Skip to content
The Believer's Library

Biblica® Open Lao Contemporary Version

Numbers 4 OLCV

Show OLCV only
Verse × ×
1 Our Father spoke to Moses and Aaron, saying: ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ ແລະ ອາໂຣນ​ວ່າ:
2 "Count the Kohathites among the Levites, by clan and ancestral house. “ຈົ່ງ​ຈົດ​ຈຳນວນ​ພົນ​ຂອງ​ຄົນ​ໂກຮາດ ເຊິ່ງ​ເປັນ​ເຊື້ອສາຍ​ຂອງ​ຄົນ​ເລວີ​ຕາມ​ຕະກຸນ ແລະ ຄອບຄົວ​ຂອງ​ພວກເຂົາ.
3 From thirty to fifty years old, all who enter the service to work in the tent of meeting. ຈົ່ງ​ນັບ​ຜູ້ຊາຍ​ທຸກຄົນ​ທີ່​ມີ​ອາຍຸ​ຕັ້ງແຕ່ 30 ປີ​ຫາ 50 ປີ ເຊິ່ງ​ມີ​ຄຸນສົມບັດ​ທີ່​ຈະ​ມາ​ຮັບໃຊ້​ໃນ​ເຕັນນັດພົບ.
4 "This is the service of Kohath's sons in the tent of meeting: the most holy things. “ວຽກງານ​ຂອງ​ຄົນ​ໂກຮາດ​ໃນ​ເຕັນນັດພົບ​ນັ້ນ​ມີ​ຄື: ໃຫ້​ເບິ່ງແຍງ​ບັນດາ​ສິ່ງ​ບໍລິສຸດ​ທີ່ສຸດ.
5 When the camp moves, Aaron and his sons take down the screening curtain and cover the ark of the testimony with it. ເມື່ອ​ມີ​ການ​ຍົກຍ້າຍ​ຄ້າຍພັກ, ອາໂຣນ ແລະ ລູກຊາຍ​ຂອງ​ລາວ​ຈະ​ຕ້ອງ​ເຂົ້າ​ໄປ​ທາງໃນ ແລະ ປົດ​ຜ້າກັ້ງ​ທີ່​ຂັ້ນ​ນັ້ນ​ລົງ​ມາ ແລ້ວ​ຄຸມ​ຫີບ​ພັນທະສັນຍາ​ໄວ້.
6 They are to cover it with fine leather, spread an all-blue cloth over that, and set its poles. ຫລັງ​ຈາກ​ນັ້ນ ພວກເຂົາ​ຈະ​ຕ້ອງ​ປົກຄຸມ​ຜ້າກັ້ງ​ດ້ວຍ​ໜັງສັດ​ຢ່າງ​ດີ, ພື​ຜ້າ​ສີຟ້າ​ປົກ​ທັບ​ອີກ ແລ້ວ​ສອດ​ໄມ້ຄານ​ໃສ່​ຫີບ​ພັນທະສັນຍາ.
7 "On the table of the Presence they'll spread a blue cloth, put the plates, dishes, bowls, and pouring jars on it; the regular bread stays on it. “ຈົ່ງ​ພື​ຜ້າ​ສີຟ້າ​ປົກ​ໂຕະ​ເຄື່ອງ​ຖວາຍ​ເບື້ອງ​ໜ້າ ວາງ​ຈານ, ຊາມ ແລະ ຖ້ວຍ, ເຢືອກ​ສຳລັບ​ເຄື່ອງດື່ມບູຊາ; ເຂົ້າຈີ່​ທີ່​ຕ້ອງ​ຕັ້ງ​ໄວ້​ຢູ່​ເທິງ​ໂຕະ​ນັ້ນ​ບໍ່​ໃຫ້​ຂາດ.
8 They are to spread a scarlet cloth over them, cover it with fine leather, and fit its poles. ພວກເຂົາ​ຈະ​ຕ້ອງ​ປູ​ຜ້າ​ສີແດງ​ໃສ່​ເທິງ​ສິ່ງ​ເຫລົ່ານັ້ນ, ແລ້ວ​ໃຊ້​ໜັງສັດ​ຢ່າງ​ດີ​ປົກຄຸມ​ໄວ້ ແລ້ວ​ສອດ​ໄມ້ຄານ​ໃສ່​ທີ່​ຫວ່ງ​ຂອງ​ໂຕະ.
