Skip to content
The Believer's Library

Biblica® Open Lao Contemporary Version

Numbers 2 OLCV

Show OLCV only
Verse × ×
1 Then our Father spoke to Moses and Aaron, saying: ພຣະເຈົ້າ​ຢາເວ ໄດ້​ກ່າວ​ຕໍ່​ໂມເຊ ແລະ ອາໂຣນ​ວ່າ:
2 "The Israelites are to camp, each by his standard, with banners of their ancestral houses, facing the tent of meeting all around, they are to camp. “ຄົນ​ອິດສະຣາເອນ​ຈະ​ຕ້ອງ​ຕັ້ງ​ຄ້າຍພັກ​ຢູ່​ອ້ອມ​ເຕັນນັດພົບ ໃຫ້​ຫ່າງ​ຈາກ​ເຕັນນັດພົບ​ພໍ​ສົມຄວນ, ໃຫ້​ພວກເຂົາ​ແຕ່​ລະ​ຄົນ​ຢູ່​ພາຍໃຕ້​ທຸງ​ປະຈຳ​ຂອງ​ກອງ​ພວກເຂົາ ແລະ ຖື​ທຸງ​ປະຈຳ​ຄອບຄົວ​ຂອງ​ພວກເຂົາ”.
3 "To the east, toward sunrise: the camp of Judah, by their divisions, under its standard. Leader of Judah's people: Nahshon son of Amminadab. ດ້ານ​ຕາເວັນ​ອອກ, ປິ່ນໜ້າ​ໃສ່​ທາງ​ທີ່​ຕາເວັນ​ຂຶ້ນ: ເປັນ​ບ່ອນ​ຕັ້ງ​ຄ້າຍພັກ​ຂອງ​ກອງ​ຢູດາ​ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ພວກເຂົາ. ຜູ້ນຳ​ເຜົ່າ​ຢູດາ​ແມ່ນ​ນາໂຊນ ລູກຊາຍ​ຂອງ​ອຳມີນາດາບ.
4 His division, those counted, numbered 74,600. ກອງ​ຂອງ​ລາວ​ມີ​ຈຳນວນ 74.600 ຄົນ.
5 "Camping next to him: the tribe of Issachar; the leader of Issachar's sons is Nethanel son of Zuar. ເຜົ່າ​ອິດຊາຄາ​ຈະ​ຕັ້ງ​ຄ້າຍພັກ​ໃກ້​ກັບ​ພວກເຂົາ. ຜູ້ນຳ​ປະຊາຊົນ​ຂອງ​ອິດຊາຄາ​ແມ່ນ​ເນທາເນນ ລູກຊາຍ​ຂອງ​ຊູອາ.
6 His division, those counted, numbered 54,400. ກອງ​ຂອງ​ລາວ​ມີ​ຈຳນວນ 54.400 ຄົນ.
7 "Then the tribe of Zebulun; leader of Zebulun's sons: Eliab son of Helon. ເຜົ່າ​ເຊບູໂລນ​ຈະ​ເປັນ​ຜູ້​ຖັດ​ໄປ. ຜູ້ນຳ​ປະຊາຊົນ​ແມ່ນ​ເອລີອາບ ລູກຊາຍ​ຂອງ​ເຮໂລນ.
8 His division, those counted, numbered 57,400. ກອງ​ຂອງ​ລາວ​ມີ​ຈຳນວນ 57.400 ຄົນ.
9 "All counted in Judah's camp: 186,400, by their divisions. They set out first. ຜູ້ຊາຍ​ທັງໝົດ​ທີ່​ຖືກ​ມອບໝາຍ​ໃຫ້​ເຜົ່າ​ຢູດາ​ຕາມ​ກອງ​ຂອງ​ພວກເຂົາ, ມີ​ຈຳນວນ 186.400 ຄົນ. ພວກເຂົາ​ຈະ​ອອກ​ເດີນ​ທາງ​ໄປ​ເປັນ​ກອງ​ທຳອິດ.
10 "South side: the banner of Reuben's camp, by divisions. Leader of Reuben's people: Elizur son of Shedeur. ທາງ​ດ້ານ​ໃຕ້​ຈະ​ເປັນ: ກອງ​ຄ້າຍພັກ​ຂອງ​ຣູເບັນ​ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ພວກເຂົາ. ຜູ້ນຳ​ຂອງ​ປະຊາຊົນ​ຂອງ​ຣູເບັນ​ແມ່ນ​ເອລີຊູ ລູກຊາຍ​ຂອງ​ເຊເດອຸເຣ.
