Skip to content
The Believer's Library

Biblica® Open Lao Contemporary Version

Mark 9 OLCV

Show OLCV only
Verse × ×
1 He said to them, "Truly I tell you: some standing here will not taste death before they see the kingdom of our Father come with power." ແລະ ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່​ນີ້​ຈະ​ບໍ່​ຮູ້​ລົດ​ຂອງ​ຄວາມຕາຍ​ຈົນ​ກວ່າ​ພວກເຂົາ​ຈະ​ໄດ້​ເຫັນ​ອານາຈັກ​ຂອງ​ພຣະເຈົ້າ​ມາ​ຕັ້ງ​ຢູ່​ດ້ວຍ​ລິດອຳນາດ”.
2 Six days later Jesus took Peter, James, and John, and led them up a high mountain alone, and he was transfigured before them. ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ຂຶ້ນ​ໄປ​ເທິງ​ພູ​ສູງ​ຢູ່​ຕ່າງຫາກ. ຢູ່​ທີ່​ນັ້ນ ຮ່າງກາຍ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ.
3 His clothes became radiant, dazzling white—whiter than anyone on earth could bleach them. ເຄື່ອງນຸ່ງ​ຂອງ​ພຣະອົງ​ກາຍເປັນ​ສີຂາວ​ສ່ອງແສງ​ເຫລື້ອມໃສ, ຂາວ​ກວ່າ​ສິ່ງໃດ​ໃນ​ໂລກ​ນີ້​ຈະ​ຟອກ​ໃຫ້​ຂາວ​ເຊັ່ນ​ນັ້ນ​ໄດ້.
4 And Elijah appeared to them along with Moses, and they were talking with Jesus. ແລ້ວ​ໂມເຊ ແລະ ເອລີຢາ​ກໍ​ໄດ້​ມາ​ປາກົດ​ໂຕ​ຕໍ່ໜ້າ​ພວກເພິ່ນ ແລະ ກຳລັງ​ສົນທະນາ​ຢູ່​ກັບ​ພຣະເຢຊູເຈົ້າ.
5 Peter said to Jesus, "Rabbi, it's good that we're here. Let's make three shelters—one for you, one for Moses, and one for Elijah." ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອາຈານ​ເອີຍ, ດີ​ແທ້ໆ​ທີ່​ພວກຂ້ານ້ອຍ​ໄດ້​ມາ​ຢູ່​ບ່ອນນີ້. ຂໍ​ໃຫ້​ພວກຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຫລັງ​ໜຶ່ງ​ສຳລັບ​ພຣະອົງ, ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ ຫລັງ​ໜຶ່ງ​ສຳລັບ​ເອລີຢາ”.
6 He did not know what to say, for they were terrified. (ເປໂຕ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ສິ່ງໃດ​ດີ ເພາະ​ພວກເພິ່ນ​ຕົກໃຈຢ້ານ​ຫລາຍ.)
7 A cloud appeared and overshadowed them, and a voice came from the cloud: "This is my beloved Son. Listen to him!" ແລ້ວ​ກໍ​ມີ​ກ້ອນເມກ​ປາກົດ​ຂຶ້ນ​ມາ​ປົກຄຸມ​ພວກເພິ່ນ​ໄວ້, ແລະ ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້, ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ, ຈົ່ງ​ເຊື່ອຟັງ​ເພິ່ນ!”
8 Suddenly, when they looked around, they no longer saw anyone with them except Jesus. ທັນໃດ​ນັ້ນ ເມື່ອ​ພວກເພິ່ນ​ຫລຽວ​ເບິ່ງ​ອ້ອມຮອບ​ໂຕ​ກໍ​ບໍ່​ເຫັນ​ຜູ້ໃດ ນອກຈາກ​ພຣະເຢຊູເຈົ້າ​ເທົ່ານັ້ນ​ທີ່​ຢູ່​ກັບ​ພວກເພິ່ນ.
