Skip to content
The Believer's Library

Biblica® Open Lao Contemporary Version

Numbers 27 OLCV

Show OLCV only
Verse × ×
1 The daughters of Zelophehad son of Hepher, son of Gilead, son of Machir, son of Manasseh, from the clans of Manasseh son of Joseph, came forward. His daughters' names: Mahlah, Noah, Hoglah, Milcah, Tirzah. ບັນດາ​ລູກສາວ​ຂອງ​ເຊໂລເຟຮັດ​ຜູ້​ເປັນ​ລູກຊາຍ​ຂອງ​ເຮເຟ, ເຮເຟ​ເປັນ​ລູກຊາຍ​ຂອງ​ກີເລອາດ, ເກລີອາດ​ເປັນ​ລູກຊາຍ​ຂອງ​ມາກີ, ມາກີ​ເປັນ​ລູກຊາຍ​ຂອງ​ມານາເຊ ຜູ້​ເປັນ​ລູກຊາຍ​ຂອງ​ໂຢເຊັບ. ເຊໂລເຟຮັດ​ຢູ່​ໃນ​ຕະກຸນ​ຂອງ​ມານາເຊ ຊື່​ລູກສາວ​ທັງຫລາຍ​ຂອງ​ລາວ​ມີ ມາຮະລາ, ໂນອາ, ໂຮຄະລາ, ມີລະກາ ແລະ ຕີຣະຊາ. ພວກເຂົາ​ໄດ້​ກ້າວ​ອອກ​ມາ
2 They stood before Moses, before Eleazar the priest, before the leaders and the whole assembly, at the tent of meeting's entrance, and said: ແລະ ຢືນ​ຕໍ່ໜ້າ​ໂມເຊ, ປະໂລຫິດ​ເອເລອາຊາ, ບັນດາ​ຜູ້ນຳ ແລະ ປະຊາຊົນ​ທັງໝົດ​ຢູ່​ທີ່​ບໍລິເວນ​ທາງເຂົ້າ ແລະ ເວົ້າ​ວ່າ,
3 "Our father died in the wilderness. He was not among those who gathered against our Father with Korah's group; he died for his own sin, and had no sons. “ພໍ່​ຂອງ​ພວກເຮົາ​ຕາຍ​ໃນ​ຖິ່ນແຫ້ງແລ້ງກັນດານ. ເພິ່ນ​ບໍ່​ໄດ້​ຢູ່​ໃນ​ທ່າມກາງ​ພວກ​ທີ່​ຕິດຕາມ​ໂກຣາ, ຜູ້​ທີ່​ເປັນ​ກະບົດ​ຕໍ່ສູ້​ພຣະເຈົ້າ​ຢາເວ, ແຕ່​ເພິ່ນ​ໄດ້​ຕາຍ​ໄປ​ເພາະ​ບາບ​ຂອງ​ເພິ່ນ​ເອງ ແລະ ບໍ່​ມີ​ລູກຊາຍ​ປະ​ໄວ້​ໃຫ້​ເລີຍ.
4 Why should our father's name disappear from his clan because he had no son? Give us property among our father's brothers." ເປັນຫຍັງ​ຊື່​ພໍ່​ຂອງ​ພວກເຮົາ​ຈຶ່ງ​ຖືກ​ລຶບ​ອອກ​ໄປ​ຈາກ​ຕະກຸນ​ຍ້ອນ​ເພິ່ນ​ບໍ່​ມີ​ລູກຊາຍ? ຂໍ​ຈົ່ງ​ໃຫ້​ພວກເຮົາ​ໄດ້​ຮັບ​ກຳມະສິດ​ຮ່ວມ​ກັບ​ຍາດພີ່ນ້ອງ​ທາງ​ພໍ່​ຂອງ​ພວກເຮົາ​ດ້ວຍ”.
5 So Moses brought their case before our Father. ໂມເຊ​ຈຶ່ງ​ນຳເອົາ​ກໍລະນີ​ຂອງ​ພວກເຂົາ​ມາ​ຍັງ​ພຣະເຈົ້າ​ຢາເວ,
6 And our Father said to Moses: ແລະ ພຣະເຈົ້າ​ຢາເວ​ກ່າວ​ຕໍ່​ເພິ່ນ​ວ່າ,
7 "Zelophehad's daughters are right. Give them a hereditary portion among their father's brothers, and transfer their father's inheritance to them. “ສິ່ງ​ທີ່​ບັນດາ​ລູກສາວ​ຂອງ​ເຊໂລເຟຮັດ​ເວົ້າ​ນັ້ນ​ຖືກຕ້ອງ​ແລ້ວ. ເຈົ້າ​ຕ້ອງ​ມອບ​ຊັບສົມບັດ​ໃຫ້​ພວກນາງ​ເປັນ​ມໍລະດົກ​ຮ່ວມກັບ​ພີ່ນ້ອງ​ທາງ​ພໍ່ ແລະ ຈົ່ງ​ມອບ​ສ່ວນແບ່ງ​ຂອງ​ພໍ່​ນັ້ນ​ໃຫ້​ແກ່​ພວກນາງ.
