Skip to content
The Believer's Library

Biblica® Open Lao Contemporary Version

Numbers 1 OLCV

Show OLCV only
Verse × ×
1 Our Father spoke to Moses in the Sinai wilderness, in the tent of meeting, on the first day of the second month of the second year after they left the land of Egypt. He said: ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ໃນ​ເຕັນນັດພົບ ຢູ່​ທີ່​ຖິ່ນແຫ້ງແລ້ງກັນດານ​ຊີນາຍ ໃນ​ມື້​ທີ​ໜຶ່ງ​ເດືອນ​ທີ​ສອງ​ຂອງ​ປີ​ທີ​ສອງ​ຫລັງ​ຈາກ​ທີ່​ຄົນ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ. ພຣະອົງ​ໄດ້​ເວົ້າ​ວ່າ:
2 "Count the whole community of Israel's people, by clans and fathers' houses—every male, by name, head by head. “ຈົ່ງ​ສຳຫລວດ​ສຳມະໂນຄົວ​ຂອງ​ຊຸມຊົນ​ຄົນ​ອິດສະຣາເອນ​ທັງໝົດ​ຕາມ​ຕະກຸນ ແລະ ຄອບຄົວ​ຂອງ​ພວກເຂົາ, ຈົ່ງ​ເຮັດ​ບັນຊີ​ລາຍຊື່​ຜູ້ຊາຍ​ທຸກ​ຄົນ​ຕາມ​ລຳດັບ.
3 Register everyone in Israel twenty and older who can serve in the army—you and Aaron—by their divisions. ເຈົ້າ ແລະ ອາໂຣນ​ຈະ​ຕ້ອງ​ນັບ​ຜູ້ຊາຍ​ທັງໝົດ​ໃນ​ອິດສະຣາເອນ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ທີ່​ສາມາດ​ເຮັດ​ໜ້າທີ່​ໃນ​ກອງທັບ​ໄດ້​ໂດຍ​ແຍກ​ພວກເຂົາ​ອອກ​ເປັນ​ກອງ.
4 A man from each tribe is to be with you, each one the head of his family. ຈົ່ງ​ເລືອກ​ເອົາ​ຜູ້ຊາຍ​ໜຶ່ງ​ຄົນ​ຈາກ​ແຕ່ລະ​ເຜົ່າ, ພວກເຂົາ​ເຫລົ່ານັ້ນ​ແມ່ນ​ຫົວໜ້າ​ຄອບຄົວ, ເພື່ອ​ຈະ​ເປັນ​ຜູ້​ຊ່ວຍ​ພວກເຈົ້າ.
5 "Names of the men who will stand with you: from Reuben, Elizur son of Shedeur. “ຕໍ່ໄປ​ນີ້​ແມ່ນ​ລາຍ​ຊື່​ຂອງ​ຜູ້ຊາຍ​ທັງຫລາຍ​ທີ່​ຈະ​ມາ​ຊ່ວຍ​ພວກເຈົ້າ: “ເອລີຊູ​ລູກຊາຍ​ຂອງ​ເຊເດອຸເຣ, ຈາກ​ເຜົ່າ​ຣູເບັນ;
6 "From Simeon, Shelumiel son of Zurishaddai; ເຊລູມີເອນ​ລູກຊາຍ​ຂອງ​ຊູຣິດຊັດດາຍ, ຈາກ​ເຜົ່າ​ຊີເມໂອນ;
7 "From Judah, Nahshon son of Amminadab; ນາໂຊນ​ລູກຊາຍ​ຂອງ​ອຳມີນາດາບ, ຈາກ​ເຜົ່າ​ຢູດາ;
8 "From Issachar, Nethanel son of Zuar; ເນທາເນນ​ລູກຊາຍ​ຂອງ​ຊູອາ, ຈາກ​ເຜົ່າ​ອິດຊາຄາ;
9 "From Zebulun, Eliab son of Helon; ເອລີອາບ​ລູກຊາຍ​ຂອງ​ເຮໂລນ, ຈາກ​ເຜົ່າ​ເຊບູໂລນ;
10 "From the sons of Joseph: from Ephraim, Elishama son of Ammihud; from Manasseh, Gamaliel son of Pedahzur; ຈາກ​ບັນດາ​ລູກຊາຍ​ຂອງ​ໂຢເຊັບ: ເອລີຊາມາ​ລູກຊາຍ​ອາມມີຮູດ, ຈາກ​ເຜົ່າ​ເອຟຣາອິມ; ກາມາລີເອນ​ລູກຊາຍ​ຂອງ​ເປດາຊູ, ຈາກ​ເຜົ່າ​ມານາເຊ;
