Skip to content
The Believer's Library

Biblica® Open Lao Contemporary Version

Mark 10 OLCV

Show OLCV only
Verse × ×
1 He left there for the region of Judea and beyond the Jordan; crowds gathered to him again, and as usual he taught them once more. ຕໍ່ມາ ພຣະເຢຊູເຈົ້າ​ກໍ​ອອກຈາກ​ທີ່​ນັ້ນ​ໄປ​ຍັງ​ແຂວງ​ຢູດາຍ ແລ້ວ​ພຣະອົງ​ກໍ​ຂ້າມ​ແມ່ນ້ຳຈໍແດນ​ທາງ​ຟາກ​ເບື້ອງ​ນັ້ນ. ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ຫາ​ພຣະອົງ​ອີກ, ແລະ ພຣະອົງ​ກໍ​ໄດ້​ສັ່ງສອນ​ພວກເຂົາ​ເໝືອນດັ່ງ​ທີ່​ພຣະອົງ​ເຄີຍ​ເຮັດ​ມາ.
2 Some Pharisees came to test him, asking, "Is it lawful for a man to divorce his wife?" ພວກ​ຟາຣີຊາຍ​ບາງຄົນ​ໄດ້​ມາ​ທົດລອງ​ພຣະອົງ​ໂດຍ​ຖາມ​ພຣະອົງ​ວ່າ, “ເປັນ​ການ​ຖືກຕ້ອງ​ຕາມ​ກົດບັນຍັດ​ທີ່​ຜູ້ຊາຍ​ຈະ​ຢ່າຮ້າງ​ເມຍ​ຂອງ​ຕົນ​ແມ່ນ​ບໍ?”
3 He answered them, "What did Moses command you?" ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໂມເຊ​ໄດ້​ໃຫ້​ຂໍ້​ຄຳສັ່ງ​ໄວ້​ຢ່າງ​ໃດ?”
4 They said, "Moses permitted a man to write a certificate of divorce and send her away." ພວກເຂົາ​ຕອບ​ວ່າ, “ໂມເຊ​ໄດ້​ອະນຸຍາດ​ໃຫ້​ຜູ້ຊາຍ​ຂຽນ​ໜັງສື​ຢັ້ງຢືນ​ການຢ່າຮ້າງ ແລະ ສົ່ງ​ນາງ​ໜີ​ໄປ”.
5 Jesus told them, "He wrote you this command because your hearts were hard. ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເພາະ​ໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ແຂງກະດ້າງ ໂມເຊ​ຈຶ່ງ​ໄດ້​ຂຽນ​ກົດບັນຍັດ​ຂໍ້​ນີ້​ໃຫ້​ພວກເຈົ້າ.
6 But from the beginning of creation, our Father made them male and female. ຕັ້ງແຕ່​ເລີ່ມຕົ້ນ​ທີ່​ສ້າງ​ໂລກ​ນັ້ນ ພຣະເຈົ້າ ‘ໄດ້​ສ້າງ​ພວກເຂົາ​ໃຫ້​ເປັນ​ຊາຍ ແລະ ຍິງ’.
7 'For this reason a man will leave his father and mother and be joined to his wife, ‘ດ້ວຍ​ເຫດ​ນີ້ ຜູ້ຊາຍ​ຈຶ່ງ​ອອກ​ຈາກ​ພໍ່ແມ່​ຂອງ​ຕົນ ແລະ ໄປ​ຜູກພັນ​ຢູ່​ກັບ​ເມຍ​ຂອງ​ຕົນ
8 and the two will become one flesh.' So they are no longer two, but one flesh. ແລະ ພວກເຂົາ​ທັງ​ສອງ​ກໍ​ເປັນ​ກາຍ​ດຽວ​ກັນ’. ດັ່ງນັ້ນ, ພວກເຂົາ​ຈຶ່ງ​ບໍ່​ໄດ້​ເປັນ​ສອງ​ອີກ​ຕໍ່ໄປ ແຕ່​ເປັນ​ກາຍ​ດຽວ​ກັນ.
