Skip to content
The Believer's Library

Biblica® Open Lao Contemporary Version

Mark 8 OLCV

Show OLCV only
Verse × ×
1 In those days, again a large crowd gathered with nothing to eat. Jesus called his disciples and said, ໃນ​ຊ່ວງ​ວັນ​ເຫລົ່ານັ້ນ ມີ​ປະຊາຊົນ​ອີກ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ເຕົ້າໂຮມກັນ. ເນື່ອງ​ຈາກ​ວ່າ ພວກເຂົາ​ບໍ່​ມີ​ອາຫານ​ກິນ, ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກສາວົກ​ຂອງ​ພຣະອົງ​ມາ ແລະ ກ່າວ​ວ່າ,
2 "I feel compassion for the crowd—they've been with me three days now and have nothing to eat. “ເຮົາ​ສົງສານ​ຄົນ​ເຫລົ່ານີ້​ເພາະ​ພວກເຂົາ​ມາ​ຢູ່​ກັບ​ເຮົາ​ໄດ້​ສາມ​ວັນ​ແລ້ວ ແລະ ບໍ່​ມີ​ຫຍັງ​ກິນ.
3 If I send them home hungry, they'll collapse on the way—some have come from far off." ຖ້າ​ເຮົາ​ໃຫ້​ພວກເຂົາ​ກັບ​ໄປ​ທັງ​ທີ່​ຍັງ​ຫິວ​ຢູ່​ພວກເຂົາ​ອາດ​ຈະ​ໝົດ​ແຮງ​ກາງທາງ​ກໍ​ໄດ້​ເພາະ​ບາງຄົນ​ກໍ​ມາ​ແຕ່​ໄກ”.
4 And his disciples answered him, "How can anyone feed these people with bread here in the wilderness?" ພວກສາວົກ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ແຕ່​ໃນ​ທີ່​ຫ່າງໄກ​ເຊັ່ນ​ນີ້​ຈະ​ຫາ​ເຂົ້າຈີ່​ຢູ່​ໃສ​ມາ​ພໍ​ລ້ຽງ​ພວກເຂົາ?”
5 And he asked them, "How many loaves do you have?" They said, "Seven." ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ມີ​ເຂົ້າຈີ່​ຈັກ​ກ້ອນ?” ພວກເພິ່ນ​ຕອບ​ວ່າ, “ເຈັດ​ກ້ອນ”.
6 He told the crowd to sit on the ground, took the seven loaves, gave thanks, broke them, and gave them to his disciples to serve to the people; and they served the crowd. ພຣະອົງ​ບອກ​ປະຊາຊົນ​ໃຫ້​ນັ່ງ​ລົງ​ຕາມ​ພື້ນດິນ. ເມື່ອ​ພຣະອົງ​ຮັບ​ເອົາ​ເຂົ້າຈີ່​ເຈັດ​ກ້ອນ ແລະ ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ພຣະອົງ​ກໍ​ຫັກ​ເຂົ້າຈີ່​ຍື່ນ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ເພື່ອ​ແຈກຢາຍ​ໃຫ້​ແກ່​ປະຊາຊົນ ແລະ ພວກເພິ່ນ​ກໍ​ເຮັດ​ຕາມ​ນັ້ນ.
7 They also had a few small fish; after blessing them, he told the disciples to serve these to the people. ພວກເຂົາ​ຍັງ​ມີ​ປານ້ອຍ​ຈຳນວນ​ໜຶ່ງ, ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ປາ​ເຫລົ່ານີ້ ແລະ ໃຫ້​ພວກສາວົກ​ນຳ​ໄປ​ແຈກຢາຍ​ເໝືອນ​ກັນ.
8 And they ate and were satisfied. And they took up seven baskets of the leftover pieces. ປະຊາຊົນ​ຕ່າງ​ກໍ​ກິນ​ຈົນ​ອີ່ມ. ຫລັງຈາກນັ້ນ ພວກສາວົກ​ໄດ້​ເກັບ​ເອົາ​ຕ່ອນ​ຫັກ​ທີ່​ເຫລືອ​ໄວ້​ໄດ້​ເຕັມ​ເຈັດ​ກະບຸງ.