9 Coming down the mountain, he ordered them to tell no one what they'd seen until the Son of Man rose from the dead. ໃນ​ຂະນະ​ທີ່​ກຳລັງ​ລົງ​ມາ​ແຕ່​ພູເຂົາ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ສັ່ງ​ພວກເພິ່ນ​ວ່າ​ຢ່າ​ບອກ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ນີ້​ໃຫ້​ແກ່​ຜູ້ໃດ​ຈົນ​ກວ່າ​ບຸດມະນຸດ​ຈະ​ເປັນຄືນມາຈາກຕາຍ.
10 So they kept the matter to themselves, questioning what rising from the dead could mean. ພວກສາວົກ​ທັງ​ສາມ​ໄດ້​ຖືຮັກສາ​ຂໍ້ຄຳສັ່ງ​ນີ້​ໄວ້​ກັບ​ຕົນ​ເອງ ໂດຍ​ປຶກສາ​ກັນ​ວ່າ, “ການເປັນຄືນມາຈາກຕາຍ” ໝາຍ​ຄວາມ​ວ່າ​ແນວໃດ.
11 And they asked him, "Why do the scribes say that Elijah must come first?" ແລະ ພວກເພິ່ນ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເປັນຫຍັງ​ພວກ​ຄູສອນກົດບັນຍັດ​ຈຶ່ງ​ເວົ້າ​ວ່າ​ເອລີຢາ​ຈະ​ຕ້ອງ​ມາ​ກ່ອນ?”
12 He said, "Elijah does come first and restores everything. Then why is it written the Son of Man must suffer much and be treated with contempt? ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ຖືກ​ແລ້ວ, ເອລີຢາ​ຕ້ອງ​ມາ​ກ່ອນ ແລະ ເຮັດ​ໃຫ້​ທຸກສິ່ງ​ກັບ​ຄືນ​ສູ່​ສະພາບເດີມ. ດ້ວຍເຫດໃດ​ຈຶ່ງ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ​ບຸດມະນຸດ​ຈະ​ຖືກ​ທົນທຸກທໍລະມານ​ຢ່າງ​ໜັກໜ່ວງ ແລະ ຖືກ​ປະຕິເສດ?
13 But I tell you, Elijah has come, and they did to him whatever they pleased, as it is written about him." ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ເອລີຢາ​ໄດ້​ມາ​ແລ້ວ ແລະ ພວກເຂົາ​ໄດ້​ເຮັດ​ກັບ​ເພິ່ນ​ຕາມໃຈ​ມັກ​ທຸກ​ຢ່າງ ດັ່ງ​ທີ່​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ເພິ່ນ”.
14 Coming to the other disciples, they saw a large crowd around the disciples, and scribes arguing with them. ເມື່ອ​ພວກເພິ່ນ​ໄດ້​ມາ​ຮອດ​ສາວົກ​ຄົນ​ອື່ນໆ​ແລ້ວ ພວກເພິ່ນ​ກໍ​ເຫັນ​ປະຊາຊົນ​ຢ່າງ​ຫລວງຫລາຍ​ຫຸ້ມອ້ອມ​ພວກເຂົາ​ຢູ່ ແລະ ພວກ​ຄູສອນກົດບັນຍັດ​ກຳລັງ​ໂຕ້ຖຽງ​ກັບ​ພວກເຂົາ​ຢູ່.
15 As soon as the whole crowd saw Jesus, they were astonished and ran to greet him. ໃນທັນໃດ​ນັ້ນ ເມື່ອ​ປະຊາຊົນ​ທັງຫລາຍ​ເຫັນ​ພຣະເຢຊູເຈົ້າ, ພວກເຂົາ​ກໍ​ປະຫລາດໃຈ​ຫລາຍ ແລະ ພາກັນ​ຟ້າວ​ແລ່ນ​ເຂົ້າ​ມາ​ຄຳນັບ​ພຣະອົງ.
16 He asked them, "What are you arguing about with the scribes?" ພຣະອົງ​ຈຶ່ງ​ຖາມ​ວ່າ, “ພວກເຈົ້າ​ກຳລັງ​ໂຕ້ຖຽງ​ກັນ​ເຖິງ​ເລື່ອງ​ຫຍັງ?”
