Skip to content
The Believer's Library

Biblica® Open Lao Contemporary Version

Numbers 3 OLCV

Show OLCV only
Verse × ×
1 This is the family line of Aaron and Moses, when our Father spoke with Moses on Mount Sinai. ຕໍ່ໄປ​ນີ້​ເປັນ​ເລື່ອງ​ຂອງ​ຄອບຄົວ​ອາໂຣນ ແລະ ໂມເຊ ເມື່ອ​ເວລາ​ທີ່​ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ຢູ່​ທີ່​ພູເຂົາ​ຊີນາຍ.
2 These are the names of the sons of Aaron: Nadab the firstborn, then Abihu, Eleazar, and Ithamar. ບັນດາ​ຊື່​ລູກຊາຍ​ຂອງ​ອາໂຣນ​ມີ​ຄື: ນາດາບ ເຊິ່ງ​ເປັນ​ລູກຊາຍ​ກົກ ແລະ ອາບີຮູ, ເອເລອາຊາ ແລະ ອີທາມາ.
3 These are the names of Aaron's sons, the anointed priests whom Moses ordained to serve as priests. ຄົນ​ເຫລົ່ານີ້​ເປັນ​ລູກຊາຍ​ຂອງ​ອາໂຣນ, ຜູ້​ທີ່​ໄດ້​ຮັບ​ການ​ເຈີມ​ໃຫ້​ເປັນ​ປະໂລຫິດ, ຜູ້​ທີ່​ໄດ້​ຖືກ​ສະຖາປະນາ​ເພື່ອ​ໃຫ້​ຮັບໃຊ້​ໃນ​ຖານະ​ປະໂລຫິດ.
4 Nadab and Abihu died before our Father in the wilderness of Sinai when they offered unauthorized fire before him; they had no children. So Eleazar and Ithamar served as priests before Aaron their father. ແຕ່​ນາດາບ ແລະ ອາບີຮູ​ໄດ້​ຕາຍ​ໄປ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ເມື່ອ​ພວກເຂົາ​ໄດ້​ເຮັດ​ການ​ຖວາຍບູຊາ ໂດຍ​ຈຸດ​ໄຟ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ​ຂຶ້ນ​ຕໍ່ໜ້າ​ພຣະອົງ​ໃນ​ຖິ່ນແຫ້ງແລ້ງກັນດານ​ຊີນາຍ. ພວກເຂົາ​ບໍ່​ມີ​ລູກ, ດັ່ງນັ້ນ ເອເລອາຊາ ແລະ ອີທາມາ​ຈຶ່ງ​ໄດ້​ຮັບໃຊ້​ໃນ​ຖານະ​ປະໂລຫິດ ໃນ​ຊ່ວງ​ຊີວິດ​ຂອງ​ອາໂຣນ​ຜູ້​ເປັນ​ພໍ່​ຂອງ​ພວກເຂົາ.
5 Then our Father said to Moses: ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ,
6 "Bring the tribe of Levi near and set them before Aaron the priest, to serve him. “ຈົ່ງ​ນຳ​ຄົນ​ເຜົ່າ​ເລວີ​ມາ ແລະ ມອບ​ພວກເຂົາ​ໃຫ້​ປະໂລຫິດ​ອາໂຣນ​ເພື່ອ​ເປັນ​ຊ່ວຍ​ລາວ.
7 They are to keep his duties and those of the whole community before the tent of meeting, performing the tabernacle's service. ພວກເຂົາ​ຈະ​ປະຕິບັດ​ໜ້າທີ່​ຢູ່​ໃນ​ເຕັນນັດພົບ​ແທນ​ອາໂຣນ ແລະ ແທນ​ຊຸມຊົນ​ຄົນ​ອິດສະຣາເອນ​ທັງໝົດ ໂດຍ​ຮັບຜິດຊອບ​ງານ​ກ່ຽວກັບ​ຫໍເຕັນ.
8 They are to guard all the tent of meeting's equipment and the Israelites' duty, doing the tabernacle's service. ພວກເຂົາ​ຈະ​ຕ້ອງ​ເບິ່ງແຍງ​ສ່ວນ​ປະກອບ​ທັງໝົດ​ຂອງ​ເຕັນນັດພົບ, ເຮັດ​ໜ້າທີ່​ເພື່ອ​ຄົນ​ອິດສະຣາເອນ ໂດຍ​ຮັບຜິດຊອບ​ງານ​ກ່ຽວກັບ​ຫໍເຕັນ.
