Skip to content
The Believer's Library

Biblica® Open Lao Contemporary Version

Mark 5 OLCV

Show OLCV only
Verse × ×
1 They came to the other side of the sea, to the region of the Gerasenes. ເມື່ອ​ພວກເພິ່ນ​ຂ້າມ​ຟາກ​ມາ​ຮອດ​ເມືອງ​ເຄຣາເຊນ.
2 As Jesus left the boat, a man with an unclean spirit met him at once, from the tombs. ພໍ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ​ໄປ, ມີ​ຊາຍ​ຄົນ​ໜຶ່ງ​ທີ່​ຖືກ​ວິນຍານສົກກະປົກ​ເຂົ້າ​ສິງ​ຢູ່​ໄດ້​ອອກ​ຈາກ​ອຸບມຸງ​ຝັງສົບ​ມາ​ພົບ​ພຣະອົງ.
3 He lived among the tombs, and no one could bind him anymore, not even with a chain. ຊາຍ​ຜູ້​ນີ້​ເຄີຍ​ອາໄສ​ຢູ່​ຕາມ​ອຸບມຸງ​ຝັງສົບ ແລະ ບໍ່​ມີ​ຜູ້ໃດ​ສາມາດ​ມັດ ຫລື ແມ່ນ​ແຕ່​ລ່າມ​ໂສ້​ລາວ​ໄວ້​ໄດ້.
4 For he'd often been bound with shackles and chains, but tore the chains apart and shattered the shackles—no one had strength to subdue him. ເພາະ​ລາວ​ເຄີຍ​ຖືກ​ລ່າມ​ໂສ້​ໃສ່​ມື ແລະ ຕີນ​ຂອງ​ລາວ​ຫລາຍ​ເທື່ອ​ແລ້ວ, ແຕ່​ລາວ​ກໍ​ຫັກ​ໂສ້​ຂາດ. ບໍ່​ມີ​ຜູ້ໃດ​ແຂງແຮງ​ພໍ​ທີ່​ຈະ​ປາບ​ລາວ​ໄດ້.
5 Night and day, among the tombs and on the mountains, he cried out constantly, cutting himself with stones. ລາວ​ໄດ້​ແຜດສຽງຮ້ອງ​ຢູ່​ຕາມ​ອຸບມຸງ​ຝັງສົບ ແລະ ຕາມ​ເນີນ​ພູເຂົາ​ທັງ​ກາງເວັນ ແລະ ກາງຄືນ ແລ້ວ​ກໍ​ເອົາ​ຫີນ​ປາດ​ຕົນ​ເອງ.
6 And when he saw Jesus from a distance, he ran and fell down before him. ເມື່ອ​ລາວ​ເຫັນ​ພຣະເຢຊູເຈົ້າ​ແຕ່​ໄກໆ, ລາວ​ໄດ້​ແລ່ນ​ມາ​ຫາ ແລະ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ.
7 Shouting loudly, he said, "What do you want with me, Jesus, Son of the Most High God? I beg you by God, don't torment me!" ລາວ​ຮ້ອງ​ດ້ວຍ​ສຸດສຽງ​ຂອງ​ລາວ​ວ່າ, “ພຣະເຢຊູ ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ເອີຍ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ຂ້ານ້ອຍ? ຂໍ​ໃຫ້​ທ່ານ​ສັນຍາ​ໃນ​ນາມ​ພຣະເຈົ້າ​ວ່າ​ຈະ​ບໍ່​ທໍລະມານ​ຂ້ານ້ອຍ!”
8 For Jesus had been saying to him, "Come out of the man, you unclean spirit!" ເພາະ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ມັນ​ວ່າ, “ວິນຍານສົກກະປົກ ຈົ່ງ​ອອກ​ມາ​ຈາກ​ຊາຍ​ຄົນ​ນີ້!”
9 Jesus asked, "What is your name?" "Legion," he said, "we are many." ແລ້ວ​ພຣະເຢຊູເຈົ້າ​ໄດ້​ຖາມ​ມັນ​ວ່າ, “ເຈົ້າ​ຊື່​ຫຍັງ?” ມັນ​ຕອບ​ວ່າ, “ຊື່​ກອງທັບ, ເພາະ​ພວກຂ້ານ້ອຍ​ມີ​ຢູ່​ນຳກັນ​ຫລາຍ​ໂຕ”.
10 He kept begging him not to send them out of the region. ແລະ ມັນ​ຈຶ່ງ​ອ້ອນວອນຂໍ​ນຳ​ພຣະເຢຊູເຈົ້າ​ເພື່ອ​ບໍ່​ໃຫ້​ຂັບໄລ່​ພວກມັນ​ອອກ​ຈາກ​ເຂດແດນ​ນັ້ນ.