17 Someone in the crowd answered him, "Teacher, I brought my son to you; he has a spirit that won't let him speak. ມີ​ຊາຍ​ຄົນ​ໜຶ່ງ​ໃນ​ບັນດາ​ປະຊາຊົນ​ນັ້ນ​ຕອບ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ໄດ້​ນໍາ​ລູກຊາຍ​ຂອງ​ຂ້ານ້ອຍ​ມາ​ຫາ​ທ່ານ, ລາວ​ຖືກ​ຜີມານຮ້າຍ​ສິງ​ຈົນ​ເຮັດ​ໃຫ້​ລາວ​ປາກກືກ.
18 Whenever it seizes him, it throws him down. He foams at the mouth, grinds his teeth, and stiffens. I asked your disciples to drive it out, but they couldn't." ເມື່ອ​ມັນ​ເຂົ້າ​ສິງ​ລາວ​ເທື່ອ​ໃດ, ມັນ​ກໍ​ເຮັດ​ໃຫ້​ລາວ​ລົ້ມລົງ​ພື້ນ, ແລະ ມີ​ນ້ຳລາຍ​ຟູມປາກ​ທັງ​ກັດແຂ້ວ ແລະ ໂຕ​ແຂງ​ໄປ​ໝົດ​ທັງ​ຮ່າງກາຍ. ຂ້ານ້ອຍ​ຂໍ​ໃຫ້​ພວກສາວົກ​ຂອງ​ທ່ານ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ, ແຕ່​ພວກເພິ່ນ​ບໍ່​ສາມາດ​ເຮັດ​ໄດ້”.
19 He replied, "You unbelieving generation, how long must I stay with you? How long must I endure you? Bring him to me." ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ​ເອີຍ, ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ເຮົາ​ຈະ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກຊາຍ​ນັ້ນ​ມາ​ຫາ​ເຮົາ”.
20 They brought the boy to him. Seeing Jesus, the spirit instantly convulsed him; he fell to the ground, thrashing and foaming at the mouth. ພວກເຂົາ​ກໍ​ໄດ້​ພາ​ເດັກນ້ອຍ​ມາ​ຫາ​ພຣະອົງ. ເມື່ອ​ຜີມານຮ້າຍ​ທີ່​ສິງ​ຢູ່​ໃນ​ໂຕ​ເດັກນ້ອຍ​ນັ້ນ​ໄດ້​ເຫັນ​ພຣະເຢຊູເຈົ້າ, ທັນໃດ​ນັ້ນ ມັນ​ກໍ​ເຮັດ​ໃຫ້​ເດັກນ້ອຍ​ນັ້ນ​ລົ້ມລົງ​ພື້ນດິນ, ຊັກດິ້ນ​ລົ້ມລົງ​ກິ້ງ​ໄປ​ມາ ແລະ ມີ​ນ້ຳລາຍ​ຟູມປາກ.
21 Jesus asked the boy's father, "How long has this been happening to him?" "From childhood," he said. ພຣະເຢຊູເຈົ້າ​ໄດ້​ຖາມ​ພໍ່​ຂອງ​ເດັກນ້ອຍ​ວ່າ, “ລາວ​ເປັນ​ຢ່າງ​ນີ້​ມາ​ດົນ​ປານໃດ​ແລ້ວ?” ລາວ​ຕອບ​ວ່າ, “ເປັນ​ມາ​ຕັ້ງ​ແຕ່​ນ້ອຍ​ພຸ້ນ
22 "It has often thrown him into fire and water to destroy him. But if you can do anything, pity us and help us." ຫລາຍ​ເທື່ອ​ແລ້ວ​ທີ່​ມັນ​ຊຸກ​ລາວ​ໃຫ້​ຕົກນ້ຳ ແລະ ຕົກ​ໃສ່​ໄຟ​ເພື່ອ​ຂ້າ​ລາວ. ແຕ່​ຖ້າ​ທ່ານ​ສາມາດ​ຊ່ວຍ​ໄດ້ ຂໍ​ສົງສານ​ພວກຂ້ານ້ອຍ ແລະ ຊ່ວຍ​ພວກຂ້ານ້ອຍ​ແດ່​ທ້ອນ”.