11 "From Benjamin, Abidan son of Gideoni; ອາບີດານ​ລູກຊາຍ​ຂອງ​ກີເດໂອນີ, ຈາກ​ເຜົ່າ​ເບັນຢາມິນ;
12 "From Dan, Ahiezer son of Ammishaddai; ອາຮີເອເຊ​ລູກຊາຍ​ຂອງ​ອຳມີຊັດດາຍ, ຈາກ​ເຜົ່າ​ດານ;
13 "From Asher, Pagiel son of Ochran; ປາກີເອນ​ລູກຊາຍ​ຂອງ​ອົກກະຣັນ, ຈາກ​ເຜົ່າ​ອາເຊ;
14 "From Gad, Eliasaph son of Deuel; ເອລີອາສັບ​ລູກຊາຍ​ຂອງ​ດູເອນ, ຈາກ​ເຜົ່າ​ກາດ;
15 "From Naphtali, Ahira son of Enan. ອາຮີຣາ​ລູກຊາຍ​ເອນັນ​ຈາກ​ເຜົ່າ​ເນັບທາລີ”.
16 "These were the community's called ones, leaders of their ancestral tribes, heads of Israel's clans." ຜູ້ຊາຍ​ເຫລົ່ານີ້​ໄດ້​ຖືກ​ແຕ່ງຕັ້ງ​ຈາກ​ຊຸມຊົນ, ບັນດາ​ຜູ້ນຳ​ຂອງ​ເຜົ່າ​ຕ່າງໆ​ຕາມ​ບັນພະບຸລຸດ​ຂອງ​ພວກເຂົາ. ພວກເຂົາ​ເປັນ​ຫົວໜ້າ​ຕະກຸນ​ຕ່າງໆ​ຂອງ​ອິດສະຣາເອນ.
17 So Moses and Aaron took these men who had been designated by name, ໂມເຊ ແລະ ອາໂຣນ​ໄດ້​ຮັບ​ເອົາ​ຜູ້ຊາຍ​ເຫລົ່ານີ້​ຕາມ​ບັນຊີ​ລາຍ​ຊື່​ທີ່​ໄດ້​ລະບຸ​ໄວ້,
18 on the first day of the second month they gathered the whole community. The people registered their ancestry by clan and family—every male twenty years old and older, listed by name, one by one, ແລະ ພວກເພິ່ນ​ໄດ້​ເອີ້ນ​ຊຸມຊົນ​ທັງໝົດ​ມາ​ເຕົ້າໂຮມ​ກັນ​ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສອງ. ປະຊາຊົນ​ໄດ້​ລົງ​ບັນຊີ​ລາຍຊື່​ບັນພະບຸລຸດ​ຂອງ​ພວກເຂົາ​ຕາມ​ຕະກຸນ ແລະ ຄອບຄົວ​ຂອງ​ພວກເຂົາ ແລະ ໄດ້​ລົງ​ບັນຊີ​ລາຍຊື່​ຜູ້ຊາຍ​ແຕ່ລະຄົນ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ,
19 as our Father had commanded Moses. So Moses counted them in the wilderness of Sinai. ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້​ນັບ​ຈຳນວນ​ຄົນ​ເຫລົ່ານີ້​ໃນ​ຖິ່ນແຫ້ງແລ້ງກັນດານ​ຊີນາຍ​ຄື:
20 From Reuben's descendants, Israel's firstborn: recorded by clan and family, name by name, every male twenty years old and up, able to serve in war. ຈາກ​ເຊື້ອສາຍ​ຂອງ​ຣູເບັນ​ລູກຊາຍ​ກົກ​ຂອງ​ອິດສະຣາເອນ: ຜູ້ຊາຍ​ທັງໝົດ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ​ທີ່​ສາມາດ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ​ນັ້ນ.
