Skip to content
The Believer's Library

Biblica® Open Lao Contemporary Version

Numbers 31 OLCV

Show OLCV only
Verse × ×
1 Our Father said to Moses, ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ,
2 "Avenge the Israelites against the Midianites; afterward you will be gathered to your people." “ຈົ່ງ​ແກ້ແຄ້ນ​ຊາວມີດີອານ​ເພື່ອ​ຄົນ​ອິດສະຣາເອນ. ຫລັງຈາກນັ້ນ, ເຈົ້າ​ຈະ​ຖືກ​ຮັບໄປ​ໄວ້​ກັບ​ເຊື້ອສາຍ​ຂອງ​ເຈົ້າ”.
3 So Moses told the people, "Arm men from among you for war, to go against Midian and carry out our Father's justice on Midian. ດັ່ງນັ້ນ​ໂມເຊ​ຈຶ່ງ​ກ່າວ​ແກ່​ປະຊາຊົນ​ວ່າ, “ພວກ​ຜູ້ຊາຍ​ບາງຄົນ​ໃນ​ພວກເຈົ້າ​ຈົ່ງ​ຕຽມ​ອາວຸດ​ເພື່ອ​ອອກ​ໄປ​ເຮັດ​ສົງຄາມ​ຕໍ່ສູ້​ກັບ​ຊາວມີດີອານ ເພື່ອ​ວ່າ​ພວກເຂົາ​ຈະ​ປະຕິບັດໜ້າທີ່​ການແກ້ແຄ້ນ​ຂອງ​ພຣະເຈົ້າ​ຢາເວ​ຕໍ່​ຊາວມີດີອານ.
4 You are to send 1,000 from each of the tribes of Israel to the war." ຈົ່ງ​ສົ່ງ​ຜູ້ຊາຍ​ຈາກ​ແຕ່ລະ​ເຜົ່າ​ຂອງ​ອິດສະຣາເອນ 1.000 ຄົນ ອອກ​ສູ່​ສະໜາມຮົບ”.
5 So from Israel's thousands, 1,000 per tribe were supplied—12,000 armed for war. ດັ່ງນັ້ນ ພວກຜູ້ຊາຍ 12.000 ຄົນ ຈຶ່ງ​ໄດ້​ຕຽມ​ອາວຸດ​ເພື່ອ​ການສູ້ຮົບ, 1.000 ຄົນ ມາ​ຈາກ​ແຕ່ລະ​ເຜົ່າ, ເຊິ່ງ​ໄດ້​ຮັບ​ການສະໜອງ​ຈາກ​ຕະກຸນ​ຕ່າງໆ​ຂອງ​ອິດສະຣາເອນ.
6 Moses sent them to war, 1,000 from each tribe, with Phinehas son of Eleazar the priest, carrying the holy articles of the sanctuary and the signal trumpets in his hand. ໂມເຊ​ໄດ້​ສົ່ງ​ພວກເຂົາ​ເຂົ້າ​ສູ່​ສະໜາມຮົບ, 1.000 ຄົນ ຈາກ​ແຕ່ລະ​ເຜົ່າ, ໂດຍ​ມີ​ຟີເນຮາ​ລູກຊາຍ​ຂອງ​ປະໂລຫິດ​ເອເລອາຊາ, ພ້ອມດ້ວຍ​ເຄື່ອງໃຊ້​ຈາກ​ສະຖານທີ່​ນະມັດສະການ​ໄປ​ພ້ອມ ແລະ ແກ​ເພື່ອ​ເປົ່າ​ສັນຍານ.
7 They waged war against Midian, as our Father had commanded Moses, and they killed every male. ພວກເຂົາ​ສູ້ຮົບ​ກັບ​ມີດີອານ, ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ, ແລະ ໄດ້​ຂ້າ​ຜູ້ຊາຍ​ທຸກຄົນ.
8 They killed the kings of Midian among the slain—Evi, Rekem, Zur, Hur, and Reba, Midian's five kings—and killed Balaam son of Beor with the sword. ລວມ​ທັງ​ກະສັດ​ທັງ​ຫ້າ​ຂອງ​ມີດີອານ​ຄື: ເອວີ, ເຣເກມ, ຊູເຣ, ຮູເຣ ແລະ ເຣບາ. ບາລາອາມ​ລູກຊາຍ​ຂອງ​ເບອໍ​ກໍ​ຖືກ​ຂ້າ​ຕາຍ​ດ້ວຍ​ດາບ​ເໝືອນກັນ.