23 Jesus said to him, "'If you can'? Everything is possible for the one who believes." ພຣະເຢຊູເຈົ້າ​ກ່າວ​ວ່າ, “ ‘ຖ້າ​ສາມາດ​ຊ່ວຍ​ໄດ້’ ບໍ? ທຸກສິ່ງ​ເປັນ​ໄປ​ໄດ້​ສຳລັບ​ຜູ້​ທີ່​ເຊື່ອ”.
24 Immediately the boy's father cried, "I believe; help my unbelief!" ໃນ​ທັນໃດ​ນັ້ນ ພໍ່​ຂອງ​ເດັກນ້ອຍ​ນັ້ນ​ໄດ້​ຮ້ອງ​ຕອບ​ທັນທີ​ວ່າ, “ຂ້ານ້ອຍ​ເຊື່ອ; ຂໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ມີ​ຄວາມເຊື່ອ​ຫລາຍກວ່າ​ນີ້​ແດ່​ທ້ອນ!”
25 Seeing a crowd running together, Jesus rebuked the unclean spirit: "Mute and deaf spirit, I command you—come out of him and never enter him again!" ເມື່ອ​ພຣະເຢຊູເຈົ້າ​ເຫັນ​ປະຊາຊົນ​ກຳລັງ​ບຸບຽດກັນ​ເຂົ້າ​ມາ​ໃກ້ ພຣະອົງ​ຈຶ່ງ​ສັ່ງ​ວິນຍານສົກກະປົກ, “ວິນຍານ​ປາກກືກ ແລະ ຫູໜວກ ເຮົາ​ສັ່ງ​ພວກເຈົ້າ​ໃຫ້​ອອກ​ຈາກ​ເດັກນ້ອຍ ແລະ ຢ່າ​ກັບ​ເຂົ້າ​ໄປ​ສິງ​ລາວ​ອີກ​ຈັກເທື່ອ”.
26 Crying out and convulsing him hard, it came out. He looked like a corpse, so many said, "He's dead." ຜີມານຮ້າຍ​ນັ້ນ​ແຜດສຽງ​ຂຶ້ນ ມັນ​ເຮັດ​ໃຫ້​ເດັກນ້ອຍ​ຊັກດິ້ນ​ຢ່າງ​ແຮງ ແລ້ວ​ກໍ​ອອກ​ໜີ​ໄປ. ເດັກນ້ອຍ​ນັ້ນ​ກາຍເປັນ​ເໝືອນ​ຄົນ​ຕາຍ ຈົນ​ຫລາຍ​ຄົນ​ທັງຫລາຍ​ເວົ້າ​ວ່າ, “ລາວ​ຕາຍ​ແລ້ວ”.
27 But Jesus took him by the hand and raised him up, and he stood. ແຕ່​ພຣະເຢຊູເຈົ້າ​ຈັບ​ມື​ເດັກນ້ອຍ ແລະ ດຶງ​ຂຶ້ນ ແລ້ວ​ລາວ​ກໍ​ລຸກຢືນ​ຂຶ້ນ.
28 When Jesus had gone indoors, his disciples asked him privately, "Why couldn't we drive it out?" ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ, ພວກສາວົກ​ຂອງ​ພຣະອົງ​ກໍ​ຖາມ​ພຣະອົງ​ເປັນ​ການ​ສ່ວນໂຕ​ວ່າ, “ເປັນຫຍັງ​ພວກຂ້ານ້ອຍ​ຈຶ່ງ​ບໍ່​ສາມາດ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ​ໄດ້?”
29 He told them, "This kind can come out only by prayer." ພຣະອົງ​ຕອບ​ວ່າ, “ຜີຮ້າຍ​ແບບນີ້​ຈະ​ຂັບໄລ່​ອອກ​ດ້ວຍ​ວິທີ​ອື່ນ​ບໍ່​ໄດ້ ເວັ້ນໄວ້​ແຕ່​ດ້ວຍ​ການອະທິຖານ​ເທົ່ານັ້ນ”.
