Skip to content
The Believer's Library

Biblica® Open Lao Contemporary Version

Numbers 30 OLCV

Show OLCV only
Verse × ×
1 Moses told Israel's tribal heads: This is what our Father commanded. ໂມເຊ​ເວົ້າ​ກັບ​ບັນດາ​ຫົວໜ້າ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ​ວ່າ: “ພຣະເຈົ້າຢາເວ​ສັ່ງ​ດັ່ງນີ້​ຄື:
2 When a man vows a vow to our Father, or swears an oath binding himself with a pledge, he must not break his word; he must do all his mouth has spoken. ຜູ້ໃດ​ປະຕິຍານ​ຕໍ່​ພຣະເຈົ້າ​ຢາເວ ຫລື ອອກ​ປາກ​ສາບານ​ວ່າ​ຈະ​ເຮັດ​ສິ່ງ​ໃດ ກໍ​ຢ່າ​ຜິດ​ຄຳ​ປະຕິຍານ ແລະ ຕ້ອງ​ໃຫ້​ລາວ​ເຮັດ​ຕາມ​ທີ່​ເວົ້າ​ໄວ້​ທຸກ​ປະການ.
3 If a woman vows a vow to our Father and binds herself by a pledge while young, living in her father's house, “ຍິງ​ສາວ​ຄົນ​ໃດ​ທີ່​ຍັງ​ຢູ່​ໃນ​ປົກຄອງ​ຂອງ​ພໍ່ ແລະ ກ່າວ​ປະຕິຍານ​ຕໍ່​ພຣະເຈົ້າ​ຢາເວ ຫລື ກ່າວ​ຄຳສາບານ
4 when her father hears her vow and pledge binding her, and says nothing to her, all her vows and every pledge binding her stand. ແລະ ພໍ່​ຂອງ​ນາງ​ກໍ​ໄດ້​ຍິນ​ແຕ່​ບໍ່​ໄດ້​ກ່າວ​ສິ່ງໃດ​ຕໍ່​ນາງ, ແລ້ວ​ຄຳສາບານ​ທັງໝົດ ແລະ ທຸກ​ຄຳປະຕິຍານ​ຂອງ​ນາງ​ກໍ​ຍັງ​ຈະ​ມີ​ຜົນ​ຢູ່.
5 But if her father forbids her the day he hears, none of her vows or bonds she bound herself with will stand; our Father will forgive her, because her father forbade her. ແຕ່​ຖ້າ​ພໍ່​ຂອງ​ນາງ​ໄດ້​ຍິນ ແລະ ຫ້າມ​ຖື​ວ່າ​ຄຳສາບານ ຫລື ຄຳປະຕິຍານ​ບໍ່​ມີ​ຜົນ​ຫຍັງ; ພຣະເຈົ້າ​ຢາເວ​ອະໄພ​ໃຫ້​ແກ່ນາງ​ເພາະ​ພໍ່​ໄດ້​ຫ້າມ​ນາງ​ແລ້ວ.
6 If she marries while under her vows, or under a rash promise she has made, “ຖ້າ​ນາງ​ແຕ່ງງານ​ຫລັງ​ຈາກ​ທີ່​ໄດ້​ປະຕິຍານ ຫລື ກ່າວ​ຄຳສັນຍາ​ອອກ​ມາ​ໂດຍ​ບໍ່​ໄດ້​ຄິດ​ຖີ່ຖ້ວນ
7 and her husband hears of it and stays silent to her on the day he hears, her vows stand, and the bonds she bound herself with stand. ແລະ ພາຍຫລັງ​ຜົວ​ຂອງ​ນາງ​ຮູ້​ເຖິງ​ຄຳປະຕິຍານ​ນັ້ນ ແຕ່​ບໍ່​ໄດ້​ທັກທ້ວງ​ຫຍັງ, ຄຳ​ປະຕິຍານ ຫລື ຄຳສາບານ​ນັ້ນ​ກໍ​ຍັງ​ຄົງ​ມີ​ຜົນ​ຢູ່.
8 But if her husband forbids her the day he hears, he cancels the vow binding her and the rash promise she made; and our Father will forgive her. ເມື່ອ​ຜົວ​ຂອງ​ນາງ​ຫ້າມ​ເມື່ອ​ໄດ້​ຍິນ​ເລື່ອງ​ນັ້ນ, ຖືວ່າ​ລາວ​ລົບລ້າງ​ຄຳປະຕິຍານ ຫລື ຄຳສັນຍາ​ທີ່​ບໍ່​ໄດ້​ຄິດ​ຖີ່ຖ້ວນ​ຂອງ​ນາງ​ແລ້ວ ແລະ ພຣະເຈົ້າ​ຢາເວ​ກໍ​ຈະ​ປ່ອຍ​ນາງ​ໃຫ້​ເປັນ​ອິດສະຫລະ.