9 Therefore what our Father has joined together, let no one separate." ເຫດສະນັ້ນ ສິ່ງ​ທີ່​ພຣະເຈົ້າ​ໄດ້​ໃຫ້​ເຂົ້າຮ່ວມກັນ​ແລ້ວ ຢ່າ​ໃຫ້​ມະນຸດ​ເຮັດ​ໃຫ້​ພາກ​ຈາກ​ກັນ”.
10 Back in the house, the disciples asked him about this again. ເມື່ອ​ພວກເພິ່ນ​ກັບ​ເຂົ້າ​ໄປ​ໃນ​ເຮືອນ​ອີກ, ພວກສາວົກ​ກໍ​ໄດ້​ຖາມ​ພຣະເຢຊູເຈົ້າ​ກ່ຽວກັບ​ເລື່ອງ​ນີ້.
11 He said to them, "Whoever divorces his wife and marries another commits adultery against her, ພຣະອົງ​ຈຶ່ງ​ຕອບ​ວ່າ, “ຜູ້ໃດ​ທີ່​ຢ່າຮ້າງ​ເມຍ​ຂອງ​ຕົນ​ແລ້ວ​ໄປ​ແຕ່ງງານ​ກັບ​ຍິງ​ອື່ນ ຜູ້​ນັ້ນ​ກໍ​ຫລິ້ນຊູ້.
12 and if she divorces her husband and marries another, she commits adultery." ແລະ ຖ້າ​ນາງ​ຢ່າຮ້າງ​ຜົວ​ຂອງ​ຕົນ​ແລ້ວ​ໄປ​ແຕ່ງງານ​ກັບ​ຊາຍ​ອື່ນ ນາງ​ກໍ​ຫລິ້ນຊູ້”.
13 People were bringing children to him so that he might touch them, but the disciples rebuked them. ປະຊາຊົນ​ໄດ້​ນໍາ​ເດັກນ້ອຍ​ມາ​ຫາ​ພຣະເຢຊູເຈົ້າ​ເພື່ອ​ໃຫ້​ພຣະອົງ​ວາງມື​ໃສ່​ພວກເຂົາ, ແຕ່​ພວກສາວົກ​ໄດ້​ຫ້າມ​ພວກເຂົາ​ໄວ້.
14 When Jesus saw this, he grew angry and said, "Let the children come to me; don't stop them, for the kingdom of our Father belongs to such as these. ເມື່ອ​ພຣະເຢຊູເຈົ້າ​ເຫັນ​ດັ່ງນັ້ນ, ພຣະອົງ​ກໍ​ບໍ່​ພໍໃຈ​ຈຶ່ງ​ກ່າວ​ແກ່​ພວກສາວົກ​ວ່າ, “ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ເຫລົ່ານັ້ນ​ມາ​ຫາ​ເຮົາ, ແລະ ຢ່າ​ຂັດຂວາງ​ພວກເຂົາ, ເພາະ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ຂອງ​ຄົນ​ທີ່​ເປັນ​ເໝືອນ​ເດັກນ້ອຍ​ເຫລົ່ານີ້​ແຫລະ.
15 Truly I tell you, whoever doesn't receive our Father's kingdom like a child will never enter it." ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ບໍ່​ຮັບ​ເອົາ​ອານາຈັກ​ຂອງ​ພຣະເຈົ້າ​ເໝືອນດັ່ງ​ເດັກນ້ອຍ ຜູ້​ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່​ໄດ້​ຈັກ​ເທື່ອ”.
16 And he took them in his arms and blessed them, laying his hands on them. ແລ້ວ​ພຣະອົງ​ກໍ​ໄດ້​ອູ້ມ​ເດັກນ້ອຍ​ໄວ້​ໃນ​ແຂນ​ຂອງ​ພຣະອົງ, ວາງ​ມື​ຂອງ​ພຣະອົງ​ເທິງ​ພວກເຂົາ ແລະ ອວຍພອນ​ພວກເຂົາ.