30 They left there and passed through Galilee. Jesus did not want anyone to know where they were, ພວກເພິ່ນ​ໄດ້​ຈາກ​ທີ່​ນັ້ນ ແລະ ຜ່ານ​ແຂວງ​ຄາລີເລ​ໄປ. ພຣະເຢຊູເຈົ້າ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ຮູ້​ບ່ອນ​ທີ່​ພວກເພິ່ນ​ຢູ່,
31 because he was teaching his disciples, telling them, "The Son of Man is being handed into human hands. They will kill him, and three days later he will rise." ເພາະ​ພຣະອົງ​ກຳລັງ​ສັ່ງສອນ​ພວກສາວົກ​ຢູ່. ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ບຸດມະນຸດ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ມະນຸດ. ພວກເຂົາ​ຈະ​ຂ້າ​ເພິ່ນ, ແລະ ຫລັງຈາກ​ສາມ​ວັນ​ພຣະອົງ​ຈະ​ເປັນຄືນມາຈາກຕາຍ”.
32 But they did not understand what he meant, and they were afraid to ask him. ແຕ່​ພວກເພິ່ນ​ບໍ່​ເຂົ້າໃຈ​ວ່າ​ພຣະອົງ​ໝາຍ​ເຖິງ​ສິ່ງ​ໃດ ແລະ ພວກເພິ່ນ​ກໍ​ຢ້ານ​ທີ່​ຈະ​ຖາມ​ພຣະອົງ​ເຖິງ​ເລື່ອງ​ນີ້.
33 They came to Capernaum. In the house he asked them, "What were you arguing about on the way?" ເມື່ອ​ພວກເພິ່ນ​ມາ​ຮອດ​ເມືອງ​ກາເປນາອູມ. ຂະນະ​ທີ່​ພຣະອົງ​ຢູ່​ໃນ​ເຮືອນ ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ໃນ​ລະຫວ່າງ​ທາງ​ນັ້ນ ພວກເຈົ້າ​ໄດ້​ຖົກຖຽງກັນ​ເຖິງ​ເລື່ອງ​ຫຍັງ?”
34 But they were silent, since they had argued along the way about who was greatest. ແຕ່​ພວກເພິ່ນ​ມິດ​ຢູ່ ເພາະ​ໃນ​ລະຫວ່າງ​ທາງ​ນັ້ນ​ພວກເພິ່ນ​ໄດ້​ຖົກຖຽງ​ກັນ​ວ່າ​ຜູ້ໃດ​ເປັນ​ໃຫຍ່​ທີ່ສຸດ.
35 He sat down, called the Twelve, and told them, "Anyone who wants to be first must be last of all and servant of all." ພຣະເຢຊູເຈົ້າ​ຈຶ່ງ​ນັ່ງ​ລົງ ແລ້ວ​ເອີ້ນ​ພວກສາວົກ​ທັງ​ສິບສອງ​ຄົນ​ມາ ແລະ ກ່າວ​ວ່າ, “ຖ້າ​ຜູ້ໃດ​ຢາກ​ເປັນ​ຜູ້ຕົ້ນ ຜູ້​ນັ້ນ​ຕ້ອງ​ເປັນ​ຜູ້ປາຍ ແລະ ເປັນ​ຜູ້ຮັບໃຊ້​ຂອງ​ຄົນ​ທັງຫລາຍ”.
36 He took a little child, stood him among them, took the child in his arms, and said to them: ພຣະອົງ​ເອົາ​ເດັກນ້ອຍ​ຄົນ​ໜຶ່ງ​ມາ​ຢືນ​ຢູ່​ທ່າມກາງ​ພວກເພິ່ນ. ພຣະອົງ​ອຸ້ມ​ເດັກນ້ອຍ​ນັ້ນ​ໄວ້ ແລ້ວ​ກ່າວ​ກັບ​ພວກເພິ່ນ​ວ່າ,
37 "Whoever accepts one of these little children in my name accepts me; whoever accepts me accepts not me but the one who sent me." “ຜູ້ໃດ​ກໍ​ຕາມ​ທີ່​ຕ້ອນຮັບ​ເດັກນ້ອຍ​ຄົນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ເຫລົ່ານີ້​ໄວ້​ໃນ​ນາມ​ຂອງ​ເຮົາ ຜູ້​ນັ້ນ​ກໍ​ບໍ່​ໄດ້​ຕ້ອນຮັບ​ເຮົາ​ເທົ່ານັ້ນ ແຕ່​ຍັງ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ເໝືອນກັນ”.
