Skip to content
The Believer's Library

Biblica® Open Lao Contemporary Version

Numbers 33 OLCV

Show OLCV only
Verse × ×
1 These are the stages of the Israelites' journey out of Egypt, by their divisions under Moses and Aaron's hand. ນີ້​ຄື​ໄລຍະ​ໃນ​ການເດີນທາງ​ຂອງ​ອິດສະຣາເອນ​ເມື່ອ​ພວກເຂົາ​ອອກມາ​ຈາກ​ເອຢິບ​ໂດຍ​ແບ່ງ​ເປັນ​ໝວດ​ພາຍໃຕ້​ການ​ນຳພາ​ຂອງ​ໂມເຊ ແລະ ອາໂຣນ.
2 Moses wrote their starting points by stage, at our Father's command; these are their stages by starting points. ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ ໂມເຊ​ຈຶ່ງ​ໄດ້​ບັນທຶກ​ການເດີນທາງ​ຂອງ​ພວກເຂົາ​ທຸກ​ໄລຍະ.
3 They set out from Rameses on the fifteenth day of the first month, the day after Passover—the Israelites marched out boldly, in full view of all the Egyptians, ຄົນ​ອິດສະຣາເອນ​ອອກ​ຈາກ​ເມືອງ​ຣາມາເຊັດ​ໃນ​ມື້​ທີສິບຫ້າ​ເດືອນ​ທີ​ໜຶ່ງ, ມື້​ຕໍ່ມາ​ຫລັງ​ຈາກ​ປັດສະຄາ. ພວກເຂົາ​ເດີນ​ເປັນ​ຂະບວນ​ອອກມາ​ຢ່າງ​ສະຫງ່າຜ່າເຜີຍ​ຕໍ່ໜ້າ​ຊາວເອຢິບ​ທັງໝົດ,
4 while the Egyptians buried all their firstborn, whom our Father had struck down among them, and on their gods our Father executed judgments. ຊື່ງ​ກຳລັງ​ຫຍຸ້ງ​ຢູ່​ກັບການ​ຝັງ​ສົບ​ລູກຊາຍ​ກົກ​ທີ່​ຖືກ​ພຣະເຈົ້າ​ຢາເວ​ຂ້າ​ຕາຍ; ເພາະ​ພຣະເຈົ້າ​ຢາເວ​ໄດ້​ນຳ​ເອົາ​ການລົງໂທດ​ມາ​ສູ່​ພະ​ຕ່າງໆ​ຂອງ​ພວກເຂົາ.
5 The children of Israel set out from Rameses and camped at Succoth. ຄົນ​ອິດສະຣາເອນ​ອອກຈາກ​ຣາມາເຊັດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ຊຸກໂກດ.
6 They set out from Succoth and camped at Etham, which is on the edge of the wilderness. ພວກເຂົາ​ອອກ​ຈາກ​ຊຸກໂກດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ເອທາມ, ຢູ່​ໃກ້​ຖິ່ນແຫ້ງແລ້ງກັນດານ.
7 They left Etham, turned back to Pi-hahiroth, east of Baal-zephon, and camped before Migdol. ພວກເຂົາ​ອອກ​ຈາກ​ເອທາມ, ກັບຄືນ​ໄປ​ສູ່​ປີຮາຮີໂຣດ, ໄປ​ຍັງ​ທິດຕາເວັນອອກ​ຂອງ​ບາອານເຊໂຟນ, ແລະ ຕັ້ງ​ທີ່ພັກ​ອາໄສ​ໃກ້​ມິກໂດນ.
8 They set out from before Hahiroth, crossed the sea into the wilderness, traveled three days through the wilderness of Etham, and camped at Marah. ພວກເຂົາ​ອອກ​ຈາກ​ປີຮາຮີໂຣດ ແລະ ຂ້າມ​ທະເລ​ເຂົ້າໄປ​ໃນ​ຖິ່ນແຫ້ງແລ້ງກັນດານ, ແລະ ເມື່ອ​ພວກເຂົາ​ເດີນທາງ​ເປັນ​ເວລາ​ສາມ​ວັນ​ໃນ​ຖິ່ນແຫ້ງແລ້ງກັນດານ​ເອທາມ​ແລ້ວ, ພວກເຂົາ​ກໍ​ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ມາຣາ.