9 About 4,000 people were there. And he sent them away. ໃນ​ທີ່​ນັ້ນ ມີ​ຜູ້ຊາຍ​ປະມານ​ສີ່ພັນ​ຄົນ. ຫລັງຈາກ​ທີ່​ພຣະອົງ​ໃຫ້​ພວກເຂົາ​ກັບ​ໄປ​ແລ້ວ,
10 Then immediately he got into the boat with his disciples and went to the district of Dalmanutha. ພຣະອົງ​ກໍ​ລົງ​ເຮືອ​ໄປ​ກັບ​ພວກສາວົກ​ຂອງ​ພຣະອົງ ແລະ ໄປ​ເຖິງ​ຂົງເຂດ​ເມືອງ​ດານມານຸທາ.
11 The Pharisees came and began debating with him, testing him by demanding a sign from heaven. ພວກ​ຟາຣີຊາຍ​ໄດ້​ມາ​ຫາ ແລະ ເລີ່ມ​ຖາມ​ພຣະເຢຊູເຈົ້າ. ເພື່ອ​ທົດລອງ​ພຣະອົງ ພວກເຂົາ​ຂໍ​ໃຫ້​ພຣະອົງ​ສະແດງ​ໝາຍສຳຄັນ​ຢ່າງ​ໜຶ່ງ​ຈາກ​ສະຫວັນ.
12 Sighing deeply in his spirit, he said, "Why does this generation demand a sign? Truly I tell you, no sign will be given to this generation." ພຣະອົງ​ຖອນ​ຫາຍໃຈ​ຍາວ ແລະ ກ່າວ​ວ່າ, “ເປັນຫຍັງ​ຄົນ​ໃນ​ຍຸກ​ນີ້​ຈຶ່ງ​ຂໍ​ແຕ່​ໝາຍສຳຄັນ? ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດໆ​ແກ່​ພວກເຂົາ”.
13 And he left them, got back into the boat, and went to the other side. ແລ້ວ​ພຣະອົງ​ກໍ​ຈາກ​ພວກເຂົາ​ກັບ​ລົງ​ໄປ​ໃນ​ເຮືອ ແລະ ຂ້າມ​ທະເລສາບ​ໄປ​ຍັງ​ຟາກ​ອື່ນ.
14 They'd forgotten to bring bread—only one loaf was with them in the boat. ພວກສາວົກ​ໄດ້​ລືມ​ເອົາ​ເຂົ້າຈີ່​ມາ​ນຳ ແລະ ຢູ່​ໃນ​ເຮືອ​ກໍ​ມີ​ເຂົ້າຈີ່​ພຽງ​ແຕ່​ກ້ອນ​ດຽວ.
15 And he warned them, "Watch out—beware of the yeast of the Pharisees and the yeast of Herod." ພຣະເຢຊູເຈົ້າ​ກ່າວ​ເຕືອນ​ພວກເພິ່ນ​ວ່າ, “ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ແລະ ເຊື້ອແປ້ງ​ຂອງ​ເຮໂຣດ​ໃຫ້​ດີ”.
16 And they began discussing with one another that they had no bread. ພວກເພິ່ນ​ຈຶ່ງ​ສົນທະນາກັນ ແລະ ເວົ້າ​ວ່າ, “ເປັນ​ເພາະ​ພວກເຮົາ​ບໍ່​ມີ​ເຂົ້າຈີ່”.
17 Knowing this, Jesus asked, "Why discuss having no bread? Do you still not see or grasp? Are your hearts hardened? ພຣະເຢຊູເຈົ້າ​ຮູ້​ເລື່ອງ​ທີ່​ພວກເພິ່ນ​ເວົ້າ​ກັນ​ນັ້ນ ຈຶ່ງ​ຖາມ​ພວກເພິ່ນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ກັນ​ເຖິງ​ເລື່ອງ​ບໍ່​ມີ​ເຂົ້າຈີ່? ພວກເຈົ້າ​ຍັງ​ບໍ່​ເຫັນ ຫລື ຍັງ​ບໍ່​ເຂົ້າໃຈ​ບໍ? ໃຈ​ຂອງ​ພວກເຈົ້າ​ແຂງກະດ້າງ​ແມ່ນ​ບໍ?
