Skip to content
The Believer's Library

Biblica® Open Lao Contemporary Version

Mark 11 OLCV

Show OLCV only
Verse × ×
1 Nearing Jerusalem, at Bethphage and Bethany by the Mount of Olives, Jesus sent two of his disciples ahead, ເມື່ອ​ພຣະເຢຊູເຈົ້າ ແລະ ພວກສາວົກ​ເຂົ້າ​ມາ​ໃກ້​ນະຄອນ​ເຢຣູຊາເລັມ​ແລ້ວ ກໍ​ມາ​ຮອດ​ບ້ານ​ເບັດຟາເຄ ແລະ ບ້ານ​ເບັດທານີ​ທີ່​ພູເຂົາ​ໝາກກອກ, ພຣະເຢຊູເຈົ້າ​ໄດ້​ໃຊ້​ສາວົກ​ສອງ​ຄົນ​ຂອງ​ພຣະອົງ​ລ່ວງໜ້າ​ໄປ​ກ່ອນ,
2 telling them, "Go into the village ahead of you, and as soon as you enter it, you'll find a tied colt no one has ever ridden. Untie it and bring it here." ໂດຍ​ສັ່ງ​ພວກເພິ່ນ​ວ່າ, “ຈົ່ງ​ໄປ​ໃນ​ບ້ານ​ທີ່​ຢູ່​ຕໍ່ໜ້າ​ພວກເຈົ້າ​ນັ້ນ ເມື່ອ​ເຂົ້າ​ໄປ​ແລ້ວ​ພວກເຈົ້າ​ຈະ​ພົບ​ລໍນ້ອຍ​ໂຕ​ໜຶ່ງ​ທີ່​ຖືກ​ມັດ​ຢູ່ ເຊິ່ງ​ຍັງ​ບໍ່​ເຄີຍ​ມີ​ຜູ້ໃດ​ໄດ້​ຂຶ້ນ​ຂີ່​ຈັກ​ເທື່ອ. ຈົ່ງ​ແກ້​ເຊືອກ​ອອກ ແລ້ວ​ຈູງ​ມາ​ທີ່​ນີ້.
3 If anyone asks you, 'Why are you doing this?' say, 'The Lord needs it and will send it back here at once.' ຖ້າ​ມີ​ຜູ້ໃດ​ຖາມ​ວ່າ, ‘ເປັນຫຍັງ​ຈຶ່ງ​ເຮັດ​ແນວ​ນີ້?’ ຈົ່ງ​ບອກ​ວ່າ, ‘ອົງພຣະຜູ້ເປັນເຈົ້າ​ຕ້ອງການ ແລະ ບໍ່​ດົນ​ກໍ​ຈະ​ສົ່ງ​ມັນ​ຄືນ​ມາ​ບ່ອນ​ນີ້’ ”.
4 They went and found a colt tied at a doorway outside in the street, and untied it. ແລ້ວ​ພວກສາວົກ​ທັງ​ສອງ​ຈຶ່ງ​ໄປ ແລະ ກໍ​ພົບ​ລໍນ້ອຍ​ໂຕ​ໜຶ່ງ​ຢູ່​ແຄມທາງ​ທີ່​ຖືກ​ມັດ​ໄວ້​ຢູ່​ໃກ້​ປະຕູເຮືອນ. ຂະນະ​ທີ່​ພວກເພິ່ນ​ກຳລັງ​ແກ້ເຊືອກ​ຢູ່​ນັ້ນ,
5 Some of those standing there asked them, "What are you doing, untying that colt?" ມີ​ບາງຄົນ​ທີ່​ຢືນ​ຢູ່​ໃນ​ທີ່​ນັ້ນ​ຖາມ​ວ່າ, “ພວກເຈົ້າ​ກຳລັງ​ເຮັດ​ຫຍັງ? ພວກເຈົ້າ​ແກ້ເຊືອກ​ເອົາ​ລໍນ້ອຍ​ນັ້ນ​ໄປ​ເຮັດ​ຫຍັງ?”
6 They answered as Jesus had told them, and the people let them go. ພວກເພິ່ນ​ຈຶ່ງ​ຕອບ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ສັ່ງ​ໄວ້, ແລ້ວ​ຄົນ​ເຫລົ່ານັ້ນ​ຈຶ່ງ​ຍອມ​ໃຫ້​ພວກເພິ່ນ​ເອົາ​ໄປ.
7 They brought the colt to Jesus and threw their cloaks over it, and he sat on it. ພວກເພິ່ນ​ໄດ້​ຈູງ​ລໍນ້ອຍ​ນັ້ນ​ມາ​ຫາ​ພຣະເຢຊູເຈົ້າ ແລ້ວ​ພວກເພິ່ນ​ກໍ​ເອົາ​ເສື້ອຄຸມ​ຂອງ​ຕົນ​ປູ​ເທິງ​ຫລັງ​ລໍ, ພຣະອົງ​ຂຶ້ນ​ນັ່ງ​ຢູ່​ເທິງ​ຫລັງ​ລໍນ້ອຍ​ນັ້ນ.
