1When Moses finished setting up the tabernacle, he anointed and dedicated it and all its furnishings, the altar and all its utensils, anointing and dedicating them.OLCVເມື່ອໂມເຊສ້າງຫໍເຕັນຂຶ້ນສຳເລັດແລ້ວ, ເພິ່ນກໍໄດ້ເຈີມ ແລະ ໄດ້ຖວາຍຫໍເຕັນ ແລະ ເຄື່ອງໃຊ້ຕ່າງໆປະຈຳຫໍເຕັນ. ເພິ່ນຍັງໄດ້ເຈີມ ແລະ ໄດ້ຖວາຍແທ່ນບູຊາ ແລະ ເຄື່ອງໃຊ້ທຸກຢ່າງສຳລັບແທ່ນບູຊານັ້ນ.
2Then Israel's leaders—heads of their fathers' houses, the tribal leaders in charge of the census—brought an offering.OLCVຫລັງຈາກນັ້ນບັນດາຜູ້ນຳຂອງອິດສະຣາເອນ, ບັນດາຫົວໜ້າຄອບຄົວຜູ້ນຳຂອງເຜົ່າຜູ້ຮັບຜິດຊອບພວກທີ່ໄດ້ຂຶ້ນທະບຽນໄວ້ແລ້ວນັ້ນ, ກໍໄດ້ເຮັດການຖວາຍ.
3They brought their offering before our Father: six covered wagons, twelve oxen—a wagon per two leaders, an ox for each—then presented them before the tabernacle.OLCVພວກເຂົານຳກວຽນຫົກລຳ ແລະ ງົວສິບສອງໂຕເດີນທາງມາເພື່ອຖວາຍຕໍ່ໜ້າພຣະເຈົ້າຢາເວ ງົວໜຶ່ງໂຕຈາກຜູ້ນຳໜຶ່ງຄົນ ແລະ ຜູ້ນຳສອງຄົນຕໍ່ກວຽນໜຶ່ງລຳ. ພວກເຂົານຳເຄື່ອງເຫລົ່ານີ້ມາຖວາຍຕໍ່ໜ້າຫໍເຕັນ.
4And our Father said to Moses,OLCVພຣະເຈົ້າຢາເວກ່າວແກ່ໂມເຊວ່າ,
5"Take these from them for the tent of meeting's service; give them to the Levites, each according to his service."OLCV“ຈົ່ງຮັບເອົາເຄື່ອງເຫລົ່ານີ້ຈາກພວກເຂົາ, ເພື່ອຈະນຳໃຊ້ໃນວຽກງານທີ່ເຕັນນັດພົບ. ຈົ່ງມອບເຄື່ອງເຫລົ່ານັ້ນໃຫ້ຄົນເລວີໄວ້ໃຊ້ຕາມຄວາມຕ້ອງການຂອງພວກເຂົາ”.
6So Moses took the wagons and the oxen and gave them to the Levites.OLCVດັ່ງນັ້ນໂມເຊຈຶ່ງຮັບເອົາກວຽນ ແລະ ງົວເຫລົ່ານັ້ນແລ້ວເອົາໄປມອບໃຫ້ຄົນເລວີ.
7Two wagons and four oxen he gave to the sons of Gershon, according to their service.OLCVເພິ່ນໄດ້ມອບກວຽນສອງລຳ ແລະ ງົວສີ່ໂຕໃຫ້ຊາວເກໂຊນ ຕາມຄວາມຕ້ອງການໃນວຽກງານຂອງພວກເຂົາ,
8He gave four wagons and eight oxen to Merari's sons, for their service, under Ithamar son of Aaron the priest.OLCVແລະ ເພິ່ນໄດ້ມອບກວຽນສີ່ລຳພ້ອມງົວແປດໂຕແກ່ຊາວເມຣາຣີ, ຕາມຄວາມຕ້ອງການໃນວຽກງານຂອງພວກເຂົາ. ພວກເຂົາທັງໝົດຢູ່ພາຍໃຕ້ການຊີ້ນຳຂອງປະໂລຫິດອີທາມາລູກຊາຍຂອງອາໂຣນ.