8 Say to the Israelites: If a man dies without a son, transfer his inheritance to his daughter. “ຈົ່ງ​ບອກ​ຄົນ​ອິດສະຣາເອນ​ວ່າ, ‘ຖ້າ​ຊາຍ​ໃດ​ຕາຍ​ໄປ ແລະ ບໍ່​ມີ​ລູກຊາຍ, ຈົ່ງ​ມອບ​ມໍລະດົກ​ຂອງ​ລາວ​ໃຫ້​ຜູ້​ເປັນ​ລູກສາວ.
9 If he has no daughter, you are to give his inheritance to his brothers. ຖ້າ​ບໍ່​ມີ​ລູກສາວ, ຈົ່ງ​ມອບ​ມໍລະດົກ​ນັ້ນ​ໃຫ້​ແກ່​ອ້າຍ​ນ້ອງຊາຍ​ຂອງ​ລາວ.
10 If he has no brothers, you are to give his inheritance to his father's brothers. ຖ້າ​ລາວ​ບໍ່​ມີ​ອ້າຍ ຫລື ນ້ອງຊາຍ, ຈົ່ງ​ມອບ​ມໍລະດົກ​ໃຫ້​ແກ່​ອ້າຍ ຫລື ນ້ອງຊາຍ​ຂອງ​ພໍ່​ຂອງ​ລາວ.
11 If his father has no brothers, give his inheritance to his nearest relative in his clan, who is to possess it. This is a legal statute for the Israelites, as our Father commanded Moses." ຖ້າ​ພໍ່​ຂອງ​ລາວ​ບໍ່​ມີ​ອ້າຍ ຫລື ນ້ອງຊາຍ, ຈົ່ງ​ມອບ​ມໍລະດົກ​ຂອງ​ລາວ​ໃຫ້​ແກ່​ພີ່ນ້ອງ​ໃກ້ຊິດ​ທີ່ສຸດ​ໃນ​ຕະກຸນ​ຂອງ​ລາວ, ເພື່ອ​ລາວ​ຈະ​ໄດ້​ຄອບຄອງ​ມໍລະດົກ​ນັ້ນ. ນີ້​ເປັນ​ຂໍ້ບັງຄັບ​ຂອງ​ກົດບັນຍັດ​ສຳລັບ​ຄົນ​ອິດສະຣາເອນ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ’ ”.
12 Then our Father said to Moses, "Go up Mount Abarim and see the land I've given the Israelites. ແລ້ວ​ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ຂຶ້ນ​ໄປ​ເທິງ​ພູເຂົາ​ອາບາຣິມ​ນີ້ ແລະ ເບິ່ງ​ດິນແດນ​ທີ່​ເຮົາ​ມອບ​ໃຫ້​ຄົນ​ອິດສະຣາເອນ.
13 When you see it, you too will be gathered to your people, as Aaron your brother was gathered, ຫລັງຈາກ​ເຈົ້າ​ໄດ້​ເຫັນ​ດິນແດນ​ນັ້ນ​ແລ້ວ, ເຈົ້າ​ກໍ​ຈະ​ຕາຍ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເຈົ້າ, ເໝືອນ​ດັ່ງ​ອາໂຣນ​ອ້າຍ​ຂອງ​ເຈົ້າ,
14 because you rebelled against my command in the wilderness of Zin, during the congregation's quarrel, to honor me as holy at the water before their eyes—the water of Meribah of Kadesh, wilderness of Zin." ພວກເຈົ້າ​ທັງສອງ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ເຮົາ ບໍ່​ໃຫ້​ກຽດ​ເຮົາ​ໃນ​ຖານະ​ອົງ​ບໍລິສຸດ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ ເມື່ອ​ເວລາ​ຊຸມຊົນ​ໄດ້​ກະບົດ​ໃນ​ເລື່ອງ​ນ້ຳ​ໃນ​ຖິ່ນແຫ້ງແລ້ງກັນດານ​ຊິນ”. (ສິ່ງ​ເຫລົ່ານີ້​ເປັນ​ເລື່ອງ​ນ້ຳ​ທີ່​ເມຣີບາກາເດັດ​ໃນ​ຖິ່ນແຫ້ງແລ້ງກັນດານ​ຊິນ.)
