Skip to content
The Believer's Library

Biblica® Open Lao Contemporary Version

Mark 12 OLCV

Show OLCV only
Verse × ×
1 He began speaking to them in parables: "A man planted a vineyard, fenced it in, dug a winepress pit, built a watchtower, rented it to farmers, and left. ແລ້ວ​ພຣະເຢຊູເຈົ້າ​ກໍ​ໄດ້​ເລີ່ມຕົ້ນ​ກ່າວ​ແກ່​ພວກເຂົາ​ເປັນ​ຄຳອຸປະມາ​ວ່າ: “ມີ​ຊາຍ​ຄົນ​ໜຶ່ງ​ເຮັດ​ສວນອະງຸ່ນ. ເພິ່ນ​ໄດ້​ເຮັດ​ຮົ້ວ​ອ້ອມສວນ​ໄວ້, ເຈາະ​ອ່າງ​ເພື່ອ​ໃຊ້​ເປັນ​ບ່ອນ​ຢຽບ​ເອົາ​ນໍ້າອະງຸ່ນ ແລະ ໄດ້​ສ້າງ​ຫໍຄອຍ​ໄວ້​ເພື່ອ​ເຝົ້າຍາມ. ຫລັງຈາກນັ້ນ ເພິ່ນ​ໄດ້​ໃຫ້​ພວກຊາວສວນ​ເຊົ່າ ແລ້ວ​ເພິ່ນ​ກໍ​ຍ້າຍ​ອອກ​ໄປ​ບ່ອນ​ອື່ນ.
2 At harvest time he sent a servant to the tenants to collect some of the vineyard's fruit. ເມື່ອ​ເຖິງ​ລະດູ​ເກັບກ່ຽວ​ເພິ່ນ​ກໍ​ສົ່ງ​ຜູ້ຮັບໃຊ້​ຄົນ​ໜຶ່ງ​ໄປ​ຫາ​ພວກຄົນເຊົ່າສວນ ເພື່ອ​ຮັບ​ສ່ວນແບ່ງ​ຂອງ​ຜົນລະປູກ​ຈາກ​ສວນອະງຸ່ນ​ນຳ​ພວກເຂົາ.
3 But they seized him, beat him, and sent him away empty-handed. ແຕ່​ພວກຄົນເຊົ່າສວນ​ໄດ້​ຈັບ​ລາວ​ມາ, ຂ້ຽນຕີ ແລະ ສົ່ງ​ລາວ​ກັບ​ໄປ​ມື​ເປົ່າ.
4 Again he sent them another servant; they hit him on the head and dishonored him. ດັ່ງນັ້ນ ເພິ່ນ​ຈຶ່ງ​ສົ່ງ​ຜູ້ຮັບໃຊ້​ຄົນ​ອື່ນ​ໄປ​ຫາ​ພວກເຂົາ​ອີກ ພວກເຂົາ​ກໍ​ຟາດ​ຫົວ​ຂອງ​ຄົນ​ນັ້ນ ແລະ ເຮັດ​ໃຫ້​ລາວ​ອັບອາຍຂາຍໜ້າ.
5 And he sent another, and they killed him—then many more, beating some and killing others." ເພິ່ນ​ກໍ​ຍັງ​ສົ່ງ​ຜູ້ຮັບໃຊ້​ຄົນ​ອື່ນ​ໄປ​ອີກ ແລະ ພວກເຂົາ​ກໍ​ຂ້າ​ຄົນ​ນັ້ນ​ເສຍ. ເຈົ້າຂອງສວນ​ກໍ​ຍັງ​ສົ່ງ​ຄົນຮັບໃຊ້​ໄປ​ອີກ​ຫລາຍໆ​ຄົນ, ພວກເຮົາ​ກໍ​ຂ້ຽນຕີ​ບາງຄົນ ແລະ ພວກເຂົາ​ກໍ​ຂ້າ​ບາງຄົນ.