9To the sons of Kohath he gave none, since the holy things' service was theirs—carried on the shoulder.OLCVແຕ່ໂມເຊບໍ່ໄດ້ມອບສິ່ງໃດໃຫ້ແກ່ຄົນໂກຮາດ, ເພາະພວກເຂົາຈະຕ້ອງແບກເຄື່ອງໃຊ້ສັກສິດດ້ວຍບ່າຂອງພວກເຂົາ, ຕາມທີ່ພວກເຂົາຮັບຜິດຊອບ.
10On the day the altar was anointed, the leaders brought its dedication offering; the leaders brought their offering before the altar.OLCVເມື່ອແທ່ນບູຊາຖືກເຈີມແລ້ວ, ບັນດາຜູ້ນຳກໍເອົາເຄື່ອງຖວາຍເພື່ອການອຸທິດຕົນມາຍັງແທ່ນບູຊາ ແລະ ຖວາຍເຄື່ອງເຫລົ່ານັ້ນຕໍ່ໜ້າແທ່ນບູຊາ.
11And our Father said to Moses, "Each day one leader is to bring his offering for the altar's dedication."OLCVເພາະພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ແຕ່ລະວັນໃຫ້ຜູ້ນຳຄົນໜຶ່ງນຳເອົາເຄື່ອງຖວາຍຂອງຕົນມາເພື່ອເປັນການອຸທິດຖວາຍແທ່ນບູຊາ”.
12Nahshon son of Amminadab, of Judah's tribe, presented his offering on the first day.OLCVຜູ້ທີ່ໄດ້ນຳເອົາເຄື່ອງຖວາຍຂອງຕົນເຂົ້າມາໃນມື້ທຳອິດແມ່ນນາໂຊນລູກຊາຍຂອງອຳມີນາດາບແຫ່ງເຜົ່າຢູດາ.
13His offering: one silver plate, about three and a quarter pounds, and one silver basin, about one and three-quarter pounds, both filled with fine flour mixed with oil for a grain offering.OLCVເຄື່ອງຖວາຍຂອງລາວມີຄື: ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ ແລະ ຖ້ວຍເງິນໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມເຊເຂວຂອງສະຖານນະມັດສະການ, ແຕ່ລະຢ່າງບັນຈຸແປ້ງລະອຽດປະສົມນ້ຳມັນເພື່ອເປັນການຖວາຍພືດພັນເປັນເມັດ;
14One gold dish weighing about four ounces, full of incense;OLCVຈານຄຳໜຶ່ງໃບໜັກປະມານ 110 ກຣາມ, ບັນຈຸເຄື່ອງຫອມ;
15one young bull, one ram, and one male lamb a year old, for a burnt offering;OLCVງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ ແລະ ລູກແກະຜູ້ໜຶ່ງໂຕອາຍຸໜຶ່ງປີສຳລັບເປັນເຄື່ອງເຜົາບູຊາ;
16one male goat for a sin offering;OLCVແບ້ຜູ້ໜຶ່ງໂຕເປັນເຄື່ອງຖວາຍໄຖ່ບາບ;
17for the peace offering: two oxen, five rams, five male goats, five year-old male lambs. This was Nahshon son of Amminadab's offering.OLCVງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະຜູ້ອາຍຸໜຶ່ງປີຫ້າໂຕ ເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ. ນີ້ຄືເຄື່ອງຖວາຍຈາກນາໂຊນລູກຊາຍຂອງອຳມີນາດາບ.
18On the second day Nethanel son of Zuar, the leader of Issachar, presented an offering.OLCVມື້ທີສອງ ເນທາເນນລູກຊາຍຂອງຊູອາ, ຜູ້ນຳຂອງເຜົ່າອິດຊາຄາ, ໄດ້ນຳເອົາເຄື່ອງຖວາຍຂອງຕົນມາຖວາຍ.