9 They left Marah and reached Elim, where twelve water springs and seventy palm trees stood; there they camped. ພວກເຂົາ​ອອກ​ຈາກ​ມາຣາ ແລະ ໄປ​ສູ່​ເອລິມ, ບ່ອນ​ທີ່​ມີ​ນ້ຳພຸ​ສິບສອງ​ບ່ອນ ແລະ ມີ​ຕົ້ນປາມ​ເຈັດສິບ​ຕົ້ນ, ແລະ ພວກເຂົາ​ຕັ້ງ​ທີ່ພັກ​ອາໄສ​ຢູ່​ທີ່​ນັ້ນ.
10 They set out from Elim and camped by Yam Suph. ພວກເຂົາ​ອອກ​ຈາກ​ເອລິມ ແລະ ພວກເຂົາ​ກໍ​ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ແຄມ​ທະເລແດງ.
11 They set out from Yam Suph and camped in the wilderness of Sin. ພວກເຂົາ​ອອກ​ຈາກ​ທະເລແດງ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ໃນ​ຖິ່ນແຫ້ງແລ້ງກັນດານ​ສິນ.
12 They set out from the wilderness of Sin and camped at Dophkah. ພວກເຂົາ​ອອກ​ຈາກ​ຖິ່ນແຫ້ງແລ້ງກັນດານ​ສິນ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ໂດບຟະກາ.
13 They set out from Dophkah and camped at Alush. ພວກເຂົາ​ອອກ​ຈາກ​ໂດບຟະກາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ອາລູຊາ.
14 They left Alush and camped at Rephidim, where the people had no water to drink. ພວກເຂົາ​ອອກ​ຈາກ​ອາລູຊາ ແລະ ມາ​ຕັ້ງ​ທີ່ພັກ​ທີ່​ເຣຟີດີມ, ບ່ອນ​ທີ່​ບໍ່​ມີ​ນ້ຳ​ໃຫ້​ປະຊາຊົນ​ດື່ມ.
15 They set out from Rephidim and camped in the wilderness of Sinai. ພວກເຂົາ​ອອກ​ຈາກ​ເຣຟີດີມ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ໃນ​ຖິ່ນແຫ້ງແລ້ງກັນດານ​ຊີນາຍ.
16 They set out from the wilderness of Sinai and camped at Kibroth-hattaavah. ພວກເຂົາ​ອອກ​ຈາກ​ຖິ່ນແຫ້ງແລ້ງກັນດານ​ຊີນາຍ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ກີບາໂຣດຫັດຕາວາ.
17 They set out from Kibroth-hattaavah and camped at Hazeroth. ພວກເຂົາ​ອອກ​ຈາກ​ກີບາໂຣດຫັດຕາວາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ຮາເຊໂຣດ.
18 They set out from Hazeroth and camped at Rithmah. ພວກເຂົາ​ອອກ​ຈາກ​ຮາເຊໂຣດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ຣິດທະມາ.
19 They set out from Rithmah and camped at Rimmon-perez. ພວກເຂົາ​ອອກ​ຈາກ​ຣິດທະມາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ຣິມໂມນເປເຣັດ.
20 They set out from Rimmon-perez and camped at Libnah. ພວກເຂົາ​ອອກ​ຈາກ​ຣິມໂມນເປເຣັດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ລິບນາ.
21 They set out from Libnah and camped at Rissah. ພວກເຂົາ​ອອກ​ຈາກ​ລິບນາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ຣິດຊາ.
22 They set out from Rissah and camped at Kehelathah. ພວກເຂົາ​ອອກ​ຈາກ​ຣິດຊາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ເຄເຮລາທາ.