6 He had still one, a beloved son; last he sent him to them, saying, "They will respect my son." “ເພິ່ນ​ຈຶ່ງ​ເຫລືອ​ແຕ່​ຄົນ​ດຽວ​ທີ່​ຈະ​ໃຊ້​ມາ​ຄື​ລູກຊາຍ ຜູ້​ທີ່​ເພິ່ນ​ຮັກ. ເພິ່ນ​ຈຶ່ງ​ສົ່ງ​ລູກ​ຄົນ​ນັ້ນ​ໄປ​ເປັນ​ຄົນ​ສຸດທ້າຍ ໂດຍ​ກ່າວ​ວ່າ, ‘ພວກເຂົາ​ຈະ​ໃຫ້​ຄວາມເຄົາລົບ​ນັບຖື​ລູກຊາຍ​ຂອງ​ເຮົາ’.
7 "But the tenants said to each other, 'This is the heir. Come, let's kill him—the inheritance will be ours.' “ແຕ່​ພວກ​ຄົນເຊົ່າສວນ​ເວົ້າ​ກັນ​ວ່າ, ‘ຄົນ​ນີ້​ເປັນ​ຜູ້ສືບທອດມໍລະດົກ. ໃຫ້​ພວກເຮົາ​ຂ້າ​ລາວ​ແລ້ວ​ມໍລະດົກ​ຈະ​ຕົກ​ເປັນ​ຂອງ​ພວກເຮົາ’.
8 So they took him and killed him and threw him out of the vineyard. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ລູກຊາຍ​ຂອງ​ເຈົ້າຂອງສວນ ແລະ ຂ້າ​ລາວ, ແລ້ວ​ພວກເຂົາ​ກໍ​ໂຍນ​ລາວ​ຖິ້ມ​ອອກ​ໄປ​ນອກ​ສວນອະງຸ່ນ.
9 So what will the vineyard's owner do? He'll come, destroy the tenants, and give the vineyard to others. “ພຣະເຢຊູເຈົ້າ​ຖາມ​ວ່າ ແລ້ວ​ເຈົ້າຂອງ​ສວນອະງຸ່ນ​ຈະ​ເຮັດ​ຢ່າງໃດ? ເພິ່ນ​ຈະ​ມາ​ຂ້າ​ພວກ​ຄົນເຊົ່າສວນ ແລະ ເອົາ​ສວນອະງຸ່ນ​ນັ້ນ​ໃຫ້​ຄົນ​ອື່ນ​ເຊົ່າ.
10 Have you not read this Scripture: 'The stone the builders rejected has become the cornerstone; ພວກເຈົ້າ​ຍັງ​ບໍ່​ໄດ້​ອ່ານ​ພຣະຄຳພີ​ຂໍ້​ນີ້​ບໍ​ວ່າ: “ ‘ຫີນ​ທີ່​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ ບັດນີ້​ກໍ​ໄດ້​ກາຍເປັນ​ຫີນເສົາເອກ,
11 this was our Father's doing, and it is marvelous in our eyes'?" ອົງພຣະຜູ້ເປັນເຈົ້າ​ໄດ້​ກະທຳ​ການ​ນີ້ ແລະ ເປັນ​ສິ່ງ​ທີ່​ອັດສະຈັນ​ໃນ​ສາຍຕາ​ຂອງ​ພວກເຮົາ.’ ”
12 They wanted to arrest him but feared the crowd, knowing he'd told the parable against them. So they left him and went away. ດັ່ງນັ້ນ ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ຈຶ່ງ​ໄດ້​ຊອກຫາ​ທາງ​ທີ່​ຈະ​ຈັບ​ພຣະອົງ ພວກເຂົາ​ຮູ້ຈັກ​ວ່າ​ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ຕໍ່ສູ້​ພວກເຂົາ. ແຕ່​ຍ້ອນ​ພວກເຂົາ​ຢ້ານ​ປະຊາຊົນ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຈາກ​ພຣະອົງ ແລະ ໄປ​ທາງ​ອື່ນ.