8 Many spread their cloaks on the road; others spread leafy branches cut from the fields. ມີ​ປະຊາຊົນ​ຫລາຍ​ຄົນ​ໄດ້​ເອົາ​ເສື້ອຄຸມ​ຂອງ​ຕົນ​ປູ​ລົງ​ຕາມ​ຫົນທາງ, ແລະ ບາງຄົນ​ກໍ​ໄດ້​ຕັດ​ເອົາ​ງ່າໄມ້​ຕາມ​ທົ່ງນາ​ມາ​ປູ​ຕາມ​ຫົນທາງ.
9 Those who went ahead and those who followed were shouting, "Hosanna! Blessed is he who comes in the name of our Father! ບັນດາ​ຄົນ​ທີ່​ຍ່າງ​ນຳໜ້າ​ໄປ​ກ່ອນ ແລະ ບັນດາ​ຄົນ​ທີ່​ຕາມຫລັງ​ພຣະເຢຊູເຈົ້າ​ໄປ​ຕ່າງ​ກໍ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ! “ສັນລະເສີນ​ພຣະອົງ​ຜູ້​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ!”
10 Blessed is the coming kingdom of our father David! Hosanna in the highest!" “ຂໍ​ໃຫ້​ອານາຈັກ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ພວກເຮົາ​ທີ່​ຈະ​ມາ​ນີ້ ຈົ່ງ​ຈະເລີນ!” “ໂຮຊັນນາ​ໃນ​ສະຫວັນ​ສູງສຸດ!”
11 Jesus entered Jerusalem and the temple, looked around at everything, and—since it was already late—went out to Bethany with the Twelve. ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ນະຄອນ​ເຢຣູຊາເລັມ ແລ້ວ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ. ພຣະອົງ​ໄດ້​ຫລຽວເບິ່ງ​ທຸກສິ່ງ, ແຕ່​ເນື່ອງ​ຈາກ​ວ່າ​ໃກ້​ຄ່ຳ​ແລ້ວ ພຣະອົງ​ຈຶ່ງ​ກັບ​ໄປ​ຍັງ​ບ້ານ​ເບັດທານີ​ກັບ​ພວກສາວົກ​ທັງ​ສິບສອງ​ຄົນ.
12 The next day, as they were leaving Bethany, Jesus was hungry. ໃນ​ວັນ​ຕໍ່ມາ ຂະນະ​ທີ່​ພຣະເຢຊູເຈົ້າ​ກັບ​ພວກສາວົກ​ກຳລັງ​ອອກ​ຈາກ​ບ້ານ​ເບັດທານີ​ໄປ, ພຣະເຢຊູເຈົ້າ​ຫິວເຂົ້າ.
13 Seeing a leafy fig tree in the distance, he went to see if it had anything on it. Reaching it, he found nothing but leaves, since it wasn't fig season. ພຣະອົງ​ເຫັນ​ຕົ້ນ​ໝາກເດື່ອ​ຕົ້ນ​ໜຶ່ງ​ທີ່​ມີ​ໃບ​ດົກໜາ​ດີ ແລະ ພຣະອົງ​ກໍ​ໄປ​ເບິ່ງ​ວ່າ​ມັນ​ມີ​ໝາກ​ບໍ່. ແຕ່​ເມື່ອ​ພຣະອົງ​ໄປ​ເຖິງ​ຕົ້ນ​ໝາກເດື່ອ​ແລ້ວ​ກໍ​ພົບ​ວ່າ​ບໍ່​ມີ​ໝາກ​ມີ​ແຕ່​ໃບ​ເທົ່ານັ້ນ ເພາະ​ບໍ່​ແມ່ນ​ລະດູ​ເກີດ​ໝາກ
14 Then he told it, "May no one ever eat fruit from you again." His disciples heard him say it. ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ຕໍ່​ຕົ້ນໝາກເດື່ອ​ນັ້ນ​ວ່າ, “ຕັ້ງແຕ່​ນີ້​ໄປ ຢ່າ​ໃຫ້​ຜູ້ໃດ​ໄດ້​ກິນ​ໝາກ​ຂອງ​ມຶງ​ອີກ​ຈັກ​ເທື່ອ”. ແລະ ພວກສາວົກ​ຂອງ​ພຣະອົງ​ກໍ​ໄດ້​ຍິນ​ຄຳ​ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ.