11 Now a great herd of pigs was feeding there on the hillside. ຢູ່​ໃກ້​ພູ​ນັ້ນ ມີ​ໝູ​ຝູງ​ໃຫຍ່​ກຳລັງ​ຫາ​ກິນ​ຢູ່​ຕາມ​ເນີນພູ.
12 And they begged him, "Send us to the pigs; let us enter them." ພວກ​ຜີມານຮ້າຍ​ຈຶ່ງ​ຂໍຮ້ອງ​ພຣະເຢຊູເຈົ້າ​ວ່າ, “ຂໍ​ໃຫ້​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ສິງ​ຢູ່​ໃນ​ໝູ​ຝູງ​ນັ້ນ​ສາ”.
13 He gave permission. The unclean spirits came out and entered the pigs; the herd—about 2,000—rushed down the cliff into the sea and drowned in the sea. ພຣະອົງ​ກໍ​ໄດ້​ອະນຸຍາດ​ໃຫ້, ແລ້ວ​ວິນຍານສົກກະປົກ​ເຫລົ່ານັ້ນ​ກໍ​ອອກຈາກ​ຊາຍ​ຜູ້​ນັ້ນ ແລະ ເຂົ້າ​ໄປ​ສິງ​ຢູ່​ໃນ​ຝູງ​ໝູ. ໝູ​ທັງໝົດ​ປະມານ​ສອງພັນ​ໂຕ​ກໍ​ຟ້າວ​ແລ່ນ​ລົງ​ຕາລິ່ງຊັນ​ໂຕນ​ລົງ​ທະເລສາບ​ຈົມນ້ຳ​ຕາຍ​ໝົດ.
14 The herders fled and told it in town and country; people came to see what happened. ບັນດາ​ຄົນລ້ຽງໝູ​ຕ່າງ​ກໍ​ແລ່ນ​ໜີ ແລະ ໄປ​ເລົ່າ​ເລື່ອງ​ນີ້​ຢູ່​ໃນ​ເມືອງ ແລະ ຕາມ​ຊົນນະບົດ, ດັ່ງນັ້ນ ປະຊາຊົນ​ຈຶ່ງ​ພາກັນ​ອອກມາ​ເບິ່ງ​ເຫດການ​ທີ່​ໄດ້​ເກີດຂຶ້ນ.
15 They came to Jesus and saw the man who had been possessed by the demons, the one who'd had the legion, sitting there, dressed and thinking clearly—and they were afraid. ເມື່ອ​ພວກເຂົາ​ມາ​ຫາ​ພຣະເຢຊູເຈົ້າ, ພວກເຂົາ​ກໍ​ເຫັນ​ຊາຍ​ທີ່​ຖືກ​ຜີມານຮ້າຍ​ເປັນ​ກອງທັບ​ເຄີຍ​ເຂົ້າສິງ​ຢູ່ ເຫັນ​ລາວ​ນຸ່ງຫົ່ມ​ເສື້ອຜ້າ ແລະ ມີ​ສະຕິ​ດີ, ພວກເຂົາ​ຈຶ່ງ​ຢ້ານ.
16 Eyewitnesses told them what had happened to the demon-possessed man, and about the pigs. ບັນດາ​ຜູ້​ທີ່​ໄດ້​ເຫັນ​ເຫດການ​ກໍ​ໄດ້​ເລົ່າ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ຊາຍ​ທີ່​ຖືກ​ຜີມານຮ້າຍ​ສິງ ແລະ ເລົ່າ​ກ່ຽວກັບ​ຝູງ​ໝູ​ນັ້ນ​ສູ່​ປະຊາຊົນ​ຟັງ.
17 And they began to beg Jesus to leave their region. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ໄປ​ຈາກ​ເຂດແດນ​ຂອງ​ພວກເຂົາ.
18 As he was getting into the boat, the once-possessed man begged to be with him. ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ລົງ​ເຮືອ, ຊາຍ​ທີ່​ມີ​ຜີມານຮ້າຍ​ເຄີຍ​ສິງ​ນັ້ນ ກໍ​ຂໍຮ້ອງ​ໄປ​ກັບ​ພຣະອົງ.