13 They sent some of the Pharisees and Herodians to trap him in his words. ແລ້ວ​ພວກເຂົາ​ກໍ​ໃຊ້​ຟາຣີຊາຍ​ບາງຄົນ ແລະ ກຸ່ມ​ສະໜັບສະໜູນ​ເຮໂຣດ​ມາ​ຫາ​ພຣະເຢຊູເຈົ້າ​ເພື່ອ​ຈັບຜິດ​ຖ້ອຍຄຳ​ຂອງ​ພຣະອົງ.
14 They came and said to him, "Teacher, we know you're true and don't care what anyone thinks, since you don't judge by appearance but truly teach our Father's way. Is it lawful to pay taxes to Caesar, or not? Should we pay, or should we not?" ພວກເຂົາ​ໄດ້​ມາ​ຫາ​ພຣະອົງ ແລະ ເວົ້າ​ວ່າ, “ອາຈານ​ເອີຍ, ພວກເຮົາ​ຮູ້​ວ່າ​ທ່ານ​ເປັນ​ຄົນສັດຊື່ ແລະ ທ່ານ​ບໍ່​ໄດ້​ຖືກ​ຊັກຈູງ​ໂດຍ​ຄົນ​ອື່ນ, ເພາະ​ທ່ານ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ, ແຕ່​ທ່ານ​ໄດ້​ສອນ​ທາງ​ຂອງ​ພຣະເຈົ້າ​ຕາມ​ຄວາມຈິງ. ເປັນ​ການ​ຖືກຕ້ອງ​ທີ່​ຈະ​ເສຍພາສີ​ໃຫ້​ແກ່​ກາຍຊາ​ບໍ?
15 But, knowing their hypocrisy, he said to them, "Why are you testing me? Bring me a silver coin to look at." ພວກເຮົາ​ຄວນ​ເສຍ ຫລື ພວກເຮົາ​ບໍ່​ຄວນ​ເສຍ?” ແຕ່​ພຣະເຢຊູເຈົ້າ​ຮູ້​ທັນ​ກົນອຸບາຍ​ຂອງ​ພວກເຂົາ ຈຶ່ງ​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພະຍາຍາມ​ຈະ​ຈັບຜິດ​ເຮົາ? ຈົ່ງ​ນຳ​ເງິນ​ໜຶ່ງ​ຫລຽນ​ມາ​ໃຫ້​ເຮົາ​ເບິ່ງ​ດູ”.
16 They brought one, and he asked them, "Whose image and inscription is this?" They told him, "Caesar's." ພວກເຂົາ​ກໍ​ເອົາ​ຫລຽນ​ມາ​ໃຫ້ ແລະ ພຣະອົງ​ກໍ​ຖາມ​ພວກເຂົາ​ວ່າ, “ຮູບ​ນີ້​ເປັນ​ຂອງ​ຜູ້ໃດ? ແລະ ຄຳຈາລຶກ​ນີ້​ເປັນ​ຂອງ​ຜູ້ໃດ?” ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ”.
17 Jesus told them, "Give to Caesar what's Caesar's, and to our Father what's our Father's." They were amazed at him. ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຖວາຍ​ຄືນ​ໃຫ້​ແກ່​ພຣະເຈົ້າ”. ເມື່ອ​ທຸກຄົນ​ໄດ້​ຍິນ​ຄຳຕອບ​ຂອງ​ພຣະເຢຊູເຈົ້າ​ແລ້ວ ພວກເຂົາ​ຕ່າງ​ກໍ​ປະຫລາດໃຈ​ໃນ​ພຣະອົງ.
18 And the Sadducees came to him, who say there is no resurrection. And they questioned him, saying, ແລ້ວ​ພວກ​ຊາດູກາຍ​ຜູ້​ທີ່​ກ່າວ​ວ່າ​ບໍ່​ມີ​ການເປັນຄືນມາຈາກຕາຍ ໄດ້​ມາ​ຖາມ​ພຣະເຢຊູເຈົ້າ.