15 They arrived in Jerusalem, and Jesus entered the temple and began driving out the sellers and buyers there. He overturned the money-changers' tables and the seats of those selling doves, ເມື່ອ​ມາ​ເຖິງ​ນະຄອນ​ເຢຣູຊາເລັມ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ ພຣະອົງ​ໄດ້​ເລີ່ມ​ຂັບໄລ່​ບັນດາ​ຄົນ​ທີ່​ຊື້ ແລະ ຂາຍ​ຢູ່​ທີ່​ນັ້ນ​ອອກໄປ. ພຣະອົງ​ໄດ້​ຂວ້ຳ​ໂຕະ​ຂອງ​ຄົນ​ຮັບ​ແລກປ່ຽນ​ເງິນ ແລະ ຕັ່ງ​ນັ່ງ​ຂອງ​ຄົນ​ຂາຍ​ນົກເຂົາ,
16 and he would not allow anyone to carry merchandise through the temple courts. ແລະ ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜູ້ໃດ​ຂົນ​ສິນຄ້າ​ຜ່ານ​ເດີ່ນ​ວິຫານ.
17 And he taught them, saying, "Isn't it written: 'My house will be called a house of prayer for all the nations'? But you've made it a den of robbers." ແລ້ວ​ພຣະອົງ​ກໍ​ໄດ້​ສັ່ງສອນ​ພວກເຂົາ​ວ່າ, “ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ບໍ່​ແມ່ນ​ບໍ​ວ່າ: “ ‘ວິຫານ​ຂອງ​ເຮົາ​ຈະ​ເປັນ​ທີ່​ເອີ້ນ​ວ່າ​ວິຫານ​ແຫ່ງ​ການອະທິຖານ​ສຳລັບ​ຄົນ​ທຸກ​ຊາດ’? ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ກາຍເປັນ ‘ຖ້ຳໂຈນ’”.
18 The chief priests and scribes heard this and sought a way to destroy him, for they feared him, since the whole crowd was amazed at his teaching. ເມື່ອ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ຍິນ​ຢ່າງ​ນັ້ນ ພວກເຂົາ​ຈຶ່ງ​ເລີ່ມ​ຊອກຫາ​ທາງ​ທີ່​ຈະ​ຂ້າ​ພຣະອົງ, ພວກເຂົາ​ຢ້ານ​ພຣະອົງ, ເພາະ​ປະຊາຊົນ​ທັງໝົດ​ກໍ​ປະຫລາດໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ.
19 And when evening came, they went out of the city. ພໍ​ຕອນ​ຄ່ຳ​ມາ ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ກໍ​ອອກຈາກ​ເມືອງ.
20 In the morning, as they passed by, they saw the fig tree withered from its roots. ໃນ​ຕອນເຊົ້າ ຂະນະ​ທີ່​ພວກເພິ່ນ​ມາ​ຕາມ​ທາງ, ພວກເພິ່ນ​ໄດ້​ເຫັນ​ຕົ້ນໝາກເດື່ອ​ຫ່ຽວແຫ້ງ​ໄປ​ຈົນ​ເຖິງ​ຮາກ.
21 Peter remembered and said to him, "Rabbi, look! The fig tree you cursed has withered." ເປໂຕ​ຈື່​ໄດ້ ແລະ ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ຣັບບີ​ເອີຍ, ເບິ່ງ​ແມ! ຕົ້ນ​ໝາກເດື່ອ​ທີ່​ພຣະອົງ​ສາບແຊ່ງ​ນັ້ນ​ໄດ້​ຫ່ຽວແຫ້ງ​ໄປ​ແລ້ວ!”
22 Jesus answered them, "Have faith in our Father. ພຣະເຢຊູເຈົ້າ​ຕອບ​ວ່າ, “ຈົ່ງ​ມີ​ຄວາມເຊື່ອ​ໃນ​ພຣະເຈົ້າ,
23 Truly I tell you, whoever tells this mountain, 'Be lifted up and thrown into the sea,' without doubting in his heart but believing what he says will happen—it will be done for him. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ກໍ​ຕາມ​ທີ່​ສັ່ງ​ພູເຂົາ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນຍ້າຍ​ລົງ​ໄປ​ສູ່​ທະເລ’ ແລະ ບໍ່​ມີ​ຄວາມ​ສົງໄສ​ໃນ​ໃຈ ແຕ່​ເຊື່ອ​ວ່າ​ຈະ​ເປັນ​ໄປ​ຕາມ​ທີ່​ພວກເຂົາ​ເວົ້າ ແລ້ວ​ກໍ​ຈະ​ເປັນ​ຈິງ​ຕາມ​ນັ້ນ.