19 But Jesus refused, telling him instead, "Go home to your own people and tell them how much our Father has done for you, and how he has had mercy on you." ພຣະເຢຊູເຈົ້າ​ບໍ່​ອະນຸຍາດ​ໃຫ້​ລາວ​ໄປ​ນຳ ແຕ່​ໄດ້​ກ່າວ​ວ່າ, “ຈົ່ງ​ກັບ​ເມືອ​ບ້ານ​ໄປ​ຫາ​ຍາດພີ່ນ້ອງ​ຂອງ​ເຈົ້າ ແລະ ບອກ​ພວກເຂົາ​ເຖິງ​ເຫດການ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ກະທຳ​ສຳລັບ​ເຈົ້າ ແລະ ພຣະອົງ​ເມດຕາ​ຕໍ່​ເຈົ້າ​ຢ່າງໃດ”.
20 He went and began proclaiming in the Decapolis all Jesus had done for him, and everyone was amazed. ດັ່ງນັ້ນ ຊາຍ​ຜູ້​ນີ້​ຈຶ່ງ​ລາ​ພຣະເຢຊູເຈົ້າ​ໄປ ແລະ ເລີ່ມ​ປະກາດ​ໃນ​ແຂວງ​ເດກາໂປລີ​ວ່າ​ພຣະເຢຊູເຈົ້າ​ໄດ້​ກະທຳ​ເພື່ອ​ລາວ​ຫລາຍ​ຢ່າງ. ແລະ ຄົນ​ທັງປວງ​ຕ່າງ​ກໍ​ປະຫລາດໃຈ.
21 When Jesus crossed again by boat to the other side, a large crowd gathered around him by the sea. ເມື່ອ​ພຣະເຢຊູເຈົ້າ​ໄດ້​ຂີ່​ເຮືອ​ຂ້າມ​ຟາກ​ທະເລສາບ​ກັບ​ມາ​ອີກ, ຂະນະ​ທີ່​ພຣະອົງ​ຢູ່​ທີ່​ແຄມ​ທະເລສາບ​ນັ້ນ ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ເຕົ້າໂຮມກັນ​ອ້ອມ​ພຣະອົງ.
22 One of the synagogue leaders, named Jairus, came, saw Jesus, and fell at his feet, ມີ​ຫົວໜ້າ​ທຳມະສາລາ​ຄົນ​ໜຶ່ງ​ຊື່​ວ່າ​ຢາອີໂຣ​ໄດ້​ມາ​ທີ່​ນັ້ນ ເມື່ອ​ລາວ​ເຫັນ​ພຣະເຢຊູເຈົ້າ​ຈຶ່ງ​ໝູບລົງ​ທີ່​ຕີນ​ຂອງ​ພຣະອົງ
23 and begged him urgently, "My little daughter is dying. Come, lay your hands on her, so she may be healed and live." ແລ້ວ​ຂໍຮ້ອງ​ພຣະອົງ​ດ້ວຍ​ຄວາມຮ້ອນຮົນໃຈ​ວ່າ, “ລູກສາວ​ຂອງ​ຂ້ານ້ອຍ​ເຈັບໜັກ​ກຳລັງ​ຈະ​ຕາຍ​ແລ້ວ ຂໍ​ທ່ານ​ກະລຸນາ​ໄປ​ວາງມື​ໃສ່​ນາງ​ດ້ວຍ ເພື່ອ​ນາງ​ຈະ​ຫາຍດີ ແລະ ມີຊີວິດ​ຢູ່”.
24 So Jesus went with him. And a great crowd followed him and pressed around him. ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ໄປ​ກັບ​ລາວ. ມີ​ປະຊາຊົນ​ຕິດຕາມ​ພຣະອົງ​ມາ​ຢ່າງ​ໜາແໜ້ນ ແລະ ບຽດ​ກັນ​ຢູ່​ອ້ອມ​ພຣະອົງ.
25 And there was a woman with a discharge of blood that had gone on for twelve years. ໃນ​ທີ່​ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດຕົກ​ຊຳເຮື້ອ​ມາ​ໄດ້​ສິບສອງ​ປີ​ແລ້ວ.
26 She had suffered much under many doctors, spent all she owned, gained nothing, and only grew worse. ນາງ​ໄດ້​ຮັບ​ຄວາມທຸກທໍລະມານ​ຫລາຍ ເຖິງ​ແມ່ນ​ວ່າ​ມີ​ໝໍ​ຫລາຍ​ຄົນ​ໄດ້​ປິ່ນປົວ ແລະ ເສຍ​ເງິນ​ຈົນ​ໝົດ​ໂຕ​ແລ້ວ, ແທນ​ທີ່​ນາງ​ຈະ​ດີ​ຂຶ້ນ ແຕ່​ອາການ​ກັບ​ຊຸດໂຊມ​ລົງ.