11 His division, those counted, numbered 46,500. ກອງ​ຂອງ​ລາວ​ມີ​ຈຳນວນ 46.500 ຄົນ.
12 "Camping beside him: the tribe of Simeon; leader of Simeon's people, Shelumiel son of Zurishaddai. ເຜົ່າ​ຊີເມໂອນ​ຈະ​ຕັ້ງ​ຄ້າຍພັກ​ຖັດ​ໄປ​ຈາກ​ພວກເຂົາ. ຜູ້ນຳ​ປະຊາຊົນ​ຂອງ​ຊີເມໂອນ​ແມ່ນ​ເຊລູມີເອນ ລູກຊາຍ​ຂອງ​ຊູຣິດຊັດດາຍ.
13 His division, those counted, numbered 59,300. ກອງ​ຂອງ​ລາວ​ມີ​ຈຳນວນ 59.300 ຄົນ.
14 "Then the tribe of Gad: leader of Gad's people, Eliasaph son of Deuel. ຕໍ່​ມາ​ແມ່ນ​ເຜົ່າ​ກາດ. ຜູ້ນຳ​ປະຊາຊົນ​ຂອງ​ເຜົ່າ​ກາດ​ແມ່ນ​ເອລີອາສັບ ລູກຊາຍ​ຂອງ​ດູເອນ.
15 His division, those counted, numbered 45,650. ກອງ​ຂອງ​ລາວ​ມີ​ຈຳນວນ 45.650 ຄົນ.
16 "Those counted in Reuben's camp, by their divisions: 151,450. They set out second. ຜູ້ຊາຍ​ທັງໝົດ​ທີ່​ຖືກ​ມອບ​ໃຫ້​ເຜົ່າ​ຣູເບັນ, ຕາມ​ກອງ​ຂອງ​ພວກເຂົາ, ມີ​ຈຳນວນ 151.450 ຄົນ. ພວກເຂົາ​ຈະ​ອອກ​ເດີນທາງ​ເປັນ​ກອງ​ທີ​ສອງ.
17 "Then the tent of meeting sets out, with the Levites' camp in the middle of the camps. They set out in the order they camp, each in place, under their banners. ຫລັງຈາກນັ້ນ ເຕັນນັດພົບ ແລະ ຄ້າຍພັກ​ຂອງ​ຄົນ​ເລວີ​ຈະ​ຕັ້ງ​ຢູ່​ກາງ​ຂອງ​ຄ້າຍພັກ​ຕ່າງໆ. ພວກເຂົາ​ຈະ​ອອກ​ເດີນທາງ​ຕາມ​ລຳດັບ​ດຽວ​ກັນ​ກັບ​ທີ່​ພວກເຂົາ​ຕັ້ງ​ຄ້າຍພັກ, ແຕ່​ລະ​ກອງ​ຢູ່​ໃນ​ຕຳແໜ່ງ​ຂອງ​ຕົນ​ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ຕົນ.
18 "West side: Ephraim's camp standard, by their divisions; leader of Ephraim's people is Elishama son of Ammihud. ດ້ານ​ຕາເວັນ​ຕົກ​ຈະ​ເປັນ: ກອງ​ຂອງ​ຄ້າຍພັກ​ຂອງ​ເອຟຣາອິມ ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ພວກເຂົາ. ຜູ້ນຳ​ປະຊາຊົນ​ຂອງ​ເອຟຣາອິມ​ແມ່ນ​ເອລີຊາມາ ລູກຊາຍ​ຂອງ​ອາມມີຮູດ.
19 His division, those counted, numbered 40,500. ກອງ​ຂອງ​ລາວ​ມີ​ຈຳນວນ 40.500 ຄົນ.
20 "Beside him: the tribe of Manasseh, led by Gamaliel son of Pedahzur. ເຜົ່າ​ມານາເຊ​ຈະ​ຢູ່​ຖັດ​ຈາກ​ພວກເຂົາ. ຜູ້ນຳ​ປະຊາຊົນ​ຂອງ​ມານາເຊ​ແມ່ນ​ກາມາລີເອນ ລູກຊາຍ​ຂອງ​ເປດາຊູ.
21 His division, those counted, numbered 32,200. ກອງ​ຂອງ​ລາວ​ມີ​ຈຳນວນ 32.200 ຄົນ.
22 "Then the tribe of Benjamin, led by Abidan son of Gideoni. ຕໍ່​ມາ​ແມ່ນ​ເຜົ່າ​ເບັນຢາມິນ. ຜູ້ນຳ​ປະຊາຊົນ​ຂອງ​ເບັນຢາມິນ​ແມ່ນ​ອາບີດານ ລູກຊາຍ​ຂອງ​ກີເດໂອນີ.
