Skip to content
The Believer's Library

Biblica® Open Lao Contemporary Version

Numbers 5 OLCV

Show OLCV only
Verse × ×
1 Our Father spoke to Moses: ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ,
2 "Command the Israelites to send from the camp everyone with a skin disease, everyone with a discharge, and everyone unclean from a corpse. “ຈົ່ງ​ສັ່ງ​ຄົນ​ອິດສະຣາເອນ​ໃຫ້​ສົ່ງ ຜູ້​ທີ່​ເປັນ​ພະຍາດ​ຜິວໜັງ​ທີ່​ເປັນມົນທິນ ຫລື ຜູ້​ມີ​ສິ່ງ​ທີ່​ໄຫລ​ອອກຈາກ​ຮ່າງກາຍ​ທຸກ​ຊະນິດ ຫລື ຜູ້​ທີ່​ເປັນມົນທິນ​ຕາມ​ພິທີກຳ​ເພາະ​ໄປ​ແຕະຕ້ອງ​ຊາກສົບ​ອອກ​ຈາກ​ຄ້າຍພັກ.
3 Send away both male and female; send them outside the camp, so they don't make their camp unclean, where I live among them." ຈົ່ງ​ສົ່ງ​ພວກເຂົາ​ອອກ​ໄປ​ບໍ່​ວ່າ​ຈະ​ເປັນ​ຊາຍ ຫລື ຍິງ​ກໍ​ຕາມ; ຈົ່ງ​ສົ່ງ​ຄົນ​ເຫລົ່ານີ້​ອອກ​ໄປ​ນອກ​ຄ້າຍພັກ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ເຮັດ​ໃຫ້​ຄ້າຍພັກ​ເປັນມົນທິນ, ເຊິ່ງ​ຖື​ເປັນ​ບ່ອນ​ທີ່​ເຮົາ​ຢູ່​ທ່າມກາງ​ພວກເຂົາ”.
4 The Israelites did this, sending them outside the camp; as our Father told Moses, the Israelites did. ຄົນ​ອິດສະຣາເອນ​ກໍ​ປະຕິບັດ​ຕາມ; ພວກເຂົາ​ໄດ້​ສົ່ງ​ຄົນ​ເຫລົ່ານັ້ນ​ອອກ​ໄປ​ນອກ​ຄ້າຍພັກ. ພວກເຂົາ​ປະຕິບັດ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ແນະນຳ​ໂມເຊ.
5 Then our Father spoke to Moses: ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ,
6 "Tell Israel's people: When a man or woman commits any human sin, betraying me, that person is guilty. “ຈົ່ງ​ບອກ​ຄົນ​ອິດສະຣາເອນ​ວ່າ: ‘ຊາຍ ຫລື ຍິງ​ໃດ​ກໍ​ຕາມ​ທີ່​ເຮັດ​ຜິດ​ຕໍ່​ຄົນອື່ນ​ດ້ວຍ​ວິທີ​ໃດ​ກໍ​ຕາມ ແລະ ຜູ້​ນັ້ນ​ກໍ​ມີຄວາມຜິດ​ເພາະ​ບໍ່ສັດຊື່​ຕໍ່​ພຣະເຈົ້າ​ຢາເວ
7 They must confess the sin they committed, repay in full for the wrong, add a fifth, and give it to the one they wronged. ແລະ ຈະ​ຕ້ອງ​ສາລະພາບ​ບາບ​ທີ່​ໄດ້​ກະທຳ. ຜູ້​ນັ້ນ​ຈະ​ຕ້ອງ​ຊົດໃຊ້​ເຕັມ​ຈຳນວນ​ຕາມ​ຄວາມຜິດ​ທີ່​ລາວ​ໄດ້​ກະທຳ, ພ້ອມ​ທັງ​ຊົດໃຊ້​ເພີ່ມ​ອີກ​ໜຶ່ງ​ສ່ວນ​ຫ້າ​ຂອງ​ມູນຄ່າ​ທີ່​ຕ້ອງ​ຊົດເຊີຍ ແລະ ມອບ​ມູນຄ່າ​ທັງໝົດ​ໃຫ້​ແກ່​ບຸກຄົນ​ທີ່​ລາວ​ໄດ້​ເຮັດຜິດ.
