Skip to content
The Believer's Library

Biblica® Open Lao Contemporary Version

Mark 14 OLCV

Show OLCV only
Verse × ×
1 Two days before Passover and Unleavened Bread, the chief priests and scribes were looking for a way to seize Jesus by trickery and kill him. ບັດນີ້ ຍັງ​ອີກ​ສອງ​ວັນ​ກໍ​ຈະ​ເຖິງ​ເທດສະການ​ປັດສະຄາ ແລະ ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ຕ່າງ​ກໍ​ກຳລັງ​ຊອກຫາ​ກົນອຸບາຍ​ທີ່​ຈະ​ຈັບ​ພຣະເຢຊູເຈົ້າ ແລະ ຂ້າ​ພຣະອົງ.
2 For they said, "Not during the feast, or the people might riot." ຄື​ພວກເຂົາ​ເວົ້າ​ວ່າ, “ແຕ່​ຢ່າ​ເຮັດ​ໃນ​ລະຫວ່າງ​ເທດສະການ ບໍ່​ດັ່ງນັ້ນ​ປະຊາຊົນ​ອາດ​ຈະ​ກໍ່​ຄວາມວຸ້ນວາຍ”.
3 While he was in Bethany, in Simon the leper's house, reclining at the table, a woman came with an alabaster flask of pure nard perfume, very costly. She broke the flask and poured it on his head. ໃນຂະນະ​ທີ່​ພຣະອົງ​ຢູ່​ທີ່​ບ້ານ​ເບັດທານີ, ກຳລັງ​ນັ່ງເອນໂຕ​ຢູ່​ທີ່​ໂຕະ​ອາຫານ​ທີ່​ຢູ່​ໃນ​ເຮືອນ​ຂອງ​ຊີໂມນ​ຜູ້​ທີ່​ເປັນ​ພະຍາດຂີ້ທູດ, ມີ​ຍິງ​ຄົນ​ໜຶ່ງ​ເຂົ້າ​ມາ​ພ້ອມດ້ວຍ​ເຕົ້າຫີນຂາວ ເຊິ່ງ​ບັນຈຸ​ນ້ຳຫອມ​ທີ່​ມີ​ລາຄາ​ແພງ, ນ້ຳຫອມ​ນັ້ນ​ເຮັດ​ຈາກ​ເຄື່ອງຫອມ​ບໍລິສຸດ. ນາງ​ໄດ້​ຫັກ​ຄໍ​ເຕົ້າ​ນັ້ນ ແລະ ຖອກ​ນ້ຳຫອມ​ຫົດສົງ​ຫົວ​ພຣະອົງ.
4 There were some who said to themselves indignantly, "Why was this perfume wasted like that? ມີ​ບາງຄົນ​ໃນ​ທີ່​ນັ້ນ​ບໍ່​ພໍໃຈ ຈຶ່ງ​ເວົ້າ​ກັນ​ວ່າ, “ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ນ້ຳຫອມ​ນີ້​ເສຍ​ໄປ​ລ້າໆ?
5 For this perfume could have sold for over 300 denarii and given to the poor." And they scolded her. ນ້ຳຫອມ​ນີ້​ສາມາດ​ຂາຍ​ໄດ້​ໃນ​ລາຄາ​ສູງ​ຫລາຍ​ກວ່າ​ຄ່າຈ້າງ​ຂອງ​ຄົນງານ​ຜູ້​ໜຶ່ງ​ໝົດ​ທັງ​ປີ ເພື່ອ​ຈະ​ໄດ້​ເອົາ​ເງິນ​ໄປ​ໃຫ້​ຄົນຍາກຈົນ”. ແລ້ວ​ພວກເຂົາ​ກໍ​ຕຳໜິ​ຍິງ​ຜູ້​ນີ້​ຢ່າງ​ໜັກ.
6 But Jesus said, "Leave her alone. Why trouble her? She has done a beautiful thing for me. ແຕ່​ພຣະເຢຊູເຈົ້າ​ກ່າວ​ວ່າ, “ປ່ອຍ​ນາງ​ເທາະ, ພວກເຈົ້າ​ໄປ​ກວນໃຈ​ນາງ​ເຮັດ​ຫຍັງ? ນາງ​ໄດ້​ເຮັດ​ສິ່ງ​ດີ​ງາມ​ໃຫ້​ແກ່​ເຮົາ.
7 For the poor are always with you, and you can do good for them whenever you want; but you won't always have me. ພວກເຈົ້າ​ຈະ​ມີ​ຄົນຍາກຈົນ​ຢູ່​ກັບ​ພວກເຈົ້າ​ສະເໝີ ແລະ ພວກເຈົ້າ​ສາມາດ​ຊ່ວຍ​ພວກເຂົາ​ໄດ້​ທຸກ​ເວລາ​ຕາມ​ທີ່​ພວກເຈົ້າ​ຕ້ອງການ. ແຕ່​ພວກເຈົ້າ​ຈະ​ບໍ່​ມີ​ເຮົາ​ຢູ່​ນໍາ​ສະເໝີ​ໄປ.