19 "Teacher, Moses wrote for us that if a man's brother dies leaving a wife but no child, the brother must marry her and raise up offspring for him. ພວກເຂົາ​ເວົ້າ​ວ່າ, “ອາຈານ​ເອີຍ, ໂມເຊ​ໄດ້​ຂຽນ​ເປັນ​ຄຳສັ່ງ​ສຳລັບ​ພວກເຮົາ​ໄວ້​ວ່າ​ຖ້າ​ອ້າຍ​ຂອງ​ຊາຍ​ຜູ້​ໜຶ່ງ​ຕາຍ​ປະ​ເມຍ​ຂອງ​ຕົນ​ໂດຍ​ບໍ່​ມີ​ລູກ, ຊາຍ​ຄົນ​ນັ້ນ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງໝ້າຍ​ຄົນ​ນັ້ນ​ເພື່ອ​ຈະ​ມີ​ລູກ​ສືບເຊື້ອສາຍ​ໃຫ້​ອ້າຍ​ຂອງ​ຕົນ.
20 There were seven brothers; the first married, and when he died, left no children. ຍັງ​ມີ​ອ້າຍນ້ອງ​ເຈັດ​ຄົນ. ຜູ້​ທີ​ໜຶ່ງ​ໄດ້​ແຕ່ງງານ ແລະ ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ.
21 And the second married her, and he died leaving no children. And the third likewise. ແລ້ວ​ຜູ້​ທີ​ສອງ​ກໍ​ໄດ້​ແຕ່ງງານ​ກັບ​ຍິງ​ນັ້ນ ແລະ ລາວ​ກໍ​ໄດ້​ຕາຍ​ໄປ​ອີກ​ໂດຍ​ບໍ່​ມີ​ລູກ. ຜູ້​ທີ​ສາມ​ກໍ​ເໝືອນກັນ.
22 And none of the seven left any children. Last of all the woman also died. ອ້າຍນ້ອງ​ທັງ​ເຈັດ​ໄດ້​ເອົາ​ຍິງ​ນັ້ນ​ມາ​ເປັນ​ເມຍ ແລະ ພວກເຂົາ​ໄດ້​ຕາຍ​ໄປ​ໂດຍ​ບໍ່​ມີ​ລູກ, ແລ້ວ​ໃນ​ທີ່ສຸດ​ຍິງ​ນັ້ນ​ກໍ​ໄດ້​ຕາຍ​ໄປ​ເໝືອນກັນ.
23 At the resurrection, when they rise, whose wife will she be? The seven had her as wife." ໃນ​ວັນ​ທີ່​ເປັນຄືນມາຈາກຕາຍ​ຍິງ​ຄົນ​ນີ້​ຈະ​ເປັນ​ເມຍ​ຂອງ​ຜູ້ໃດ? ດ້ວຍວ່າ​ຊາຍ​ທັງ​ເຈັດ​ຄົນ​ໄດ້​ເປັນ​ຜົວ​ຂອງ​ນາງ​ແລ້ວ”.
24 Jesus said to them, "Isn't this why you're wrong—you know neither the Scriptures nor our Father's power? ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ບໍ່​ຜິດ​ເພາະ​ວ່າ​ພວກເຈົ້າ​ບໍ່​ຮູ້ຈັກ​ພຣະຄຳພີ ຫລື ລິດອຳນາດ​ຂອງ​ພຣະເຈົ້າ​ບໍ?
25 For when the dead rise, they neither marry nor are given in marriage, but are like the angels in heaven. ເມື່ອ​ຄົນຕາຍ​ຄືນ​ສູ່​ຊີວິດ​ນັ້ນ​ຈະ​ບໍ່​ມີ​ການແຕ່ງງານ ຫລື ຍົກ​ໃຫ້​ເປັນ​ຜົວເມຍ​ກັນ​ອີກ ພວກເຂົາ​ຈະ​ເປັນ​ເໝືອນ​ເທວະດາ​ໃນ​ສະຫວັນ.