17 As he started down the road, a man ran up, knelt before him, and asked, "Good Teacher, what must I do to inherit eternal life?" ເມື່ອ​ພຣະເຢຊູເຈົ້າ​ອອກ​ເດີນທາງ​ຕໍ່​ໄປ, ມີ​ຊາຍ​ຄົນ​ໜຶ່ງ​ແລ່ນ​ມາ​ຫາ​ພຣະອົງ ແລະ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ​ແລ້ວ​ຖາມ​ວ່າ, “ອາຈານ​ຜູ້​ປະເສີດ​ເອີຍ, ຂ້ານ້ອຍ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ນິລັນດອນ?”
18 Jesus asked, "Why call me good? No one is good except our Father alone. ພຣະເຢຊູເຈົ້າ​ຕອບ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເອີ້ນ​ເຮົາ​ວ່າ​ຜູ້ປະເສີດ? ບໍ່​ມີ​ຜູ້ໃດ​ທີ່​ປະເສີດ​ນອກ​ຈາກ​ພຣະເຈົ້າ​ອົງ​ດຽວ​ເທົ່ານັ້ນ.
19 You know the commandments: 'don't murder, commit adultery, steal, or give false testimony; don't defraud; honor your father and mother.'" ເຈົ້າ​ກໍ​ຮູ້ຈັກ​ພຣະບັນຍັດ​ແລ້ວ​ວ່າ, ‘ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້, ຢ່າ​ລັກ, ຢ່າ​ເປັນ​ພະຍານ​ບໍ່​ຈິງ, ຢ່າ​ສໍ້ໂກງ, ຈົ່ງ​ໃຫ້​ກຽດ​ພໍ່ ແລະ ແມ່​ຂອງ​ຕົນ’”.
20 He said to him, "Teacher, all these I have kept since my youth." ຊາຍ​ຄົນ​ນັ້ນ​ໄດ້​ຕອບ​ວ່າ, “ອາຈານ​ເອີຍ, ທັງໝົດ​ເຫລົ່ານີ້ ຂ້ານ້ອຍ​ໄດ້​ຖື​ຮັກສາ​ຕັ້ງ​ແຕ່​ເປັນ​ເດັກນ້ອຍ”.
21 Jesus looked at him and loved him. "One thing you lack: go, sell everything you own, give to the poor—you'll have treasure in heaven—then come follow me." ພຣະເຢຊູເຈົ້າ​ແນມເບິ່ງ​ລາວ​ດ້ວຍ​ຄວາມຮັກ ແລະ ກ່າວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ​ຄື: ຈົ່ງ​ໄປ, ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ ແຈກຢາຍ​ໃຫ້​ແກ່​ຄົນຍາກຈົນ, ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ. ຫລັງຈາກນັ້ນ ຈົ່ງ​ຕາມ​ເຮົາ​ມາ”.
22 At this word his face fell, and he went away grieving, for he had many possessions. ເມື່ອ​ໄດ້​ຍິນ​ດັ່ງນັ້ນ​ໜ້າ​ຂອງ​ລາວ​ກໍ​ເສົ້າ​ລົງ. ລາວ​ຈາກ​ໄປ​ດ້ວຍ​ຄວາມທຸກໃຈ ເພາະ​ລາວ​ເປັນ​ຄົນຮັ່ງມີ​ຫລາຍ.
23 Jesus looked around and told his disciples, "How hard it will be for the wealthy to enter the kingdom of our Father!" ພຣະເຢຊູເຈົ້າ​ແນມເບິ່ງ​ອ້ອມຮອບ​ແລ້ວ​ກ່າວ​ກັບ​ພວກສາວົກ​ວ່າ, “ມັນ​ຍາກ​ແທ້​ທີ່​ຄົນຮັ່ງມີ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ!”
24 The disciples were amazed at his words. Jesus said to them again, "Children, how hard it is to enter the kingdom of our Father! ພວກສາວົກ​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄຳເວົ້າ​ຂອງ​ພຣະອົງ. ແຕ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ອີກ​ວ່າ, “ລູກ​ເອີຍ, ຍາກ​ຫລາຍ​ທີ່​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ!
