Skip to content
The Believer's Library

Biblica® Open Lao Contemporary Version

Mark 13 OLCV

Show OLCV only
Verse × ×
1 Leaving the temple, one of his disciples said to him, "Teacher, look! What huge stones, what magnificent buildings!" ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ອອກ​ຈາກ​ວິຫານ​ໄປ, ສາວົກ​ຄົນ​ໜຶ່ງ​ກໍ​ເວົ້າ​ກັບ​ພຣະອົງ​ວ່າ, “ເບິ່ງ​ແມ, ອາຈານ​ເອີຍ! ຫີນ​ຄື​ກ້ອນ​ໃຫຍ່​ແທ້! ອາຄານ​ເຫລົ່ານີ້​ຊ່າງ​ງົດງາມ​ແທ້!”
2 Jesus said to him, "Do you see these great buildings? Not one stone will remain here on another; all will be torn down." ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ເຫັນ​ອາຄານ​ໃຫຍ່​ເຫລົ່ານັ້ນ​ບໍ? ຫີນ​ຢູ່​ທີ່​ນີ້​ຈະ​ບໍ່​ເຫລືອ​ຈັກ​ກ້ອນ, ທຸກ​ກ້ອນ​ຈະ​ຖືກ​ໂຍນຖິ້ມ​ລົງ​ມາ​ໝົດ”.
3 As he sat on the Mount of Olives facing the temple, Peter, James, John, and Andrew asked him privately, ຂະນະ​ທີ່​ພຣະເຢຊູເຈົ້າ​ນັ່ງ​ຢູ່​ເທິງ​ພູເຂົາ​ໝາກກອກ ກົງກັນຂ້າມ​ກັບ​ວິຫານ, ເປໂຕ, ຢາໂກໂບ, ໂຢຮັນ ແລະ ອັນເດອາ​ໄດ້​ມາ​ຖາມ​ພຣະອົງ​ເປັນ​ການ​ສ່ວນ​ໂຕ​ວ່າ,
4 tell us, when will these things happen, and what sign shows all this is about to be fulfilled? “ຂໍ​ບອກ​ພວກຂ້ານ້ອຍ​ແດ່​ວ່າ​ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອ​ໃດ? ແລະ ສິ່ງ​ໃດ​ຈະ​ເປັນ​ໝາຍສຳຄັນ​ວ່າ​ເຫດການ​ທັງໝົດ​ເຫລົ່ານີ້​ກຳລັງ​ຈະ​ສຳເລັດ?”
5 Jesus began to tell them: "Watch out that no one deceives you. ພຣະເຢຊູເຈົ້າ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ: “ຈົ່ງ​ລະວັງ​ໃຫ້​ດີ​ຢ່າ​ໃຫ້​ຜູ້ໃດ​ຜູ້​ໜຶ່ງ​ຫລອກລວງ​ພວກເຈົ້າ.
6 Many will come in my name, claiming, 'I am he,' and they will deceive many. ຫລາຍ​ຄົນ​ມາ​ໃນ​ນາມ​ຂອງ​ເຮົາ ແລະ ອ້າງ​ໂຕ​ວ່າ, ‘ເຮົາ​ເປັນ​ຜູ້​ນັ້ນ’ ແລະ ຈະ​ຫລອກລວງ​ຫລາຍ​ຄົນ.
7 When you hear of wars and rumors of wars, don't be troubled—these must happen, but the end isn't yet. ເມື່ອ​ພວກເຈົ້າ​ໄດ້​ຍິນ​ເຖິງ​ເລື່ອງ​ສົງຄາມ ແລະ ຂ່າວລື​ເລື່ອງ​ການເຮັດສົງຄາມ ຢ່າ​ຕື່ນຕົກໃຈ. ເຫດການ​ເຫລົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ ແຕ່​ວ່າ​ເວລາ​ສຸດທ້າຍ​ຈະ​ຍັງ​ບໍ່​ມາ​ເຖິງ.
