Skip to content
The Believer's Library

Biblica® Open Lao Contemporary Version

Numbers 28 OLCV

Show OLCV only
Verse × ×
1 Our Father said to Moses, ພຣະເຈົ້າ​ຢາເວ​ເວົ້າ​ກັບ​ໂມເຊ​ວ່າ,
2 "Command the Israelites, say to them: Be sure to present my offering, my food for my food offerings, a pleasing aroma to me, at its set time. “ຈົ່ງ​ມອບ​ຄຳສັ່ງ​ນີ້​ແກ່​ຄົນ​ອິດສະຣາເອນ ແລະ ກ່າວ​ກັບ​ພວກເຂົາ​ວ່າ: ‘ຈົ່ງ​ໃຫ້​ແນ່ໃຈ​ວ່າ​ພວກເຈົ້າ​ຈະ​ນຳ​ເອົາ​ອາຫານ​ບູຊາ​ມາ​ຖວາຍ​ແກ່​ເຮົາ​ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້, ເພື່ອ​ເປັນ​ກິ່ນຫອມ​ທີ່​ເຮົາ​ພໍໃຈ’.
3 Say to them: This is the food offering you are to present to me: two flawless year-old lambs daily, a regular burnt offering. ຈົ່ງ​ບອກ​ພວກເຂົາ​ວ່າ: ‘ນີ້​ແມ່ນ​ອາຫານ​ບູຊາ​ທີ່​ພວກເຈົ້າ​ຈະ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ຄື: ລູກແກະ​ອາຍຸ​ໜຶ່ງ​ປີ​ບໍ່​ມີຕຳໜິ​ສອງ​ໂຕ, ເປັນ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ.
4 Offer one lamb in the morning, the second lamb at twilight, ລູກແກະ​ໂຕ​ໜຶ່ງ​ຖວາຍ​ໃນ​ຕອນ​ເຊົ້າ ແລະ ອີກ​ໂຕ​ໜຶ່ງ​ຖວາຍ​ຕອນ​ຫົວ​ຄ່ຳ,
5 with about two quarts of fine flour for a grain offering, mixed with about one quart of pressed oil. ພ້ອມ​ດ້ວຍ​ເຄື່ອງຖວາຍ​ພືດພັນ​ເປັນ​ເມັດ​ໜຶ່ງ​ສ່ວນ​ສິບ​ເອຟາ​ຂອງ​ແປ້ງ​ລະອຽດ​ປະສົມ​ກັບ​ນ້ຳມັນ​ໝາກກອກ​ໜຶ່ງ​ສ່ວນ​ສີ່​ຂອງ​ຮິນ.
6 A regular burnt offering, ordained at Mount Sinai for a pleasing aroma, a food offering to me. ນີ້​ເປັນ​ເຄື່ອງເຜົາ​ບູຊາ​ປະຈຳວັນ​ທີ່​ກຳນົດ​ໄວ້​ທີ່​ພູເຂົາ​ຊີນາຍ​ເພື່ອ​ເປັນ​ກິ່ນຫອມ​ທີ່​ພໍໃຈ, ເປັນ​ອາຫານ​ບູຊາ​ແກ່​ພຣະເຈົ້າ​ຢາເວ.
7 Its drink offering is a quart for each lamb; pour it out to me in the holy place as strong drink. ເຄື່ອງດື່ມ​ບູຊາ​ທີ່​ຖວາຍ​ຄູ່​ກັບ​ລູກແກະ​ແຕ່​ລະ​ໂຕ​ນັ້ນ​ຄື​ເຄື່ອງດື່ມ​ທີ່​ໝັກ​ແລ້ວ​ໜຶ່ງ​ສ່ວນ​ສີ່​ຂອງ​ຮິນ. ຈົ່ງ​ຖອກ​ເຄື່ອງດື່ມ​ບູຊາ​ນີ້​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ໃນ​ສະຖານ​ນະມັດສະການ.
