Skip to content
The Believer's Library

Biblica® Open Lao Contemporary Version

Numbers 32 OLCV

Show OLCV only
Verse × ×
1 The sons of Reuben and sons of Gad had vast herds of livestock. Seeing the land of Jazer and land of Gilead, they noticed it suited livestock well. ຊາວ​ເຜົ່າ​ຣູເບັນ ແລະ ຊາວ​ເຜົ່າ​ກາດ, ຜູ້​ມີ​ຝູງສັດ ແລະ ຝູງແກະ​ຈຳນວນ​ຫລາຍ, ຈຶ່ງ​ເຫັນ​ວ່າ​ດິນແດນ​ຢາເຊ ແລະ ກີເລອາດ​ເໝາະ​ສຳລັບ​ສັດລ້ຽງ.
2 The sons of Gad and sons of Reuben came and said to Moses, to Eleazar the priest, and to the community's leaders: ດັ່ງນັ້ນ​ພວກເຂົາ​ຈຶ່ງ​ພາກັນ​ມາ​ພົບ​ໂມເຊ ແລະ ປະໂລຫິດ​ເອເລອາຊາ ແລະ ບັນດາ​ຜູ້ນຳ​ຂອງ​ຊຸມຊົນ, ແລ້ວ​ກ່າວ​ວ່າ,
3 "Ataroth, Dibon, Jazer, Nimrah, Heshbon, Elealeh, Sebam, Nebo, and Beon, “ອາຕາໂຣດ, ດີໂບນ, ຢາເຊ, ນິມຣາ, ເຮັດຊະໂບນ, ເອເລອາເລ, ສິບມາ, ເນໂບ ແລະ ເບໂອນ
4 the land our Father struck down before Israel's community—is land for livestock, and your servants have livestock." ດິນແດນ​ທີ່​ພຣະເຈົ້າ​ຢາເວ​ເອົາຊະນະ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ​ເປັນ​ບ່ອນ​ທີ່​ເໝາະ​ສຳລັບ​ສັດລ້ຽງ​ຂອງ​ພວກຂ້ານ້ອຍ​ທັງຫລາຍ.
5 They said, "If we have found favor in your eyes, give this land to your servants as a possession. Don't make us cross the Jordan." ຖ້າ​ພວກເຮົາ​ໄດ້​ຮັບ​ຄວາມກະລຸນາ​ໃນ​ສາຍຕາ​ຂອງ​ພວກທ່ານ​ແລ້ວ, ຂໍ​ຈົ່ງ​ມອບ​ດິນແດນ​ໃຫ້​ຢູ່​ໃນ​ການຄອບຄອງ​ຂອງ​ຜູ້ຮັບໃຊ້​ຂອງ​ທ່ານ​ແທນ​ດິນແດນ​ດ້ານ​ຝັງ​ແມ່ນ້ຳ​ຈໍແດນ​ນັ້ນ​ເທີນ”.
6 Moses said to the sons of Gad and Reuben, "Should your brothers go to war while you sit here? ໂມເຊ​ກ່າວ​ກັບ​ຊາວ​ເຜົ່າ​ກາດ ແລະ ຊາວ​ເຜົ່າ​ຣູເບັນ​ວ່າ, “ຈະ​ໃຫ້​ພີ່ນ້ອງ​ອິດສະຣາເອນ​ອອກ​ໄປ​ສູ່​ສົງຄາມ​ຂະນະ​ທີ່​ພວກເຈົ້າ​ນັ່ງ​ຢູ່​ທີ່​ນີ້​ບໍ?
7 Why discourage Israel from crossing into the land our Father has given them? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃຫ້​ຄົນ​ອິດສະຣາເອນ​ໝົດກຳລັງໃຈ​ຈາກ​ການຂ້າມ​ໄປ​ສູ່​ດິນແດນ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ?
8 This is what your fathers did when I sent them from Kadesh-barnea to see the land. ບັນພະບຸລຸດ​ຂອງ​ພວກເຈົ້າ​ກໍ່​ໄດ້​ເຮັດ​ເຊັ່ນ​ນີ້​ເມື່ອ​ເຮົາ​ສົ່ງ​ພວກເຂົາ​ອອກ​ຈາກ​ກາເດັດບາກເນອາ​ໄປ​ສຳຫລວດ​ເບິ່ງ​ດິນແດນ​ນັ້ນ.