27 Hearing about Jesus, she came up behind him in the crowd and touched his cloak. ເມື່ອ​ນາງ​ໄດ້​ຍິນ​ເຖິງ​ເລື່ອງ​ພຣະເຢຊູເຈົ້າ ນາງ​ຈຶ່ງ​ຍ່າງ​ປົນ​ກັບ​ປະຊາຊົນ​ມາ​ທາງ​ຫລັງ​ພຣະອົງ ແລະ ບາຍ​ເສື້ອຄຸມ​ຂອງ​ພຣະອົງ,
28 For she kept saying, "If I just touch his garments, I will be made well." ເພາະ​ນາງ​ຄິດ​ວ່າ, “ຖ້າ​ເຮົາ​ໄດ້​ບາຍ​ພຽງ​ແຕ່​ເສື້ອຄຸມ​ຂອງ​ເພິ່ນ​ເທົ່ານັ້ນ​ເຮົາ​ກໍ​ຈະ​ດີ​ພະຍາດ”.
29 Her flow of blood dried up instantly, and she felt in her body that she was healed of her suffering. ໃນທັນໃດ​ນັ້ນ ເລືອດ​ທີ່​ຕົກ​ນັ້ນ​ກໍ​ຢຸດ​ທັນທີ ແລະ ນາງ​ຮູ້ສຶກ​ວ່າ​ຕົນ​ດີພະຍາດ​ແລ້ວ.
30 At once Jesus, aware that power had left him, turned around in the crowd and asked, "Who touched my clothes?" ຝ່າຍ​ພຣະເຢຊູເຈົ້າ​ຮູ້​ທັນທີ​ວ່າ​ລິດເດດ​ໄດ້​ອອກຈາກ​ພຣະອົງ. ພຣະອົງ​ຈຶ່ງ​ປິ່ນໜ້າ​ມາ​ທາງ​ປະຊາຊົນ ແລະ ຖາມ​ວ່າ, “ຜູ້ໃດ​ບາຍ​ເຄື່ອງນຸ່ງ​ຂອງ​ເຮົາ?”
31 His disciples said to him, "You see the crowd crushing you, yet you ask, 'Who touched me?'" ພວກສາວົກ​ຂອງ​ພຣະອົງ​ຕອບ​ວ່າ, “ທ່ານ​ກໍ​ເຫັນ​ຢູ່​ແລ້ວ​ວ່າ​ປະຊາຊົນ​ຢ່າງ​ແໜ້ນໜາ​ບຽດ​ທ່ານ, ແລ້ວ​ເປັນຫຍັງ​ທ່ານ​ຈຶ່ງ​ຖາມ​ອີກ​ວ່າ ‘ຜູ້ໃດ​ໄດ້​ບາຍ​ເຮົາ?’ ”
32 And he looked around to see who had done it. ແຕ່​ພຣະເຢຊູເຈົ້າ​ຍັງ​ຫລຽວ​ໄປ​ອ້ອມໆ​ເພື່ອ​ຊອກ​ເບິ່ງ​ວ່າ​ຜູ້ໃດ​ທີ່​ເຮັດ​ຢ່າງ​ນັ້ນ.
33 But the woman, afraid and trembling, knowing what had happened to her, came, fell before him, and told him the whole truth. ຝ່າຍ​ຍິງ​ຄົນ​ນັ້ນ​ຮູ້​ດີ​ວ່າ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ຕົນ, ນາງ​ຈຶ່ງ​ມາ​ໝູບລົງ​ທີ່​ຕີນ​ຂອງ​ພຣະອົງ​ດ້ວຍ​ຄວາມຢ້ານ, ແລ້ວ​ເວົ້າ​ຄວາມຈິງ​ທັງໝົດ​ໃຫ້​ພຣະອົງ​ຟັງ.
34 He told her, "Daughter, your faith made you well. Go in peace, healed of your suffering." ພຣະອົງ​ກ່າວ​ກັບ​ນາງ​ວ່າ, “ລູກ​ຍິງ​ເອີຍ, ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍດີ​ແລ້ວ. ຈົ່ງ​ກັບ​ໄປ​ດ້ວຍ​ສັນຕິສຸກ ແລະ ພົ້ນ​ຈາກ​ຄວາມທຸກທໍລະມານ​ສາ”.
35 While he was still speaking, people came from the synagogue leader's house, saying, "Your daughter has died. Why bother the Teacher any longer?" ໃນຂະນະ​ທີ່​ພຣະເຢຊູເຈົ້າ​ຍັງ​ກ່າວ​ຢູ່ ກໍ​ມີ​ບາງຄົນ​ຈາກ​ເຮືອນ​ຂອງ​ຢາອີໂຣ​ຫົວໜ້າ​ທຳມະສາລາ ພວກເຂົາ​ບອກ​ວ່າ, “ລູກສາວ​ຂອງ​ທ່ານ​ຕາຍ​ແລ້ວ ຈະ​ລົບກວນ​ອາຈານ​ເຮັດ​ຫຍັງ?”
