕ​ໜຶ່ງ​ເປັນ​ເຄື່ອງບູຊາ​ໄຖ່​ບາບ ແລະ ອີກ​ໂຕ​ໜຶ່ງ​ເປັນ​ເຄື່ອງເຜົາ​ບູຊາ​ເພື່ອ​ລຶບລ້າງ​ບາບ​ສຳລັບ​ຄົນ​ນາຊີຣີ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ​ໂດຍ​ການ​ຢູ່​ໃກ້​ຊາກສົບ​ຂອງ​ຄົນຕາຍ. ໃນ​ວັນ​ດຽວ​ກັນ​ນັ້ນ ພວກເຂົາ​ຈະ​ຕ້ອງ​ຊຳລະ​ຫົວ​ຂອງ​ຕົນ​ຖວາຍ​ອີກ.
12 They must rededicate to the Father their days of separation and bring a year-old male lamb as a guilt offering; the earlier days don't count—their separation was made unclean. ພວກເຂົາ​ຕ້ອງ​ອຸທິດ​ຕົນ​ເອງ​ແກ່​ພຣະເຈົ້າ​ຢາເວ​ອີກ ຕາມ​ເວລາ​ທີ່​ໄດ້​ກຳນົດໄວ້​ຂອງ​ການ​ອຸທິດ​ຕົນ ພວກເຂົາ​ຕ້ອງ​ນຳເອົາ​ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ໂຕ​ໜຶ່ງ​ມາ​ເປັນ​ເຄື່ອງບູຊາ​ລຶບລ້າງ​ຄວາມ​ຜິດ. ວັນ​ອື່ນໆ​ກ່ອນ​ໜ້າ​ນັ້ນ​ບໍ່​ນັບ, ເພາະ​ພວກເຂົາ​ໄດ້​ເປັນມົນທິນ​ໃນ​ຊ່ວງ​ເວລາ​ຂອງ​ການ​ອຸທິດ​ຕົນ.
13 "This is the law of the Nazirite: when their days of separation end, they must come to the tent of meeting's entrance. “ ‘ນີ້​ເປັນ​ກົດ​ຂອງ​ຄົນ​ນາຊີຣີ​ເມື່ອ​ຊ່ວງ​ເວລາ​ຂອງ​ການ​ອຸທິດ​ຕົນ​ຜ່ານພົ້ນ​ໄປ​ແລ້ວ. ພວກເຂົາ​ຈະ​ຕ້ອງ​ມາ​ທີ່​ທາງເຂົ້າ​ເຕັນ​ນັດພົບ.
14 They must bring the Father their offering: one flawless year-old male lamb as a burnt offering, one flawless year-old ewe lamb as a sin offering, and one flawless ram as a peace offering, ພວກເຂົາ​ຈະ​ຕ້ອງ​ນຳເອົາ​ເຄື່ອງ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ຢູ່​ທີ່​ນັ້ນ​ຄື: ແກະ​ຜູ້​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ ບໍ່​ມີ​ຕຳໜິ​ມາ​ເປັນ​ເຄື່ອງເຜົາ​ບູຊາ, ແກະ​ແມ່​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ ບໍ່​ມີ​ຕຳໜິ​ມາ​ເປັນ​ເຄື່ອງບູຊາ​ໄຖ່​ບາບ, ແກະ​ຜູ້​ອີກ​ໜຶ່ງ​ໂຕ ບໍ່​ມີ​ຕຳໜິ ມາ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ,
15 with a basket of unleavened bread—loaves of fine flour mixed with oil, unleavened wafers coated with oil—plus their grain offering and drink offerings. ພ້ອມ​ກັບ​ເຄື່ອງຖວາຍ​ພືດພັນ​ເປັນ​ເມັດ ແລະ ເຄື່ອງດື່ມ​ບູຊາ ແລະ ກະຕ່າ​ເຂົ້າຈີ່​ກ້ອນ​ໜາ​ທີ່​ເຮັດ​ດ້ວຍ​ແປ້ງ​ລະອຽດ​ບໍ່​ມີ​ເຊື້ອ​ແປ້ງ​ປະສົມ​ນ້ຳມັນ​ໝາກກອກ ແລະ ເຂົ້າຈີ່​ກ້ອນ​ບາງ​ທາ​ດ້ວຍ​ນ້ຳມັນ​ໝາກກອກ.
