Skip to content
The Believer's Library

Biblica® Open Lao Contemporary Version

Numbers 2 OLCV

Side by side with the Father's Heart Bible™

ການ​ຈັດຕັ້ງ​ຄ້າຍພັກ​ຂອງ​ເຜົ່າ​ຕ່າງໆ

1ພຣະເຈົ້າ​ຢາເວ ໄດ້​ກ່າວ​ຕໍ່​ໂມເຊ ແລະ ອາໂຣນ​ວ່າ: 2“ຄົນ​ອິດສະຣາເອນ​ຈະ​ຕ້ອງ​ຕັ້ງ​ຄ້າຍພັກ​ຢູ່​ອ້ອມ​ເຕັນນັດພົບ ໃຫ້​ຫ່າງ​ຈາກ​ເຕັນນັດພົບ​ພໍ​ສົມຄວນ, ໃຫ້​ພວກເຂົາ​ແຕ່​ລະ​ຄົນ​ຢູ່​ພາຍໃຕ້​ທຸງ​ປະຈຳ​ຂອງ​ກອງ​ພວກເຂົາ ແລະ ຖື​ທຸງ​ປະຈຳ​ຄອບຄົວ​ຂອງ​ພວກເຂົາ”.

3ດ້ານ​ຕາເວັນ​ອອກ, ປິ່ນໜ້າ​ໃສ່​ທາງ​ທີ່​ຕາເວັນ​ຂຶ້ນ: ເປັນ​ບ່ອນ​ຕັ້ງ​ຄ້າຍພັກ​ຂອງ​ກອງ​ຢູດາ​ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ພວກເຂົາ. ຜູ້ນຳ​ເຜົ່າ​ຢູດາ​ແມ່ນ​ນາໂຊນ ລູກຊາຍ​ຂອງ​ອຳມີນາດາບ.

4ກອງ​ຂອງ​ລາວ​ມີ​ຈຳນວນ 74.600 ຄົນ.

5ເຜົ່າ​ອິດຊາຄາ​ຈະ​ຕັ້ງ​ຄ້າຍພັກ​ໃກ້​ກັບ​ພວກເຂົາ. ຜູ້ນຳ​ປະຊາຊົນ​ຂອງ​ອິດຊາຄາ​ແມ່ນ​ເນທາເນນ ລູກຊາຍ​ຂອງ​ຊູອາ. 6ກອງ​ຂອງ​ລາວ​ມີ​ຈຳນວນ 54.400 ຄົນ.

7ເຜົ່າ​ເຊບູໂລນ​ຈະ​ເປັນ​ຜູ້​ຖັດ​ໄປ. ຜູ້ນຳ​ປະຊາຊົນ​ແມ່ນ​ເອລີອາບ ລູກຊາຍ​ຂອງ​ເຮໂລນ. 8ກອງ​ຂອງ​ລາວ​ມີ​ຈຳນວນ 57.400 ຄົນ.

9ຜູ້ຊາຍ​ທັງໝົດ​ທີ່​ຖືກ​ມອບໝາຍ​ໃຫ້​ເຜົ່າ​ຢູດາ​ຕາມ​ກອງ​ຂອງ​ພວກເຂົາ, ມີ​ຈຳນວນ 186.400 ຄົນ. ພວກເຂົາ​ຈະ​ອອກ​ເດີນ​ທາງ​ໄປ​ເປັນ​ກອງ​ທຳອິດ.

10ທາງ​ດ້ານ​ໃຕ້​ຈະ​ເປັນ: ກອງ​ຄ້າຍພັກ​ຂອງ​ຣູເບັນ​ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ພວກເຂົາ. ຜູ້ນຳ​ຂອງ​ປະຊາຊົນ​ຂອງ​ຣູເບັນ​ແມ່ນ​ເອລີຊູ ລູກຊາຍ​ຂອງ​ເຊເດອຸເຣ.