25 A camel goes through a needle's eye easier than a rich person enters our Father's kingdom." ໃຫ້​ອູດ​ໂຕ​ໜຶ່ງ​ລອດ​ຮູ​ເຂັມ​ຍັງ​ງ່າຍ​ກວ່າ​ຄົນຮັ່ງມີ​ຜູ້​ໜຶ່ງ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.
26 They were even more astonished and said to one another, "Then who can be saved?" ພວກສາວົກ​ກໍ​ຍິ່ງ​ປະຫລາດ​ໃຈ​ຫລາຍ​ຂຶ້ນ ຈຶ່ງ​ເວົ້າ​ກັນ​ວ່າ, “ຖ້າ​ຢ່າງ​ນັ້ນ ຜູ້ໃດ​ສາມາດ​ພົ້ນ​ໄດ້?”
27 Jesus looked at them and said, "With man, impossible; but not with our Father, for all things are possible with our Father." ພຣະເຢຊູເຈົ້າ​ແນມເບິ່ງ​ພວກເພິ່ນ ແລະ ກ່າວ​ວ່າ, “ສຳລັບ​ມະນຸດ​ກໍ​ເປັນ​ໄປ​ບໍ່​ໄດ້ ແຕ່​ສຳລັບ​ພຣະເຈົ້າ​ທຸກສິ່ງ​ເປັນ​ໄປ​ໄດ້”.
28 Peter began to say to him, "Look, we have left everything and followed you." ແລ້ວ​ເປໂຕ​ກໍ​ກ່າວ​ຂຶ້ນ​ວ່າ, “ພວກຂ້ານ້ອຍ​ໄດ້​ປະຖິ້ມ​ທຸກ​ສິ່ງ​ເພື່ອ​ຕິດຕາມ​ພຣະອົງ!”
29 Jesus said, "Truly I tell you, no one has left house or brothers or sisters or mother or father or children or fields for my sake and for the gospel, ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ທີ່​ໄດ້​ປະຖິ້ມ​ເຮືອນ ຫລື ອ້າຍ​ເອື້ອຍ​ນ້ອງ ຫລື ພໍ່ແມ່ ຫລື ລູກ ຫລື ໄຮ່ນາ​ຂອງ​ຕົນ​ເພື່ອ​ເຮົາ ແລະ ເພື່ອ​ຂ່າວປະເສີດ
30 "who won't receive a hundredfold now, in this time—houses, brothers, sisters, mothers, children, fields, with persecutions—and in the age to come, eternal life. ຜູ້​ນັ້ນ​ຈະ​ໄດ້​ຮັບ​ຜົນຕອບແທນ​ຮ້ອຍ​ເທົ່າ​ໃນ​ຍຸກ​ນີ້​ຄື: ເຮືອນ, ອ້າຍ​ເອື້ອຍ​ນ້ອງ, ພໍ່ແມ່, ລູກ, ໄຮ່ນາ, ລວມ​ທັງ​ການຂົ່ມເຫັງ ແລະ ໃນ​ຍຸກ​ໜ້າ​ຈະ​ໄດ້​ຊີວິດ​ນິລັນດອນ.
31 But many who are first will be last, and the last first." ແຕ່​ມີ​ຫລາຍ​ຄົນ​ທີ່​ເປັນ​ຜູ້ຕົ້ນ​ຈະ​ກັບ​ເປັນ​ຜູ້ປາຍ ແລະ ຜູ້ປາຍ​ຈະ​ກັບ​ເປັນ​ຜູ້ຕົ້ນ”.