16 The priest must present them before the Father and offer the sin offering and the burnt offering. “ ‘ປະໂລຫິດ​ຈະ​ຕ້ອງ​ຖວາຍ​ສິ່ງ​ເຫລົ່ານີ້​ທັງໝົດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ຖວາຍ​ເຄື່ອງບູຊາ​ໄຖ່​ບາບ ແລະ ເຄື່ອງເຜົາ​ບູຊາ.
17 He must offer the ram as a peace offering to the Father with the basket of bread without yeast, and offer its grain and drink offerings. ປະໂລຫິດ​ຈະ​ຖວາຍ​ກະຕ່າ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ແປ້ງ ແລະ ຖວາຍ​ແກະ​ຜູ້​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ພ້ອມ​ດ້ວຍ​ເຄື່ອງຖວາຍ​ພືດພັນ​ເປັນ​ເມັດ ແລະ ເຄື່ອງດື່ມ​ບູຊາ​ແກ່​ພຣະເຈົ້າ​ຢາເວ.
18 At the tent of meeting's entrance, the Nazirite must shave their dedicated head, take the hair of dedication, and put it on the fire under the peace offering. “ ‘ຫລັງຈາກນັ້ນ ຄົນ​ນາຊີຣີ​ຕ້ອງ​ແຖ​ຜົມ​ອອກ​ເພື່ອ​ເປັນ​ສັນຍາລັກ​ຂອງ​ການ​ອຸທິດ​ຕົນ​ຂອງ​ຕົນ​ຢູ່​ທີ່​ທາງ​ເຂົ້າ​ສູ່​ເຕັນ​ນັດພົບ. ພວກເຂົາ​ຈະ​ຕ້ອງ​ນຳ​ຜົມ​ນັ້ນ​ໄປ​ໃສ່​ໃນ​ໄຟ​ທີ່​ເຜົາ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.
19 The priest takes the boiled ram's shoulder, one unleavened loaf and wafer from the basket, and puts them in the Nazirite's hands after the hair of dedication is shaved off. “ ‘ຫລັງ​ຈາກ​ທີ່​ຄົນ​ນາຊີຣີ​ແຖ​ຜົມ​ເພື່ອ​ເປັນ​ສັນຍາລັກ​ຂອງ​ການ​ອຸທິດ​ຕົນ​ຂອງ​ພວກເຂົາ​ແລ້ວ, ປະໂລຫິດ​ກໍ​ຈະ​ນຳ​ກົກຂາ​ໜ້າ​ຂອງ​ແກະ​ຜູ້​ທີ່​ຕົ້ມ​ແລ້ວ ແລະ ເຂົ້າຈີ່​ກ້ອນ​ໜາ​ໜຶ່ງ​ກ້ອນ ແລະ ເຂົ້າຈີ່​ແຜ່ນ​ບາງ​ໜຶ່ງ​ແຜ່ນ, ທັງ​ສອງ​ແມ່ນ​ເຮັດ​ບໍ່​ໃສ່​ເຊື້ອ​ແປ້ງ​ຈາກ​ກະຕ່າ​ນັ້ນ​ມາ​ວາງ​ໃສ່​ມື​ຂອງ​ພວກເຂົາ.