8 She has done what she could; she has anointed my body beforehand for burial. ນາງ​ເຮັດ​ເທົ່າ​ທີ່​ນາງ​ເຮັດ​ໄດ້. ນາງ​ຖອກ​ນ້ຳຫອມ​ໃສ່​ຮ່າງກາຍ​ຂອງ​ເຮົາ​ກໍ​ເພື່ອ​ເປັນ​ການ​ຕຽມ​ພິທີ​ຝັງສົບ​ຂອງ​ເຮົາ​ໄວ້​ລ່ວງໜ້າ.
9 Truly, I tell you, wherever the gospel is preached worldwide, what she did will be told in memory of her." ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຂ່າວປະເສີດ​ຖືກ​ປະກາດ​ໄປ​ທີ່​ໃດ​ກໍ​ຕາມ​ໃນ​ທົ່ວ​ໂລກ, ສິ່ງ​ທີ່​ຍິງ​ຜູ້​ນີ້​ໄດ້​ເຮັດ​ຈະ​ເປັນ​ທີ່​ກ່າວ​ອອກ​ໄປ​ເໝືອນກັນ, ເພື່ອ​ເປັນ​ການລະນຶກ​ເຖິງ​ນາງ”.
10 Then Judas Iscariot, one of the twelve, went to the chief priests to betray Jesus to them. ແລ້ວ​ຢູດາ​ອິດສະກາຣີອົດ, ຄົນ​ໜຶ່ງ​ໃນ​ພວກສາວົກ​ສິບສອງ​ຄົນ, ກໍ​ໄດ້​ໄປ​ພົບ​ພວກຫົວໜ້າ​ປະໂລຫິດ​ເພື່ອ​ຈະ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ.
11 Hearing this, they were glad and promised him money. So he looked for a chance to betray Jesus. ບັນດາ​ຫົວໜ້າ​ປະໂລຫິດ​ດີໃຈ​ຫລາຍ​ທີ່​ໄດ້​ຍິນ​ເລື່ອງ​ນີ້ ແລະ ສັນຍາ​ວ່າ​ຈະ​ເອົາ​ເງິນ​ໃຫ້​ລາວ. ດັ່ງນັ້ນ ຢູດາ​ຈຶ່ງ​ຊອກຫາ​ໂອກາດ​ທີ່​ຈະ​ມອບ​ພຣະເຢຊູເຈົ້າ​ແກ່​ພວກເຂົາ.
12 On the first day of Unleavened Bread, when they sacrificed the Passover lamb, his disciples asked him, "Where do you want us to go and prepare for you to eat the Passover?" ໃນ​ວັນ​ທີ​ໜຶ່ງ​ຂອງ​ເທດສະການ​ເຂົ້າຈີ່​ບໍ່ມີເຊື້ອແປ້ງ, ເຊິ່ງ​ຕາມ​ທຳນຽມ​ຈະ​ຖວາຍ​ລູກແກະ​ປັດສະຄາ, ບັນດາ​ສາວົກ​ຂອງ​ພຣະເຢຊູເຈົ້າ​ໄດ້​ຖາມ​ພຣະອົງ​ວ່າ, “ທ່ານ​ຢາກ​ໃຫ້​ພວກຂ້ານ້ອຍ​ໄປ​ຈັດຕຽມ​ອາຫານ​ປັດສະຄາ​ໃຫ້​ທ່ານ​ຮັບປະທານ​ຢູ່​ທີ່​ໃດ?”
13 He sent two of his disciples, "Go into the city; a man carrying a jar of water will meet you. Follow him, ດັ່ງນັ້ນ ພຣະອົງ​ຈຶ່ງ​ໃຊ້​ສາວົກ​ສອງ​ຄົນ​ໃນ​ພວກເພິ່ນ​ໄປ​ພ້ອມ​ກັບ​ບອກ​ພວກເພິ່ນ​ວ່າ, “ຈົ່ງ​ເຂົ້າໄປ​ໃນ​ເມືອງ ແລະ ຈະ​ມີ​ຊາຍ​ຄົນ​ໜຶ່ງ​ແບກ​ໄຫນ້ຳ​ມາ​ພົບ​ພວກເຈົ້າ. ຈົ່ງ​ຕາມ​ລາວ​ໄປ.
14 and wherever he enters, tell the house's owner, 'The Teacher says: Where is my guest room, where I may eat the Passover with my disciples?' ຈົ່ງ​ບອກ​ເຈົ້າຂອງ​ເຮືອນ​ທີ່​ລາວ​ເຂົ້າໄປ​ນັ້ນ​ວ່າ, ‘ອາຈານ​ຖາມ​ວ່າ: ຫ້ອງ​ຮັບແຂກ​ຂອງ​ເຮົາ ຢູ່​ທີ່​ໃດ, ບ່ອນ​ທີ່​ເຮົາ​ຈະ​ຮັບປະທານ​ອາຫານ​ປັດສະຄາ​ຮ່ວມ​ກັບ​ພວກສາວົກ​ຂອງ​ເຮົາ​ຢູ່​ທີ່​ໃດ?’
