Skip to content
The Believer's Library

Biblica® Open Lao Contemporary Version

Numbers 29 OLCV

Show OLCV only
Verse × ×
1 "In the seventh month, on the first day, hold a holy assembly. Do no ordinary work; it is a day for you to sound the trumpets. “ ‘ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີເຈັດ ຈົ່ງ​ຈັດ​ການໂຮມຊຸມນຸມ​ເພື່ອ​ນະມັດສະການ ແລະ ຢ່າ​ອອກແຮງງານ​ໃດໆ. ພວກເຈົ້າ​ຈະ​ຕ້ອງ​ເປົ່າ​ແກ​ໃນ​ວັນ​ນີ້.
2 Offer a burnt offering, a pleasing aroma to our Father: one young bull, one ram, seven male lambs a year old, all without defect. ເພື່ອ​ເປັນ​ກິ່ນຫອມ​ທີ​ພຣະເຈົ້າ​ພໍໃຈ, ຈົ່ງ​ຖວາຍ​ເຄື່ອງເຜົາ​ບູຊາ​ຄື: ງົວເຖິກ​ໜຶ່ງ​ໂຕ, ແກະ​ຜູ້​ໜຶ່ງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ, ທັງໝົດ​ບໍ່ມີຕຳໜິ.
3 Their grain offering: fine flour mixed with oil—about six quarts for the bull, about four quarts for the ram, ຈົ່ງ​ຖວາຍ​ພືດພັນ​ເປັນເມັດ​ຄື ແປ້ງ​ລະອຽດ​ສາມສ່ວນສິບ​ເອຟາ​ປະສົມ​ນ້ຳມັນ​ໝາກກອກ​ພ້ອມ​ງົວເຖິກ; ຖວາຍ​ແປ້ງ​ລະອຽດ​ສອງສ່ວນສິບ​ເອຟາ​ພ້ອມ​ກັບ​ແກະຜູ້;
4 and about two quarts for each of the seven lambs; ແລະ ຈົ່ງ​ຖວາຍ​ແປ້ງ​ລະອຽດ​ໜຶ່ງສ່ວນສິບ​ເອຟາກະ​ແຕ່ລະ.
5 and one male goat as a sin offering, to make atonement for you. ລວມ​ທັງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ​ເພື່ອ​ເຮັດພິທີລຶບລ້າງບາບ​ສຳລັບ​ເຈົ້າ.
6 Besides the new-moon burnt offering and its grain offering, the daily burnt offering and its grain offering, and their drink offerings, by their rule—a soothing aroma, a fire offering to our Father. ນອກເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ປະຈຳ​ເດືອນ ແລະ ເຄື່ອງຖວາຍ​ພືດພັນ​ເປັນເມັດ​ທີ່​ຖວາຍ​ເປັນ​ປະຈຳ​ວັນ ແລະ ປະຈຳເດືອນ​ຕາມ​ທີ່​ໄດ້​ລະບຸ​ໄວ້​ແລ້ວ. ສິ່ງ​ເຫລົ່ານີ້​ເປັນ​ເຄື່ອງຖວາຍ​ບູຊາ​ອາຫານ​ແກ່​ພຣະເຈົ້າ​ຢາເວ, ເປັນ​ກິ່ນຫອມ​ທີ່​ພໍໃຈ.
7 "On the tenth day of this seventh month, hold a sacred gathering and practice self-denial; do no work at all. “ ‘ໃນ​ມື້​ທີສິບ​ຂອງ​ເດືອນ​ທີເຈັດ​ນີ້ ຈົ່ງ​ຈັດ​ການໂຮມຊຸມນຸມ​ສັກສິດ. ພວກເຈົ້າ​ຕ້ອງ​ປະຕິເສດ​ຕົນ​ເອງ ແລະ ຢ່າ​ເຮັດ​ວຽກງານ​ໃດໆ.
8 Present a burnt offering to our Father as a pleasing aroma: one young bull, one ram, and seven male lambs a year old, all without blemish. ຈົ່ງ​ຖວາຍ​ງົວຜູ້​ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ, ທັງໝົດ​ບໍ່ມີຕຳໜິ, ເປັນ​ເຄື່ອງເຜົາ​ບູຊາ​ທັງ​ໂຕ ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.
9 Their grain offering: fine flour mixed with oil—about six quarts for the bull, about four quarts for the one ram, ຈົ່ງ​ຖວາຍ​ເມັດພືດບູຊາ​ຄື​ແປ້ງ​ໂມ້​ລະອຽດ​ປະມານ​ສາມ​ສ່ວນ​ສິບ​ເອຟາ​ປະສົມ​ກັບ​ນໍ້າມັນ; ຖວາຍ​ແປ້ງ​ປະມານ​ສອງ​ສ່ວນ​ສິບ​ເອຟາ​ພ້ອມ​ກັບ​ແກະ​ຜູ້;
10 and about two quarts for each of the seven lambs; ແລະ ຈົ່ງ​ຖວາຍ​ແປ້ງ​ລະອຽດ​ໜຶ່ງ​ສ່ວນ​ສິບ​ເອຟາ​ພ້ອມ​ກັບ​ລູກແກະ​ແຕ່​ລະ​ໂຕ​ຂອງ​ແກະ​ເຈັດ​ໂຕ​ນັ້ນ.