32 On the road up to Jerusalem, Jesus walked ahead of them. They were amazed, and those following were afraid. Taking the twelve aside again, he began telling them what was about to happen to him: ພວກເພິ່ນ​ກຳລັງ​ເດີນທາງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ, ໂດຍ​ມີ​ພຣະເຢຊູເຈົ້າ​ນຳໜ້າ​ພວກເພິ່ນ​ໄປ, ແລະ ພວກສາວົກ​ກໍ​ພາກັນ​ປະຫລາດໃຈ, ສ່ວນ​ຄົນ​ທີ່​ມາ​ຕາມຫລັງ​ນັ້ນ​ຕ່າງ​ກໍ​ມີ​ຄວາມຢ້ານ. ແລ້ວ​ພຣະເຢຊູເຈົ້າ​ກໍ​ພາ​ພວກສາວົກ​ທັງ​ສິບສອງ​ຄົນ​ແຍກ​ອອກ​ໄປ​ຕ່າງຫາກ​ອີກ ແລະ ກ່າວ​ເຖິງ​ສິ່ງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ກັບ​ພຣະອົງ​ວ່າ,
33 "Look, we're going up to Jerusalem. The Son of Man will be handed over to the chief priests and scribes, who will condemn him to death and hand him over to the Gentiles. “ພວກເຮົາ​ກຳລັງ​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ ແລະ ບຸດມະນຸດ​ຈະ​ຖືກ​ມອບ​ໄວ້​ກັບ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ. ພວກເຂົາ​ຈະ​ລົງໂທດ​ພຣະອົງ​ໃຫ້​ເຖິງ​ຕາຍ ແລະ ຈະ​ມອບ​ພຣະອົງ​ໃຫ້​ກັບ​ຄົນຕ່າງຊາດ,
34 They will mock him, spit on him, flog him, and kill him; after three days he will rise." ພວກເຂົາ​ຈະ​ເຢາະເຢີ້ຍ​ພຣະອົງ ແລະ ຈະ​ຖົ່ມ​ນ້ຳລາຍ​ໃສ່​ພຣະອົງ, ຈະ​ຂ້ຽນຕີ​ພຣະອົງ ແລະ ຈະ​ຂ້າ​ພຣະອົງ. ສາມ​ວັນ​ຕໍ່ມາ​ພຣະອົງ​ຈະ​ເປັນຄືນມາ”.
35 James and John, Zebedee's sons, came to him and said, "Teacher, we want you to do for us whatever we ask." ແລ້ວ​ຢາໂກໂບ ແລະ ໂຢຮັນ​ລູກຊາຍ​ຂອງ​ເຊເບດາຍ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ ເວົ້າ​ວ່າ, “ອາຈານ​ເອີຍ, ພວກຂ້ານ້ອຍ​ຢາກ​ໃຫ້​ທ່ານ​ເຮັດ​ຕາມ​ຄຳຂໍ​ຂອງ​ພວກຂ້ານ້ອຍ”.
36 He said to them, "What do you want me to do for you?" ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ຕ້ອງການ​ໃຫ້​ເຮົາ​ເຮັດ​ຫຍັງ​ໃຫ້​ພວກເຈົ້າ?”
37 They said to him, "Let us sit in your glory, one at your right, one at your left." ພວກເພິ່ນ​ຕອບ​ວ່າ, “ເມື່ອ​ພຣະອົງ​ໄດ້​ຮັບ​ສະຫງ່າລາສີ ຂໍ​ໃຫ້​ພວກຂ້ານ້ອຍ​ໄດ້​ນັ່ງ​ທີ່​ເບື້ອງຂວາ​ຂອງ​ພຣະອົງ ແລະ ອີກ​ຄົນ​ໜຶ່ງ​ນັ່ງ​ທີ່​ເບື້ອງຊ້າຍ​ຂອງ​ພຣະອົງ”.
38 Jesus said to them, "You don't know what you're asking. Can you drink the cup I drink, or be baptized with the baptism I'm baptized with?" ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ບໍ່​ຮູ້ຈັກ​ໃນ​ສິ່ງ​ທີ່​ພວກເຈົ້າ​ກຳລັງ​ຂໍ​ນັ້ນ ຈອກ​ທີ່​ເຮົາ​ຈະ​ດື່ມ​ນັ້ນ​ພວກເຈົ້າ​ຈະ​ດື່ມ​ໄດ້​ບໍ? ແລະ ບັບຕິສະມາ​ທີ່​ເຮົາ​ຮັບ​ນັ້ນ​ພວກເຈົ້າ​ຈະ​ຮັບ​ໄດ້​ບໍ?”