8 Offer the second lamb at twilight, with a grain offering and drink offering like the morning's, a food offering, a pleasing aroma to me. ຈົ່ງ​ຖວາຍ​ລູກແກະ​ໂຕ​ທີ​ສອງ​ໃນ​ຕອນ​ຫົວຄ່ຳ, ພ້ອມ​ກັບ​ເຄື່ອງຖວາຍ​ພືດພັນ​ເປັນ​ເມັດ ແລະ ເຄື່ອງດື່ມ​ບູຊາ​ຢ່າງ​ດຽວ​ກັບ​ທີ່​ພວກເຈົ້າ​ຖວາຍ​ໃນ​ຕອນເຊົ້າ. ນີ້​ເປັນ​ອາຫານ​ບູຊາ, ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.
9 "On the Sabbath, offer two flawless year-old lambs, about four quarts of fine flour mixed with oil as grain offering, plus its drink offering. “ ‘ໃນ​ວັນຊະບາໂຕ, ຈົ່ງ​ຖວາຍ​ລູກແກະ​ອາຍຸ​ໜຶ່ງ​ປີ​ບໍ່ມີຕຳໜິ​ສອງ​ໂຕ, ພ້ອມ​ກັບ​ເຄື່ອງດື່ມ​ບູຊາ ແລະ ເຄື່ອງຖວາຍ​ພືດພັນ​ເປັນເມັດ​ສອງສ່ວນສິບ​ຂອງ​ໜຶ່ງ​ເອຟາ​ຂອງ​ແປ້ງ​ລະອຽດ​ປະສົມ​ກັບ​ນໍ້າມັນ​ໝາກກອກ.
10 The burnt offering for each Sabbath, besides the regular burnt offering and its drink offering. ນີ້​ແມ່ນ​ເຄື່ອງເຜົາ​ບູຊາ​ສຳລັບ​ທຸກໆ​ວັນຊະບາໂຕ, ນອກຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ ແລະ ເຄື່ອງດື່ມ​ບູຊາ.
11 "On the first of each of your months, offer me a burnt offering: two young bulls, one ram, seven male lambs a year old, without defect, “ ‘ທຸກ​ວັນ​ທຳອິດ​ຂອງ​ເດືອນ, ຈົ່ງ​ຖວາຍ​ເຄື່ອງເຜົາ​ບູຊາ​ແກ່​ພຣະເຈົ້າ​ຢາເວ​ຄື: ງົວ​ເຖິກ​ສອງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ, ທັງໝົດ​ບໍ່​ມີ​ຕຳໜິ.
12 about six quarts of fine flour mixed with oil as a grain offering for each bull, about four quarts of fine flour mixed with oil as a grain offering for the one ram, ງົວຜູ້​ແຕ່ລະໂຕ​ຕ້ອງ​ຖວາຍ​ພ້ອມ​ກັບ​ເຄື່ອງຖວາຍ​ພືດພັນ​ເປັນ​ເມັດ​ສາມ​ສ່ວນ​ສິບ​ເອຟາ​ຂອງ​ແປ້ງ​ລະອຽດ​ປະສົມ​ກັບ​ນ້ຳມັນ; ພ້ອມ​ກັບ​ແກະຜູ້, ເຄື່ອງຖວາຍ​ພືດພັນ​ເປັນ​ເມັດ​ສອງ​ສ່ວນ​ສິບ​ເອຟາ​ຂອງ​ແປ້ງ​ລະອຽດ​ປະສົມ​ກັບ​ນ້ຳມັນ;
13 and two quarts of fine flour mixed with oil as a grain offering for each lamb - a burnt offering, a pleasing aroma, a food offering to me. ເຄື່ອງຖວາຍ​ພືດພັນ​ເປັນ​ເມັດ​ໜຶ່ງ​ສ່ວນ​ສິບ​ເອຟາ​ຂອງ​ແປ້ງ​ລະອຽດ​ປະສົມ​ກັບ​ນ້ຳມັນ ພ້ອມ​ກັບ​ແກະ​ແຕ່​ລະ​ໂຕ. ນີ້​ເປັນ​ເຄື່ອງເຜົາ​ບູຊາ​ທັງ​ໂຕ, ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ພໍໃຈ, ເປັນ​ອາຫານ​ບູຊາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ.