9 Give the Levites to Aaron and his sons; they are given entirely to him from among Israel's people. ຈົ່ງ​ມອບ​ຄົນ​ເລວີ​ໃຫ້​ແກ່​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ; ພວກເຂົາ​ເປັນ​ຄົນ​ອິດສະຣາເອນ​ທີ່​ຄອຍຖ້າ​ຊ່ວຍ​ງານ​ລາວ​ຢ່າງ​ເຕັມທີ່.
10 Appoint Aaron and his sons to guard their priesthood; any outsider who comes near must die." ຈົ່ງ​ແຕ່ງຕັ້ງ​ອາໂຣນ ແລະ ລູກຊາຍ​ຂອງ​ລາວ ໃຫ້​ຮັບໃຊ້​ໃນ​ຖານະ​ປະໂລຫິດ; ຜູ້​ໃດ​ກໍ​ຕາມ​ທີ່​ເຂົ້າ​ມາ​ໃກ້​ສະຖານ​ນະມັດສະການ​ຈະ​ຕ້ອງ​ຕາຍ”.
11 Then our Father said to Moses: ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ເໝືອນ​ກັນ​ວ່າ,
12 "Look, I have taken the Levites from among the Israelites in place of every firstborn that opens the womb among the Israelites. The Levites are mine. “ເຮົາ​ໄດ້​ເລືອກ​ຄົນ​ເລວີ​ຈາກ​ທ່າມກາງ​ຄົນ​ອິດສະຣາເອນ ໃຫ້​ເປັນ​ຕົວແທນ​ລູກຊາຍ​ກົກ​ຂອງ​ແມ່ຍິງ​ຄົນ​ອິດສະຣາເອນ​ທຸກຄົນ. ຄົນ​ເລວີ​ເປັນ​ຂອງ​ເຮົາ,
13 Every firstborn is mine. The day I struck down every firstborn in Egypt, I set apart for myself every firstborn in Israel—both man and animal. They will be mine. I am your Father." ເພາະ​ລູກກົກ​ເປັນ​ຂອງ​ເຮົາ. ເມື່ອ​ເວລາ​ທີ່​ເຮົາ​ປະຫານ​ລູກກົກ​ທັງໝົດ​ຂອງ​ຊາວເອຢິບ, ເຮົາ​ໄດ້​ແຍກ​ລູກກົກ​ຂອງ​ອິດສະຣາເອນ​ທັງໝົດ​ໄວ້, ບໍ່​ວ່າ​ຄົນ ຫລື ສັດ. ພວກເຂົາ​ຕ້ອງ​ເປັນ​ຂອງ​ເຮົາ. ເຮົາ​ຄື​ພຣະເຈົ້າ​ຢາເວ”.
14 Then our Father spoke to Moses in the wilderness of Sinai: ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ໃນ​ຖິ່ນແຫ້ງແລ້ງກັນດານ​ຊີນາຍ​ວ່າ,
15 "Count Levi's sons by fathers' houses and clans; count every male a month old and up." “ຈົ່ງ​ນັບ​ຈຳນວນ​ຄົນ​ເລວີ​ຕາມ​ຄອບຄົວ ແລະ ຕະກຸນ​ຕ່າງໆ​ຂອງ​ພວກເຂົາ. ນັບ​ຜູ້ຊາຍ​ທຸກຄົນ​ອາຍຸ​ໜຶ່ງ​ເດືອນ ຫລື ຫລາຍ​ກວ່າ​ນັ້ນ”.
16 So Moses counted them at the word of our Father, just as he had been commanded. ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ນັບ​ພວກເຂົາ, ຕາມ​ຄຳສັ່ງ​ໂດຍ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ.
17 These were the sons of Levi by their names: Gershon, Kohath, and Merari. ຕໍ່ໄປ​ນີ້​ແມ່ນ​ລາຍຊື່​ຂອງ​ບັນດາ​ລູກຊາຍ​ຂອງ​ເລວີ: ເກໂຊນ, ໂກຮາດ ແລະ ເມຣາຣິ.