9 "They will take a blue cloth, cover the lampstand of light, its lamps, tongs, trays, and all its oil vessels used to service it. “ພວກເຂົາ​ຈະ​ຕ້ອງ​ເອົາ​ຜ້າ​ສີຟ້າ​ປົກຄຸມ​ຫລັກຕະກຽງ ພ້ອມ​ກັບ​ຕະກຽງ, ມີດຕັດ​ແຕ່ງ​ໄສ້​ຕະກຽງ​ກັບ​ຖາດ ແລະ ພາຊະນະ​ທັງໝົດ​ສຳລັບ​ບັນຈຸ​ນ້ຳມັນ​ໝາກກອກ​ເພື່ອ​ເຕີມ​ຕະກຽງ.
10 They are to wrap it and all its vessels in fine leather and set it on the carrying frame. ແລ້ວ​ໃຊ້​ໜັງສັດ​ຢ່າງດີ​ຫຸ້ມຫໍ່​ອີກ ແລ້ວ​ນຳ​ຂຶ້ນ​ໄປ​ວາງ​ໃສ່ໄວ້​ເທິງ​ຮ່າງໄມ້​ຄານ​ຫາມ.
11 "Over the golden altar they are to spread blue cloth, cover it with fine leather, and insert its poles. “ພວກເຂົາ​ຈະ​ຕ້ອງ​ປູ​ຜ້າ​ສີຟ້າ​ປົກ​ແທ່ນບູຊາ​ຄຳ ແລະ ຫຸ້ມ​ດ້ວຍ​ໜັງສັດ​ຢ່າງດີ​ອີກ​ແລ້ວ​ສອດ​ໄມ້ຄານ​ໃສ່.
12 They must take all the service utensils used in the sanctuary, put them in blue cloth, cover with fine leather, and place them on the pole. “ພວກເຂົາ​ຕ້ອງ​ໃຊ້​ຜ້າ​ສີຟ້າ​ຫໍ່​ເຄື່ອງໃຊ້​ທັງໝົດ​ທີ່​ໃຊ້​ໃນ​ສະຖານ​ນະມັດສະການ, ຫຸ້ມ​ເຄື່ອງ​ເຫລົ່ານັ້ນ​ດ້ວຍ​ໜັງສັດ​ຢ່າງດີ​ອີກ ແລ້ວ​ນຳ​ໄປ​ວາງ​ເທິງ​ຮ່າງໄມ້​ຄານ​ຫາມ.
13 "They are to remove the ashes from the altar and spread a purple cloth over it. “ໃຫ້​ພວກເຂົາ​ເອົາ​ຂີ້​ເທົ່າ​ອອກຈາກ​ແທ່ນບູຊາ​ທອງສຳລິດ ແລະ ໃຊ້​ຜ້າ​ສີມ່ວງ​ປົກ​ເທິງ​ແທ່ນ​ນັ້ນ.
14 On it they are to put all its serving vessels—firepans, forks, shovels, basins, all the altar's vessels—then spread over it a fine leather covering and insert its poles. ແລ້ວ​ພວກເຂົາ​ຈະ​ຕ້ອງ​ນຳ​ເອົາ​ເຄື່ອງໃຊ້​ທັງໝົດ​ສຳລັບ​ແທ່ນບູຊາ​ເຊັ່ນ: ຖາດ​ຮອງ​ໄຟ, ສ້ອມ​ສຽບ​ຊີ້ນ, ຊ້ວນ ແລະ ຖ້ວຍ​ສຳລັບ​ຊິດເລືອດ. ວາງ​ຢູ່​ເທິງ​ຜ້າ​ນັ້ນ​ແລ້ວ​ປົກ​ດ້ວຍ​ໜັງສັດ​ຢ່າງດີ​ອີກ ແລະ ເອົາ​ໄມ້ຄານ​ສອດ​ໃສ່.