23 They set out from Kehelathah and camped at Mount Shepher. ພວກເຂົາ​ອອກ​ຈາກ​ເຄເຮລາທາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ພູ​ເຊເຟ.
24 They set out from Mount Shepher and camped at Haradah. ພວກເຂົາ​ອອກ​ຈາກ​ພູ​ເຊເຟ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ຮາຣາດາ.
25 They set out from Haradah and camped at Makheloth. ພວກເຂົາ​ອອກ​ຈາກ​ຮາຣາດາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ມາເຄໂລດ.
26 They set out from Makheloth and camped at Tahath. ພວກເຂົາ​ອອກ​ຈາກ​ມາເຄໂລດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ຕາຫັດ.
27 They set out from Tahath and camped at Terah. ພວກເຂົາ​ອອກ​ຈາກ​ຕາຫັດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ເຕຣາ.
28 They set out from Terah and camped at Mithkah. ພວກເຂົາ​ອອກ​ຈາກ​ເຕຣາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ມິດຄາ.
29 They set out from Mithkah and camped at Hashmonah. ພວກເຂົາ​ອອກ​ຈາກ​ມິດຄາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ຮາຊະໂມນາ.
30 They set out from Hashmonah and camped at Moseroth. ພວກເຂົາ​ອອກ​ຈາກ​ຮາຊະໂມນາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ໂມເຊໂຣດ.
31 They set out from Moseroth and camped at Bene-jaakan. ພວກເຂົາ​ອອກ​ຈາກ​ໂມເຊໂຣດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ເບເນຢາອາການ.
32 They set out from Bene-jaakan and camped at Hor-haggidgad. ພວກເຂົາ​ອອກ​ຈາກ​ເບເນຢາອາການ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ໂຮເຣຮັກກິດກາດ.
33 They set out from Hor-haggidgad and camped at Jotbathah. ພວກເຂົາ​ອອກ​ຈາກ​ໂຮເຣຮັກກິດກາດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ໂຢດບາທາ.
34 They set out from Jotbathah and camped at Abronah. ພວກເຂົາ​ອອກ​ຈາກ​ໂຢດບາທາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ອາບະໂຣນາ.
35 They set out from Abronah and camped at Ezion-geber. ພວກເຂົາ​ອອກ​ຈາກ​ອາບະໂຣນາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ເອຊີໂອນເກເບ.
36 They set out from Ezion-geber and camped in the wilderness of Zin, that is, Kadesh. ພວກເຂົາ​ອອກ​ຈາກ​ເອຊີໂອນເກເບ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ຢູ່​ທີ່​ກາເດັດ, ໃນ​ຖິ່ນແຫ້ງແລ້ງກັນດານ​ຊິນ.
37 They left Kadesh and camped at Mount Hor, on the edge of Edom's land. ພວກເຂົາ​ອອກ​ຈາກ​ກາເດັດ ແລະ ມາ​ຕັ້ງ​ທີ່ພັກ​ທີ່​ພູ​ໂຮເຣ, ຕິດ​ກັບ​ຊາຍແດນ​ຂອງ​ເອໂດມ.
38 Aaron the priest climbed Mount Hor at our Father's command and died there in the fortieth year after the children of Israel left the land of Egypt, in the fifth month, on its first day. ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ ປະໂລຫິດ​ອາໂຣນ​ກໍ​ໄດ້​ຂຶ້ນ​ໄປ​ເທິງ​ພູ​ໂຮເຣ, ບ່ອນ​ທີ່​ເພິ່ນ​ໄດ້​ເສຍ​ຊີວິດ​ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີ​ຫ້າ​ປີ​ທີ​ສີ່ສິບ​ຫລັງຈາກ​ທີ່​ຄົນ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ເອຢິບ.