24 So I tell you: whatever you pray and ask for, believe you've received it - it will be yours. ດ້ວຍເຫດນັ້ນ ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ອະທິຖານ​ຂໍ ຈົ່ງ​ເຊື່ອ​ວ່າ​ພວກເຈົ້າ​ໄດ້​ຮັບ​ແລ້ວ ແລະ ພວກເຈົ້າ​ຈະ​ໄດ້​ຮັບ​ສິ່ງ​ນັ້ນ.
25 When you stand praying, forgive whatever you hold against anyone, so your Father in heaven may also forgive you your sins." ແລະ ເມື່ອ​ພວກເຈົ້າ​ຢືນ​ອະທິຖານ, ຖ້າ​ພວກເຈົ້າ​ມີ​ເລື່ອງ​ກັບ​ຜູ້ໃດ​ຜູ້​ໜຶ່ງ ຈົ່ງ​ຍົກໂທດ​ໃຫ້​ພວກເຂົາ ເພື່ອ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ຈະ​ຍົກໂທດ​ບາບ​ຂອງ​ພວກເຈົ້າ”.
26 Not in this edition ແຕ່​ຖ້າ​ພວກເຈົ້າ​ບໍ່​ຍອມ​ຍົກໂທດ ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ກໍ​ຈະ​ບໍ່​ຍົກໂທດ​ບາບ​ຂອງ​ພວກເຈົ້າ​ເໝືອນກັນ.
27 They returned to Jerusalem. While Jesus walked in the temple, the chief priests, scribes, and elders came to him, ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ໄດ້​ກັບຄືນ​ເຂົ້າໄປ​ໃນ​ນະຄອນ​ເຢຣູຊາເລັມ​ອີກ​ເທື່ອ​ໜຶ່ງ ແລະ ໃນຂະນະ​ທີ່​ພຣະເຢຊູເຈົ້າ​ໄດ້​ຍ່າງ​ເຂົ້າໄປ​ໃນ​ເດີ່ນ​ວິຫານ ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ກໍ​ມາ​ຫາ​ພຣະອົງ,
28 and asked, "By what authority are you doing this? Or who gave you this authority to do it?" ພວກເຂົາ​ໄດ້​ຖາມ​ວ່າ “ເຈົ້າ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ? ແລະ ຜູ້ໃດ​ໃຫ້​ສິດອຳນາດ​ແກ່​ເຈົ້າ​ເຮັດ​ສິ່ງ​ນີ້?”
29 Jesus said to them, "I'll ask you one question. Answer me, and I'll tell you by what authority I do these things. ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ຈະ​ຖາມ​ພວກເຈົ້າ​ຂໍ້​ໜຶ່ງ​ເໝືອນກັນ. ຈົ່ງ​ຕອບ​ເຮົາ ແລະ ເຮົາ​ຈະ​ບອກ​ພວກເຈົ້າ​ວ່າ​ເຮົາ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ.
30 John's baptism—was it from heaven, or of human origin? Answer me." ບັບຕິສະມາ​ຂອງ​ໂຢຮັນ​ນັ້ນ​ມາ​ຈາກ​ສະຫວັນ ຫລື ມາ​ຈາກ​ມະນຸດ? ຈົ່ງ​ບອກ​ເຮົາ​ມາ​ເບິ່ງ​ດູ!”
31 They discussed it among themselves: "If we say, 'From heaven,' he'll ask, 'Then why didn't you believe him?' ພວກເຂົາ​ໄດ້​ປຶກສາ​ກັນ​ເອງ ແລະ ເວົ້າ​ວ່າ, “ຖ້າ​ພວກເຮົາ​ຕອບ​ວ່າ ‘ມາ​ຈາກ​ສະຫວັນ’ ລາວ​ກໍ​ຈະ​ຖາມ​ວ່າ, ‘ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ໂຢຮັນ?’
32 But if we say, 'From humans'"—they feared the crowd, since all considered John a true prophet. ແຕ່​ຖ້າ​ພວກເຮົາ​ເວົ້າ​ວ່າ, ‘ມາ​ຈາກ​ມະນຸດ’…” (ພວກເຂົາ​ຢ້ານ​ປະຊາຊົນ ເພາະ​ທຸກຄົນ​ຖືວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ​ແທ້ໆ.)
33 They answered Jesus, "We don't know." Jesus said, "Neither will I tell you by what authority I do these things." ດັ່ງນັ້ນ, ພວກເຂົາ​ຈຶ່ງ​ຕອບ​ພຣະເຢຊູເຈົ້າ​ວ່າ, “ພວກເຮົາ​ບໍ່​ຮູ້ຈັກ”. ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ເຮົາ​ກໍ​ຈະ​ບໍ່​ບອກ​ພວກເຈົ້າ​ເໝືອນກັນ​ວ່າ​ເຮົາ​ເຮັດ​ສິ່ງ​ເຫລົ່ານີ້​ດ້ວຍ​ສິດອຳນາດ​ໃດ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]