11ກອງ​ຂອງ​ລາວ​ມີ​ຈຳນວນ 46.500 ຄົນ.

12ເຜົ່າ​ຊີເມໂອນ​ຈະ​ຕັ້ງ​ຄ້າຍພັກ​ຖັດ​ໄປ​ຈາກ​ພວກເຂົາ. ຜູ້ນຳ​ປະຊາຊົນ​ຂອງ​ຊີເມໂອນ​ແມ່ນ​ເຊລູມີເອນ ລູກຊາຍ​ຂອງ​ຊູຣິດຊັດດາຍ. 13ກອງ​ຂອງ​ລາວ​ມີ​ຈຳນວນ 59.300 ຄົນ.

14ຕໍ່​ມາ​ແມ່ນ​ເຜົ່າ​ກາດ. ຜູ້ນຳ​ປະຊາຊົນ​ຂອງ​ເຜົ່າ​ກາດ​ແມ່ນ​ເອລີອາສັບ ລູກຊາຍ​ຂອງ​ດູເອນ. 15ກອງ​ຂອງ​ລາວ​ມີ​ຈຳນວນ 45.650 ຄົນ.

16ຜູ້ຊາຍ​ທັງໝົດ​ທີ່​ຖືກ​ມອບ​ໃຫ້​ເຜົ່າ​ຣູເບັນ, ຕາມ​ກອງ​ຂອງ​ພວກເຂົາ, ມີ​ຈຳນວນ 151.450 ຄົນ. ພວກເຂົາ​ຈະ​ອອກ​ເດີນທາງ​ເປັນ​ກອງ​ທີ​ສອງ.

17ຫລັງຈາກນັ້ນ ເຕັນນັດພົບ ແລະ ຄ້າຍພັກ​ຂອງ​ຄົນ​ເລວີ​ຈະ​ຕັ້ງ​ຢູ່​ກາງ​ຂອງ​ຄ້າຍພັກ​ຕ່າງໆ. ພວກເຂົາ​ຈະ​ອອກ​ເດີນທາງ​ຕາມ​ລຳດັບ​ດຽວ​ກັນ​ກັບ​ທີ່​ພວກເຂົາ​ຕັ້ງ​ຄ້າຍພັກ, ແຕ່​ລະ​ກອງ​ຢູ່​ໃນ​ຕຳແໜ່ງ​ຂອງ​ຕົນ​ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ຕົນ.

18ດ້ານ​ຕາເວັນ​ຕົກ​ຈະ​ເປັນ: ກອງ​ຂອງ​ຄ້າຍພັກ​ຂອງ​ເອຟຣາອິມ ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ພວກເຂົາ. ຜູ້ນຳ​ປະຊາຊົນ​ຂອງ​ເອຟຣາອິມ​ແມ່ນ​ເອລີຊາມາ ລູກຊາຍ​ຂອງ​ອາມມີຮູດ.

19ກອງ​ຂອງ​ລາວ​ມີ​ຈຳນວນ 40.500 ຄົນ.

20ເຜົ່າ​ມານາເຊ​ຈະ​ຢູ່​ຖັດ​ຈາກ​ພວກເຂົາ. ຜູ້ນຳ​ປະຊາຊົນ​ຂອງ​ມານາເຊ​ແມ່ນ​ກາມາລີເອນ ລູກຊາຍ​ຂອງ​ເປດາຊູ. 21ກອງ​ຂອງ​ລາວ​ມີ​ຈຳນວນ 32.200 ຄົນ.

22ຕໍ່​ມາ​ແມ່ນ​ເຜົ່າ​ເບັນຢາມິນ. ຜູ້ນຳ​ປະຊາຊົນ​ຂອງ​ເບັນຢາມິນ​ແມ່ນ​ອາບີດານ ລູກຊາຍ​ຂອງ​ກີເດໂອນີ. 23ກອງ​ຂອງ​ລາວ​ມີ​ຈຳນວນ 35.400 ຄົນ.