9 The people of Israel captured Midian's women and children, and plundered all their livestock, flocks, and goods. ຄົນ​ອິດສະຣາເອນ​ໄດ້​ຈັບເອົາ​ແມ່ຍິງ ແລະ ເດັກນ້ອຍ​ຊາວມີດີອານ​ໄປ​ເປັນ​ຊະເລີຍ ແລະ ກວດຕ້ອນ​ເອົາ​ຝູງສັດ, ຝູງແກະ ແລະ ຢຶດ​ເອົາ​ສິ່ງຂອງ​ຕ່າງໆ​ຂອງ​ຊາວມີດີອານ​ມາ​ດ້ວຍ.
10 They burned with fire all the cities where they lived and all their camps, ພວກເຂົາ​ໄດ້​ເຜົາ​ເມືອງ​ບ່ອນ​ທີ່​ຊາວມີດີອານ​ໄດ້​ຕັ້ງ​ຖິ່ນຖານ​ຢູ່, ພ້ອມ​ທັງ​ຄ້າຍພັກ​ຂອງ​ພວກເຂົາ​ທັງໝົດ​ດ້ວຍ.
11 and they took all the spoil and all the plunder, both people and animals. ພວກເຂົາ​ໄດ້​ກວດຕ້ອນ​ຄົນ​ຝູງສັດ ແລະ ຢຶດ​ຊັບສິນ​ຂອງ​ພວກເຂົາ​ທັງໝົດ,
12 They brought the captives, plunder, and spoil to Moses, Eleazar the priest, and Israel's whole assembly, at the camp on Moab's plains by the Jordan, across from Jericho. ແລະ ໄດ້​ນຳເອົາ​ຊະເລີຍ, ມາ​ມອບ​ໃຫ້​ໂມເຊ ແລະ ປະໂລຫິດ​ເອເລອາຊາ ແລະ ຊຸມຊົນ​ຄົນ​ອິດສະຣາເອນ​ທີ່​ຕັ້ງ​ຄ້າຍພັກ​ທີ່​ທົ່ງພຽງ​ໂມອາບ, ແຄມ​ແມ່ນ້ຳ​ຈໍແດນ​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ.
13 Moses, Eleazar the priest, and all the assembly's leaders went to meet them outside the camp. ໂມເຊ, ປະໂລຫິດ​ເອເລອາຊາ ແລະ ບັນດາ​ຜູ້ນຳ​ຂອງ​ຊຸມຊົນ​ອອກ​ໄປ​ພົບ​ກັບ​ພວກເຂົາ​ຢູ່​ນອກ​ຄ້າຍພັກ.
14 But Moses was angry with the army's officers, commanders of thousands and commanders of hundreds, who returned from the battle. ໂມເຊ​ໃຈຮ້າຍ​ໃຫ້​ແກ່​ບັນດາ​ນາຍທະຫານ​ຂອງ​ກອງທັບ ບັນດາ​ຜູ້ບັນຊາການ​ກອງພັນ ແລະ ບັນດາ​ຜູ້ບັນຊາການ​ກອງຮ້ອຍ​ທີ່​ກັບມາ​ຈາກ​ການສູ້ຮົບ.
15 Moses said to them, "Have you let all the women live? ໂມເຊ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ໄດ້​ປ່ອຍ​ໃຫ້​ພວກແມ່ຍິງ​ທັງໝົດ​ມີຊີວິດ​ຢູ່​ເຮັດ​ຫຍັງ?