39 "We can," they said. Jesus said to them, "The cup I drink, you will drink; the baptism I'm baptized with, you will be baptized with, ພວກເພິ່ນ​ຕອບ​ວ່າ, “ໄດ້​ພຣະອົງ​ເຈົ້າ”. ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຈະ​ໄດ້​ດື່ມ​ຈາກ​ຈອກ​ທີ່​ເຮົາ​ດື່ມ​ແທ້ ແລະ ບັບຕິສະມາ​ທີ່​ເຮົາ​ຮັບ ພວກເຈົ້າ​ກໍ​ຕ້ອງ​ໄດ້​ຮັບ​ແທ້,
40 but sitting at my right or left isn't mine to give - that's for those it's prepared for." ແຕ່​ການ​ນັ່ງ​ທີ່​ເບື້ອງຂວາ ຫລື ເບື້ອງຊ້າຍ​ຂອງ​ເຮົາ​ນັ້ນ​ບໍ່​ແມ່ນ​ເຮົາ​ຈະ​ເປັນ​ຜູ້​ອະນຸຍາດ. ບ່ອນ​ເຫລົ່ານັ້ນ​ເປັນ​ຂອງ​ບັນດາ​ຜູ້​ທີ່​ໄດ້​ຖືກ​ຈັດຕຽມ​ໄວ້​ແລ້ວ”.
41 Hearing this, the ten grew indignant at James and John. ເມື່ອ​ສາວົກ​ອີກ​ສິບ​ຄົນ​ໄດ້​ຍິນ​ເຖິງ​ເລື່ອງ​ນີ້​ແລ້ວ ພວກເພິ່ນ​ກໍ​ບໍ່​ພໍໃຈ​ກັບ​ຢາໂກໂບ ແລະ ໂຢຮັນ.
42 Jesus called them together and said, "You know that those regarded as rulers of the Gentiles dominate them, and their great ones wield power over them. ພຣະເຢຊູເຈົ້າ​ຈຶ່ງ​ເອີ້ນ​ພວກສາວົກ​ມາ​ພ້ອມໜ້າ​ກັນ ແລະ ກ່າວ​ວ່າ, “ພວກເຈົ້າ​ທັງຫລາຍ​ຕ່າງ​ກໍ​ຮູ້​ດີ​ວ່າ​ບັນດາ​ຜູ້​ທີ່​ຖື​ວ່າ​ເປັນ​ຜູ້ປົກຄອງ​ຂອງ​ຄົນຕ່າງຊາດ​ຍ່ອມ​ເປັນ​ນາຍ​ເໜືອ​ພວກເຂົາ ແລະ ເຈົ້າໜ້າທີ່​ຊັ້ນໃຫຍ່​ກໍ​ໃຊ້​ສິດອຳນາດ​ເໜືອ​ພວກເຂົາ.
43 But it isn't so among you. Instead, whoever wants to be great among you must be your servant, ແຕ່​ສຳລັບ​ພວກເຈົ້າ​ບໍ່​ເປັນ​ດັ່ງນັ້ນ ກົງກັນຂ້າມ, ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຢາກ​ເປັນ​ໃຫຍ່ ຜູ້​ນັ້ນ​ຕ້ອງ​ເປັນ​ຜູ້ຮັບໃຊ້​ພວກເຈົ້າ​ທັງຫລາຍ,
44 and whoever wants to be first among you must be slave of all. ແລະ ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຢາກ​ເປັນ​ເອກ ຜູ້​ນັ້ນ​ຕ້ອງ​ເປັນ​ຜູ້ຮັບໃຊ້​ຂອງ​ທຸກຄົນ.
45 For even the Son of Man came not to be served, but to serve, and to give his life as a ransom for many." ເພາະ​ແມ່ນ​ແຕ່​ບຸດມະນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບໃຊ້, ແຕ່​ມາ​ເພື່ອ​ຮັບໃຊ້, ແລະ ສະຫລະ​ຊີວິດ​ຂອງ​ພຣະອົງ​ເປັນ​ຄ່າໄຖ່​ເພື່ອ​ຄົນ​ທັງຫລາຍ”.