9 They went up to the Valley of Eshcol, saw the land, then discouraged the Israelites' hearts from entering the land our Father had given them. ຫລັງຈາກ​ພວກເຂົາ​ກັບ​ຈາກ​ຮ່ອມພູ​ເອັດຊະໂຄນ ແລະ ເຫັນ​ດິນແດນ​ນັ້ນ​ແລ້ວ, ພວກເຂົາ​ກໍ​ເຮັດ​ໃຫ້​ຄົນ​ອິດສະຣາເອນ​ໝົດກຳລັງໃຈ​ທີ່​ຈະ​ເຂົ້າ​ໄປ​ສູ່​ດິນແດນ​ທີ່​ພຣະເຈົ້າ​ຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ.
10 And our Father's anger burned that day, and he swore an oath, saying, ໃນ​ວັນ​ນັ້ນ​ພຣະເຈົ້າ​ຢາເວ​ເກີດ​ຄວາມ​ໂກດຮ້າຍ​ຂຶ້ນ ແລະ ພຣະອົງ​ໄດ້​ສັນຍາ​ດັ່ງນີ້​ວ່າ:
11 surely the men who came up from Egypt, twenty years old and up, will not see the land I swore to give to Abraham, to Isaac, and to Jacob—because they did not fully follow me. ‘ເພາະ​ວ່າ​ພວກເຂົາ​ບໍ່​ໄດ້​ຕິດຕາມ​ເຮົາ​ຢ່າງ​ສຸດໃຈ, ຈະ​ບໍ່​ມີ​ຈັກຄົນ​ໃນ​ພວກ​ທີ່​ມີ​ອາຍຸ 20 ປີ ຫລື ຫລາຍ​ກວ່າ​ນັ້ນ​ທີ່​ອອກ​ມາ​ຈາກ​ເອຢິບ​ຈະ​ໄດ້​ເຫັນ​ດິນແດນ​ທີ່​ເຮົາ​ສັນຍາໄວ້​ກັບ​ອັບຣາຮາມ, ອີຊາກ ແລະ ຢາໂຄບ
12 None but Caleb son of Jephunneh the Kenizzite and Joshua son of Nun, for they fully followed our Father. ບໍ່​ມີ​ຈັກຄົນ​ເລີຍ ຍົກເວັ້ນ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ຊາວ​ເກນີຊິດ ແລະ ໂຢຊວຍ​ລູກຊາຍ​ຂອງ​ນູນ, ເພາະ​ພວກເຂົາ​ໄດ້​ຕິດຕາມ​ພຣະເຈົ້າ​ຢາເວ​ຢ່າງ​ສຸດໃຈ’.
13 The anger of our Father burned against Israel; he made them wander the wilderness forty years until the whole generation that had done evil before our Father had died. ພຣະເຈົ້າ​ຢາເວ​ໂກດຮ້າຍ​ຄົນ​ອິດສະຣາເອນ ແລະ ເຮັດ​ໃຫ້​ພວກເຂົາ​ພະເນຈອນ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ສີ່​ສິບ​ປີ, ຈົນກວ່າ​ຄົນ​ໃນ​ຊົ່ວ​ອາຍຸ​ນັ້ນ​ທີ່​ເຮັດ​ຊົ່ວ​ໃນ​ສາຍຕາ​ຂອງ​ພຣະອົງ​ໄດ້​ຕາຍ​ໄປ​ທັງໝົດ.
14 Now you have risen up in place of your fathers, a brood of sinners, adding still more to our Father's fierce anger against Israel! “ແລະ ພວກເຈົ້າ​ກໍ​ຢູ່​ທີ່​ນີ້​ກຸ່ມ​ຂອງ​ຄົນບາບ, ຜູ້​ທີ່​ເດີນ​ຕາມ​ຮອຍ​ບັນພະບຸລຸດ​ຂອງ​ພວກເຈົ້າ ແລະ ພວກເຈົ້າ​ຍິ່ງ​ເຮັດ​ໃຫ້​ພຣະເຈົ້າ​ຢາເວ​ໂກດຮ້າຍ​ຄົນ​ອິດສະຣາເອນ​ຫລາຍ​ຂຶ້ນ​ຕື່ມ.