19His offering: one silver plate weighing about three and a quarter pounds, one silver bowl weighing about one and three-quarter pounds, both filled with fine flour mixed with oil for a grain offering.OLCVເຄື່ອງຖວາຍທີ່ລາວໄດ້ນຳມາມີຄື: ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ, ຖ້ວຍເງິນໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມເຊເຂວຂອງສະຖານສັກສິດ, ແຕ່ລະຢ່າງບັນຈຸແປ້ງລະອຽດປະສົມນ້ຳມັນເພື່ອເປັນການຖວາຍພືດພັນເປັນເມັດ;
20One gold dish weighing about four ounces, full of incense;OLCVຈານຄຳໜຶ່ງໃບໜັກປະມານ 110 ກຣາມ ບັນຈຸເຄື່ອງຫອມ;
21one young bull, one ram, and one male lamb a year old, for a burnt offering;OLCVງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ ແລະ ລູກແກະຜູ້ອາຍຸໜຶ່ງປີໜຶ່ງໂຕ ເພື່ອເປັນເຄື່ອງເຜົາບູຊາ;
22one male goat for a sin offering;OLCVແບ້ຜູ້ໜຶ່ງໂຕເປັນເຄື່ອງຖວາຍໄຖ່ບາບ;
23for the peace offering: two oxen, five rams, five male goats, five year-old male lambs. This was Nethanel son of Zuar's offering.OLCVງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ. ນີ້ຄືເຄື່ອງຖວາຍຈາກເນທາເນນລູກຊາຍຂອງຊູອາ.
24On the third day it was Eliab son of Helon, the leader of the sons of Zebulun.OLCVມື້ທີສາມ, ເອລີອາບລູກຊາຍຂອງເຮໂລນ, ຜູ້ນຳປະຊາຊົນຂອງເຜົ່າເຊບູໂລນ, ໄດ້ນຳເອົາເຄື່ອງຖວາຍຂອງລາວມາ.
25His offering: one silver plate weighing about three and a quarter pounds, one silver basin weighing about one and three-quarter pounds, both full of fine flour mixed with oil for a grain offering;OLCVເຄື່ອງຖວາຍຂອງລາວມີຄື: ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ, ຖ້ວຍເງິນໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມເຊເຂວຂອງສະຖານສັກສິດ, ແຕ່ລະຢ່າງບັນຈຸແປ້ງລະອຽດປະສົມນ້ຳມັນເພື່ອເປັນການຖວາຍພືດພັນເປັນເມັດ;
26one gold dish weighing about four ounces, full of incense;OLCVຈານຄຳໜຶ່ງໃບໜັກປະມານ 110 ກຣາມບັນຈຸເຄື່ອງຫອມ,
27one young bull, one ram, and one male lamb a year old, for a burnt offering;OLCVງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ, ລູກແກະຜູ້ອາຍຸໜຶ່ງປີໜຶ່ງໂຕ ເພື່ອເປັນເຄື່ອງເຜົາບູຊາ;
28one male goat for a sin offering;OLCVແບ້ຜູ້ໜຶ່ງໂຕເປັນເຄື່ອງຖວາຍໄຖ່ບາບ;
29for the peace offering sacrifice: two oxen, five rams, five male goats, five male lambs a year old. This was Eliab son of Helon's offering.OLCVງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ. ນີ້ຄືເຄື່ອງຖວາຍຈາກເອລີອາບລູກຊາຍຂອງເຮໂລນ.
30On the fourth day it was Elizur son of Shedeur, the leader of the sons of Reuben.OLCVມື້ທີສີ່ ເອລີຊູລູກຊາຍຂອງເຊເດອຸເຣຜູ້ນຳປະຊາຊົນເຜົ່າຣູເບັນ, ໄດ້ນຳເຄື່ອງຖວາຍຂອງລາວມາ.
31His offering: one silver plate, about three and a quarter pounds, and one silver basin, about one and three-quarter pounds—both full of fine flour mixed with oil for a grain offering.OLCVເຄື່ອງຖວາຍຂອງລາວມີຄື: ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ, ຖ້ວຍເງິນສຳລັບຊິດເລືອດໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມມາດຕາຊັ່ງຂອງສະຖານສັກສິດ, ແຕ່ລະຢ່າງເຕັມດ້ວຍແປ້ງລະອຽດປະສົມນ້ຳມັນໝາກກອກເພື່ອເປັນການຖວາຍພືດພັນເປັນເມັດ;
32One gold dish weighing about four ounces, full of incense;OLCVຈານຄຳໜຶ່ງໃບໜັກປະມານ 110 ກຣາມເຕັມດ້ວຍເຄື່ອງຫອມ;
33one young bull, one ram, and one male lamb a year old, for a burnt offering;OLCVງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ ລູກແກະໂຕຜູ້ອາຍຸໜຶ່ງປີໜຶ່ງໂຕສຳລັບເປັນເຄື່ອງເຜົາບູຊາ;
34one male goat for a sin offering;OLCVແບ້ຜູ້ໂຕໜຶ່ງເປັນເຄື່ອງຖວາຍໄຖ່ບາບ;
35and for the peace offering sacrifice: two oxen, five rams, five male goats, five male lambs a year old. This was Elizur son of Shedeur's offering.OLCVງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີຫ້າໂຕເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ. ນີ້ຄືເຄື່ອງຖວາຍຈາກເອລີຊູລູກຊາຍຂອງເຊເດອູເຣ.