15 And he will show you a large upper room furnished and ready; there prepare for us." ແລ້ວ​ລາວ​ກໍ​ຈະ​ພາ​ພວກເຈົ້າ​ໄປ​ເບິ່ງ​ຫ້ອງ​ໃຫຍ່​ຊັ້ນເທິງ ເຊິ່ງ​ຕົບແຕ່ງ​ຕຽມ​ໄວ້​ຮຽບຮ້ອຍ​ແລ້ວ. ຈົ່ງ​ຕຽມ​ທຸກສິ່ງ​ໄວ້​ສຳລັບ​ພວກເຮົາ​ຢູ່​ບ່ອນ​ນັ້ນ”.
16 The disciples left, went to the city, found things as he had told them, and prepared the Passover. ພວກສາວົກ​ກໍ​ໄປ ແລະ ໄດ້​ເຂົ້າໄປ​ໃນ​ເມືອງ ແລ້ວ​ກໍ​ພົບ​ສິ່ງ​ຕ່າງໆ​ຕາມ​ທີ່​ພຣະເຢຊູເຈົ້າ​ໄດ້​ບອກ​ພວກເພິ່ນ​ໄວ້. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ໄດ້​ຈັດຕຽມ​ປັດສະຄາ​ໄວ້.
17 And when it was evening, Jesus came with the twelve. ເມື່ອ​ເຖິງ​ຕອນຄ່ຳ​ມາ ພຣະເຢຊູເຈົ້າ​ກໍ​ມາ​ພ້ອມ​ກັບ​ພວກສາວົກ​ສິບສອງ​ຄົນ.
18 While they reclined and ate, Jesus said, "Truly, I tell you, one of you will betray me, one eating with me." ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ນັ່ງເອນໂຕ​ຮັບປະທານ​ອາຫານ​ຢູ່​ທີ່​ໂຕະອາຫານ ພຣະອົງ​ກ່າວ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ຕໍ່​ເຮົາ ຄື​ຜູ້​ທີ່​ກຳລັງ​ຮັບປະທານ​ອາຫານ​ຮ່ວມ​ກັບ​ເຮົາ”.
19 They began to grieve and ask him, one by one, "Is it I?" ພວກສາວົກ​ຕ່າງ​ກໍ​ເສຍໃຈ ແລະ ຖາມ​ພຣະອົງ​ເທື່ອລະຄົນ​ວ່າ, “ພຣະອົງ​ຄົງ​ບໍ່​ໝາຍ​ເຖິງ​ຂ້ານ້ອຍ​ແມ່ນ​ບໍ?”
20 He said to them, "One of the twelve, dipping bread with me into the dish. ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ສິບສອງ​ຄົນ​ນີ້​ແຫລະ ເປັນ​ຄົນ​ທີ່​ຢິບ​ອາຫານ​ຈຸ່ມ​ໃນ​ຖ້ວຍ​ດຽວ​ກັນ​ກັບ​ເຮົາ.
21 The Son of Man goes as the Scriptures said about him, but how terrible for that man who betrays him—better if he had never been born." ບຸດມະນຸດ​ຈະ​ຕ້ອງ​ເປັນ​ໄປ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ. ແຕ່​ວິບັດ​ຈະ​ມີ​ແກ່​ຜູ້​ນັ້ນ​ທີ່​ທໍລະຍົດ​ຕໍ່​ບຸດມະນຸດ! ຖ້າ​ລາວ​ບໍ່​ໄດ້​ເກີດ​ມາ​ເລີຍ​ກໍ​ຈະ​ດີ​ຕໍ່​ລາວ​ຫລາຍ​ກວ່າ”.
22 As they ate, he took bread, blessed it, broke it, gave it to them, and said, "Take; this is my body." ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ໄດ້​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ ແລະ ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ພຣະອົງ​ຫັກ​ເຂົ້າຈີ່​ນັ້ນ​ແລ້ວ​ຍື່ນ​ໃຫ້​ພວກສາວົກ ແລະ ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ເຂົ້າຈີ່​ນີ້, ນີ້​ຄື​ກາຍ​ຂອງ​ເຮົາ”.
23 He took a cup, gave thanks, gave it to them, and they all drank from it. ແລ້ວ​ພຣະອົງ​ກໍ​ຈັບ​ເອົາ​ຈອກ​ມາ ແລະ ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ພຣະອົງ​ຍື່ນ​ຈອກ​ນັ້ນ​ໃຫ້​ພວກເພິ່ນ ແລະ ພວກເພິ່ນ​ທຸກຄົນ​ກໍ​ດື່ມ​ຈາກ​ຈອກ​ນັ້ນ.
24 He said to them, "This is my blood of the covenant, poured out for many. ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ນີ້​ຄື​ເລືອດ​ຂອງ​ເຮົາ ເຊິ່ງ​ເປັນ​ເລືອດ​ແຫ່ງ​ພັນທະສັນຍາ ທີ່​ຖອກ​ອອກ​ມາ​ເພື່ອ​ຄົນ​ທັງຫລາຍ.