39 Aaron was 123 years old when he died on Mount Hor. ອາໂຣນ​ມີ​ອາຍຸ 123 ປີ ເມື່ອ​ເພິ່ນ​ໄດ້​ເສຍ​ຊີວິດ​ຢູ່​ທີ່​ພູ​ໂຮເຣ.
40 The Canaanite king of Arad, living in the Negev of Canaan, heard the Israelites were coming. ກະສັດ​ອາຣາດ​ແຫ່ງ​ການາອານ, ຜູ້​ທີ່​ອາໄສ​ຢູ່​ໃນ​ເນເກັບ​ທີ່​ການາອານ, ໄດ້​ຍິນ​ຂ່າວ​ວ່າ​ຄົນ​ອິດສະຣາເອນ​ກຳລັງ​ມາ.
41 They set out from Mount Hor and camped at Zalmonah. ພວກເຂົາ​ອອກ​ຈາກ​ພູ​ໂຮເຣ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ຊານໂມນາ.
42 They set out from Zalmonah and camped at Punon. ພວກເຂົາ​ອອກ​ຈາກ​ຊານໂມນາ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ປູໂນນ.
43 They set out from Punon and camped at Oboth. ພວກເຂົາ​ອອກ​ຈາກ​ປູໂນນ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ໂອໂບດ.
44 They set out from Oboth and camped at Iye-abarim, on the border of Moab. ພວກເຂົາ​ອອກ​ຈາກ​ໂອໂບດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ໄອເຢອາບາຣິມ, ຕິດ​ກັບ​ຊາຍແດນ​ຂອງ​ໂມອາບ.
45 They set out from Iyim and camped at Dibon-gad. ພວກເຂົາ​ອອກ​ຈາກ​ອິເຢອາບາຣິມ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ດີໂບນກາດ.
46 They set out from Dibon-gad and camped at Almon-diblathaim. ພວກເຂົາ​ອອກ​ຈາກ​ດີໂບນກາດ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ອາລະໂມນດິບລະທາອິມ.
47 They set out from Almon-diblathaim and camped in the mountains of Abarim, near Nebo. ພວກເຂົາ​ອອກ​ຈາກ​ອາລະໂມນດິບລະທາອິມ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ພູ​ອາບາຣິມ, ໃກ້​ກັບ​ເນໂບ.
48 They left the mountains of Abarim and camped on the plains of Moab, by the Jordan at Jericho. ພວກເຂົາ​ອອກ​ຈາກ​ພູ​ອາບາຣິມ ແລະ ມາ​ຕັ້ງ​ທີ່ພັກ​ອາໄສ​ທີ່​ທົ່ງພຽງ​ໂມອາບ​ແຄມ​ແມ່ນ້ຳ​ຈໍແດນ​ກົງກັນຂ້າມ​ເມືອງ​ເຢຣິໂກ.
49 They camped along the Jordan, from Beth-jeshimoth to Abel-shittim, on the plains of Moab. ທີ່​ທົ່ງພຽງ​ໂມອາບ​ພວກເຂົາ​ໄດ້​ຕັ້ງ​ທີ່ພັກ​ອາໄສ​ເລາະ​ໄປ​ຕາມ​ແມ່ນ້ຳ​ຈໍແດນ​ຈາກ​ເບັດເຢຊີໂມດ​ຈົນ​ມາ​ເຖິງ​ອາເບັນຊິດຕິມ.
50 Our Father spoke to Moses in the plains of Moab by the Jordan at Jericho, saying: ທີ່​ທົ່ງພຽງ​ໂມອາບ​ແຄມ​ແມ່ນ້ຳ​ຈໍແດນ​ກົງກັນຂ້າມ​ເມືອງ​ເຢຣິໂກ ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ,
51 "Speak to the Israelites and tell them: When you cross the Jordan into the land of Canaan. “ຈົ່ງ​ແຈ້ງ​ຄົນ​ອິດສະຣາເອນ ແລະ ກ່າວ​ກັບ​ພວກເຂົາ​ວ່າ: ເມື່ອ​ພວກເຈົ້າ​ຂ້າມ​ແມ່ນ້ຳ​ຈໍແດນ​ໄປສູ່​ດິນແດນ​ການາອານ​ນັ້ນ,
52 Drive out everyone living in the land before you; destroy all their carved images and metal figures, and tear down all their high places. ຈົ່ງ​ຂັບໄລ່​ກຸ່ມຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ກ່ອນໜ້າ​ພວກເຈົ້າ​ນັ້ນ​ອອກ​ໄປ​ໃຫ້​ໝົດ. ຈົ່ງ​ທຳລາຍ​ຮູບ​ແກະສະຫລັກ ແລະ ຮູບເຄົາລົບ​ທີ່​ຫລໍ່​ຂຶ້ນ​ຂອງ​ພວກເຂົາ, ແລະ ມ້າງ​ສະຖານ​ທີ່​ບູຊາ​ທີ່​ສູງ​ຂອງ​ພວກເຂົາ​ຖິ້ມ​ໃຫ້​ໝົດ.