18 These are the names of the sons of Gershon by their clans: Libni and Shimei. ຄົນ​ໃນ​ຕະກຸນ​ເກໂຊນ​ມີ​ຄື: ລິບນີ ແລະ ຊີເມອີ.
19 The sons of Kohath by their clans: Amram, Izhar, Hebron, and Uzziel. ຄົນ​ໃນ​ຕະກຸນ​ໂກຮາດ​ມີ​ຄື: ອຳຣາມ, ອີຊະຮາດ, ເຮັບໂຣນ ແລະ ອຸດຊີເອນ.
20 Merari's sons by clan: Mahli and Mushi. These are the Levite clans by fathers' houses. ຄົນ​ໃນ​ຕະກຸນ​ເມຣາຣິ​ມີ​ຄື: ມາຮະລີ ແລະ ມູຊີ. ທັງໝົດ​ນີ້​ຄື​ບັນດາ​ຕະກຸນ​ຂອງ​ຄົນ​ເລວີ ຕາມ​ຄອບຄົວ​ຕ່າງໆ​ຂອງ​ພວກເຂົາ.
21 From Gershon: the Libnite clan and the Shimeite clan—these are the Gershonite clans. ຕະກຸນ​ຂອງ​ຊາວລິບນີ ແລະ ຊີເມອີ​ເປັນ​ຂອງ​ເກໂຊນ ແລະ ຕໍ່​ໄປ​ນີ້​ຄື​ບັນດາ​ຕະກຸນ​ຂອງ​ເກໂຊນ.
22 The number of males counted, a month old or older, was 7,500. ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ ຫລື ຫລາຍ​ກວ່າ​ນັ້ນ​ມີ 7.500 ຄົນ.
23 The clans of the Gershonites camped behind the tabernacle on the west. ຕະກຸນ​ເກໂຊນ​ຈະ​ຕັ້ງ​ຄ້າຍພັກ​ຢູ່​ດ້ານ​ທິດ​ຕາເວັນ​ຕົກ ທາງ​ຫລັງ​ຫໍເຕັນ.
24 The leader of the fathers' house of the Gershonites was Eliasaph son of Lael. ຜູ້ນຳ​ຄອບຄົວ​ຕ່າງໆ​ໃນ​ຕະກຸນ​ເກໂຊນ​ແມ່ນ​ເອລີອາສັບ ລູກຊາຍ​ຂອງ​ລາເອນ.
25 Gershon's sons at the tent of meeting cared for the tabernacle, the tent, its covering, and the entrance screen of the tent of meeting. ຢູ່​ທີ່​ເຕັນນັດພົບ​ນັ້ນ​ແມ່ນ​ຕະກຸນ​ເກໂຊນ​ເປັນ​ຜູ້​ຮັບຜິດຊອບ​ເບິ່ງແຍງ​ຫໍເຕັນ ແລະ ເຕັນ, ເຄື່ອງ​ປົກຄຸມ​ເຕັນ ແລະ ຜ້າກັ້ງ​ທີ່​ທາງເຂົ້າ​ເຕັນນັດພົບ,
26 The courtyard's curtains and its entrance screen, surrounding the tabernacle and altar, and its cords for all its service. ຜ້າກັ້ງ​ອ້ອມ​ເດີ່ນ​ຫໍເຕັນ, ຜ້າກັ້ງ​ທາງເຂົ້າ​ເດີ່ນ​ຫໍເຕັນ ແລະ ແທ່ນບູຊາ, ແລະ ເຊືອກ​ທັງໝົດ​ທີ່​ໃຊ້​ມັດ​ຫໍເຕັນ​ເຂົ້າ​ດ້ວຍ​ກັນ ແລະ ທຸກໆ​ສິ່ງ​ທີ່​ກ່ຽວຂ້ອງ​ກັບ​ການ​ໃຊ້​ໃນ​ງານ​ນີ້.
27 From Kohath came the Amramite clan, the Izharite clan, the Hebronite clan, and the Uzzielite clan; these are the clans of the Kohathites. ຕະກຸນ​ໂກຮາດ​ມີ: ຊາວອຳຣາມ, ຊາວອີຊະຮາ, ຊາວເຮັບໂຣນ ແລະ ຊາວອຸດຊີເອນ.