38 John said to him, "Teacher, we saw someone driving out demons in your name and tried to stop him, since he doesn't follow us." ໂຢຮັນ​ກ່າວ​ວ່າ, “ອາຈານ​ເອີຍ, ພວກຂ້ານ້ອຍ​ເຫັນ​ຊາຍ​ຄົນ​ໜຶ່ງ ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງ​ທ່ານ ແລະ ພວກຂ້ານ້ອຍ​ຈຶ່ງ​ຫ້າມ​ລາວ, ເພາະ​ລາວ​ບໍ່​ໄດ້​ຢູ່​ໃນ​ກຸ່ມ​ຂອງ​ພວກເຮົາ”.
39 But Jesus said, "Don't stop him—no one who does a miracle in my name can soon speak evil of me. ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ຢ່າ​ຫ້າມ​ລາວ​ເລີຍ, ເພາະ​ບໍ່​ມີ​ຜູ້ໃດ​ທີ່​ເຮັດ​ການ​ອັດສະຈັນ​ໃນ​ນາມ​ຂອງ​ເຮົາ ແລະ ພາຍຫລັງ​ມາ​ຈະ​ເວົ້າ​ສິ່ງ​ທີ່​ບໍ່​ດີ​ກ່ຽວກັບ​ເຮົາ,
40 For whoever is not against us is for us. ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຕໍ່ສູ້​ພວກເຮົາ​ກໍ​ຢູ່​ຝ່າຍ​ພວກເຮົາ.
41 Truly I tell you, whoever gives you a cup of water to drink because you belong to Christ will never lose his reward. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ທີ່​ເອົາ​ນ້ຳ​ຈອກ​ໜຶ່ງ​ໃຫ້​ພວກເຈົ້າ​ໃນ​ນາມ​ຂອງ​ເຮົາ ເພາະ​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະຄຣິດເຈົ້າ ຜູ້​ນັ້ນ​ຈະ​ບໍ່​ຂາດ​ບຳເໜັດ​ຂອງ​ຕົນ”.
42 Whoever trips up one of these little ones who believe in me—better for him to have a large millstone hung around his neck and be thrown into the sea. “ຖ້າ​ຜູ້ໃດ​ເປັນຕົ້ນເຫດ​ພາ​ໃຫ້​ເດັກນ້ອຍ​ຄົນ​ໜຶ່ງ​ໃນ​ບັນດາ​ເດັກນ້ອຍ​ເຫລົ່ານີ້​ທີ່​ເຊື່ອ​ໃນ​ເຮົາ​ຕົກ​ໃນ​ບາບ ໃຫ້​ເອົາ​ຫີນໂມ້ແປ້ງ​ກ້ອນ​ໃຫຍ່​ຜູກ​ຄໍ​ຄົນ​ນັ້ນ​ແລ້ວ​ຖິ້ມ​ລົງ​ໃນ​ທະເລ​ເລິກ​ກໍ​ຍັງ​ດີ​ກວ່າ.
43 If your hand trips you up, cut it off. Better to enter life maimed than with two hands to go into hell, into the unquenchable fire. ຖ້າ​ມື​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ສະດຸດ, ກໍ​ຈົ່ງ​ຕັດ​ອອກ​ເສຍ. ຈະ​ເຂົ້າ​ສູ່​ຊີວິດ​ໂດຍ​ທີ່​ມີ​ມື​ເບື້ອງ​ດຽວ​ກໍ​ຍັງ​ດີ​ກວ່າ​ມີ​ມື​ທັງ​ສອງ​ເບື້ອງ​ແຕ່​ຕ້ອງ​ລົງ​ໄປ​ໃນ​ນະລົກ, ບ່ອນ​ທີ່​ໄຟ​ບໍ່​ມອດ​ຈັກ​ເທື່ອ.