15 "When Aaron and his sons finish covering the holy things and all vessels of the holy place, and the camp sets out, Kohath's sons come to carry them, but they must not touch the holy things or die. These are Kohath's sons' burdens in the tent of meeting. “ຫລັງ​ຈາກ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ຫຸ້ມຫໍ່​ເຄື່ອງ​ຕົບແຕ່ງ​ສັກສິດ ແລະ ເຄື່ອງໃຊ້​ສັກສິດ​ທັງໝົດ​ເຫລົ່ານີ້​ແລ້ວ, ແລະ ເມື່ອ​ຄ້າຍພັກ​ພ້ອມ​ທີ່​ຈະ​ເຄື່ອນຍ້າຍ​ນັ້ນ, ຄົນ​ໂກຮາດ​ກໍ​ຈະ​ເຂົ້າມາ ແລະ ພຽງແຕ່​ເພື່ອ​ແບກຫາມ​ເທົ່ານັ້ນ. ແຕ່​ພວກເຂົາ​ຈະ​ແຕະຕ້ອງ​ສິ່ງ​ສັກສິດ​ນີ້​ບໍ່​ໄດ້​ເດັດຂາດ ຫລື ບໍ່​ດັ່ງນັ້ນ​ພວກເຂົາ​ຈະ​ຕາຍ. ຊາວ​ໂກຮາດ​ຈະ​ເປັນ​ຜູ້​ແບກຫາມ​ສິ່ງ​ຕ່າງໆ​ທີ່​ຢູ່​ໃນ​ເຕັນນັດພົບ.
16 "Eleazar son of Aaron the priest is responsible for the lamp oil, fragrant incense, daily grain offering, and anointing oil—responsible for the whole tabernacle, everything in it, the sanctuary and its furnishings." “ປະໂລຫິດ​ເອເລອາຊາ​ລູກຊາຍ​ຂອງ​ອາໂຣນ ຈະ​ຕ້ອງ​ຮັບຜິດຊອບ​ນ້ຳມັນ​ຕະກຽງ, ເຄື່ອງຫອມ, ເຄື່ອງຖວາຍ​ພືດຜົນ​ເປັນເມັດ ແລະ ນ້ຳມັນ​ເຈີມ. ລາວ​ມີ​ໜ້າທີ່​ກວດກາ​ເບິ່ງແຍງ​ຫໍເຕັນ​ທັງໝົດ ແລະ ທຸກໆສິ່ງ​ທີ່​ຢູ່​ໃນ​ຫໍເຕັນ​ນັ້ນ, ລວມ​ທັງ​ເຄື່ອງ​ຕົບແຕ່ງ ແລະ ເຄື່ອງໃຊ້​ສັກສິດ​ຂອງ​ຫໍເຕັນ”.
17 Our Father spoke to Moses and Aaron, saying: ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ ແລະ ອາໂຣນ​ວ່າ,
18 "Do not let the tribe of the Kohathite clans be cut off from among the Levites. “ຈົ່ງ​ເບິ່ງ​ວ່າ​ຕະກຸນ​ໂກຮາດ​ຈະ​ບໍ່​ຖືກ​ຕັດອອກ​ຈາກ​ເຜົ່າ​ເລວີ.
19 Do this for them so they live and not die when they approach the most holy things: Aaron and his sons must enter, assigning each his task and burden. ເພື່ອ​ວ່າ​ພວກເຂົາ​ຈະ​ມີຊີວິດ​ຢູ່ ແລະ ບໍ່​ຕາຍ​ເມື່ອ​ພວກເຂົາ​ເຂົ້າ​ມາ​ໃກ້​ສິ່ງ​ບໍລິສຸດ​ທີ່ສຸດ, ເຈົ້າ​ຈົ່ງ​ເຮັດ​ດັ່ງ​ນີ້​ສຳລັບ​ພວກເຂົາ: ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ຈະ​ຕ້ອງ​ເຂົ້າ​ໄປ​ໃນ​ສະຖານ​ນະມັດສະການ ແລະ ມອບ​ວຽກ​ໃຫ້​ແຕ່ລະຄົນ​ເຮັດ ແລະ ມອບ​ສິ່ງ​ທີ່​ພວກເຂົາ​ຈະ​ແບກຫາມ​ດ້ວຍ.
20 But they must not go in and look at the holy things, even for a moment, or they will die." ແຕ່​ຄົນ​ໂກຮາດ​ຈະ​ຕ້ອງ​ບໍ່​ເຂົ້າໄປ​ຂ້າງ​ໃນ​ເພື່ອ​ເບິ່ງ​ສິ່ງ​ສັກສິດ, ແມ່ນແຕ່​ນາທີ​ດຽວ, ຫລື ບໍ່​ດັ່ງນັ້ນ​ພວກເຂົາ​ຈະ​ຕາຍ”.