11 also one male goat as a sin offering, besides the atonement sin offering, the regular burnt offering, its grain offering, and their drink offerings. ນອກ​ເໜືອ​ຈາກ​ເຄື່ອງ​ບູຊາ​ໄຖ່​ບາບ​ເພື່ອ​ລຶບລ້າງ​ບາບ ແລະ ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພ້ອມ​ກັບ​ເມັດພືດບູຊາ ແລະ ເຄື່ອງດື່ມບູຊາ, ຈົ່ງ​ຖວາຍ​ແກະ​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.
12 "On the fifteenth day of the seventh month, hold a holy assembly. Do no ordinary work; celebrate a feast to our Father for seven days. “ ‘ໃນ​ມື້​ທີ​ສິບຫ້າ​ຂອງ​ເດືອນ​ທີ​ເຈັດ, ຈົ່ງ​ຈັດ​ການ​ປະຊຸມ​ອັນ​ສັກສິດ ແລະ ຢ່າ​ທຳງານ​ປະຈຳ. ຈົ່ງ​ສະຫລອງ​ເທດສະການ​ແກ່​ພຣະເຈົ້າ​ຢາເວ​ເປັນ​ເວລາ​ເຈັດ​ວັນ.
13 Present a burnt offering, a fire offering, a pleasing aroma to our Father: thirteen young bulls, two rams, fourteen male lambs a year old, all without defect. ຈົ່ງ​ຖວາຍ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ໄດ້​ແກ່: ງົວເຖິກ​ສິບສາມ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ ເປັນ​ອາຫານ​ບູຊາ ເປັນ​ກິ່ນ​ຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.
14 Their grain offering: fine flour mixed with oil—about six quarts for each of the thirteen bulls, about four quarts for each of the two rams, ຈົ່ງ​ຖວາຍ​ພືດພັນ​ເປັນເມັດ​ຄື​ແປ້ງ​ລະອຽດ​ປະມານ​ສາມ​ສ່ວນ​ສິບ​ເອຟາ​ປະສົມ​ກັບ​ນ້ຳມັນ​ພ້ອມ​ກັບ​ງົວເຖິກ​ແຕ່​ລະ​ໂຕ ຖວາຍ​ແປ້ງ​ປະມານ​ສອງ​ສ່ວນ​ສິບ​ເອຟາ​ພ້ອມ​ກັບ​ແກະຜູ້​ແຕ່​ລະ​ໂຕ;
15 and about two quarts for each of the fourteen lambs; ຈົ່ງ​ຖວາຍ​ແປ້ງ​ປະມານ​ໜຶ່ງ​ສ່ວນ​ສິບ​ເອຟາ​ພ້ອມ​ກັບ​ລູກແກະ​ແຕ່​ລະ​ຕົວ.
16 and one male goat as a sin offering, besides the daily burnt offering, its grain offering, and its drink offering. ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.
17 "On the second day: twelve young bulls, two rams, fourteen year-old male lambs, all without defect, “ ‘ໃນ​ມື້​ທີ​ສອງ ຈົ່ງ​ຖວາຍ​ງົວເຖິກ​ສິບສອງ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ.
18 with their grain and drink offerings for the bulls, the rams, and the lambs, by number, as required; ຈົ່ງ​ຖວາຍ​ພ້ອມ​ກັບ​ງົວຜູ້, ແກະຜູ້ ແລະ ລູກແກະ​ນັ້ນ​ຄື: ເຄື່ອງຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້.
19 also one male goat as a sin offering, besides the regular burnt offering, its grain offering, and their drink offerings. ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.
20 "On the third day: eleven bulls, two rams, fourteen year-old male lambs, all without defect, “ ‘ໃນ​ມື້​ທີ​ສາມ ຈົ່ງ​ຖວາຍ​ງົວຜູ້​ສິບເອັດ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ.
21 with their grain and drink offerings for the bulls, rams, and lambs, by number, as required. ພ້ອມ​ກັບ​ການຖວາຍ​ງົວຜູ້, ແກະຜູ້ ແລະ ລູກແກະ​ນັ້ນ​ຕ້ອງ​ຖວາຍ​ເຄື່ອງຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້.
22 One male goat as a sin offering, besides the regular burnt offering with its grain and drink offerings. ນອກເໜືອ​ຈາກ​ເຄື່ອງ​ບູຊາ​ຊື່ງ​ຖວາຍ​ເປັນ​ປົກກະຕິ​ພ້ອມດ້ວຍ​ເຄື່ອງຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້ຜູ້​ໂຕ​ໜຶ່ງ​ເປັນ​ເຄື່ອງຖວາຍ​ໄຖ່ບາບ.
23 "Fourth day: ten bulls, two rams, fourteen year-old male lambs, all without defect, “ ‘ໃນ​ມື້​ທີ​ສີ່ ຈົ່ງ​ຖວາຍ​ງົວຜູ້​ສິບ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ.