44 Not in this edition ບ່ອນ​ທີ່ ‘ໂຕໜອນ​ຂອງ​ຄົນ​ເຫລົ່ານັ້ນ​ບໍ່​ມີ​ມື້​ຕາຍ ແລະ ໄຟ​ກໍ​ບໍ່​ຮູ້ຈັກ​ມອດ’
45 If your foot trips you up, cut it off. Better to enter life lame than be thrown into hell with two feet. ແລະ ຖ້າ​ຕີນ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ສະດຸດ, ກໍ​ຈົ່ງ​ຕັດ​ອອກ​ເສຍ. ຈະ​ເຂົ້າ​ສູ່​ຊີວິດ​ໂດຍ​ທີ່​ມີ​ຕີນ​ກຸດ​ເບື້ອງ​ດຽວ​ກໍ​ຍັງ​ດີ​ກວ່າ​ມີ​ຕີນ​ທັງ​ສອງ​ເບື້ອງ ແຕ່​ຕ້ອງ​ຖືກ​ໂຍນ​ຖິ້ມ​ລົງ​ນະລົກ.
46 Not in this edition ບ່ອນ​ທີ່ ‘ໂຕໜອນ​ຂອງ​ຄົນ​ເຫລົ່ານັ້ນ​ບໍ່​ມີ​ມື້​ຕາຍ ແລະ ໄຟ​ກໍ​ບໍ່​ຮູ້ຈັກ​ມອດ’
47 If your eye trips you up, throw it out. Better to enter the kingdom of our Father with one eye than be thrown into hell with two, ແລະ ຖ້າ​ຕາ​ຂອງ​ເຈົ້າ​ເປັນຕົ້ນເຫດ​ພາ​ໃຫ້​ເຈົ້າ​ສະດຸດ, ຈົ່ງ​ຄວັດ​ຕາ​ນັ້ນ​ອອກ​ຖິ້ມ​ເສຍ. ຈະ​ເຂົ້າ​ສູ່​ອານາຈັກ​ຂອງ​ພຣະເຈົ້າ​ໂດຍ​ທີ່​ມີ​ຕາ​ເບື້ອງ​ດຽວ​ກໍ​ຍັງ​ດີ​ກວ່າ​ມີ​ຕາ​ທັງ​ສອງ​ເບື້ອງ​ແຕ່​ຕ້ອງ​ຖືກ​ໂຍນ​ລົງ​ໄປ​ໃນ​ນະລົກ,
48 where 'their worm never dies and the fire never goes out.' ບ່ອນ​ທີ່ “ ‘ໂຕໜອນ​ທີ່​ກັດ​ກິນ​ຄົນ​ເຫລົ່ານັ້ນ​ບໍ່​ມີ​ມື້​ຕາຍ, ແລະ ໄຟ​ກໍ​ບໍ່​ຮູ້​ມອດ​ຈັກ​ເທື່ອ’.
49 For everyone will be salted with fire. ທຸກຄົນ​ຈະ​ຕ້ອງ​ຖືກ​ເອືອບ​ດ້ວຍ​ເກືອ​ແລ້ວ​ຊຳລະ​ດ້ວຍ​ໄຟ.
50 Salt is good, but if it loses its saltiness, how can you season it again? Keep salt among yourselves, and be at peace with each other." “ເກືອ​ເປັນ​ຂອງ​ດີ, ແຕ່​ຖ້າ​ເກືອ​ໝົດ​ຄວາມເຄັມ​ແລ້ວ​ພວກເຈົ້າ​ຈະ​ເຮັດ​ໃຫ້​ກັບຄືນ​ມາ​ເຄັມ​ອີກ​ໄດ້​ຢ່າງໃດ? ພວກເຈົ້າ​ທັງຫລາຍ​ຈົ່ງ​ມີ​ເກືອ​ໃນ​ໂຕ ແລະ ຢູ່​ຮ່ວມກັນ​ຢ່າງ​ສະຫງົບສຸກ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]