15 If you turn from following him, he will leave them in the wilderness once again, and you will destroy all this people." ຖ້າ​ພວກເຈົ້າ​ຫັນໜີ​ໄປ​ຈາກ​ການ​ຕິດຕາມ​ພຣະອົງ, ພຣະອົງ​ຈະ​ປ່ອຍ​ປະຊາຊົນ​ທັງໝົດ​ນີ້​ໄວ້​ໃນ​ຖິ່ນແຫ້ງແລ້ງກັນດານ​ອີກ ແລະ ພວກເຈົ້າ​ຈະ​ເປັນ​ຕົ້ນເຫດ​ຂອງ​ຄວາມ​ຈິບຫາຍ​ຂອງ​ພວກເຂົາ”.
16 They came to him and said, "We'll build pens here for our livestock and cities for our children. ແລ້ວ​ພວກເຂົາ​ຈຶ່ງ​ມາ​ຊີ້ແຈງ ແລະ ກ່າວ​ວ່າ, “ພວກເຮົາ​ຢາກ​ສ້າງ​ພຽງ​ຄອກ​ສຳລັບ​ສັດລ້ຽງ​ຂອງ​ພວກເຮົາ ແລະ ສ້າງ​ບ້ານເຮືອນ​ສຳລັບ​ຜູ້ຍິງ ແລະ ເດັກນ້ອຍ​ຂອງ​ພວກເຮົາ.
17 But we will arm ourselves, ready to go ahead of the Israelites until we bring them to their place, while our children stay in fortified cities, safe from those living in the land. ແຕ່​ພວກເຮົາ​ຈະ​ປະກອບອາວຸດ​ເພື່ອ​ການສູ້ຮົບ​ນຳໜ້າ​ຄົນ​ອິດສະຣາເອນ​ຈົນກວ່າ​ຈະ​ນຳ​ພວກເຂົາ​ໄປ​ຍັງ​ດິນແດນ​ຂອງ​ພວກເຂົາ. ໃນ​ຂະນະດຽວກັນ​ນັ້ນ​ພວກແມ່ຍິງ ແລະ ເດັກນ້ອຍ​ຈະ​ອາໄສ​ໃນ​ເມືອງ​ທີ່​ມີ​ປ້ອມປ້ອງກັນ, ເພື່ອ​ປົກປ້ອງ​ຈາກ​ຄົນ​ທ້ອງ​ຖິນ​ຂອງ​ດິນແດນ​ນັ້ນ.
18 We will not return home until every Israelite has taken his inheritance. ພວກເຮົາ​ຈະ​ບໍ່​ກັບຄືນ​ສູ່​ບ້ານເຮືອນ​ຈົນກວ່າ​ຄົນ​ອິດສະຣາເອນ​ທຸກຄົນ​ໄດ້​ຮັບ​ມໍລະດົກ​ຂອງ​ພວກເຂົາ.
19 We won't inherit with them across the Jordan and beyond, since our inheritance has come to us on this side of the Jordan, to the east." ພວກເຮົາ​ຈະ​ບໍ່​ຮັບ​ດິນແດນ​ໃດໆ​ກັບ​ພວກເຂົາ​ຢູ່​ແມ່ນ້ຳ​ຈໍແດນ​ກ້ຳ​ນັ້ນ, ເພາະ​ມໍລະດົກ​ຂອງ​ພວກເຮົາ​ໄດ້​ມາ​ສູ່​ພວກເຮົາ​ທາງ​ດ້ານ​ຕາວັນອອກ​ຂອງ​ແມ່ນ້ຳ​ຈໍແດນ​ກ້ຳ​ນີ້”.