21 Our Father spoke to Moses, saying: ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ,
22 "Take a census of the sons of Gershon also, by their fathers' houses and their clans. “ຈົ່ງ​ຈົດ​ຈຳນວນ​ພົນ​ຊາວ​ເກໂຊນ​ຕາມ​ຄອບຄົວ ແລະ ຕາມ​ຕະກຸນ​ຂອງ​ພວກເຂົາ.
23 Count those thirty to fifty years old who serve, doing work at the tent of meeting. ຈົ່ງ​ນັບ​ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ຕັ້ງແຕ່​ສາມສິບ​ເຖິງ​ຫ້າສິບ​ປີ ຜູ້​ທີ່​ຈະ​ມາ​ຮັບໃຊ້​ໃນ​ວຽກງານ​ທີ່​ເຕັນນັດພົບ.
24 "This is the service of the clans of the Gershonites, in serving and in carrying: “ນີ້​ຄື​ໜ້າທີ່​ຂອງ​ຕະກຸນ​ຊາວ​ເກໂຊນ​ໃນ​ການແບກຫາມ ແລະ ວຽກງານ​ອື່ນໆ​ຂອງ​ພວກເຂົາ:
25 They carry the tabernacle's curtains, the tent of meeting, its covering, the fine-leather covering over it, and the screen for the tent of meeting's entrance, ພວກເຂົາ​ຈະ​ຕ້ອງ​ແບກຫາມ​ຜ້າກັ້ງ​ຂອງ​ຫໍເຕັນ, ຄື​ເຕັນນັດພົບ, ເຊິ່ງ​ມີ​ຜ້າ​ປົກຄຸມ​ຊັ້ນໃນ ແລະ ຜ້າ​ປົກຄຸມ​ຊັ້ນນອກ​ທີ່​ຫຸ້ມ​ດ້ວຍ​ໜັງສັດ​ຢ່າງດີ, ຜ້າກັ້ງ​ທາງ​ເຂົ້າ​ເຕັນນັດພົບ,
26 the courtyard curtains, the entrance screen for the courtyard gate, surrounding tabernacle and altar, their cords, and all their service equipment—they are to do whatever these need. ຜ້າກັ້ງ​ທີ່​ອ້ອມຮອບ​ຫໍເຕັນ ແລະ ແທ່ນບູຊາ, ຜ້າກັ້ງ​ທາງ​ເຂົ້າ​ໄປ​ເດີ່ນຫໍເຕັນ, ບັນດາ​ເຊືອກ ແລະ ອຸປະກອນ​ທັງໝົດ​ທີ່​ນຳໃຊ້​ໃນ​ເຕັນ. ຊາວເກໂຊນ​ຈະ​ຕ້ອງ​ເຮັດ​ກ່ຽວກັບ​ສິ່ງ​ເຫລົ່ານີ້​ໃຫ້​ສຳເລັດ.
27 Aaron and his sons direct all the Gershonites' service—their carrying and duties; assign them all they must carry. ການຮັບໃຊ້​ທັງໝົດ​ຂອງ​ພວກເຂົາ, ທັງ​ການແບກຫາມ ຫລື ວຽກ​ອື່ນໆ, ແມ່ນ​ຈະ​ຕ້ອງ​ເຮັດ​ພາຍໃຕ້​ການ​ຊີ້ນຳ​ຂອງ​ອາໂຣນ ແລະ ລູກຊາຍ​ຂອງ​ລາວ.
28 This is the service of the Gershonite clans at the tent of meeting, their duty under Ithamar son of Aaron the priest. ນີ້​ແມ່ນ​ການຮັບໃຊ້​ຂອງ​ຕະກຸນ​ເກໂຊນ​ທີ່​ເຕັນນັດພົບ. ໜ້າທີ່​ຂອງ​ພວກເຂົາ​ແມ່ນ​ໃຫ້​ຢູ່​ໃຕ້​ການຊີ້ນຳ​ຂອງ​ປະໂລຫິດ​ອີທາມາ​ລູກຊາຍ​ຂອງ​ອາໂຣນ.
29 "As for the sons of Merari, you are to count them by their clans and their fathers' houses. “ຈົ່ງ​ນັບ​ຊາວເມຣາຣີ​ຕາມ​ຕະກຸນ ແລະ ຕາມ​ຄອບຄົວ​ຂອງ​ພວກເຂົາ.