36On the fifth day it was Shelumiel son of Zurishaddai, the leader of the sons of Simeon.OLCVມື້ທີຫ້າ ເຊລູມີເອນລູກຊາຍຂອງຊູຣິດຊັດດາຍ, ຜູ້ນຳປະຊາຊົນເຜົ່າຊີເມໂອນ, ໄດ້ນຳເອົາເຄື່ອງຖວາຍຂອງຕົນມາ.
37His offering: one silver plate, about three and a quarter pounds, one silver basin, about one and three-quarter pounds, both full of fine flour mixed with oil for a grain offering.OLCVເຄື່ອງຖວາຍຂອງລາວມີຄື: ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ ແລະ ຖ້ວຍເງິນສຳລັບຊິດເລືອດໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມມາດຕາຊັ່ງຂອງສະຖານສັກສິດ, ແຕ່ລະຢ່າງເຕັມດ້ວຍແປ້ງລະອຽດປະສົມນ້ຳມັນໝາກກອກເພື່ອເປັນການຖວາຍພືດພັນເປັນເມັດ;
38One gold dish weighing about four ounces, full of incense;OLCVຈານຄຳໜຶ່ງໃບໜັກປະມານ 110 ກຣາມເຕັມດ້ວຍເຄື່ອງຫອມ;
39one young bull, one ram, and one male lamb a year old, for a burnt offering;OLCVງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ ລູກແກະຜູ້ອາຍຸໜຶ່ງປີໂຕໜຶ່ງເພື່ອເປັນເຄື່ອງເຜົາບູຊາ;
40one male goat for a sin offering;OLCVແບ້ຜູ້ໂຕໜຶ່ງເປັນເຄື່ອງຖວາຍໄຖ່ບາບ;
41for the sacrifice of peace offerings: two oxen, five rams, five male goats, five year-old male lambs. This was Shelumiel son of Zurishaddai's offering.OLCVແລະ ງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ. ນີ້ຄືເຄື່ອງຖວາຍຈາກເຊລູມີເອນລູກຊາຍຂອງຊູຣິດຊັດດາຍ.
42On the sixth day it was Eliasaph son of Deuel, the leader of the sons of Gad.OLCVມື້ທີຫົກ ເອລີອາສັບລູກຊາຍຂອງດູເອນຜູ້ນຳປະຊາຊົນຂອງເຜົ່າກາດ, ໄດ້ນຳເອົາເຄື່ອງຖວາຍຂອງຕົນມາ.
43His offering was one silver plate, about three and a quarter pounds, and one silver basin, about one and three-quarter pounds, both filled with fine flour mixed with oil for a grain offering.OLCVເຄື່ອງຖວາຍຂອງລາວມີຄື: ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ, ຖ້ວຍເງິນໜຶ່ງໃບສຳລັບຊິດເລືອດໜັກປະມານ 800 ກຣາມ; ທັງສອງອີງຕາມມາດຕາຊັ່ງຂອງສະຖານສັກສິດ, ແຕ່ລະຢ່າງເຕັມດ້ວຍແປ້ງລະອຽດປະສົມນ້ຳມັນເພື່ອເປັນການຖວາຍພືດພັນເປັນເມັດ.