18 Having eyes, do you not see? Having ears, do you not hear? And do you not remember? ພວກເຈົ້າ​ມີ​ຕາ​ແຕ່​ເບິ່ງ​ບໍ່​ເຫັນ, ມີ​ຫູ​ແຕ່​ບໍ່​ໄດ້ຍິນ​ບໍ? ແລະ ພວກເຈົ້າ​ຈື່​ບໍ່​ໄດ້​ບໍ?
19 When I broke the five loaves for the 5,000, how many baskets full of fragments did you collect?" They said, "Twelve." ເມື່ອ​ເຮົາ​ຫັກ​ເຂົ້າຈີ່​ຫ້າ​ກ້ອນ​ລ້ຽງ​ຄົນ​ຫ້າພັນ​ຄົນ, ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫລືອ​ໄດ້​ຈັກ​ກະບຸງ?” ພວກເພິ່ນ​ຕອບ​ວ່າ, “ສິບສອງ​ກະບຸງ”.
20 "And when I broke the seven for the 4,000, how many basketfuls of broken pieces did you gather?" They said, "Seven." ພຣະອົງ​ຖາມ​ວ່າ, “ແລະ ເມື່ອ​ເຮົາ​ຫັກ​ເຂົ້າຈີ່​ເຈັດ​ກ້ອນ​ລ້ຽງ​ຄົນ​ສີ່ພັນ​ຄົນ, ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫລືອ​ໄວ້​ໄດ້​ຈັກ​ກະບຸງ?” ພວກເພິ່ນ​ຕອບ​ວ່າ, “ເຈັດ​ກະບຸງ”.
21 And he said to them, "Do you still not understand?" ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ຍັງ​ບໍ່​ເຂົ້າໃຈ​ຢູ່​ບໍ?”
22 They came to Bethsaida, where people brought him a blind man and begged Jesus to touch the man. ເມື່ອ​ພຣະເຢຊູເຈົ້າ ແລະ ພວກສາວົກ​ມາ​ຮອດ​ເມືອງ​ເບັດຊາອີດາ, ມີ​ບາງ​ຄົນ​ໄດ້​ພາ​ຊາຍ​ຕາບອດ​ຜູ້​ໜຶ່ງ​ມາ ແລະ ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ວາງມື​ໃສ່​ລາວ.
23 He took the blind man's hand, led him out of the village, spit on his eyes, laid hands on him, and asked, "Do you see anything?" ພຣະອົງ​ຈູງ​ມື​ຄົນ​ຕາບອດ​ອອກ​ໄປ​ນອກ​ໝູ່​ບ້ານ. ເມື່ອ​ພຣະອົງ​ຖົ່ມ​ນ້ຳລາຍ​ໃສ່​ຕາ​ທັງ​ສອງ​ຂອງ​ຊາຍ​ຜູ້​ນີ້ ແລະ ວາງມື​ໃສ່​ລາວ​ແລ້ວ ພຣະອົງ​ກໍ​ຖາມ​ລາວ​ວ່າ, “ເຈົ້າ​ເຫັນ​ຫຍັງ​ບໍ?”
24 He looked up and said, "I see people, but they look like trees, walking." ລາວ​ໄດ້​ເງີຍ​ໜ້າ​ຂຶ້ນ​ເບິ່ງ ແລະ ຕອບ​ວ່າ, “ຂ້ານ້ອຍ​ເຫັນ​ຄົນ, ພວກເຂົາ​ເໝືອນ​ຕົ້ນໄມ້​ຍ່າງ​ໄປ​ຍ່າງ​ມາ”.
25 Then Jesus put his hands on the man's eyes again; he looked intently, was restored, and saw everything distinctly. ພຣະເຢຊູເຈົ້າ​ວາງມື​ໃສ່​ທີ່​ຕາ​ຂອງ​ລາວ​ອີກ​ເທື່ອ​ໜຶ່ງ. ແລ້ວ​ຕາ​ທັງສອງ​ຂອງ​ລາວ​ກໍ​ເປີດ​ອອກ, ສາຍຕາ​ຂອງ​ລາວ​ກໍ​ດີ​ເປັນປົກກະຕິ ແລະ ເບິ່ງ​ເຫັນ​ທຸກ​ຢ່າງ​ໄດ້​ຊັດເຈນ.