25 Truly I tell you, I will not drink wine again until that day when I drink it new in the kingdom of our Father." ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຮົາ​ຈະ​ບໍ່​ດື່ມ​ນ້ຳ​ຈາກ​ໝາກອະງຸ່ນ​ນີ້​ອີກ​ຈົນ​ຈະ​ເຖິງ​ວັນ​ນັ້ນ​ທີ່​ເຮົາ​ຈະ​ດື່ມ​ນໍ້າອະງຸ່ນໃໝ່​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.
26 And when they had sung a hymn, they went out to the Mount of Olives. ເມື່ອ​ພວກເພິ່ນ​ຮ້ອງເພງ​ສັນລະເສີນ​ບົດ​ໜຶ່ງ​ແລ້ວ ພວກເພິ່ນ​ກໍ​ພາກັນ​ອອກ​ໄປ​ທີ່​ພູເຂົາ​ໝາກກອກ.
27 Jesus said to them, "You will all stumble, for it's written: 'I will strike the shepherd, and the sheep will be scattered.' ພຣະເຢຊູເຈົ້າ​ກ່າວ​ແກ່​ພວກສາວົກ​ວ່າ, “ພວກເຈົ້າ​ທຸກຄົນ​ຈະ​ປະຖິ້ມ​ເຮົາ​ໄປ ເພາະ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “ ‘ເຮົາ​ຈະ​ຟາດ​ຜູ້ລ້ຽງແກະ ແລະ ຝູງ​ແກະ​ຈະ​ກະຈັດກະຈາຍ​ໄປ’.
28 But after I am raised up, I will go ahead of you to Galilee." ແຕ່​ຫລັງຈາກ​ທີ່​ເຮົາ​ເປັນຄືນມາຈາກຕາຍ​ແລ້ວ ເຮົາ​ຈະ​ໄປ​ທີ່​ແຂວງ​ຄາລີເລ​ກ່ອນໜ້າ​ພວກເຈົ້າ”.
29 Peter said to him, "Even though they all fall away, I will not." ເປໂຕ​ປະກາດ​ວ່າ, “ເຖິງ​ແມ່ນ​ວ່າ​ທຸກຄົນ​ຈະ​ປະຖິ້ມ​ພຣະອົງ​ໄປ​ກໍ​ຕາມ ຂ້ານ້ອຍ​ຈະ​ບໍ່​ໜີ​ໄປ​ຈາກ​ພຣະອົງ”.
30 Jesus said to him, "Truly I tell you, today, this night, before the rooster crows twice, you will deny me three times." ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ວັນ​ນີ້, ຄືນ​ນີ້​ແຫລະ ກ່ອນ​ໄກ່​ຂັນ​ສອງ​ເທື່ອ ເຈົ້າ​ເອງ​ຈະ​ປະຕິເສດ​ວ່າ​ບໍ່​ຮູ້ຈັກ​ເຮົາ​ສາມ​ເທື່ອ”.
31 But he insisted, "Even if I must die with you, I will never deny you." They all said the same. ແຕ່​ເປໂຕ​ຍັງ​ຢືນຢັນ​ຢ່າງ​ໜັກແໜ້ນ​ວ່າ, “ເຖິງ​ແມ່ນ​ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ກັບ​ພຣະອົງ, ຂ້ານ້ອຍ​ກໍ​ຈະ​ບໍ່​ປະຕິເສດ​ພຣະອົງ”. ແລ້ວ​ພວກສາວົກ​ທຸກຄົນ​ກໍ​ເວົ້າ​ຢ່າງ​ນັ້ນ​ເໝືອນກັນ.
32 They arrived at a place called Gethsemane, and he told his disciples, "Sit here while I pray." ແລ້ວ​ພວກເພິ່ນ​ໄດ້​ໄປ​ບ່ອນ​ໜຶ່ງ​ທີ່​ຊື່​ວ່າ​ເຄັດເຊມາເນ, ພຣະເຢຊູເຈົ້າ​ກ່າວ​ແກ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ຈົ່ງ​ນັ່ງ​ຢູ່​ທີ່​ນີ້​ຂະນະ​ທີ່​ເຮົາ​ອະທິຖານ”.
33 He took Peter, James, and John, and began to feel deep distress and anguish. ພຣະອົງ​ໄດ້​ເອົາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ໄປ​ກັບ​ພຣະອົງ, ພຣະອົງ​ເລີ່ມ​ໂສກເສົ້າ ແລະ ເປັນທຸກໃຈ​ຫລາຍ.
34 He said to them, "My soul is crushed with grief, to death. Stay here and stay alert." ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກເພິ່ນ​ວ່າ. “ຈິດໃຈ​ຂອງ​ເຮົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມໂສກເສົ້າ​ໃກ້​ຈະ​ຕາຍ​ຢູ່​ແລ້ວ. ຈົ່ງ​ເຝົ້າ​ລະວັງ​ຢູ່​ທີ່​ນີ້”.