44One gold dish weighing about four ounces, full of incense;OLCVຈານຄຳໜຶ່ງໃບໜັກປະມານ 110 ກຣາມເຕັມດ້ວຍເຄື່ອງຫອມ;
45one young bull, one ram, and one male lamb a year old, for a burnt offering;OLCVງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ, ລູກແກະຜູ້ອາຍຸໜຶ່ງປີໜຶ່ງໂຕເພື່ອເປັນເຄື່ອງເຜົາບູຊາ;
46one male goat for a sin offering;OLCVແບ້ຜູ້ໜຶ່ງໂຕເພື່ອເປັນເຄື່ອງຖວາຍໄຖ່ບາບ;
47for the peace offering: two oxen, five rams, five male goats, five male yearling lambs. This was Eliasaph son of Deuel's offering.OLCVງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ. ນີ້ຄືເຄື່ອງຖວາຍຈາກເອລີອາສັບລູກຊາຍຂອງດູເອນ.
48On the seventh day it was Elishama son of Ammihud, the leader of the sons of Ephraim.OLCVມື້ທີເຈັດເອລີຊາມາລູກຊາຍຂອງອາມມີຮຸດ, ຜູ້ນຳປະຊາຊົນຂອງເຜົ່າເອຟຣາອິມ, ໄດ້ນຳເອົາເຄື່ອງຖວາຍຂອງຕົນມາ.
49His offering: one silver plate, about three and a quarter pounds, and one silver basin, about one and three-quarter pounds, both filled with fine flour mixed with oil for a grain offering;OLCVເຄື່ອງຖວາຍຂອງລາວມີຄື: ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ, ຖ້ວຍເງິນໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມມາດຕາຊັ່ງຂອງສະຖານສັກສິດ, ແຕ່ລະຢ່າງເຕັມດ້ວຍແປ້ງລະອຽດປະສົມນ້ຳມັນໝາກກອກເພື່ອເປັນການຖວາຍພືດພັນເປັນເມັດ.
50one gold dish weighing about four ounces, full of incense;OLCVຈານຄຳໜຶ່ງໃບໜັກປະມານ 110 ກຣາມເຕັມດ້ວຍເຄື່ອງຫອມ;
51one young bull, one ram, and one male lamb a year old, for a burnt offering;OLCVງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ, ລູກແກະໂຕຜູ້ອາຍຸໜຶ່ງປີໂຕໜຶ່ງເພື່ອເປັນເຄື່ອງເຜົາບູຊາ;
52one male goat for a sin offering;OLCVແບ້ຜູ້ໜຶ່ງໂຕເພື່ອເປັນເຄື່ອງຖວາຍໄຖ່ບາບ;
53for the sacrifice of peace offerings: two oxen, five rams, five male goats, five male lambs a year old. This was Elishama son of Ammihud's offering.OLCVງົວເຖິກສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ. ນີ້ຄືເຄື່ອງຖວາຍຈາກເອລີຊາມາລູກຊາຍຂອງອາມມີຮຸດ.
54On the eighth day it was Gamaliel son of Pedahzur, the leader of the sons of Manasseh.OLCVມື້ທີແປດ ກາມາລີເອນລູກຊາຍຂອງເປດາຊູ, ຜູ້ນຳປະຊາຊົນເຜົ່າມານາເຊ, ໄດ້ນຳເອົາເຄື່ອງຖວາຍຂອງຕົນມາ.
55His offering: one silver plate, about three and a quarter pounds, and one silver basin, about one and three-quarter pounds, both full of fine flour mixed with oil for a grain offering.OLCVເຄື່ອງຖວາຍຂອງລາວມີຄື: ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ ຖ້ວຍເງິນໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມມາດຕາຊັ່ງຂອງສະຖານສັກສິດ; ແຕ່ລະຢ່າງເຕັມດ້ວຍແປ້ງລະອຽດປະສົມນ້ຳມັນໝາກກອກເພື່ອເປັນການຖວາຍພືດພັນເປັນເມັດ;
56One gold dish weighing about four ounces, full of incense;OLCVຈານຄຳໜຶ່ງໃບໜັກປະມານ 110 ກຣາມເຕັມດ້ວຍເຄື່ອງຫອມ;
57one young bull, one ram, and one male lamb a year old, for a burnt offering;OLCVງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ, ລູກແກະໂຕຜູ້ອາຍຸໜຶ່ງປີໜຶ່ງໂຕເພື່ອເປັນເຄື່ອງເຜົາບູຊາ.