21 Those counted from the tribe of Reuben were 46,500. ຈາກ​ເຜົ່າ​ຣູເບັນ​ມີ​ຈຳນວນ 46.500 ຄົນ.
22 Simeon's descendants, by clans and families, counted by name, head by head: every male twenty years old and up, fit for the army. ຈາກ​ເຊື້ອສາຍ​ຂອງ​ຊີເມໂອນ: ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ.
23 Those counted from the tribe of Simeon were 59,300. ຈາກ​ເຜົ່າ​ຊີເມໂອນ​ມີ​ຈຳນວນ 59.300 ຄົນ.
24 From Gad's descendants: by clans, families, and names, every man twenty and older fit for military service. ຈາກ​ເຊື້ອສາຍ​ຂອງ​ກາດ: ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ.
25 Those counted from the tribe of Gad were 45,650. ຈາກ​ເຜົ່າ​ກາດ​ມີ​ຈຳນວນ 45.650 ຄົນ.
26 Judah's descendants, listed by clans and families, by name, every man twenty and older able to serve in the army: ຈາກ​ເຊື້ອສາຍ​ຂອງ​ຢູດາ: ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ.
27 those counted from the tribe of Judah were 74,600. ຈາກ​ເຜົ່າ​ຂອງ​ຢູດາ​ມີ​ຈຳນວນ 74.600 ຄົນ.
28 Issachar's descendants, listed by clan and family, by name, every man twenty years and older fit for war: ຈາກ​ເຊື້ອສາຍ​ຂອງ​ອິດຊາຄາ: ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ.
29 those counted from the tribe of Issachar were 54,400. ຈາກ​ເຜົ່າ​ອິດຊາຄາ​ມີ​ຈຳນວນ 54.400 ຄົນ.
30 Zebulun's descendants: registered by clan and family, by name, every man twenty years old or older fit for military service. ຈາກ​ເຊື້ອສາຍ​ຂອງ​ເຊບູໂລນ: ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ.
31 Those counted from the tribe of Zebulun were 57,400. ຈາກ​ເຜົ່າ​ເຊບູໂລນ​ມີ​ຈຳນວນ 57.400 ຄົນ.
32 Sons of Joseph, Ephraim's line: recorded by clan and family, by name, every man twenty and older fit for military service. ລູກຊາຍ​ຂອງ​ໂຢເຊັບ: ຈາກ​ເຊື້ອສາຍ​ຂອງ​ເອຟຣາອິມ: ຜູ້ຊາຍ​ທັງໝົດ​ຜູ້​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ທີ່​ໄດ້​ຕາມ​ລາຍ​ຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ.
33 Those counted from the tribe of Ephraim were 40,500. ຈາກ​ເຜົ່າ​ເອຟຣາອິມ​ມີ​ຈຳນວນ 40.500 ຄົນ.
34 Manasseh's descendants, listed by clans and families, by name, each man twenty years or older able to serve in the army: ຈາກ​ເຊື້ອສາຍ​ຂອງ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ: ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ກວ່າ​ນັ້ນ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍ​ຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ.
35 those counted from the tribe of Manasseh were 32,200. ຈາກ​ເຜົ່າ​ມານາເຊ​ມີ​ຈຳນວນ 32.200 ຄົນ.
36 From Benjamin's descendants, recorded by clan and family, by name, every man twenty years old and older, fit for military service: ຈາກ​ເຊື້ອສາຍ​ຂອງ​ເບັນຢາມິນ: ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ໄດ້​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ.