14 Their drink offerings: two quarts of wine for the bull, just over a quart for the ram, and a quart for the lamb. This is the burnt offering for the new moon, month by month, all year. ເຄື່ອງດື່ມ​ບູຊາ​ພ້ອມ​ກັບ​ງົວ​ຄື​ເຫລົ້າອະງຸ່ນ​ເຄິ່ງ​ຮິນ; ແກະຜູ້​ພ້ອມ​ກັບ​ເຫລົ້າ​ອະງຸ່ນ​ໜຶ່ງ​ສ່ວນ​ສາມ​ຮິນ; ແລະ ລູກ​ແກະຜູ້​ພ້ອມ​ກັບ​ເຫລົ້າອະງຸ່ນ​ໜຶ່ງ​ສ່ວນ​ສີ່​ຮິນ. ນີ້​ເປັນ​ເຄື່ອງເຜົາ​ບູຊາ​ທີ່​ຈະ​ຕ້ອງ​ຖວາຍ​ທຸກ​ເດືອນ​ໃນ​ວັນ​ອອກໃໝ່​ຕະຫລອດ​ທັງ​ປີ.
15 Offer me one male goat as a sin offering, besides the regular burnt offering and its drink offering. ນອກຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ເຄື່ອງດື່ມ​ບູຊາ​ແລ້ວ, ຈະ​ຕ້ອງ​ໄດ້​ເອົາ​ແບ້​ໂຕ​ໜຶ່ງ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ເພື່ອ​ເປັນ​ເຄື່ອງຖວາຍບູຊາໄຖ່ບາບ.
16 "In the first month, on the fourteenth day of the month, is the Passover to me. “ ‘ໃນ​ມື້​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ ຈົ່ງ​ຈັດ​ເທດສະການ​ປັດສະຄາ​ຂອງ​ພຣະເຈົ້າ​ຢາເວ​ຂຶ້ນ.
17 On this month's fifteenth day is a feast; bread without yeast is eaten seven days. ໃນ​ວັນ​ທີສິບຫ້າ​ຂອງ​ເດືອນ​ດຽວ​ກັນ​ນີ້​ເປັນ​ການ​ສະຫລອງ​ເທດສະການ; ໂດຍ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ.
18 On the first day there is to be a holy assembly; you must do no ordinary work. ໃນ​ມື້​ທຳອິດ​ຈົ່ງ​ເຕົ້າໂຮມ​ເພື່ອ​ນະມັດສະການ ແລະ ຢ່າ​ເຮັດວຽກ​ໃດໆ.
19 Present me a food offering, a burnt offering: two young bulls, one ram, seven yearling male lambs; see that they are without defect. ຈົ່ງ​ຖວາຍ​ເຄື່ອງຖວາຍ​ບູຊາ​ອາຫານ​ແກ່​ພຣະເຈົ້າ​ຢາເວ​ປະກອບ​ດ້ວຍ​ເຄື່ອງເຜົາ​ບູຊາ​ຄື: ງົວ​ເຖິກ​ສອງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ, ທັງໝົດ​ລ້ວນ​ບໍ່ມີຕຳໜິ.
20 Their grain offering: fine flour mixed with oil—about six quarts for the bull, four quarts for the ram, ຈົ່ງ​ຖວາຍ​ພືດພັນ​ເປັນເມັດ​ຄື: ແປ້ງ​ລະອຽດ​ສາມ​ສ່ວນ​ສິບ​ເອຟາ​ປະສົມ​ກັບ​ນ້ຳມັນ​ພ້ອມກັບ​ງົວ​ແຕ່ລະ​ຕົວ; ແປ້ງ​ສອງ​ສ່ວນ​ສິບ​ເອຟາ​ຖວາຍ​ພ້ອມກັບ​ແກະຜູ້​ແຕ່​ລະ​ໂຕ;
21 and with each of the seven lambs, about two quarts; ແລະ ແປ້ງ​ລະອຽດ​ໜຶ່ງ​ສ່ວນ​ສິບ​ເອຟາ​ພ້ອມກັບ​ລູກແກະ​ແຕ່​ລະ​ໂຕ.
22 and one male goat as a sin offering to make atonement for you. ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ຂອງ​ເຈົ້າ​ດ້ວຍ.
23 Offer these in addition to the morning burnt offering, which is the regular burnt offering. ຈົ່ງ​ຖວາຍ​ເຄື່ອງບູຊາ​ເຫລົ່ານີ້​ເພີ່ມເຕີມ​ໃສ່​ເຄື່ອງເຜົາ​ບູຊາ​ປົກກະຕິ​ໃນ​ຕອນເຊົ້າ.