58one male goat for a sin offering;OLCVແບ້ຜູ້ໜຶ່ງໂຕເປັນເຄື່ອງຖວາຍໄຖ່ບາບ;
59for the peace offering: two oxen, five rams, five male goats, five year-old male lambs. Offering of Gamaliel son of Pedahzur.OLCVງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ. ນີ້ຄືເຄື່ອງຖວາຍຈາກກາມາລີເອນລູກຊາຍຂອງເປດາຊູ.
60On the ninth day it was Abidan son of Gideoni, the leader of the sons of Benjamin.OLCVມື້ທີເກົ້າ ອາບີດານລູກຊາຍຂອງກີເດໂອນີ, ຜູ້ນຳປະຊາຊົນຂອງເຜົ່າເບັນຢາມິນ, ໄດ້ນຳເອົາເຄື່ອງຖວາຍຂອງຕົນມາ.
61His offering: one silver plate, about three and a quarter pounds, one silver basin, about one and three-quarter pounds, both full of fine flour mixed with oil for a grain offering.OLCVເຄື່ອງຖວາຍຂອງລາວມີຄື: ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ, ຖ້ວຍເງິນໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມມາດຕາຊັ່ງຂອງສະຖານສັກສິດ, ແຕ່ລະຢ່າງເຕັມດ້ວຍແປ້ງລະອຽດປະສົມນ້ຳມັນໝາກກອກເພື່ອເປັນການຖວາຍພືດພັນເປັນເມັດ;
62One gold dish weighing about four ounces, full of incense;OLCVຈານຄຳໜຶ່ງໃບໜັກປະມານ 110 ກຣາມເຕັມດ້ວຍເຄື່ອງຫອມ;
63one young bull, one ram, and one male lamb a year old, for a burnt offering;OLCVງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ ແລະ ລູກແກະຜູ້ອາຍຸໜຶ່ງປີໜຶ່ງໂຕເພື່ອເປັນເຄື່ອງເຜົາບູຊາ
64one male goat for a sin offering;OLCVແບ້ໂຕຜູ້ໜຶ່ງໂຕເປັນເຄື່ອງຖວາຍໄຖ່ບາບ;
65for the peace-offering sacrifice: two oxen, five rams, five male goats, five yearling male lambs. This was Abidan son of Gideoni's offering.OLCVງົວຜູ້ສອງໂຕ, ແກະຜູ້ຫ້າໂຕ ແບ້ຜູ້ຫ້າໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ. ນີ້ຄືເຄື່ອງຖວາຍຈາກອາບີດານລູກຊາຍຂອງກີເດໂອນີ.
66On the tenth day it was Ahiezer son of Ammishaddai, the leader of the sons of Dan.OLCVມື້ທີສິບ ອາຮີເອເຊລູກຊາຍຂອງອຳມີຊັດດາຍ, ຜູ້ນຳປະຊາຊົນຂອງເຜົ່າດານ, ໄດ້ນຳເອົາເຄື່ອງຖວາຍຂອງຕົນມາ.
67His offering: one silver plate weighing about three and a quarter pounds, one silver basin weighing about one and three-quarter pounds, both full of fine flour mixed with oil for a grain offering.OLCVເຄື່ອງຖວາຍຂອງລາວມີຄື: ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ ຖ້ວຍເງິນໜຶ່ງໃບໜັກປະມານ 800 ກຣາມ ແຕ່ລະຢ່າງເຕັມດ້ວຍແປ້ງເນື້ອລະອຽດປະສົມນ້ຳມັນໝາກກອກເພື່ອເປັນການຖວາຍພືດພັນເປັນເມັດ;
68One gold dish weighing about four ounces, full of incense;OLCVຈານຄຳໜຶ່ງໃບໜັກປະມານ 110 ກຣາມບັນຈຸເຄື່ອງຫອມ;
69one young bull, one ram, and one male lamb a year old, for a burnt offering;OLCVງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ ລູກແກະໂຕຜູ້ອາຍຸໜຶ່ງປີໜຶ່ງໂຕເພື່ອເປັນເຄື່ອງເຜົາບູຊາ
70one male goat for a sin offering;OLCVແບ້ຜູ້ໜຶ່ງໂຕເພື່ອເປັນເຄື່ອງຖວາຍໄຖ່ບາບ;
71for the peace-offering sacrifice: two oxen, five rams, five male goats, five male year-old lambs. This was Ahiezer son of Ammishaddai's offering.OLCVແລະ ງົວຜູ້ສອງໂຕ ແກະຜູ້ຫ້າໂຕ ແບ້ຜູ້ຫ້າໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ. ນີ້ຄືເຄື່ອງຖວາຍຈາກອາຮີເອເຊລູກຊາຍຂອງອຳມີຊັດດາຍ.
