Side by side with the Father's Heart Bible™ ຄຳສາບານ
1ໂມເຊເວົ້າກັບບັນດາຫົວໜ້າເຜົ່າຕ່າງໆຂອງອິດສະຣາເອນວ່າ: “ພຣະເຈົ້າຢາເວສັ່ງດັ່ງນີ້ຄື: 2ຜູ້ໃດປະຕິຍານຕໍ່ພຣະເຈົ້າຢາເວ ຫລື ອອກປາກສາບານວ່າຈະເຮັດສິ່ງໃດ ກໍຢ່າຜິດຄຳປະຕິຍານ ແລະ ຕ້ອງໃຫ້ລາວເຮັດຕາມທີ່ເວົ້າໄວ້ທຸກປະການ.
3“ຍິງສາວຄົນໃດທີ່ຍັງຢູ່ໃນປົກຄອງຂອງພໍ່ ແລະ ກ່າວປະຕິຍານຕໍ່ພຣະເຈົ້າຢາເວ ຫລື ກ່າວຄຳສາບານ 4ແລະ ພໍ່ຂອງນາງກໍໄດ້ຍິນແຕ່ບໍ່ໄດ້ກ່າວສິ່ງໃດຕໍ່ນາງ, ແລ້ວຄຳສາບານທັງໝົດ ແລະ ທຸກຄຳປະຕິຍານຂອງນາງກໍຍັງຈະມີຜົນຢູ່. 5ແຕ່ຖ້າພໍ່ຂອງນາງໄດ້ຍິນ ແລະ ຫ້າມຖືວ່າຄຳສາບານ ຫລື ຄຳປະຕິຍານບໍ່ມີຜົນຫຍັງ; ພຣະເຈົ້າຢາເວອະໄພໃຫ້ແກ່ນາງເພາະພໍ່ໄດ້ຫ້າມນາງແລ້ວ.
6“ຖ້ານາງແຕ່ງງານຫລັງຈາກທີ່ໄດ້ປະຕິຍານ ຫລື ກ່າວຄຳສັນຍາອອກມາໂດຍບໍ່ໄດ້ຄິດຖີ່ຖ້ວນ 7ແລະ ພາຍຫລັງຜົວຂອງນາງຮູ້ເຖິງຄຳປະຕິຍານນັ້ນ ແຕ່ບໍ່ໄດ້ທັກທ້ວງຫຍັງ, ຄຳປະຕິຍານ ຫລື ຄຳສາບານນັ້ນກໍຍັງຄົງມີຜົນຢູ່. 8ເມື່ອຜົວຂອງນາງຫ້າມເມື່ອໄດ້ຍິນເລື່ອງນັ້ນ, ຖືວ່າລາວລົບລ້າງຄຳປະຕິຍານ ຫລື ຄຳສັນຍາທີ່ບໍ່ໄດ້ຄິດຖີ່ຖ້ວນຂອງນາງແລ້ວ ແລະ ພຣະເຈົ້າຢາເວກໍຈະປ່ອຍນາງໃຫ້ເປັນອິດສະຫລະ.
9“ແຕ່ຄຳປະຕິຍານ ຫລື ຄຳສາບານຂອງແມ່ໝ້າຍທີ່ຖືກຢ່າຮ້າງຈະຍັງມີຜົນບັງຄັບ.
10“ຖ້າຍິງໃດຍັງຢູ່ກິນກັບຜົວຂອງຕົນໄດ້ປະຕິຍານ ຫລື ບັງຄັບຕົນເອງໃນການລະເວັ້ນຈາກສິ່ງໃດສິ່ງໜຶ່ງ 11ແລະ ຜົວຂອງນາງໄດ້ຍິນຄຳສາບານນັ້ນ ແຕ່ບໍ່ໄດ້ກ່າວ ແລະ ທັກທ້ວງສິ່ງໃດແກ່ນາງ, ຫລັງຈາກນັ້ນຄຳປະຕິຍານ ຫລື ຄຳສາບານທັງໝົດຂອງນາງ ທີ່ຈະລະເວັ້ນຈາກສິ່ງໃດສິ່ງໜຶ່ງຍັງຄົງມີຜົນຢູ່. 12ແຕ່ຖ້າຜົວຂອງນາງຫ້າມເມື່ອໄດ້ຍິນ, ແລ້ວຄຳປະຕິຍານ ຫລື ຄຳສາບານທີ່ອອກຈາກປາກຂອງນາງກໍຈະບໍ່ເປັນຜົນຫຍັງ. ຜົວຂອງນາງໄດ້ລົບລ້າງສິ່ງເຫລົ່ານັ້ນແລ້ວ, ແລະ ພຣະເຈົ້າຢາເວຈະຍົກໂທດໃຫ້ແກ່ນາງ. 13ຜົວຂອງນາງອາດຈະຮັບຮອງ ຫລື ລົບລ້າງທຸກຄຳປະຕິຍານທີ່ນາງໄດ້ເຮັດ ຫລື ປະຕິເສດທຸກຄຳສາບານກໍໄດ້. 14ແຕ່ຖ້າຜົວຂອງນາງບໍ່ໄດ້ເວົ້າສິ່ງໃດນັບຕັ້ງແຕ່ວັນທີ່ລາວໄດ້ຍິນ ໃຫ້ຖືວ່າລາວກໍຮັບຮອງຄຳປະຕິຍານ ຫລື ຄຳສາບານທັງໝົດທີ່ກ່ຽວຂ້ອງນາງ. ລາວຮັບຮອງເອົາຄຳເຫລົ່ານັ້ນໂດຍທີ່ລາວບໍ່ໄດ້ກ່າວສິ່ງໃດແກ່ນາງເມື່ອລາວໄດ້ຍິນກ່ຽວກັບສິ່ງເຫລົ່ານັ້ນ. 15ເຖິງຢ່າງໃດກໍຕາມ, ຖ້າລາວກ່າວທັກທ້ວງສິ່ງເຫລົ່ານັ້ນຕາມພາຍຫລັງ, ແລ້ວລາວຈະຕ້ອງຮັບຜິດຊອບຜົນຕາມມາຂອງການກະທຳຜິດຂອງນາງ”.
16ທັງໝົດນີ້ຄືລະບຽບການທີ່ພຣະເຈົ້າຢາເວມອບໃຫ້ໂມເຊກ່ຽວກັບຄວາມສຳພັນລະຫວ່າງຜົວກັບເມຍ ແລະ ລະຫວ່າງພໍ່ກັບລູກສາວທີ່ຍັງອາໄສຢູ່ນຳຕົນ.