35 Going a little farther, he fell to the ground and prayed that, if possible, the hour would pass from him. ພຣະອົງ​ຍ່າງ​ໄປ​ອີກ​ໜ້ອຍໜຶ່ງ, ພຣະອົງ​ໝູບ​ລົງ​ພື້ນດິນ ແລະ ອະທິຖານ​ວ່າ​ຖ້າ​ເປັນ​ໄປ​ໄດ້​ຂໍ​ໃຫ້​ຊົ່ວໂມງ​ນີ້​ຜ່ານພົ້ນ​ໄປ​ຈາກ​ພຣະອົງ.
36 He said, "Abba, Father, all things are possible for you. Take this cup from me—but let it be your will, not mine." ພຣະອົງ​ກ່າວ​ວ່າ, “ອັບບາ ພຣະບິດາເຈົ້າ​ເອີຍ, ທຸກສິ່ງ​ເປັນ​ໄປ​ໄດ້​ສຳລັບ​ພຣະອົງ. ຂໍ​ເອົາ​ຈອກ​ນີ້​ໄປ​ຈາກ​ລູກ​ດ້ວຍ. ແຕ່​ເຖິງຢ່າງໃດ​ກໍ​ຕາມ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ”.
37 He returned, found them asleep, and said to Peter, "Simon, are you asleep? Couldn't you stay awake one hour? ແລ້ວ​ພຣະອົງ​ກໍ​ກັບ​ຄືນ​ມາ​ຫາ​ພວກສາວົກ​ຂອງ​ພຣະອົງ ແລະ ພົບ​ວ່າ​ພວກເພິ່ນ​ກຳລັງ​ນອນຫລັບ​ຢູ່ ພຣະອົງ​ຈຶ່ງ​ກ່າວ​ກັບ​ເປໂຕ​ວ່າ, “ຊີໂມນ​ເອີຍ, ເຈົ້າ​ນອນຫລັບ​ຢູ່​ບໍ? ເຈົ້າ​ຈະ​ເຝົ້າລະວັງ​ຢູ່​ຈັກ​ຊົ່ວໂມງ​ດຽວ​ບໍ່​ໄດ້​ບໍ?
38 Watch and pray, so you don't fall into temptation. The spirit is willing, but the flesh is weak." ຈົ່ງ​ເຝົ້າລະວັງ ແລະ ອະທິຖານ​ຢູ່ ເພື່ອ​ພວກເຈົ້າ​ຈະ​ບໍ່​ຕົກ​ເຂົ້າ​ໄປ​ໃນ​ການທົດລອງ. ຈິດວິນຍານ​ພ້ອມ​ຢູ່​ແລ້ວ​ກໍ​ຈິງ ແຕ່​ຮ່າງກາຍ​ກໍ​ອ່ອນກຳລັງ”.
39 And again he went away and prayed, saying the same words. ພຣະອົງ​ໄດ້​ໄປ ແລະ ອະທິຖານ​ຢ່າງ​ດຽວ​ກັນ​ອີກ​ເທື່ອ​ໜຶ່ງ.
40 Again he found them sleeping, eyes heavy, not knowing how to answer him. ເມື່ອ​ພຣະອົງ​ກັບ​ຄືນ​ມາ​ກໍ​ພົບ​ວ່າ​ພວກເພິ່ນ​ຍັງ​ນອນຫລັບ​ຢູ່​ຄືເກົ່າ ເພາະວ່າ​ພວກເພິ່ນ​ເຫງົານອນ​ຫລາຍ​ຈົນ​ມືນຕາ​ບໍ່​ຂຶ້ນ. ພວກເພິ່ນ​ກໍ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ກັບ​ພຣະອົງ​ຢ່າງໃດ.
41 He came a third time and said, "Still sleeping and resting? Enough—the hour has come. Look, the Son of Man is handed over into the hands of sinners. ເມື່ອ​ພຣະອົງ​ກັບ​ຄືນ​ມາ​ເປັນ​ເທື່ອ​ທີ​ສາມ ພຣະອົງ​ກໍ​ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ຍັງ​ນອນຫລັບ ແລະ ພັກຜ່ອນ​ຢູ່​ບໍ? ພໍ​ແລ້ວ! ເວລາ​ມາ​ຮອດ​ແລ້ວ. ເບິ່ງ​ແມ, ບຸດມະນຸດ​ກຳລັງ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ຄົນບາບ​ທັງຫລາຍ.
42 Rise, let us be going; see, my betrayer is here." ຈົ່ງ​ລຸກຂຶ້ນ! ພາກັນ​ໄປ​ເທາະ! ຜູ້​ທີ່​ທໍລະຍົດ​ເຮົາ​ກໍ​ມາ​ທີ່​ນີ້​ແລ້ວ!”
43 While he was still speaking, Judas—one of the twelve—arrived, and with him a crowd with swords and clubs from the chief priests, scribes, and elders. ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຍັງ​ບໍ່​ທັນ​ສຸດ​ຄຳ, ຢູດາ ໜຶ່ງ​ໃນ​ພວກສາວົກ​ສິບສອງ​ຄົນ​ກໍ​ມາ​ປາກົດ. ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ຖື​ດາບ ແລະ ໄມ້ຄ້ອນ​ມາ​ກັບ​ລາວ​ດ້ວຍ, ເຊິ່ງ​ເປັນ​ຄົນ​ທີ່​ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ໃຊ້​ມາ.