30 Count everyone thirty to fifty years old who enters the service to work at the tent of meeting. ຈົ່ງ​ນັບ​ຜູ້ຊາຍ​ທຸກຄົນ​ທີ່​ມີ​ອາຍຸ​ແຕ່​ສາມສິບ​ປີ​ເຖິງ​ຫ້າສິບ​ປີ ຜູ້​ທີ່​ຈະ​ມາ​ຮັບໃຊ້​ໃນ​ວຽກງານ​ທີ່​ເຕັນນັດພົບ.
31 This is their task, their service at the meeting tent: the frames, bars, posts, and bases of the tabernacle. ດ້ວຍວ່າ​ເປັນ​ການຮັບໃຊ້​ຂອງ​ພວກເຂົາ​ທີ່​ເຕັນ, ພວກເຂົາ​ຈະ​ຕ້ອງ​ແບກຫາມ​ໂຄງ​ຂອງ​ຫໍເຕັນ, ຄານ, ເສົາ ແລະ ຖານຮອງຮັບ,
32 The courtyard's pillars all around, with their bases, pegs, and cords, all their equipment and service—assign by name what each must carry. ລວມ​ທັງ​ເສົາ​ທີ່​ອ້ອມ​ເດີ່ນ​ຂອງ​ຫໍເຕັນ​ພ້ອມ​ກັບ​ຖານຮອງຮັບ, ຫລັກປັກເຕັນ, ເຊືອກ, ອຸປະກອນ​ທັງໝົດ​ຂອງ​ເຕັນ ແລະ ເຄື່ອງໃຊ້​ທີ່​ກ່ຽວຂ້ອງ​ໃນ​ເຕັນ​ທຸກຢ່າງ. ຈົ່ງ​ມອບ​ໜ້າທີ່​ແບກຫາມ​ສະເພາະ​ໃຫ້​ແກ່​ຜູ້ຊາຍ​ແຕ່ລະຄົນ.
33 This is the Merarite clans' service in the Tent of Meeting, under Ithamar son of Aaron the priest." ນີ້​ຄື​ການຮັບໃຊ້​ຂອງ​ຕະກຸນ​ເມຣາຣິ​ທີ່​ເຕັນນັດພົບ​ພາຍໃຕ້​ການ​ຊີ້ນຳ​ຂອງ​ປະໂລຫິດ​ອີທາມາ​ລູກຊາຍ​ຂອງ​ອາໂຣນ”.
34 So Moses, Aaron, and the leaders of the congregation counted the sons of the Kohathites by their clans and their families, ໂມເຊ, ອາໂຣນ ແລະ ບັນດາ​ຜູ້ນຳ​ຂອງ​ຊຸມຊົນ​ໄດ້​ນັບ​ຄົນ​ໂກຮາດ​ຕາມ​ຕະກຸນ ແລະ ຕາມ​ຄອບຄົວ​ຕ່າງໆ​ຂອງ​ພວກເຂົາ.
35 thirty to fifty years old, all who joined the service for work in the tent of meeting. ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ແຕ່​ສາມສິບ​ປີ​ເຖິງ​ຫ້າສິບ​ປີ ຜູ້ທີ່​ຈະ​ມາ​ຮັບໃຊ້​ໃນ​ວຽກງານ​ທີ່​ເຕັນນັດພົບ,
36 Those counted by their clans were 2,750. ນັບ​ຕາມ​ຕະກຸນ​ມີ 2.750 ຄົນ.
37 The count of Kohathite clans, all who served in the tent of meeting, whom Moses and Aaron counted at our Father's command through Moses. ນີ້​ຄື​ຈຳນວນ​ຂອງ​ຜູ້​ທີ່​ຢູ່​ໃນ​ຕະກຸນ​ໂກຮາດ​ທັງໝົດ​ຮັບໃຊ້​ໃນ​ເຕັນນັດພົບ. ໂມເຊ ແລະ ອາໂຣນ​ໄດ້​ນັບ​ຈຳນວນ​ພວກເຂົາ​ຕາມ​ທີ່​ພຣະເຈົ້າ​ຢາເວ​ສັ່ງ​ຜ່ານ​ທາງ​ໂມເຊ.