16 Look, these women, on Balaam's advice, led Israel to betray our Father in the Peor incident, bringing the plague on the congregation of our Father. ຄົນ​ເຫລົ່ານີ້​ແຫລະ​ທີ່​ເຮັດ​ຕາມ​ຄຳແນະນຳ​ຂອງ​ບາລາອາມ ແລະ ຊັກຊວນ​ຄົນ​ອິດສະຣາເອນ​ໃຫ້​ເປັນ​ຜູ້​ຫັນໜີ​ຈາກ​ພຣະເຈົ້າ​ຢາເວ​ໃນ​ເຫດການ​ທີ່​ເປອໍ, ເປັນ​ຕົນເຫດ​ນຳ​ໂລກລະບາດ​ມາ​ສູ່​ປະຊາຊົນ​ຂອງ​ພຣະເຈົ້າ​ຢາເວ.
17 Now kill every male child, and kill every woman who has slept with a man. ບັດນີ້​ຈົ່ງ​ຂ້າ​ເດັກນ້ອຍ​ຜູ້ຊາຍ​ທັງໝົດ. ແລະ ຂ້າ​ແມ່ຍິງ​ທຸກຄົນ​ທີ່​ເຄີຍ​ຫລັບນອນ​ກັບ​ຜູ້ຊາຍ​ແລ້ວ,
18 But keep alive for yourselves every young girl who has not slept with a man. ແຕ່​ຈົ່ງ​ໄວ້​ຊີວິດ​ຍິງສາວ​ທຸກຄົນ​ທີ່​ຍັງ​ບໍ່​ເຄີຍ​ຫລັບນອນ​ກັບ​ຜູ້ຊາຍ​ມາກ່ອນ​ໄວ້​ສຳລັບ​ພວກເຈົ້າ​ເອງ.
19 Stay outside the camp seven days. Anyone who killed someone or touched a corpse must purify themselves on the third day and the seventh—you and your captives. “ຜູ້ໃດ​ກໍຕາມ​ທີ່​ໄດ້​ຂ້າ​ຄົນ ຫລື ສຳພັດ​ສົບຄົນຕາຍ​ຕ້ອງ​ຢູ່​ອອກ​ນອກ​ຄ້າຍພັກ​ເຈັດ​ວັນ. ໃນ​ມື້​ທີສາມ ແລະ ມື້​ທີເຈັດ ຈົ່ງ​ຊຳລະ​ຕົນ​ເອງ ແລະ ພວກຊະເລີຍ​ຂອງ​ຕົນ.
20 Purify every garment, every leather article, everything made of goats' hair, and every wood article." ຈົ່ງ​ຊຳລະ​ເຄື່ອງນຸ່ງຫົ່ມ ແລະ ທຸກສິ່ງ​ທີ່​ເຮັດ​ຈາກ​ໜັງສັດ, ຂົນ​ແບ້ ຫລື ເຮັດ​ຈາກ​ໄມ້​ໃຫ້​ສະອາດ​ດ້ວຍ”.
21 Eleazar the priest told the soldiers who had gone to war, "This is the statute of the law our Father commanded Moses: ແລ້ວ​ປະໂລຫິດ​ເອເລອາຊາ​ຈຶ່ງ​ກ່າວ​ກັບ​ພວກທະຫານ​ທີ່​ກັບ​ຈາກ​ສະໜາມຮົບ​ວ່າ, “ນີ້​ຄື​ຂໍ້​ກຳນົດ​ໂດຍ​ກົດບັນຍັດ​ທີ່​ພຣະເຈົ້າ​ຢາເວ​ໄດ້​ມອບ​ໃຫ້​ແກ່​ໂມເຊ​ຄື:
22 only the gold, the silver, the bronze, the iron, the tin, and the lead. ຄຳ, ເງິນ, ທອງສຳລິດ, ເຫລັກ, ຂີ້ກົ່ວ, ຊືນ
23 Everything that can withstand fire, pass through the fire—it becomes clean. But it must also be purified with water of purification. Whatever can't withstand fire, pass through the water. ແລະ ສິ່ງ​ໃດໆ​ທີ່​ທົນ​ຕໍ່​ຄວາມຮ້ອນ​ໄດ້​ຈະ​ຕ້ອງ​ເອົາ​ໄປ​ເຜົາ​ໄຟ ເພື່ອ​ຊຳລະ ຫລັງຈາກ​ນັ້ນ​ນຳ​ໄປ​ລ້າງ​ດ້ວຍ​ນ້ຳ​ເພື່ອ​ການຊຳລະ. ແລະ ສິ່ງໃດ​ທີ່​ບໍ່​ທົນ​ຕໍ່​ຄວາມຮ້ອນ​ຈະ​ຕ້ອງ​ຊຳລະລ້າງ​ດ້ວຍ​ນ້ຳ.