37 those counted from the tribe of Benjamin were 35,400. ຈາກ​ເຜົ່າ​ເບັນຢາມິນ​ມີ​ຈຳນວນ 35.400 ຄົນ.
38 From Dan's descendants, listed by clan and family, by name, every man twenty years old and older fit for war: ຈາກ​ເຊື້ອສາຍ​ຂອງ​ດານ: ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ.
39 those counted from the tribe of Dan were 62,700. ຈາກ​ເຜົ່າ​ດານ​ມີ​ຈຳນວນ 62.700 ຄົນ.
40 Asher's descendants, listed by clan and family, by name: every man twenty years old and up, fit for military service. ຈາກ​ເຊື້ອສາຍ​ຂອງ​ອາເຊ: ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ.
41 Those counted from the tribe of Asher were 41,500. ຈາກ​ເຜົ່າ​ອາເຊ​ມີ​ຈຳນວນ 41.500 ຄົນ.
42 Naphtali's descendants: by clan and family, counted by name, every man twenty and older fit for war. ຈາກ​ເຊື້ອສາຍ​ຂອງ​ເນັບທາລີ: ຜູ້ຊາຍ​ທັງໝົດ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ຕາມ​ບັນຊີ​ລາຍຊື່​ຂອງ​ຕະກຸນ ແລະ ຂອງ​ຄອບຄົວ.
43 Those counted from the tribe of Naphtali were 53,400. ຈາກ​ເຜົ່າ​ເນັບທາລີ​ມີ​ຈຳນວນ 53.400 ຄົນ.
44 Moses, Aaron, and Israel's twelve leaders counted these men, each for his family. ທັງໝົດ​ນີ້​ຄື​ຈຳນວນ​ຜູ້ຊາຍ​ທີ່​ໂມເຊ, ອາໂຣນ ແລະ ຜູ້ນຳ​ທັງ​ສິບສອງ​ເຜົ່າ​ຂອງ​ອິດສະຣາເອນ​ໄດ້​ນັບ​ໄວ້, ແຕ່ລະຄົນ​ເປັນ​ຕົວແທນ​ຄອບຄົວ​ຂອງ​ຕົນ.
45 All Israel's people were counted by families, every man twenty years old and older, fit to serve in Israel's army. ຜູ້ຊາຍ​ທັງໝົດ​ຂອງ​ຄົນ​ອິດສະຣາເອນ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ ຜູ້​ທີ່​ສາມາດ​ອອກ​ຮັບໃຊ້​ໃນ​ກອງທັບ​ທີ່​ໄດ້​ຖືກ​ນັບ​ໄວ້​ຂອງ​ຄອບຄົວ​ພວກເຂົາ.
46 All those counted came to 603,550. ລວມ​ຈຳນວນ​ທັງໝົດ​ມີ 603.550 ຄົນ.
47 But the Levites were not counted among them by their ancestral tribe. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຜົ່າ​ທີ່​ເປັນ​ບັນພະບຸລຸດ​ຂອງ​ຄົນ​ເລວີ​ບໍ່​ໄດ້​ນັບ​ລວມ​ເຂົ້າ​ກັບ​ເຜົ່າ​ອື່ນໆ.
48 For our Father had said to Moses: ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ:
49 "Do not count the tribe of Levi or list them among the Israelites. “ເຈົ້າ​ຕ້ອງ​ບໍ່​ນັບ​ເຜົ່າ​ເລວີ ຫລື ລວມ​ເອົາ​ພວກເຂົາ​ເຂົ້າ​ໃນ​ສຳມະໂນຄົວ​ກັບ​ຄົນ​ອິດສະຣາເອນ​ອື່ນໆ.