8 Nation will rise against nation, kingdom against kingdom, earthquakes in various places, famines—these are the beginning of birth pains. ປະເທດ​ຕໍ່​ປະເທດ ແລະ ອານາຈັກ​ຕໍ່​ອານາຈັກ​ຈະ​ສູ້ຮົບ​ກັນ. ຈະ​ເກີດ​ແຜ່ນດິນໄຫວ​ໃນ​ບ່ອນ​ຕ່າງໆ ແລະ ຈະ​ເກີດ​ການອຶດຢາກ​ອາຫານ. ເຫດການ​ເຫລົ່ານີ້​ແມ່ນ​ຂັ້ນ​ເລີ່ມຕົ້ນ​ຂອງ​ຄວາມເຈັບປວດ​ໃນ​ການເກີດລູກ.
9 Watch yourselves. They'll hand you to councils and beat you in synagogues. Because of me you'll stand before governors and kings, as a testimony to them. “ພວກເຈົ້າ​ຈົ່ງ​ລະວັງ​ໂຕ​ໃຫ້​ດີ. ພວກເຈົ້າ​ຈະ​ຖືກ​ມອບ​ໃຫ້​ສະພາ​ທ້ອງຖິ່ນ ແລະ ຈະ​ຖືກ​ຂ້ຽນຕີ​ໃນ​ທຳມະສາລາ. ພວກເຈົ້າ​ຈະ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ຜູ້ປົກຄອງ ແລະ ກະສັດ​ທັງຫລາຍ​ເພື່ອ​ເປັນ​ພະຍານ​ແກ່​ພວກເຂົາ​ເພື່ອ​ເຮົາ.
10 And the gospel must first be proclaimed to all nations. ຂ່າວປະເສີດ​ຈະ​ຕ້ອງ​ປະກາດ​ໄປ​ທົ່ວ​ປະຊາຊາດ​ທັງໝົດ​ກ່ອນ.
11 When they arrest and hand you over, don't worry beforehand what to say. Say whatever you're given in that hour—it's not you speaking, but the Holy Spirit. ເມື່ອ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຖືກ​ຈັບ ແລະ ຖືກ​ສົ່ງ​ໄປ​ຂຶ້ນ​ສານ, ພວກເຈົ້າ​ຢ່າ​ກັງວົນ​ໄປ​ກ່ອນ​ລ່ວງໜ້າ​ວ່າ​ຈະ​ເວົ້າ​ຢ່າງໃດ. ຈົ່ງ​ເວົ້າ​ໄປ​ຕາມ​ຖ້ອຍຄຳ​ທີ່​ໃຫ້​ແກ່​ພວກເຈົ້າ​ໃນ​ເວລາ​ນັ້ນ, ເພາະ​ບໍ່ແມ່ນ​ພວກເຈົ້າ​ທີ່​ເປັນ​ຜູ້​ເວົ້າ ແຕ່​ແມ່ນ​ພຣະວິນຍານບໍລິສຸດເຈົ້າ.
12 Brother will betray brother to death, father his child. Children will rise against parents and have them put to death. “ອ້າຍ​ເອື້ອຍ​ນ້ອງ​ຈະ​ທໍລະຍົດ​ກັນ​ໃຫ້​ເຖິງ​ຕາຍ ແລະ ພໍ່​ຈະ​ທໍລະຍົດ​ລູກ. ລູກ​ຈະ​ລຸກຂຶ້ນ​ຕໍ່ສູ້​ພໍ່​ແມ່​ຂອງ​ຕົນ​ຈົນ​ເຖິງ​ແກ່​ຄວາມຕາຍ.
13 All will hate you for my name, but whoever endures to the end will be saved. ຄົນ​ທັງຫລາຍ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຮົາ, ແຕ່​ຜູ້ໃດ​ທີ່​ຕັ້ງໝັ້ນຄົງ​ໄດ້​ຈົນ​ເຖິງ​ທີ່ສຸດ ຜູ້​ນັ້ນ​ຈະ​ໄດ້​ພົ້ນ.