24 Wash your clothes on the seventh day, and you'll be clean; then you may enter the camp." ໃນ​ມື້​ທີເຈັດ​ຈົ່ງ​ຊັກ​ເສື້ອຜ້າ​ຂອງ​ພວກເຈົ້າ ແລະ ພວກເຈົ້າ​ກໍ​ຈະ​ບໍ່ເປັນມົນທິນ. ຫລັງຈາກນັ້ນ​ພວກເຈົ້າ​ຈຶ່ງ​ກັບ​ເຂົ້າ​ມາ​ໃນ​ຄ້າຍພັກ​ໄດ້”.
25 Our Father said to Moses, ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ,
26 "You, Eleazar the priest, and the family heads of the community, count the plunder taken, people and animals. “ເຈົ້າ ແລະ ປະໂລຫິດ​ເອເລອາຊາ ແລະ ບັນດາ​ຫົວໜ້າ​ຄອບຄົວ​ຂອງ​ຊຸມຊົນ​ຈະ​ຕ້ອງ​ໄດ້​ນັບ​ຈຳນວນ​ຄົນ ແລະ ສັດ​ທັງໝົດ​ທີ່​ຍຶດມາ​ໄດ້.
27 Divide the plunder into two: between the fighters who went to battle and the whole congregation. ຈົ່ງ​ແບ່ງ​ສິ່ງຂອງ​ທີ່​ຢຶດມາ​ໄດ້​ໃຫ້​ສະເໝີກັນ​ລະຫວ່າງ​ພວກທະຫານ​ທີ່​ມີ​ສ່ວນ​ໃນ​ການສູ້ຮົບ ແລະ ສ່ວນ​ໜຶ່ງ​ເປັນ​ຂອງ​ຊຸມຊົນ​ທີ່​ເຫລືອ.
28 From the soldiers who went out to battle, take a tax for me: one in 500—people, cattle, donkeys, and flocks. ຈົ່ງ​ແຍກ​ສ່ວນ​ໜຶ່ງ​ໃນ​ຫ້າຮ້ອຍ​ໄວ້​ທະຫານ​ທີ່​ມີ​ສ່ວນ​ໃນ​ການ​ສູ້ຮົບ​ບໍ່​ວ່າ​ຈະ​ເປັນ​ຄົນ, ງົວ, ລໍ ຫລື ແກະ​ເພື່ອ​ເປັນ​ເຄື່ອງຖວາຍ​ແກ່​ພຣະເຈົ້າ​ຢາເວ.
29 Take it from their half and give it to Eleazar the priest as a contribution to me. ຈົ່ງ​ເອົາ​ສ່ວນ​ຖວາຍ​ທີ່​ເປັນ​ຂອງ​ພຣະເຈົ້າ​ຢາເວ​ມອບ​ໃຫ້​ແກ່​ປະໂລຫິດ​ເອເລອາຊາ.
30 From the Israelites' half, take one in fifty—from the people, cattle, donkeys, flocks, and all the animals—and give them to the Levites who keep charge of my tabernacle." ຈົ່ງ​ເລືອກ​ໜຶ່ງ​ໃນ​ຫ້າ​ສິບ​ຈາກ​ສ່ວນ​ທີ່​ເປັນ​ຂອງ​ຄົນ​ອິດສະຣາເອນ, ບໍ່​ວ່າ​ຄົນ, ງົວ, ລໍ ແກະ ຫລື ສັດ​ອື່ນໆ. ຈົ່ງ​ມອບ​ສິ່ງ​ເຫລົ່ານັ້ນ​ໃຫ້​ແກ່​ຄົນ​ເລວີ, ຜູ້​ທີ່​ຮັບຜິດຊອບ​ເບິ່ງແຍງ​ຫໍເຕັນ​ຂອງ​ພຣະເຈົ້າ​ຢາເວ”.
31 Moses and Eleazar the priest did as our Father had commanded Moses. ດັ່ງນັ້ນ​ໂມເຊ ແລະ ປະໂລຫິດ​ເອເລອາຊາ​ຈຶ່ງ​ປະຕິບັດ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ.