28 Males a month old and up numbered 8,600, in charge of the sanctuary. ຜູ້ຊາຍ​ທັງໝົດ​ທີ່​ອາຍຸ​ໜຶ່ງ​ເດືອນ ຫລື ຫລາຍ​ກວ່າ​ນັ້ນ​ມີ​ຈຳນວນ 8.600 ຄົນ. ຕະກຸນ​ໂກຮາດ​ຮັບຜິດຊອບ​ເບິ່ງແຍງ​ສະຖານ​ນະມັດສະການ.
29 The clans of the sons of Kohath camped on the south side of the tabernacle. ຄົນ​ໂກຮາດ​ຈະ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ດ້ານ​ທິດ​ໃຕ້​ຂອງ​ຫໍເຕັນ.
30 The leader of the fathers' house of the Kohathite clans was Elizaphan son of Uzziel. ຜູ້ນຳ​ຄອບຄົວ​ຕ່າງໆ​ຂອງ​ຕະກຸນ​ໂກຮາດ​ແມ່ນ​ເອລີຊາຟັນ ລູກຊາຍ​ຂອງ​ອຸດຊີເອນ.
31 They cared for the ark, the table, the lampstand, the altars, the sanctuary vessels used in service, the screen, and all its work. ພວກເຂົາ​ຮັບຜິດຊອບ​ເບິ່ງແຍງ​ຫີບ​ພັນທະສັນຍາ, ໂຕະ, ຫລັກຕະກຽງ, ແທ່ນບູຊາ​ທັງ​ສອງ ແລະ ເຄື່ອງໃຊ້​ຕ່າງໆ​ຂອງ​ສະຖານ​ນະມັດສະການ, ຜ້າກັ້ງ ແລະ ທຸກໆ​ສິ່ງ​ທີ່​ກ່ຽວຂ້ອງ​ກັບ​ການໃຊ້​ໃນ​ງານ​ນີ້.
32 Eleazar son of Aaron the priest was chief leader of the Levites, in charge of those guarding the sanctuary. ຜູ້ນຳ​ຂອງ​ຄົນ​ເລວີ​ແມ່ນ​ປະໂລຫິດ​ເອເລອາຊາ ລູກຊາຍ​ຂອງ​ອາໂຣນ. ລາວ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ກຳກັບ​ບັນດາ​ຜູ້​ຮັບຜິດຊອບ​ເບິ່ງແຍງ​ສະຖານ​ນະມັດສະການ.
33 From Merari: the Mahlite clan and the Mushite clan—these are Merari's clans. ສຳລັບ​ເມຣາຣີ​ນັ້ນ ເປັນ​ຕະກຸນ​ຂອງ​ຊາວ​ມາຮະລີ ແລະ ຊາວ​ມູຊີ;
34 The number of males counted, a month old or older, was 6,200. ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ ຫລື ຫລາຍ​ກວ່າ​ນັ້ນ​ມີ​ຈຳນວນ 6.200 ຄົນ.
35 Leader of Merarite clans' ancestral house: Zuriel son of Abihail; they camped on the tabernacle's north side. ຜູ້ນຳ​ຄອບຄົວ​ຕ່າງໆ ໃນ​ຕະກຸນ​ເມຣາຣິ​ແມ່ນ​ຊູຣີເອນ ລູກຊາຍ​ຂອງ​ອາບີໄຮ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທາງ​ດ້ານ​ທິດ​ເໜືອ​ຂອງ​ຫໍເຕັນ.
36 Merari's sons were charged with the tabernacle's frames, crossbars, posts, bases, all its equipment, and all its service, ຊາວ​ເມຣາຣິ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເບິ່ງແຍງ​ອຸປະກອນ​ໂຄງຮ່າງ​ຂອງ​ຫໍເຕັນ, ຄານ​ຂວາງ, ເສົາ, ຖານຮອງຮັບ, ອຸປະກອນ​ຕ່າງໆ ແລະ ທຸກໆ​ສິ່ງ​ທີ່​ກ່ຽວຂ້ອງ​ເພື່ອ​ໃຊ້​ໃນ​ງານ​ນີ້,
37 as well as the posts of the surrounding courtyard with their bases, pegs, and cords. ລວມ​ທັງ​ເສົາ​ທີ່​ອ້ອມ​ເດີ່ນ​ຫໍເຕັນ ພ້ອມ​ດ້ວຍ​ຖານຮອງຮັບ​ເສົາ, ຫລັກປັກ​ເຕັນ ແລະ ເຊືອກ​ຕ່າງໆ.