14 When you see the abomination of desolation standing where it should not be (reader, take note), those in Judea must flee to the mountains. “ເມື່ອ​ພວກເຈົ້າ​ເຫັນ ‘ສິ່ງ​ທີ່​ໜ້າກຽດໜ້າຊັງ​ອັນ​ເປັນ​ຕົ້ນເຫດ​ຂອງ​ວິບັດ’ ຕັ້ງ​ຢູ່​ໃນ​ບ່ອນ​ບໍ່​ສົມຄວນ​ຈະ​ຕັ້ງ (ໃຫ້​ຜູ້​ອ່ານ​ເຂົ້າໃຈ​ຄວາມໝາຍ​ເອົາ​ເອງ) ແລ້ວ​ໃຫ້​ບັນດາ​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ໜີ​ໄປ​ທີ່​ພູເຂົາ​ທັງຫລາຍ.
15 Let no one on the housetop go down or enter the house to take anything out. ຜູ້​ທີ່​ຢູ່​ເທິງ​ຫລັງຄາ ກໍ​ບໍ່​ຕ້ອງ​ລົງ​ມາ ຫລື ເຂົ້າໄປ​ໃນ​ເຮືອນ​ເພື່ອ​ເກັບ​ເອົາ​ສິ່ງ​ຂອງ​ອອກ​ໄປ.
16 Let no one in the field go back to get their coat. ສ່ວນ​ຜູ້​ທີ່​ຢູ່​ໃນ​ທົ່ງນາ ກໍ​ບໍ່​ຕ້ອງ​ກັບຄືນ​ໄປ​ເອົາ​ເສື້ອຜ້າ​ຂອງ​ຕົນ.
17 How dreadful it will be in those days for pregnant women and nursing mothers! ວັນ​ເຫລົ່ານັ້ນ​ໜ້າຢ້ານກົວ​ທີ່ສຸດ​ສຳລັບ​ແມ່ຍິງ​ຖືພາ ແລະ ແມ່ລູກອ່ອນ!
18 Pray that it will not happen in winter, ຈົ່ງ​ອະທິຖານ​ເພື່ອ​ວ່າ​ເຫດການ​ເຫລົ່ານີ້​ຈະ​ບໍ່​ເກີດຂຶ້ນ​ໃນ​ລະດູໜາວ,
19 for those days will bring suffering unmatched since our Father created the world until now—and never to be matched again. ເພາະວ່າ ໃນ​ເວລາ​ນັ້ນ​ຈະ​ມີ​ຄວາມທຸກລຳບາກ​ຄັ້ງ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ຕັ້ງແຕ່​ຕົ້ນເດີມ ເມື່ອ​ພຣະເຈົ້າ​ໄດ້​ສ້າງ​ໂລກ​ຈົນ​ເຖິງ​ທຸກ​ວັນ​ນີ້ ແລະ ຈະ​ບໍ່​ມີ​ຄັ້ງ​ໃດ​ເທົ່າກັບ​ຄັ້ງ​ນີ້​ອີກ.
20 Had the Sovereign not shortened those days, no one would survive; but the Sovereign shortened them for the elect he chose. “ຖ້າ​ອົງພຣະຜູ້ເປັນເຈົ້າ​ບໍ່​ໄດ້​ຕັດ​ວັນ​ເຫລົ່ານັ້ນ​ໃຫ້​ສັ້ນເຂົ້າ​ແລ້ວ ກໍ​ຈະ​ບໍ່​ມີ​ຄົນ​ໃດ​ພົ້ນ​ເລີຍ. ແຕ່​ເພື່ອ​ເຫັນ​ແກ່​ຜູ້​ທີ່​ໄດ້​ເລືອກ​ໄວ້​ນັ້ນ, ຈະ​ເຮັດ​ໃຫ້​ວັນ​ເຫລົ່ານັ້ນ​ສັ້ນ​ເຂົ້າ.
21 Then if anyone tells you, 'Look, here is the Christ!' or 'Look, there!' don't believe it. ໃນ​ເວລາ​ນັ້ນ​ຖ້າ​ມີ​ຜູ້ໃດ​ເວົ້າ​ກັບ​ພວກເຈົ້າ​ວ່າ, ‘ເບິ່ງ​ແມ ພຣະຄຣິດເຈົ້າ​ຢູ່​ທີ່​ນີ້!’ ຫລື ‘ເບິ່ງແມ! ພຣະອົງ​ຢູ່​ທີ່​ນັ້ນ!’ ຢ່າ​ໄດ້​ເຊື່ອ.