20 The priest waves them as a wave offering before our Father—a holy portion for the priest, with the breast that is waved and the thigh that is contributed. Then the Nazirite may drink wine. ແລ້ວ​ປະໂລຫິດ​ຈະ​ຕ້ອງ​ແກວ່ງ​ສິ່ງ​ເຫລົ່າ​ນັ້ນ​ໄປ​ມາ​ຕໍ່ໜ້າ​ພຣະເຈົ້າ​ເພື່ອ​ເປັນ​ເຄື່ອງບູຊາ​ແກວ່ງ​ໄປ​ແກວ່ງ​ມາ; ທັງໝົດ​ນັ້ນ​ເປັນ​ເຄື່ອງ​ບໍລິສຸດ ແລະ ເປັນ​ສ່ວນ​ຂອງ​ປະໂລຫິດ, ພ້ອມ​ກັບ​ຊີ້ນ​ເອິກ​ທີ່​ໄດ້​ແກວ່ງ​ໄປ​ແກວ່ງ​ມາ​ແລ້ວ ແລະ ຊີ້ນ​ກົກຂາ​ທີ່​ໄດ້​ຖວາຍ​ແລ້ວ. ຫລັງຈາກນັ້ນ, ຄົນ​ນາຊີຣີ​ຈຶ່ງ​ຈະ​ດື່ມ​ເຫລົ້າອະງຸ່ນ​ໄດ້.
21 "This is the law of the Nazirite who vows an offering to our Father for their separation, besides whatever else they can afford. They must do according to their vow, per the law of their separation." “ ‘ນີ້​ຄື​ກົດບັນຍັດ​ຂອງ​ຄົນ​ນາຊີຣີ ຜູ້​ທີ່​ປະຕິຍານ​ຕົນ​ແກ່​ພຣະເຈົ້າ​ຢາເວ​ຕາມ​ການ​ອຸທິດ​ຕົນ​ຂອງ​ພວກເຂົາ, ນອກ​ຈາກ​ນີ້​ພວກເຂົາ​ຈະ​ຖວາຍ​ສິ່ງ​ອື່ນ​ອີກ​ກໍ​ໄດ້. ພວກເຂົາ​ຈະ​ຕ້ອງ​ເຮັດ​ຕາມ​ຄຳ​ປະຕິຍານ​ທີ່​ພວກເຂົາ​ໄດ້​ເຮັດ​ໄວ້​ຕາມ​ກົດບັນຍັດ​ຂອງ​ຄົນ​ນາຊີຣີ​ໃຫ້​ສຳເລັດ’ ”.
22 Then our Father spoke to Moses: ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ,
23 "Tell Aaron and his sons: This is how you are to bless the Israelites. Say to them: “ຈົ່ງ​ບອກ​ອາໂຣນ​ກັບ​ລູກຊາຍ​ຂອງ​ລາວ​ວ່າ, ນີ້​ເປັນ​ວິທີ​ທີ່​ເຈົ້າ​ຈະ​ອວຍພອນ​ຄົນ​ອິດສະຣາເອນ. ຈົ່ງ​ກ່າວ​ແກ່​ພວກເຂົາ​ດັ່ງນີ້:
24 'May your Father bless you and keep you; “ ‘ “ຂໍ​ພຣະເຈົ້າ​ຢາເວ​ອວຍພອນ​ເຈົ້າ ແລະ ປົກປັກ​ຮັກສາ​ເຈົ້າ;
25 may your Father make his face shine upon you and be gracious to you; ຂໍ​ໃຫ້​ໜ້າ​ຂອງ​ພຣະເຈົ້າ​ຢາເວ​ສ່ອງ​ສະຫວ່າງ​ເໜືອ​ເຈົ້າ ຂໍ​ພຣະອົງ​ເມດຕາ​ກະລຸນາ​ເຈົ້າ;
26 may your Father look on you with favor and give you peace.' ຂໍ​ພຣະເຈົ້າ​ຢາເວ​ຫັນ​ໜ້າ​ພຣະອົງ​ມາ​ຫາ​ພວກເຈົ້າ ແລະ ໃຫ້​ສັນຕິສຸກ​ແກ່​ພວກເຈົ້າ” ’.
27 "So they will put my name on the Israelites, and I will bless them." “ດັ່ງນັ້ນ ອາໂຣນ​ກັບ​ລູກຊາຍ​ຂອງ​ລາວ​ຈະ​ລົງ​ຊື່​ຂອງ​ເຮົາ​ເທິງ​ຄົນ​ອິດສະຣາເອນ ແລະ ເຮົາ​ຈະ​ອວຍພອນ​ພວກເຂົາ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]