20 Moses said to them, "If you do this—if you arm yourselves before our Father for the war, ແລ້ວ​ໂມເຊ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ຖ້າ​ພວກເຈົ້າ​ຈະ​ເຮັດ​ເຊັ່ນ​ນີ້​ຄື: ຈະ​ປະກອບອາວຸດ​ສູ້ຮົບ​ຝ່າຍ​ພຣະເຈົ້າ​ຢາເວ
21 and every armed man among you crosses the Jordan before our Father until he drives out his enemies from before him, ແລະ ຖ້າ​ພວກເຈົ້າ​ທຸກຄົນ​ໄດ້​ປະກອບອາວຸດ​ແລ້ວ​ຂ້າມ​ແມ່ນ້ຳ​ຈໍແດນ​ໄປ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ຈົນກວ່າ​ພຣະອົງ​ໄດ້​ຂັບໄລ່​ສັດຕູ​ອອກໄປ​ພົ້ນໜ້າ​ພຣະອົງ
22 and the land is subdued before our Father, afterward you may return and be free of obligation to him and to Israel, and this land will be your possession before our Father. ພວກເຈົ້າ​ຈະ​ກັບຄືນ​ມາ​ໄດ້​ກໍ​ຕໍ່​ເມື່ອ​ດິນແດນ​ແຫ່ງ​ນັ້ນ​ຖືກ​ປາບ​ລົງ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ຕໍ່​ອິດສະຣາເອນ. ແລະ ດິນແດນ​ນີ້​ຈະ​ເປັນ​ກຳມະສິດ​ຂອງ​ພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າ​ຢາເວ.
23 But if you don't do this, look—you will have sinned against our Father, and know: your sin will overtake you. “ແຕ່​ຖ້າ​ພວກເຈົ້າ​ບໍ່​ເຮັດ​ໃນ​ສິ່ງ​ນີ້​ໄດ້, ພວກເຈົ້າ​ກໍ​ຈະ​ເປັນ​ຜູ້​ທີ່​ກຳລັງ​ເຮັດບາບ​ຕໍ່​ພຣະເຈົ້າ​ຢາເວ; ແລະ ຂໍ​ໃຫ້​ພວກເຈົ້າ​ໝັ້ນໃຈ​ວ່າ​ຄວາມບາບ​ນັ້ນ​ຈະ​ຕາມ​ສະໜອງ​ພວກເຈົ້າ.
24 Build cities for your little ones, pens for your flocks, and do what your mouth has promised." ຈົ່ງ​ໄປ​ສ້າງ​ເມືອງ​ໃຫ້​ພວກຜູ້ຍິງ ແລະ ເດັກນ້ອຍ​ຂອງ​ພວກເຈົ້າ, ແລະ ສ້າງ​ຄອກ​ໃຫ້​ຝູງສັດ​ຂອງ​ພວກເຈົ້າ, ແຕ່​ຈົ່ງ​ເຮັດ​ຕາມ​ທີ່​ພວກເຈົ້າ​ໄດ້​ສັນຍາ​ໄວ້”.
25 The sons of Gad and Reuben said to Moses, "Your servants will do as my lord commands. ຊາວ​ເຜົ່າ​ກາດ ແລະ ຊາວ​ເຜົ່າ​ຣູເບັນ​ກ່າວ​ຕໍ່​ໂມເຊ​ວ່າ, “ພວກເຮົາ​ຜູ້ຮັບໃຊ້​ຂອງ​ທ່ານ​ຈະ​ເຮັດ​ຕາມ​ທີ່​ເຈົ້ານາຍ​ຂອງ​ພວກເຮົາ​ສັ່ງ.
26 Our children, wives, flocks, and all our herds will stay there in the cities of Gilead, ພວກລູກຫລານ ເມຍ​ຂອງ​ພວກເຮົາ ແລະ ຝູງແບ້, ຝູງແກະ ແລະ ຝູງງົວ​ຂອງ​ພວກເຮົາ​ຈະ​ຍັງ​ຢູ່​ທີ່​ເມືອງ​ຕ່າງໆ​ຂອງ​ກີເລອາດ.