22 False christs and false prophets will appear, performing signs and wonders to deceive the elect, if possible. ດ້ວຍວ່າ ຈະ​ມີ​ພຣະຄຣິດ​ປອມ ແລະ ຜູ້ທຳນວາຍ​ປອມ​ປາກົດ​ຂຶ້ນ. ພວກເຂົາ​ຈະ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ປະການ. ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນ​ແຕ່​ຜູ້​ທີ່​ໄດ້​ເລືອກ​ໄວ້.
23 So be on your guard; I have told you everything ahead of time. ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ, ເຮົາ​ໄດ້​ບອກ​ພວກເຈົ້າ​ທັງຫລາຍ​ໃຫ້​ຮູ້​ທຸກ​ສິ່ງ​ໄວ້​ລ່ວງໜ້າ​ກ່ອນ​ແລ້ວ.
24 But in those days, after that suffering, the sun will darken, and the moon will not give its light; “ແຕ່​ໃນ​ວັນ​ເຫລົ່ານັ້ນ, ຫລັງ​ຈາກ​ຄວາມທຸກລຳບາກ “ ‘ດວງອາທິດ​ຈະ​ມືດ​ໄປ ແລະ ດວງເດືອນ​ຈະ​ບໍ່​ສ່ອງແສງ,
25 the stars will fall from the sky, and the powers in the heavens will be shaken. ດວງດາວ​ທັງຫລາຍ​ຈະ​ຕົກ​ຈາກ​ທ້ອງຟ້າ, ແລະ ສະຫວັນ​ຈະ​ສັ່ນສະເທືອນ’.
26 Then they will see the Son of Man coming in clouds with great power and glory. “ເມື່ອ​ນັ້ນ​ຄົນ​ທັງຫລາຍ​ຈະ​ເຫັນ​ບຸດມະນຸດ​ມາ​ໃນ​ເມກ​ດ້ວຍ​ລິດອຳນາດ ແລະ ສະຫງ່າລາສີ​ອັນ​ຍິ່ງໃຫຍ່.
27 He will send his angels and gather his chosen from the four winds, from earth's ends to heaven's ends. ແລະ ພຣະອົງ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ອອກ​ໄປ​ເພື່ອ​ຮວບຮວມ​ເອົາ​ຜູ້​ທີ່​ເລືອກ​ໄວ້​ຈາກ​ທັງ​ສີ່​ທິດ, ຕັ້ງແຕ່​ທີ່ສຸດປາຍ​ແຜ່ນດິນໂລກ​ຈົນ​ເຖິງ​ທີ່ສຸດປາຍ​ຟ້າສະຫວັນ.
28 Learn this from the fig tree: once its branch softens and leaves sprout, you know summer is near. “ບັດນີ້ ຈົ່ງ​ຮຽນຮູ້​ເອົາ​ບົດຮຽນ​ນີ້​ຈາກ​ຕົ້ນໝາກເດື່ອ​ຄື: ທັນທີ​ທີ່​ກິ່ງ​ອ່ອນ ແລະ ໃບ​ຂອງ​ມັນ​ປົ່ງ​ອອກມາ ພວກເຈົ້າ​ກໍ​ຮູ້​ວ່າ​ລະດູ​ຮ້ອນ​ໃກ້​ຈະ​ມາ​ເຖິງ.
29 So also, when you see these things happening, know it's near, at the door. ຢ່າງ​ດຽວກັນ, ເມື່ອ​ພວກເຈົ້າ​ເຫັນ​ສິ່ງ​ເຫລົ່ານີ້​ເກີດຂຶ້ນ, ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ສິ່ງ​ນີ້​ເຂົ້າ​ມາ​ໃກ້​ແລ້ວ, ຢູ່​ທີ່​ປະຕູ​ແລ້ວ.