8 But if that person has no relative to receive restitution, it belongs to me and goes to the priest, plus the ram of atonement made for the guilty one. ແຕ່​ຖ້າ​ບຸກຄົນ​ນັ້ນ​ບໍ່​ມີ​ພີ່ນ້ອງໃກ້ຊິດ​ທີ່​ຈະ​ຮັບເອົາ​ຄ່າ​ຊົດເຊີຍ​ແທນ​ຈາກ​ຜູ້ເຮັດຜິດ​ນັ້ນ, ຄ່າ​ຊົດເຊີຍ​ນັ້ນ​ກໍ​ເປັນ​ຂອງ​ພຣະເຈົ້າຢາເວ ແລະ ຕ້ອງ​ນຳ​ໄປ​ມອບ​ໃຫ້​ແກ່​ປະໂລຫິດ, ພ້ອມ​ດ້ວຍ​ແກະຜູ້​ເພື່ອ​ເຮັດ​ພິ​ທີ​ລຶບລ້າງ​ບາບ​ໃຫ້​ແກ່​ຜູ້ກະທຳຜິດ.
9 Every contribution among all Israel's holy gifts brought to the priest belongs to him. ເຄື່ອງຖວາຍ​ສັກສິດ​ທັງໝົດ​ທີ່​ຄົນ​ອິດສະຣາເອນ​ນຳ​ມາ​ມອບ​ແກ່​ປະໂລຫິດ​ຈະ​ເປັນ​ຂອງ​ປະໂລຫິດ.
10 Everyone's holy gifts remain their own; what one gives the priest belongs to the priest." ຂອງ​ຖວາຍ​ສັກສິດ​ເປັນ​ຂອງ​ຜູ້​ທີ່​ເປັນ​ເຈົ້າ​ຂອງ, ແຕ່​ສິ່ງ​ທີ່​ພວກເຂົາ​ມອບ​ໃຫ້​ປະໂລຫິດ​ຈະ​ເປັນ​ຂອງ​ປະໂລຫິດ’ ”.
11 Then our Father spoke to Moses: ແລ້ວ​ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ,
12 "Speak to the Israelites and tell them: If any man's wife goes astray and is unfaithful to him, “ຈົ່ງ​ແຈ້ງ​ຄົນ​ອິດສະຣາເອນ ແລະ ກ່າວ​ກັບ​ພວກເຂົາ​ວ່າ, ‘ຖ້າ​ເມຍ​ຂອງ​ຊາຍ​ຄົນ​ໃດ​ເຮັດ​ໃນ​ສິ່ງ​ທີ່​ຜິດ ແລະ ບໍ່ສັດຊື່​ຕໍ່​ເຂົາ
13 if another man sleeps with her, hidden from her husband, and she goes undetected though unclean—no witness against her, not caught in the act, ໂດຍ​ມີ​ຊາຍ​ອື່ນ​ມີ​ເພດສຳພັນ​ກັບ​ນາງ, ແລະ ຍັງ​ປິດບັງ​ເປັນ​ຄວາມລັບ​ຕໍ່​ຜົວ​ຂອງ​ຕົນ ແລະ ເຊື່ອງຊ້ອນ​ການ​ກະທຳ​ຂອງ​ນາງ​ໄວ້ (ເນື່ອງຈາກ​ວ່າ​ບໍ່​ມີ​ພະຍານ​ຫລັກຖານ ແລະ ຈັບ​ບໍ່​ໄດ້​ໃນ​ການ​ກະທຳ),
14 a spirit of jealousy comes over the husband, and he is jealous of his wife, who is unclean; or a spirit of jealousy comes over him, and he is jealous though she is not unclean. ແລະ ຖ້າ​ຜົວ​ຮູ້ສຶກ​ຫຶງຫວງ ແລະ ສົງໄສ​ເມຍ​ຂອງ​ຕົນ ແລະ ນາງ​ເປັນມົນທິນ ຫລື ຖ້າ​ຜົວ​ຂອງ​ນາງ​ຫຶງຫວງ ແລະ ສົງໄສ​ນາງ ເຖິງແມ່ນວ່າ​ນາງ​ບໍ່ເປັນມົນທິນ​ກໍຕາມ