9 But a widow's or divorced woman's vow—everything she bound herself to—stands against her. “ແຕ່​ຄຳ​ປະຕິຍານ ຫລື ຄຳສາບານ​ຂອງ​ແມ່ໝ້າຍ​ທີ່​ຖືກ​ຢ່າຮ້າງ​ຈະ​ຍັງ​ມີ​ຜົນ​ບັງຄັບ.
10 If she vowed in her husband's house, or bound herself by a pledge under oath, “ຖ້າ​ຍິງ​ໃດ​ຍັງ​ຢູ່ກິນ​ກັບ​ຜົວ​ຂອງ​ຕົນ​ໄດ້​ປະຕິຍານ ຫລື ບັງຄັບ​ຕົນ​ເອງ​ໃນ​ການ​ລະເວັ້ນ​ຈາກ​ສິ່ງໃດ​ສິ່ງໜຶ່ງ
11 and her husband heard it, said nothing to her, and did not forbid her—so all her vows stand, and every pledge by which she bound herself stands. ແລະ ຜົວ​ຂອງ​ນາງ​ໄດ້​ຍິນ​ຄຳສາບານ​ນັ້ນ ແຕ່​ບໍ່​ໄດ້​ກ່າວ ແລະ ທັກທ້ວງ​ສິ່ງໃດ​ແກ່​ນາງ, ຫລັງຈາກນັ້ນ​ຄຳປະຕິຍານ ຫລື ຄຳສາບານ​ທັງໝົດ​ຂອງ​ນາງ ທີ່​ຈະ​ລະເວັ້ນ​ຈາກ​ສິ່ງໃດ​ສິ່ງໜຶ່ງ​ຍັງ​ຄົງ​ມີ​ຜົນ​ຢູ່.
12 But if her husband nullifies them the day he hears, nothing she said—her vows or the pledge binding her—will stand: he has nullified them, and our Father will forgive her. ແຕ່​ຖ້າ​ຜົວ​ຂອງ​ນາງ​ຫ້າມ​ເມື່ອ​ໄດ້​ຍິນ, ແລ້ວ​ຄຳປະຕິຍານ ຫລື ຄຳສາບານ​ທີ່​ອອກ​ຈາກ​ປາກ​ຂອງ​ນາງ​ກໍ​ຈະ​ບໍ່​ເປັນ​ຜົນ​ຫຍັງ. ຜົວ​ຂອງ​ນາງ​ໄດ້​ລົບລ້າງ​ສິ່ງ​ເຫລົ່ານັ້ນ​ແລ້ວ, ແລະ ພຣະເຈົ້າ​ຢາເວ​ຈະ​ຍົກໂທດ​ໃຫ້ແກ່​ນາງ.
13 Any vow and any binding oath to humble herself, her husband may confirm or nullify it. ຜົວ​ຂອງ​ນາງ​ອາດ​ຈະ​ຮັບຮອງ ຫລື ລົບລ້າງ​ທຸກ​ຄຳປະຕິຍານ​ທີ່​ນາງ​ໄດ້​ເຮັດ ຫລື ປະຕິເສດ​ທຸກ​ຄຳສາບານ​ກໍ​ໄດ້.
14 But if her husband stays silent to her from day to day, he confirms all her vows or obligations binding her; he confirms them, because he stayed silent to her on the day he heard them. ແຕ່​ຖ້າ​ຜົວ​ຂອງ​ນາງ​ບໍ່​ໄດ້​ເວົ້າ​ສິ່ງໃດ​ນັບ​ຕັ້ງ​ແຕ່​ວັນ​ທີ່​ລາວ​ໄດ້​ຍິນ ໃຫ້​ຖືວ່າ​ລາວ​ກໍ​ຮັບຮອງ​ຄຳປະຕິຍານ ຫລື ຄຳສາບານ​ທັງໝົດ​ທີ່​ກ່ຽວຂ້ອງ​ນາງ. ລາວ​ຮັບຮອງ​ເອົາ​ຄຳ​ເຫລົ່ານັ້ນ​ໂດຍ​ທີ່​ລາວ​ບໍ່​ໄດ້​ກ່າວ​ສິ່ງໃດ​ແກ່​ນາງ​ເມື່ອ​ລາວ​ໄດ້​ຍິນ​ກ່ຽວກັບ​ສິ່ງ​ເຫລົ່ານັ້ນ.
15 But if he nullifies them after he has heard them, then he will bear her guilt. ເຖິງຢ່າງໃດກໍຕາມ, ຖ້າ​ລາວ​ກ່າວ​ທັກທ້ວງ​ສິ່ງ​ເຫລົ່ານັ້ນ​ຕາມ​ພາຍຫລັງ, ແລ້ວ​ລາວ​ຈະ​ຕ້ອງ​ຮັບຜິດຊອບ​ຜົນຕາມມາ​ຂອງ​ການ​ກະທຳຜິດ​ຂອງ​ນາງ”.
16 These are the rules our Father commanded Moses, between a man and his wife, between a father and his young daughter still in his house. ທັງໝົດ​ນີ້​ຄື​ລະບຽບການ​ທີ່​ພຣະເຈົ້າ​ຢາເວ​ມອບ​ໃຫ້​ໂມເຊ​ກ່ຽວກັບ​ຄວາມສຳພັນ​ລະຫວ່າງ​ຜົວ​ກັບ​ເມຍ ແລະ ລະຫວ່າງ​ພໍ່​ກັບ​ລູກສາວ​ທີ່​ຍັງ​ອາໄສ​ຢູ່​ນຳ​ຕົນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]