36 But Jesus overheard what they said and told the synagogue leader, "Don't fear, only believe." ພຣະເຢຊູເຈົ້າ​ບໍ່​ຟັງ​ສິ່ງ​ທີ່​ພວກເຂົາ​ໄດ້​ເວົ້າ​ນັ້ນ ແຕ່​ກ່າວ​ແກ່​ຢາອີໂຣ​ວ່າ, “ຢ່າ​ຢ້ານ​ເລີຍ, ຈົ່ງ​ເຊື່ອ​ເທົ່ານັ້ນ”.
37 And he allowed no one to follow him except Peter, James, and John the brother of James. ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜູ້ໃດ​ຕິດຕາມ​ພຣະອົງ​ໄປ​ຍົກເວັ້ນ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ນ້ອງຊາຍ​ຂອງ​ຢາໂກໂບ.
38 They came to the synagogue leader's house and Jesus saw chaos—people weeping, wailing loudly. ເມື່ອ​ມາ​ຮອດ​ເຮືອນ​ຂອງ​ຫົວໜ້າ​ທຳມະສາລາ​ແລ້ວ, ພຣະເຢຊູເຈົ້າ​ກໍ​ເຫັນ​ຄວາມວຸ້ນວາຍ, ມີ​ຄົນ​ຮ້ອງໄຫ້ ແລະ ສະອື້ນ​ສຽງດັງ.
39 Entering, he said to them, "Why this commotion and crying? The child isn't dead, just asleep." ພຣະອົງ​ເຂົ້າ​ໄປ​ໃນ​ເຮືອນ ແລະ ກ່າວ​ກັບ​ພວກເຂົາ​ວ່າ, “ພວກເຈົ້າ​ຮ້ອງໄຫ້​ຄ່ຳຄວນ ແລະ ວຸ້ນວາຍ​ເຮັດ​ຫຍັງ? ເດັກນ້ອຍ​ຍັງ​ບໍ່​ຕາຍ​ພຽງ​ແຕ່​ນອນຫລັບ​ຢູ່”.
40 They laughed at him. But he sent them all out, took the child's father and mother and his companions, and entered where the child was. ແຕ່​ພວກເຂົາ​ພາກັນ​ຫົວຂວັນ​ພຣະອົງ. ຫລັງ​ຈາກ​ທີ່​ພຣະອົງ​ໃຫ້​ຄົນ​ທັງປວງ​ອອກ​ໄປ​ແລ້ວ ພຣະອົງ​ກໍ​ເອົາ​ພໍ່ແມ່​ຂອງ​ເດັກນ້ອຍ ແລະ ພວກສາວົກ​ທີ່​ຢູ່​ກັບ​ພຣະອົງ​ເຂົ້າ​ໄປ​ໃນ​ຫ້ອງ​ທີ່​ເດັກນ້ອຍ​ນັ້ນ​ນອນ​ຢູ່.
41 He took her hand and said to her, "Talitha koum," which means, "Little girl, I say to you, get up!" ພຣະອົງ​ຈັບ​ມື​ເດັກນ້ອຍ ແລະ ກ່າວ​ຕໍ່​ນາງ​ວ່າ, “ຕາລີທາ ກຸມ!” (ເຊິ່ງ​ແປ​ວ່າ “ນາງ​ນ້ອຍ​ເອີຍ, ເຮົາ​ບອກ​ເຈົ້າ​ວ່າ, ຈົ່ງ​ລຸກຂຶ້ນ!”).
42 At once the girl got up and walked—for she was twelve—and they were instantly overwhelmed with great amazement. ທັນໃດນັ້ນ ນາງ​ກໍ​ລຸກຂຶ້ນ ແລະ ຍ່າງ​ໄປ​ມາ (ນາງ​ອາຍຸ​ໄດ້​ສິບສອງ​ປີ). ພວກເຂົາ​ໄດ້​ພາກັນ​ປະຫລາດໃຈ​ຫລາຍ​ໃນ​ສິ່ງ​ນີ້.
43 He strictly ordered them to tell no one of this, and said to give her something to eat. ພຣະອົງ​ໄດ້​ສັ່ງຫ້າມ​ບໍ່​ໃຫ້​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ​ເດັດຂາດ ແລະ ສັ່ງ​ໃຫ້​ພວກເຂົາ​ເອົາ​ອາຫານ​ມາ​ໃຫ້​ນາງ​ກິນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]