26 About the dead being raised, haven't you read in Moses' book, in the passage about the bush, how our Father told him, 'I am the God of Abraham, of Isaac, and of Jacob'? ສຳລັບ​ເລື່ອງ​ຄົນຕາຍ​ເປັນຄືນມາ​ນັ້ນ ພວກເຈົ້າ​ບໍ່​ເຄີຍ​ໄດ້​ອ່ານ​ຖ້ອຍຄຳ​ກ່ຽວກັບ​ເລື່ອງ​ຂອງ​ໂມເຊ ທີ່​ພຸ່ມໄມ້​ມີ​ໄຟ​ລຸກໄໝ້​ນັ້ນ​ບໍ? ພຣະເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ດັ່ງນີ້, ‘ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ ພຣະເຈົ້າ​ຂອງ​ຢາໂຄບ’?
27 He is not God of the dead, but of the living. You are badly mistaken." ພຣະອົງ​ບໍ່ແມ່ນ​ພຣະເຈົ້າ​ຂອງ​ຄົນຕາຍ, ແຕ່​ແມ່ນ​ພຣະເຈົ້າ​ຂອງ​ຄົນເປັນ. ພວກເຈົ້າ​ເຂົ້າໃຈ​ຜິດ​ຫລາຍ​ແລ້ວ!”
28 One scribe approached, heard them debate, saw Jesus answered well, and asked, "Which commandment is most important of all?" ມີ​ຄູສອນກົດບັນຍັດ​ຄົນ​ໜຶ່ງ​ໄດ້​ເຂົ້າ​ມາ ແລະ ໄດ້​ຍິນ​ພຣະເຢຊູເຈົ້າ​ກັບ​ພວກຊາດູກາຍ​ກຳລັງ​ຖົກຖຽງ​ກັນ​ຢູ່. ເຫັນ​ວ່າ​ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ໄດ້​ດີ, ລາວ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ໃນ​ບັນດາ​ກົດບັນຍັດ​ທັງໝົດ​ຂໍ້​ໃດ​ສຳຄັນ​ທີ່ສຸດ?”
29 Jesus answered, "The most important is this: 'Hear, Israel: our Father is one.' ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຂໍ້​ທີ່​ສຳຄັນ​ທີ່ສຸດ​ຄື ‘ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ, ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ພວກເຮົາ, ອົງພຣະຜູ້ເປັນເຈົ້າ​ເປັນ​ໜຶ່ງ​ດຽວ.
30 Love your Father with all your heart, with all your soul, with all your mind, with all your strength." ຈົ່ງ​ຮັກ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ ດ້ວຍ​ສຸດ​ຈິດ ດ້ວຍ​ສຸດ​ຄວາມຄິດ ແລະ ດ້ວຍ​ສຸດ​ກຳລັງ​ຂອງ​ເຈົ້າ’.
31 "The second is this: 'Love your neighbor as yourself.' No commandment is greater than these." ສ່ວນ​ຂໍ້​ທີ​ສອງ​ຄື: ‘ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ’. ບໍ່​ມີ​ກົດບັນຍັດ​ຂໍ້​ໃດ​ທີ່​ໃຫຍ່​ກວ່າ​ສອງ​ຂໍ້​ນີ້”.
32 The scribe said to him, "Well said, Teacher. You've said truly that he is one, and there's no other besides him. ຄູສອນກົດບັນຍັດ​ຄົນ​ນີ້​ຈຶ່ງ​ຕອບ​ວ່າ, “ທ່ານ​ອາຈານ​ຕອບ​ໄດ້​ດີ, ທີ່​ທ່ານ​ໄດ້​ກ່າວ​ນັ້ນ​ຖືກຕ້ອງ​ແລ້ວ​ທີ່​ວ່າ​ພຣະເຈົ້າ​ເປັນ​ໜຶ່ງ ແລະ ບໍ່​ມີ​ພະ​ອື່ນ​ນອກ​ຈາກ​ພຣະອົງ.