24 with grain and drink offerings for the bulls, rams, and lambs, by their number, as required; ພ້ອມ​ກັບ​ການ​ຖວາຍ​ງົວຜູ້, ແກະຜູ້ ແລະ ລູກແກະ​ນັ້ນ ຈົ່ງ​ຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້.
25 plus one male goat as a sin offering, besides the daily burnt offering with its grain and drink offerings. ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.
26 "On the fifth day: nine bulls, two rams, fourteen year-old male lambs, all without defect, “ ‘ໃນ​ມື້​ທີ​ຫ້າ ຈົ່ງ​ຖວາຍ​ງົວຜູ້​ເກົ້າ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ.
27 with grain and drink offerings for the bulls, rams, and lambs, by number, as required. ພ້ອມ​ກັບ​ການ​ຖວາຍ​ງົວຜູ້, ແກະຜູ້ ແລະ ລູກແກະ​ນັ້ນ ຈົ່ງ​ຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້.
28 Also one male goat as a sin offering, besides the continual burnt offering, its grain offering, and its drink offering. ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.
29 "Sixth day: eight bulls, two rams, fourteen year-old male lambs, all without defect, “ ‘ໃນ​ມື້​ທີ​ຫົກ ຈົ່ງ​ຖວາຍ​ງົວຜູ້​ແປດ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ.
30 with their grain offering and drink offerings for the bulls, rams, and lambs, by number, as required; ພ້ອມ​ກັບ​ການ​ຖວາຍ​ງົວຜູ້, ແກະຜູ້ ແລະ ລູກແກະ​ນັ້ນ ຈົ່ງ​ຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້.
31 and one male goat as a sin offering, besides the regular burnt offering, its grain offering, and its drink offerings. ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.
32 "On the seventh day: seven bulls, two rams, fourteen year-old male lambs, all without defect, “ ‘ໃນ​ມື້​ທີ​ເຈັດ ຈົ່ງ​ຖວາຍ​ງົວຜູ້​ເຈັດ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ.
33 with their grain and drink offerings for the bulls, rams, and lambs, by number, as prescribed; ພ້ອມ​ກັບ​ການຖວາຍ​ງົວຜູ້, ແກະຜູ້ ແລະ ລູກແກະ​ນັ້ນ ຈົ່ງ​ຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້.
34 and one male goat as a sin offering, besides the daily burnt offering, its grain offering and its drink offering. ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.
35 "On the eighth day, hold a closing assembly; do no laborious work. “ ‘ໃນ​ມື້​ທີ​ແປດ ຈົ່ງ​ຈັດ​ການ​ປະຊຸມ​ພິເສດ​ຄື​ພິທີ​ປິດ ແລະ ຢ່າ​ເຮັດວຽກ​ປະຈຳ.
36 Present a burnt offering, a fire offering, a pleasing aroma to our Father: one bull, one ram, seven male lambs a year old, all without defect, ຈົ່ງ​ຖວາຍ​ເຄື່ອງເຜົາ​ບູຊາ​ປະກອບດ້ວຍ​ງົວຜູ້​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ​ທັງໝົດ​ບໍ່ມີຕຳໜິ​ເປັນ​ເຄື່ອງຖວາຍ​ບູຊາ​ອາຫານ​ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.
37 with their grain and drink offerings for the bull, ram, and lambs, by number, as prescribed. ຈົ່ງ​ຖວາຍ​ງົວຜູ້, ແກະຜູ້ ແລະ ລູກແກະ​ໂຕ​ຜູ້, ພ້ອມ​ກັບ​ເຄື່ອງຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້.
38 One male goat for a sin offering, besides the continual burnt offering, its grain offering and its drink offering. ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.
39 "Offer these to our Father at your appointed feasts, besides your vow and voluntary offerings—whether burnt, grain, drink, or peace offerings." “ ‘ນອກ​ຈາກ​ເຄື່ອງຖວາຍ​ຕາມ​ທີ່​ພວກເຈົ້າ​ບະບົນ ແລະ ເຄື່ອງຖວາຍ​ຕາມ​ຄວາມສະໝັກໃຈ​ຂອງ​ພວກເຈົ້າ​ແລ້ວ, ຈົ່ງ​ຖວາຍ​ສິ່ງ​ເຫລົ່ານີ້​ແກ່​ພຣະເຈົ້າ​ຢາເວ​ໃນ​ເທດສະການ​ຕ່າງໆ​ຕາມ​ທີ່​ໄດ້​ກຳນົດ​ໄວ້​ຄື: ເຄື່ອງເຜົາ​ບູຊາ, ເຄື່ອງຖວາຍ​ພືດພັນ​ເປັນເມັດ, ເຄື່ອງດື່ມ​ບູຊາ ແລະ ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ’ ”.
40 Moses told the Israelites everything, just as our Father had commanded Moses. ໂມເຊ​ຈຶ່ງ​ບອກ​ຄົນ​ອິດສະຣາເອນ​ທຸກສິ່ງ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ເພິ່ນ​ໄວ້.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]