38 Camped east of the tabernacle, in front of the tent of meeting toward sunrise, were Moses, Aaron, and his sons, who kept charge of the sanctuary for the Israelites; any outsider who approached was to be put to death. ໂມເຊ ແລະ ອາໂຣນ​ກັບ​ບັນດາ​ລູກຊາຍ​ຂອງ​ລາວ​ຈະ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ດ້ານ​ທິດ​ຕາເວັນອອກ​ຂອງ​ຫໍເຕັນ, ປິ່ນໜ້າ​ໃສ່​ທາງ​ຕາເວັນ​ຂຶ້ນ, ຕໍ່ໜ້າ​ເຕັນນັດພົບ. ພວກເຂົາ​ແມ່ນ​ຮັບຜິດຊອບ​ເບິ່ງແຍງ​ສະຖານ​ນະມັດສະການ​ແທນ​ຄົນ​ອິດສະຣາເອນ. ຜູ້​ໃດ​ທີ່​ເຂົ້າ​ໄປ​ໃກ້​ສະຖານ​ນະມັດສະການ​ຈະ​ຕ້ອງ​ຕາຍ.
39 All the Levites whom Moses and Aaron counted at our Father's command, by their clans, every male a month old and up: 22,000. ຄົນ​ເລວີ​ທີ່​ໄດ້​ນັບ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ໂດຍ​ໂມເຊ ແລະ ອາໂຣນ ຕາມ​ເຜົ່າ​ຕ່າງໆ​ຂອງ​ພວກເຂົາ, ເຊິ່ງ​ລວມ​ທັງ​ຜູ້ຊາຍ​ອາຍຸ​ໜຶ່ງ​ເດືອນ ຫລື ຫລາຍ​ກວ່າ​ນັ້ນ ມີ​ຈຳນວນ​ທັງໝົດ 22.000 ຄົນ.
40 Then our Father said to Moses, "Count every firstborn male of Israel a month old or older, and record the number of their names. ພຣະເຈົ້າ​ຢາເວ​ໄດ້​ກັບ​ໂມເຊ​ວ່າ, “ຈົ່ງ​ນັບ​ລູກຊາຍ​ກົກ​ທັງໝົດ​ຂອງ​ຄົນ​ອິດສະຣາເອນ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ ຫລື ຫລາຍ​ກວ່າ​ນັ້ນ ແລະ ໃຫ້​ເຮັດ​ບັນຊີ​ລາຍຊື່​ຂອງ​ພວກເຂົາ.
41 Take the Levites for me—I am your Father—in place of every firstborn among the people of Israel, and the Levites' livestock in place of every firstborn among Israel's livestock." ຈົ່ງ​ແຍກ​ຄົນ​ເລວີ​ໄວ້​ສຳລັບ​ເຮົາ ເພື່ອ​ເປັນ​ຕົວແທນ​ລູກຊາຍ​ກົກ​ຂອງ​ຄົນ​ອິດສະຣາເອນ ແລະ ສັດລ້ຽງ​ຂອງ​ຄົນ​ເລວີ ເພື່ອ​ເປັນ​ຕົວແທນ​ຂອງ​ລູກ​ຫົວປີ​ທັງໝົດ​ຂອງ​ສັດລ້ຽງ​ຂອງ​ຄົນ​ອິດສະຣາເອນ. ເຮົາ​ຄື​ພຣະເຈົ້າ​ຢາເວ”.
42 So Moses counted every firstborn among the people of Israel, just as our Father had commanded him. ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ນັບ​ຈຳນວນ​ລູກກົກ​ທັງໝົດ​ຂອງ​ຄົນ​ອິດສະຣາເອນ, ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ເພິ່ນ.