32 The plunder remaining from the spoil that the army had taken was 675,000 sheep, ສິ່ງຂອງ​ທີ່​ຢຶດມາ​ໄດ້​ມີ​ຄື: ແກະ 675.000 ໂຕ,
33 72,000 cattle, ງົວ 72.000 ໂຕ,
34 61,000 donkeys, ລໍ 61.000 ໂຕ
35 and 32,000 persons in all—the women who had not slept with a man. ແລະ ແມ່ຍິງ​ທີ່​ຍັງ​ບໍ່​ເຄີຍ​ໄດ້​ຢູ່ກິນ​ກັບ​ຜູ້ຊາຍ​ມາກ່ອນ 32.000 ຄົນ.
36 The half belonging to those who had gone out to war numbered 337,500 sheep, ເຄິ່ງໜຶ່ງ​ທີ່​ເປັນ​ສ່ວນ​ຂອງ​ບັນດາ​ຜູ້​ທີ່​ອອກ​ສູ້ຮົບ​ມີ​ຄື: ແກະ 337.500 ໂຕ,
37 and the tribute to our Father from the sheep was 675. ໃນ​ຈຳນວນ​ນີ້​ຖວາຍ​ແກ່​ພຣະເຈົ້າ​ຢາເວ 675 ໂຕ;
38 The cattle were 36,000, of which the tribute to our Father was 72. ງົວ 36.000 ໂຕ, ໃນ​ຈຳນວນ​ນີ້​ຖວາຍ​ແກ່​ພຣະເຈົ້າ​ຢາເວ 72 ໂຕ;
39 The donkeys were 30,500, of which the tribute to our Father was 61. ລໍ 30.500 ໂຕ, ໃນ​ຈຳນວນ​ນີ້​ຖວາຍ​ແກ່​ພຣະເຈົ້າ​ຢາເວ 61 ໂຕ;
40 The persons were 16,000, of which the tribute to our Father was 32. ຄົນ 16.000 ຄົນ, ໃນ​ຈຳນວນ​ນີ​ຖວາຍ​ແກ່​ພຣະເຈົ້າ​ຢາເວ 32 ຄົນ.
41 Moses gave the tribute, our Father's contribution, to Eleazar the priest, as our Father commanded him. ໂມເຊ​ມອບ​ສ່ວນ​ທີ່​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ນັ້ນ​ໃຫ້​ປະໂລຫິດ​ເອເລອາຊາ, ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ.
42 As for the Israelites' half, which Moses had set apart from that of the men who fought, ຫລັງຈາກ​ທີ່​ໂມເຊ​ແບ່ງ​ສ່ວນ​ທີ່​ມອບ​ໃຫ້​ຜູ້​ມີ​ສ່ວນ​ອອກ​ໄປ​ສູ້ຮົບ, ອີກ​ເຄິ່ງໜຶ່ງ​ເປັນ​ຂອງ​ຄົນ​ອິດສະຣາເອນ.
43 the congregation's half was 337,500 sheep, ໄດ້​ແກ່ ແກະ 337.500 ໂຕ,
44 36,000 cattle, ງົວ 36.000 ໂຕ,
45 30,500 donkeys, ລໍ 30.500 ໂຕ
46 and 16,000 persons. ແລະ ຄົນ 16.000 ຄົນ.
47 From the Israelites' half, Moses took one of every fifty—people and animals—and gave them to the Levites in charge of our Father's tabernacle, as our Father had commanded Moses. ໂມເຊ​ໄດ້​ຫັກ​ໜຶ່ງ​ໃນ​ຫ້າສິບ​ຂອງ​ຊະເລີຍ ແລະ ສັດ, ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ ແລະ ມອບ​ໃຫ້​ແກ່​ຄົນ​ເລວີ​ຜູ້​ຮັບຜິດຊອບ​ເບິ່ງແຍງ​ຫໍເຕັນ​ຂອງ​ພຣະເຈົ້າ​ຢາເວ.