33 Loving him with all the heart, all the understanding, all the strength, and loving one's neighbor as oneself, matters far more than all whole burnt offerings and sacrifices." ການ​ທີ່​ຮັກ​ພຣະອົງ​ດ້ວຍ​ສຸດ​ຫົວໃຈ, ສຸດ​ຄວາມເຂົ້າໃຈ ແລະ ສຸດ​ກຳລັງ​ຂອງ​ທ່ານ ແລະ ການ​ທີ່​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນ​ເອງ​ກໍ​ສຳຄັນ​ຫລາຍ​ກວ່າ​ເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍ​ທັງຫລາຍ”.
34 Seeing he answered wisely, Jesus said to him, "You are not far from the kingdom of our Father." After that, no one dared ask him any more questions. ເມື່ອ​ພຣະເຢຊູເຈົ້າ​ເຫັນ​ວ່າ​ລາວ​ຕອບ​ດ້ວຍ​ຄວາມສະຫລາດ ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ເຈົ້າ​ບໍ່​ໄດ້​ຢູ່​ໄກ​ຈາກ​ອານາຈັກ​ຂອງ​ພຣະເຈົ້າ”. ຕັ້ງແຕ່​ນັ້ນ​ມາ​ກໍ​ບໍ່​ມີ​ຜູ້ໃດ​ກ້າ​ຖາມ​ພຣະອົງ​ອີກ.
35 Teaching in the temple, Jesus asked, "How can the scribes say the Christ is the son of David? ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ, ພຣະອົງ​ໄດ້​ຖາມ​ວ່າ, “ດ້ວຍເຫດໃດ​ພວກ​ຄູສອນກົດບັນຍັດ​ຈຶ່ງ​ເວົ້າ​ໄດ້​ວ່າ​ພຣະຄຣິດເຈົ້າ​ເປັນ​ບຸດ​ຂອງ​ດາວິດ?
36 David himself said by the Holy Spirit: 'Our Father said to my Lord, "Sit at my right hand until I put your enemies under your feet."' ດາວິດ​ເອງ​ເມື່ອ​ກ່າວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ​ກໍ​ປະກາດ​ວ່າ: “ ‘ພຣະເຈົ້າ​ໄດ້​ກ່າວ​ກັບ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ​ວ່າ: “ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ ຈົນ​ກວ່າ​ເຮົາ​ຈະ​ປາບ​ສັດຕູ​ທັງຫລາຍ​ຂອງ​ເຈົ້າ ໃຫ້​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ” ’.
37 "David himself calls the Christ Lord. How can the Christ be David's son?" The large crowd enjoyed listening to him. ໃນ​ເມື່ອ​ກະສັດ​ດາວິດ​ເອງ​ຍັງ​ເອີ້ນ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ’ ແລ້ວ​ພຣະອົງ​ຈະ​ເປັນ​ບຸດ​ຂອງ​ດາວິດ​ໄດ້​ຢ່າງໃດ?” ປະຊາຊົນ​ຈໍານວນ​ຫລວງຫລາຍ​ຟັງ​ພຣະອົງ​ດ້ວຍ​ຄວາມຊື່ນຊົມຍິນດີ.
38 And in his teaching he said, "Beware of the scribes, who like walking in long robes and being greeted in the marketplaces, ໃນ​ຂະນະ​ທີ່​ພຣະເຢຊູເຈົ້າ​ສັ່ງສອນ​ຢູ່​ນັ້ນ ພຣະອົງ​ໄດ້​ກ່າວ​ວ່າ, “ຈົ່ງ​ລະວັງ​ພວກ​ຄູສອນກົດບັນຍັດ​ໃຫ້​ດີ. ພວກເຂົາ​ມັກ​ນຸ່ງ​ເສື້ອຄຸມຍາວ​ຍ່າງ​ໄປ​ມາ ແລະ ມັກ​ໃຫ້​ຄົນ​ມາ​ຄຳນັບ​ທັກທາຍ​ໃນ​ບ່ອນຊຸມນຸມຊົນ,
39 and to have the best seats in the synagogues and the places of honor at banquets, ມັກ​ນັ່ງ​ໃນ​ບ່ອນນັ່ງ​ທີ່​ສຳຄັນ​ໃນ​ທຳມະສາລາ ແລະ ບ່ອນນັ່ງ​ທີ່​ມີ​ກຽດ​ໃນ​ງານກິນລ້ຽງ​ຕ່າງໆ.