15 Moses spoke to our Father, saying: ໂມເຊ​ກ່າວ​ຕໍ່​ພຣະເຈົ້າ​ຢາເວ​ວ່າ,
16 "May the Father of the spirits of all flesh appoint a man over the congregation, “ຂໍ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຜູ້​ໃຫ້​ລົມຫາຍໃຈ​ແກ່​ສິ່ງ​ມີ​ຊີວິດ​ທັງໝົດ, ຂໍ​ໂຜດ​ແຕ່ງຕັ້ງ​ບາງ​ຄົນ​ໃຫ້​ປົກຄອງ​ເໜືອ​ຊຸມຊົນ​ນີ້
17 who goes out before them and comes in before them, who leads them out and brings them in, so our Father's assembly will not be like sheep without a shepherd." ຄົນ​ທີ່​ຈະເຂົ້າ​ອອກ​ຕໍ່​ໜ້າ​ພວກເຂົາ ນຳ​ພວກເຂົາ​ອອກ​ໄປ ແລະ ນຳ​ກັບ​ເຂົ້າ​ມາ ເພື່ອ​ປະຊາຊົນ​ຂອງ​ພຣະເຈົ້າ​ຢາເວ​ຈະ​ບໍ່​ເປັນ​ເໝືອນ​ແກະ​ທີ່​ປາດສະຈາກ​ຄົນ​ລ້ຽງດູ”.
18 So our Father told Moses, "Take Joshua son of Nun, a man with the Spirit of our Father in him, and lay your hand on him. ພຣະເຈົ້າ​ຢາເວ​ເວົ້າ​ກັບ​ໂມເຊ​ວ່າ, “ຈົ່ງ​ນຳເອົາ​ໂຢຊວຍ​ລູກຊາຍ​ຂອງ​ນູນ, ຊາຍ​ຜູ້​ມີ​ຈິດ​ວິນຍານ​ແຫ່ງ​ການ​ເປັນ​ຜູ້ນຳ​ຢູ່​ພາຍ​ໃນ​ເຂົ້າ​ມາ, ແລ້ວ​ວາງ​ມື​ຂອງ​ເຈົ້າ​ໃສ່​ລາວ.
19 Have him stand before Eleazar the priest and the whole assembly, and commission him before their eyes. ຈົ່ງ​ໃຫ້​ລາວ​ຢືນ​ຢູ່​ຕໍ່ໜ້າ​ປະໂລຫິດ​ເອເລອາຊາ ແລະ ຊຸມຊົນ​ທັງໝົດ​ແລ້ວ​ແຕ່ງຕັ້ງ​ລາວ​ຕໍ່ໜ້າ​ຄົນ​ເຫລົ່ານັ້ນ.
20 Give him some of your authority, so that the whole congregation of the Israelites will obey him. ຈົ່ງ​ມອບ​ສິດອຳນາດ​ຂອງ​ເຈົ້າ​ບາງ​ສ່ວນ​ໃຫ້​ລາວ ເພື່ອ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ຈະ​ເຊື່ອຟັງ​ລາວ.
21 He will stand before Eleazar the priest, who will consult the Urim's judgment for him before our Father. At Eleazar's word they will go out, at his word come in—he, all the Israelites with him, the whole congregation." ລາວ​ຈະ​ຢືນ​ຢູ່​ຕໍ່ໜ້າ​ປະໂລຫິດ​ເອເລອາຊາ, ຜູ້​ທີ່​ຈະ​ຂໍ​ຄຳ​ຕັດສິນ​ໃຫ້​ລາວ​ຕໍ່ໜ້າ​ພຣະເຈົ້າຢາເວ​ໂດຍ​ສະຫລາກ​ສັກສິດ ເມື່ອ​ປະໂລຫິດ​ເອເລອາຊາ​ສັ່ງ​ໃຫ້​ອອກ​ໄປ ໂຢຊວຍ ແລະ ຊຸມຊົນ​ຊາວ​ອິດສະຣາເອນ​ທັງໝົດ​ກໍ​ຈະ​ອອກ​ໄປ ແລະ ເມື່ອ​ປະໂລຫິດ​ເອເລອາຊາ​ສັ່ງ​ໃຫ້​ເຂົ້າ​ມາ ພວກເຂົາ​ກໍ​ຈະ​ເຂົ້າ​ມາ”.
22 Moses obeyed our Father's command: he took Joshua and stood him before Eleazar the priest and the entire assembly. ໂມເຊ​ກໍ​ປະຕິບັດ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ. ເພິ່ນ​ໄດ້​ນຳເອົາ​ໂຢຊວຍ​ມາ​ຢືນ​ຢູ່​ຕໍ່ໜ້າ​ປະໂລຫິດ​ເອເລອາຊາ ແລະ ຊຸມຊົນ​ທັງໝົດ.
23 He laid his hands on him and commissioned him, as our Father had spoken through Moses. ແລ້ວ​ເພິ່ນ​ຈຶ່ງ​ວາງ​ມື​ໃສ່​ໂຢຊວຍ ແລະ ແຕ່ງຕັ້ງ, ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ແນະນຳ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]