44 His betrayer had given them a signal: "The one I kiss is him—seize him and take him away securely." ຜູ້ທໍລະຍົດ​ໄດ້​ກຳນົດ​ສັນຍານ​ກັບ​ພວກເຂົາ​ວ່າ, “ຜູ້ໃດ​ທີ່​ເຮົາ​ຈູບຄຳນັບ​ແມ່ນ​ຜູ້​ນັ້ນ ຈົ່ງ​ໄປ​ຈັບກຸມ​ລາວ ແລະ ເອົາ​ລາວ​ອອກ​ໄປ​ໃຫ້​ຢູ່​ໃຕ້​ການຄວບຄຸມ”.
45 He came up to Jesus at once, said, "Rabbi!" and kissed him. ຢູດາ​ກໍ​ເຂົ້າ​ໄປ​ຫາ​ພຣະເຢຊູເຈົ້າ​ທັນທີ ແລະ ເວົ້າ​ວ່າ, “ຣັບບີ​ເອີຍ!” ແລ້ວ​ກໍ​ຈູບ​ພຣະອົງ.
46 And they laid hands on him and seized him. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຄວ້າຈັບ​ພຣະເຢຊູເຈົ້າ ແລະ ຈັບ​ພຣະອົງ​ໄວ້.
47 One of the bystanders drew his sword, struck the high priest's servant, and cut off his ear. ແລ້ວ​ມີ​ຄົນ​ໜຶ່ງ​ໃນ​ຈຳນວນ​ຄົນ​ທີ່​ຢືນ​ຢູ່​ໃນ​ທີ່​ນັ້ນ​ໄດ້​ຊັກ​ດາບ​ອອກມາ​ຟັນ​ຫູ​ຄົນຮັບໃຊ້​ຂອງ​ມະຫາ​ປະໂລຫິດ​ຂາດ​ເບື້ອງໜຶ່ງ.
48 Jesus said to them, "Have you come out with swords and clubs to seize me, like a robber? ພຣະເຢຊູເຈົ້າ​ໄດ້​ກ່າວ​ວ່າ, “ເຮົາ​ກຳລັງ​ກໍ່​ການກະບົດ​ບໍ ພວກເຈົ້າ​ຖື​ດາບ​ຖື​ໄມ້ຄ້ອນ​ມາ​ຈັບ​ເຮົາ?
49 Every day I was with you in the temple teaching, and you didn't arrest me. But let the Scriptures be fulfilled." ເຮົາ​ຢູ່​ກັບ​ພວກເຈົ້າ, ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ​ທຸກ​ວັນ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ຈັບ​ເຮົາ. ແຕ່​ຈະ​ຕ້ອງ​ສຳເລັດ​ຕາມ​ທີ່​ກ່າວ​ໄວ້​ໃນ​ພຣະຄຳພີ”.
50 And they all left him and fled. ແລ້ວ​ທຸກຄົນ​ໄດ້​ປະຖິ້ມ​ພຣະອົງ ແລະ ໜີ​ໄປ.
51 And a young man followed him, wearing nothing but a linen cloth. And they seized the young man, ມີ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ນຸ່ງ​ຜ້າຝ້າຍລິນິນ​ແຕ່​ຜືນ​ດຽວ​ຕິດຕາມ​ພຣະເຢຊູເຈົ້າ​ໄປ. ພວກເຂົາ​ໄດ້​ຄວ້າຈັບ​ຊາຍ​ໜຸ່ມ​ນັ້ນ,
52 but he left the linen cloth and ran away naked. ລາວ​ໄດ້​ປະ​ຜ້າ​ຜືນ​ທີ່​ນຸ່ງ​ຢູ່​ນັ້ນ​ຖິ້ມ ແລະ ໜີ​ໄປ​ໂຕ​ເປົ່າ.
53 They led Jesus to the high priest, and all the chief priests and elders and scribes gathered. ພວກເຂົາ​ໄດ້​ພາ​ພຣະເຢຊູເຈົ້າ​ໄປ​ຫາ​ມະຫາ​ປະໂລຫິດ, ບ່ອນ​ທີ່​ພວກຫົວໜ້າ​ປະໂລຫິດ, ພວກ​ເຖົ້າແກ່ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ພາກັນ​ມາ​ເຕົ້າໂຮມກັນ​ຢູ່.
54 Peter had followed at a distance, all the way into the high priest's courtyard, and sat with the guards, warming himself by the fire. ສ່ວນ​ເປໂຕ​ໄດ້​ຕິດຕາມ​ພຣະອົງ​ໄປ​ໃນ​ໄລຍະ​ຫ່າງໆ ແລະ ເຂົ້າ​ໄປ​ໃນ​ເດີ່ນບ້ານ​ຂອງ​ມະຫາ​ປະໂລຫິດ. ແລ້ວ​ນັ່ງ​ຝີງໄຟ​ຢູ່​ກັບ​ພວກທະຫານຍາມ.