27 but your servants, every man armed for war, will cross before our Father to battle, as my lord says." ແຕ່​ພວກ​ຜູ້ຮັບໃຊ້​ຂອງ​ທ່ານ, ທີ່​ເປັນ​ຜູ້ຊາຍ​ທຸກຄົນ​ຈະ​ປະກອບອາວຸດ​ເພື່ອ​ການສູ້ຮົບ, ຈະ​ຂ້າມ​ໄປ​ສູ້ຮົບ​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ຕາມ​ທີ່​ເຈົ້ານາຍ​ຂອງ​ພວກເຮົາ​ບອກ”.
28 So Moses commanded Eleazar the priest, Joshua son of Nun, and the clan leaders of Israel's tribes about them. ແລ້ວ​ໂມເຊ​ຈຶ່ງ​ໄດ້​ມອບ​ຄຳສັ່ງ​ແກ່​ປະໂລຫິດ​ເອເລອາຊາ ແລະ ໂຢຊວຍ​ລູກຊາຍ​ຂອງ​ນູນ ແລະ ຫົວໜ້າ​ຄອບຄົວ​ຂອງ​ເຜົ່າ​ຕ່າງໆ​ຂອງ​ອິດສະຣາເອນ​ກ່ຽວກັບ​ຄົນ​ເຫລົ່ານີ້​ວ່າ,
29 Moses said to them, "If Gad's and Reuben's sons cross the Jordan with you, every man armed for battle before our Father, and the land is subdued before you, then give them Gilead as their possession. “ຖ້າ​ຜູ້ຊາຍ​ຂອງ​ຊາວ​ເຜົ່າ​ກາດ ແລະ ຊາວ​ເຜົ່າ​ຣູເບັນ​ທຸກຄົນ​ປະກອບອາວຸດ​ເພື່ອ​ການສູ້ຮົບ, ຂ້າມ​ແມ່ນ້ຳ​ຈໍແດນ​ໄປ​ພ້ອມ​ກັບ​ພວກເຈົ້າ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ເມື່ອ​ດິນແດນ​ຖືກ​ປາບ​ລົງ​ຕໍ່ໜ້າ​ພວກເຈົ້າ​ແລ້ວ, ພວກເຈົ້າ​ຕ້ອງ​ມອບ​ດິນແດນ​ກີເລອາດ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຂົາ.
30 But if they won't cross over armed with you, they must take possession among you in the land of Canaan." ແຕ່​ຖ້າ​ພວກເຂົາ​ບໍ່​ໄດ້​ຂ້າມ​ໄປ​ກັບ​ພວກເຈົ້າ, ພວກເຂົາ​ຕ້ອງ​ຮັບ​ກຳມະສິດ​ຂອງ​ພວກເຂົາ​ຮ່ວມ​ກັບ​ເຜົ່າ​ອື່ນໆ​ໃນ​ການາອານ”.
31 Gad's and Reuben's sons answered, "We will do as our Father told your servants. ຊາວ​ເຜົ່າ​ກາດ ແລະ ຊາວ​ເຜົ່າ​ຣູເບັນ​ໄດ້​ຕອບ​ວ່າ, “ພວກ​ຜູ້ຮັບໃຊ້​ຂອງ​ທ່ານ​ຈະ​ປະຕິບັດ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ກ່າວ.
32 We ourselves will cross armed before our Father into the land of Canaan, and our inherited possession will remain ours beyond the Jordan." ພວກເຮົາ​ຈະ​ຂ້າມ​ໄປ​ພ້ອມ​ກັບ​ອາວຸດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ສູ່​ການາອານ, ແຕ່​ຊັບສິນ​ທີ່​ເປັນ​ມໍລະດົກ​ຂອງ​ພວກເຮົາ​ຈະ​ຢູ່​ກ້ຳ​ນີ້​ຂອງ​ແມ່ນ້ຳ​ຈໍແດນ”.