24ຜູ້ຊາຍ​ທັງໝົດ​ທີ່​ຖືກ​ມອບ​ໃຫ້​ແກ່​ເຜົ່າ​ເອຟຣາອິມ​ຕາມ​ກອງ​ຂອງ​ພວກເຂົາ, ມີ​ຈຳນວນ 108.100 ຄົນ. ພວກເຂົາ​ຈະ​ອອກ​ເດີນທາງ​ເປັນ​ກອງ​ທີ​ສາມ.

25ດ້ານ​ເໜືອ​ຈະ​ເປັນ: ກອງ​ຄ້າຍພັກ​ຂອງ​ດານ​ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ພວກເຂົາ. ຜູ້ນຳ​ປະຊາຊົນ​ຂອງ​ດານ​ແມ່ນ​ອາຮີເອເຊ ລູກຊາຍ​ຂອງ​ອຳມີຊັດດາຍ.

26ກອງ​ຂອງ​ລາວ​ມີ​ຈຳນວນ 62.700 ຄົນ.

27ເຜົ່າ​ອາເຊ​ຈະ​ຕັ້ງ​ຄ້າຍ​ຖັດ​ຈາກ​ພວກເຂົາ. ຜູ້ນຳ​ປະຊາຊົນ​ຂອງ​ອາເຊ​ແມ່ນ​ປາກີເອນ ລູກຊາຍ​ຂອງ​ອົກກະຣັນ. 28ກອງ​ຂອງ​ລາວ​ມີ​ຈຳນວນ 41.500 ຄົນ.

29ຕໍ່​ມາ​ແມ່ນ​ເຜົ່າ​ເນັບທາລີ. ຜູ້ນຳ​ປະຊາຊົນ​ຂອງ​ເນັບທາລີ​ແມ່ນ​ອາຮີຣາ ລູກຊາຍ​ຂອງ​ເອນານ. 30ກອງ​ຂອງ​ລາວ​ມີ​ຈຳນວນ 53.400 ຄົນ.

31ຜູ້ຊາຍ​ທັງໝົດ​ທີ່​ທີ່​ຖືກ​ມອບ​ໃຫ້​ແກ່​ເຜົ່າ​ດານ​ມີ​ຈຳນວນ 157.600 ຄົນ. ພວກເຂົາ​ຈະ​ອອກ​ເດີນທາງ​ເປັນ​ກອງ​ສຸດທ້າຍ, ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ພວກເຂົາ.

32ທັງໝົດ​ນີ້​ຄື​ຄົນ​ອິດສະຣາເອນ, ນັບ​ຕາມ​ຄອບຄົວ​ຂອງ​ພວກເຂົາ. ຜູ້ຊາຍ​ທັງໝົດ​ທີ່​ຢູ່​ໃນ​ຄ້າຍພັກ ຕາມ​ກອງ​ຂອງ​ພວກເຂົາ​ມີ​ຈຳນວນ 603.550 ຄົນ. 33ແຕ່​ບໍ່​ໄດ້​ນັບ​ຄົນ​ເລວີ​ລວມ​ເຂົ້າ​ກັບ​ຄົນ​ອິດສະຣາເອນ​ອື່ນໆ, ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ.

34ດັ່ງນັ້ນ ຄົນ​ອິດສະຣາເອນ​ຈຶ່ງ​ໄດ້​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ; ນັ້ນ​ຄື​ວິທີ​ທີ່​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ພາຍໃຕ້​ທຸງ​ປະຈຳ​ກອງ​ຂອງ​ພວກເຂົາ ແລະ ນັ້ນ​ຄື​ວິທີ​ທີ່​ພວກເຂົາ​ກຳນົດ​ໄວ້, ພວກເຂົາ​ແຕ່ລະຄົນ​ແມ່ນ​ໄປ​ກັບ​ຕະກຸນ ແລະ ຄອບຄົວ​ຂອງ​ພວກເຂົາ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]