46 They came to Jericho. As Jesus and his disciples were leaving with a large crowd, blind Bartimaeus son of Timaeus sat begging by the road. ຫລັງຈາກ​ນັ້ນ ພວກເພິ່ນ​ກໍ​ມາ​ຮອດ​ເມືອງ​ເຢຣິໂກ. ຂະນະ​ທີ່​ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ພ້ອມ​ກັບ​ປະຊາຊົນ​ກຸ່ມ​ໃຫຍ່​ກຳລັງ​ຈະ​ອອກຈາກ​ເມືອງ, ມີ​ຊາຍ​ຕາບອດ​ຄົນ​ໜຶ່ງ​ຊື່​ວ່າ​ບາຣະຕີມາຍ (ທີ່​ເປັນ​ລູກຊາຍ​ຂອງ​ຕີມາຍ) ນັ່ງ​ຂໍທານ​ຢູ່​ແຄມທາງ.
47 Hearing it was Jesus of Nazareth, he began to cry out, "Jesus, Son of David, have mercy on me!" ເມື່ອ​ລາວ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ກຳລັງ​ມາ​ໃກ້, ລາວ​ກໍ​ຮ້ອງສຽງດັງ​ຂຶ້ນ​ວ່າ, “ພຣະເຢຊູເຈົ້າ ບຸດ​ດາວິດ, ຂໍ​ເມດຕາ​ຂ້ານ້ອຍ​ດ້ວຍ!”
48 Many scolded him to be silent, but he shouted even louder, "Son of David, have mercy on me!" ມີ​ຫລາຍ​ຄົນ​ໄດ້​ຫ້າມ​ໄວ້ ແລະ ບອກ​ລາວ​ໃຫ້​ມິດ​ຢູ່, ແຕ່​ລາວ​ຍິ່ງ​ຮ້ອງ​ດັງ​ຂຶ້ນ​ກວ່າ​ເກົ່າ​ວ່າ, “ບຸດ​ດາວິດ​ເອີຍ, ຂໍ​ເມດຕາ​ຂ້ານ້ອຍ​ດ້ວຍ!”
49 Jesus stopped and said, "Call him." So they called the blind man: "Courage! Get up—he's calling you." ພຣະເຢຊູເຈົ້າ​ຈຶ່ງ​ຢຸດ ແລະ ກ່າວ​ວ່າ, “ຈົ່ງ​ເອີ້ນ​ລາວ​ມາ”. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ເອີ້ນ​ເອົາ​ຊາຍ​ຕາບອດ​ນັ້ນ​ມາ ແລະ ເວົ້າ​ວ່າ, “ຈົ່ງ​ດີໃຈ! ແລະ ລຸກຂຶ້ນ! ພຣະອົງ​ກຳລັງ​ເອີ້ນ​ເຈົ້າ”.
50 Throwing off his cloak, he jumped up and came to Jesus. ລາວ​ຈຶ່ງ​ໂຍນ​ເສື້ອຄຸມ​ຂອງ​ຕົນ​ຖິ້ມ ແລ້ວ​ຟ້າວ​ກະໂດດ​ໄປ​ຫາ​ພຣະເຢຊູເຈົ້າ.
51 Jesus told him, "What do you want me to do for you?" The blind man told him, "Rabboni, let me see again." ພຣະອົງ​ຖາມ​ລາວ​ວ່າ, “ເຈົ້າ​ຕ້ອງການ​ໃຫ້​ເຮົາ​ເຮັດ​ຫຍັງ​ໃຫ້​ເຈົ້າ?” ລາວ​ຈຶ່ງ​ຕອບ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ຢາກ​ເບິ່ງ​ເຫັນ”.
52 Jesus told him, "Go; your faith has healed you." At once he regained his sight and followed Jesus on the road. ພຣະເຢຊູເຈົ້າ​ກ່າວ​ວ່າ, “ໄປ​ສາ, ຄວາມເຊື່ອ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ຫາຍດີ​ແລ້ວ”. ໃນທັນໃດນັ້ນ​ລາວ​ກໍ​ເຫັນຮຸ່ງ ແລະ ຕິດຕາມ​ພຣະເຢຊູເຈົ້າ​ໄປ​ຕາມ​ທາງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]