72On the eleventh day it was Pagiel son of Ochran, the leader of the sons of Asher.OLCVມື້ທີສິບເອັດ ປາກີເອນລູກຊາຍຂອງອົກກະຣັນ, ຜູ້ນຳປະຊາຊົນເຜົ່າອາເຊ, ໄດ້ນຳເອົາເຄື່ອງຖວາຍຂອງຕົນມາ.
73He offered a silver plate, about three and a quarter pounds, and a silver basin, about one and three-quarter pounds, both filled with fine flour mixed with oil for a grain offering;OLCVເຄື່ອງຖວາຍຂອງລາວມີຄື: ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ ຖ້ວຍເງິນໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມມາດຕາຊັ່ງຂອງສະຖານສັກສິດ, ແຕ່ລະຢ່າງເຕັມດ້ວຍແປ້ງລະອຽດປະສົມນ້ຳມັນໝາກກອກເພື່ອເປັນການຖວາຍພືດພັນເປັນເມັດ;
74one gold dish weighing about four ounces, full of incense;OLCVຈານຄຳໜຶ່ງໃບໜັກປະມານ 110 ກຣາມ, ເຕັມດ້ວຍເຄື່ອງຫອມ;
75one young bull, one ram, and one male lamb a year old, for a burnt offering;OLCVງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີໜຶ່ງໂຕເພື່ອເປັນເຄື່ອງເຜົາບູຊາ;
76one male goat for a sin offering;OLCVແບ້ຜູ້ໜຶ່ງໂຕເພື່ອເປັນເຄື່ອງຖວາຍໄຖ່ບາບ;
77and for the sacrifice of peace offerings: two oxen, five rams, five male goats, five male lambs a year old. The offering of Pagiel son of Ochran.OLCVງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ. ນີ້ຄືເຄື່ອງຖວາຍຈາກປາກີເອນລູກຊາຍຂອງອົກກະຣັນ.
78On the twelfth day it was Ahira son of Enan, the leader of the sons of Naphtali.OLCVມື້ທີສິບສອງ ອາຮີຣາລູກຊາຍຂອງເອນານ, ຜູ້ນຳປະຊາຊົນເຜົ່າເນັບທາລີ, ໄດ້ນຳເອົາເຄື່ອງຖວາຍຂອງຕົນມາ.
79His offering: one silver plate, about three and a quarter pounds, and one silver basin, about one and three-quarter pounds, both filled with fine flour mixed with oil for a grain offering.OLCVເຄື່ອງຖວາຍຂອງລາວມີຄື: ຈານເງິນໜຶ່ງໃບໜັກປະມານ 1.500 ກຣາມ, ຖ້ວຍເງິນໜຶ່ງໃບໜັກປະມານ 800 ກຣາມ, ທັງສອງອີງຕາມມາດຕາຊັ່ງຂອງສະຖານສັກສິດ, ແຕ່ລະຢ່າງເຕັມດ້ວຍແປ້ງລະອຽດປະສົມນ້ຳມັນໝາກກອກເພື່ອເປັນການຖວາຍພືດພັນເປັນເມັດ;
80One gold dish weighing about four ounces, full of incense;OLCVຈານຄຳໜຶ່ງໃບໜັກປະມານ 110 ກຣາມເຕັມດ້ວຍເຄື່ອງຫອມ;
81one young bull, one ram, and one male lamb a year old, for a burnt offering;OLCVງົວຜູ້ໜຸ່ມໜຶ່ງໂຕ, ແກະຜູ້ໜຶ່ງໂຕ, ລູກແກະໂຕຜູ້ອາຍຸໜຶ່ງປີໜຶ່ງໂຕເພື່ອເປັນເຄື່ອງເຜົາບູຊາ;
82one male goat for a sin offering;OLCVແບ້ຜູ້ໜຶ່ງໂຕເພື່ອເປັນເຄື່ອງຖວາຍໄຖ່ບາບ;
83and for the peace-offering sacrifice: two oxen, five rams, five male goats, five male lambs a year old. Ahira son of Enan's offering.OLCVແລະ ງົວຜູ້ສອງໂຕ, ແກະຜູ້ຫ້າໂຕ, ແບ້ຜູ້ຫ້າໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີຫ້າໂຕເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ. ນີ້ຄືເຄື່ອງຖວາຍຈາກອາຮີຣາລູກຊາຍຂອງເອນານ.