26 And he sent him home, saying, "Do not even go into the village." ພຣະເຢຊູເຈົ້າ​ຈຶ່ງ​ໃຫ້​ລາວ​ກັບ​ເມືອ​ໂດຍ​ສັ່ງ​ວ່າ, “ຢ່າ​ເຂົ້າໄປ​ໃນ​ໝູ່ບ້ານ”.
27 Jesus and his disciples went to the villages of Caesarea Philippi. On the way he asked them, "Who do people say I am?" ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ໄດ້​ໄປ​ຍັງ​ໝູ່​ບ້ານ​ໃກ້​ເຂດ​ເມືອງ​ກາຍຊາເຣຍ ຟີລິບປອຍ. ໃນ​ລະຫວ່າງທາງ​ພຣະອົງ​ໄດ້​ຖາມ​ພວກເພິ່ນ​ວ່າ, “ຄົນ​ທັງຫລາຍ​ເວົ້າ​ກັນ​ວ່າ​ເຮົາ​ເປັນ​ຜູ້ໃດ?”
28 They told him, "John the Baptist; and others say Elijah; and others, one of the prophets." ພວກເພິ່ນ​ຕອບ​ວ່າ, “ບາງຄົນ​ເວົ້າ​ວ່າ​ທ່ານ​ແມ່ນ​ໂຢຮັນ​ບັບຕິສະໂຕ, ບາງຄົນ​ເວົ້າ​ວ່າ​ທ່ານ​ແມ່ນ​ເອລີຢາ ແລະ ຍັງ​ມີ​ຄົນ​ອື່ນໆ​ອີກ​ເວົ້າ​ວ່າ​ທ່ານ​ເປັນ​ຄົນ​ໜຶ່ງ​ໃນ​ບັນດາ​ຜູ້ທຳນວາຍ”.
29 Then he asked them, "But who do you say I am?" Peter answered, "You are the Christ." ພຣະອົງ​ຖາມ​ວ່າ, “ແລ້ວ​ພວກເຈົ້າ​ເດ? ພວກເຈົ້າ​ວ່າ​ເຮົາ​ເປັນ​ຜູ້ໃດ?” ເປໂຕ​ຕອບ​ວ່າ, “ພຣະອົງ​ເປັນ​ພຣະຄຣິດເຈົ້າ”.
30 And he strictly warned them not to speak about him. ແລ້ວ​ພຣະເຢຊູເຈົ້າ​ເຕືອນ​ພວກເພິ່ນ​ບໍ່​ໃຫ້​ບອກ​ຜູ້ໃດ​ກ່ຽວກັບ​ເລື່ອງ​ຂອງ​ພຣະອົງ.
31 He began teaching them the Son of Man must suffer much, be rejected by the elders, chief priests, and scribes, be killed, and rise after three days. ຕັ້ງ​ແຕ່​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ໄດ້​ເລີ່ມ​ສັ່ງສອນ​ພວກສາວົກ​ວ່າ​ບຸດມະນຸດ​ຈະ​ຕ້ອງ​ຖືກ​ທົນທຸກທໍລະມານ​ຫລາຍ​ປະການ. ຖືກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ປະຕິເສດ, ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ອີກ.
32 He said this plainly. And Peter took him aside and began to rebuke him. ພຣະອົງ​ໄດ້​ກ່າວ​ເລື່ອງ​ນີ້​ສູ່​ພວກເພິ່ນ​ຟັງ​ຢ່າງ​ຈະແຈ້ງ, ເປໂຕ​ຈຶ່ງ​ໄດ້​ພາ​ພຣະອົງ​ຫລີກ​ໄປ​ຕ່າງຫາກ ແລະ ເລີ່ມ​ຕຳໜິ​ພຣະອົງ.