55 The chief priests and the whole council sought testimony against Jesus to put him to death, but found none. ພວກຫົວໜ້າ​ປະໂລຫິດ ແລະ ສະມາຊິກ​ສະພາ​ແຊນເຮດຣິນ​ທັງໝົດ ໄດ້​ຊອກຫາ​ຫລັກຖານ​ມາ​ຕໍ່ສູ້​ພຣະເຢຊູເຈົ້າ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຂ້າ​ພຣະອົງ, ແຕ່​ພວກເຂົາ​ກໍ​ຊອກຫາ​ຫລັກຖານ​ບໍ່​ໄດ້.
56 For many gave false testimony against him, but their testimony did not agree. ມີ​ຫລາຍ​ຄົນ​ກ່າວ​ຄຳພະຍານ​ບໍ່​ຈິງ​ຕໍ່ສູ້​ພຣະອົງ, ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ຂັດແຍ້ງ​ກັນ​ເອງ.
57 And some stood up and gave false testimony against him, saying, ຕໍ່ມາ ມີ​ບາງຄົນ​ຢືນຂຶ້ນ​ກ່າວ​ຄຳພະຍານ​ບໍ່​ຈິງ​ຕໍ່ສູ້​ພຣະອົງ​ວ່າ:
58 "We heard him say, 'I will destroy this temple made by hands, and in three days build another not made by hands.'" “ພວກເຮົາ​ໄດ້​ຍິນ​ລາວ​ກ່າວ​ວ່າ, ‘ເຮົາ​ຈະ​ມ້າງ​ວິຫານ​ຫລັງ​ນີ້​ທີ່​ສ້າງຂຶ້ນ​ດ້ວຍ​ມື​ມະນຸດ ແລະ ໃນ​ສາມ​ວັນ​ເຮົາ​ຈະ​ສ້າງຂຶ້ນ​ໃໝ່ ເຊິ່ງ​ບໍ່​ໄດ້​ສ້າງ​ດ້ວຍ​ມື​ມະນຸດ’ ”.
59 Yet even about this their testimony did not agree. ເຖິງ​ປານ​ນັ້ນ ຄຳພະຍານ​ຂອງ​ພວກເຂົາ​ກໍ​ຍັງ​ຂັດແຍ້ງ​ກັນ.
60 The high priest stood up in the midst and asked Jesus, "You have no answer? What are these men testifying against you?" ມະຫາ​ປະໂລຫິດ​ຈຶ່ງ​ລຸກ​ຂຶ້ນ​ຢືນ​ຕໍ່ໜ້າ​ພວກເຂົາ ແລະ ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ຈະ​ບໍ່​ຕອບ​ຫຍັງ​ບໍ? ຄຳພະຍານ​ທີ່​ຄົນ​ເຫລົ່ານີ້​ກ່າວ​ຕໍ່ສູ້​ເຈົ້າ​ເປັນ​ແນວໃດ?”
61 He stayed silent, answered nothing. Again the high priest asked him, "Are you the Christ, the Son of the Blessed?" ແຕ່​ພຣະເຢຊູເຈົ້າ​ຍັງ​ມິດງຽບ​ຢູ່ ແລະ ບໍ່​ໄດ້​ຕອບ​ຫຍັງ. ມະຫາ​ປະໂລຫິດ​ຈຶ່ງ​ຖາມ​ພຣະອົງ​ອີກ​ວ່າ, “ເຈົ້າ​ເປັນ​ພຣະຄຣິດເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ເປັນ​ທີ່​ໄດ້​ຮັບ​ການ​ຍົກຍ້ອງ​ສັນເສີນ​ບໍ?”
62 Jesus said, "I AM, and you will see the Son of Man seated at the right hand of the Mighty One and coming with heaven's clouds." ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ເປັນ ແລະ ພວກເຈົ້າ​ຈະ​ໄດ້​ເຫັນ​ບຸດມະນຸດ​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ແລະ ກຳລັງ​ມາ​ເທິງ​ເມກ​ແຫ່ງ​ສະຫວັນ”.
63 And the high priest tore his clothes and said, "What further witnesses do we need? ມະຫາ​ປະໂລຫິດ​ຈຶ່ງ​ຈີກ​ເສື້ອ​ຂອງ​ຕົນ ແລະ ຖາມ​ວ່າ, “ພວກເຮົາ​ຈະ​ຕ້ອງການ​ພະຍານ​ຕື່ມ​ອີກ​ເຮັດຫຍັງ?
64 You have heard his blasphemy. What is your decision?" And they all condemned him as deserving death. ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຍິນ​ຄຳເວົ້າ​ໝິ່ນປະໝາດ​ແລ້ວ. ພວກເຈົ້າ​ຄິດ​ຢ່າງໃດ?” ພວກເຂົາ​ທັງໝົດ​ເຫັນດີ​ພ້ອມກັນ​ວ່າ​ພຣະອົງ​ສົມຄວນ​ຕາຍ.