43 All firstborn males, a month or older, listed by name: 22,273. ລູກຊາຍ​ກົກ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ ຫລື ກວ່າ​ນັ້ນ, ຕາມ​ລາຍຊື່​ມີ​ຈຳນວນ​ທັງໝົດ 22.273 ຄົນ.
44 Then our Father spoke to Moses: ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ເໝືອນ​ກັນ​ວ່າ,
45 "Take the Levites instead of every firstborn among Israel's people, and the Levites' livestock instead of theirs. The Levites will be mine. I am your Father. “ຈົ່ງ​ແຍກ​ຄົນ​ເລວີ​ໄວ້​ເພື່ອ​ເປັນ​ຕົວແທນ​ຂອງ​ລູກຊາຍ​ກົກ​ທັງໝົດ​ຂອງ​ອິດສະຣາເອນ ແລະ ສັດລ້ຽງ​ທັງຫລາຍ​ຂອງ​ຄົນ​ເລວີ​ເພື່ອ​ເປັນ​ຕົວແທນ​ຂອງ​ສັດລ້ຽງ​ຂອງ​ຄົນ​ອິດສະຣາເອນ. ຄົນ​ເລວີ​ຈະ​ຕ້ອງ​ເປັນ​ຂອງ​ເຮົາ. ເຮົາ​ຄື​ພຣະເຈົ້າ​ຢາເວ.
46 To redeem the 273 firstborn Israelites exceeding the Levites' count. ເພື່ອ​ເປັນ​ການ​ໄຖ່​ລູກຊາຍ​ກົກ​ຂອງ​ຄົນ​ອິດສະຣາເອນ​ຈຳນວນ 273 ຄົນ ທີ່​ເກີນ​ຈຳນວນ​ຂອງ​ຄົນ​ເລວີ​ນັ້ນ,
47 Collect about 2 ounces per person, by sanctuary standard (each measure about half an ounce of silver). ຈົ່ງ​ເກັບ​ເງິນ​ຄົນ​ລະ​ຫ້າ​ເຊເຂວ, ຕາມ​ເຊເຂວ​ຂອງ​ສະຖານ​ນະມັດສະການ ເຊິ່ງ​ມີ​ນ້ຳໜັກ​ເທົ່າ​ກັບ​ຊາວ​ເກຣາ.
48 Give the money to Aaron and his sons as the redemption price for the extra firstborn sons." ຈົ່ງ​ມອບ​ເງິນ​ສຳລັບ​ຄ່າ​ໄຖ່​ຂອງ​ຄົນ​ອິດສະຣາເອນ​ທີ່​ເກີນ​ຈຳນວນ​ນີ້ ໃຫ້​ແກ່​ອາໂຣນ ແລະ ລູກຊາຍ​ຂອງ​ລາວ”.
49 So Moses collected the redemption money from the firstborn sons who exceeded the number of the Levites; ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ເກັບ​ເງິນ​ຄ່າ​ໄຖ່​ຈາກ​ບັນດາ​ຄົນ​ທີ່​ເກີນ​ຈຳນວນ​ເຫລົ່ານັ້ນ​ທີ່​ໄດ້​ໄຖ່​ແລ້ວ​ໂດຍ​ທາງ​ຄົນ​ເລວີ.
50 from Israel's firstborn sons he took 1,365—about 2 ounces, by the sanctuary standard. ເພິ່ນ​ໄດ້​ເກັບ​ເງິນ​ຈາກ​ລູກຊາຍ​ກົກ​ຂອງ​ຄົນ​ອິດສະຣາເອນ​ໄດ້​ນ້ຳໜັກ​ຈຳນວນ 1.365 ເຊເຂວ, ຕາມ​ເຊເຂວ​ຂອງ​ສະຖານ​ນະມັດສະການ.
51 Moses gave the redemption money to Aaron and his sons, by our Father's word, just as our Father commanded Moses. ໂມເຊ​ມອບ​ໄດ້​ເງິນ​ຄ່າ​ໄຖ່​ນີ້​ໃຫ້​ແກ່​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ, ຕາມ​ທີ່​ເພິ່ນ​ໄດ້​ຮັບ​ຄຳສັ່ງ​ຈາກ​ພຣະເຈົ້າ​ຢາເວ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]