40 who devour widows' houses and make long prayers just for show. These will receive the greater condemnation." ພວກເຂົາ​ສໍ້ໂກງ​ເອົາ​ເຮືອນ​ຂອງ​ບັນດາ​ແມ່ໝ້າຍ ແລະ ເຮັດ​ທຳທ່າ​ອະທິຖານ​ຢ່າງ​ຍືດຍາວ​ເພື່ອ​ໃຫ້​ຄົນ​ເຫັນ. ຄົນ​ເຫລົ່ານີ້​ຈະ​ຖືກ​ລົງໂທດ​ໜັກ​ທີ່ສຸດ”.
41 Sitting across from the treasury, he watched the crowd drop coins in; many rich people dropped in large sums. ພຣະເຢຊູເຈົ້າ​ນັ່ງ​ຢູ່​ກົງກັນຂ້າມ​ກັບ​ບ່ອນ​ທີ່​ຮັບ​ເງິນ​ຖວາຍ​ຂອງ​ວິຫານ​ນັ້ນ ແລະ ພຣະອົງ​ສັງເກດ​ເບິ່ງ​ປະຊາຊົນ​ປ່ອນ​ເງິນ​ຂອງ​ພວກເຂົາ​ລົງ​ໃສ່​ຄັງ​ວິຫານ. ຄົນຮັ່ງມີ​ຫລາຍຄົນ​ໄດ້​ປ່ອນ​ເງິນ​ລົງ​ຈໍານວນ​ຫລວງຫລາຍ.
42 And a poor widow came and put in two small copper coins, worth a penny. ແຕ່​ແມ່ໝ້າຍ​ທີ່​ຍາກຈົນ​ຄົນ​ໜຶ່ງ​ໄດ້​ມາ ແລະ ປ່ອນ​ຫລຽນທອງແດງ​ຂະໜາດ​ນ້ອຍໆ​ສອງ​ຫລຽນ, ເຊິ່ງ​ມີ​ມູນຄ່າ​ເທົ່າກັບ​ສອງສາມ​ເຊັນ​ເທົ່າ​ນັ້ນ​ລົງ​ຖວາຍ.
43 Calling his disciples, he said, "Truly, I tell you, this poor widow put in more than all who put into the offering box. ພຣະເຢຊູເຈົ້າ​ເອີ້ນ​ພວກສາວົກ​ຂອງ​ພຣະອົງ​ມາ ແລະ ກ່າວ​ກັບ​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ແມ່ໝ້າຍ​ຍາກຈົນ​ຄົນ​ນີ້​ໄດ້​ຖວາຍ​ເຂົ້າ​ຄັງ​ວິຫານ​ຫລາຍກວ່າ​ຄົນ​ອື່ນ​ທັງໝົດ.
44 For they all gave from their surplus, but she gave from her poverty—all she had, her whole livelihood." ເພາະ​ພວກເຂົາ​ທັງໝົດ​ລ້ວນ​ແຕ່​ເອົາ​ສ່ວນ​ໜຶ່ງ​ຈາກ​ຄວາມຮັ່ງມີ​ຂອງ​ພວກເຂົາ​ມາ​ຖວາຍ, ແຕ່​ແມ່ໝ້າຍ​ຄົນ​ນີ້​ໄດ້​ເອົາ​ທຸກສິ່ງ​ທີ່​ຕົນ​ມີ​ຢູ່​ສຳລັບ​ລ້ຽງ​ຊີວິດ​ມາ​ຖວາຍ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]