65 Some began spitting on him, covering his face, and punching him, saying to him, "Prophesy!" Then the guards slapped him. ມີ​ບາງຄົນ​ໃນ​ພວກເຂົາ​ໄດ້​ເລີ່ມ​ຖົ່ມ​ນ້ຳລາຍ​ໃສ່​ພຣະອົງ, ພວກເຂົາ​ເອົາ​ຜ້າ​ປິດ​ຕາ​ພຣະອົງ ແລະ ທຸບຕີ​ພຣະອົງ​ດ້ວຍ​ກຳປັ້ນ​ຂອງ​ພວກເຂົາ ແລະ ເວົ້າ​ວ່າ, “ທວາຍ​ເບິ່ງ​ດູ” ແມ່ນ​ຜູ້ໃດ​ຕີ​ເຈົ້າ ແລ້ວ​ພວກ​ຍາມ​ກໍ​ເອົາ​ພຣະອົງ​ໄປ ແລະ ທຸບຕີ​ພຣະອົງ.
66 While Peter was below in the courtyard, one of the high priest's servant girls came, ໃນ​ຂະນະ​ທີ່​ເປໂຕ​ຍັງ​ຢູ່​ທາງລຸ່ມ​ທີ່​ເດີ່ນບ້ານ​ນັ້ນ, ມີ​ຄົນຮັບໃຊ້​ຍິງ​ຄົນ​ໜຶ່ງ​ຂອງ​ມະຫາ​ປະໂລຫິດ​ໄດ້​ຜ່ານ​ມາ.
67 seeing Peter warming himself, she looked at him and said, "You too were with the Nazarene, Jesus." ເມື່ອ​ນາງ​ເຫັນ​ເປໂຕ​ຝີງໄຟ​ຢູ່, ນາງ​ກໍ​ຈ້ອງຕາ​ເບິ່ງ​ເພິ່ນ. ນາງ​ເວົ້າ​ວ່າ, “ເຈົ້າ​ກໍ​ເຄີຍ​ຢູ່​ກັບ​ເຢຊູ​ຊາວ​ນາຊາເຣັດ​ເໝືອນກັນ”.
68 But he denied it: "I don't know or understand what you mean." Then he went out to the entrance, and a rooster crowed. ແຕ່​ເປໂຕ​ໄດ້​ປະຕິເສດ ແລະ ເພິ່ນ​ເວົ້າ​ວ່າ, “ຂ້ອຍ​ບໍ່​ຮູ້ ແລະ ບໍ່​ເຂົ້າໃຈ​ໃນ​ສິ່ງ​ທີ່​ເຈົ້າ​ກຳລັງ​ເວົ້າ,” ແລ້ວ​ກໍ​ຍ່າງ​ອອກ​ໄປ​ບ່ອນ​ປະຕູ​ທາງເຂົ້າ.
69 The servant girl saw him and again told the bystanders, "This man is one of them." ເມື່ອ​ສາວໃຊ້​ຄົນ​ນັ້ນ​ໄດ້​ເຫັນ​ເພິ່ນ​ຢູ່​ທີ່​ນັ້ນ ນາງ​ຈຶ່ງ​ເວົ້າ​ກັບ​ບັນດາ​ຄົນ​ທີ່​ຢືນ​ຢູ່​ແຖບ​ນັ້ນ​ອີກ​ວ່າ, “ຄົນນີ້​ກໍ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຂົາ”.
70 But he denied it again. A little later the bystanders again told Peter, "You truly are one of them, for you're a Galilean." ແຕ່​ເປໂຕ​ໄດ້​ປະຕິເສດ​ອີກ. ຫລັງ​ຈາກ​ນັ້ນ​ໜ້ອຍ​ໜຶ່ງ ບັນດາ​ຄົນ​ທີ່​ຢືນ​ຢູ່​ໃກ້​ກໍ​ເວົ້າ​ຕໍ່​ເປໂຕ​ວ່າ, “ແມ່ນ​ແທ້ ເຈົ້າ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຂົາ, ເພາະ​ເຈົ້າ​ເປັນ​ຊາວ​ຄາລີເລ”.
71 He began to call down curses on himself and swear, "I don't know this man you're talking about." ເປໂຕ​ຈຶ່ງ​ເລີ່ມ​ສາບແຊ່ງ ແລະ ສາບານ​ຕໍ່​ພວກເຂົາ​ວ່າ, “ຂ້ອຍ​ບໍ່​ຮູ້ຈັກ​ຊາຍ​ຄົນ​ນີ້”.
72 At once a rooster crowed a second time. Peter remembered Jesus' words: "Before the rooster crows twice, you will deny me three times." He broke down and wept. ໃນທັນໃດນັ້ນ ໄກ່​ກໍ​ຂັນ​ເປັນ​ເທື່ອ​ທີ​ສອງ. ເປໂຕ​ຈຶ່ງ​ຈື່​ໄດ້​ເຖິງ​ຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ລາວ​ວ່າ: “ກ່ອນ​ໄກ່​ຂັນ​ສອງ​ເທື່ອ ເຈົ້າ​ຈະ​ປະຕິເສດ​ວ່າ ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ”. ແລ້ວ​ເປໂຕ​ຈຶ່ງ​ຮ້ອງໄຫ້​ອອກມາ​ດ້ວຍ​ຄວາມເສຍໃຈ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]