38 Those counted of the sons of Gershon, by their clans and their fathers' houses, ເຂົາ​ໄດ້​ນັບ​ຊາວເກໂຊນ​ຕາມ​ຕະກຸນ ແລະ ຕາມ​ຄອບຄົວ​ຂອງ​ພວກເຂົາ.
39 from thirty to fifty years old, all who entered service work at the tent of meeting. ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ແຕ່​ສາມສິບ​ປີ​ເຖິງ​ຫ້າສິບ​ປີ​ທີ່​ຈະ​ມາ​ຮັບໃຊ້​ໃນ​ວຽກງານ​ໃນ​ເຕັນນັດພົບ,
40 Those counted by their clans and their fathers' houses were 2,630. ເຊິ່ງ​ໄດ້​ນັບ​ຕາມ​ຕະກຸນ ແລະ ຕາມ​ຄອບຄົວ​ມີ 2.630 ຄົນ.
41 These were counted from the Gershonite clans, all who served in the tent of meeting, whom Moses and Aaron counted at our Father's command. ນີ້​ແມ່ນ​ຈຳນວນ​ຄົນ​ຂອງ​ຕະກຸນ​ເກໂຊນ​ທັງໝົດ​ທີ່​ຮັບໃຊ້​ໃນ​ເຕັນນັດພົບ. ໂມເຊ ແລະ ອາໂຣນ​ໄດ້​ນັບ​ພວກເຂົາ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ສັ່ງ​ໂມເຊ.
42 Those counted of the clans of the sons of Merari, by their clans and their fathers' houses, ເຂົາ​ໄດ້​ນັບ​ຊາວເມຣາຣີ​ຕາມ​ຕະກຸນ ແລະ ຕາມ​ຄອບຄົວ​ຂອງ​ພວກເຂົາ.
43 from age thirty to fifty, all who entered service for work in the tent of meeting, ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ແຕ່​ສາມສິບ​ປີ​ເຖິງ​ຫ້າສິບ​ປີ ຜູ້​ທີ່​ຮັບໃຊ້​ໃນ​ວຽກງານ​ທີ່​ເຕັນນັດພົບ,
44 those counted by their clans were 3,200. ໄດ້​ນັບ​ຕາມ​ຕະກຸນ​ຂອງ​ພວກເຂົາ​ມີ 3.200 ຄົນ.
45 These were counted of the clans of Merari's sons, whom Moses and Aaron counted at our Father's command through Moses. ນີ້​ແມ່ນ​ຈຳນວນ​ຄົນ​ທັງໝົດ​ໃນ​ຕະກຸນ​ເມຣາຣິ. ໂມເຊ​ກັບ​ອາໂຣນ​ນັບ​ຈຳນວນ​ພວກເຂົາ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ຜ່ານ​ທາງ​ໂມເຊ.
46 All those whom Moses, Aaron, and Israel's leaders counted among the Levites, by clans and ancestral houses. ດັ່ງນັ້ນ​ໂມເຊ, ອາໂຣນ ແລະ ບັນດາ​ຜູ້ນຳ​ຂອງ​ອິດສະຣາເອນ​ໄດ້​ນັບ​ຄົນ​ເລວີ​ທັງໝົດ​ຕາມ​ຕະກຸນ ແລະ ຄອບຄົວ​ຂອງ​ພວກເຂົາ.
47 From thirty to fifty years old, everyone who served and carried loads in the tent of meeting. ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ແຕ່​ສາມສິບ​ປີ​ເຖິງ​ຫ້າສິບ​ປີ ຜູ້​ທີ່​ຈະ​ມາ​ເຮັດ​ວຽກງານ​ຮັບໃຊ້ ແລະ ແບກຫາມ​ເຕັນນັດພົບ
48 Those counted were 8,580. ລວມ​ມີ 8.580 ຄົນ.
49 By our Father's command, Moses appointed each to his service and burden, and counted them, as our Father commanded Moses. ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ຜ່ານ​ທາງ​ໂມເຊ, ແຕ່ລະຄົນ​ໄດ້​ຮັບ​ມອບໝາຍ​ວຽກງານ​ຂອງ​ຕົນ ແລະ ໄດ້​ຮັບ​ການຊີ້ນຳ​ໃນ​ສິ່ງ​ທີ່​ຈະ​ແບກຫາມ. ດັ່ງນັ້ນ​ພວກເຂົາ​ຈຶ່ງ​ນັບ​ຈຳນວນ, ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]