50 Instead, put the Levites in charge of the tabernacle of the testimony, all its furnishings, and everything belonging to it. They must carry the tabernacle and its furnishings, care for it, and camp around it. ແຕ່​ຈົ່ງ​ແຕ່ງຕັ້ງ​ຄົນ​ເລວີ​ໃຫ້​ຮັບຜິດຊອບ​ຫໍເຕັນ​ແຫ່ງ​ພັນທະສັນຍາ ໃຫ້​ເບິ່ງແຍງ​ເຄື່ອງ​ໃຊ້ ແລະ ທຸກສິ່ງ​ທີ່​ຢູ່​ໃນ​ຫໍເຕັນ​ນັ້ນ. ພວກເຂົາ​ຈະ​ຕ້ອງ​ຫາມ​ຫໍເຕັນ ແລະ ເຄື່ອງໃຊ້​ຕ່າງໆ ແລະ ທຸກສິ່ງ​ທີ່​ຢູ່​ໃນ​ຫໍເຕັນ; ພວກເຂົາ​ຈະ​ຕ້ອງ​ເອົາໃຈໃສ່​ເບິ່ງແຍງ​ຫໍເຕັນ ແລະ ຕັ້ງ​ຄ້າຍພັກ​ຢູ່​ອ້ອມ​ຫໍເຕັນ.
51 When the tabernacle sets out, Levites take it down; when it is pitched, Levites set it up. Any outsider who comes near is to be put to death. ເມື່ອ​ໃດ​ກໍ​ຕາມ ທີ່​ມີ​ການ​ເຄື່ອນຍ້າຍ​ຫໍເຕັນ, ຄົນ​ເລວີ​ຈະ​ເປັນ​ຜູ້​ປົດ​ຫໍເຕັນ​ລົງ ແລະ ເມື່ອ​ໃດ​ກໍ​ຕາມ ທີ່​ຫໍເຕັນ​ຈະ​ຕ້ອງ​ຕັ້ງ​ຂຶ້ນ​ໃໝ່, ຄົນ​ເລວີ​ຈະ​ເປັນ​ຜູ້​ຕັ້ງ​ຂຶ້ນ. ຜູ້​ໃດ​ທີ່​ເຂົ້າ​ໄປ​ໃກ້​ຫໍເຕັນ​ນັ້ນ​ຈະ​ຕ້ອງ​ຕາຍ.
52 Israel's people are to camp, each by his own camp, each under his own banner, by their companies. ຄົນ​ອິດສະຣາເອນ​ຈະ​ຕ້ອງ​ຕັ້ງ​ເຕັນ​ຂອງ​ຕົນ​ຂຶ້ນ​ໂດຍ​ແບ່ງ​ເປັນ​ກອງ​ຕ່າງໆ, ແຕ່ລະຄົນ​ຢູ່​ໃນ​ຄ້າຍພັກ​ຂອງ​ຕົນ​ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ຕົນ.
53 The Levites must camp around the tabernacle of the testimony, so no wrath falls on the Israelite community; the Levites are to guard the tabernacle of the testimony." ສ່ວນ​ຄົນ​ເລວີ​ຈະ​ຕ້ອງ​ຕັ້ງ​ເຕັນ​ຂອງ​ຕົນ​ຂຶ້ນ​ຢູ່​ອ້ອມ​ຮອບ​ຫໍເຕັນ​ຂອງ​ແຫ່ງ​ພັນທະສັນຍາ ເພື່ອ​ວ່າ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຈະ​ບໍ່​ຕົກ​ໃສ່​ຊຸມຊົນ​ຄົນ​ອິດສະຣາເອນ. ຄົນ​ເລວີ​ຈະ​ຕ້ອງ​ຮັບຜິດຊອບ​ເບິ່ງແຍງ​ຫໍເຕັນ​ແຫ່ງ​ພັນທະສັນຍາ”.
54 The people of Israel did everything our Father had commanded Moses; that is exactly what they did. ຄົນ​ອິດສະຣາເອນ​ກໍ​ໄດ້​ປະຕິບັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ​ໄວ້.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]