15 The man must bring his wife to the priest, along with her offering: about two quarts of barley flour. He must pour no oil on it and put no frankincense on it, because it is a grain offering of jealousy, a grain offering of remembrance, recalling guilt. ແລ້ວ​ລາວ​ຈະ​ຕ້ອງ​ພາ​ເມຍ​ຂອງ​ລາວ​ໄປ​ຫາ​ປະໂລຫິດ. ລາວ​ຈະ​ຕ້ອງ​ນຳເອົາ​ແປ້ງ​ເຂົ້າບາເລ​ໜຶ່ງສ່ວນສິບ​ຂອງ​ເອຟາ​ມາ​ເປັນ​ເຄື່ອງຖວາຍບູຊາ​ແທນ​ນາງ. ໂດຍ​ບໍ່​ຕ້ອງ​ຖອກ​ນ້ຳມັນ​ໝາກກອກ​ໃສ່​ແປ້ງ ຫລື ໂຮຍ​ເຄື່ອງຫອມ​ໃສ່​ແປ້ງ​ນັ້ນ, ເພາະ​ເປັນ​ເຄື່ອງຖວາຍບູຊາ​ພືດພັນ​ເປັນເມັດ​ເພາະ​ເປັນ​ການຖວາຍ​ທີ່​ເກີດ​ຈາກ​ຄວາມຫຶງຫວງ, ເປັນ​ເຄື່ອງຖວາຍບູຊາ​ແຫ່ງ​ການເຕືອນໃຈ​ເພື່ອ​ລະນຶກ​ເຖິງ​ການກະທຳຜິດ.
16 The priest is to bring her near and set her before our Father. “ ‘ປະໂລຫິດ​ຈະ​ພາ​ນາງ​ມາ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ.
17 The priest is to take holy water in a clay jar, take dust from the tabernacle floor, and put it into the water. ຈາກ​ນັ້ນ​ເພິ່ນ​ຈະ​ເອົາ​ນ້ຳ​ບໍລິສຸດ​ບັນຈຸ​ໃນ​ພາຊະນະ​ດິນເຜົາ ແລະ ເອົາ​ຂີ້ຝຸ່ນ​ຈາກ​ພື້ນ​ຂອງ​ຫໍເຕັນ​ໃສ່​ລົງ​ໃນ​ນ້ຳ.
18 The priest is to stand the woman before our Father, unbind her hair, and put in her hands the grain offering of remembrance—the jealousy offering—while he holds the bitter, curse-bringing water. ຫລັງຈາກ​ນັ້ນ​ປະໂລຫິດ​ກໍ​ພາ​ຍິງ​ນັ້ນ​ມາ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ເພິ່ນ​ຈະ​ປ່ອຍ​ຜົມ​ຂອງ​ນາງ​ລົງ ແລະ ວາງ​ເຄື່ອງຖວາຍບູຊາ​ແຫ່ງ​ການເຕືອນໃຈ​ໃສ່​ມື​ຂອງ​ນາງ, ເຄື່ອງຖວາຍ​ພືດພັນ​ເປັນເມັດ​ສຳລັບ​ຄວາມຫຶງຫວງ, ໃນຂະນະ​ທີ່​ປະໂລຫິດ​ຖື​ນ້ຳ​ຂົມ​ທີ່​ນຳ​ຄຳສາບແຊ່ງ​ນັ້ນ.
19 The priest is to put her under oath and say to her: 'If no man has slept with you, and you have not gone astray and made yourself unclean under your husband's authority, be free from this bitter water that brings the curse. ແລ້ວ​ປະໂລຫິດ​ຈະ​ມອບ​ຍິງ​ນັ້ນ​ໃຫ້​ຢູ່​ໃຕ້​ຄຳສາບານ ແລະ ກ່າວ​ແກ່​ນາງ​ວ່າ, “ຖ້າ​ບໍ່​ມີ​ຊາຍ​ອື່ນ​ຮ່ວມເພດ​ກັບ​ເຈົ້າ ແລະ ເຈົ້າ​ບໍ່​ໄດ້​ຫລົງຜິດ ແລະ ກາຍ​ມາ​ເປັນມົນທິນ​ຂະນະ​ທີ່​ຍັງ​ຢູ່ກິນ​ກັບ​ຜົວ​ຂອງ​ເຈົ້າ, ຂໍ​ໃຫ້​ນ້ຳ​ຂົມ​ທີ່​ນຳ​ຄຳສາບແຊ່ງ​ມາ​ນີ້​ເຮັດ​ໃຫ້​ເຈົ້າ​ພົ້ນໂທດ.