53 Possess the land and live in it, for I have given you the land to possess. ຈົ່ງ​ເຂົ້າ​ຢຶດຄອງ​ດິນແດນ ແລະ ຕັ້ງ​ຖິ່ນຖານ​ໃນ​ທີ່​ນັ້ນ, ເພາະ​ເຮົາ​ໄດ້​ມອບ​ດິນແດນ​ນີ້​ໃຫ້​ພວກເຈົ້າ​ແລ້ວ.
54 Divide the land by lot among your clans—more land to larger clans, less to smaller ones. Wherever the lot falls for someone, that becomes theirs. You will inherit by your ancestral tribes. ຈົ່ງ​ແບ່ງປັນ​ດິນແດນ​ໂດຍ​ການຈັບສະຫລາກ, ຕາມ​ຕະກຸນ​ຂອງ​ພວກເຈົ້າ. ພວກທີ່​ເປັນ​ກຸ່ມ​ໃຫຍ່​ກໍ​ຈົ່ງ​ໃຫ້​ພື້ນທີ່​ໃຫຍ່​ກວ່າ, ແລະ ພວກ​ທີ່​ເປັນ​ກຸ່ມ​ນ້ອຍ​ກວ່າ​ກໍ​ຈົ່ງ​ແບ່ງ​ພື້ນທີ່​ໃຫ້​ນ້ອຍ​ກວ່າ. ສິ່ງ​ທີ່​ພວກເຂົາ​ຈັບສະຫລາກ​ໄດ້​ກໍ​ຈະ​ເປັນ​ຂອງ​ພວກເຂົາ. ຈົ່ງ​ແບ່ງປັນ​ດິນແດນ​ຕາມ​ເຜົ່າ​ທີ່​ເປັນ​ບັນພະບຸລຸດ​ຂອງ​ພວກເຈົ້າ.
55 "But if you don't drive out the land's residents before you, those you leave will be barbs in your eyes and thorns in your sides, troubling you in the land where you live. “ ‘ແຕ່​ຖ້າ​ພວກເຈົ້າ​ບໍ່​ຍອມ​ຂັບໄລ່​ພວກຄົນທີ່ອາໄສຢູ່​ໃນ​ດິນແດນ​ນັ້ນ​ອອກ​ໄປ, ພວກຄົນ​ທີ່​ເຫລືອ​ຢູ່​ນັ້ນ​ຈະ​ກາຍ​ເປັນ​ສ້ຽນ​ທີ່​ຢູ່​ໃນ​ຕາ​ຂອງ​ພວກເຈົ້າ ແລະ ເປັນ​ໜາມ​ແທງ​ຂ້າງ​ພວກເຈົ້າ. ພວກເຂົາ​ຈະ​ເອົາ​ບັນຫາ​ເຂົ້າ​ມາ​ໃນ​ດິນແດນ​ທີ່​ພວກເຈົ້າ​ອາໄສຢູ່.
56 And then I will do to you what I had planned to do to them." ແລະ ຫລັງຈາກ​ນັ້ນ​ເຮົາ​ຈະ​ເຮັດ​ກັບ​ພວກເຈົ້າ​ໃນ​ສິ່ງ​ທີ່​ເຮົາ​ວາງແຜນ​ຈະ​ເຮັດ​ກັບ​ພວກເຂົາ’ ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]