23 His division, those counted, numbered 35,400. ກອງ​ຂອງ​ລາວ​ມີ​ຈຳນວນ 35.400 ຄົນ.
24 "All counted in Ephraim's camp: 108,100, by their divisions. They set out third. ຜູ້ຊາຍ​ທັງໝົດ​ທີ່​ຖືກ​ມອບ​ໃຫ້​ແກ່​ເຜົ່າ​ເອຟຣາອິມ​ຕາມ​ກອງ​ຂອງ​ພວກເຂົາ, ມີ​ຈຳນວນ 108.100 ຄົນ. ພວກເຂົາ​ຈະ​ອອກ​ເດີນທາງ​ເປັນ​ກອງ​ທີ​ສາມ.
25 "Dan's camp standard stands on the north side, by divisions. Ahiezer son of Ammishaddai leads Dan's people. ດ້ານ​ເໜືອ​ຈະ​ເປັນ: ກອງ​ຄ້າຍພັກ​ຂອງ​ດານ​ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ພວກເຂົາ. ຜູ້ນຳ​ປະຊາຊົນ​ຂອງ​ດານ​ແມ່ນ​ອາຮີເອເຊ ລູກຊາຍ​ຂອງ​ອຳມີຊັດດາຍ.
26 His division, those counted, numbered 62,700. ກອງ​ຂອງ​ລາວ​ມີ​ຈຳນວນ 62.700 ຄົນ.
27 "Camping next to it: the tribe of Asher, its leader Pagiel son of Ochran. ເຜົ່າ​ອາເຊ​ຈະ​ຕັ້ງ​ຄ້າຍ​ຖັດ​ຈາກ​ພວກເຂົາ. ຜູ້ນຳ​ປະຊາຊົນ​ຂອງ​ອາເຊ​ແມ່ນ​ປາກີເອນ ລູກຊາຍ​ຂອງ​ອົກກະຣັນ.
28 His division, those counted, numbered 41,500. ກອງ​ຂອງ​ລາວ​ມີ​ຈຳນວນ 41.500 ຄົນ.
29 "Then the tribe of Naphtali; Naphtali's leader is Ahira son of Enan. ຕໍ່​ມາ​ແມ່ນ​ເຜົ່າ​ເນັບທາລີ. ຜູ້ນຳ​ປະຊາຊົນ​ຂອງ​ເນັບທາລີ​ແມ່ນ​ອາຮີຣາ ລູກຊາຍ​ຂອງ​ເອນານ.
30 His division, those counted, numbered 53,400. ກອງ​ຂອງ​ລາວ​ມີ​ຈຳນວນ 53.400 ຄົນ.
31 "All counted in Dan's camp: 157,600. They set out last, by their standards." ຜູ້ຊາຍ​ທັງໝົດ​ທີ່​ທີ່​ຖືກ​ມອບ​ໃຫ້​ແກ່​ເຜົ່າ​ດານ​ມີ​ຈຳນວນ 157.600 ຄົນ. ພວກເຂົາ​ຈະ​ອອກ​ເດີນທາງ​ເປັນ​ກອງ​ສຸດທ້າຍ, ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ພວກເຂົາ.
32 These are Israelites counted by their clans, all camp divisions: 603,550. ທັງໝົດ​ນີ້​ຄື​ຄົນ​ອິດສະຣາເອນ, ນັບ​ຕາມ​ຄອບຄົວ​ຂອງ​ພວກເຂົາ. ຜູ້ຊາຍ​ທັງໝົດ​ທີ່​ຢູ່​ໃນ​ຄ້າຍພັກ ຕາມ​ກອງ​ຂອງ​ພວກເຂົາ​ມີ​ຈຳນວນ 603.550 ຄົນ.
33 But the Levites were not counted among the Israelites, just as our Father had commanded Moses. ແຕ່​ບໍ່​ໄດ້​ນັບ​ຄົນ​ເລວີ​ລວມ​ເຂົ້າ​ກັບ​ຄົນ​ອິດສະຣາເອນ​ອື່ນໆ, ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ.
34 So the Israelites did all our Father commanded Moses. So they camped by their standards, and so they set out, each by clan, by ancestral family. ດັ່ງນັ້ນ ຄົນ​ອິດສະຣາເອນ​ຈຶ່ງ​ໄດ້​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ; ນັ້ນ​ຄື​ວິທີ​ທີ່​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ພວກເຂົາ ແລະ ນັ້ນ​ຄື​ວິທີ​ທີ່​ພວກເຂົາ​ກຳນົດ​ໄວ້, ພວກເຂົາ​ແຕ່ລະຄົນ​ແມ່ນ​ໄປ​ກັບ​ຕະກຸນ ແລະ ຄອບຄົວ​ຂອງ​ພວກເຂົາ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]