20 But if you strayed under your husband, made yourself unclean, and a man besides your husband slept with you.' ແຕ່​ຖ້າ​ເຈົ້າ​ຫລົງຜິດ​ຂະນະ​ທີ່​ເຈົ້າ​ຍັງ​ຢູ່ກິນ​ກັບ​ຜົວ​ຂອງຕົນ​ຢູ່ ແລະ ໄດ້​ເຮັດ​ໃຫ້​ເຈົ້າເອງ​ເປັນມົນທິນ​ໂດຍ​ມີ​ເພດສຳພັນ​ກັບ​ຊາຍ​ອື່ນ​ທີ່​ບໍ່​ແມ່ນ​ຜົວ​ຂອງ​ຕົນ,”
21 Then the priest is to bind the woman by this curse-oath, saying: May the Father turn you into a curse and a disgrace among your people, as he makes your thigh shrivel and your belly swell. ທີ່​ນີ້​ປະໂລຫິດ​ຈະ​ໃຫ້​ນາງ​ຢູ່​ໃຕ້​ການ​ສາບແຊ່ງ​ດັ່ງນີ້​ຄື: “ຂໍ​ພຣະເຈົ້າ​ຢາເວ​ເຮັດ​ໃຫ້​ເຈົ້າ​ກາຍມາ​ເປັນ​ທີ່​ສາບແຊ່ງ​ທ່າມກາງ​ປະຊາຊົນ​ທັງຫລາຍ ພຣະອົງ​ຈະ​ເຮັດ​ໃຫ້​ເກີດ​ການ​ຫລຸລູກ ແລະ ເຮັດ​ໃຫ້​ທ້ອງ​ຂອງ​ເຈົ້າ​ບວມ.
22 May this curse-bringing water enter your body, swelling your belly and wasting your thigh. Then the woman must say, 'Amen, amen.' ຂໍ​ໃຫ້​ນ້ຳ​ນີ້​ນຳ​ຄຳສາບແຊ່ງ​ເຂົ້າ​ສູ່​ຮ່າງກາຍ​ຂອງ​ເຈົ້າ​ເພື່ອ​ວ່າ​ທ້ອງ​ຂອງ​ເຈົ້າ​ບວມ ຫລື ເກີດ​ການ​ຫລຸລູກ”. “ ‘ແລ້ວ​ຍິງ​ນັ້ນ​ຕ້ອງ​ກ່າວ​ວ່າ, “ອາແມນ. ຂໍ​ໃຫ້​ເປັນ​ໄປ​ຕາມ​ນັ້ນ”.
23 "Then the priest writes these curses on a scroll and washes them off into the bitter water. “ ‘ປະໂລຫິດ​ຈະ​ຂຽນ​ຄຳສາບແຊ່ງ​ເຫລົ່ານີ້​ລົງ​ໃສ່​ໜັງສືມ້ວນ ແລ້ວ​ນຳ​ມາ​ລ້າງ​ອອກ​ດ້ວຍ​ນ້ຳ​ຂົມ.
24 He is to make the woman drink the bitter, cursing water; the cursing water will enter her, causing bitter suffering. ແລ້ວ​ປະໂລຫິດ​ຈະ​ເອົາ​ນ້ຳ​ຂົມ​ທີ່​ນຳ​ຄຳສາບແຊ່ງ​ໃຫ້​ນາງ​ດື່ມ ແລະ ນ້ຳ​ນີ້​ຈະ​ນຳ​ຄຳສາບແຊ່ງ ແລະ ຄວາມທໍລະມານ​ຢ່າງ​ຂົມຂື່ນ​ເຂົ້າ​ໄປ​ໃນຕົວ​ຂອງ​ຍິງ​ນັ້ນ.
25 The priest takes the jealousy grain offering from her hand, waves it before our Father, and brings it to the altar. ປະໂລຫິດ​ຈະ​ຮັບ​ເຄື່ອງຖວາຍ​ພືດພັນ​ເປັນເມັດ​ເພື່ອ​ຄວາມຫຶງຫວງ​ຈາກ​ມື​ຂອງ​ນາງ, ແລ້ວ​ນຳ​ມາ​ຍື່ນ​ຖວາຍ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ນຳ​ມາ​ທີ່​ແທ່ນບູຊາ.