33 Moses gave to them—the sons of Gad, the sons of Reuben, and the half-tribe of Manasseh son of Joseph—the kingdom of Sihon king of the Amorites and the kingdom of Og king of Bashan: the land, its cities, the territories, and the cities of the country around. ໂມເຊ​ຈຶ່ງ​ກຳນົດ​ໃຫ້​ອານາຈັກ​ຂອງ​ກະສັດ​ສີໂຫນ​ຊາວອາໂມ ແລະ ອານາຈັກ​ຂອງ​ກະສັດ​ໂອກ​ແຫ່ງ​ບາຊານ​ພ້ອມດ້ວຍ​ດິນແດນ ແລະ ເມືອງ​ຕ່າງໆ​ທີ່ຢູ່​ໃນ​ບໍລິເວນ​ນັ້ນ ແກ່​ຊາວ​ເຜົ່າ​ກາດ, ຊາວເຜົ່າຣູເບັນ ແລະ ເຄິ່ງໜື່ງ​ຂອງ​ຊາວ​ເຜົ່າ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ.
34 And the sons of Gad built Dibon, Ataroth, Aroer, ຊາວເຜົ່າກາດ​ສ້າງ​ເມືອງ​ຄື: ດີໂບນ, ອາຕາໂຣດ, ອາໂຣເອ,
35 Atroth-shophan, Jazer, Jogbehah, ອັດໂຣດໂຊຟັນ, ຢາເຊ, ໂຢກເບຮາ,
36 Beth-nimrah, and Beth-haran—fortified cities and pens for sheep. ເບັດນິມຣາ ແລະ ເບັດຮາຣານ​ທີ່​ເປັນ​ເມືອງ​ທີ່​ມີ​ປ້ອມປ້ອງກັນ, ແລະ​ສ້າງ​ຄອກ​ສຳລັບ​ຝູງແກະ​ຂອງ​ພວກເຂົາ.
37 And the sons of Reuben built Heshbon, Elealeh, Kiriathaim, ແລະ ຊາວ​ເຜົ່າ​ຣູເບັນ​ສ້າງ​ເມືອງ​ເຮັດຊະໂບນ, ເອເລອາເລ ແລະ ກິຣິອາທາອິມ,
38 Nebo, Baal-meon (renamed), and Sibmah—they gave the cities they rebuilt new names. ເນໂບ ແລະ ບາອານເມໂອນ (ຊື່​ເຫລົ່ານີ້​ໄດ້​ຖືກ​ປ່ຽນ) ແລະ ສິບມາ. ພວກເຂົາ​ຕັ້ງຊື່​ເມືອງ​ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ໃໝ່.
39 Sons of Machir son of Manasseh went to Gilead, captured it, and drove out the Amorites living there. ເຊື້ອສາຍ​ຂອງ​ມາກີ​ລູກຊາຍ​ຂອງ​ມານາເຊ​ໄປ​ຕີ​ເມືອງ​ກີເລອາດ, ແລະ ຂັບໄລ່​ຊາວອາໂມ​ທີ່​ຢູ່​ທີ່​ນັ້ນ​ອອກ​ໄປ.
40 So Moses gave Gilead to Machir son of Manasseh, and he settled in it. ດັ່ງນັ້ນ​ໂມເຊ​ຈຶ່ງ​ມອບ​ກີເລອາດ​ໃຫ້​ແກ່​ຊາວມາກີ, ເຊື້ອສາຍ​ຂອງ​ມານາເຊ, ແລະ ພວກເຂົາ​ໄດ້​ຕັ້ງຖິ່ນຖານ​ຢູ່​ທີ່​ນັ້ນ.
41 And Jair son of Manasseh went and captured their villages, and called them Havvoth-jair. ຢາອີ, ເຊື້ອສາຍ​ຂອງ​ມານາເຊ, ໄດ້​ຍຶດເອົາ​ຖິ່ນຖານ​ຂອງ​ພວກເຂົາ ແລະ ເອີ້ນ​ບ່ອນ​ນັ້ນ​ວ່າ ຮັບໂວດຢາອີ.
42 And Nobah went and captured Kenath and its villages, and called it Nobah, after his own name. ແລະ ໂນບາ​ໄດ້​ຍຶດເອົາ​ເກນາດ ແລະ ຕັ້ງຖິ່ນຖານ​ທີ່​ຢູ່​ອ້ອມຮອບ​ທີ່​ນັ້ນ ແລະ ເອີ້ນ​ທີ່​ນັ້ນ​ວ່າ​ໂນບາ​ຕາມ​ຊື່​ຂອງ​ຕົນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]