24 Do this daily for seven days—food, a pleasing aroma to me—besides the regular burnt offering and its drink offering. ໂດຍ​ວິທີ​ນີ້​ຈົ່ງ​ຖວາຍ​ເຄື່ອງຖວາຍ​ບູຊາ​ອາຫານ​ທຸກ​ວັນ​ເປັນ​ເວລາ​ເຈັດ​ວັນ​ເພື່ອ​ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ; ສິ່ງ​ນີ້​ຈະ​ຕ້ອງ​ໄດ້​ຖວາຍ​ເພີ່ມເຕີມ​ຈາກ​ເຄື່ອງເຜົາ​ບູຊາ ແລະ ເຄື່ອງດື່ມ​ບູຊາ​ປົກກະຕິ.
25 On the seventh day you are to hold a holy assembly; you must do no ordinary work. ໃນ​ມື້​ທີ​ເຈັດ​ຈົ່ງ​ຈັດ​ການ​ໂຮມຊຸມນຸມ​ເພື່ອ​ນະມັດສະການ ແລະ ຢ່າ​ເຮັດວຽກ​ໃດໆ.
26 "On the day of firstfruits, when you bring me a new grain offering at your Feast of Weeks, hold a holy assembly; do no ordinary work. “ ‘ໃນ​ວັນ​ຖວາຍ​ພືດຜົນ​ຫົວປີ​ນັ້ນ, ເມື່ອ​ເຈົ້າ​ນຳເອົາ​ພືດພັນ​ເປັນເມັດ​ໃໝ່​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ໃນ​ຊ່ວງ​ເທດສະການ​ແຫ່ງ​ອາທິດ​ນັ້ນ, ຈົ່ງ​ຈັດ​ໂຮມຊຸມນຸມ​ເພື່ອ​ນະມັດສະການ​ຂຶ້ນ ແລະ ຢ່າ​ອອກ​ແຮງງານ​ໃດໆ.
27 Present a burnt offering, a pleasing aroma to me: two young bulls, one ram, seven year-old male lambs. ຈົ່ງ​ຖວາຍ​ງົວເຖິກ​ສອງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກ​ແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ​ເປັນ​ເຄື່ອງເຜົາ​ບູຊາ​ເພື່ອ​ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.
28 With them comes a grain offering of fine flour mixed with oil: about six quarts for each bull, about four quarts for the one ram, ຄຽງຄູ່​ກັບ​ການຖວາຍ​ງົວ​ແຕ່ລະໂຕ​ນັ້ນ ຕ້ອງ​ມີ​ການ​ຖວາຍ​ພືດພັນ​ເປັນເມັດ​ຄື​ແປ້ງ​ລະອຽດ​ສາມສ່ວນສິບ​ເອຟາ​ປະສົມ​ນ້ຳມັນ; ແປ້ງ​ລະອຽດ​ສອງສ່ວນສິບ​ພ້ອມກັບ​ແກະຜູ້;
29 and about two quarts for each of the seven lambs; ແລະ ຖວາຍ​ແປ້ງ​ໜຶ່ງສ່ວນສິບ​ເອຟາ​ໄປ​ພ້ອມ​ກັບ​ລູກແກະ​ແຕ່ລະໂຕ.
30 with one male goat to make atonement for you. ແລະ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ​ສຳລັບ​ເຈົ້າ.
31 Offer these besides the regular burnt offering and its grain offering; see that they're flawless, with their drink offerings." ນອກເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ປົກກະຕິ ແລະ ເຄື່ອງຖວາຍ​ພືດພັນ​ເປັນເມັດ​ແລ້ວ ຈົ່ງ​ຖວາຍ​ເຄື່ອງດື່ມ​ບູຊາ​ອີກ​ດ້ວຍ. ຈົ່ງ​ໃຫ້​ແນ່ໃຈ​ວ່າ​ບັນດາ​ສັດ​ທີ່​ນຳ​ມາ​ຖວາຍ​ນັ້ນ​ບໍ່ມີຕຳໜິ​ໃດໆ​ເລີຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]