26 The priest takes a handful of the grain offering, its memorial portion, burns it on the altar, then makes the woman drink the water. ຕໍ່​ຈາກ​ນັ້ນ​ປະໂລຫິດ​ຈະ​ກຳເອົາ​ເຄື່ອງຖວາຍ​ພືດພັນ​ເປັນ​ເມັດ​ຂຶ້ນ​ມາ​ເພື່ອ​ເປັນ​ເຄື່ອງຖວາຍ​ບູຊາ​ແຫ່ງ​ອະນຸສອນ ແລະ ເຜົາ​ເທິງ​ແທ່ນບູຊາ; ຫລັງຈາກນັ້ນ, ປະໂລຫິດ​ກໍ​ໃຫ້​ຍິງ​ຄົນ​ນັ້ນ​ດື່ມ​ນ້ຳ.
27 After he makes her drink the water, if she has made herself unclean and betrayed her husband, the curse-bringing water will enter her, causing bitter suffering: her belly will swell, her thigh wither, and she will become a curse among her people. ຖ້າ​ນາງ​ໄດ້​ເຮັດ​ໃຫ້​ຕົນ​ເອງ​ເປັນມົນທິນ ແລະ ບໍ່ສັດຊື່​ຕໍ່​ຜົວ​ຂອງ​ຕົນ, ອັນ​ນີ້​ຈະ​ເປັນ​ຜົນ​ຕາມ​ມາ​ຄື: ເມື່ອ​ນາງ​ໄດ້​ດື່ມ​ນ້ຳ​ທີ່​ນຳ​ຄຳ​ສາບແຊ່ງ ແລະ ເປັນ​ເຫດ​ໃຫ້​ນາງ​ທໍລະມານ​ຢ່າງ​ຂົມຂື່ນ, ນ້ຳ​ຈະ​ເຂົ້າ​ໄປ​ໃນ​ຮ່າງກາຍ​ຂອງ​ນາງ, ທ້ອງ​ຂອງ​ນາງ​ຈະ​ບວມໄຂ່ ແລະ ຈະ​ເກີດ​ການ​ຫລຸລູກ, ແລະ ນາງ​ຈະ​ກາຍ​ມາ​ເປັນ​ຜູ້​ທີ່​ຖືກ​ສາບແຊ່ງ.
28 But if the woman has not made herself unclean and is clean, she is cleared and will conceive children. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ຍິງ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ນາງ​ເອງ​ເປັນມົນທິນ, ແຕ່​ນາງ​ສະອາດ​ຢູ່, ນາງ​ກໍ​ຈະ​ຫລຸດພົ້ນ​ຈາກ​ຄວາມຜິດ ແລະ ສາມາດ​ມີ​ລູກ​ໄດ້.
29 "This is the law of jealousy: when a wife under her husband strays and makes herself unclean, “ ‘ນີ້​ຄື​ກົດບັນຍັດ​ກ່ຽວກັບ​ຄວາມ​ຫຶງຫວງ ເມື່ອ​ແມ່ຍິງ​ໄດ້​ຫລົງຜິດ ແລະ ເຮັດ​ໃຫ້​ນາງ​ເປັນມົນທິນ​ໃນ​ຂະນະ​ທີ່​ຍັງ​ຢູ່​ກິນ​ກັບ​ຜົວ​ຂອງ​ຕົນ,
30 or when a spirit of jealousy seizes a man and he is jealous of his wife: he is to stand her before our Father, and the priest is to apply this whole law to her. ຫລື ຜູ້ຊາຍ​ເກີດ​ຄວາມ​ຮູ້ສຶກ​ຫຶງຫວງ​ເພາະ​ລາວ​ສົງໄສ​ເມຍ​ຂອງ​ຕົນ. ປະໂລຫິດ​ຈະ​ນຳ​ນາງ​ມາ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ນຳໃຊ້​ກົດບັນຍັດ​ນີ້​ທັງໝົດ​ຕໍ່​ນາງ.
31 The husband will be free from guilt, but the woman will answer for her own sin." ຜູ້​ເປັນ​ຜົວ​ຈະ​ຫລຸດພົ້ນ​ຈາກ​ຄວາມຜິດ, ແຕ່​ຜູ້​ເປັນ​ເມຍ​ຈະ​ຮັບຜິດຊອບ​ຜົນ​ຕາມ​ມາ​ຈາກ​ບາບ​ຂອງ​ນາງ’ ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]