30 Truly I tell you, this generation will certainly not pass away until all these things have happened. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຄົນ​ໃນ​ສະໄໝ​ນີ້​ຈະ​ຍັງ​ບໍ່​ທັນ​ລ່ວງລັບ​ໄປ​ກ່ອນ​ຈົນ​ກວ່າ​ສິ່ງ​ທັງໝົດ​ເຫລົ່ານີ້​ຈະ​ເກີດຂຶ້ນ.
31 Heaven and earth will pass away, but my words will never pass away. ສະຫວັນ ແລະ ແຜ່ນດິນໂລກ​ຈະ​ລ່ວງ​ພົ້ນ​ໄປ ແຕ່​ຖ້ອຍຄຳ​ຂອງ​ເຮົາ​ຈະ​ບໍ່​ລ່ວງ​ພົ້ນ​ໄປ​ຈັກເທື່ອ.
32 But no one knows that day or hour—not the angels in heaven, not the Son, only the Father. “ແຕ່​ເລື່ອງ​ວັນ ຫລື ເວລາ​ນັ້ນ​ບໍ່​ມີ​ຜູ້ໃດ​ຮູ້, ແມ່ນແຕ່​ບັນດາ​ເທວະດາ​ໃນ​ສະຫວັນ ຫລື ພຣະບຸດ​ກໍ​ບໍ່​ຮູ້, ມີ​ແຕ່​ພຣະບິດາ​ອົງ​ດຽວ​ເທົ່ານັ້ນ​ທີ່​ຮູ້.
33 Be on guard! Stay alert! For you do not know when that time will come. ຈົ່ງ​ລະມັດລະວັງ! ຈົ່ງ​ເຝົ້າ​ລະວັງ​ຢູ່! ພວກເຈົ້າ​ບໍ່​ຮູ້​ວ່າ​ເວລາ​ນັ້ນ​ຈະ​ມາ​ເຖິງ​ເມື່ອ​ໃດ.
34 Like a man on a journey: he leaves his house, gives his servants authority—each his own task—and orders the doorkeeper to stay alert. ປຽບເໝືອນ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ອອກ​ຈາກ​ເຮືອນ​ຂອງ​ຕົນ​ໄປ ແລະ ໄດ້​ແຕ່ງຕັ້ງ​ໃຫ້​ຄົນຮັບໃຊ້​ຮັບຜິດຊອບ​ໜ້າທີ່​ຕ່າງໆ​ຕາມ​ແຕ່ລະຄົນ​ໄດ້​ຮັບ​ມອບໝາຍ ແລະ ບອກ​ຄົນເຝົ້າປະຕູ​ໃຫ້​ເຝົ້າລະວັງ​ໄວ້​ໃຫ້​ດີ.
35 So stay alert, since you don't know when the master of the house comes—evening, midnight, rooster's crow, or dawn. “ເຫດສະນັ້ນ ຈົ່ງ​ເຝົ້າ​ລະວັງ​ຢູ່ ເພາະ​ພວກເຈົ້າ​ທັງຫລາຍ​ບໍ່​ຮູ້​ວ່າ​ເຈົ້າຂອງ​ເຮືອນ​ຈະ​ກັບ​ມາ​ເມື່ອ​ໃດ, ຈະ​ກັບ​ມາ​ເວລາ​ຄ່ຳ ຫລື ເວລາ​ທ່ຽງຄືນ, ເວລາ​ໄກ່ຂັນ, ຫລື ເວລາ​ຮຸ່ງເຊົ້າ.
36 Otherwise, if he comes suddenly, he may find you sleeping. ຖ້າ​ເພິ່ນ​ກັບ​ມາ​ກະທັນຫັນ ກໍ​ຢ່າ​ໃຫ້​ເພິ່ນ​ຈະ​ພົບ​ວ່າ​ພວກເຈົ້າ​ກຳລັງ​ຫລັບ​ຢູ່.
37 What I say to you, I say to everyone: Keep watch!" ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ກັບ​ພວກເຈົ້າ​ນີ້ ເຮົາ​ກໍ​ກ່າວ​ເຕືອນ​ແກ່​ທຸກຄົນ​ເໝືອນ​ກັນ​ວ່າ: ‘ຈົ່ງ​ເຝົ້າ​ລະວັງ​ຢູ່!’ ”
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]