33 But turning, he looked at his disciples and rebuked Peter: "Get behind me, Satan! For you are not setting your mind on the things of our Father, but on the things of man." ແຕ່​ເມື່ອ​ພຣະເຢຊູເຈົ້າ​ຫັນ​ກັບ​ມາ​ເບິ່ງ​ພວກສາວົກ​ຂອງ​ພຣະອົງ, ພຣະອົງ​ຕຳໜິ​ເປໂຕ, ພຣະອົງ​ກ່າວ​ວ່າ, “ມານຊາຕານ​ເອີຍ! ຈົ່ງ​ຖອຍ​ໜີ​ໄປ​ຈາກ​ເຮົາ ເຈົ້າ​ບໍ່​ໄດ້​ມີ​ຄວາມຄິດ​ຫວ່ງໃຍ​ເໝືອນດັ່ງ​ພຣະເຈົ້າ ແຕ່​ມີ​ຄວາມຄິດ​ຫ່ວງໃຍ​ເໝືອນດັ່ງ​ມະນຸດ”.
34 He called the crowd and his disciples and said to them, "Whoever wants to come after me must deny himself, take up his cross, and follow me. ແລ້ວ​ພຣະອົງ​ເອີ້ນ​ປະຊາຊົນ​ກັບ​ພວກສາວົກ​ເຂົ້າ​ມາ ແລະ ກ່າວ​ວ່າ: “ຖ້າ​ຜູ້ໃດ​ຢາກ​ເປັນ​ສາວົກ​ຂອງ​ເຮົາ, ໃຫ້​ຜູ້​ນັ້ນ​ປະຕິເສດ​ຕົນ​ເອງ ແລະ ຮັບ​ແບກ​ໄມ້ກາງແຂນ​ຂອງ​ຕົນ​ແລ້ວ​ຕິດຕາມ​ເຮົາ​ມາ.
35 Whoever wants to save his life will lose it; whoever loses his life for my sake and the good news will save it. ເພາະ​ຜູ້ໃດ​ທີ່​ຢາກ​ຮັກສາ​ຊີວິດ​ຂອງ​ຕົນ​ໃຫ້​ພົ້ນ ຜູ້​ນັ້ນ​ກໍ​ຈະ​ເສຍ​ຊີວິດ, ເພາະ​ຜູ້ໃດ​ທີ່​ຍອມ​ສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ ແລະ ຂ່າວປະເສີດ ຜູ້​ນັ້ນ​ກໍ​ຈະ​ຖືກ​ຊ່ວຍ​ຊີວິດ​ໃຫ້​ພົ້ນ.
36 What good does it do a person to gain the whole world and forfeit his soul? ຈະ​ມີ​ປະໂຫຍດ​ອັນໃດ ທີ່​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ໄດ້​ໂລກ​ນີ້​ທັງໝົດ ແຕ່​ຕ້ອງ​ສູນເສຍ​ຈິດວິນຍານ​ຂອງ​ຕົນ?
37 For what can a person give in exchange for his soul? ຫລື ຄົນ​ນັ້ນ​ຈະ​ເອົາ​ສິ່ງ​ໃດ​ມາ​ແລກປ່ຽນ​ເອົາ​ຈິດວິນຍານ​ຂອງ​ຕົນ​ໄດ້?
38 For whoever is ashamed of me and my words in this adulterous, sinful generation—the Son of Man will be ashamed of them too when he comes in his Father's glory with the holy angels." ຖ້າ​ຜູ້ໃດ​ອັບອາຍ​ໃນ​ເລື່ອງ​ເຮົາ ແລະ ໃນ​ເລື່ອງ​ຖ້ອຍຄຳ​ຂອງ​ເຮົາ​ໃນ​ຍຸກ​ທີ່​ບາບ ແລະ ຫລິ້ນຊູ້, ບຸດມະນຸດ​ກໍ​ຈະ​ອັບອາຍ​ໃນ​ເລື່ອງ​ຄົນ​ນັ້ນ ເມື່ອ​ພຣະອົງ​ມາ​ປາກົດ​ໃນ​ສະຫງ່າລາສີ​ຂອງ​ພຣະບິດາ ພ້ອມ​ກັບ​ບັນດາ​ເທວະດາ​ບໍລິສຸດ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]