48 The officers over the army's units, the commanders of thousands and hundreds, came to Moses, ຈາກ​ນັ້ນ​ບັນດາ​ນາຍທະຫານ​ຜູ້​ບັນຊາການ​ເຫລົ່າທັບ​ເຊັ່ນ ຜູ້ບັນຊາການ​ກອງພັນ ແລະ ຜູ້ບັນຊາການ​ກອງຮ້ອຍ​ກໍ​ໄປ​ພົບ​ໂມເຊ
49 and said to him, "Your servants counted the fighting men under our command; not one of us is missing. ແລະ ລາຍງານ​ວ່າ, “ທ່ານເອີຍ​ພວກຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ທ່ານ​ໄດ້​ກວດນັບ​ພວກທະຫານ​ຢູ່​ພາຍໃຕ້​ບັນຊາ​ຂອງ​ພວກຂ້ານ້ອຍ, ແລະ ບໍ່​ມີ​ແມ່ນແຕ່​ຄົນ​ດຽວ​ຂາດຫາຍ​ໄປ.
50 So we've brought our Father an offering—each man's find: gold articles, armlets, bracelets, signet rings, earrings, beads—to atone for ourselves before our Father." ດັ່ງນັ້ນ​ພວກຂ້ານ້ອຍ​ຈຶ່ງ​ໄດ້​ນຳເອົາ​ເຄື່ອເອ້​ທີ່​ເປັນ​ຄຳ​ທີ່​ພວກຂ້ານ້ອຍ​ຢຶດມາ​ໄດ້​ເປັນ​ເຄື່ອງຖວາຍ​ແກ່​ພຣະເຈົ້າ​ຢາເວ​ມີ​ຄື: ປອກແຂນ, ສາຍແຂນ ແຫວນ​ຕາປະທັບ, ຕຸ້ມຫູ ແລະ ສາຍຄໍ ເພື່ອ​ເປັນ​ການລຶບລ້າງ​ບາບ​ໃຫ້ແກ່​ພວກຂ້ານ້ອຍ​ຕໍ່ໜ້າ​ພຣະເຈົ້າ​ຢາເວ”.
51 Moses and Eleazar the priest received from them the gold, all the crafted articles. ໂມເຊ​ກັບ​ປະໂລຫິດ​ເອເລອາຊາ​ກໍ​ຮັບເອົາ​ຄຳ ແລະ ເຄື່ອງເອ້​ເປັນ​ຄຳ​ທັງໝົດ​ນັ້ນ.
52 All the gold of the contribution that they presented to our Father, from the commanders of thousands and the commanders of hundreds, came to about 420 pounds. ລວມ​ແລ້ວ​ຄຳ​ທີ່​ຜູ້ບັນຊາການ​ກອງພັນ ແລະ ຜູ້ບັນຊາການ​ກອງຮ້ອຍ​ນຳ​ມາ​ຖວາຍ​ຜ່ານ​ທາງ​ໂມເຊ ແລະ ເອເລອາຊາ​ເພື່ອ​ເປັນ​ຂອງຂັວນ​ແກ່​ພຣະເຈົ້າ​ຢາເວ​ນັ້ນ​ໜັກ 16.750 ເຊເຂວ.
53 The men of war had each taken plunder for himself. ທະຫານ​ແຕ່ລະຄົນ​ໄດ້​ຄອບຄອງ​ຊັບສິນ​ທີ່​ຢຶດມາ​ໄດ້​ໄວ້​ເປັນ​ຂອງ​ສ່ວນໂຕ.
54 Moses and Eleazar the priest took the gold from the commanders of thousands and hundreds and brought it into the tent of meeting as a reminder for the Israelites before our Father. ໂມເຊ ແລະ ປະໂລຫິດ​ເອເລອາຊາ​ຮັບເອົາ​ເຄື່ອງຄຳ​ຈາກ​ຜູ້ບັນຊາການ​ກອງພັນ ແລະ ຜູ້ບັນຊາການ​ກອງຮ້ອຍ​ແລ້ວ​ນຳ​ໄປ​ເກັບ​ຮັກສາ​ໄວ້​ໃນ​ເຕັນນັດພົບ​ເພື່ອ​ເປັນ​ອະນຸສອນ​ສຳລັບ​ຄົນ​ອິດສະຣາເອນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]