84This was the altar's dedication offering when it was anointed, from Israel's leaders: twelve silver plates, twelve silver basins, twelve gold dishes.OLCVສິ່ງເຫລົ່ານີ້ຄືເຄື່ອງຖວາຍຈາກບັນດາຜູ້ນຳອິດສະຣາເອນ ເພື່ອມອບຖວາຍແທ່ນບູຊາເມື່ອແທ່ນບູຊາໄດ້ຮັບການເຈີມຄື: ຈານເງິນສິບສອງໃບ, ຖ້ວຍເງິນສິບສອງໃບ ແລະ ຈານຄຳສິບສອງໃບ.
85Each silver plate weighed about three and a quarter pounds, each basin about one and three-quarter pounds; all the silver of the vessels totaled about sixty pounds.OLCVຈານເງິນແຕ່ລະໃບໜັກປະມານ 130 ເຊເຂວ, ຖ້ວຍເງິນສຳລັບຊິດເລືອດແຕ່ລະໃບໜັກປະມານ 70 ເຊເຂວ, ລວມແລ້ວໜັກປະມານ 28 ກິໂລກຣາມ, ອີງຕາມອັດຕາຊັ່ງຂອງສະຖານນະມັດສະການ.
86The twelve gold dishes full of incense weighed about four ounces each; all the gold totaled about three pounds.OLCVຈານຄຳສິບສອງໃບເຕັມດ້ວຍເຄື່ອງຫອມ ແຕ່ລະໃບໜັກປະມານ 10 ເຊເຂວ, ຕາມອັດຕາຊັ່ງຂອງສະຖານນະມັດສະການ. ລວມແລ້ວຖ້ວຍຄຳໜັກປະມານ 120 ເຊເຂວ.
87All the cattle for the burnt offering: twelve bulls, twelve rams, twelve year-old male lambs, with their grain offering; and twelve male goats for the sin offering.OLCVຈຳນວນສັດທັງໝົດທີ່ໃຊ້ເປັນເຄື່ອງເຜົາບູຊາທັງໂຕ ມີງົວເຖິກສິບສອງໂຕ, ແກະຜູ້ສິບສອງໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີສິບສອງໂຕພ້ອມດ້ວຍການຖວາຍພືດພັນເປັນເມັດ. ມີແບ້ຜູ້ສິບສອງໂຕເພື່ອເປັນເຄື່ອງບູຊາໄຖ່ບາບ.
88All the cattle for the peace offering sacrifices: twenty-four bulls, sixty rams, sixty male goats, sixty male year-old lambs. This was the altar's dedication offering, after it was anointed.OLCVສັດທີ່ໃຊ້ເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳທັງໝົດມີງົວຜູ້ 24 ໂຕ, ແກະຜູ້ 60 ໂຕ, ແບ້ຜູ້ 60 ໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີ 60 ໂຕ. ທັງໝົດນີ້ຄືເຄື່ອງຖວາຍເພື່ອມອບຖວາຍແທ່ນບູຊາຫລັງຈາກແທ່ນໄດ້ຮັບການເຈີມ.
89When Moses entered the tent of meeting to speak with our Father, he heard the voice speaking to him from above the mercy seat on the ark of the testimony, between the two cherubim—so our Father spoke with him.OLCVເມື່ອໂມເຊເຂົ້າໄປໃນເຕັນນັດພົບເພື່ອລົມກັບພຣະເຈົ້າຢາເວ, ເພິ່ນໄດ້ຍິນສຽງກ່າວກັບເພິ່ນຈາກທີ່ສະຖິດເທິງຝາຫີບພັນທະສັນຍາລະຫວ່າງເຄຣຸບທັງສອງ. ພຣະເຈົ້າຢາເວໄດ້ກ່າວກັບເພິ່ນຈາກທີ່ນັ້ນ.